10. ການາອານໃນສະໄໝຂອງພຣະຄຳພີເດີມ
ໜ
ຊີໂດນ
ດາມັສກັດ
ພູເລບານອນ
ພູເຮີໂມນ
ລິຕານີ
ຟຣາປັກ
ຕີເຣ
ໂປນີເຊຍ
ດານ (ລາອິດ)
ຮາໂຊ
ທະເລສາບຮູເລ (ຫ້ວຍນ້ຳເມໂຣມ)
ອັກໂກ
ບາຊານ
ທະເລກິນເນເຣດ (ຄາລີເລ)
ກີຊີໂອນ
ຮ່ອມພູເຢຊະເຣເອນ
ກາດເຮເຟ
ພູກາເມນ
ເອນໂດເຣ
ພູຕາໂບເຣ
ຢາມຸກ
ເມກິດໂດ
ຄ້ອຍພູໂມເຣ
ເຢຊະເຣເອນ
ເບັດຊານ
ໂດທານ
ພູກິນໂບອາ
ຊາມາເຣຍ
ຊາມາເຣຍ
ກີເລອາດ
ທົ່ງພຽງຊາໂຣນ
ຊີເຄມ
ພູເອບານ
ເປນີເອນ
ມະຫານາອິມ
ພູເກຣິຊິມ
ຢັບໂບກ
ຢົບປາ
ຊີໂລ
ທະເລໃຫຍ່ (ທະເລເມດີແຕຣາເນ)
ໄອຢາໂລນ
ເບັດເອນ (ລູເຊ)
ອາອີ
ແມ່ນ້ຳຈໍແດນ
ຣັບບາ (ອຳມານ)
ກີເບໂອນ
ເຢຣິໂກ
ອຳໂມນ
ໂຊເຣັກ
ເຢຣູຊາເລັມ
ອັດຊະໂດດ
ເອັກໂຣນ
ພູໝາກກອກເທດ
ພູເນໂບ
ກາດ
ເບັດເລເຮັມ
ອາສະເກໂລນ
ເອລາ
ເຕກົວ
ທະເລເກືອ (ທະເລຕາຍ)
ກາສາ
ສີພາລາ
ທົ່ງພຽງຟີລິດສະຕິນ
ລາກິດ
ເຮັບໂຣນ
ເອນເກດີ
ອາກໂນນ
ເກຣາ
ເກຣາ
ຢູດາ
ໂມອາບ
ເບໂຊເຣ
ເບເອນເຊບາ
ກິຣະເຮເຣັດ
ໄອດູມີອາ
ເຂດຂອງໂຊໂດມ ແລະ ໂກໂມຣາ
ນີເກ
ອາຣາບາ
ເສເຣັດ
ເອໂດມ
ກິໂລແມັດ
0 20 40 60
ກ ຂ ຄ ງ
1 2 3 4 5 6 7 8
1
2
3
4
5
6
7
8
9
10
11
12
13
14
15
15
15
15
15
16
17
18
19
20
21
-
ດານ (ລາອິດ) ເຢໂຣໂບອາມໄດ້ສ້າງຕັ້ງຮູບງົວຄຳໂຕໜຶ່ງໄວ້ທີ່ອານາຈັກພາກເໜືອ ເພື່ອນະມັດສະການ (1 ກສ 12:26–33). ດານເປັນເຂດເໜືອສຸດຂອງອິດສະຣາເອນໃນສະໄໝບູຮານ.
-
ພູກາເມນ ເອລີຢາໄດ້ເວົ້າທ້າບັນດາສາດສະດາຂອງພຣະບາອານ ແລະ ໄດ້ເປີດຟ້າສະຫວັນໃຫ້ຝົນຕົກລົງມາ (1 ກສ 18:17–46).
