ຄູ່​ມື ແລະ ການ​ເອີ້ນ
10. ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ


“10. ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“10. ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ກຸ່ມ​ຊາຍ​ໜຸ່ມ​ໃນ​ໂບດ

10.

ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

10.1

ຈຸດ​ປະ​ສົງ ແລະ ອົງ​ການ

10.1.1

ຈຸດ​ປະ​ສົງ

ຈຸດ​ປະ​ສົງ​ຂອງ​ກຸ່ມ​ຄື​ຊ່ວຍ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ເຮັດ​ວຽກ​ງານ​ນຳ​ກັນ​ເພື່ອ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.

10.1.2

ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

“ເຮົາ​ເປັນ​ບຸດ​ທີ່​ຮັກ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ອົງ​ມີ​ວຽກ​ງານ​ໃຫ້​ເຮົາ​ເຮັດ.

“ດ້ວຍ​ສຸດ​ໃຈ, ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ, ເຮົາ​ຈະ​ຮັກ​ພຣະ​ເຈົ້າ, ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ, ໂດຍ​ເລີ່ມ​ຕົ້ນ​ຈາກ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ.

“ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັບ​ໃຊ້, ໃຊ້​ສັດ​ທາ, ກັບ​ໃຈ, ແລະ ປັບ​ປຸງ​ຕົວ​ເອງ​ໃນ​ແຕ່​ລະ​ວັນ, ເຮົາ​ຈະ​ເໝາະ​ສົມ​ກັບ​ພອນ​ຂອງ​ພຣະ​ວິ​ຫານ ແລະ ມີ​ຄວາມ​ຊື່ນ​ຊົມ​ອັນ​ຍາວ​ນານ ທີ່​ພຽງ​ແຕ່​ໄດ້​ຮັບ​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ.

“ເຮົາ​ຈະ​ກຽມ​ພ້ອມ​ເພື່ອ​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ພາກ​ພຽນ, ເປັນ​ສາ​ມີ​ທີ່​ຊື່​ສັດ, ເປັນ​ພໍ່​ທີ່​ໃຫ້​ຄວາມ​ຮັກ ໂດຍ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

“ເຮົາ​ຈະ​ຊ່ວຍ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ເອົາ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.”

10.1.3

ກຸ່ມ

10.1.3.1

ກຸ່ມ​ມັກ​ຄະ​ນາ​ຍົກ

ຊາຍ​ໜຸ່ມ​ເຂົ້າ​ຮ່ວມ​ກຸ່ມ​ມັກ​ຄະ​ນາ​ຍົກ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ. ໃນ​ເວ​ລາ​ນີ້​ພວກ​ເຂົາ​ມີ​ສິດ​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ມັກ​ຄະ​ນາ​ຍົກ ຖ້າ​ພວກ​ເຂົາ​ພ້ອມ ແລະ ມີ​ຄ່າ​ຄວນ.

ໜ້າ​ທີ່​ຂອງ​ມັກ​ຄະ​ນາ​ຍົກ​ມີ​ອະ​ທິ​ບາຍ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:57–59; 84:111. ໜ້າ​ທີ່​ອື່ນໆ​ແມ່ນ​ລວມ​ທັງ​ການ​ຢາຍ​ສິນ​ລະ​ລຶກ ແລະ ການ​ຊ່ວຍ​ເຫລືອ​ອະ​ທິ​ການ​ໃນ “ການ​ປະ​ຕິ​ບັດ​ເລື່ອງ​ຝ່າຍ​ໂລກ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:68).

10.1.3.2

ກຸ່ມ​ຄູ​ສອນ

ຊາຍ​ໜຸ່ມ​ເຂົ້າ​ຮ່ວມ​ກຸ່ມ​ຄູ​ສອນ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 14 ປີ. ໃນ​ເວ​ລາ​ນີ້​ພວກ​ເຂົາ​ມີ​ສິດ​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຄູ​ສອນ ຖ້າ​ພວກ​ເຂົາ​ພ້ອມ ແລະ ມີ​ຄ່າ​ຄວນ.

