2. ການອົບພະຍົບຂອງຊາວອິດສະຣາເອນຈາກເອຢິບ ແລະ ເຂົ້າໄປໃນການາອານ
ໜ
ເຄື່ອງໝາຍໃຊ້ແທນ
ເສັ້ນທາງທີ່ອາດໃຊ້ເດີນອົບພະຍົບ
ອາອີ
ແມ່ນ້ຳຈໍແດນ
ກິນການ
ພູເນໂບ
ເຢຣິໂກ
ເຢຣູຊາເລັມ
ດີໂບນ
ເຮັບໂຣນ
ທະເລເກືອ (ທະເລຕາຍ)
ອາກໂນນ
ທະເລໃຫຍ່ (ທະເລເມດີແຕຣາເນ)
ກາສາ
ການາອານ
ອາຣັດ
ໂມອາບ
ຟີລິດສະຕິນ
ເບເອນເຊບາ
ເສເຣັດ
ແມ່ນ້ຳຂອງເອຢິບ
ຖິ່ນແຫ້ງແລ້ງກັນດານສິນ
ເອໂດມ
ຫລ່ຽມນິນ
ຣາມາເຊັດ (ຕານິດ)
ຖິ່ນແຫ້ງແລ້ງກັນດານຊູເຣ
ກາເດັດ-ບາກເນອາ
ພູໂຮເຣ
ໂກເຊັນ
ປີທົມ
ຊຸກໂກດ
ເອຢິບ
ຖິ່ນແຫ້ງແລ້ງກັນດານປາຣານ
ອາຣາບາ (ຫ່ອມພູຣິບ)
ຖິ່ນແຫ້ງແລ້ງກັນດານພາກຕາເວັນອອກ
ອອນ (ເຮລີໂອໂປລິດ)
ປີຮາຮີໂຣດ?
ຖິ່ນແຫ້ງແລ້ງກັນດານເອທາມ
ແຈແຫລມຊີນາຍ
ເອຊີໂອນເກເບ
ໂນຟາ (ມຳຟິດ)
ແມ່ນ້ຳນິນ
ມາຣາ?
ເອລິມ?
ອ່າວຊູດ
ຖິ່ນແຫ້ງແລ້ງກັນດານຊິນ
ຖິ່ນແຫ້ງແລ້ງກັນດານຊີນາຍ
ຄ້າຍພັກໃນຖິ່ນແຫ້ງແລ້ງກັນດານ
ມີດີອານ
ໂດບຟະກາ?
ເຣຟີດີມ?
ອ່າວອາກາບາ
ພູຊີນາຍ? (ໂຮເຣັບ)
ທະເລແດງ
ກິໂລແມັດ
0 40 80 120
ກ ຂ ຄ ງ
1 2 3 4
1
2
3
4
5
6
7
8
9
10
11
12
13
14
15
16
17
18
-
ຣາມາເຊັດ ຊາວອິດສະຣາເອນຖືກຂັບໄລ່ອອກຈາກເອຢິບ (ອພຍ 12; ຈບຊ 33:5).
-
ຊຸກໂກດ ຫລັງຈາກຊາວເຮັບເຣີໄດ້ໜີຈາກຄ້າຍພັກທຳອິດນີ້ແລ້ວ, ພຣະຜູ້ເປັນເຈົ້າໄດ້ຊີ້ທາງພວກເຂົາໄປ ດ້ວຍເສົາເມກໃນເວລາກາງເວັນ ແລະ ດ້ວຍເລົາໄຟໃນເວລາກາງຄືນ (ອພຍ 13:20–22).
-
ປີຮາຮີໂຣດ ຊາວອິດສະຣາເອນໄດ້ເດີນຂ້າມທະເລແດງ (ອພຍ 14; ຈບຊ 33:8).
-
ມາຣາ ພຣະຜູ້ເປັນເຈົ້າໄດ້ປ່ຽນແປງນ້ຳທີ່ມາຣາ (ອພຍ 15:23–26).
-
ເອລິມ ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ໃກ້ບໍ່ນ້ຳ 12 ແຫ່ງ (ອພຍ 15:27).
-
ຖິ່ນແຫ້ງແລ້ງກັນດານຊິນ ພຣະຜູ້ເປັນເຈົ້າໄດ້ສົ່ງມານາ ແລະ ນົກຂຸ້ມ ມາລ້ຽງດູຊາວອິດສະຣາເອນ (ອພຍ 16).
