ຄູ່​ມື ແລະ ການ​ເອີ້ນ
0. ພາບ​ລວມ​ໃນ​ເບື້ອງ​ຕົ້ນ


“0. ພາບ​ລວມ​ໃນ​ເບື້ອງ​ຕົ້ນ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“0. ພາບ​ລວມ​ໃນ​ເບື້ອງ​ຕົ້ນ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

0.

ພາບ​ລວມ​ໃນ​ເບື້ອງ​ຕົ້ນ

0.0

ຄຳ​ນຳ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວ່າ, “ໃຫ້​ທຸກໆ​ຄົນ​ຮຽນ​ຮູ້​ໜ້າ​ທີ່​ຂອງ​ຕົນ, ແລະ ກະ​ທຳ​ໃນ​ຕຳ​ແໜ່ງ​ທີ່​ເຂົາ​ຖືກ​ກຳ​ນົດ​ໃຫ້, ດ້ວຍ​ຄວາມ​ພາກ​ພຽນ​ທັງ​ໝົດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:99). ໃນ​ຖາ​ນະ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ທ່ານ​ຄວນ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ສ່ວນ​ຕົວ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້ ແລະ ປະ​ຕິ​ບັດ​ໜ້າ​ທີ່​ການ​ເອີ້ນ​ຂອງ​ທ່ານ.

ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ການ​ສິດ​ສອນ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ ແລະ ປະ​ຕິ​ບັດ​ການ​ເອີ້ນ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ທ່ານ​ຈະ​ເປີດ​ຮັບ​ເອົາ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ໄດ້​ຫລາຍ​ຂຶ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85).

ທ່ານ​ຍັງ​ຮຽນ​ຮູ້​ໜ້າ​ທີ່​ຂອງ​ທ່ານ​ນຳ​ອີກ ໂດຍ​ການ​ສຶກ​ສາ​ຄຳ​ແນະ​ນຳ​ໃນ​ຄູ່​ມື​ນີ້. ຄຳ​ແນະ​ນຳ​ເຫລົ່າ​ນີ້​ສາ​ມາດ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ ຖ້າ​ຫາກ​ມັນ​ຖືກ​ໃຊ້​ເພື່ອ​ໃຫ້​ຄວາມ​ເຂົ້າ​ໃຈ​ເຖິງ​ຫລັກ​ທຳ, ນະ​ໂຍ​ບາຍ, ແລະ ລະ​ບຽບ​ການ ເພື່ອ​ນຳ​ໄປ​ໃຊ້​ຂະ​ນະ​ທີ່​ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ.

0.1

ຄູ່​ມື

ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃຫ້​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ລະ​ດັບ​ສາ​ມັນ ແລະ ລະ​ດັບ​ທ້ອງ​ຖິ່ນ.

ຫົວ​ຂໍ້ ແລະ ຫົວ​ຂໍ້​ຍ່ອຍ​ໃນ​ຄູ່​ມື​ນີ້​ມີ​ຕົວ​ເລກ​ລະ​ບຸ ເພື່ອ​ໃຫ້​ຊອກ​ຫາ ແລະ ອ້າງ​ອີງ​ຫົວ​ຂໍ້​ໄດ້​ງ່າຍ. ຍົກ​ຕົວ​ຢ່າງ, ຄຳ​ແນະ​ນຳ​ກ່ຽວ​ກັບ​ຄົນ​ທີ່​ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ ມີ​ລະ​ບຸ​ໄວ້​ໃນ 27.3.1. ເລກ 27 ໝາຍ​ເຖິງ​ບົດ, ເລກ 3 ໝາຍ​ເຖິງ​ພາກ​ໃນ​ບົດ​ນັ້ນ, ແລະ ເລກ 1 ໝາຍ​ເຖິງ​ພາກ​ຍ່ອຍ.

0.2

ການ​ປັບ ແລະ ແຫລ່ງ​ຊ່ວຍ​ທາງ​ເລືອກ

ບໍ່​ແມ່ນ​ວ່າ​ທຸກ​ສະ​ເຕກ ແລະ ທຸກ​ຫວອດ​ມີ​ຄວາມ​ຕ້ອງ​ການ​ຄື​ກັນ.

ຜູ້​ນຳ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ກ່ຽວ​ກັບ​ວ່າ ຈະ​ໃຊ້​ແນວ​ທາງ​ຊີ້​ນຳ ແລະ ແຫລ່ງ​ຊ່ວຍ​ທາງ​ເລືອກ​ໃດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ.

0.4

ຄຳ​ຖາມ​ກ່ຽວ​ກັບ​ຄຳ​ແນະ​ນຳ

ເມື່ອ​ມີ​ຄຳ​ຖາມ​ທີ່​ບໍ່​ໄດ້​ຖືກ​ຊີ້​ແຈງ​ຢູ່​ໃນ​ພຣະ​ຄຳ​ພີ, ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ຫລື ໃນ​ຄູ່​ມື​ນີ້, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ເພິ່ງ​ອາ​ໄສ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ເຈົ້າ, ອາ​ໄສ​ຄຳ​ແນະ​ນຳ​ຂອງ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ຂອງ​ເຂົາ​ເຈົ້າ, ແລະ ອາ​ໄສ​ການ​ດົນ​ໃຈ​ຂອງ​ພຣະ​ວິນ​ຍານ​ເພື່ອ​ການ​ນຳ​ພາ.