ຄູ​ສອນ​ມີ​ໜ້າ​ທີ່​ເໝືອນ​ມັກ​ຄະ​ນາ​ຍົກ. ພວກ​ເຂົາ​ກຽມ​ສິນ​ລະ​ລຶກ ແລະ ຮັບ​ໃຊ້​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເຊັ່ນ​ກັນ. ໜ້າ​ທີ່​ເພີ່ມ​ເຕີມ​ມີ​ອະ​ທິ​ບາຍ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:53–59; 84:111.

10.1.3.3

ກຸ່ມ​ປະ​ໂລ​ຫິດ

ຊາຍ​ໜຸ່ມ​ເຂົ້າ​ຮ່ວມ​ກຸ່ມ​ປະ​ໂລ​ຫິດ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 16 ປີ. ໃນ​ເວ​ລາ​ນີ້​ພວກ​ເຂົາ​ມີ​ສິດ​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ໂລ​ຫິດ ຖ້າ​ພວກ​ເຂົາ​ພ້ອມ ແລະ ມີ​ຄ່າ​ຄວນ.

ປະ​ໂລ​ຫິດ​ມີ​ໜ້າ​ທີ່​ເໝືອນ​ມັກ​ຄະ​ນາ​ຍົກ ແລະ ຄູ​ສອນ. ໜ້າ​ທີ່​ເພີ່ມ​ເຕີມ​ມີ​ອະ​ທິ​ບາຍ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:46–52, 73–79.

10.1.4

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ​ກະ​ແຈ​ເຫລົ່າ​ນີ້, ໃຫ້​ເບິ່ງ 3.4.1.

10.1.5

ການ​ປັບ​ກຸ່ມ​ຕາມ​ຄວາມ​ຕ້ອງ​ການ​ໃນ​ທ້ອງ​ຖິ່ນ

ໃນ​ຫວອດ ຫລື ສາ​ຂາ​ທີ່​ມີ​ຊາຍ​ໜຸ່ມ​ສອງ​ສາມ​ຄົນ, ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຈະ​ຮ່ວມ​ປະ​ຊຸມ​ນຳ​ກັນ​ເພື່ອ​ຮັບ​ຄຳ​ແນະ​ນຳ ແລະ ເຮັດ​ກິດ​ຈະ​ກຳ.

10.2

ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

10.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

10.2.1.2

ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ

ການ​ປະ​ຊຸມ​ກຸ່ມ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່​ຂອງ​ເດືອນ. ມັນ​ໃຊ້​ເວ​ລາ 50 ນາ​ທີ. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ (ຫລື ຜູ້​ຊ່ວຍ​ຄົນ​ໜຶ່ງ​ຂອງ​ອະ​ທິ​ການ​ໃນ​ກຸ່ມ​ປະ​ໂລ​ຫິດ) ດຳ​ເນີນ​ການ​ປະ​ຊຸມ. ລາວ​ນຳ​ພາ​ກຸ່ມ​ໃນ​ການ​ທ່ອງ​ຈຳ​ຄຳ​ຂວັນ ແລະ ປຶກ​ສາ​ນຳ​ກັນ​ກ່ຽວ​ກັບ​ການ​ມອບ​ໝາຍ, ໜ້າ​ທີ່, ແລະ ເລື່ອງ​ອື່ນໆ.

ແລ້ວ​ສະ​ມາ​ຊິກ​ກຸ່ມ ຫລື ຜູ້​ນຳ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໜຶ່ງ​ນຳ​ພາ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ.

10.2.1.3

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ​ຄວນ​ສ້າງ​ປະ​ຈັກ​ພະ​ຍານ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ, ສົ່ງ​ເສີມ​ຄວາມ​ເປັນ​ໜຶ່ງ​ໃນ​ກຸ່ມ, ແລະ ໃຫ້​ໂອ​ກາດ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ບາງ​ຢ່າງ​ຄວນ​ລວມ​ທັງ​ກຸ່ມ​ຊາຍ​ໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ, ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ລຸ້ນ​ໃຫຍ່​ກວ່າ.

