ຄູ່​ມື ແລະ ການ​ເອີ້ນ
3. ຫລັກ​ທຳ​ຖາ​ນະ​ປະ​ໂລ​ຫິດ


“3. ຫລັກ​ທຳ​ຖາ​ນະ​ປະ​ໂລ​ຫິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“3. ຫລັກ​ທຳ​ຖາ​ນະ​ປະ​ໂລ​ຫິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຍ່າງ​ຢູ່​ໃກ້​ພຣະ​ວິ​ຫານ

3.

ຫລັກ​ທຳ​ຖາ​ນະ​ປະ​ໂລ​ຫິດ

3.0

ຄຳ​ນຳ

ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ. ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ​ເພື່ອ “ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມ​ເຊ 1:39). ພຣະ​ເຈົ້າ​ມອບ​ສິດ​ອຳ​ນາດ ແລະ ອຳ​ນາດ​ໃຫ້​ແກ່​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ ເພື່ອ​ຊ່ວຍ​ດຳ​ເນີນ​ວຽກ​ງານ​ນີ້ (ເບິ່ງ ບົດ​ທີ 1).

3.2

ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ເຈົ້ຳ​ເຮັດ​ໃຫ້​ພອນ​ທີ່​ຍິ່ງ​ໃຫຍ່​ມີ​ໄວ້​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ. ພອນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

  • ບັບ​ຕິ​ສະ​ມາ ແລະ ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

  • ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ການ​ຮັບ​ສ່ວນ​ສິນ​ລະ​ລຶກ.

  • ສິດ​ອຳ​ນາດ ແລະ ອຳ​ນາດ​ທີ່​ຈະ​ຮັບ​ໃຊ້​ໃນ​ການ​ເອີ້ນ ແລະ ການ​ມອບ​ໝາຍ​ຕ່າງໆ​ໃນ​ສາດ​ສະ​ໜາ​ຈັກ.

  • ການ​ຮັບ​ປິ​ຕຸ​ພອນ ແລະ ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ອື່ນໆ​ແຫ່ງ​ການ​ປິ່ນ​ປົວ, ການ​ປອບ​ໂຍນ, ແລະ ການ​ນຳ​ພາ.

  • ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ວິ​ຫານ.

  • ການ​ຜະ​ນຶກ​ເຂົ້າ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຊົ່ວ​ນິ​ລັນ​ດອນ.

  • ຄຳ​ສັນ​ຍາ​ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ.

3.3

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ໃນ​ສາດ​ສະ​ໜາ​ຈັກ, ຖາ​ນະ​ປະ​ໂລ​ຫິດ​ມີ​ສອງ​ພາກ​ສ່ວນ: ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:1).

3.3.1

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄື “ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ, ຕາມ​ລະ​ບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:3). ມັນ​ເປັນ​ອຳ​ນາດ​ທີ່​ເຮັດ​ໃຫ້​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–21; 132:19–20).

ຜ່ານ​ທາງ​ສິດ​ອຳ​ນາດ​ນີ້, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ຊີ້​ນຳ ແລະ ບໍ​ລິ​ຫານ​ວຽກ​ງານ​ທາງ​ຝ່າຍ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:18).

ປະ​ທານ​ສະ​ເຕກ​ເປັນ​ຜູ້​ຄວບ​ຄຸມ​ມະ​ຫາ​ປະ​ໂລ​ຫິດ​ຢູ່​ໃນ​ສະ​ເຕກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:8, 10; ເບິ່ງ ບົດ​ທີ 6 ໃນ​ຄູ່​ມື​ນີ້ ນຳ​ອີກ). ອະ​ທິ​ການ​ເປັນ​ຜູ້​ຄວບ​ຄຸມ​ມະ​ຫາ​ປະ​ໂລ​ຫິດ​ຢູ່​ໃນ​ຫວອດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:17; ເບິ່ງ ບົດ​ທີ 7 ໃນ​ຄູ່​ມື​ນີ້ ນຳ​ອີກ).

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ຕຳ​ແໜ່ງ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ໃຫ້​ເບິ່ງ 8.1.

3.3.2

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຄື “ສ່ວນ​ປະ​ກອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:14). ມັນ​ລວມ​ທັງ​ຂໍ​ກະ​ແຈ​ຂອງ:

  • ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ.

  • ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ.

  • ພິ​ທີ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ພາຍ​ນອກ, ລວມ​ທັງ​ບັບ​ຕິ​ສະ​ມາ​ເພື່ອ​ການ​ປົດ​ບາບ.

(ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 84:26–27; 107:20.)

ອະ​ທິ​ການ​ເປັນ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຢູ່​ໃນ​ຫວອດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:15).

