ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຢຮັນ 1


ປຈສ, ໂຢຮັນ 1:1–34. ປຽບ​ທຽບ​ໃສ່​ກັບ ໂຢຮັນ 1:1–34

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຖືກ​ສັ່ງ​ສອນ​ຕັ້ງ​ແຕ່​ຕົ້ນ. ໂຢຮັນ​ບັບຕິ​ສະໂຕ​ແມ່ນ​ອີລາຍ ຜູ້​ຕຽມ​ທາງ​ໄວ້​ໃຫ້​ພຣະ​ຄຣິດ, ແລະ ພຣະ​ເຢຊູ​ຄຣິດ​ແມ່ນ​ອີລາຍ ຜູ້​ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ ແລະ ຄວາມ​ລອດ​ມາ​ເຖິງ​ຜ່ານ​ພຣະ​ອົງ.

1 ແຕ່​ຕົ້ນ​ເດີມ ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ຜ່ານ​ພຣະ​ບຸດ. ແລະ ພຣະ​ກິດ​ຕິ​ຄຸນ​ຄື​ພຣະ​ຄຳ, ແລະ ພຣະ​ຄຳ​ໄດ້​ສະ​ຖິດ​ຢູ່​ກັບ​ພຣະ​ບຸດ, ແລະ ພຣະ​ບຸດ​ໄດ້​ຢູ່​ກັບ​ພຣະ​ເຈົ້າ, ແລະ ພຣະ​ບຸດມາ​ຈາກ​ພຣະ​ເຈົ້າ.

2 ຕັ້ງ​ແຕ່​ຕົ້ນ​ພຣະ​ອົງ​ດຽວ​ກັນ​ນັ້ນ​ໄດ້​ຢູ່​ນຳ​ພຣະ​ເຈົ້າ.

3 ພຣະ​ອົງ​ໄດ້​ສ້າງ​ທຸກ​ສິ່ງ​ທັງ​ປວງ; ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ມາ​ໂດຍ​ປາດ​ສະ​ຈາກ​ພຣະ​ອົງ.

4 ພຣະ​ກິດ​ຕິ​ຄຸນມີ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ, ແລະ ພຣະ​ກິດ​ຕິ​ຄຸນ​ເປັນ​ຊີ​ວິດ, ແລະ ຊີ​ວິດ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ມະນຸດ;

5 ແລະ ຄວາມ​ສະ​ຫວ່າງ​ສ່ອງເຂົ້າ​ມາ​ໃນ​ໂລກ, ແລະ ໂລກ​ເອົາ​ຊະນະມັນ​ບໍ່​ໄດ້​ຈັກ​ເທື່ອ.

6 ຊາຍ​ຜູ້​ໜຶ່ງ​ໄດ້​ຖືກ​ພຣະ​ເຈົ້າ​ສົ່ງ​ມາ, ຜູ້​ມີ​ຊື່​ວ່າ ໂຢຮັນ.

7 ຄົນ​ດຽວ​ກັນ​ນັ້ນໄດ້​ມາ​ສູ່​ໂລກເພື່ອ​ເປັນ​ພະຍານ, ເພື່ອ​ເປັນ​ພະຍານ​ເຖິງຄວາມ​ສະ​ຫວ່າງ, ເພື່ອ​ເປັນ​ພະຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ບຸດ, ແກ່​ຄົນ​ທັງ​ປວງ, ເພື່ອ​ວ່າ​ຜ່ານ​ເພິ່ນ ມະນຸດອາດ​ຈະ​ເຊື່ອ.

8 ເພິ່ນ​ບໍ່​ແມ່ນຄວາມ​ສະ​ຫວ່າງນັ້ນ, ແຕ່ໄດ້​ມາເພື່ອ​ເປັນ​ພະຍານ​ເຖິງຄວາມ​ສະ​ຫວ່າງນັ້ນ,

9 ຊຶ່ງ​ເປັນຄວາມ​ສະ​ຫວ່າງທີ່​ແທ້​ຈິງ, ຊຶ່ງ​ສ່ອງ​ໃສ່​ມະນຸດ​ທຸກ​ຄົນ ຜູ້ໄດ້​ເຂົ້າ​ມາ​ສູ່​ໂລກ;

10 ແມ່ນ​ແຕ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ອົງຜູ້ເຄີຍ​ຢູ່​ໃນ​ໂລກ​ມາ​ແລ້ວ, ແລະ ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ອົງ, ແລະ ໂລກ​ບໍ່​ຮູ້​ຈັກ​ພຣະ​ອົງ​ເລີຍ.

11 ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຫາ​ຄົນ​ຂອງ​ພຣະ​ອົງ​ເອງ, ແລະ ຄົນ​ຂອງ​ພຣະ​ອົງ​ເອງ​ບໍ່​ໄດ້​ຕ້ອນ​ຮັບ​ພຣະ​ອົງ​ເລີຍ.