ຖ້າ​ຫາກ​ຜູ້​ນຳ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຂໍ້​ມູນ​ໃນ​ຄູ່​ມື​ນີ້ ຫລື ກ່ຽວ​ກັບ​ບັນ​ຫາ​ທີ່​ມັນ​ບໍ່​ໄດ້​ຊີ້​ແຈງ, ພວກ​ເພິ່ນ​ຄວນ​ປຶກ​ສາ​ກັບ​ຜູ້​ມີ​ສິດ​ອຳ​ນາດ​ຄວບ​ຄຸມ​ໂດຍ​ກົງ​ຂອງ​ຕົນ.

0.5

ຄຳ​ສັບ​ສະ​ເພາະ

ຍົກ​ເວັ້ນ​ທີ່​ລະ​ບຸ​ເປັນ​ຢ່າງ​ອີ່ນ:

  • ຄຳ​ວ່າ ອະ​ທິ​ການ ແລະ ຝ່າຍ​ອະ​ທິ​ການ ໃນ​ຄູ່​ມື​ນີ້​ໝາຍ​ເຖິງ​ປະ​ທານ​ສາ​ຂາ ແລະ ຝ່າຍ​ປະ​ທານ​ສາ​ຂາ​ຄື​ກັນ. ຄຳ​ວ່າ ປະ​ທານ​ສະ​ເຕກ ແລະ ຝ່າຍ​ປະ​ທານ​ສະ​ເຕກ ກໍ​ໝາຍ​ເຖິງ​ປະ​ທານ​ທ້ອງ​ຖິ່ນ ແລະ ຝ່າຍ​ປະ​ທານ​ທ້ອງ​ຖິ່ນ​ຄື​ກັນ. ສຳ​ລັບ​ຄຳ​ສະ​ຫລຸບ​ວ່າ ສິດ​ອຳ​ນາດ​ຂອງ​ປະ​ທານ​ທ້ອງ​ຖິ່ນ​ແຕກ​ຕ່າງ​ຈາກ​ສິດ​ອຳ​ນາດ​ຂອງ​ປະ​ທານ​ສະ​ເຕກ​ແນວ​ໃດ, ໃຫ້​ເບິ່ງ 6.3.

  • ການ​ອ້າງ​ເຖິງ​ຫວອດ ແລະ ສະ​ເຕກ ໂດຍ​ທົ່ວ​ໄປ​ແລ້ວ ກໍ​ໝາຍ​ເຖິງ​ສາ​ຂາ, ທ້ອງ​ຖິ່ນ, ແລະ ເຂດ​ເຜີຍ​ແຜ່​ຄື​ກັນ.

  • ການ​ອ້າງ​ເຖິງ​ວັນ​ອາ​ທິດ​ກໍ​ໝາຍ​ເຖິງ​ວັນ​ໃດ​ກໍ​ໄດ້​ທີ່​ນັບ​ຖື​ປະ​ຕິ​ບັດ​ເປັນ​ວັນ​ຊະ​ບາ​ໂຕ​ໃນ​ທ້ອງ​ຖິ່ນ.

  • ຄຳ​ວ່າ ໜ່ວຍ ໝາຍ​ເຖິງ​ຫວອດ ແລະ ສາ​ຂາ.

  • ການ​ອ້າງ​ເຖິງ​ພໍ່​ແມ່ ໂດຍ​ທົ່ວ​ໄປ​ແລ້ວ ກໍ​ໝາຍ​ເຖິງ​ຜູ້​ປົກ​ຄອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຄື​ກັນ.

ການ​ເອີ້ນ​ຂອງ​ອະ​ທິ​ການ ແລະ ປະ​ທານ​ສາ​ຂາ​ແມ່ນ​ບໍ່​ເທົ່າ​ທຽມ​ກັນ​ໃນ​ເລື່ອງ​ສິດ​ອຳ​ນາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ, ເຊັ່ນ​ດຽວ​ກັນ​ໃນ​ການ​ເອີ້ນ​ຂອງ​ປະ​ທານ​ສະ​ເຕກ ແລະ ປະ​ທານ​ທ້ອງ​ຖິ່ນ. ອະ​ທິ​ການ​ເປັນ​ຕຳ​ແໜ່ງ​ໜຶ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ, ແລະ ການ​ແຕ່ງ​ຕັ້ງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ເທົ່າ​ນັ້ນ. ປະ​ທານ​ສະ​ເຕກ​ຖືກ​ເອີ້ນ​ໂດຍ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ.

0.6

ການ​ຕິດ​ຕໍ່​ຫາ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຫລື ຫ້ອງ​ການ​ເຂດ

ບາງ​ບົດ​ຢູ່​ໃນ​ຄູ່​ມື​ນີ້​ມີ​ທັງ​ຄຳ​ແນະ​ນຳ​ສຳ​ລັບ​ການ​ຕິດ​ຕໍ່​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຫລື ຫ້ອງ​ການ​ເຂດ. ຄຳ​ແນະ​ນຳ​ໃຫ້​ຕິດ​ຕໍ່​ຫາ​ສຳ​ນັກ​ງານ​ໃຫຍ່​ແມ່ນ​ສະ​ເພາະ​ຜູ້​ອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ. ຄຳ​ແນະ​ນຳ​ໃຫ້​ຕິດ​ຕໍ່​ຫາ​ຫ້ອງ​ການ​ເຂດ​ແມ່ນ​ສະ​ເພາະ​ຜູ້​ທີ່​ອາ​ໄສ​ຢູ່​ນອກ​ສະ​ຫະ​ລັດ ແລະ ກາ​ນາ​ດາ.