ຄູ່​ມື ແລະ ການ​ເອີ້ນ
20. ກິດ​ຈະ​ກຳ


“20. ກິດ​ຈະ​ກຳ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“20. ກິດ​ຈະ​ກຳ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຍິງ​ໜຸ່ມ​ກັບ​ປືນ​ນ້ຳ

20.

ກິດ​ຈະ​ກຳ

20.1

ຈຸດ​ປະ​ສົງ

ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ນຳ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຄົນ​ອື່ນໆ​ໃຫ້​ມາ​ລວມ​ກັນ​ເປັນ “ພົນ​ລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ” (ເອ​ເຟ​ໂຊ 2:19). ຈຸດ​ປະ​ສົງ​ສຳ​ລັບ​ກິດ​ຈະ​ກຳ​ອາດ​ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້:

  • ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ໃຫ້​ຄວາມ​ສະ​ໜຸກ​ສະ​ໜານ ແລະ ເສີມ​ສ້າງ​ຄວາມ​ເປັນ​ໜຶ່ງ.

  • ໃຫ້​ໂອ​ກາດ​ແຕ່​ລະ​ຄົນ​ໄດ້​ເຕີບ​ໂຕ.

  • ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ.

  • ຊ່ວຍ​ໃຫ້​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ 1.2).

20.2

ການ​ວາງ​ແຜນ​ກິດ​ຈະ​ກຳ

ກ່ອນ​ການ​ວາງ​ແຜນ​ກິດ​ຈະ​ກຳ, ຜູ້​ນຳ​ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ ແລະ ທາງ​ໂລກ​ຂອງ​ສະ​ມາ​ຊິກ. ຜູ້​ນຳ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ ເມື່ອ​ຕັດ​ສິນ​ໃຈ​ວ່າ ກິດ​ຈະ​ກຳ​ແບບ​ໃດ​ຈະ​ຊ່ວຍ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ.

20.2.1

ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ວາງ​ແຜນ​ກິດ​ຈະ​ກຳ

ກິດ​ຈະ​ກຳ​ຫວອດ​ສາ​ມາດ​ຖືກວາງ​ແຜນ​ໃນ​ວິ​ທີ​ໃດ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້, ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ທ້ອງ​ຖິ່ນ:

  • ສະ​ພາ​ຫວອດ​ສາ​ມາດ​ດູ​ແລ​ການ​ວາງ​ແຜນ.

  • ສະ​ພາ​ຫວອດ​ສາ​ມາດ​ມອບ​ໝາຍ​ອົງ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ເພື່ອ​ຊ່ວຍ​ວາງ​ແຜນ​ກິດ​ຈະ​ກຳ​ຢ່າງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ.

  • ເມື່ອ​ຈຳ​ເປັນ ແລະ ໃນ​ບ່ອນ​ທີ່​ມີ​ສະ​ມາ​ຊິກ​ພຽງ​ພໍ, ຝ່າຍ​ອະ​ທິ​ການ​ອາດ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ກິດ​ຈະ​ກຳ​ຫວອດ​ຂຶ້ນ.

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ວາງ​ແຜນ​ກິດ​ຈະ​ກຳ​ຊາວ​ໜຸ່ມ​ຫວອດ, ໃຫ້​ເບິ່ງ 10.2.1.3 ແລະ 11.2.1.3.

20.2.2

ການ​ເຊື້ອ​ເຊີນ​ໃຫ້​ທຸກ​ຄົນ​ມີ​ສ່ວນ​ຮ່ວມ

ຄົນ​ທີ່​ວາງ​ແຜນ​ກິດ​ຈະ​ກຳ​ຄວນ​ເອື້ອມ​ອອກ​ໄປ​ຫາ​ທຸກ​ຄົນ, ໂດຍ​ສະ​ເພາະ​ສະ​ມາ​ຊິກ​ໃໝ່, ສະ​ມາ​ຊິກ​ທີ່​ບໍ່​ເຂັ້ມ​ແຂງ, ຊາວ​ໜຸ່ມ, ຜູ້​ໃຫຍ່​ໂສດ, ຜູ້​ຄົນ​ພິ​ການ, ແລະ ຜູ້​ຄົນ​ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ.