12 ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຕ້ອນ​ຮັບ​ພຣະ​ອົງ, ພຣະ​ອົງ​ກໍ​ປະທານ​ຄວາມ​ສາ​ມາດ​ໃຫ້​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ພຽງ​ແຕ່ແກ່​ພວກ​ເຂົາ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

13 ພຣະ​ອົງ​ໄດ້​ກຳ​ເນີດ​ມາ, ບໍ່​ແມ່ນ​ໂດຍ​ອາ​ໄສ​ໂລ​ຫິດ, ຫລື ຕາມ​ຄວາມ​ປະສົງ​ຂອງ​ເນື້ອ​ໜັງ, ຫລື ຕາມ​ຄວາມ​ປະສົງ​ຂອງ​ມະນຸດ, ແຕ່​ຈາກ​ພຣະ​ເຈົ້າ.

14 ແລະ ພຣະ​ທຳ​ດຽວ​ກັນນັ້ນ​ໄດ້​ມາ​ເກີດ​ເປັນ​ມະນຸດ, ແລະ ໄດ້​ອາ​ໄສ​ຢູ່​ໃນ​ທ່າມ​ກາງ​ເຮົາ​ທັງ​ຫລາຍ, ແລະ ພວກ​ເຮົາ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ເຕັມ​ໄປ​ດ້ວຍ​ພຣະ​ຄຸນ ແລະ ຄວາມ​ຈິງ.

15 ໂຢຮັນເປັນພະຍານ​ເຖິງ​ພຣະ​ອົງ, ແລະ ໄດ້​ຮ້ອງ​ປະ​ກາດ​ວ່າ ຜູ້​ນີ້ແຫລະ ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ; ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ, ກໍ​ຍິ່ງ​ໃຫຍ່​ກວ່າ​ເຮົາ; ເພາະ​ພຣະ​ອົງ​ຢູ່​ກ່ອນ​ເຮົາ​ແລ້ວ.

16 ເພາະ​ຕັ້ງ​ແຕ່​ຕົ້ນ ພຣະ​ທຳ​ເປັນ​ຢູ່​ແລ້ວ, ແມ່ນ​ແຕ່​ພຣະ​ບຸດ, ຜູ້​ໄດ້​ມາ​ເກີດ​ເປັນ​ມະນຸດ, ແລະ ໄດ້​ຖືກ​ສົ່ງ​ມາ​ໃຫ້​ພວກ​ເຮົາ ໂດຍ​ພຣະ​ປະສົງ​ຂອງ​ພຣະ​ບິດາ. ແລະ ຕາບ​ໃດ​ທີ່​ຫລາຍ​ຕໍ່​ຫລາຍ​ຄົນ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ຈະ​ໄດ້​ຮັບ​ຈາກ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ. ແລະ ຈາກ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ ເຮົາ​ທັງ​ປວງ​ໄດ້​ຮັບ, ແມ່ນ​ແຕ່​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ, ຜ່ານ​ພຣະ​ຄຸນ​ຂອງ​ພຣະ​ອົງ.

17 ເພາະ​ກົດ​ໄດ້​ຖືກ​ມອບ​ໃຫ້ຜ່ານໂມເຊ, ແຕ່ຊີ​ວິດ ແລະ ຄວາມ​ຈິງ​ມາ​ເຖິງ ຜ່ານພຣະ​ເຢຊູ​ຄຣິດ.

18 ເພາະ​ກົດ​ເປັນ​ໄປ​ຕາມ​ພຣະ​ບັນ​ຍັດ​ຝ່າຍ​ໂລກ, ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ຕາຍ; ແຕ່​ພຣະ​ກິດ​ຕິ​ຄຸນ​ເປັນ​ໄປ​ຕາມ​ພະ​ລັງ​ຂອງ​ຊີ​ວິດ​ທີ່​ເປັນ​ນິດ, ຜ່ານ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ, ຜູ້​ຢູ່​ໃນ​ຊວງ​ອົກ​ຂອງ​ພຣະ​ບິດາ.

19 ແລະ ບໍ່​ເຄີຍ​ມີ​ມະນຸດ​ຄົນ​ໃດ​ເຄີຍ​ເຫັນ​ພຣະ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ເວລາ​ໃດ, ຍົກ​ເວັ້ນ​ແຕ່​ຕອນ​ທີ່​ພຣະ​ອົງ​ເປັນ​ພະຍານ​ເຖິງ​ພຣະ​ບຸດ; ເພາະ​ເວັ້ນ​ແຕ່​ໂດຍ​ຜ່ານ​ພຣະ​ອົງ ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ລອດ​ໄດ້.

