ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ຢາ​ໂກ​ໂບ 2


ປຈສ, ຢາ​ໂກ​ໂບ 2:1. ປຽບ​ທຽບ​ໃສ່​ກັບ ຢາ​ໂກ​ໂບ 2:1

ສະມາ​ຊິກ​ບໍ່​ຄວນ​ນັບ​ຖື​ຄົນ​ໜຶ່ງ​ສູງ​ກວ່າ​ອີກ​ຄົນ​ໜຶ່ງ.

1 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ພວກ​ທ່ານ​ບໍ່​ສາ​ມາດມີ​ສັດທາ​ເຖິງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ລັດ​ສະ​ໝີ​ພາບ, ແລະ ຍັງເລືອກ​ໜ້າ​ຄົນ.

ປຈສ, ຢາ​ໂກ​ໂບ 2:14–21. ປຽບ​ທຽບ​ໃສ່​ກັບ ຢາ​ໂກ​ໂບ 2:14–22

ສັດທາ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ກໍ​ໄຮ້​ຜົນ ແລະ ບໍ່​ສາ​ມາດ​ລອດ​ພົ້ນ.

14 ຈະ​ມີປະ​ໂຫຍດ​ຫຍັງ, ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຖ້າຄົນ​ໜຶ່ງຈະເວົ້າ​ວ່າ ຕົນ​ມີ​ສັດທາ, ແຕ່​ບໍ່​ມີ​ການ​ປະ​ຕິ​ບັດ? ສັດທາ​ຈະ​ເຮັດ​ໃຫ້​ລາວ​ລອດ​ພົ້ນ​ໄດ້​ບໍ?

15 ແທ້​ຈິງ​ແລ້ວ, ຄົນ​ໜຶ່ງ​ອາດ​ເວົ້າ​ວ່າ, ຂ້ອຍ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ ຂ້ອຍ​ມີ​ສັດທາ ຊຶ່ງ​ບໍ່​ມີ​ການ​ປະ​ຕິ​ບັດ; ແຕ່​ເຮົາ​ເວົ້າ​ວ່າ, ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ສັດທາ​ຂອງ​ເຈົ້າ ຊຶ່ງ​ບໍ່​ມີ​ການ​ປະ​ຕິ​ບັດ, ແລະ ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ສັດທາ​ຂອງ​ເຮົາ ດ້ວຍ​ການ​ປະ​ຕິ​ບັດ​ຂອງ​ເຮົາ.

16 ເພາະຖ້າ​ພີ່​ນ້ອງ​ຊາຍ​ຍິງ​ຄົນ​ໃດ ບໍ່​ມີ​ເຄື່ອງ​ນຸ່ງ​ຫົ່ມ ແລະ ຂາດ​ເຂີນ​ອາຫານ​ປະ​ຈຳ​ວັນ, ແລະ ມີ​ຄົນ​ໃດ​ໃນ​ພວກ​ເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ ຂໍ​ໃຫ້​ອົບ​ອຸ່ນ ແລະ ກິນ​ອີ່ມ; ແຕ່ເຂົາບໍ່​ໄດ້​ໃຫ້​ສິ່ງ​ຂອງ​ທີ່​ຕ້ອງ​ການ​ສຳ​ລັບ​ຕົວ​ນັ້ນ; ສັດທາ​ຂອງ​ເຈົ້າຈະ​ເປັນ​ປະ​ໂຫຍດ​ອັນ​ໃດແກ່​ສິ່ງ​ນີ້?

17 ຢ່າງ​ນັ້ນ​ແຫລະ ສັດທາ​ກໍ​ຢ່າງ​ດຽວ​ກັນ, ຖ້າ​ບໍ່ມີການ​ປະ​ຕິ​ບັດ ກໍ​ຕາຍ​ແລ້ວ.

18 ສະນັ້ນ ໂອ້ ຄົນ​ໂງ່​ເອີຍ, ເຈົ້າ​ຮູ້​ບໍ​ວ່າ ສັດທາ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ນັ້ນ​ກໍ​ໄຮ້​ຜົນ ແລະ ບໍ່​ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ລອດ?

19 ພວກ​ເຈົ້າ​ທີ່​ເຊື່ອ​ວ່າ ມີ​ພຣະ​ເຈົ້າ​ຢູ່​ອົງ​ດຽວ ກໍ​ດີ​ຢູ່​ແລ້ວ; ສ່ວນ​ພວກ​ຜີ​ມານ​ຮ້າຍ​ກໍ​ເຊື່ອ​ເໝືອນ​ກັນ, ແລະ ຢ້ານ​ຈົນ​ຕົວ​ສັ່ນ; ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ຕົວ​ເອງ​ເປັນ​ຄື​ກັນ​ກັບ​ພວກ​ມັນ, ໂດຍ​ທີ່​ເປັນ​ຄົນ​ບໍ່​ຊອບ​ທຳ.

20 ອັບ​ຮາ​ຣາມ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ເປັນ​ຄົນ​ຊອບ​ທຳ ໂດຍ​ການ​ປະ​ຕິ​ບັດ, ໃນ​ການ​ຖວາຍ​ອີຊາກ​ລູກ​ຊາຍ​ຂອງ​ເພິ່ນ​ເທິງ​ແທ່ນ​ບູຊາ.

21 ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ການ​ປະ​ຕິ​ບັດກໍ​ໄປ​ຄວບ​ຄູ່​ກັບສັດທາຂອງ​ເພິ່ນ, ແລະ ໂດຍ​ການ​ປະ​ຕິ​ບັດ ສັດທາ​ຂອງ​ເພິ່ນ​ຈຶ່ງ​ເຮັດ​ໃຫ້​ດີ​ຄົບ​ຖ້ວນ​ໄດ້.