13. ການເດີນທາງໄປເຜີຍແຜ່ຂອງອັກຄະສາວົກໂປໂລ
ໜ
ເຄື່ອງໝາຍໃຊ້ແທນ
ການເດີນທາງຄັ້ງທຳອິດ
ການເດີນທາງຄັ້ງທີສອງ
ການເດີນທາງຄັ້ງທີສາມ
ການເດີນທາງໄປກຸງໂຣມ
ອີຕາລີ
ທະເລດຳ
ໂຣມ
ມາເກໂດເນຍ
ປົນໂຕ
ສາລາສາມຫລັງ
ບີທີເນຍ
ຕະຫລາດອາປີໂອ
ເທສະໂລນິກ
ຟີລິບປອຍ
ໂປຕີໂອລີ
ໂທອາດ
ເບເຣຍ
ຄາລາເຕຍ
ຊາໂມຕາເກ
ມີເຊຍ
ເອເຊຍ
ເປກາມຳ
ກາປາໂດເກຍ
ອັນຕີໂອເຂຍ
ລີເດຍ
ຟີເຄຍ
ຊະມີນາ
ອີໂກນີອົມ
ຕາໂຊ
ຂີໂອ
ເອເຟໂຊ
ປີຊີເດຍ
ລີສະຕຣາ
ອາແຖນ
ໂກຣິນໂທ
ລາວດີເກອາ
ເຣຄີໂອມ
ອະຂາຢາ
ມີເລໂຕ
ປຳຟີເລຍ
ເດຣະເບ
ລີເກຍ
ເປກາ
ອັນຕີໂອເຂຍ
ປັດໂມ
ກີລີເກຍ
ຊີຣະກູ
ມີຣາ
ກະນີໂດ
ໂຣໂດ
ໄຊປຣັດ
ຊາລາມີ
ເມລິຕາ (ມັນຕາ)
ກະເຣເຕ
ປາໂຟ
ຊີໂດນ
ຊີເຣຍ
ຕີເຣ
ງາມ
ໂປນີເຊຍ
ດາມັສກັດ
ປະໂຕເລມາຍ
ທະເລເມດີແຕຣາເນ
ກາຍຊາເຣຍ
ຊາມາເຣຍ
ຢົບປາ
ເຢຣູຊາເລັມ
ກາສາ
ກີເຣເນ
ອາເລັກຊັນເດຍ
ເອຢິບ
ລີເບຍ
ກິໂລແມັດ
0 100 200 300 400
ກ ຂ ຄ ງ ຈ ສ ຊ ຍ
1 2 3 4
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
-
ກາສາ ຟີລິບໄດ້ສັ່ງສອນເຖິງພຣະຄຣິດ ແລະ ໄດ້ບັບຕິສະມາໃຫ້ຂ້າຣາຊການຊາວເອທິໂອເປຍຄົນໜຶ່ງ ຕອນລາວເດີນທາງໄປກາສາ (ກຈກ 8:26–39).
-
ເຢຣູຊາເລັມ ເບິ່ງ ແຜນທີ່ 12 ສຳລັບເຫດການໃນເຢຣູຊາເລັມ.
-
ຢົບປາ ເປໂຕໄດ້ຮັບພາບນິມິດ ວ່າພຣະເຈົ້າໄດ້ມອບຂອງປະທານແຫ່ງການກັບໃຈ ໃຫ້ແກ່ຄົນຕ່າງຊາດ (ກຈກ 10; 11:5–18). ເປໂຕໄດ້ນຳຕາບີທາໃຫ້ເປັນຄືນມາມີຊີວິດ (ກຈກ 9:36–42).
-
ຊາມາເຣຍ ຟີລິບໄດ້ປະຕິບັດສາດສະໜາກິດໃນຊາມາເຣຍ (ກຈກ 8:5–13), ແລະ ຕໍ່ມາເປໂຕ ແລະ ໂຢຮັນ ໄດ້ສອນຢູ່ທີ່ນີ້ (ກຈກ 8:14–25). ຫລັງຈາກເຂົາເຈົ້າໄດ້ມອບຂອງປະທານແຫ່ງພຣະວິນຍານບໍລິສຸດແລ້ວ, ຊີໂມນໝໍເວດມົນຄາຖາ ໄດ້ຂໍຊື້ຂອງປະທານຈາກເຂົາເຈົ້າ (ກຈກ 8:9–24).