20 ແລະ ນີ້​ຄື​ບັນ​ທຶກ​ຂອງ​ໂຢຮັນ, ເມື່ອ​ຊາວ​ຢິວ​ໄດ້​ສົ່ງ​ພວກ​ປະ​ໂລ​ຫິດ ແລະ ຊາວ​ເລວີ ມາ​ຈາກ​ເຢຣູ​ຊາເລັມ ໄປ​ຖາມ​ລາວ​ວ່າ ລາວ​ຄື​ໃຜ?

21 ແລະ ລາວ​ໄດ້​ຍອມ​ຮັບ, ແລະ ບໍ່​ໄດ້​ປະ​ຕິ​ເສດວ່າ ລາວ​ຄື​ອີລາຍ; ແຕ່​ໄດ້​ປະ​ຕິ​ເສດ, ກ່າວ​ວ່າ; ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ພຣະ​ຄຣິດ.

22 ແລະ ພວກ​ເຂົາ​ໄດ້​ຖາມ​ລາວວ່າ ທ່ານ​ເປັນ​ອີລາຍໄດ້​ແນວ​ໃດ? ແລະ ລາວ​ໄດ້​ກ່າວ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນອີລາຍ​ຄົນ​ນັ້ນ ທີ່​ຈະ​ມາ​ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ. ແລະ ພວກ​ເຂົາ​ໄດ້​ຖາມ​ລາວ​ວ່າ ທ່ານ​ຄື​ສາດ​ສະ​ດາ​ຄົນ​ນັ້ນ​ບໍ? ແລະ ລາວ​ໄດ້​ຕອບ​ວ່າ ບໍ່​ແມ່ນ.

23 ຈາກ​ນັ້ນ ພວກ​ເຂົາ​ໄດ້​ກ່າວ​ກັບ​ລາວ​ວ່າ ທ່ານ​ຄື​ຜູ້​ໃດ? ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ໃຫ້​ຄຳ​ຕອບ​ແກ່​ຄົນ​ທີ່​ສົ່ງ​ພວກ​ເຮົາ​ມາ. ທ່ານ​ຈະ​ກ່າວ​ແນວ​ໃດ​ກ່ຽວ​ກັບ​ຕົວ​ທ່ານ​ເອງ?

24 ລາວ​ໄດ້​ກ່າວ​ວ່າ ຂ້າ​ພະ​ເຈົ້າ​ຄື​ສຽງ​ຂອງ​ຄົນ​ທີ່​ຮ້ອງ​ປະ​ກາດ ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຈົ່ງ​ແປງ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຊື່​ຕົງ, ດັ່ງ​ທີ່​ສາດ​ສະ​ດາ​ເອ​ຊາ​ອັດ​ໄດ້​ກ່າວ​ໄວ້.

25 ແລະ ພວກ​ເຂົາ​ເປັນ​ຜູ້​ທີ່​ຖືກ​ພວກ​ຟາຣີຊາຍ​ສົ່ງ​ມາ.

26 ແລະ ພວກ​ເຂົາ​ໄດ້​ຖາມ​ລາວ, ແລະ ກ່າວ​ກັບ​ລາວ​ວ່າ ແລ້ວ​ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ໃຫ້​ບັບຕິ​ສະມາ, ຖ້າ​ຫາກ​ທ່ານ​ບໍ່​ໄດ້​ເປັນ​ພຣະ​ຄຣິດ, ຫລື ອີລາຍ ຜູ້​ຈະ​ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ, ຫລື ສາດ​ສະ​ດາ​ຜູ້​ນັ້ນ?

27 ໂຢຮັນ​ໄດ້​ຕອບ​ພວກ​ເຂົາ​ວ່າ ຂ້າ​ພະ​ເຈົ້າ​ໃຫ້​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ, ແຕ່​ມີ​ຄົນ​ໜຶ່ງ​ຢູ່​ໃນ​ບັນ​ດາ​ພວກ​ທ່ານ ຜູ້​ຊຶ່ງ​ພວກ​ທ່ານ​ບໍ່​ຮູ້​ຈັກ;

28 ພຣະ​ອົງ​ຄືຜູ້​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ເປັນ​ພະຍານ. ພຣະ​ອົງ​ຄື​ສາດ​ສະ​ດາ​ຜູ້​ນັ້ນ, ແມ່ນ​ແຕ່​ອີລາຍ, ຜູ້​ໄດ້​ມາ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ຍິ່ງ​ໃຫຍ່​ກວ່າ​ຂ້າ​ພະ​ເຈົ້າ, ຜູ້​ຊຶ່ງ​ແມ່ນ​ແຕ່​ສາຍ​ເກີບ​ຂອງ​ເພິ່ນ ຂ້າ​ພະ​ເຈົ້າ​ກໍ​ບໍ່​ສົມ​ຄວນ​ຈະ​ແກ້​ໃຫ້, ຫລື ຕຳ​ແໜ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ມີ​ວັນ​ຈະ​ເໝາະ​ສົມ ເພາະ​ພຣະ​ອົງ​ຈະ​ໃຫ້​ບັບຕິ​ສະມາ, ບໍ່​ພຽງ​ແຕ່​ດ້ວຍ​ນ້ຳ​ເທົ່າ​ນັ້ນ, ແຕ່​ດ້ວຍ​ໄຟ, ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ.