-
ເມກິດໂດ ສະຖານທີ່ສູ້ຮົບຫລາຍເທື່ອ (ຜປ 4:13–16; 5:19; 2 ກສ 23:29; 2 ຂຄ 35:20–23). ໂຊໂລໂມນໄດ້ເກນເອົາຄົນງານມາສ້າງເມືອງເມກິດໂດ (1 ກສ 9:15). ກະສັດໂຢສີຢາແຫ່ງຢູດາໄດ້ຮັບບາດເຈັບໃນການສູ້ຮົບຕ້ານກັບຟາໂຣເນໂກແຫ່ງເອຢິບ (2 ກສ 23:29–30). ໃນການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ, ການສູ້ຮົບເທື່ອຍິ່ງໃຫຍ່ ແລະ ເທື່ອສຸດທ້າຍ ຈະເກີດຂຶ້ນທີ່ຮ່ອມພູເຢຊະເຣເອນ ໂດຍເປັນສ່ວນໜຶ່ງຂອງສົງຄາມອາມາເຄໂດນ (ຢອ 3:14; ພນມ 16:16; 19:11–21). ຊື່ ອາມາເຄໂດນ ເປັນການແປຕາມສຽງໃນພາສາກຣີກ ຈາກພາສາເຮັບເຣີ ທີ່ວ່າ ຮາເມກິດໂດ, ຫລື ຈາກພູເມກິດໂດ.
-
ເຢຊະເຣເອນ ຊື່ຂອງເມືອງໃນຮ່ອມພູໃຫຍ່ທີ່ສຸດ ແລະ ອຸດົມສົມບູນທີ່ສຸດ ທີ່ມີຊື່ດຽວກັນຂອງອິດສະຣາເອນ. ກະສັດຂອງອານາຈັກພາກເໜືອ ໄດ້ສ້າງວັງຢູ່ບ່ອນນີ້ (2 ຊມອ 2:8–9; 1 ກສ 21:1–2). ລາຊີນີເຢເຊເບນທີ່ຊົ່ວຮ້າຍ ໄດ້ອາໄສຢູ່ບ່ອນນີ້ ແລະ ໄດ້ສິ້ນຊີວິດຢູ່ບ່ອນນີ້ (1 ກສ 21; 2 ກສ 9:30).
-
ເບັດຊານ ຊາວອິດສະຣາເອນໄດ້ປະເຊີນໜ້າກັບຊາວການາອານຢູ່ບ່ອນນີ້ (ຢຊ 17:12–16). ຮ່າງກາຍຂອງໂຊນໄດ້ຖືກມັດໄວ້ກັບກຳແພງຂອງປ້ອມຍາມແຫ່ງນີ້ (1 ຊມອ 31:10–13).
-
ໂດທານ ໂຢເຊັບໄດ້ຖືກພວກອ້າຍຂອງລາວຂາຍໄປເປັນຂ້າທາດ (ປຖກ 37:17, 28; 45:4). ເອລີຊາໄດ້ເຫັນພາບນິມິດ ເຖິງພູນີ້ທີ່ເຕັມໄປດ້ວຍມ້າ ແລະ ລົດມ້າ (2 ກສ 6:12–17).
-
ຊາມາເຣຍ ເມືອງຫລວງຂອງອານາຈັກພາກເໜືອ (1 ກສ 16:24–29). ກະສັດອາຮາບໄດ້ສ້າງພຣະວິຫານໃຫ້ພຣະບາອານ (1 ກສ 16:32–33). ເອລີຢາ ແລະ ເອລີຊາ ໄດ້ປະຕິບັດສາດສະໜາກິດ (1 ກສ 18:2; 2 ກສ 6:19–20). ໃນ 721 ປີ ກ່ອນ ຄ.ສ. ຊາວອັດຊີເຣຍໄດ້ຍຶດຄອງມັນ, ໄດ້ສິ້ນສຸດການຈັບສິບເຜົ່າ (2 ກສ 18:9–10).