-
ເຣຟີດິມ ຊາວອິດສະຣາເອນໄດ້ເຮັດເສິກກັບຊາວອາມາເຫລັກ (ອພຍ 17:8–16).
-
ພູຊີນາຍ (ພູໂຮເຣັບ ຫລື ເຈເບນ ມູສາ) ພຣະຜູ້ເປັນເຈົ້າໄດ້ເປີດເຜີຍພຣະບັນຍັດສິບປະການ (ອພຍ 19–20).
-
ຖິ່ນແຫ້ງແລ້ງກັນດານຊີນາຍ ຊາວອິດສະຣາເອນໄດ້ສ້າງສະຖານທີ່ນະມັດສະການ (ອພຍ 25–30).
-
ຄ້າຍພັກໃນຖິ່ນແຫ້ງແລ້ງກັນດານ ພວກແອວເດີເຈັດສິບຄົນໄດ້ຖືກເອີ້ນໃຫ້ຊ່ວຍເຫລືອໂມເຊ ປົກຄອງປະຊາຊົນ (ຈບຊ 11:16–17).
-
ເອຊີໂອນເກເບ ຊາວອິດສະຣາເອນໄດ້ເດີນຜ່ານແຜ່ນດິນເອຊາວ ແລະ ອຳໂມນ ໄປຢ່າງສັນຕິ (ພບຍ 2).
-
ກາເດັດ-ບາກເນອາ ໂມເຊໄດ້ສົ່ງນັກສືບໄປຫາແຜ່ນດິນແຫ່ງຄຳສັນຍາ; ຊາວອິດສະຣາເອນໄດ້ກະບົດ ແລະ ບໍ່ສາມາດເຂົ້າໄປໃນ; ກາເດັດໄດ້ເປັນຄ້າຍພັກໃຫຍ່ຂອງຊາວອິດສະຣາເອນ ເປັນເວລາຫລາຍປີ (ຈບຊ 13:1–3, 17–33; 14; 32:8; ພບຍ 2:14).
-
ຖິ່ນແຫ້ງແລ້ງກັນດານພາກຕາເວັນອອກ ຊາວອິດສະຣາເອນໄດ້ຫລີກເວັ້ນຈາກການຕໍ່ສູ້ກັບຊາວເອໂດມ ແລະ ຊາວໂມອາບ (ຈບຊ 20:14–21; 22–24).
-
ແມ່ນ້ຳອາກໂນນ ຊາວອິດສະຣາເອນໄດ້ທຳລາຍຊາວອາໂມ ຜູ້ໄດ້ຕໍ່ສູ້ກັບພວກເຂົາ (ພບຍ 2:24–37).
-
ພູເນໂບ ໂມເຊໄດ້ຫລຽວເບິ່ງແຜ່ນດິນແຫ່ງຄຳສັນຍາ (ພບຍ 34:1–4). ໂມເຊໄດ້ກ່າວເທດສະໜາສາມເທື່ອສຸດທ້າຍຂອງເພິ່ນ (ພບຍ 1–32).
-
ທົ່ງພຽງໂມອາບ ພຣະຜູ້ເປັນເຈົ້າໄດ້ບອກຊາວອິດສະຣາເອນໃຫ້ແບ່ງປັນດິນແດນ ແລະ ຂັບໄລ່ຜູ້ອາໄສຢູ່ໃນນັ້ນອອກໄປ (ຈບຊ 33:50–56).
-
ແມ່ນ້ຳຈໍແດນ ຊາວອິດສະຣາເອນໄດ້ຂ້າມແມ່ນ້ຳຈໍດອນໄປເທິງແຜ່ນດິນແຫ້ງ. ໃກ້ກິນການ, ກ້ອນຫີນຈາກພື້ນແມ່ນ້ຳຈໍແດນໄດ້ຖືກຕັ້ງໄວ້ເປັນອະນຸສອນ ເຖິງການແຍກແມ່ນ້ຳຈໍແດນອອກເປັນສອງ (ຢຊ 3:1–5:1).
-
ເຢຣິໂກ ລູກຫລານຂອງອິດສະຣາເອນໄດ້ຍຶດຄອງ ແລະ ໄດ້ທຳລາຍເມືອງ (ຢຊ 6).