29 ມື້​ຕໍ່​ມາ ໂຢຮັນ​ໄດ້​ເຫັນ​ພຣະ​ເຢຊູ​ມາ​ຫາ​ລາວ, ແລະ ກ່າວ​ວ່າ ຈົ່ງ​ເບິ່ງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ຮັບ​ເອົາ​ບາບ​ກຳ​ຂອງ​ໂລກ​ໄປ!

30 ແລະ ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ພຣະ​ອົງ​ແກ່​ຜູ້​ຄົນ ໂດຍ​ກ່າວ​ວ່າ ນີ້​ຄື​ພຣະ​ອົງ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໄວ້; ຊາຍ​ຄົນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ກວ່າ​ຂ້າ​ພະ​ເຈົ້າ ຈະ​ມາ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ; ເພາະ​ພຣະ​ອົງ​ໄດ້​ເປັນ​ຢູ່​ກ່ອນ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ຊາວ​ອິດສະ​ຣາເອນ; ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມາ​ໃຫ້​ບັບຕິ​ສະມາ​ດ້ວຍ​ນ້ຳ.

31 ແລະ ໂຢຮັນ​ໄດ້​ກ່າວ​ເປັນ​ພະຍານ​ບອກ​ວ່າ ເມື່ອ​ພຣະ​ອົງ​ໄດ້​ຮັບ​ບັບຕິ​ສະມາ​ຈາກ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ວິນ​ຍານ​ສະ​ເດັດ​ລົງ​ມາ​ຈາກ​ສະຫວັນ​ດັ່ງ​ນົກ​ເຂົາ, ແລະ ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ.

32 ແລະ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ພຣະ​ອົງ; ເພາະ ພຣະ​ອົງ​ໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ໃຫ້​ບັບຕິ​ສະມາ​ດ້ວຍ​ນ້ຳ, ພຣະ​ອົງ​ດຽວ​ກັນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ ຢູ່​ເທິງ​ຜູ້​ນັ້ນ ເຈົ້າ​ຈະ​ເຫັນ​ພຣະ​ວິນ​ຍານ​ສະ​ເດັດ​ລົງ​ມາ, ແລະ ສະ​ຖິດ​ຢູ່​ເທິງ​ເພິ່ນ, ແລະ ຄົນ​ນັ້ນ​ຄື​ຜູ້​ທີ່​ໃຫ້​ບັບຕິ​ສະມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

33 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ, ແລະ ເປັນ​ພະຍານ​ວ່າ ນີ້​ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

34 ສິ່ງ​ເຫລົ່າ​ນີ້ ໄດ້​ຖືກ​ກະ​ທຳ​ໄປ​ໃນ​ເບັດທາ​ບາຣາ, ເລີຍ​ຈາກ​ແມ່​ນ້ຳ​ຈໍແດນ​ໄປ, ບ່ອນ​ທີ່​ໂຢຮັນ​ໃຫ້​ບັບຕິ​ສະມາ.

ປຈສ, ໂຢຮັນ 1:42. ປຽບ​ທຽບ​ໃສ່​ກັບ ໂຢຮັນ 1:42

ເກຟາ ໝາຍ​ເຖິງ “ຜູ້​ພະ​ຍາ​ກອນ” ຫລື “ຫີນ.”

42 ແລະ ລາວ​ໄດ້​ພາ​ຊາຍ​ຄົນ​ໜຶ່ງ​ໄປ​ຫາ​ພຣະ​ເຢຊູ. ແລະ ເມື່ອ​ພຣະ​ເຢຊູ​ເບິ່ງ​ລາວ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ວ່າ ເຈົ້າ​ຊື່​ຊີໂມນ, ລູກ​ຂອງ​ໂຢນາ, ແຕ່​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ ເກຟາ, ຊຶ່ງ​ແປ​ວ່າ ຜູ້​ພະ​ຍາ​ກອນ, ຫລື ຫີນ. ແລະ ພວກ​ເຂົາ​ເປັນ​ຄົນ​ຫາ​ປາ. ແລະ ພວກ​ເຂົາ​ໄດ້​ປະ​ທຸກ​ສິ່ງ​ທັນ​ທີ, ແລະ ໄດ້​ຕິດ​ຕາມ​ພຣະ​ເຢຊູ​ໄປ.