ຄູ່​ມື ແລະ ການ​ເອີ້ນ
29. ການ​ປະ​ຊຸມ​ຕ່າງໆ​ໃນ​ສາດ​ສະ​ໜາ​ຈັກ


“29. ການ​ປະ​ຊຸມ​ຕ່າງໆ​ໃນ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“29. ການ​ປະ​ຊຸມ​ຕ່າງໆ​ໃນ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ແມ່​ກັບ​ລູກ​ສາວ​ຢູ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ

29.

ການ​ປະ​ຊຸມ​ຕ່າງໆ​ໃນ​ສາດ​ສະ​ໜາ​ຈັກ

29.0

ຄຳ​ນຳ

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຕົ້າ​ໂຮມ​ກັນ​ເພື່ອ​ນະ​ມັດ​ສະ​ການ, ໃຫ້​ຄວາມ​ຮູ້​ແກ່​ກັນ​ແລະ​ກັນ, ແລະ ສິດ​ສອນ ແລະ ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. (ເບິ່ງ ແອວ​ມາ 6:6; ໂມ​ໂຣ​ໄນ 6:5–6). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ, “ດ້ວຍ​ວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ປະ​ຊຸມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມ​ກາງ​ພວກ​ເຂົາ​ໃນ​ບ່ອນ​ນັ້ນ​ແຫລະ” (ມັດ​ທາຍ 18:20). ການ​ປະ​ຊຸມ​ນຳ​ກັນ​ແມ່ນ​ວິ​ທີ​ໜຶ່ງ​ທີ່​ໃຈ​ຂອງ​ພວກ​ເຮົາ​ສາ​ມາດ “ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ” (ໂມ​ໄຊ​ຢາ 18:21).

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຈັດ​ການ​ປະ​ຊຸມ​ບໍ່​ຄວນ​ແທນ​ທີ່​ການ​ຮັບ​ໃຊ້ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເໝືອນ​ດັ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ກະ​ທຳ.

29.1

ການ​ວາງ​ແຜນ ແລະ ການ​ດຳ​ເນີນ​ການ​ປະ​ຊຸມ​ຕ່າງໆ

ຜູ້​ນຳ​ວາງ​ແຜນ ແລະ ດຳ​ເນີນ​ການ​ປະ​ຊຸມ “ດັ່ງ​ທີ່​ພວກ​ເຂົາ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຕາມ​ພຣະ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:45; ເບິ່ງ ໂມ​ໂຣ​ໄນ 6:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:2 ນຳ​ອີກ). ພວກ​ເພິ່ນ​ສະ​ແຫວງ​ຫາ​ວິ​ທີ​ທີ່​ຈະ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ໃນ​ການ​ປະ​ຊຸມ​ຂອງ​ພວກ​ເພິ່ນ.

ຜູ້​ນຳ​ຕ້ອງ​ແນ່​ໃຈ​ວ່າ ຈຳ​ນວນ ແລະ ຄວາມ​ຍາວ​ຂອງ​ການ​ປະ​ຊຸມ ບໍ່​ໄດ້​ສ້າງ​ພາ​ລະ​ໃຫ້​ກັບ​ສະ​ມາ​ຊິກ ຫລື ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

29.2

ການ​ປະ​ຊຸມ​ຕ່າງໆ​ໃນ​ຫວອດ

29.2.1

ກອງ​ປະ​ຊຸມ​ສິນ​ລະ​ລຶກ

29.2.1.1

ການ​ວາງ​ແຜນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ຝ່າຍ​ອະ​ທິ​ການ​ວາງ​ແຜນ ແລະ ດຳ​ເນີນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ພວກ​ເພິ່ນ​ຕ້ອງ​ແນ່​ໃຈ​ວ່າ​ຈຸດ​ສຸມ​ຂອງ​ກອງ​ປະ​ຊຸມ​ຄື ສິນ​ລະ​ລຶກ ແລະ ການ​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃຊ້​ເວ​ລາ​ໜຶ່ງ​ຊົ່ວ​ໂມງ. ສາ​ມາດ​ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້:

  1. ດົນ​ຕີ​ກ່ອນ​ກອງ​ປະ​ຊຸມ (ເບິ່ງ 19.3.2 ສຳ​ລັບ​ແນວ​ທາງ​ຊີ້​ນຳ).

