ຄູ່​ມື ແລະ ການ​ເອີ້ນ
11. ຍິງ​ໜຸ່ມ


“11. ຍິງ​ໜຸ່ມ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“11. ຍິງ​ໜຸ່ມ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ກຸ່ມ​ຍິງ​ໜຸ່ມ​ຢູ່​ຂ້າງ​ນອກ

11.

ຍິງ​ໜຸ່ມ

11.1

ຈຸດ​ປະ​ສົງ ແລະ ອົງ​ການ

11.1.1

ຈຸດ​ປະ​ສົງ

ອົງ​ການ​ຍິງ​ໜຸ່ມ​ຊ່ວຍ​ໃຫ້​ຍິງ​ໜຸ່ມ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

11.1.2

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ

“ເຮົາ​ເປັນ​ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ພ້ອມ​ດ້ວຍ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ.

“ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ເຮົາ​ສະ​ແຫວງ​ຫາ ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

“ເຮົາ​ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ ແລະ ໃນ​ທຸກ​ບ່ອນ.

“ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ໃຫ້​ເໝາະ​ສົມ​ຕໍ່​ຄວາມ​ສູງ​ສົ່ງ, ເຮົາ​ຈະ​ທະ​ນຸ​ຖະ​ໜອມ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ ແລະ ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາ​ຕົວ​ເອງ​ໃນ​ແຕ່​ລະ​ວັນ. ດ້ວຍ​ສັດ​ທາ, ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ເຮົາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ, ແລະ ຮັບ​ເອົາ​ພິ​ທີ​ການ ແລະ ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ.”

11.1.3

ຫ້ອງ​ຮຽນ

ຍິງ​ໜຸ່ມ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ຫ້ອງ​ຮຽນ​ຍິງ​ໜຸ່ມ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ.

ຝ່າຍ​ອະ​ທິ​ການ ແລະ ຜູ້​ນຳ​ຍິງ​ໜຸ່ມ​ທີ່​ເປັນ​ຜູ້​ໃຫຍ່​ຕັດ​ສິນ​ໃຈ​ດ້ວຍ​ການ​ອະ​ທິ​ຖານ​ວ່າ ຈະ​ຈັດ​ຫ້ອງ​ຮຽນ​ອີງ​ຕາມ​ອາ​ຍຸ​ແນວ​ໃດ. ແຕ່​ລະ​ຫ້ອງ, ອີງ​ຕາມ​ຂະ​ໜາດ, ຄວນ​ມີ​ປະ​ທານ ແລະ, ໃນ​ບ່ອນ​ທີ່​ເປັນ​ໄປ​ໄດ້, ມີ​ທີ່​ປຶກ​ສາ​ໜຶ່ງ ຫລື ສອງ​ຄົນ ແລະ ເລ​ຂາ​ນຸ​ການ.

11.2

ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

11.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

11.2.1.2

ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ

ການ​ປະ​ຊຸມ​ຫ້ອງ​ຮຽນ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່​ຂອງ​ເດືອນ. ມັນ​ໃຊ້​ເວ​ລາ 50 ນາ​ທີ. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ຫ້ອງ​ດຳ​ເນີນ​ການ​ປະ​ຊຸມ. ລາວ​ນຳ​ພາ​ຫ້ອງ​ຮຽນ​ໃນ​ການ​ທ່ອງ​ຈຳ​ຄຳ​ຂວັນ ແລະ ປຶກ​ສາ​ນຳ​ກັນ​ກ່ຽວ​ກັບ​ການ​ມອບ​ໝາຍ ແລະ ເລື່ອງ​ອື່ນໆ.

ແລ້ວ​ສະ​ມາ​ຊິກ​ຫ້ອງ​ຮຽນ ຫລື ຜູ້​ນຳ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໜຶ່ງ​ນຳ​ພາ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ.

11.2.1.3

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ​ຄວນ​ສ້າງ​ປະ​ຈັກ​ພະ​ຍານ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ, ສົ່ງ​ເສີມ​ຄວາມ​ເປັນ​ໜຶ່ງ​ໃນ​ຫ້ອງ​ຮຽນ, ແລະ ໃຫ້​ໂອ​ກາດ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ບາງ​ຢ່າງ​ຄວນ​ລວມ​ທັງ​ກຸ່ມ​ຊາຍ​ໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ, ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ລຸ້ນ​ໃຫຍ່​ກວ່າ.