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ຕຳ​ແໜ່ງ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ໃຫ້​ເບິ່ງ 10.1.3.

3.4

ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ການ​ມອບ​ສິດ​ອຳ​ນາດ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພຣະ​ເຈົ້າ ແລະ ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ໃນ​ສາດ​ສະ​ໜາ​ຈັກ, ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ຖືກ​ນຳ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

3.4.1

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ​ທີ່​ຈະ​ຊີ້​ນຳ​ການ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ລູກໆ​ຂອງ​ພຣະ​ເຈົ້າ.

3.4.1.1

ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຂໍ​ກະ​ແຈ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃຫ້​ອັກ​ຄະ​ສາ​ວົກ​ແຕ່​ລະ​ຄົນ​ຂອງ​ພຣະ​ອົງ. ອັກ​ຄະ​ສາ​ວົກ​ອາ​ວຸ​ໂສ​ທີ່​ມີ​ຊີ​ວິດ​ຢູ່, ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ເປັນ​ພຽງ​ບຸກ​ຄົນ​ດຽວ​ຢູ່​ເທິງ​ໂລກ​ນີ້​ທີ່​ມີ​ສິດ​ອຳ​ນາດ​ທີ່​ຈະ​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:1–2; 107:64–67, 91–92; 132:7).

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຮັບ​ຂໍ​ກະ​ແຈ​ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ສາ​ມາດ​ຄວບ​ຄຸມ​ພາຍ​ໃນ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ. ຜູ້​ນຳ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

  • ປະ​ທານ​ສະ​ເຕກ ແລະ ປະ​ທານ​ທ້ອງ​ຖິ່ນ.

  • ອະ​ທິ​ການ ແລະ ປະ​ທານ​ສາ​ຂາ.

  • ປະ​ທານ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ອາ​ໂຣນ.

  • ປະ​ທານ​ພຣະ​ວິ​ຫານ.

  • ປະ​ທານ​ເຜີຍ​ແຜ່ ແລະ ປະ​ທານ​ສູນ​ຝຶກ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ.

ຜູ້​ນຳ​ເຫລົ່າ​ນີ້​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເມື່ອ​ພວກ​ເພິ່ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສູ່​ການ​ເອີ້ນ​ຂອງ​ພວກ​ເພິ່ນ.

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ໄດ້​ຖືກ​ມອບ​ໃຫ້​ຄົນ​ອື່ນ, ລວມ​ທັງ​ທີ່​ປຶກ​ສາ​ຂອງ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ ຫລື ປະ​ທານ​ອົງ​ການ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ. ປະ​ທານ​ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຄວບ​ຄຸມ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ 4.2.4).

3.4.1.2

ລະ​ບຽບ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເຮັດ​ໃຫ້​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ບັນ​ລຸ​ຄວາມ​ສຳ​ເລັດ ໃນ​ວິ​ທີ​ທາງ​ທີ່​ເປັນ​ລະ​ບຽບ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:11; 132:8). ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຊີ້​ນຳ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພາຍ​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ. ສິດ​ອຳ​ນາດ​ຄວບ​ຄຸມ​ນີ້​ມີ​ຜົນ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສະ​ເພາະ​ການ​ເອີ້ນ​ຂອງ​ຜູ້​ນຳ​ເທົ່າ​ນັ້ນ. ເມື່ອ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ປົດ​ຈາກ​ການ​ເອີ້ນ​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ຈະ​ບໍ່​ດຳ​ລົງ​ຂໍ​ກະ​ແຈ​ເຫລົ່າ​ນີ້​ອີກ​ຕໍ່​ໄປ.

3.4.2

ການ​ມອບ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ແຕ່ງ​ຕັ້ງ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໄດ້​ຖືກ​ມອບ​ໃຫ້​ສະ​ມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:14–17). ຫລັງ​ຈາກ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເໝາະ​ສົມ​ໄດ້​ຖືກ​ມອບ​ໃຫ້​ແລ້ວ, ບຸກ​ຄົນ​ຈະ​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ, ເຊັ່ນ ມັກ​ຄະ​ນາ​ຍົກ ຫລື ແອວ​ເດີ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ອີງ​ຕາມ​ສິດ ແລະ ໜ້າ​ທີ່​ຂອງ​ຕຳ​ແໜ່ງ​ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:99).

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ມອບ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ແຕ່ງ​ຕັ້ງ, ໃຫ້​ເບິ່ງ 8.1.1 ແລະ 18.10.