  2. ການ​ທັກ​ທາຍ ແລະ ການ​ຕ້ອນ​ຮັບ.

  3. ແຈ້ງ​ຊື່​ຜູ້​ມີ​ສິດ​ອຳ​ນາດ​ຄວບ​ຄຸມ ຫລື ຜູ້​ນຳ​ຄົນ​ອື່ນໆ​ທີ່​ມາ​ຢ້ຽມ​ຢາມ.

  4. ການ​ປະ​ກາດ. ການ​ປະ​ກາດ​ຄວນ​ຮັກ​ສາ​ໃຫ້​ສັ້ນໆ.

  5. ເພງ​ສວດ​ເປີດ ແລະ ອະ​ທິ​ຖານ. ເບິ່ງ 19.3.2 ແລະ 29.6.

  6. ທຸ​ລະ​ກິດ​ຂອງ​ຫວອດ ແລະ ສະ​ເຕກ, ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້:

    • ການ​ສະ​ໜັບ​ສະ​ໜູນ ແລະ ການ​ປົດ​ເຈົ້າ​ໜ້າ​ທີ່ ແລະ ຄູ​ສອນ (ເບິ່ງ 30.3 ແລະ 30.6).

    • ການ​ສະ​ເໜີ​ຊື່​ອ້າຍ​ນ້ອງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ (ເບິ່ງ 18.10.3).

    • ແຈ້ງ​ຊື່​ສະ​ມາ​ຊິກ​ຫວອດ​ຄົນ​ໃໝ່, ລວມ​ທັງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່.

  7. ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ (ເບິ່ງ 18.6). ຕາມ​ປົກ​ກະ​ຕິ​ແລ້ວ ສິ່ງ​ນີ້​ຈະ​ກະ​ທຳ​ໃນ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ (ເບິ່ງ 29.2.2).

  8. ການ​ຢືນ​ຢັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ (ເບິ່ງ 18.8).

  9. ເພງ​ສວດ​ສິນ​ລະ​ລຶກ ແລະ ການ​ປະ​ຕິ​ບັດ​ສິນ​ລະ​ລຶກ. ສິນ​ລະ​ລຶກ​ເປັນ​ຈຸດ​ສຸມ​ຫລັກ​ຂອງ​ກອງ​ປະ​ຊຸມ​ນີ້. ພິ​ທີ​ການ​ນີ້​ໃຫ້​ໂອ​ກາດ​ສະ​ມາ​ຊິກ​ຫັນ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ໄປ​ຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ສຳ​ລັບ​ເຂົາ​ເຈົ້າ.

    ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ກຽມ, ການ​ໃຫ້​ພອນ, ແລະ ການ​ຢາຍ​ສິນ​ລະ​ລຶກ, ໃຫ້​ເບິ່ງ 18.9.

  10. ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ ແລະ ການ​ຮ້ອງ​ເພງ​ໃນ​ບ່ອນ​ຊຸມ​ນຸມ ຫລື ດົນ​ຕີ​ອື່ນໆ.

  11. ເພງ​ສວດ​ປິດ ແລະ ອະ​ທິ​ຖານ.

  12. ດົນ​ຕີ​ຫລັງ​ກອງ​ປະ​ຊຸມ.

29.2.1.4

ການ​ເລືອກ​ຜູ້​ກ່າວ​ປາ​ໄສ

ຝ່າຍ​ອະ​ທິ​ການ​ເລືອກ​ຜູ້​ກ່າວ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ສ່ວນ​ຫລາຍ​ພວກ​ເພິ່ນ​ເຊື້ອ​ເຊີນ​ສະ​ມາ​ຊິກ​ຫວອດ, ລວມ​ທັງ​ຊາວ​ໜຸ່ມ.