ກິດ​ຈະ​ກຳ​ປະ​ຈຳ​ປີ. ນອກ​ເໜືອ​ຈາກ​ກິດ​ຈະ​ກຳ​ທີ່​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ຂອງ​ຊາວ​ໜຸ່ມ​ແລ້ວ, ກຸ່ມ​ຊາຍ​ໜຸ່ມ​ອາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປະ​ຈຳ​ປີ​ດັ່ງ​ຕໍ່​ໄປ​ນີ້:

  • ຄ້າຍ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ (ເບິ່ງ Aaronic Priesthood Quorum Camp Guide).

  • ກອງ​ປະ​ຊຸມ​ຫວອດ ຫລື ສະ​ເຕກ​ສຳ​ລັບ​ຊາວ​ໜຸ່ມ ຫລື ກອງ​ປະ​ຊຸມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (FSY).

10.2.1.4

ການ​ພັດ​ທະ​ນາ​ຕົນ​ເອງ

ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊາວ​ໜຸ່ມ​ຖືກ​ເຊື້ອ​ເຊີນ​ໃຫ້​ຕັ້ງ​ເປົ້າ​ໝາຍ ເພື່ອ​ເຕີບ​ໂຕ​ທາງ​ວິນ​ຍານ, ສັງ​ຄົມ, ຮ່າງ​ກາຍ, ແລະ ສະ​ຕິ​ປັນ​ຍາ (ເບິ່ງ ລູ​ກາ 2:52).

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ChildrenandYouth.ChurchofJesusChrist.org.

10.2.2

ການ​ດູ​ແລ​ຄົນ​ຂັດ​ສົນ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຊ່ວຍ​ເຫລືອ​ອະ​ທິ​ການ​ໃນ “ການ​ປະ​ຕິ​ບັດ​ເລື່ອງ​ຝ່າຍ​ໂລກ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:68). ພວກ​ເຂົາ​ຄວນ​ໄດ້​ຮັບ​ໂອ​ກາດ​ເປັນ​ປະ​ຈຳ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ​ໃນ​ຄອບ​ຄົວ ແລະ ຮັບ​ໃຊ້​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ, ລະ​ຫວ່າງ​ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ, ແລະ ຮັບ​ໃຊ້​ດ້ວຍ​ຕົນ​ເອງ.

10.2.2.1

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໄດ້​ຮັບ​ການ​ມອບ​ໝາຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 14 ປີ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ບົດ​ທີ 21.

10.2.3

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ມີ​ໜ້າ​ທີ່ “ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:59).

ພໍ່​ແມ່ ແລະ ຜູ້​ນຳ​ຊຸກ​ຍູ້​ຊາຍ​ໜຸ່ມ​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ.

10.2.4

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ສາ​ມາດ​ຊ່ວຍ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ​ໄດ້​ໃນ​ຫລາຍ​ວິ​ທີ​ທາງ.

  • ໃຫ້​ກຽດ​ແກ່​ພໍ່​ແມ່ ແລະ ເປັນ​ແບບ​ຢ່າງ​ຂອງ​ການ​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ພຣະ​ຄຣິດ​ໃນ​ບ້ານ​ຂອງ​ພວກ​ເຂົາ.

  • ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ​ພຣະ​ວິ​ຫານ, ລວມ​ທັງ​ການ​ແຕ່ງ​ງານ​ນິ​ລັນ​ດອນ.

  • ລະ​ບຸ​ຊື່​ບັນ​ພະ​ບຸ​ລຸດ​ຜູ້​ຕ້ອງ​ການ​ພິ​ທີ​ການ​ພຣະ​ວິ​ຫານ (ເບິ່ງ FamilySearch.org).

  • ມີ​ສ່ວນ​ຮ່ວມ​ໃນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ​ເລື້ອຍໆ ເທົ່າ​ທີ່​ສະ​ຖາ​ນະ​ການ​ຈະ​ເອື້ອ​ອຳ​ນວຍ.

