ຄູ່​ມື ແລະ ການ​ເອີ້ນ
23. ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ


“23. ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“23. ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຫລຽວ​ເບິ່ງ​ໂທ​ລະ​ສັບ​ມື​ຖື

23.

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ

23.0

ຄຳ​ນຳ

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. (ເບິ່ງ 1.2 ໃນ​ຄູ່​ມື​ນີ້; ມັດ​ທາຍ 28:19–20). ມັນ​ລວມ​ທັງ:

  • ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ເຜີຍ​ແຜ່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

  • ການ​ຊ່ວຍ​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ໃຫ້​ກ້າວ​ໜ້າ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

23.1

ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

23.1.1

ຮັກ

ວິ​ທີ​ໜຶ່ງ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ​ຄື​ໂດຍ​ການ​ຮັກ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 22:36–39; 25:40). ເຮົາ​ພະ​ຍາ​ຍາມ​ຮັກ ແລະ ຮັບ​ໃຊ້​ດັ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ. ຄວາມ​ຮັກ​ນີ້​ດົນ​ໃຈ​ເຮົາ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ຜູ້​ຄົນ​ໃນ​ທຸກ​ສາດ​ສະ​ໜາ, ທຸກ​ເຊື້ອ​ຊາດ, ແລະ ທຸກ​ວັດ​ທະ​ນະ​ທຳ (ເບິ່ງ ກິດ​ຈະ​ການ 10:34; 2 ນີ​ໄຟ 26:33).

23.1.2

ແບ່ງ​ປັນ

ຍ້ອນ​ວ່າ​ເຮົາ​ຮັກ​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ, ຕາມ​ທຳ​ມະ​ຊາດ​ແລ້ວ ເຮົາ​ຈຶ່ງ​ຢາກ​ແບ່ງ​ປັນ​ພອນ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຮົາ (ເບິ່ງ ໂຢ​ຮັນ 13:34–35) ແລະ ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ສຶກ​ມີ​ຄວາມ​ຊື່ນ​ຊົມ​ດັ່ງ​ທີ່​ເຮົາ​ຮູ້​ສຶກ (ເບິ່ງ ແອວ​ມາ 36:24). ເຮົາ​ເວົ້າ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອິດ​ທິ​ພົນ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ​ຢ່າງ​ເປີດ​ເຜີຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:2). ເຮົາ​ແບ່ງ​ປັນ​ສິ່ງ​ເຫລົ່າ​ນີ້​ໃນ​ວິ​ທີ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ການ​ປະ​ຕິ​ສຳ​ພັນ​ສ່ວນ​ຕົວ, ທາງ​ອອນ​ລາຍ, ແລະ ອື່ນໆ.

23.1.3

ເຊື້ອ​ເຊີນ

ເຮົາ​ອະ​ທິ​ຖານ​ເພື່ອ​ການ​ດົນ​ໃຈ ແລະ ການ​ຊີ້​ນຳ​ກ່ຽວ​ກັບ​ວິ​ທີ​ເຊື້ອ​ເຊີນ​ໃຫ້​ຜູ້​ອື່ນ:

  • ມາ​ເບິ່ງ​ພອນ​ທີ່​ມີ​ໃຫ້​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 1:37–39, 45–46).

  • ມາ​ຊ່ວຍ​ພວກ​ເຮົາ​ຮັບ​ໃຊ້​ຄົນ​ຂັດ​ສົນ.

  • ມາ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ.

ສ່ວນ​ຫລາຍ​ແລ້ວ, ການ​ເຊື້ອ​ເຊີນ​ພຽງ​ໝາຍ​ເຖິງ​ການ​ລວມ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ເຮົາ​ເຂົ້າ​ໃນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ.

23.2

ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່

ສະ​ມາ​ຊິກ​ໃໝ່​ແຕ່​ລະ​ຄົນ​ຕ້ອງ​ການ​ມິດ​ຕະ​ພາບ, ໂອ​ກາດ​ທີ່​ຈະ​ຮັບ​ໃຊ້, ແລະ ການ​ບຳ​ລຸງ​ລ້ຽງ​ທາງ​ວິນ​ຍານ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ໃຫ້​ຄວາມ​ຮັກ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ສະ​ມາ​ຊິກ​ໃໝ່ (ເບິ່ງ ໂມ​ໄຊ​ຢາ 18:8–10). ເຮົາ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ. ເຮົາ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກ້າວ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ “ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” (ແອວ​ມາ 23:6).

23.3

ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ

ສະ​ມາ​ຊິກ​ບາງ​ຄົນ​ເລືອກ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ. “ແກ່​ຄົນ​ນັ້ນ,” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ, “ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສະ​ເໝີ​ໄປ; ເພາະ​ເຈົ້າ​ບໍ່​ສາ​ມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ເຂົາ; ແລະ ເຈົ້າ​ຈະ​ເປັນ​ທາງ​ນຳ​ຄວາມ​ລອດ​ມາ​ສູ່​ເຂົາ” (3 ນີ​ໄຟ 18:32).

