11. ແຜ່ນດິນສັກສິດໃນສະໄໝຂອງພຣະຄຳພີໃໝ່
ໜ
ເຄື່ອງໝາຍໃຊ້ແທນ
ເຂດແດນທາງການເມືອງ
ຊີໂດນ
ອາບີເລັນ
ຊາເຣັບຕາ
ພູເລບານອນ
ດາມັສກັດ
ລິຕານີ
ຊີເຣຍ
ພູເຮີໂມນ
ຟຣາປັກ
ຕີເຣ
ໂປນີເຊຍ
ກາຍຊາເຣຍ ຟີລິບປອຍ
ຮ່ອມພູຮູເລ
ຄາລີເລ
ປະໂຕເລມາຍ (ອັກໂກ)
ໂຂຣາຊິນ
ເບັດຊາອີດາ
ກາເປນາອູມ
ກີຊີໂອນ
ການາ
ມັກດາລາ
ທະເລຄາລີເລ (ກິນເນເຣດ)
ພູກາເມນ
ນາຊາເຣັດ
ຕີເບເຣຍ
ພູຕາໂບເຣ
ຢາມຸກ
ນາອິນ
ກາດາຣາ
ກາຍຊາເຣຍ
ພູກິນໂບອາ
ເດກາໂປລີ
ຊາມາເຣຍ
ຊາລິມ?
ຊາມາເຣຍ
ໄອນົນ?
ທົ່ງພຽງຊາໂຣນ
ຊີຂາ
ພູເອບານ
ຢັບໂບກ
ຢົບປາ
ພູເກຣິຊິມ
ອາຣີມາທາຍ
ໄອຢາໂລນ
ເບັດເອນ
ແມ່ນ້ຳຈໍແດນ
ເປຣີອາ
ຟີລາແດວເຟຍ
ເຢຣິໂກ
ທະເລໃຫຍ່ (ທະເລເມດີແຕຣາເນ)
ອາໂຊໂຕ
ໂຊເຣັກ
ເອມາອຸດ
ເບັດທາບາຣາ
ເຢຣູຊາເລັມ
ພູໝາກກອກເທດ
ເບັດຟາເຄ
ເບັດທານີ
ກຳຣານ
ທົ່ງພຽງໂມອາບ
ພູເນໂບ
ອາສະກາໂລນ
ເອລາ
ເບັດເລເຮັມ
ຢູດາຍ
ກາສາ
ເຮັບໂຣນ
ມາກາອີຣັດ
ເກຣາ
ໄອດູມີອາ
ທະເລຕາຍ
ອາກໂນນ
ເບໂຊເຣ
ເບເອນເຊບາ
ມາສາດາ
ຖິ່ນແຫ້ງແລ້ງກັນດານຢູດາຍ
ນາບາເຕອາ
ເສເຣັດ
ກິໂລແມັດ
0 20 40 60
ກ ຂ ຄ ງ
1 2 3 4 5 6 7 8
1
1
2
2
3
4
5
6
7
8
9
10
11
12
13
14
15
16
17
-
ຕີເຣ ແລະ ຊີໂດນ ພຣະເຢຊູໄດ້ປຽບທຽບໂຂຣາຊິນ ແລະ ເບັດຊາອີດາ ໃສ່ກັບ ຕີເຣ ແລະ ຊີໂດນ (ມທ 11:20–22). ພຣະອົງໄດ້ປິ່ນປົວລູກສາວຂອງແມ່ຍິງຄົນຕ່າງຊາດ (ມທ 15:21–28).
-
ພູແຫ່ງການປ່ຽນສະພາບ ພຣະເຢຊູໄດ້ປ່ຽນສະພາບຢູ່ຕໍ່ໜ້າເປໂຕ, ຢາໂກໂບ, ແລະ ໂຢຮັນ, ແລະ ເຂົາເຈົ້າໄດ້ຮັບຂໍກະແຈຂອງອານາຈັກ (ມທ 17:1–13). (ບາງຄົນເຊື່ອວ່າ ພູແຫ່ງການປ່ຽນສະພາບ ຄືພູເຮີໂມນ; ບາງຄົນກໍເຊື່ອວ່າເປັນພູຕາໂບເຣ.)