ຜູ້​ກ່າວ​ປາ​ໄສ​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໂດຍ​ໃຊ້​ພຣະ​ຄຳ​ພີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:12; 52:9).

29.2.2

ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ

ໃນ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ, ບໍ່​ມີ​ຜູ້​ກ່າວ​ປາ​ໄສ​ທີ່​ຖືກ​ມອບ​ໝາຍ ຫລື ເພງ​ພິ​ເສດ. ແທນ​ນັ້ນ, ຜູ້​ດຳ​ເນີນ​ຈະ​ສະ​ແດງ​ປະ​ຈັກ​ພະ​ຍານ​ສັ້ນໆ. ແລ້ວ​ເພິ່ນ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ບ່ອນ​ຊຸມ​ນຸມ​ໃຫ້​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ. ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ໝາຍ​ເຖິງ​ການ​ປະ​ກາດ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຕາມ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

29.2.3

ກອງ​ປະ​ຊຸມ​ຫວອດ

29.2.4

ການ​ປະ​ຊຸມ​ຝ່າຍ​ອະ​ທິ​ການ

ເລື່ອງ​ທີ່​ພິ​ຈາ​ລະ​ນາ​ສາ​ມາດ​ລວມ​ທັງ:

  • ການ​ປະ​ສານ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ໃນ​ຫວອດ.

  • ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ​ໃນ​ຫວອດ—ໂດຍ​ສະ​ເພາະ​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ.

  • ລະ​ບຸ​ຊື່​ສະ​ມາ​ຊິກ​ທີ່​ສາ​ມາດ​ກຽມ​ຮັບ​ພິ​ທີ​ການ, ລວມ​ທັງ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ.

  • ລະ​ບຸ​ຊື່​ສະ​ມາ​ຊິກ​ເພື່ອ​ເອີ້ນ​ສູ່​ຕຳ​ແໜ່ງ​ໃນ​ຫວອດ.

29.2.5

ການ​ປະ​ຊຸມ​ສະ​ພາ​ຫວອດ

ອະ​ທິ​ການ​ວາງ​ແຜນ, ຄວບ​ຄຸມ, ແລະ ດຳ​ເນີນ​ການ​ປະ​ຊຸມ​ສະ​ພາ​ຫວອດ. ສະ​ພາ​ຈະ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ​ປາດ​ສະ​ຈາກ​ອະ​ທິ​ການ.

ຜູ້​ນຳ​ອົງ​ການ​ຕ່າງໆ​ຂອງ​ຫວອດ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຫວອດ​ໃນ​ສອງ​ຖາ​ນະ​ຄື:

  1. ສະ​ມາ​ຊິກ​ສະ​ພາ​ຫວອດ​ທີ່​ຊ່ວຍ​ເປັນ​ພອນ​ໃຫ້​ແກ່​ສະ​ມາ​ຊິກ​ຫວອດ​ທຸກ​ຄົນ.

  2. ຕົວ​ແທນ​ອົງ​ການ​ຂອງ​ເຂົາ​ເຈົ້າ.

ເມື່ອ​ພວກ​ເພິ່ນ​ປະ​ຊຸມ​ກັນ, ສະ​ມາ​ຊິກ​ສະ​ພາ​ຫວອດ​ສົນ​ທະ​ນາ​ເລື່ອງ​ທີ່​ຈະ​ເປັນ​ປະ​ໂຫຍດ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ທັງ​ສະ​ພາ. ສະ​ມາ​ຊິກ​ສະ​ພາ​ແຕ່​ລະ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້​ແບ່ງ​ປັນ​ຄວາມ​ຄິດ ແລະ ການ​ດົນ​ໃຈ​ຂອງ​ຕົນ​ໃນ​ເລື່ອງ​ເຫລົ່າ​ນີ້.