ກິດ​ຈະ​ກຳ​ປະ​ຈຳ​ປີ. ນອກ​ເໜືອ​ຈາກ​ກິດ​ຈະ​ກຳ​ທີ່​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ຂອງ​ຊາວ​ໜຸ່ມ​ແລ້ວ, ກຸ່ມ​ຍິງ​ໜຸ່ມ​ອາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປະ​ຈຳ​ປີ​ດັ່ງ​ຕໍ່​ໄປ​ນີ້:

  • ຄ້າຍ​ກຸ່ມ​ຍິງ​ໜຸ່ມ (ເບິ່ງ Young Women Camp Guide).

  • ກອງ​ປະ​ຊຸມ​ຫວອດ ຫລື ສະ​ເຕກ​ສຳ​ລັບ​ຊາວ​ໜຸ່ມ ຫລື ກອງ​ປະ​ຊຸມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (FSY).

11.2.1.4

ການ​ພັດ​ທະ​ນາ​ຕົນ​ເອງ

ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊາວ​ໜຸ່ມ​ຖືກ​ເຊື້ອ​ເຊີນ​ໃຫ້​ຕັ້ງ​ເປົ້າ​ໝາຍ ເພື່ອ​ເຕີບ​ໂຕ​ທາງ​ວິນ​ຍານ, ສັງ​ຄົມ, ຮ່າງ​ກາຍ, ແລະ ສະ​ຕິ​ປັນ​ຍາ (ເບິ່ງ ລູ​ກາ 2:52).

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ChildrenandYouth.ChurchofJesusChrist.org.

11.2.2

ການ​ດູ​ແລ​ຄົນ​ຂັດ​ສົນ

ຍິງ​ໜຸ່ມ​ຄວນ​ໄດ້​ຮັບ​ໂອ​ກາດ​ເປັນ​ປະ​ຈຳ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ​ໃນ​ຄອບ​ຄົວ ແລະ ຮັບ​ໃຊ້​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ, ລະ​ຫວ່າງ​ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ, ແລະ ຮັບ​ໃຊ້​ດ້ວຍ​ຕົນ​ເອງ.

11.2.2.1

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ຍິງ​ໜຸ່ມ​ອາດ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 14 ປີ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ບົດ​ທີ 21.

11.2.3

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

ຍິງ​ໜຸ່ມ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ເມື່ອ​ພວກ​ເຂົາ “ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ” (ໂມ​ໄຊ​ຢາ 18:9).

ພໍ່​ແມ່ ແລະ ຜູ້​ນຳ​ສາ​ມາດ​ຊ່ວຍ​ຍິງ​ໜຸ່ມ​ກຽມ​ພ້ອມ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ.

11.2.4

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ

ຍິງ​ໜຸ່ມ​ສາ​ມາດ​ຊ່ວຍ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ​ໄດ້​ໃນ​ຫລາຍ​ວິ​ທີ​ທາງ.

  • ໃຫ້​ກຽດ​ແກ່​ພໍ່​ແມ່ ແລະ ເປັນ​ແບບ​ຢ່າງ​ຂອງ​ການ​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ພຣະ​ຄຣິດ​ໃນ​ບ້ານ​ຂອງ​ພວກ​ເຂົາ.

  • ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ​ພຣະ​ວິ​ຫານ, ລວມ​ທັງ​ການ​ແຕ່ງ​ງານ​ນິ​ລັນ​ດອນ.

  • ລະ​ບຸ​ຊື່​ບັນ​ພະ​ບຸ​ລຸດ​ຜູ້​ຕ້ອງ​ການ​ພິ​ທີ​ການ​ພຣະ​ວິ​ຫານ (ເບິ່ງ FamilySearch.org).

  • ມີ​ສ່ວນ​ຮ່ວມ​ໃນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ​ເລື້ອຍໆ ເທົ່າ​ທີ່​ສະ​ຖາ​ນະ​ການ​ຈະ​ເອື້ອ​ອຳ​ນວຍ.

11.3

ການ​ເປັນ​ຜູ້​ນຳ​ຍິງ​ໜຸ່ມ​ໃນ​ຫວອດ

11.3.1

ຝ່າຍ​ອະ​ທິ​ການ

ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອະ​ທິ​ການ​ຄື ທີ່​ຈະ​ດູ​ແລ​ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ​ຢູ່​ໃນ​ຫວອດ​ເພິ່ນ. ເພິ່ນ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ຮູ້​ຈັກ​ຊື່​ຂອງ​ພວກ​ເຂົາ ແລະ ເຂົ້າ​ໃຈ​ສະ​ຖາ​ນະ​ການ​ຢູ່​ທີ່​ບ້ານ​ຂອງ​ພວກ​ເຂົາ. ພວກ​ເພິ່ນ​ຈະ​ພົບ​ກັບ​ຍິງ​ໜຸ່ມ​ແຕ່​ລະ​ຄົນ​ຢ່າງ​ໜ້ອຍ​ປີ​ລະ​ສອງ​ເທື່ອ (ເບິ່ງ 31.3.1).

