ຄູ່​ມື ແລະ ການ​ເອີ້ນ
1. ແຜນ​ຂອງ​ພຣະ​ເຈົ້າ ແລະ ບົດ​ບາດ​ຂອງ​ທ່ານ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ


“1. ແຜນ​ຂອງ​ພຣະ​ເຈົ້າ ແລະ ບົດ​ບາດ​ຂອງ​ທ່ານ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“1. ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ປຸກ​ເຮືອນ

1.

ແຜນ​ຂອງ​ພຣະ​ເຈົ້າ ແລະ ບົດ​ບາດ​ຂອງ​ທ່ານ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

1.0

ຄຳ​ນຳ

ທ່ານ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂໍ​ຂອບ​ໃຈ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ທ່ານ. ທ່ານ​ຈະ​ເປັນ​ພອນ​ໃຫ້​ແກ່​ຫລາຍ​ຊີ​ວິດ ແລະ ປະ​ສົບ​ຄວາມ​ຊື່ນ​ຊົມ​ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ຢ່າງ​ຊື່​ສັດ.

ຄູ່​ມື​ນີ້​ຈະ​ຊ່ວຍ​ທ່ານ​ຮຽນ​ຮູ້​ຫລັກ​ທຳ​ຂອງ​ການ​ຮັບ​ໃຊ້​ເໝືອນ​ດັ່ງ​ພຣະ​ຄຣິດ ແລະ ເຂົ້າ​ໃຈ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ. ທ່ານ​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດ​ເມື່ອ​ທ່ານ​ເຮັດ​ໃຫ້​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ​ສອດ​ຄ່ອງ​ກັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

1.1

ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ກຽມ​ແຜນ​ແຫ່ງ​ຄວາມ​ສຸກ​ໄວ້ ເພື່ອ​ໃຫ້​ເຮົາ​ສາ​ມາດ​ຊື່ນ​ຊົມ​ກັບ​ພອນ​ທັງ​ໝົດ​ຂອງ​ພຣະ​ອົງ. ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຄື “ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມ​ເຊ 1:39).

ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ຍ້ອນ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ບິ​ດາ​ທີ່​ມີ​ຕໍ່​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 3:16). ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ຮັບ​ຮອງ​ວ່າ ເຮົາ​ແຕ່​ລະ​ຄົນ​ທີ່​ໄດ້​ເກີດ​ມາ​ໃນ​ໂລກ ຈະ​ຟື້ນ​ຄືນ​ຊີ​ວິດ ແລະ ຮັບ​ຄວາມ​ເປັນ​ອະ​ມະ​ຕະ. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ກໍ​ຍັງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ ແລະ ປ່ຽນ​ແປງ​ໃຈ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ.

ກ່ອນ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ໄດ້​ນັ້ນ, ເຮົາ​ຕ້ອງ “ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” (ໂມ​ໂຣ​ໄນ 10:32).

1.2

ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

ເມື່ອ​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ຄື​ກັນ, ເຮົາ​ໄດ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ. ວຽກ​ງານ​ນີ້​ຖືກ​ນຳ​ພາ​ໂດຍ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ປະ​ການ ເພື່ອ​ໃຫ້​ຮັກ​ພຣະ​ເຈົ້າ ແລະ ໃຫ້​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ (ເບິ່ງ ມັດ​ທາຍ 22:37–39).

ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ສຸມ​ໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ສີ່​ຢ່າງ​ທີ່​ກຳ​ນົດ​ໃຫ້​ຈາກ​ສະ​ຫວັນ.

ຄູ່​ມື​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ວຽກ​ງານ​ສີ່​ດ້ານ​ເຫລົ່າ​ນີ້​ຂອງ​ພຣະ​ເຈົ້າ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ພາ​ທ່ານ ຂະ​ນະ​ທີ່​ທ່ານ​ເຮັດ​ພາກ​ສ່ວນ​ຂອງ​ທ່ານ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ເຫລົ່າ​ນີ້ (ເບິ່ງ 2 ນີ​ໄຟ 32:5).

1.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ລວມ​ທັງ:

  • ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ, ການ​ກັບ​ໃຈ​ທຸກ​ວັນ, ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຂະ​ນະ​ທີ່​ເຮົາ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ (ເບິ່ງ 3.5.1).

  • ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ.

  • ການ​ກຸ້ມ​ຕົນ​ເອງ​ໃນ​ການ​ຈັດ​ຫາ​ໃຫ້​ຕົວ​ເຮົາ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ, ທັງ​ທາງ​ວິນ​ຍານ ແລະ ທາງ​ໂລກ.