ຕາມ​ປົກ​ກະ​ຕິ​ແລ້ວ ການ​ປະ​ຊຸມ​ສະ​ພາ​ຫວອດ​ຈະ​ບໍ່​ໃຊ້​ເວ​ລາ​ດົນ​ກວ່າ​ໜຶ່ງ​ຊົ່ວ​ໂມງ. ພວກ​ເພິ່ນ​ເລີ່ມ​ຕົ້ນ​ດ້ວຍ​ການ​ອະ​ທິ​ຖານ ແລະ ລາຍ​ງານ​ສັ້ນໆ​ກ່ຽວ​ກັບ​ການ​ມອບ​ໝາຍ​ຈາກ​ການ​ປະ​ຊຸມ​ເທື່ອ​ກ່ອນ. ອະ​ທິ​ການ​ໃຫ້​ຄວາມ​ສຳ​ຄັນ​ກັບ​ເລື່ອງ​ທີ່​ຈຳ​ເປັນ​ທີ່​ສຸດ ເພື່ອ​ເປັນ​ພອນ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ.

  • ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ສ້າງ​ສັດ​ທາ, ຮັບ​ເອົາ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ.

  • ການ​ດູ​ແລ​ຄົນ​ຂັດ​ສົນ. ການ​ແບ່ງ​ປັນ​ແຫລ່ງ​ຊ່ວຍ​ເຫລືອ ແລະ ທັກ​ສະ ເພື່ອ​ເປັນ​ພອນ​ໃຫ້​ແກ່​ບຸກ​ຄົນ, ຄອບ​ຄົວ, ແລະ ຊຸມ​ຊົນ. ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຫວອດ​ກຸ້ມ​ຕົນ​ເອງ. (ເບິ່ງ ບົດ​ທີ 22.)

  • ການ​ເຊື້ອ​ເຊີນ​ໃຫ້​ທຸກ​ຄົນ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ການ​ທົບ​ທວນ​ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ທີ່​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ຕະ​ຫລອດ​ທັງ​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ການ​ສົນ​ທະ​ນາ​ວິ​ທີ​ທີ່​ສະ​ມາ​ຊິກ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄົນ​ອື່ນ. (ເບິ່ງ ບົດ​ທີ 23.)

  • ການ​ເຕົ້າ​ໂຮມ​ຄອບ​ຄົວ​ສຳ​ລັບ​ນິ​ລັນ​ດອນ. ການ​ທົບ​ທວນ​ຄວາມ​ກ້າວ​ໜ້າ​ຂອງ​ສະ​ມາ​ຊິກ​ຜູ້​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ​ພຣະ​ວິ​ຫານ. ການ​ວາງ​ແຜນ​ວິ​ທີ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ເໝາະ​ສົມ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ການ​ສົນ​ທະ​ນາ​ວິ​ທີ​ທີ່​ສະ​ມາ​ຊິກ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ. (ເບິ່ງ ບົດ​ທີ 25.)

ສະ​ມາ​ຊິກ​ສະ​ພາ​ຕ້ອງ​ຮັກ​ສາ​ຂໍ້​ມູນ​ທີ່​ເປັນ​ສ່ວນ​ຕົວ ແລະ ລະ​ອຽດ​ອ່ອນ​ໄວ້​ເປັນ​ຄວາມ​ລັບ (ເບິ່ງ 4.4.6).

29.2.6

ການ​ປະ​ຊຸມ​ສະ​ພາ​ຊາວ​ໜຸ່ມ​ຫວອດ

ກ່ອນ​ການ​ປະ​ຊຸມ​ແຕ່​ລະ​ຄັ້ງ, ອະ​ທິ​ການ ແລະ ບຸກ​ຄົນ​ທີ່​ດຳ​ເນີນ​ຈະ​ທົບ​ທວນ​ເລື່ອງ​ທີ່​ຈະ​ສົນ​ທະ​ນາ.

  • ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.