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ອົງ​ການ​ຍິງ​ໜຸ່ມ​ຢູ່​ໃນ​ຫວອດ. ເພິ່ນ​ພົບ​ກັບ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ເປັນ​ປະ​ຈຳ.

ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​, ການ​ຮັບ​ໃຊ້, ແລະ ກິດ​ຈະ​ກຳ​ຂອງ​ກຸ່ມ​ຍິງ​ໜຸ່ມ ເປັນ​ປະ​ຈຳ.

11.3.2

ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ທີ່​ເປັນ​ຜູ້​ໃຫຍ່

ອະ​ທິ​ການ​ເອີ້ນ ແລະ ແຕ່ງ​ຕັ້ງ​ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໜຶ່ງ​ເປັນ​ທາງ​ການ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ໃນ​ຫວອດ. ຖ້າ​ຫາກ​ໜ່ວຍ​ສາດ​ສະ​ໜາ​ຈັກ​ໃຫຍ່​ພໍ, ລາວ​ຈະ​ແນະ​ນຳ​ຊື່​ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່ ໜຶ່ງ ຫລື ສອງ​ຄົນ ເພື່ອ​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ຂອງ​ລາວ (ເບິ່ງ ບົດ​ທີ 30).

ໃນ​ໜ່ວຍ​ນ້ອຍ, ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ອາດ​ເປັນ​ຜູ້​ນຳ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ດຽວ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃນ​ອົງ​ການ​ຍິງ​ໜຸ່ມ. ໃນ​ກໍ​ລະ​ນີ​ນີ້, ລາວ​ເຮັດ​ວຽກ​ງານ​ກັບ​ຜູ້​ເປັນ​ພໍ່​ແມ່​ເພື່ອ​ຈັດ​ບົດ​ຮຽນ ແລະ ກິດ​ຈະ​ກຳ​ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ.

ຖ້າ​ຫາກ​ສາ​ຂາ​ບໍ່​ມີ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ອາດ​ຈັດ​ບົດ​ຮຽນ​ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ ຈົນ​ກວ່າ​ໄດ້​ເອີ້ນ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ.

ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້. ທີ່​ປຶກ​ສາ​ຂອງ​ລາວ​ຊ່ວຍ​ເຫລືອ​ລາວ.

  • ຮັບ​ໃຊ້​ໃນ​ສະ​ພາ​ຫວອດ.

  • ຮັບ​ໃຊ້​ເປັນ​ສະ​ມາ​ຊິກ​ໃນ​ສະ​ພາ​ຊາວ​ໜຸ່ມ​ຫວອດ (ເບິ່ງ 29.2.6).

  • ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຍິງ​ໜຸ່ມ​ແຕ່​ລະ​ຄົນ.

  • ສິດ​ສອນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ແກ່​ຜູ້​ນຳ​ຍິງ​ໜຸ່ມ​ຄົນ​ອື່ນໆ ແລະ ຝ່າຍ​ປະ​ທານ​ຫ້ອງ.

  • ປຶກ​ສາ​ກັບ​ຍິງ​ໜຸ່ມ​ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່​ບໍ່​ຮຽກ​ຮ້ອງ​ອະ​ທິ​ການ ຫລື ກ່ຽວ​ຂ້ອງ​ກັບ​ການ​ຂົ່ມ​ເຫັງ (ເບິ່ງ 32.3, 31.3.1, ແລະ 38.6.2).

11.3.4

ຝ່າຍ​ປະ​ທານ​ຫ້ອງ ແລະ ເລ​ຂາ​ນຸ​ການ

11.3.4.1

ການ​ເອີ້ນ, ການ​ສະ​ໜັບ​ສະ​ໜູນ, ແລະ ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ

ຫ້ອງ​ຮຽນ​ຍິງ​ໜຸ່ມ​ແຕ່​ລະ​ຫ້ອງ​ຄວນ​ມີ​ຝ່າຍ​ປະ​ທານ​ຫ້ອງ.

ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ເອີ້ນ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ຫ້ອງ. ເມື່ອ​ມີ​ຍິງ​ໜຸ່ມ​ຫລາຍ​ພໍ​ທີ່​ຈະ​ຮັບ​ໃຊ້, ລາວ​ຈະ​ພິ​ຈາ​ລະ​ນາ​ສະ​ມາ​ຊິກ​ໃນ​ຫ້ອງ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ແນະ​ນຳ​ໃຫ້​ເປັນ​ທີ່​ປຶກ​ສາ ແລະ ເລ​ຂາ​ນຸ​ການ.