ກິດ​ຈະ​ກຳ​ບໍ່​ຄວນ​ສ້າງ​ພາ​ລະ​ໃຫ້​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ຫລາຍ​ເກີນ​ໄປ.

20.2.3

ມາດ​ຕະ​ຖານ

ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ຍົກ​ລະ​ດັບ ແລະ ເນັ້ນ​ສິ່ງ​ທີ່​ເປັນ “ຄຸນ​ນະ​ທຳ, ງົດ​ງາມ, ຫລື ຈາກ​ການ​ລາຍ​ງານ​ດີ ຫລື ຄວນ​ສັນ​ລະ​ເສີນ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:13). ກິດ​ຈະ​ກຳ​ຈະ​ບໍ່​ມີ​ສິ່ງ​ໃດ​ຂັດ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ.

20.2.6

ເງິນ​ທຶນ​ສຳ​ລັບ​ກິດ​ຈະ​ກຳ

ກິດ​ຈະ​ກຳ​ສ່ວນ​ໃຫຍ່​ຄວນ​ລຽບ​ງ່າຍ ແລະ ມີ​ຄ່າ​ໃຊ້​ຈ່າຍ​ເລັກ​ນ້ອຍ ຫລື ບໍ່​ມີ​ເລີຍ. ຄ່າ​ໃຊ້​ຈ່າຍ​ໃດໆ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ລ່ວງ​ໜ້າ​ຈາກ​ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສະ​ເຕກ​ກ່ອນ.

ຕາມ​ປົກ​ກະ​ຕິ​ແລ້ວ ສະ​ມາ​ຊິກ​ບໍ່​ຄວນ​ຈ່າຍ​ຄ່າ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ. ສຳ​ລັບ​ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ເລື່ອງ​ເງິນ​ທຶນ​ກິດ​ຈະ​ກຳ, ໃຫ້​ເບິ່ງ 20.6.

20.4

ກອງ​ປະ​ຊຸມ​ຊາວ​ໜຸ່ມ

ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ມີ​ອາ​ຍຸ​ຄົບ 14 ປີ, ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຊາວ​ໜຸ່ມ​ນຳ​ກັນ. ຕາມ​ປົກ​ກະ​ຕິ​ແລ້ວ ກອງ​ປະ​ຊຸມ​ຊາວ​ໜຸ່ມ​ຖືກ​ຈັດ​ຂຶ້ນ​ປີ​ລະ​ຄັ້ງ ໃນ​ລະ​ດັບ​ຫວອດ ຫລື ສະ​ເຕກ. ມັນ​ອາດ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ດັບ​ລວມ​ສະ​ເຕກ ຫລື ລະ​ດັບ​ເຂດ​ເຊັ່ນ​ກັນ. ໃນ​ປີ​ທີ່​ຊາວ​ໜຸ່ມ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮ່ວມ​ກອງ​ປະ​ຊຸມ FSY, ສະ​ເຕກ ແລະ ຫວອດ​ບໍ່​ຄວນ​ຈັດ​ກອງ​ປະ​ຊຸມ​ຊາວ​ໜຸ່ມ.

ກອງ​ປະ​ຊຸມ​ຊາວ​ໜຸ່ມ​ຫວອດ​ຖືກ​ວາງ​ແຜນ ແລະ ຈັດ​ຂຶ້ນ​ໂດຍ​ສະ​ພາ​ຊາວ​ໜຸ່ມ​ຫວອດ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ອະ​ທິ​ການ (ເບິ່ງ 29.2.6). ຝ່າຍ​ອະ​ທິ​ການ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສະ​ເຕກ​ສຳ​ລັບ​ການ​ວາງ​ແຜນ​ກອງ​ປະ​ຊຸມ​ຊາວ​ໜຸ່ມ​ຫວອດ.