-
ຊີເຄມ ອັບຣາຮາມໄດ້ສ້າງແທ່ນບູຊາ (ປຖກ 12:6–7). ຢາໂຄບໄດ້ອາໄສຢູ່ໃກ້ບ່ອນນີ້. ຊີເມໂອນ ແລະ ເລວີ ໄດ້ຂ້າຜູ້ຊາຍທຸກຄົນຢູ່ໃນເມືອງນີ້ (ປຖກ 34:25). ການປຸກລະດົມຂອງໂຢຊວຍ ໃຫ້ “ເລືອກ … ວັນນີ້” ທີ່ຈະຮັບໃຊ້ພຣະເຈົ້າ ໄດ້ເກີດຂຶ້ນໃນຊີເຄມ (ຢຊ 24:15). ຢູ່ບ່ອນນີ້ ເຢໂຣໂບອາມ ໄດ້ສະຖາປະນາເມືອງຫລວງແຫ່ງທຳອິດຂອງອານາຈັກພາກເໜືອ (1 ກສ 12).
-
ພູເອບານ ແລະ ພູເກຣິຊິມ ໂຢຊວຍໄດ້ແບ່ງແຍກຊາວອິດສະຣາເອນອອກເປັນສອງກຸ່ມຢູ່ພູສອງໜ່ວຍນີ້—ພອນຂອງກົດໄດ້ຖືກປະກາດຈາກພູເກຣິຊິມ, ໃນຂະນະທີ່ຄຳສາບແຊ່ງຈາກພູເອບານ (ຢຊ 8:33). ຕໍ່ມາຊາວຊາມາເຣຍໄດ້ສ້າງພຣະວິຫານຫລັງໜຶ່ງຂຶ້ນເທິງພູເກຣິຊິມ (2 ກສ 17:32–33).
-
ເປນີເອນ (ເປນິເອນ) ຢູ່ບ່ອນນີ້ ຢາໂຄບໄດ້ຕໍ່ສູ້ກັບທູດຂອງພຣະຜູ້ເປັນເຈົ້າ (ປຖກ 32:24–32). ກີເດໂອນໄດ້ທຳລາຍປ້ອມຍາມຂອງຊາວມີດີອານ (ຜປ 8:5, 8–9).
-
ຢົບປາ ໂຢນາໄດ້ຂຶ້ນເຮືອຈາກບ່ອນນີ້ ທີ່ມຸ້ງໄປຫາທາຣາສິດ ເພື່ອຫລີກລ້ຽງຈາກການໄປເຜີຍແຜ່ຂອງລາວ ທີ່ນິເນເວ (ຢນ 1:1–3).
-
ຊີໂລ ໃນສະໄໝຂອງຜູ້ຕັດສິນ, ເມືອງຫລວງຂອງອິດສະຣາເອນ ແລະ ສະຖານທີ່ນະມັດສະການ ໄດ້ຕັ້ງຢູ່ບ່ອນນີ້ (1 ຊມອ 4:3–4).
-
ເບັດເອນ (ລູເຊ) ອັບຣາຮາມໄດ້ແຍກຈາກໂລດຢູ່ບ່ອນນີ້ (ປຖກ 13:1–11) ແລະ ໄດ້ຮັບພາບນິມິດ (ປຖກ 13; ອຣຮ 2:19–20). ຢາໂຄບໄດ້ຮັບພາບນິມິດກ່ຽວກັບຂັ້ນໄດທີ່ຂຶ້ນໄປເຖິງຟ້າສະຫວັນ (ປຖກ 28:10–22). ສະຖານທີ່ນະມັດສະການໄດ້ຕັ້ງຢູ່ບ່ອນນີ້ຊົ່ວໄລຍະໜຶ່ງ (ຜປ 20:26–28). ເຢໂຣໂບອາມໄດ້ສ້າງຕັ້ງຮູບງົວຄຳໂຕໜຶ່ງໄວ້ທີ່ອານາຈັກພາກເໜືອ ເພື່ອນະມັດສະການ (1 ກສ 12:26–33).
-
ກີເບໂອນ ຊາວຮີວີຈາກບ່ອນນີ້ ໄດ້ຫລອກໂຢຊວຍໃຫ້ເຮັດສົນທິສັນຍາ (ຢຊ 9). ດວງຕາເວັນຢຸດສະຫງັກ ຕອນໂຢຊວຍໄດ້ຊະນະການສູ້ຮົບ (ຢຊ 10:2–13). ບ່ອນນີ້ຍັງເປັນບ່ອນຕັ້ງສະຖານທີ່ນະມັດສະການຊົ່ວຄາວນຳອີກ (1 ຂຄ 16:39).