10.3

ຝ່າຍ​ອະ​ທິ​ການ

ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອະ​ທິ​ການ​ຄື ທີ່​ຈະ​ດູ​ແລ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຢູ່​ໃນ​ຫວອດ​ເພິ່ນ. ເພິ່ນ​ຮູ້​ຈັກ​ຊື່​ຂອງ​ພວກ​ເຂົາ ແລະ ເຂົ້າ​ໃຈ​ສະ​ຖາ​ນະ​ການ​ຢູ່​ທີ່​ບ້ານ​ຂອງ​ພວກ​ເຂົາ. ເພິ່ນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຂອງ​ພວກ​ເຂົາ ແລະ ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ຂອງ​ພວກ​ເຂົາ​ເປັນ​ປະ​ຈຳ.

ອະ​ທິ​ການ​ເປັນ​ປະ​ທານ​ຂອງ​ກຸ່ມ​ປະ​ໂລ​ຫິດ.

ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ກຸ່ມ​ຄູ​ສອນ. ທີ່​ປຶກ​ສາ​ທີ​ສອງ​ຂອງ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ກຸ່ມ​ມັກ​ຄະ​ນາ​ຍົກ.

ຝ່າຍ​ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພີ່ມ​ເຕີມ​ດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ:

  • ພົບ​ກັບ​ຊາຍ​ໜຸ່ມ​ແຕ່​ລະ​ຄົນ​ຢ່າງ​ໜ້ອຍ​ປີ​ລະ​ສອງ​ເທື່ອ (ເບິ່ງ 31.3.1).

  • ຊ່ວຍ​ຊາຍ​ໜຸ່ມ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  • ດູ​ແລ​ບັນ​ທຶກ, ລາຍ​ງານ, ແລະ ການ​ເງິນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

ຜູ້​ໃຫ້​ຄຳ​ແນະ​ນຳ​ກຸ່ມ ແລະ ຜູ້​ຊ່ຽວ​ຊານ​ຊ່ວຍ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້​ເມື່ອ​ຖືກ​ຮຽກ​ຮ້ອງ.

10.4

ຜູ້​ນຳ​ກຸ່ມ​ຊາວ​ໜຸ່ມ

10.4.1

ການ​ເອີ້ນ, ການ​ສະ​ໜັບ​ສະ​ໜູນ, ແລະ ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ

ອະ​ທິ​ການ​ເອີ້ນ​ປະ​ໂລ​ຫິດ ໜຶ່ງ ຫລື ສອງ​ຄົນ​ໃຫ້​ເປັນ​ຜູ້​ຊ່ວຍ​ຂອງ​ເພິ່ນ​ໃນ​ການ​ນຳ​ພາ​ກຸ່ມ​ປະ​ໂລ​ຫິດ.

ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ເອີ້ນ​ປະ​ທານ​ກຸ່ມ​ມັກ​ຄະ​ນາ​ຍົກ ແລະ ປະ​ທານ​ກຸ່ມ​ຄູ​ສອນ. ເມື່ອ​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຫລາຍ​ພໍ​ທີ່​ຈະ​ຮັບ​ໃຊ້, ກຸ່ມ​ຊາຍ​ໜຸ່ມ​ເຫລົ່າ​ນີ້​ຈະ​ພິ​ຈາ​ລະ​ນາ​ສະ​ມາ​ຊິກ​ໃນ​ກຸ່ມ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ແນະ​ນຳ​ໃຫ້​ເປັນ​ທີ່​ປຶກ​ສາ ແລະ ເລ​ຂາ​ນຸ​ການ.