ຂະ​ນະ​ທີ່​ຜູ້​ນຳ ແລະ ຊາວ​ໜຸ່ມ​ວາງ​ແຜນ​ກອງ​ປະ​ຊຸມ​ຊາວ​ໜຸ່ມ, ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຢູ່​ໃນ​ບົດ​ນີ້ ແລະ ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້:

  • ຫົວ​ຂໍ້​ປະ​ຈຳ​ປີ​ຂອງ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ສາ​ມາດ​ຖືກ​ນຳ​ໃຊ້​ໃນ​ຫົວ​ຂໍ້​ກອງ​ປະ​ຊຸມ​ໄດ້.

  • ວາງ​ແຜນ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວ​ຂໍ້.

  • ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສະ​ເຕກ​ສຳ​ລັບ​ຜູ້​ກ່າວ​ປາ​ໄສ​ທຸກ​ຄົນ ແລະ ກິດ​ຈະ​ກຳ​ທຸກ​ຢ່າງ.

  • ຕ້ອງ​ແນ່​ໃຈ​ວ່າ​ການ​ດູ​ແລ​ຈາກ​ຜູ້​ໃຫຍ່​ມີ​ພຽງ​ພໍ​ຕະ​ຫລອດ​ເວ​ລາ (ເບິ່ງ 20.7.1).

20.5

ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ເລືອກ ແລະ ການ​ວາງ​ແຜນ​ກິດ​ຈະ​ກຳ

20.5.1

ກິດ​ຈະ​ກຳ​ການ​ຄ້າ ຫລື ການ​ເມືອງ

ກິດ​ຈະ​ກຳ​ໃດໆ​ທີ່​ກ່ຽວ​ກັບ​ການ​ຄ້າ ຫລື ການ​ເມືອງ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ຈັດ​ຂຶ້ນ (ເບິ່ງ 35.5.2).

20.5.2

ການ​ເຕັ້ນ​ລຳ ແລະ ດົນ​ຕີ

ໃນ​ການ​ເຕັ້ນ​ລຳ​ທຸກ​ຄັ້ງ, ເສື້ອ​ຜ້າ, ການ​ແຕ່ງ​ຕົວ, ແສງ​ໄຟ, ທ່າ​ເຕັ້ນ, ເນື້ອ​ເພງ, ແລະ ດົນ​ຕີ ຄວນ​ຊ່ວຍ​ສ້າງ​ບັນ​ຍາ​ກາດ​ທີ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ຖິດ​ຢູ່​ນຳ.

20.5.3

ຄືນ​ວັນ​ຈັນ

ສະ​ມາ​ຊິກ​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ຈັດ​ກິດ​ຈະ​ກຳ​ຄອບ​ຄົວ​ໃນ​ວັນ​ຈັນ ຫລື ໃນ​ເວ​ລາ​ອື່ນ. ຈະ​ບໍ່​ຈັດ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ, ການ​ປະ​ຊຸມ, ຫລື ພິ​ທີ​ບັບ​ຕິ​ສະ​ມາ​ຫລັງ​ຈາກ 6:00 ໂມງ​ແລງ ໃນ​ວັນ​ຈັນ.

20.5.5

ກິດ​ຈະ​ກຳ​ຄ້າງ​ຄືນ

ກິດ​ຈະ​ກຳ​ຄ້າງ​ຄືນ​ຂອງ​ສາດ​ສະ​ໜາ​ຈັກ​ແບບ​ລວມ​ກຸ່ມ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ຈະ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ເສຍ​ກ່ອນ. ເຊັ່ນ​ດຽວ​ກັນ​ສຳ​ລັບ​ກິດ​ຈະ​ກຳ​ສະ​ມາ​ຊິກ​ຊາຍ ແລະ ຍິງ​ໂສດ.

ກິດ​ຈະ​ກຳ​ຄ້າງ​ຄືນ​ທີ່​ຕຶກ​ໂບດ​ຂອງ​ສາດ​ສະ​ໜາ​ຈັກ ຫລື ໃນ​ບໍ​ລິ​ເວນ​ຕຶກ​ໂບດ​ບໍ່​ຖືກ​ອະ​ນຸ​ມັດ​ໃຫ້​ຈັດ​ຂຶ້ນ.