ສະ​ມາ​ຊິກ​ທີ່​ບໍ່​ໄດ້​ມີ​ສ່ວນ​ຮ່ວມ ມີ​ແນວ​ໂນ້ມ​ທີ່​ຈະ​ກັບ​ມາ​ຫລາຍ​ຂຶ້ນ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ຄວາມ​ສຳ​ພັນ​ແໜ້ນ​ແຟ້ນ​ກວ່າ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ເຊັ່ນ​ດຽວ​ກັບ​ສະ​ມາ​ຊິກ​ໃໝ່, ເຂົາ​ເຈົ້າ​ຕ້ອງ​ການ​ມິດ​ຕະ​ພາບ, ໂອ​ກາດ​ທີ່​ຈະ​ຮັບ​ໃຊ້, ແລະ ການ​ບຳ​ລຸງ​ລ້ຽງ​ທາງ​ວິນ​ຍານ.

23.4

ຜູ້​ນຳ​ສະ​ເຕກ

23.4.1

ຝ່າຍ​ປະ​ທານ​ສະ​ເຕກ

ປະ​ທານ​ສະ​ເຕກ​ດຳ​ລົງ​ຂໍ​ກະ​ແຈ​ໃນ​ສະ​ເຕກ ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ເພິ່ນ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ໃຫ້​ການ​ຊີ້​ນຳ​ໂດຍ​ລວມ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້.

ຕາມ​ປົກ​ກະ​ຕິ​ແລ້ວ, ປະ​ທານ​ສະ​ເຕກ​ພົບ​ກັບ​ປະ​ທານ​ເຜີຍ​ແຜ່​ທຸກ​ເດືອນ ເພື່ອ​ປະ​ສານ​ຄວາມ​ພະ​ຍາ​ຍາມ​ລະ​ຫວ່າງ​ຜູ້​ນຳ​ສະ​ເຕກ ແລະ ຜູ້​ນຳ​ຫວອດ ແລະ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

23.4.3

ສະ​ມາ​ຊິກ​ສະ​ພາ​ສູງ

ຝ່າຍ​ປະ​ທານ​ສະ​ເຕກ​ອາດ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສູງ​ແນະ​ນຳ ແລະ ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ. ສະ​ມາ​ຊິກ​ສະ​ພາ​ສູງ​ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ອາດ​ຖືກ​ມອບ​ໝາຍ​ໃຫ້​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ມາ​ຊິກ​ສະ​ພາ​ສູງ​ທຸກ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້​ສຳ​ລັບ​ຫວອດ ແລະ ກຸ່ມ​ທີ່​ພວກ​ເພິ່ນ​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ.

23.4.4

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສະ​ເຕກ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ສະ​ເຕກ, ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສະ​ເຕກ​ແນະ​ນຳ ແລະ ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຫວອດ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ.

23.5

ຜູ້​ນຳ​ຫວອດ

23.5.1

ຝ່າຍ​ອະ​ທິ​ການ

ຝ່າຍ​ອະ​ທິ​ການ​ປະ​ສານ​ງານ​ກັບ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຂະ​ນະ​ທີ່​ພວກ​ເພິ່ນ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ຫວອດ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ຜູ້​ນຳ​ເຫລົ່າ​ນີ້​ປຶກ​ສາ​ຫາ​ລື​ນຳ​ກັນ​ເປັນ​ປະ​ຈຳ.

ຝ່າຍ​ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ໄດ້​ຖືກ​ສົນ​ທະ​ນາ ແລະ ປະ​ສານ​ງານ ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ ແລະ ສະ​ພາ​ຊາວ​ໜຸ່ມ​ຫວອດ.

ອະ​ທິ​ການ​ສຳ​ພາດ​ສະ​ມາ​ຊິກ​ໃໝ່​ຜູ້​ມີ​ອາ​ຍຸ​ເໝາະ​ສົມ ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເພື່ອ​ເປັນ​ຜູ້​ກະ​ທຳ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ (ເບິ່ງ 26.4.2). ເພິ່ນ​ກໍ​ຍັງ​ສຳ​ພາດ​ອ້າຍ​ນ້ອງ​ທີ່​ມີ​ອາ​ຍຸ​ເໝາະ​ສົມ ເພື່ອ​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ເຊັ່ນ​ກັນ. ຕາມ​ປົກ​ກະ​ຕິ​ແລ້ວ ເພິ່ນ​ຈະ​ທຳ​ການ​ສຳ​ພາດ​ເຫລົ່າ​ນີ້​ພາຍ​ໃນ​ອາ​ທິດ​ທີ່​ສະ​ມາ​ຊິກ​ໄດ້​ຮັບ​ການ​ຢືນ​ຢັນ.

23.5.2

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ປະ​ຈຳ​ວັນ​ຂອງ​ຫວອດ ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ (ເບິ່ງ 8.2.3 ແລະ 9.2.3).