3.4.3

ການ​ມອບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ

3.4.3.1

ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ

ເມື່ອ​ຊາຍ ແລະ ຍິງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ​ໃຫ້​ປະ​ຕິ​ບັດ​ໃນ​ການ​ເອີ້ນ​ນັ້ນ. ເມື່ອ​ເຂົາ​ເຈົ້າ​ຖືກ​ປົດ​ຈາກ​ການ​ເອີ້ນ, ເຂົາ​ເຈົ້າ​ຈະ​ບໍ່​ມີ​ສິດ​ອຳ​ນາດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເອີ້ນ​ນັ້ນ​ອີກ​ຕໍ່​ໄປ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ໄດ້​ຮັບ​ສິດ​ອຳ​ນາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ ເພື່ອ​ໃຫ້​ປະ​ຕິ​ບັດ​ໃນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ:

  • ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ເອີ້ນ ແລະ ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ​ອະ​ທິ​ການ​ໃຫ້​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ໄດ້​ຮັບ​ສິດ​ອຳ​ນາດ​ໃຫ້​ຊີ້​ນຳ​ວຽກ​ງານ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໃນ​ຫວອດ.

ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ເອີ້ນ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ຈະ​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ເປັນ​ປະ​ທານ​ເໜືອ​ເຂົາ​ເຈົ້າ (ເບິ່ງ 3.4.1.2).

3.4.3.2

ການ​ມອບ​ໝາຍ

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ສາ​ມາດ​ມອບ​ສິດ​ອຳ​ນາດ​ໂດຍ​ການ​ມອບ​ໝາຍ. ເມື່ອ​ຊາຍ ແລະ ຍິງ​ໄດ້​ຮັບ​ການ​ມອບ​ໝາຍ​ເຫລົ່າ​ນີ້, ເຂົາ​ເຈົ້າ​ໄດ້​ຮັບ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ​ເພື່ອ​ໃຫ້​ປະ​ຕິ​ບັດ. ຍົກ​ຕົວ​ຢ່າງ:

  • ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ມອບ​ສິດ​ອຳ​ນາດ​ໃຫ້​ສາ​ວົກ​ເຈັດ​ສິບ ຜູ້​ຖືກ​ມອບ​ໝາຍ​ໃຫ້​ບໍ​ລິ​ຫານ​ເຂດ​ຕ່າງໆ ແລະ ຄວບ​ຄຸມ​ທີ່​ກອງ​ປະ​ຊຸມ​ສະ​ເຕກ.

  • ສິດ​ອຳ​ນາດ​ຖືກ​ມອບ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເພື່ອ​ຮັບ​ໃຊ້​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ສິດ​ອຳ​ນາດ​ທີ່​ມອບ​ໃຫ້​ໂດຍ​ການ​ມອບ​ໝາຍ​ຈະ​ຈຳ​ກັດ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສະ​ເພາະ ແລະ ໄລ​ຍະ​ເວ​ລາ​ຂອງ​ການ​ມອບ​ໝາຍ​ເທົ່າ​ນັ້ນ.

3.4.4

ການ​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ຊອບ​ທຳ

ສິດ​ອຳ​ນາດ​ນີ້​ສາ​ມາດ​ຖືກ​ໃຊ້​ພຽງ​ແຕ່​ໃນ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:36). ມັນ​ຖືກ​ໃຊ້​ໂດຍ​ການ​ຊັກ​ຊວນ, ຄວາມ​ອົດ​ກັ້ນ, ຄວາມ​ອ່ອນ​ໂຍນ, ຄວາມ​ອ່ອນ​ນ້ອມ, ຄວາມ​ຮັກ, ແລະ ຄວາມ​ເມດ​ຕາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:41–42).

ຜູ້​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ບໍ່​ບັງ​ຄັບ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ຕົນ. ເຂົາ​ເຈົ້າ​ຈະ​ບໍ່​ໃຊ້​ມັນ​ໃນ​ຈຸດ​ປະ​ສົງ​ທີ່​ເຫັນ​ແກ່​ຕົວ.

3.5

ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ອຳ​ນາດ​ຊຶ່ງ​ໂດຍ​ທາງ​ນັ້ນ​ພຣະ​ເຈົ້າ​ໃຫ້​ພອນ​ແກ່​ລູກໆ​ຂອງ​ພຣະ​ອົງ. ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ຫລັ່ງ​ໄຫລ​ມາ​ສູ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ—ຍິງ ແລະ ຊາຍ—ເມື່ອ​ເຂົາ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ອົງ. ສະ​ມາ​ຊິກ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–20.)

ພອນ​ຂອງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສະ​ມາ​ຊິກ​ສາ​ມາດ​ໄດ້​ຮັບ​ແມ່ນ​ລວມ​ທັງ:

  • ການ​ນຳ​ພາ​ສຳ​ລັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

  • ການ​ດົນ​ໃຈ​ເພື່ອ​ໃຫ້​ຮູ້​ວິ​ທີ​ທີ່​ຈະ​ຮັບ​ໃຊ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ອື່ນໆ.