1.2.2

ການ​ດູ​ແລ​ຄົນ​ຂັດ​ສົນ

ການ​ດູ​ແລ​ຄົນ​ຂັດ​ສົນ​ແມ່ນ​ລວມ​ທັງ:

  • ການ​ຮັບ​ໃຊ້ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ, ຄອບ​ຄົວ, ແລະ ຊຸມ​ຊົນ.

  • ການ​ແບ່ງ​ປັນ​ແຫລ່ງ​ຊ່ວຍ​ເຫລືອ, ລວມ​ທັງ​ການ​ຊ່ວຍ​ເຫລືອ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ກັບ​ຄົນ​ຂັດ​ສົນ.

  • ການ​ຊ່ວຍ​ໃຫ້​ຄົນ​ອື່ນ​ກຸ້ມ​ຕົນ​ເອງ.

1.2.3

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ລວມ​ທັງ:

  • ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ເຜີຍ​ແຜ່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

  • ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ກ້າວ​ໜ້າ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

1.2.4

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ​ແມ່ນ​ລວມ​ທັງ:

  • ການ​ເຮັດ​ພັນ​ທະ​ສັນ​ຍາ​ເມື່ອ​ເຮົາ​ຮັບ​ເອົາ​ພິ​ທີ​ການ​ພຣະ​ວິ​ຫານ​ຂອງ​ເຮົາ​ເອງ.

  • ການ​ຄົ້ນ​ຫາ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຮົາ ແລະ ກະ​ທຳ​ພິ​ທີ​ການ​ແທນ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.

  • ການ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳ, ເມື່ອ​ເປັນ​ໄປ​ໄດ້, ເພື່ອ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ກະ​ທຳ​ພິ​ທີ​ການ​ແທນ​ລູກໆ​ຂອງ​ພຣະ​ອົງ.

1.3

ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ

ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ ເພື່ອ​ໃຫ້​ບຸກ​ຄົນ ແລະ ຄອບ​ຄົວ​ສາ​ມາດ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ ເອ​ເຟ​ໂຊ 4:11–13; ເບິ່ງ 2.2 ໃນ​ຄູ່​ມື​ນີ້ ນຳ​ອີກ). ເພື່ອ​ຊ່ວຍ​ບັນ​ລຸ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ, ສາດ​ສະ​ໜາ​ຈັກ ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ຈຶ່ງ​ຈັດ​ກຽມ:

  • ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

  • ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ.

  • ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ.

  • ພຣະ​ຄຳ​ພີ.

  • ການ​ສະ​ໜັບ​ສະ​ໜູນ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ.

  • ໂອ​ກາດ​ໃນ​ການ​ຮັບ​ໃຊ້ ແລະ ການ​ເປັນ​ຜູ້​ນຳ.

  • ຊຸມ​ຊົນ​ຂອງ​ໄພ່​ພົນ.

1.3.1

ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ເຈົ້າ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈຳ​ເປັນ​ຕໍ່​ການ​ຊີ້​ນຳ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໄດ້​ຖືກ​ຟື້ນ​ຟູ​ສູ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11–16; 112:30). ຂໍ​ກະ​ແຈ​ເຫລົ່າ​ນີ້​ແມ່ນ​ດຳ​ລົງ​ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ. ພວກ​ເພິ່ນ​ເອີ້ນ ແລະ ໃຫ້​ສິດ​ອຳ​ນາດ​ແກ່​ຄົນ​ອື່ນ​ເພື່ອ​ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:8, 65–67).

1.3.2

ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ

ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເມື່ອ​ເຮົາ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ດັ່ງ​ເຊັ່ນ​ການ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ໂຢ​ຮັນ 3:5; ເບິ່ງ ບົດ​ທີ 18 ໃນ​ຄູ່​ມື​ນີ້ ນຳ​ອີກ). ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ເຫລົ່າ​ນີ້​ແມ່ນ​ຈຳ​ເປັນ​ສຳ​ລັບ​ເຮົາ ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ ແລະ ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–22).

1.3.3

ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ

ຜ່ານ​ທາງ​ສາດ​ສະ​ດາ​ທີ່​ຖືກ​ເລືອກ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ເປີດ​ເຜີຍ ແລະ ໃຫ້​ການ​ນຳ​ພາ ແລະ ຄຳ​ເຕືອນ​ທີ່​ດົນ​ໃຈ (ເບິ່ງ ອາ​ໂມດ 3:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:4). ການ​ນຳ​ພາ​ນີ້​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ສູ່ ແລະ ຄົງ​ຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ພາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

1.3.4

ພຣະ​ຄຳ​ພີ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສາດ​ສະ​ໜາ​ຈັກ​ຈັດ​ກຽມ ແລະ ຮັກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຕາມ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ສັກ​ສິດ. ພຣະ​ຄຳ​ພີ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ, ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ຊ່ວຍ​ໃຫ້​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ (ເບິ່ງ ຢາ​ໂຄບ 7:10–11; ຮີ​ລາ​ມັນ 15:7).