-
ກາຍຊາເຣຍ ຢູ່ບ່ອນນີ້, ຫລັງຈາກທູດອົງໜຶ່ງໄດ້ປະຕິບັດສາດສະໜາກິດແກ່ນາຍຮ້ອຍຄົນໜຶ່ງຊື່ ໂກເນລີໂອ, ເປໂຕໄດ້ອະນຸຍາດໃຫ້ລາວຮັບບັບຕິສະມາ (ກຈກ 10). ຢູ່ບ່ອນນີ້ໂປໂລໄດ້ກ່າວແກ້ຄະດີຢູ່ຕໍ່ໜ້າອັກຄຣີປາ (ກຈກ 25–26; ເບິ່ງ ຈສ—ປ 1:24–25 ນຳອີກ).
-
ດາມັສກັດ ພຣະເຢຊູໄດ້ປະກົດຕໍ່ໂຊໂລ (ກຈກ 9:1–7). ຫລັງຈາກອານາເນຍໄດ້ປິ່ນປົວຕາຂອງໂຊໂລໃຫ້ເຫັນໄດ້ອີກແລ້ວ, ໂຊໂລກໍໄດ້ຮັບບັບຕິສະມາ ແລະ ໄດ້ເລີ່ມຕົ້ນການປະຕິບັດສາດສະໜາກິດຂອງເພິ່ນ (ກຈກ 9:10–27).
-
ອັນຕີໂອເຂຍ (ໃນ ຊີເຣຍ) ຢູ່ບ່ອນນີ້ ສານຸສິດຖືກເອີ້ນວ່າ ຊາວຄຣິດສະຕຽນ ເປັນເທື່ອທຳອິດ (ກຈກ 11:26). ອາຄະໂບໄດ້ທຳນາຍເຖິງຄວາມອຶດຢາກ (ກຈກ 11:27–28). ການແຕກແຍກຢ່າງໃຫຍ່ໄດ້ເກີດຂຶ້ນທີ່ອັນຕີໂອເຂຍ ເລື່ອງພິທີຕັດ (ກຈກ 14:26–28; 15:1–9). ໃນອັນຕີໂອເຂຍ ໂປໂລໄດ້ເລີ່ມຕົ້ນ ການເຜີຍແຜ່ເທື່ອທີສອງຂອງເພິ່ນ ພ້ອມດ້ວຍ ຊີລາ, ບາຣະນາບາ, ແລະ ຢູດາ ບາຣະຊັບບາ (ກຈກ 15:22, 30, 35).
-
ຕາໂຊ ບ້ານເກີດຂອງໂປໂລ; ພວກອ້າຍນ້ອງໄດ້ສົ່ງໂປໂລມາບ່ອນນີ້ ເພື່ອຊ່ວຍປົກປ້ອງຊີວິດເພິ່ນ (ກຈກ 9:29–30).
-
ໄຊປຣັດ ຫລັງຈາກໄດ້ຖືກຂົ່ມເຫັງ, ໄພ່ພົນຂອງພຣະເຈົ້າບາງຈຳນວນໄດ້ໜີມາຫາເກາະນີ້ (ກຈກ 11:19). ໂປໂລໄດ້ເດີນທາງຜ່ານໄຊປຣັດໄປ ຕອນເພິ່ນໄປເຜີຍແຜ່ເທື່ອທຳອິດຂອງເພິ່ນ (ກຈກ 13:4–5), ຕໍ່ມາ ບາຣະນາບາ ແລະ ມາຣະໂກ ກໍໄດ້ເຮັດແນວນີ້ຄືກັນ (ກຈກ 15:39).
-
ປາໂຟ ໂປໂລໄດ້ສາບແຊ່ງໝໍເວດມົນຄາຖາຢູ່ບ່ອນນີ້ (ກຈກ 13:6–11).
-
ເດຣະເບ ໂປໂລ ແລະ ບາຣະນາບາໄດ້ສັ່ງສອນພຣະກິດຕິຄຸນ ໃນເມືອງນີ້ (ກຈກ 14:6–7, 20–21).