  • ຄວາມ​ຕ້ອງ​ການ​ຂອງ​ຊາວ​ໜຸ່ມ​ໃນ​ຫວອດ ແລະ ວິ​ທີ​ແກ້​ໄຂ.

  • ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຊາວ​ໜຸ່ມ​ທີ່​ບໍ່​ເຂັ້ມ​ແຂງ ຫລື ສະ​ມາ​ຊິກ​ໃໝ່.

  • ກິດ​ຈະ​ກຳ, ລວມ​ທັງ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ຄົນ​ຂັດ​ສົນ. ການ​ວາງ​ແຜນ​ສ່ວນ​ໃຫຍ່​ຖືກ​ກະ​ທຳ​ຢູ່​ໃນ​ການ​ປະ​ຊຸມ​ຝ່າຍ​ປະ​ທານ​ກຸ່ມ ຫລື ຝ່າຍ​ປະ​ທານ​ຫ້ອງ (ເບິ່ງ ບົດ​ທີ 20).

  • ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ເບິ່ງ ບົດ​ທີ 21).

  • ການ​ປະ​ຖົມ​ນິ​ເທດ​ຝ່າຍ​ປະ​ທານ​ກຸ່ມ ແລະ ຝ່າຍ​ປະ​ທານ​ຫ້ອງ​ຊຸດ​ໃໝ່.

29.2.8

ຕາ​ຕະ​ລາງ​ສຳ​ລັບ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ

ຫວອດ​ໃຊ້​ຕາ​ຕະ​ລາງ​ການ​ປະ​ຊຸມ​ວັນ​ອາ​ທິດ​ສອງ​ຊົ່ວ​ໂມງ ແຜນ​ໃດ​ແຜນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້.

ແຜນ 1

60 ນາ​ທີ

ກອງ​ປະ​ຊຸມ​ສິນ​ລະ​ລຶກ

10 ນາ​ທີ

ຊ່ວງ​ປ່ຽນ​ເຂົ້າ​ຫ້ອງ ແລະ ການ​ປະ​ຊຸມ

50 ນາ​ທີ

ວັນ​ອາ​ທິດ​ທັງ​ໝົດ: ຊັ້ນ​ປະ​ຖົມ​ໄວ, ລວມ​ທັງ​ຫ້ອງ​ອະ​ນຸ​ບານ

ວັນ​ອາ​ທິດ​ທີ​ໜຶ່ງ ແລະ ທີ​ສາມ​ຂອງ​ເດືອນ: ໂຮງ​ຮຽນ​ວັນ​ອາ​ທິດ

ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່: ການ​ປະ​ຊຸມ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ການ​ປະ​ຊຸມ​ກຸ່ມ​ຍິງ​ໜຸ່ມ

ວັນ​ອາ​ທິດ​ທີ​ຫ້າ: ການ​ປະ​ຊຸມ​ສຳ​ລັບ​ຊາວ​ໜຸ່ມ ແລະ ຜູ້​ໃຫຍ່. ຝ່າຍ​ອະ​ທິ​ການ​ກຳ​ນົດ​ຫົວ​ຂໍ້ ແລະ ມອບ​ໝາຍ​ຄູ​ສອນ.

ແຜນ 2

50 ນາ​ທີ

ວັນ​ອາ​ທິດ​ທັງ​ໝົດ: ຊັ້ນ​ປະ​ຖົມ​ໄວ, ລວມ​ທັງ​ຫ້ອງ​ອະ​ນຸ​ບານ

ວັນ​ອາ​ທິດ​ທີ​ໜຶ່ງ ແລະ ທີ​ສາມ​ຂອງ​ເດືອນ: ໂຮງ​ຮຽນ​ວັນ​ອາ​ທິດ

ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່: ການ​ປະ​ຊຸມ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ການ​ປະ​ຊຸມ​ກຸ່ມ​ຍິງ​ໜຸ່ມ

ວັນ​ອາ​ທິດ​ທີ​ຫ້າ: ການ​ປະ​ຊຸມ​ສຳ​ລັບ​ຊາວ​ໜຸ່ມ ແລະ ຜູ້​ໃຫຍ່. ຝ່າຍ​ອະ​ທິ​ການ​ກຳ​ນົດ​ຫົວ​ຂໍ້ ແລະ ມອບ​ໝາຍ​ຄູ​ສອນ.

10 ນາ​ທີ

ຊ່ວງ​ປ່ຽນ​ເຂົ້າ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

60 ນາ​ທີ

ກອງ​ປະ​ຊຸມ​ສິນ​ລະ​ລຶກ

29.3

ການ​ປະ​ຊຸມ​ຕ່າງໆ​ໃນ​ສະ​ເຕກ

29.3.1

ກອງ​ປະ​ຊຸມ​ສະ​ເຕກ

29.3.2

ກອງ​ປະ​ຊຸມ​ຖາ​ນະ​ປະ​ໂລ​ຫິດ​ສາ​ມັນ​ສະ​ເຕກ

29.3.3

ກອງ​ປະ​ຊຸມ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ລະ​ດັບ​ສະ​ເຕກ

29.3.4

ການ​ປະ​ຊຸມ​ຜູ້​ນຳ​ສະ​ເຕກ

29.3.5

ການ​ປະ​ຊຸມ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ສະ​ເຕກ

29.3.6

ການ​ປະ​ຊຸມ​ຝ່າຍ​ປະ​ທານ​ສະ​ເຕກ

29.3.7

ການ​ປະ​ຊຸມ​ສະ​ພາ​ສູງ

29.3.8

ການ​ປະ​ຊຸມ​ສະ​ພາ​ສະ​ເຕກ

29.3.9

ການ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຜູ້​ນຳ​ຜູ້​ໃຫຍ່​ສະ​ເຕກ

29.3.10

ການ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຜູ້​ນຳ​ຊາວ​ໜຸ່ມ​ສະ​ເຕກ

29.3.11

ການ​ປະ​ຊຸມ​ສະ​ພາ​ອະ​ທິ​ການ​ສະ​ເຕກ

29.5

ພິ​ທີ​ສົ່ງ​ສະ​ການ ແລະ ພິ​ທີ​ອື່ນໆ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ

29.5.1

ຫລັກ​ທຳ​ທົ່ວ​ໄປ

ຈຸດ​ປະ​ສົງ​ສຳ​ຄັນ​ໃນ​ພິ​ທີ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແມ່ນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ, ໂດຍ​ສະ​ເພາະ ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພິ​ທີ​ເຫລົ່າ​ນີ້​ຄວນ​ເປັນ​ປະ​ສົບ​ການ​ທີ່​ມີ​ກຽດ ແລະ ທາງ​ວິນ​ຍານ.

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ບໍ່​ຄວນ​ລວມ​ພິ​ທີ​ກຳ​ຂອງ​ສາດ​ສະ​ໜາ​ອື່ນ ຫລື ກຸ່ມ​ອື່ນ​ເຂົ້າ​ກັບ​ພິ​ທີ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ.

29.5.2

ການ​ສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຄອບ​ຄົວ

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ນຳ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ “ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ … ແລະ ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ” (ໂມ​ໄຊ​ຢາ 18:9). ເມື່ອ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ເສຍ​ຊີ​ວິດ, ອະ​ທິ​ການ​ຈະ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ເພື່ອ​ໃຫ້​ການ​ປອບ​ໂຍນ.

ອະ​ທິ​ການ​ສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ມາ​ຊິກ​ຫວອດ, ລວມ​ທັງ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

29.5.4

ພິ​ທີ​ສົ່ງ​ສະ​ການ (ຕາມ​ຮີດ​ຄອງ​ປະ​ເພ​ນີ)

ພິ​ທີ​ສົ່ງ​ສະ​ການ​ທີ່​ດຳ​ເນີນ​ໂດຍ​ອະ​ທິ​ການ, ບໍ່​ວ່າ​ຈະ​ເປັນ​ໃນ​ຕຶກ​ໂບດ ຫລື ໃນ​ບ່ອນ​ໃດ​ກໍ​ຕາມ, ມັນ​ເປັນ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເປັນ​ພິ​ທີ​ທາງ​ສາດ​ສະ​ໜາ. ມັນ​ຄວນ​ເປັນ​ໂອ​ກາດ​ທາງ​ວິນ​ຍານ.

ພິ​ທີ​ສົ່ງ​ສະ​ການ​ຄວນ​ເລີ່ມ​ຕົງ​ເວ​ລາ. ໂດຍ​ທົ່ວ​ໄປ​ແລ້ວ, ບໍ່​ຄວນ​ເກີນ 1.5 ຊົ່ວ​ໂມງ, ຕາມ​ມາ​ລະ​ຍາດ​ທີ່​ສະ​ແດງ​ຕໍ່​ຜູ້​ເຂົ້າ​ຮ່ວມ.

ຕາມ​ປົກ​ກະ​ຕິ​ແລ້ວ​ພິ​ທີ​ບໍ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ.

29.6

ການ​ອະ​ທິ​ຖານ​ໃນ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ

ການ​ອະ​ທິ​ຖານ​ໃນ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ສັ້ນ, ລຽບ​ງ່າຍ, ແລະ ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ໃດ​ກໍ​ໄດ້ ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ສາ​ມາດ​ກ່າວ​ຄຳ​ອະ​ທິ​ຖານ​ເປີດ ຫລື ປິດ. ເດັກ​ນ້ອຍ​ທີ່​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ສາ​ມາດ​ອະ​ທິ​ຖານ​ໃນ​ຊັ້ນ​ປະ​ຖົມ​ໄວ.

29.7

ການ​ສະ​ຕຣີມ​ການ​ປະ​ຊຸມ ແລະ ການ​ຈັດ​ການ​ປະ​ຊຸມ​ອອນ​ລາຍ

ດ້ວຍ​ຂໍ້​ຍົກ​ເວັ້ນ, ອະ​ທິ​ການ​ອາດ​ອະ​ນຸ​ຍາດ​ໃຫ້​ສະ​ຕຣີມ​ສົດ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ພິ​ທີ​ສົ່ງ​ສະ​ການ ແລະ ການ​ແຕ່ງ​ງານ ທີ່​ຈັດ​ຂຶ້ນ​ໃນ​ຕຶກ​ໂບດ.

ການ​ສະ​ຕຣີມ​ສົດ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ບໍ່​ຄວນ​ລວມ​ທັງ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ.

ສຳ​ລັບ​ບາງ​ການ​ປະ​ຊຸມ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ອະ​ນຸ​ຍາດ​ໃຫ້​ສະ​ມາ​ຊິກ​ຜູ້​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ດ້ວຍ​ຕົນ​ເອງ ເຂົ້າ​ຮ່ວມ​ທາງ​ອອນ​ລາຍ. ການ​ປະ​ຊຸມ​ເຫລົ່າ​ນີ້​ອາດ​ລວມ​ທັງ:

  • ການ​ປະ​ຊຸມ​ຜູ້​ນຳ, ດັ່ງ​ເຊັ່ນ ການ​ປະ​ຊຸມ​ຝ່າຍ​ປະ​ທານ ຫລື ການ​ປະ​ຊຸມ​ສະ​ພາ.

  • ການ​ປະ​ຊຸມ​ກຸ່ມ, ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ການ​ປະ​ຊຸມ​ກຸ່ມ​ຍິງ​ໜຸ່ມ.

  • ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ.

  • ຫ້ອງ​ຮຽນ​ຊັ້ນ​ປະ​ຖົມ​ໄວ ແລະ ຊ່ວງ​ເວ​ລາ​ຮ້ອງ​ເພງ.