  • ເພີ່ມ​ຄວາມ​ເຂັ້ມ​ແຂງ​ເພື່ອ​ອົດ​ທົນ ແລະ ເອົາ​ຊະ​ນະ​ການ​ທ້າ​ທາຍ.

  • ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ເພື່ອ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ.

  • ການ​ເປີດ​ເຜີຍ​ໃຫ້​ຮູ້​ວິ​ທີ​ປະ​ຕິ​ບັດ​ວຽກ​ງານ​ທີ່​ເຂົາ​ເຈົ້າ​ຖືກ​ແຕ່ງ​ຕັ້ງ, ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ, ຫລື ການ​ມອບ​ໝາຍ​ໃຫ້​ເຮັດ.

  • ຊ່ວຍ​ເຫລືອ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຫລາຍ​ຂຶ້ນ.

3.5.1

ພັນ​ທະ​ສັນ​ຍາ

ພັນ​ທະ​ສັນ​ຍາ​ຄື​ຄຳ​ສັນ​ຍາ​ສັກ​ສິດ​ລະ​ຫວ່າງ​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ປະ​ທານ​ເງື່ອນ​ໄຂ​ສຳ​ລັບ​ພັນ​ທະ​ສັນ​ຍາ, ແລະ ລູກໆ​ຂອງ​ພຣະ​ອົງ​ຕົກ​ລົງ​ທີ່​ຈະ​ເຊື່ອ​ຟັງ​ເງື່ອນ​ໄຂ​ເຫລົ່າ​ນັ້ນ. ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ອວຍ​ພອນ​ລູກໆ​ຂອງ​ພຣະ​ອົງ ເມື່ອ​ພວກ​ເຂົາ​ປະ​ຕິ​ບັດ​ຕາມ​ພັນ​ທະ​ສັນ​ຍາ.

ທຸກ​ຄົນ​ທີ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ 2 ນີ​ໄຟ 31:17–20; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7).

ພໍ່​ແມ່, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ແລະ ຄົນ​ອື່ນໆ​ຊ່ວຍ​ເຫລືອ​ບຸກ​ຄົນ​ກຽມ​ພ້ອມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ. ພວກ​ເພິ່ນ​ຈະ​ໃຫ້​ແນ່​ໃຈ​ວ່າ ບຸກ​ຄົນ​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ. ຫລັງ​ຈາກ​ບຸກ​ຄົນ​ເຮັດ​ພັນ​ທະ​ສັນ​ຍາ, ພວກ​ເພິ່ນ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັກ​ສາ​ມັນ. (ເບິ່ງ ໂມ​ໄຊ​ຢາ 18:8–11, 23–26.)

3.5.2

ພິ​ທີ​ການ

ພິ​ທີ​ການ​ແມ່ນ​ການ​ປະ​ຕິ​ບັດ​ທີ່​ສັກ​ສິດ ຊຶ່ງ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ໃນ​ຫລາຍ​ພິ​ທີ​ການ, ບຸກ​ຄົນ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ຕົວ​ຢ່າງ​ແມ່ນ​ລວມ​ທັງ ບັບ​ຕິ​ສະ​ມາ, ສິນ​ລະ​ລຶກ, ຂອງ​ປະ​ທານ​ສັກ​ສິດ, ພິ​ທີ​ການ​ຜະ​ນຶກ​ການ​ແຕ່ງ​ງານ.

ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ແມ່ນ​ຈຳ​ເປັນ​ຕໍ່​ຊີ​ວິດ​ນິ​ລັນ​ດອນ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 18.1.

3.6

ຖາ​ນະ​ປະ​ໂລ​ຫິດ ແລະ ບ້ານ​ເຮືອນ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ​ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ—ຊາຍ, ຍິງ, ແລະ ເດັກ​ນ້ອຍ—ໄດ້​ຮັບ​ພອນ​ດ້ວຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຕົນ​ເອງ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ (ເບິ່ງ 3.5). ອຳ​ນາດ​ນີ້​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ການ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ສ່ວນ​ຕົວ ແລະ ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ (ເບິ່ງ 2.2).

ຜູ້​ຊາຍ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ ເພື່ອ​ໃຫ້​ການ​ຊີ້​ນຳ, ປິ່ນ​ປົວ, ແລະ ປອບ​ໂຍນ. ເມື່ອ​ຈຳ​ເປັນ, ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ກໍ​ສາ​ມາດ​ຂໍ​ພອນ​ເຫລົ່າ​ນີ້​ຈາກ​ຍາດ​ພີ່​ນ້ອງ, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ເຊັ່ນ​ກັນ.