-
ລີສະຕຣາ ເມື່ອໂປໂລໄດ້ປິ່ນປົວຄົນໜຶ່ງທີ່ເປັນເປ້ຍແລ້ວ, ເພິ່ນກັບບາຣະນາບາໄດ້ຖືກຍ້ອງຍໍວ່າເປັນເທບພຣະເຈົ້າ. ໂປໂລໄດ້ຖືກແກວ່ງກ້ອນຫີນໃສ່ ແລະ ຜູ້ຄົນຄິດວ່າເພິ່ນໄດ້ຕາຍແລ້ວ ແຕ່ເພິ່ນໄດ້ຟື້ນຂຶ້ນມາ ແລະ ໄດ້ສັ່ງສອນຕໍ່ໄປ (ກຈກ 14:6–21). ບ້ານຂອງຕີໂມທຽວ (ກຈກ 16:1–3).
-
ອີໂກນີອົມ ໃນການໄປເຜີຍແຜ່ເທື່ອທຳອິດຂອງພວກເພິ່ນ, ໂປໂລກັບບາຣະນາບາ ໄດ້ສັ່ງສອນຢູ່ບ່ອນນີ ແລະ ໄດ້ຖືກຂົ່ມຂູ່ວ່າຈະແກວ່ງກ້ອນຫີນໃສ່ພວກເພິ່ນ (ກຈກ 13:51–14:7).
-
ລາວດີເກອາ ແລະ ໂກໂລຊາຍ ລາວດີເກອາເປັນສາຂາແຫ່ງໜຶ່ງຂອງສາດສະໜາຈັກ ທີ່ໂປໂລໄດ້ໄປຢ້ຽມຢາມ ແລະ ໄດ້ຮັບຈົດໝາຍຈາກ (ກລຊ 4:16). ມັນຍັງເປັນເມືອງໜຶ່ງ ໃນຈຳນວນເຈັດເມືອງ ທີ່ລະບຸໄວ້ໃນ ໜັງສືພຣະນິມິດ (ເມືອງອື່ນໆແມ່ນ ເອເຟໂຊ, ຊະມີນາ, ເປຄາໂມ, ທົວເຕຣາ, ຊາເດ, ແລະ ຟີລາແດວເຟຍ; ເບິ່ງ ພນມ 1:11). ໂກໂລຊາຍຢູ່ຫ່າງໄປທາງຕາເວັນອອກຂອງລາວດີເກອາ ປະມານ 18 ກິໂລແມັດ. ໂປໂລໄດ້ຂຽນເຖິງໄພ່ພົນຂອງພຣະເຈົ້າ ຜູ້ອາໄສຢູ່ບ່ອນນີ້.
-
ອັນຕີໂອເຂຍ (ໃນ ປີຊີເດຍ) ໃນການໄປເຜີຍແຜ່ເທື່ອທຳອິດຂອງພວກເພິ່ນ, ໂປໂລກັບບາຣະນາບາ ໄດ້ສອນຊາວຢິວວ່າ ພຣະຄຣິດມາຈາກຕະກຸນຂອງດາວິດ. ໂປໂລໄດ້ມອບພຣະກິດຕິຄຸນໃຫ້ຊາວອິດສະຣາເອນ, ແລ້ວໃຫ້ຄົນຕ່າງຊາດ. ໂປໂລກັບບາຣະນາບາໄດ້ຖືກຂົ່ມເຫັງ ແລະ ຖືກຂັບໄລ່ (ກຈກ 13:14–50).
-
ມີເລໂຕ ໃນຂະນະທີ່ເພິ່ນໄປເຜີຍແຜ່ເທື່ອທີສາມຂອງເພິ່ນ, ໂປໂລໄດ້ເຕືອນພວກຜູ້ເຖົ້າແກ່ຂອງສາດສະໜາຈັກວ່າ ຈະມີ “ຝູງໝາໄນທີ່ຮ້າຍກາດ” ເຂົ້າມາໃນທ່າມກາງເຂົາເຈົ້າ (ກຈກ 20:29–31).
-
ປັດໂມ ໂຢຮັນໄດ້ຖືກຈັບເຂົ້າຄຸກ ຢູ່ໃນເກາະນີ້ ຕອນເພິ່ນໄດ້ຮັບພາບນິມິດ ຊຶ່ງຕອນນີ້ບັນຈຸຢູ່ໃນ ໜັງສືພຣະນິມິດ (ພນມ 1:9).