-
ກາຍຊາເຣຍ ຟີລິບປອຍ ເປໂຕໄດ້ເປັນພະຍານວ່າ ພຣະເຢຊູຄືພຣະຄຣິດ ແລະ ໄດ້ຮັບສັນຍາວ່າ ຈະໄດ້ຮັບຂໍກະແຈຂອງອານາຈັກ (ມທ 16:13–20). ພຣະເຢຊູໄດ້ບອກລ່ວງໜ້າເຖິງການສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນຂອງພຣະອົງ (ມທ 16:21–28).
-
ພາກພື້ນຂອງຄາລີເລ ພຣະເຢຊູໄດ້ໃຊ້ຊີວິດສ່ວນໃຫຍ່ຂອງພຣະອົງ ແລະ ໄດ້ປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນຄາລີເລ (ມທ 4:23–25). ຢູ່ບ່ອນນີ້ ພຣະອົງໄດ້ເທດສະໜາທີ່ໂນນພູ (ມທ 5–7); ໄດ້ປິ່ນປົວຄົນຂີ້ທູດ (ມທ 8:1–4); ແລະ ໄດ້ເລືອກ, ໄດ້ແຕ່ງຕັ້ງ, ແລະ ໄດ້ສົ່ງອັກຄະສາວົກສິບສອງອອກໄປ, ຊຶ່ງໃນບັນດາຜູ້ຄົນເຫລົ່ານັ້ນ ຢູດາ ອິສະກາຣິອົດ ເທົ່ານັ້ນທີ່ປະກົດວ່າບໍ່ແມ່ນຊາວຄາລີເລ (ມຣກ 3:13–19). ໃນຄາລີເລ ພຣະຄຣິດທີ່ໄດ້ຟື້ນຄືນຊີວິດແລ້ວ ໄດ້ປະກົດຕໍ່ບັນດາອັກຄະສາວົກ (ມທ 28:16–20).
-
ທະເລຄາລີເລ, ຕໍ່ມາຖືກເອີ້ນວ່າ ທະເລຕີເບເຣຍ ພຣະເຢຊູໄດ້ສອນຈາກເຮືອຂອງເປໂຕ (ລກ 5:1–3) ແລະ ໄດ້ເອີ້ນເປໂຕ, ອັນເດອາ, ຢາໂກໂບ, ແລະ ໂຢຮັນ ເພື່ອເປັນຜູ້ຫາຄົນ (ມທ 4:18–22; ລກ 5:1–11). ພຣະອົງຍັງໄດ້ຫ້າມລົມພະຍຸນຳອີກ (ລກ 8:22–25), ໄດ້ສອນຄຳອຸປະມາຈາກເຮືອ (ມທ 13), ໄດ້ຍ່າງເທິງໜ້ານ້ຳ (ມທ 14:22–32), ແລະ ໄດ້ປະກົດຕໍ່ສານຸສິດຂອງພຣະອົງ ຫລັງຈາກພຣະອົງໄດ້ຟື້ນຄືນພຣະຊົນແລ້ວ (ຢຮ 21).
-
ເບັດຊາອີດາ ເປໂຕ, ອັນເດອາ, ແລະ ຟີລິບ ໄດ້ເກີດໃນເບັດຊາອີດາ (ຢຮ 1:44). ພຣະເຢຊູໄດ້ສະເດັດອອກໄປກັບອັກຄະສາວົກຂອງພຣະອົງ ໃກ້ເບັດຊາອີດາ. ຝູງຊົນໄດ້ຕິດຕາມພຣະອົງໄປ, ແລະ ພຣະອົງໄດ້ລ້ຽງ 5,000 ຄົນ (ລກ 9:10–17; ຢຮ 6:1–14). ຢູ່ບ່ອນນີ້ ພຣະເຢຊູໄດ້ປິ່ນປົວຜູ້ຊາຍຕາບອດຄົນໜຶ່ງ (ມຣກ 8:22–26).