20.5.8

ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ

ຄ້າຍ​ສາດ​ສະ​ໜາ​ຈັກ, ການ​ຫລິ້ນ​ກິ​ລາ, ຫລື ກິດ​ຈະ​ກຳ​ພັກ​ຜ່ອນ ບໍ່​ຄວນ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ. ທັງ​ບໍ່​ຄວນ​ໃຫ້​ກຸ່ມ​ຊາວ​ໜຸ່ມ ແລະ ຄົນ​ອື່ນໆ​ເດີນ​ທາງ​ໄປ ຫລື ກັບ​ຈາກ​ຄ້າຍ ຫລື ກອງ​ປະ​ຊຸມ​ຊາວ​ໜຸ່ມ ໃນ​ວັນ​ອາ​ທິດ.

20.5.10

ການ​ໄປ​ພຣະ​ວິ​ຫານ

ການ​ໄປ​ພຣະ​ວິ​ຫານ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ດັບ​ຫວອດ ຫລື ສະ​ເຕກ ໃນ​ເຂດ​ພຣະ​ວິ​ຫານ​ທີ່​ກຳ​ນົດ​ໄວ້​ໃຫ້.

20.6

ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ສຳ​ລັບ​ເງິນ​ທຶນ​ກິດ​ຈະ​ກຳ

20.6.1

ກິດ​ຈະ​ກຳ​ທີ່​ໃຊ້​ຈ່າຍ​ດ້ວຍ​ເງິນ​ທຶນ​ງົບ​ປະ​ມານ​ຂອງ​ຫວອດ ຫລື ສະ​ເຕກ

ເງິນ​ທຶນ​ງົບ​ປະ​ມານ​ຂອງ​ຫວອດ ຫລື ສະ​ເຕກ ຄວນ​ຖືກ​ໃຊ້​ເພື່ອ​ຈ່າຍ​ສຳ​ລັບ​ກິດ​ຈະ​ກຳ​ທັງ​ໝົດ—ໂດຍ​ມີ​ຂໍ້​ຍົກ​ເວັ້ນ​ທີ່​ລະ​ບຸ​ໄວ້​ໃນ 20.6.2.

20.6.2

ເງິນ​ທຶນ​ສຳ​ລັບ​ຄ້າຍ​ຊາວ​ໜຸ່ມ

ຖ້າ​ຫາກ​ງົບ​ປະ​ມານ​ຂອງ​ຫວອດ ຫລື ສະ​ເຕກ​ບໍ່​ມີ​ເງິນ​ທຶນ​ພໍ​ສຳ​ລັບ​ຈ່າຍ​ຄ່າ​ກິດ​ຈະ​ກຳ​ຂ້າງ​ລຸ່ມ, ຜູ້​ນຳ​ຈະ​ຂໍ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຈ່າຍ​ບາງ​ພາກ​ສ່ວນ ຫລື ທັງ​ໝົດ:

  • ຄ້າຍ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ເພີ່ມ​ພິ​ເສດ​ປະ​ຈຳ​ປີ ຫລື ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ໜຶ່ງ​ຄັ້ງ.

  • ຄ້າຍ​ຍິງ​ໜຸ່ມ​ເພີ່ມ​ພິ​ເສດ​ປະ​ຈຳ​ປີ ຫລື ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ໜຶ່ງ​ຄັ້ງ.

  • ຄ້າຍ​ປະ​ຈຳ​ປີ ຫລື ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ໜຶ່ງ​ຄັ້ງ​ສຳ​ລັບ​ເດັກ​ນ້ອຍ​ຊັ້ນ​ປະ​ຖົມ​ໄວ ອາ​ຍຸ 8 ປີ ຫາ 11 ປີ.

ຄ່າ​ໃຊ້​ຈ່າຍ ຫລື ຄ່າ​ເດີນ​ທາງ​ສຳ​ລັບ​ຄ້າຍ​ປະ​ຈຳ​ປີ​ບໍ່​ຄວນ​ຫລາຍ​ເກີນ​ໄປ. ການ​ຂາດ​ເງິນ​ທຶນ​ສ່ວນ​ຕົວ​ບໍ່​ຄວນ​ກີດ​ກັນ​ສະ​ມາ​ຊິກ​ຈາກ​ການ​ເຂົ້າ​ຮ່ວມ.