1.3.5

ການ​ສະ​ໜັບ​ສະ​ໜູນ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ

ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ ເພື່ອ​ຮຽນ​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ສິດ​ສອນ​ຄວາມ​ຈິງ​ເຫລົ່າ​ນີ້​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ອື່ນໆ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:77–78, 118; ເບິ່ງ 2.2.3 ໃນ​ຄູ່​ມື​ນີ້ ນຳ​ອີກ).

1.3.6

ໂອ​ກາດ​ໃນ​ການ​ຮັບ​ໃຊ້ ແລະ ການ​ເປັນ​ຜູ້​ນຳ

ຜ່ານ​ທາງ​ການ​ເອີ້ນ ແລະ ການ​ມອບ​ໝາຍ​ໃນ​ສາດ​ສະ​ໜາ​ຈັກ, ພຣະ​ເຈົ້າ​ມອບ​ໂອ​ກາດ​ໃຫ້​ສະ​ມາ​ຊິກ​ເພື່ອ​ຮັບ​ໃຊ້ ແລະ ນຳ​ພາ. ສາດ​ສະ​ໜາ​ຈັກ​ຈັດ​ກຽມ​ໂຄງ​ສ້າງ​ໄວ້​ເພື່ອ​ຊ່ວຍ​ດູ​ແລ​ສະ​ມາ​ຊິກ​ທີ່​ຂັດ​ສົນ ແລະ ຊ່ວຍ​ບັນ​ເທົາ​ມະ​ນຸດ​ສະ​ທຳ​ແກ່​ຄົນ​ອື່ນໆ (ເບິ່ງ ໂມ​ໄຊ​ຢາ 18:27–29).

1.3.7

ຊຸມ​ຊົນ​ຂອງ​ໄພ່​ພົນ

ໃນ​ຖາ​ນະ​ຊຸມ​ຊົນ​ຂອງ​ໄພ່​ພົນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ເຕົ້າ​ໂຮມ​ກັນ​ເປັນ​ປະ​ຈຳ​ເພື່ອ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ເພື່ອ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ (ເບິ່ງ ໂມ​ໂຣ​ໄນ 6:4–6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77). ສະ​ມາ​ຊິກ​ກໍ​ຍັງ​ດູ​ແລ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ​ນຳ​ອີກ (ເບິ່ງ ເອ​ເຟ​ໂຊ 2:19).

1.4

ບົດ​ບາດ​ຂອງ​ທ່ານ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ

ໃນ​ຖາ​ນະ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ທ່ານ​ໄດ້​ຖືກ​ເອີ້ນ​ໃຫ້​ສິດ​ສອນ ແລະ ສະ​ໜັບ​ສະ​ໜູນ​ຜູ້​ທີ່​ທ່ານ​ຮັບ​ໃຊ້ ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ 1.2). ທ່ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ບັນ​ລຸ​ການ​ເອີ້ນ​ຂອງ​ທ່ານ ແລະ “ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ … ດ້ວຍ​ຄວາມ​ພາກ​ພຽນ” (ຢາ​ໂຄບ 1:19). ການ​ອອກ​ແຮງ​ງານ​ຮ່ວມ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ​ຈະ​ນຳ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ມາ​ໃຫ້ (ເບິ່ງ ຢາ​ໂຄບ 5:70–72).

ການ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ໃນ​ສິ່ງ​ທີ່​ພຣະ​ອົງ​ເຊື້ອ​ເຊີນ​ໃຫ້​ທ່ານ​ເຮັດ, ແລະ ໃນ​ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຈະ​ຊ່ວຍ​ໃຫ້​ທ່ານ​ສຸມ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃສ່​ໃນ​ການ​ນຳ​ຈິດ​ວິນ​ຍານ​ມາ​ສູ່​ພຣະ​ຄຣິດ.

ໃຫ້​ກັບ​ມາ​ເບິ່ງ​ຫລັກ​ທຳ​ໃນ​ບົດ​ນີ້​ເລື້ອຍໆ. ສະ​ແຫວງ​ຫາ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ວ່າ ທ່ານ​ຈະ​ສາ​ມາດ​ຊ່ວຍ​ນຳ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ໄປ​ໃຫ້​ຊີ​ວິດ​ຂອງ​ຄົນ​ທີ່​ທ່ານ​ຮັບ​ໃຊ້​ແນວ​ໃດ. ພຣະ​ເຈົ້າ​ຈະ​ຊີ້​ນຳ​ທ່ານ​ຜ່ານ​ທາງ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.