-
ກາເປນາອູມ ນີ້ແມ່ນບ້ານຂອງເປໂຕ (ມທ 8:5, 14). ໃນກາເປນາອູມ, ຊຶ່ງມັດທາຍໄດ້ເອີ້ນວ່າ “ເມືອງຂອງພຣະເຢຊູເອງ,” ພຣະເຢຊູໄດ້ປິ່ນປົວຄົນງ່ອຍ (ມທ 9:1–7; ມຣກ 2:1–12), ໄດ້ໂຜດຂ້ອຍໃຊ້ຂອງນາຍທະຫານ, ໄດ້ໂຜດແມ່ເຖົ້າຂອງເປໂຕ (ມທ 8:5–15), ໄດ້ເອີ້ນມັດທາຍໃຫ້ເປັນອັກຄະສາວົກຄົນໜຶ່ງຂອງພຣະອົງ (ມທ 9:9), ໄດ້ໂຜດຄົນຕາບອດ, ໄດ້ຂັບໄລ່ຜີມານຮ້າຍອອກໄປ (ມທ 9:27–33), ໄດ້ໂຜດຊາຍມືລີບໃນວັນຊະບາໂຕ (ມທ 12:9–13), ໄດ້ສິດສອນເລື່ອງອາຫານທິບແຫ່ງຊີວິດ (ຢຮ 6:22–65), ແລະ ໄດ້ເຫັນດ້ວຍເລື່ອງການຈ່າຍພາສີ, ໂດຍບອກເປໂຕໃຫ້ໄປເອົາເງິນຈາກປາກຂອງປາ (ມທ 17:24–27).
-
ມັກດາລາ ນີ້ແມ່ນບ້ານຂອງນາງມາຣີ ມັກດາລິນ (ມຣກ 16:9). ພຣະເຢຊູໄດ້ມາບ່ອນນີ້ ຫລັງຈາກໄດ້ລ້ຽງເຂົ້າ 4,000 ຄົນ (ມທ 15:32–39), ແລະ ພວກຟາຣີຊາຍ ແລະ ພວກຊາດູກາຍ ໄດ້ຂໍໃຫ້ພຣະອົງສະແດງເຄື່ອງໝາຍຈາກສະຫວັນແກ່ພວກເຂົາ (ມທ 16:1–4).
-
ການາ ພຣະເຢຊູໄດ້ປ່ຽນນ້ຳເປັນເຫລົ້າອະງຸ່ນ (ຢຮ 2:1–11) ແລະ ໄດ້ໂຜດລູກຊາຍຄົນໜຶ່ງຂອງເຈົ້ານາຍຢູ່ກາເປນາອູມຫາຍດີ (ຢຮ 4:46–54). ການາກໍເປັນບ້ານຂອງນະທານາເອັນນຳອີກ (ຢຮ 21:2).
-
ນາຊາເຣັດ ການປະກາດຂອງທູດຕໍ່ນາງມາຣີ ແລະ ໂຢເຊັບ ໄດ້ເກີດຂຶ້ນໃນນາຊາເຣັດ (ມທ 1:18–25; ລກ 1:26–38; 2:4–5). ຫລັງຈາກກັບມາຈາກປະເທດເອຢິບ, ພຣະເຢຊູໄດ້ໃຊ້ຊີວິດໃນໄວເດັກ ແລະ ໄວໜຸ່ມຂອງພຣະອົງຢູ່ບ່ອນນີ້ (ມທ 2:19–23; ລກ 2:51–52), ໄດ້ປະກາດວ່າ ພຣະອົງເປັນພຣະເມຊີອາ, ແລະ ໄດ້ຖືກຜູ້ຄົນຂອງພຣະອົງເອງປະຕິເສດ (ລກ 4:14–32).