-
ກາສາ, ອັດຊະໂດດ, ອາສະເກໂລນ, ເອັກໂຣນ, ກາດ (ຫ້າເມືອງຂອງຟີລິດສະຕິນ) ຊາວຟີລິດສະຕິນ ມັກເຮັດສົງຄາມກັບຊາວອິດສະຣາເອນຈາກເມືອງເຫລົ່ານີ້.
-
ເບັດເລເຮັມ ນາງຣາເຊັນໄດ້ຖືກຝັງໄວ້ຢູ່ໃກ້ບ່ອນນີ້ (ປຖກ 35:19). ນາງຣຸດ ແລະ ໂບອາດ ໄດ້ອາໄສຢູ່ບ່ອນນີ້ (ນຣ 1:1–2; 2:1, 4). ມັນໄດ້ຖືກເອີ້ນວ່າ ເມືອງຂອງດາວິດ (ລກ 2:4).
-
ເຮັບໂຣນ ອັບຣາຮາມ (ປຖກ 13:18), ອີຊາກ, ຢາໂຄບ (ປຖກ 35:27), ດາວິດ (2 ຊມອ 2:1–4), ແລະ ອັບຊາໂລມ (2 ຊມອ 15:10) ໄດ້ອາໄສຢູ່ບ່ອນນີ້. ບ່ອນນີ້ເປັນເມືອງຫລວງແຫ່ງທຳອິດຂອງຢູດາ ພາຍໃຕ້ການປົກຄອງຂອງກະສັດດາວິດ (2 ຊມອ 2:11). ເຊື່ອກັນວ່າ ອັບຣາຮາມ, ນາງຊາຣາ, ອີຊາກ, ນາງເຣເບກາ, ຢາໂຄບ, ແລະ ນາງເລອາ ໄດ້ຖືກຝັງໄວ້ຢູ່ບ່ອນນີ້ ໃນຖ້ຳມັກເປລາ (ປຖກ 23:17–20; 49:31, 33).
-
ເອນເກດີ ດາວິດໄດ້ລີ້ຈາກໂຊນ ແລະ ໄດ້ໄວ້ຊີວິດໂຊນ (1 ຊມອ 23:29–24:22).
-
ເກຣາ ອັບຣາຮາມ ແລະ ອີຊາກ ໄດ້ອາໄສຢູ່ບ່ອນນີ້ຊົ່ວໄລຍະໜຶ່ງ (ປຖກ 20–22; 26).
-
ເບເອນເຊບາ ອັບຣາຮາມໄດ້ຂຸດສ້າງຢູ່ບ່ອນນີ້ ແລະ ໄດ້ເຮັດພັນທະສັນຍາກັບອາບີເມເຫລັກ (ປຖກ 21:31). ອີກຊາກໄດ້ເຫັນພຣະຜູ້ເປັນເຈົ້າ (ປຖກ 26:17, 23–24), ແລະ ຢາໂຄບໄດ້ອາໄສຢູ່ໃນບ່ອນນີ້ (ປຖກ 35:10; 46:1).
-
ໂຊໂດມ ແລະ ໂກໂມຣາ ໂລດໄດ້ເລືອກທີ່ຈະອາໄສຢູ່ໂຊໂດມ (ປຖກ 13:11–12; 14:12). ພຣະເຈົ້າໄດ້ທຳລາຍໂຊໂດມ ແລະ ໂກໂມຣາ ເພາະຄວາມຊົ່ວຮ້າຍ (ປຖກ 19:24–26). ຕໍ່ມາພຣະເຢຊູໄດ້ໃຊ້ເມືອງເຫລົ່ານີ້ ເປັນສັນຍາລັກເຖິງຄວາມຊົ່ວຮ້າຍ (ມທ 10:15).