-
ເອເຟໂຊ ອາໂປໂລໄດ້ສັ່ງສອນຢູ່ບ່ອນນີ້ດ້ວຍພະລັງ (ກຈກ 18:24–28). ໂປໂລ, ຕອນໄປເຜີຍແຜ່ເທື່ອທີສາມຂອງເພິ່ນ, ໄດ້ສອນຢູ່ໃນເມືອງເອເຟໂຊ ເປັນເວລາສອງປີ, ໄດ້ປ່ຽນໃຈຫລາຍຄົນ (ກຈກ 19:10, 18). ຢູ່ບ່ອນນີ້ ເພິ່ນໄດ້ມອບຂອງປະທານແຫ່ງພຣະວິນຍານບໍລິສຸດ ໂດຍການວາງມື (ກຈກ 19:1–7) ແລະ ໄດ້ເຮັດສິ່ງມະຫັດສະຈັນຫລາຍຢ່າງ, ລວມທັງການຂັບໄລ່ຜີມານຮ້າຍ (ກຈກ 19:8–21). ຢູ່ບ່ອນນີ້ ຜູ້ທີ່ນະມັດສະການພຣະອາເຕມາ ໄດ້ສ້າງຄວາມບໍ່ສະຫງົບຕໍ່ຕ້ານໂປໂລ (ກຈກ 19:22–41). ພາກສ່ວນໜຶ່ງຂອງ ໜັງສືພຣະນິມິດ ໄດ້ຂຽນເຖິງສາດສະໜາຈັກ ທີ່ເມືອງເອເຟໂຊ (ພນມ 1:11).
-
ໂທອາດ ໃນຂະນະທີ່ໂປໂລຢູ່ບ່ອນນີ້ ໃນການເດີນທາງເຜີຍແຜ່ເທື່ອທີສອງຂອງເພິ່ນ, ເພິ່ນໄດ້ເຫັນພາບນິມິດ ກ່ຽວກັບຊາຍມາເກໂດເນຍຄົນໜຶ່ງ ຂໍຄວາມຊ່ວຍເຫລືອ (ກຈກ 16:9–12). ໃນຂະນະທີ່ເພິ່ນຢູ່ໃນການເຜີຍແຜ່ເທື່ອທີສາມຂອງເພິ່ນ, ໂປໂລໄດ້ໂຜດຢູຕີໂຂໃຫ້ເປັນຄືນມາມີຊີວິດ (ກຈກ 20:6–12).
-
ຟີລິບປອຍ ໂປໂລ, ຊີລາ, ແລະ ຕີໂມທຽວ ໄດ້ປ່ຽນໃຈຜູ້ຍິງຄົນໜຶ່ງຊື່ວ່າ ລີເດຍ, ໄດ້ຂັບໄລ່ຜີມາຮ້າຍ, ແລະ ໄດ້ຖືກຂ້ຽນຕີ (ກຈກ 16:11–23). ພວກເພິ່ນໄດ້ຮັບຄວາມຊ່ວຍເຫລືອຈາກສະຫວັນ ເພື່ອໃຫ້ໜີອອກຈາກຄຸກ (ກຈກ 16:23–26).
-
ອາແຖນ ໃນຂະນະທີ່ໂປໂລຢູ່ໃນການເຜີຍແຜ່ເທື່ອທີສອງຂອງເພິ່ນ ທີ່ອາແຖນ, ເພິ່ນໄດ້ສິດສອນ ຢູ່ທີ່ປະຊຸມຂອງສະພາ (ເອເລໂອປາໂຂ) ກ່ຽວກັບ “ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ” (ກຈກ 17:22–34).
-
ໂກຣິນໂທ ໂປໂລໄດ້ໄປເມືອງໂກຣິນໂທໃນການເຜີຍແຜ່ເທື່ອທີສອງຂອງເພິ່ນ, ບ່ອນທີ່ເພິ່ນໄດ້ພັກເຊົານຳ ອາກິລາ ແລະ ປີຊະກີລາ. ເພິ່ນໄດ້ສັ່ງສອນຢູ່ບ່ອນນີ້ ແລະ ໄດ້ໃຫ້ບັບຕິສະມາຫລາຍຄົນ (ກຈກ 18:1–18). ຈາກໂກຣິນໂທ, ໂປໂລໄດ້ຂຽນສານເຖິງຊາວໂຣມ.