-
ເຢຣິໂກ ພຣະເຢຊູໄດ້ໂຜດຊາຍຕາບອດໃຫ້ເຫັນຮຸ່ງ (ລກ 18:35–43). ພຣະອົງໄດ້ຮ່ວມຮັບປະທານອາຫານຄ່ຳນຳຊັກຂ່າຍ, “ນາຍດ່ານພາສີ” (ລກ 19:1–10).
-
ເບັດທາບາຣາ ໂຢຮັນບັບຕິສະໂຕໄດ້ເປັນພະຍານວ່າ ລາວແມ່ນ “ສຽງຂອງຄົນໜຶ່ງທີ່ຮ້ອງໃນຖິ່ນແຫ້ງແລ້ງກັນດານ” (ຢຮ 1:19–28). ໂຢຮັນບັບຕິສະໂຕໄດ້ໃຫ້ບັບຕິສະມາແກ່ພຣະເຢຊູໃນແມ່ນ້ຳຈໍແດນ ແລະ ໄດ້ເປັນພະຍານວ່າ ພຣະເຢຊູຄືພຣະເມສານ້ອຍຂອງພຣະເຈົ້າ (ຢຮ 1:28–34).
-
ຖິ່ນແຫ້ງແລ້ງຢູດາຍ ໂຢຮັນບັບຕິສະໂຕໄດ້ສັ່ງສອນຢູ່ໃນຖິ່ນແຫ້ງແລ້ງກັນດານແຫ່ງນີ້ (ມທ 3:1–4), ບ່ອນທີ່ພຣະເຢຊູໄດ້ຖືສິນອົດເຂົ້າເປັນເວລາ 40 ວັນ ແລະ ໄດ້ຖືກທົດລອງ (ມທ 4:1–11).
-
ເອມາອຸດ ພຣະຄຣິດທີ່ໄດ້ຟື້ນຄືນພຣະຊົນແລ້ວ ໄດ້ຍ່າງໃນເສັ້ນທາງໄປຫາເອມາອຸດ ກັບສານຸສິດສອງຄົນຂອງພຣະອົງ (ລກ 24:13–32).
-
ເບັດຟາເຄ ສານຸສິດສອງຄົນຂອງພຣະເຢຊູໄດ້ພາລໍແມ່ໂຕໜຶ່ງມາໃຫ້ພຣະອົງຂີ່ເຂົ້າໄປນະຄອນເຢຣູຊາເລັມຢ່າງມີໄຊ (ມທ 21:1–11).
-
ເບັດທານີ ນີ້ແມ່ນບ້ານຂອງນາງມາຣີ, ນາງມາທາ, ແລະ ລາຊາໂຣ (ຢຮ 11:1). ນາງມາຣີໄດ້ຟັງຖ້ອຍຄຳຂອງພຣະເຢຊູ, ແລະ ພຣະເຢຊູໄດ້ກ່າວກັບນາງມາທາເລື່ອງ “ການເລືອກເອົາສິ່ງທີ່ດີ” (ລກ 10:38–42); ພຣະເຢຊູໄດ້ໂຜດລາຊາໂຣໃຫ້ເປັນຄືນມາມີຊີວິດ (ຢຮ 11:1–44); ແລະ ນາງມາຣີໄດ້ຫົດສົງພຣະບາດຂອງພຣະເຢຊູ (ມທ 26:6–13; ຢຮ 12:1–8).
-
ເບັດເລເຮັມ ພຣະເຢຊູໄດ້ກຳເນີດ ແລະ ໄດ້ຖືກວາງໄວ້ຢູ່ໃນຮາງຫຍ້າ (ລກ 2:1–7); ເຫລົ່າທູດໄດ້ມາບອກຂ່າວແກ່ຜູ້ລ້ຽງແກະເຖິງການກຳເນີດຂອງພຣະເຢຊູ (ລກ 2:8–20); ດາວດວງໜຶ່ງໄດ້ນຳທາງພວກໂຫລາຈານມາຫາພຣະເຢຊູ (ມທ 2:1–12); ແລະ ເຮໂຣດໄດ້ຂ້າເດັກນ້ອຍ (ມທ 2:16–18).