20.6.3

ເງິນ​ທຶນ​ສຳ​ລັບ​ກອງ​ປະ​ຊຸມ FSY

ຊາວ​ໜຸ່ມ​ອາດ​ຖືກ​ຂໍ​ໃຫ້​ຈ່າຍ​ຄ່າ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (FSY). ຖ້າ​ຫາກ​ຄ່າ​ກອງ​ປະ​ຊຸມ​ກີດ​ກັນ​ຊາວ​ໜຸ່ມ​ຈາກ​ການ​ເຂົ້າ​ຮ່ວມ, ອະ​ທິ​ການ​ຈະ​ໃຊ້​ເງິນ​ທຶນ​ງົບ​ປະ​ມານ​ຂອງ​ຫວອດ ເພື່ອ​ຈ່າຍ​ໃຫ້​ທັງ​ໝົດ ຫລື ສ່ວນ​ໜຶ່ງ. ເບິ່ງ FSY.ChurchofJesusChrist.org.

20.6.5

ງານ​ລະ​ດົມ​ທຶນ

ຕາມ​ປົກ​ກະ​ຕິ​ແລ້ວ ຄ່າ​ໃຊ້​ຈ່າຍ​ສຳ​ລັບ​ກິດ​ຈະ​ກຳ​ສະ​ເຕກ ແລະ ຫວອດ​ຈະ​ຈ່າຍ​ດ້ວຍ​ເງິນ​ທຶນ​ງົບ​ປະ​ມານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ອາດ​ອະ​ນຸ​ຍາດ​ໃຫ້​ຈັດ​ງານ​ລະ​ດົມ​ທຶນ​ປີ​ລະ​ຄັ້ງ ເພື່ອ​ຈຸດ​ປະ​ສົງ​ຕໍ່​ໄປ​ນີ້​ເທົ່າ​ນັ້ນ:

  • ເພື່ອ​ຊ່ວຍ​ຈ່າຍ​ຄ່າ​ກິດ​ຈະ​ກຳ​ທີ່​ລະ​ບຸ​ໄວ້​ໃນ 20.6.2.

  • ເພື່ອ​ຊ່ວຍ​ຊື້​ອຸ​ປະ​ກອນ​ທີ່​ໜ່ວຍ​ຕ້ອງ​ການ​ສຳ​ລັບ​ຄ້າຍ​ປະ​ຈຳ​ປີ.

20.7

ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຄວາມ​ປອດ​ໄພ​ສຳ​ລັບ​ກິດ​ຈະ​ກຳ

20.7.1

ການ​ດູ​ແລ​ຈາກ​ຜູ້​ໃຫຍ່

ຕ້ອງ​ມີ​ຜູ້​ໃຫຍ່​ຢ່າງ​ໜ້ອຍ​ສອງ​ຄົນ​ຢູ່​ໃນ​ກິດ​ຈະ​ກຳ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ເຂົ້າ​ຮ່ວມ. ອາດ​ຕ້ອງ​ມີ​ຜູ້​ໃຫຍ່​ເພີ່ມ ຕາມ​ຂະ​ໜາດ​ຂອງ​ກຸ່ມ, ທັກ​ສະ​ທີ່​ຕ້ອງ​ໃຊ້​ສຳ​ລັບ​ກິດ​ຈະ​ກຳ, ຫລື ປັດ​ໃຈ​ອື່ນໆ. ພໍ່​ແມ່​ຖືກ​ຊຸກ​ຍູ້​ໃຫ້​ຊ່ວຍ​ເຫລືອ.

ທຸກ​ຄົນ​ທີ່​ເຮັດ​ວຽກ​ກັບ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ຄວນ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ. ເບິ່ງ ProtectingChildren.ChurchofJesusChrist.org.