ຫລັງ​ຈາກ​ໄດ້​ມອບ​ການ​ເອີ້ນ​ໃຫ້​ແລ້ວ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ຈະ​ສະ​ເໜີ​ຜູ້​ນຳ​ກຸ່ມ​ຊາວ​ໜຸ່ມ​ເພື່ອ​ການ​ສະ​ໜັບ​ສະ​ໜູນ ຢູ່​ໃນ​ການ​ປະ​ຊຸມ​ກຸ່ມ​ຂອງ​​ເຂົາ​ເຈົ້າ. ອະ​ທິ​ການ​ແຕ່ງ​ຕັ້ງ​ຜູ້​ຊ່ວຍ​ຂອງ​ເພິ່ນ ແລະ ປະ​ທານ​ກຸ່ມ​ມັກ​ຄະ​ນາ​ຍົກ ແລະ ປະ​ທານ​ກຸ່ມ​ຄູ​ສອນ​ເປັນ​ທາງ​ການ. ເພິ່ນ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ປະ​ທານ​ກຸ່ມ. ເພິ່ນ​ອາດ​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ຂອງ​ເພິ່ນ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ຝ່າຍ​ປະ​ທານ ແລະ ເລ​ຂາ​ນຸ​ການ​ເປັນ​ທາງ​ການ.

10.4.2

ໜ້າ​ທີ່​ຮັບ​ຜິດ​ຊອບ

  • ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ກຸ່ມ​ເພື່ອ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ ບົດ​ທີ 1).

  • ທຳ​ຄວາມ​ຮູ້​ຈັກ ແລະ ຮັບ​ໃຊ້​ສະ​ມາ​ຊິກ​ກຸ່ມ​ແຕ່​ລະ​ຄົນ, ລວມ​ທັງ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ກຸ່ມ.

  • ຮັບ​ໃຊ້​ໃນ​ສະ​ພາ​ຊາວ​ໜຸ່ມ​ຫວອດ (ເບິ່ງ 10.4.4).

  • ສິດ​ສອນ​ສະ​ມາ​ຊິກ​ກຸ່ມ​ໃຫ້​ຮູ້​ໜ້າ​ທີ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຕົນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:85–88).

  • ວາງ​ແຜນ ແລະ ດຳ​ເນີນ​ການ​ປະ​ຊຸມ​ກຸ່ມ (ເບິ່ງ 10.2.1.2).

  • ວາງ​ແຜນ ແລະ ດຳ​ເນີນ​ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ກຸ່ມ​ໃຫ້​ສຳ​ເລັດ (ເບິ່ງ 10.2.1.3).

10.4.3

ການ​ປະ​ຊຸມ​ຝ່າຍ​ປະ​ທານ​ກຸ່ມ

ຝ່າຍ​ປະ​ທານ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ພົບ​ກັນ​ເປັນ​ປະ​ຈຳ. ປະ​ທານ​ກຸ່ມ​ດຳ​ເນີນ​ການ​ປະ​ຊຸມ​ເຫລົ່າ​ນີ້. ຢ່າງ​ໜ້ອຍ​ຜູ້​ໃຫຍ່​ສອງ​ຄົນ​ເຂົ້າ​ຮ່ວມ​ນຳ—ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ, ຜູ້​ໃຫ້​ຄຳ​ແນະ​ນຳ, ຫລື ຜູ້​ຊ່ຽວ​ຊານ.

10.4.4

ສະ​ພາ​ຊາວ​ໜຸ່ມ​ຫວອດ

ເບິ່ງ 29.2.6 ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາ​ຊາວ​ໜຸ່ມ​ຫວອດ.

10.8

ແນວ​ທາງ​ຊີ້​ນຳ ແລະ ນະ​ໂຍ​ບາຍ​ເພີ່ມ​ເຕີມ

10.8.1

ການ​ປົກ​ປ້ອງ​ຊາວ​ໜຸ່ມ

ເມື່ອ​ຜູ້​ໃຫຍ່​ປະ​ຕິ​ສຳ​ພັນ​ກັບ​ຊາວ​ໜຸ່ມ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ສາດ​ສະ​ໜາ​ຈັກ, ຄວນ​ມີ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜ້ອຍ​ສອງ​ຄົນ​ຢູ່​ນຳ.

ຜູ້​ໃຫຍ່​ທຸກ​ຄົນ​ທີ່​ເຮັດ​ວຽກ​ກັບ​ຊາວ​ໜຸ່ມ​ຄວນ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ ພາຍ​ໃນ​ໜຶ່ງ​ເດືອນ​ຫລັງ​ຈາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ (ProtectingChildren.ChurchofJesusChrist.org).