ຫລັງ​ຈາກ​ໄດ້​ມອບ​ການ​ເອີ້ນ​ໃຫ້​ແລ້ວ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ຈະ​ສະ​ເໜີ​ຍິງ​ໜຸ່ມ​ຕໍ່​ຫ້ອງ​ຮຽນ​ຂອງ​ພວກ​ເຂົາ​ເພື່ອ​ການ​ສະ​ໜັບ​ສະ​ໜູນ. ອະ​ທິ​ການ ຫລື ທີ່​ປຶກ​ສາ​ທີ່​ຖືກ​ມອບ​ໝາຍ​ຈະ​ແຕ່ງ​ຕັ້ງ​ຍິງ​ໜຸ່ມ​ເປັນ​ທາງ​ການ.

11.3.4.2

ໜ້າ​ທີ່​ຮັບ​ຜິດ​ຊອບ

ປະ​ທານ​ຫ້ອງ​ຮັບ​ໃຊ້​ໃນ​ສະ​ພາ​ຊາວ​ໜຸ່ມ​ຫວອດ (ເບິ່ງ 11.3.4.4). ຝ່າຍ​ປະ​ທານ​ຫ້ອງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ຫ້ອງ​ຮຽນ​ເພື່ອ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ ບົດ​ທີ 1).

  • ທຳ​ຄວາມ​ຮູ້​ຈັກ ແລະ ຮັບ​ໃຊ້​ຍິງ​ໜຸ່ມ​ແຕ່​ລະ​ຄົນ, ລວມ​ທັງ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຫ້ອງ​ຮຽນ.

  • ວາງ​ແຜນ ແລະ ດຳ​ເນີນ​ການ​ປະ​ຊຸມ​ຫ້ອງ​ຮຽນ​ວັນ​ອາ​ທິດ (ເບິ່ງ 11.2.1.2).

  • ວາງ​ແຜນ ແລະ ດຳ​ເນີນ​ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຫ້ອງ​ຮຽນ​ໃຫ້​ສຳ​ເລັດ (ເບິ່ງ 11.2.1.3).

11.3.4.3

ການ​ປະ​ຊຸມ​ຝ່າຍ​ປະ​ທານ​ຫ້ອງ

ຝ່າຍ​ປະ​ທານ​ຫ້ອງ​ຍິງ​ໜຸ່ມ​ພົບ​ກັນ​ເປັນ​ປະ​ຈຳ. ປະ​ທານ​ຫ້ອງ​ດຳ​ເນີນ​ການ​ປະ​ຊຸມ​ເຫລົ່າ​ນີ້. ຜູ້​ນຳ​ຍິງ​ໜຸ່ມ​ທີ່​ເປັນ​ຜູ້​ໃຫຍ່​ທີ່​ຖືກ​ມອບ​ໝາຍ​ໃຫ້​ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ຫ້ອງ​ກໍ​ຈະ​ເຂົ້າ​ຮ່ວມ​ນຳ.

11.3.4.4

ສະ​ພາ​ຊາວ​ໜຸ່ມ​ຫວອດ

ເບິ່ງ 29.2.6 ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາ​ຊາວ​ໜຸ່ມ​ຫວອດ.

11.6

ແນວ​ທາງ​ຊີ້​ນຳ ແລະ ນະ​ໂຍ​ບາຍ​ເພີ່ມ​ເຕີມ

11.6.1

ການ​ປົກ​ປ້ອງ​ຊາວ​ໜຸ່ມ

ເມື່ອ​ຜູ້​ໃຫຍ່​ປະ​ຕິ​ສຳ​ພັນ​ກັບ​ຊາວ​ໜຸ່ມ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ສາດ​ສະ​ໜາ​ຈັກ, ຄວນ​ມີ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜ້ອຍ​ສອງ​ຄົນ​ຢູ່​ນຳ. ອາດ​ຈຳ​ເປັນ​ຕ້ອງ​ໄດ້​ລວມ​ຫລາຍ​ຫ້ອງ​ເຂົ້າ​ກັນ​ເພື່ອ​ເຮັດ​ໃຫ້​ສິ່ງ​ນີ້​ເປັນ​ໄປ​ໄດ້.

ຜູ້​ໃຫຍ່​ທຸກ​ຄົນ​ທີ່​ເຮັດ​ວຽກ​ກັບ​ຊາວ​ໜຸ່ມ​ຄວນ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ ພາຍ​ໃນ​ໜຶ່ງ​ເດືອນ​ຫລັງ​ຈາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ (ProtectingChildren.ChurchofJesusChrist.org).