20.7.2

ຂໍ້​ກຳ​ນົດ​ອາ​ຍຸ​ສຳ​ລັບ​ຜູ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຊາວ​ໜຸ່ມ

ດ້ວຍ​ການ​ອະ​ນຸ​ຍາດ​ຈາກ​ພໍ່​ແມ່​ຂອງ​ພວກ​ເຂົາ, ຊາວ​ໜຸ່ມ​ສາ​ມາດ​ເຂົ້າ​ຮ່ວມ​ຄ້າຍ​ຄ້າງ​ຄືນ ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ມີ​ອາ​ຍຸ​ຄົບ 12 ປີ. ພວກ​ເຂົາ​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຕັ້ນ​ລຳ, ກອງ​ປະ​ຊຸມ​ຊາວ​ໜຸ່ມ, ແລະ ກອງ​ປະ​ຊຸມ FSY ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ມີ​ອາ​ຍຸ​ຄົບ 14 ປີ.

20.7.4

ການ​ອະ​ນຸ​ຍາດ​ຈາກ​ພໍ່​ແມ່

ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ບໍ່​ຄວນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ປາດ​ສະ​ຈາກ​ການ​ອະ​ນຸ​ຍາດ​ຈາກ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຂອງ​ພວກ​ເຂົາ. ສຳ​ລັບ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ລວມ​ທັງ​ການ​ນອນ​ຄ້າງ​ຄືນ, ການ​ເດີນ​ທາງ​ໄກ, ຫລື ມີ​ຄວາມ​ສ່ຽງ​ສູງ​ກວ່າ​ປົກ​ກະ​ຕິ, ຕ້ອງ​ໄດ້​ຮັບ​ການ​ຍິນ​ຍອມ​ເປັນ​ລາຍ​ລັກ​ອັກ​ສອນ​ທີ່​ຈຳ​ເປັນ.

ພໍ່​ແມ່ ແລະ ຜູ້​ປົກ​ຄອງ​ໃຫ້​ການ​ຍິນ​ຍອມ​ນີ້​ໂດຍ​ການ​ເຊັນ​ຊື່​ໃນ Permission and Medical Release form.

20.7.5

ລາຍ​ງານ​ການ​ຂົ່ມ​ເຫັງ

ການ​ຂົ່ມ​ເຫັງ​ໃດໆ​ທີ່​ເກີດ​ຂຶ້ນ​ລະ​ຫວ່າງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ. ອະ​ທິ​ການ​ຄວນ​ຖືກ​ຕິດ​ຕໍ່​ຫາ​ທັນ​ທີ. ຄຳ​ແນະ​ນຳ​ສຳ​ລັບ​ສະ​ມາ​ຊິກ​ມີ​ຢູ່​ໃນ 38.6.2.7. ຄຳ​ແນະ​ນຳ​ສຳ​ລັບ​ອະ​ທິ​ການ​ມີ​ຢູ່​ໃນ 38.6.2.1.

20.7.6

ມາດ​ຕະ​ການ​ຄວາມ​ປອດ​ໄພ, ການ​ຮັບ​ມື​ກັບ​ອຸ​ບັດ​ຕິ​ເຫດ, ແລະ ການ​ລາຍ​ງານ​ອຸ​ບັດ​ຕິ​ເຫດ

20.7.6.1

ມາດ​ຕະ​ການ​ຄວາມ​ປອດ​ໄພ

ຜູ້​ນຳ ແລະ ຜູ້​ເຂົ້າ​ຮ່ວມ​ຄວນ​ປະ​ເມີນ​ກິດ​ຈະ​ກຳ​ຢ່າງ​ຮອບ​ຄອບ ເພື່ອ​ໃຫ້​ແນ່​ໃຈ​ວ່າ ມີ​ຄວາມ​ສ່ຽງ​ໃນ​ການ​ຮັບ​ບາດ​ເຈັບ ຫລື ເຈັບ​ປ່ວຍ​ໜ້ອຍ​ທີ່​ສຸດ. ກິດ​ຈະ​ກຳ​ກໍ​ຄວນ​ມີ​ຄວາມ​ສ່ຽງ​ໜ້ອຍ​ທີ່​ສຸດ​ຕໍ່​ການ​ເຮັດ​ໃຫ້​ຊັບ​ສິນ​ເສຍ​ຫາຍ. ລະ​ຫວ່າງ​ກິດ​ຈະ​ກຳ, ຜູ້​ນຳ​ພະ​ຍາ​ຍາມ​ໃນ​ທຸກ​ວິ​ທີ​ທາງ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ປອດ​ໄພ.