-
ເທສະໂລນິກ ໂປໂລໄດ້ສັ່ງສອນຢູ່ບ່ອນນີ້ ລະຫວ່າງການເດີນທາງເຜີຍແຜ່ເທື່ອທີສອງຂອງເພິ່ນ. ກຸ່ມເຜີຍແຜ່ຂອງເພິ່ນໄດ້ອອກເດີນທາງໄປເມືອງເບເຣຍ ຫລັງຈາກຊາວຢິວໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ພວກເພິ່ນ (ກຈກ 17:1–10).
-
ເບເຣຍ ໂປໂລ, ຊີລາ, ແລະ ຕີໂມທຽວ ໄດ້ພົບເຫັນຫລາຍຄົນທີ່ມີຈິດໃຈສູງສົ່ງ ໃນລະຫວ່າງການເດີນທາງເຜີຍແຜ່ເທື່ອທີສອງຂອງໂປໂລ. ຊາວຢິວຈາກເມືອງເທສະໂລນິກໄດ້ຕິດຕາມມາ ແລະ ໄດ້ຂົ່ມເຫັງພວກເພິ່ນ (ກຈກ 17:10–13).
-
ມາເກໂດເນຍ ໂປໂລໄດ້ສອນຢູ່ບ່ອນນີ້ ໃນລະຫວ່າງການເດີນທາງເທື່ອທີສອງ ແລະ ທີສາມຂອງເພິ່ນ (ກຈກ 16:9–40; 19:21). ໂປໂລໄດ້ສັນລະເສີນຄວາມເພື່ອແຜ່ຂອງໄພ່ພົນຂອງພຣະເຈົ້າຢູ່ແຂວງມາເກໂດເນຍ, ຜູ້ໄດ້ຄ້ຳຈູນເພິ່ນ ແລະ ໄພ່ພົນທີ່ຍາກຈົນຂອງພຣະເຈົ້າ ທີ່ເຢຣູຊາເລັມ (ໂຣມ 15:26; 2 ກຣທ 8:1–5; 11:9).
-
ເມລິຕາ ໂປໂລໄດ້ປະສົບກັບເຮືອຫລົ້ມຢູ່ເກາະບ່ອນນີ້ ໃນລະຫວ່າງທາງໄປກຸງໂຣມ (ກຈກ 26:32; 27:1, 41–44). ເພິ່ນບໍ່ໄດ້ຮັບອັນຕະລາຍຈາກການຖືກງູກັດ ແລະ ໄດ້ປິ່ນປົວຫລາຍຄົນທີ່ເຈັບປ່ວຍຢູ່ ເມລິຕາ (ກຈກ 28:1–9).
-
ໂຣມ ໂປໂລໄດ້ສັ່ງສອນຢູ່ບ່ອນນີ້ເປັນເວລາສອງປີ ໃນເຮືອນທີ່ເພິ່ນຖືກສັ່ງຫ້າມບໍ່ໃຫ້ອອກໄປຈາກບໍລິເວນບ້ານ (ກຈກ 28:16–31). ເພິ່ນກໍໄດ້ຂຽນສານ, ຫລື ຈົດໝາຍ, ເຖິງຊາວເອເຟໂຊ, ຊາວຟີລິບປອຍ, ແລະ ຊາວໂກໂລຊາຍ ແລະ ເຖິງຕີໂມທຽວ ແລະ ຟີເລໂມນ ໃນຂະນະທີ່ຢູ່ໃນຄຸກ ຢູ່ກຸງໂຣມ. ເປໂຕ ໄດ້ຂຽນສານສະບັບທຳອິດຈາກ “ບາບີໂລນ,” ຊຶ່ງອາດເປັນກຸງໂຣມ, ບໍ່ດົນຫລັງຈາກເນໂຣໄດ້ຂົ່ມເຫັງຊາວຄຣິດສະຕຽນໃນ ຄ.ສ. 64. ເຊື່ອກັນທົ່ວໄປວ່າ ເປໂຕ ແລະ ໂປໂລ ໄດ້ຖືກຂ້າຍ້ອນຄວາມເຊື່ອຢູ່ບ່ອນນີ້.