ຜູ້​ນຳ​ເຫລົ່າ​ນີ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຊ່ວຍ​ດົນ​ໃຈ​ສະ​ມາ​ຊິກ​ໃຫ້​ຮັກ​ລູກໆ​ຂອງ​ພຣະ​ເຈົ້າ, ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ແລະ ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮັບ​ເອົາ​ພອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ມອບ​ໝາຍ​ໃຫ້​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດູ​ແລ​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ (ເບິ່ງ 21.2.1).

  • ນຳ​ພາ​ວຽກ​ງານ​ຂອງ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ.

ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຕ່າງ​ກໍ​ມອບ​ໝາຍ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ຄົນ​ໜຶ່ງ​ໃຫ້​ຊ່ວຍ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສອງ​ຄົນ​ນີ້​ເຮັດ​ວຽກ​ນຳ​ກັນ. ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ປະ​ສານ​ງານ​ທຸກ​ອາ​ທິດ (ເບິ່ງ 23.5.7).

23.5.3

ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ

ຝ່າຍ​ອະ​ທິ​ການ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ ເພື່ອ​ພິ​ຈາ​ລະ​ນາ​ວ່າ​ຄວນ​ຈະ​ເອີ້ນ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ​ຫລື​ບໍ່. ບຸກ​ຄົນ​ນີ້​ຄວນ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ຖ້າ​ຫາກ​ຜູ້​ນຳ​ຄົນ​ນີ້​ບໍ່​ໄດ້​ຖືກ​ເອີ້ນ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ຈະ​ຮັບ​ບົດ​ບາດ​ນີ້.

ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ​ຊ່ວຍ​ເຫລືອ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ລາວ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ປະ​ສານ​ວຽກ​ງານ​ຂອງ​ສະ​ມາ​ຊິກ​ຫວອດ ແລະ ຜູ້​ນຳ​ຫວອດ, ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ, ແລະ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

  • ນຳ​ພາ​ການ​ປະ​ຊຸມ​ປະ​ສານ​ງານ​ທຸກ​ອາ​ທິດ (ເບິ່ງ 23.5.7).

23.5.4

ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ

ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຫວອດ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ຂອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ດັ່ງ​ທີ່​ບັນ​ຍາຍ​ໄວ້​ໃນ 23.1. ເຂົາ​ເຈົ້າ​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ ຫລື ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຜູ້​ຮັບ​ບົດ​ບາດ​ນີ້.

23.5.5

ສະ​ພາ​ຫວອດ ແລະ ສະ​ພາ​ຊາວ​ໜຸ່ມ​ຫວອດ

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ຄວນ​ຖືກ​ສົນ​ທະ​ນາ​ເປັນ​ປະ​ຈຳ​ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ. ອະ​ທິ​ການ​ອາດ​ເຊື້ອ​ເຊີນ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ​ໃຫ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຫວອດ.

ຟອມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ໃນ​ການ​ສົນ​ທະ​ນາ​ເຫລົ່າ​ນີ້​ໄດ້:

ໃນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຊາວ​ໜຸ່ມ​ໃນ​ຫວອດ, ສະ​ພາ​ຊາວ​ໜຸ່ມ​ຫວອດ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ແລະ ຕໍ່​ຊາວ​ໜຸ່ມ​ທີ່​ກຳ​ລັງ​ຖືກ​ສິດ​ສອນ​ໂດຍ​ຜູ້​ສອນ​ສາດ​ສະ​ໜາ.

23.5.7

ການ​ປະ​ຊຸມ​ປະ​ສານ​ງານ

ທຸກໆ​ອາ​ທິດ, ການ​ປະ​ຊຸມ​ແບບ​ບໍ່​ເປັນ​ທາງ​ການ​ຈະ​ຖືກ​ຈັດ​ຂຶ້ນ​ເພື່ອ​ປະ​ສານ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ຖ້າ​ຫາກ​ຄົນ​ໜຶ່ງ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ, ລາວ​ຈະ​ດຳ​ເນີນ​ການ​ປະ​ຊຸມ​ເຫລົ່າ​ນີ້. ຖ້າ​ບໍ່​ດັ່ງ​ນັ້ນ, ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ຮັບ​ບົດ​ບາດ​ນີ້​ຈະ​ດຳ​ເນີນ.

ຄົນ​ອື່ນໆ​ທີ່​ຖືກ​ເຊື້ອ​ເຊີນ​ແມ່ນ​ລວມ​ທັງ:

  • ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ຖືກ​ມອບ​ໝາຍ.

  • ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ.

  • ຜູ້​ຊ່ວຍ​ໃນ​ກຸ່ມ​ປະ​ໂລ​ຫິດ (ຫລື ປະ​ທານ​ກຸ່ມ​ຄູ​ສອນ ຫລື ປະ​ທານ​ກຸ່ມ​ມັກ​ຄະ​ນາ​ຍົກ ຖ້າ​ຫາກ​ບໍ່​ມີ​ປະ​ໂລ​ຫິດ​ໃນ​ຫວອດ).

  • ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ຫ້ອງ​ຍິງ​ໜຸ່ມ​ລຸ້ນ​ໃຫຍ່​ສຸດ.

  • ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.