20.7.6.2

ການ​ຮັບ​ມື​ກັບ​ອຸ​ບັດ​ຕິ​ເຫດ

ຖ້າ​ຫາກ​ອຸ​ບັດ​ຕິ​ເຫດ ຫລື ການ​ບາດ​ເຈັບ​ເກີດ​ຂຶ້ນ​ໃນ​ບ່ອນ​ທີ່​ສາດ​ສະ​ໜາ​ຈັກ​ເປັນ​ເຈົ້າ​ຂອງ ຫລື ລະ​ຫວ່າງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ນຳ​ຈະ​ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້, ຕາມ​ຄວາມ​ເໝາະ​ສົມ:

  • ໃຫ້​ການ​ປະ​ຖົມ​ພະ​ຍາ​ບານ. ຖ້າ​ຫາກ​ບຸກ​ຄົນ​ຕ້ອງ​ການ​ການ​ດູ​ແລ​ທາງ​ການ​ແພດ​ເພີ່ມ​ເຕີມ, ໃຫ້​ຕິດ​ຕໍ່​ຫາ​ໜ່ວຍ​ແພດ​ສຸກ​ເສີນ. ໃຫ້​ຕິດ​ຕໍ່​ຫາ​ພໍ່​ແມ່, ຜູ້​ປົກ​ຄອງ, ຫລື ຍາດ​ພີ່​ນ້ອງ ແລະ ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ.

  • ຖ້າ​ຫາກ​ມີ​ຄົນ​ສູນ​ຫາຍ ຫລື ເສຍ​ຊີ​ວິດ, ໃຫ້​ແຈ້ງ​ຕຳ​ຫລວດ​ໃນ​ທ້ອງ​ຖິ່ນ​ທັນ​ທີ.

  • ໃຫ້​ການ​ປອບ​ໂຍນ​ທາງ​ອາ​ລົມ.

  • ຢ່າ​ຊຸກ​ຍູ້ ຫລື ຂັດ​ຂວາງ​ການ​ດຳ​ເນີນ​ການ​ທາງ​ດ້ານ​ກົດ​ໝາຍ. ຢ່າ​ເຮັດ​ສັນ​ຍາ​ໃນ​ນາມ​ສາດ​ສະ​ໜາ​ຈັກ.

  • ຮວບ​ຮວມ ແລະ ຮັກ​ສາ​ລາຍ​ຊື່​ຂອງ​ພະ​ຍານ, ຂໍ້​ມູນ​ຕິດ​ຕໍ່​ຂອງ​ເຂົາ​ເຈົ້າ, ເລື່ອງ​ລາວ​ທີ່​ເກີດ​ຂຶ້ນ, ແລະ ຮູບ​ຖ່າຍ.

  • ລາຍ​ງານ​ອຸ​ບັດ​ຕິ​ເຫດ (ເບິ່ງ 20.7.6.3).

20.7.6.3

ການ​ລາຍ​ງານ​ອຸ​ບັດ​ຕິ​ເຫດ

ສະ​ຖາ​ນະ​ການ​ດັ່ງ​ຕໍ່​ໄປ​ນີ້​ຄວນ​ຖືກ​ລາຍ​ງານ​ທາງ​ອອນ​ລາຍ ທີ່ incidents.ChurchofJesusChrist.org.

  • ອຸ​ບັດ​ຕິ​ເຫດ ຫລື ການ​ໄດ້​ຮັບ​ບາດ​ເຈັບ​ເກີດ​ຂຶ້ນ​ຢູ່​ບ່ອນ​ທີ່​ສາດ​ສະ​ໜາ​ຈັກ​ເປັນ​ເຈົ້າ​ຂອງ ຫລື ໃນ​ລະ​ຫວ່າງ​ການ​ເຮັດ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ.

  • ບຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ສູນ​ຫາຍ.

  • ຊັບ​ສິນ​ສ່ວນ​ຕົວ, ຊັບ​ສິນ​ສາ​ທາ​ລະ​ນະ, ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ທຳ​ລາຍ​ລະ​ຫວ່າງ​ການ​ເຮັດ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ.

  • ຖືກ​ຂູ່ ຫລື ຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ການ​ທາງ​ກົດ​ໝາຍ.

ຖ້າ​ຫາກ​ກິດ​ຈະ​ກຳ​ສົ່ງ​ຜົນ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ໜັກ, ເສຍ​ຊີ​ວິດ, ຫລື ສູນ​ຫາຍ, ປະ​ທານ​ສະ​ເຕກ, ອະ​ທິ​ການ, ຫລື ສະ​ມາ​ຊິກ​ທີ່​ເພິ່ນ​ກຳ​ນົດ​ໄວ້ ຈະ​ແຈ້ງ​ຫ້ອງ​ການ​ເຂດ​ທັນ​ທີ.

20.7.6.4

ປະ​ກັນ​ໄພ ແລະ ຄຳ​ຖາມ

ຖ້າ​ຫາກ​ເກີດ​ບາດ​ເຈັບ​ລະ​ຫວ່າງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ນຳ​ຈະ​ພິ​ຈາ​ລະ​ນາ​ວ່າ ຈະ​ໃຊ້ Medical Assistance program ຫລື​ບໍ່.

ໃນ​ບາງ​ກໍ​ລະ​ນີ, ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ອາດ​ມີ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ເລື່ອງ​ຄວາມ​ປອດ​ໄພ ຫລື ການ​ຮຽກ​ຮ້ອງ​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ. ປະ​ທານ​ສະ​ເຕກ (ອະ​ທິ​ການ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ) ຈະ​ສົ່ງ​ຄຳ​ຖາມ​ເຫລົ່າ​ນັ້ນ​ໄປ​ຍັງ Risk Management Division ຫລື ໄປ​ຍັງ​ຫ້ອງ​ການ​ເຂດ.

20.7.7

ການ​ເດີນ​ທາງ

ການ​ເດີນ​ທາງ​ໄປ​ຮ່ວມ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ. ການ​ເດີນ​ທາງ​ນີ້​ບໍ່​ຄວນ​ເປັນ​ພາ​ລະ​ໃຫ້​ກັບ​ສະ​ມາ​ຊິກ​ຫລາຍ​ເກີນ​ໄປ. ການ​ເດີນ​ທາງ​ໄກ​ເພື່ອ​ເຮັດ​ກິດ​ຈະ​ກຳ​ບໍ່​ຖືກ​ສະ​ໜັບ​ສະ​ໜູນ.

ເມື່ອ​ເປັນ​ໄປ​ໄດ້, ກຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ໃຊ້​ບໍ​ລິ​ການ​ຂົນ​ສົ່ງ​ສຳ​ລັບ​ການ​ເດີນ​ທາງ​ໄກ. ການ​ບໍ​ລິ​ການ​ຂົນ​ສົ່ງ​ຕ້ອງ​ມີ​ໃບ​ອະ​ນຸ​ຍາດ ແລະ ມີ​ປະ​ກັນ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ.

ເມື່ອ​ກຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ເດີນ​ທາງ​ດ້ວຍ​ຍານ​ພາ​ຫະ​ນະ​ສ່ວນ​ຕົວ, ລົດ​ແຕ່​ລະ​ຄັນ​ຕ້ອງ​ຢູ່​ໃນ​ສະ​ພາບ​ປອດ​ໄພ. ແຕ່​ລະ​ຄົນ​ຕ້ອງ​ຄາດ​ເຂັມ​ຂັດ​ນິ​ລະ​ໄພ. ຄົນ​ຂັບ​ລົດ​ແຕ່​ລະ​ຄົນ​ຄວນ​ມີ​ໃບ​ຂັບ​ຂີ່, ເປັນ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ.