12. ເຢຣູຊາເລັມໃນສະໄໝຂອງພຣະເຢຊູ
ໜ
ເຄື່ອງໝາຍໃຊ້ແທນ
ເມືອງໃນສະໄໝຂອງພຣະເຢຊູ
ເຂດທີ່ມີກຳແພງອ້ອມໃນເວລາຕໍ່ມາ
ເສັ້ນທາງໄປຫາຊາມາເຣຍ
ເບສະທາ (ເມືອງໃໝ່)
ໂຄລະໂຄທາ
ສວນອຸບມຸງ
ສະນ້ຳເບັດຊະທາ
ປະຕູໜອງປາ
ປ້ອມຍາມອັນໂຕນີ
ສະນ້ຳຂອງອິດສະຣາເອນ
ສວນເຄັດເຊມາເນ
ປະຕູຊູຊາ
ປະຕູຄອກແກະ
ລະບຽງຂອງໂຊໂລໂມນ
ພຣະວິຫານ
ພູໝາກກອກເທດ
ຂົວ
ປະຕູງາມ
ເສັ້ນທາງໄປຫາເອມາອຸດ ແລະ ຢົບປາ
ສະນ້ຳຫໍສູງ
ເສັ້ນທາງໄປຫາເບັດທານີ ແລະ ເຢຣິໂກ
ຍອດພຣະວິຫານ
ວັງຮາສະໂມເນແອນ
ລະບຽງກະສັດ
ລາງລຳລຽງນ້ຳ
ວັງຂອງເຮໂຣດ
ຂັ້ນໄດໄປສູ່ພຣະວິຫານ
ບໍ່ນ້ຳກີໂຮນ
ສະນ້ຳງູໃຫຍ່
ເມືອງທາງເໜືອ
ລາງລຳລຽງນ້ຳ
ເຮືອນຂອງກາຢະຟາ
ຮູໃຕ້ດິນຂອງເຮເຊກີຢາ
ຮ່ອມພູຮິນໂນມ
ຫ້ອງຊັ້ນເທິງ
ຮ່ອມພູກິດໂຣນ
ເມືອງທາງໃຕ້
ສະນ້ຳຊີໂລອາມ
ປະຕູນ້ຳ
ເສັ້ນທາງໄປຫາເບັດເລເຮັມ ແລະ ເຮັບໂຣນ
ນ້ຳພຸເອນໂຣເກນ
ເສັ້ນທາງໄປຫາທະເລຕາຍ
ແມັດ
0 100 200 300 400
ກ ຂ ຄ ງ
1 2 3 4 5 6 7 8
1
2
3
4
5
6
7
8
8
9
10
11
12
13
14
15
16
17
18
-
ໂຄລະໂຄທາ ອາດເປັນໄປໄດ້ວ່າ ເປັນສະຖານທີ່ຄຶງພຣະເຢຊູ (ມທ 27:33–37).
-
ສວນອຸບມຸງ ອາດເປັນໄປໄດ້ວ່າ ເປັນສະຖານທີ່ສຳລັບອຸບມຸງ ບ່ອນທີ່ພຣະກາຍຂອງພຣະເຢຊູໄດ້ຖືກເອົາມາວາງໄວ້ (ຢຮ 19:38–42). ພຣະຄຣິດທີ່ໄດ້ຟື້ນຄືນພຣະຊົນແລ້ວ ໄດ້ປະກົດຕົວຕໍ່ນາງມາຣີ ໄທມັກດາລາໃນສວນ ຢູ່ນອກອຸບມຸງຂອງພຣະອົງ (ຢຮ 20:1–17).
-
ປ້ອມຍາມອັນໂຕນີ ພຣະເຢຊູອາດຖືກກ່າວຫາ, ກ່າວໂທດ, ເຍາະເຍີ້ຍ, ແລະ ຖືກຂ້ຽນຕີ ຢູ່ບ່ອນນີ້ (ຢຮ 18:28–19:16). ໂປໂລໄດ້ຖືກຈັບ ແລະ ໄດ້ເລົ່າເລື່ອງການປ່ຽນໃຈເຫລື້ອມໃສຂອງລາວ (ກຈກ 21:31–22:21).
-
ສະນ້ຳເບັດຊະທາ ພຣະເຢຊູໄດ້ປິ່ນປົວຄົນປ່ວຍຄົນໜຶ່ງໃນວັນຊະບາໂຕ (ຢຮ 5:2–9).
-
ພຣະວິຫານ ຄັບຣີເອນໄດ້ໃຫ້ສັນຍາຊາຂາຣີຢາວ່າ ນາງເອລີຊາເບັດ ຈະມີລູກຊາຍ (ລກ 1:5–25). ຜ້າກັ້ງໃນພຣະວິຫານໄດ້ຈີກອອກເປັນສອງຕ່ອນແຕ່ເທິງຮອດລຸ່ມ ຕອນພຣະຜູ້ຊ່ວຍໃຫ້ລອດສິ້ນພຣະຊົນ (ມທ 27:51).
-
ລະບຽງຂອງໂຊໂລໂມນ ພຣະເຢຊູໄດ້ປະກາດວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ. ຊາວຢິວໄດ້ພະຍາຍາມທີ່ຈະແກວ່ງກ້ອນຫີນໃສ່ພຣະອົງ (ຢຮ 10:22–39). ເປໂຕໄດ້ສັ່ງສອນເຖິງການກັບໃຈ ຫລັງຈາກໄດ້ປິ່ນປົວຊາຍເປ້ຍລ່ອຍຄົນໜຶ່ງໃຫ້ຫາຍດີ (ກຈກ 3:11–26).
-
ປະຕູງາມ ເປໂຕ ແລະ ໂຢຮັນ ໄດ້ປິ່ນປົວຊາຍເປ້ຍລ່ອຍຄົນໜຶ່ງ (ກຈກ 3:1–10).
-
ຍອດພຣະວິຫານ ພຣະເຢຊູໄດ້ຖືກຊາຕານທົດລອງ (ມທ 4:5–7). (ອາດເປັນສະຖານທີ່ແນ່ນອນສຳລັບເຫດການນີ້.)
-
ພູສັກສິດ (ບໍ່ລະບຸສະຖານທີ່)
-
ຕາມທີ່ບອກເລົ່າກັນມາ ຢູ່ບ່ອນນີ້ອັບຣາຮາມໄດ້ສ້າງແທ່ນບູຊາຂຶ້ນ ເພື່ອຖວາຍອີຊາກ (ປຖກ 22:9–14).
-
ໂຊໂລໂມນໄດ້ສ້າງພຣະວິຫານ (1 ກສ 6:1–10; 2 ຂຄ 3:1).
-
ຊາວບາບີໂລນໄດ້ທຳລາຍພຣະວິຫານ ປະມານ 587 ປີ ກ່ອນ ຄ.ສ. (2 ກສ 25:8–9).
-
ເຊຣຸບບາເບນໄດ້ສ້ອມແປງພຣະວິຫານ ປະມານ 515 ປີ ກ່ອນ ຄ.ສ. (ອຊຣ 3:8–10; 5:2; 6:14–16).
-
ເຮໂຣດໄດ້ຂະຫຍາຍລານພຣະວິຫານ ແລະ ໄດ້ສ້ອມແປງພຣະວິຫານ ເລີ່ມແຕ່ 17 ປີ ກ່ອນ ຄ.ສ. ກຸມມານນ້ອຍເຢຊູໄດ້ຖືກນຳໄປຖວາຍ (ລກ 2:22–39).
-
ເມື່ອເຖິງ 12 ພັນສາ, ພຣະເຢຊູໄດ້ສິດສອນຢູ່ໃນພຣະວິຫານ (ລກ 2:41–50).
-
ພຣະເຢຊູໄດ້ຊຳລະພຣະວິຫານ (ມທ 21:12–16; ຢຮ 2:13–17).
-
ພຣະເຢຊູໄດ້ສອນໃນພຣະວິຫານຫລາຍເທື່ອ (ມທ 21:23–23:39; ຢຮ 7:14–8:59).
-
ຊາວໂຣມພາຍໃຕ້ການປົກຄອງຂອງຕີໂຕ ໄດ້ທຳລາຍພຣະວິຫານ ໃນ ຄ.ສ. 70.
-
-
ສວນເຄັດເຊມາເນ ພຣະເຢຊູໄດ້ຮັບທຸກທໍລະມານ, ໄດ້ຖືກທໍລະຍົດ, ແລະ ໄດ້ຖືກຈັບກຸມ (ມທ 26:36–46; ລກ 22:39–54).
-
ພູໝາກກອກເທດ
-
ພຣະເຢຊູໄດ້ບອກລ່ວງໜ້າເຖິງຄວາມພິນາດຂອງເຢຣູຊາເລັມ ແລະ ພຣະວິຫານ. ພຣະອົງຍັງໄດ້ກ່າວເຖິງການສະເດັດມາຄັ້ງທີສອງນຳອີກ (ມທ 24:3–25:46; ເບິ່ງ ຈສ—ມ ນຳອີກ).
-
ຈາກບ່ອນນີ້ ພຣະເຢຊູໄດ້ຂຶ້ນສູ່ສະຫວັນ (ກຈກ 1:9–12).
-
ໃນວັນທີ 24 ເດືອນຕຸລາ, 1841, ແອວເດີ ອໍສັນ ຮາຍດ໌ ໄດ້ອຸທິດແຜ່ນດິນສັກສິດ ສຳລັບການກັບຄືນມາຂອງລູກຫລານຂອງອັບຣາຮາມ.
-
-
ບໍ່ນ້ຳກີໂຮນ ໂຊໂລໂມນໄດ້ຮັບການເຈີມໃຫ້ເປັນກະສັດ (1 ກສ 1:38–39). ເຮເຊກີຢາໄດ້ໃຫ້ຂຸດຮູໃຕ້ດິນ ເພື່ອນຳນ້ຳຈາກບໍ່ນ້ຳເຂົ້າມາໃນເມືອງ (2 ຂຄ 32:30).
-
ປະຕູນ້ຳ ເອຊະຣາໄດ້ອ່ານ ແລະ ແປກົດຂອງໂມເຊໃຫ້ແກ່ຜູ້ຄົນ (ນມຢ 8:1–8).
-
ຮ່ອມພູຮິນໂນມ ຜູ້ຄົນໄດ້ນະມັດສະການພຣະປອມຊື່ໂມເຫລັກ, ຊຶ່ງຮ່ວມດ້ວຍການຂ້າເດັກເປັນເຄື່ອງຖວາຍ (2 ກສ 23:10; 2 ຂຄ 28:3).
-
ເຮືອນຂອງກາຢະຟາ ພຣະເຢຊູໄດ້ຖືກນຳໄປຢູ່ຕໍ່ໜ້າຂອງກາຢະຟາ (ມທ 26:57–68). ເປໂຕໄດ້ປະຕິເສດວ່າລາວບໍ່ຮູ້ຈັກພຣະເຢຊູ (ມທ 26:69–75).
-
ຫ້ອງຊັ້ນເທິງ ສະຖານທີ່ທີ່ເຊື່ອກັນວ່າເປັນບ່ອນທີ່ພຣະເຢຊູໄດ້ສະຫລອງງານປັດສະຄາ ແລະ ໄດ້ຈັດຕັ້ງສິນລະລຶກ (ມທ 26:20–30). ພຣະອົງໄດ້ລ້າງຕີນຂອງອັກຄະສາວົກ (ຢຮ 13:4–17) ແລະ ໄດ້ສອນເຂົາເຈົ້າ (ຢຮ 13:18–17:26).
-
ວັງຂອງເຮໂຣດ ພຣະຄຣິດໄດ້ຖືກພາໄປຢູ່ຕໍ່ໜ້າເຮໂຣດ, ອາດເປັນສະຖານທີ່ນີ້ (ລກ 23:7–11).
-
ເຢຣູຊາເລັມ (ບໍ່ລະບຸສະຖານທີ່)
-
ເມນຄີເສເດັກໄດ້ປົກຄອງເປັນກະສັດຂອງຊາເລັມ (ປຖກ 14:18).
-
ກະສັດດາວິດໄດ້ຍຶດຄອງເມືອງຈາກຊາວເຢບຸດ (2 ຊມອ 5:7; 1 ຂຄ 11:4–7).
-
ເມືອງໄດ້ຖືກທຳລາຍໂດຍຊາວບາບີໂລນ ປະມານ 587 ປີ ກ່ອນ ຄ.ສ. (2 ກສ 25:1–11).
-
ພຣະວິນຍານບໍລິສຸດໄດ້ສະຖິດຢູ່ກັບຫລາຍຄົນ ໃນວັນເພັນເຕຄໍສະເຕ (ກຈກ 2:1–4).
-
ເປໂຕ ແລະ ໂຢຮັນ ໄດ້ຖືກຈັບ ແລະ ໄດ້ນຳໄປຢູ່ຕໍ່ໜ້າສະພາ (ກຈກ 4:1–23).
-
ອານາເນຍ ແລະ ຊະຟີຣາໄດ້ຕົວະພຣະຜູ້ເປັນເຈົ້າ ແລະ ໄດ້ຕາຍໄປ (ກຈກ 5:1–10).
-
ເປໂຕ ແລະ ໂຢຮັນ ໄດ້ຖືກຈັບ, ແຕ່ທູດອົງໜຶ່ງໄດ້ປົດປ່ອຍເຂົາເຈົ້າອອກຈາກຄຸກ (ກຈກ 5:17–20).
-
ອັກຄະສາວົກໄດ້ເລືອກຜູ້ຊາຍເຈັດຄົນໃຫ້ມາຊ່ວຍເຂົາເຈົ້າ (ກຈກ 6:1–6).
-
ປະຈັກພະຍານຂອງຊະເຕຟາໂນຕໍ່ຊາວຢິວ ໄດ້ຖືກປະຕິເສດ, ແລະ ລາວຖືກຄວ່າງກ້ອນຫີນໃສ່ ຈົນເຖິງແກ່ຄວາມຕາຍ (ກຈກ 6:8–7:60).
-
ຢາໂກໂບໄດ້ຖືກຂ້າຍ້ອນຄວາມເຊື່ອ (ກຈກ 12:1–2).
-
ທູດອົງໜຶ່ງໄດ້ປົດປ່ອຍເປໂຕຈາກຄຸກ (ກຈກ 12:5–11).
-
ອັກຄະສາວົກໄດ້ພິຈາລະນາບັນຫາເລື່ອງພິທີຕັດ (ກຈກ 15:5–29).
-
ຊາວໂຣມພາຍໃຕ້ການປົກຄອງຂອງຕີໂຕ ໄດ້ທຳລາຍເມືອງ ໃນ ຄ.ສ. 70.
-