ຄູ່​ມື ແລະ ການ​ເອີ້ນ
6. ການ​ເປັນ​ຜູ້​ນຳ​ລະ​ດັບ​ສະ​ເຕກ


“6. ການ​ເປັນ​ຜູ້​ນຳ​ລະ​ດັບ​ສະ​ເຕກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“6. ການ​ເປັນ​ຜູ້​ນຳ​ລະ​ດັບ​ສະ​ເຕກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ນຳ​ກຳ​ລັງ​ເວົ້າ​ລົມ​ກັບ​ຄອບ​ຄົວ​ໜຶ່ງ

6.

ການ​ເປັນ​ຜູ້​ນຳ​ລະ​ດັບ​ສະ​ເຕກ

6.1

ຈຸດ​ປະ​ສົງ​ຂອງ​ສະ​ເຕກ

ເອ​ຊາ​ຢາ​ບັນ​ຍາຍ​ຊີ​ໂອນ​ຍຸກ​ສຸດ​ທ້າຍ​ວ່າ​ເປັນ​ຜ້າ​ເຕັນ ຫລື ຫໍ​ເຕັນ​ສັກ​ສິດ ທີ່​ຖືກ​ຕຶງ​ໃຫ້​ແໜ້ນ​ດ້ວຍ​ຫລັກ (ສະ​ເຕກ) (ເບິ່ງ ເອ​ຊາ​ຢາ 33:20; 54:2).

ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖາ​ປະ​ນາ​ສະ​ເຕກ​ຂຶ້ນ​ເພື່ອ “ການ​ເຕົ້າ​ໂຮມ” ຜູ້​ຄົນ​ຂອງ​ພຣະ​ອົງ “ເພື່ອ​ການ​ປ້ອງ​ກັນ, ແລະ … ເປັນ​ບ່ອນ​ຫລົບ​ໄພ” ຈາກ​ໂລກ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:6).

6.2

ຝ່າຍ​ປະ​ທານ​ສະ​ເຕກ

ປະ​ທານ​ສະ​ເຕກ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ນຳ​ພາ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສະ​ເຕກ (ເບິ່ງ 3.4.1). ເພິ່ນ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ປະ​ກອບ​ເປັນ​ຝ່າຍ​ປະ​ທານ​ສະ​ເຕກ. ພວກ​ເພິ່ນ​ດູ​ແລ​ສະ​ມາ​ຊິກ​ສະ​ເຕກ​ດ້ວຍ​ຄວາມ​ຮັກ, ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ສະ​ເຕກ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ຢູ່​ສີ່​ຢ່າງ:

  1. ເພິ່ນ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ຄວບ​ຄຸມ​ໃນ​ສະ​ເຕກ.

  2. ເພິ່ນ​ນຳ​ພາ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ໃນ​ສະ​ເຕກ.

  3. ເພິ່ນ​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ.

  4. ເພິ່ນ​ດູ​ແລ​ບັນ​ທຶກ, ການ​ເງິນ, ແລະ ຊັບ​ສິນ.

6.3

ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສິດ​ອຳ​ນາດ​ຂອງ​ປະ​ທານ​ທ້ອງ​ຖິ່ນ​ກັບ​ສິດ​ອຳ​ນາດ​ຂອງ​ປະ​ທານ​ສະ​ເຕກ

ໃນ​ແຕ່​ລະ​ທ້ອງ​ຖິ່ນ​ຂອງ​ສະ​ມາ​ຊິກ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ​ຈະ​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ທ້ອງ​ຖິ່ນ. ເພິ່ນ​ຮັບ​ໃຊ້​ເໝືອນ​ດັ່ງ​ປະ​ທານ​ສະ​ເຕກ ແຕ່​ມີ​ຄວາມ​ແຕກ​ຕ່າງ​ດັ່ງ​ຕໍ່​ໄປ​ນີ້:

  • ເພິ່ນ​ບໍ່​ໄດ້​ເປັນ​ປະ​ທານ​ຂອງ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ. ກຸ່ມ​ດັ່ງ​ກ່າວ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ສະ​ເຕກ​ເທົ່າ​ນັ້ນ.

  • ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່, ປະ​ທານ​ທ້ອງ​ຖິ່ນ​ສາ​ມາດ​ສຳ​ພາດ​ຜູ້​ຊາຍ​ເພື່ອ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ. ປະ​ທານ​ທ້ອງ​ຖິ່ນ ຫລື ຄົນ​ໃດ​ຄົນ​ໜຶ່ງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ​ກໍ​ສາ​ມາດ (1) ສະ​ເໜີ​ຊື່​ຜູ້​ຊາຍ​ເພື່ອ​ການ​ສະ​ໜັບ​ສະ​ໜູນ ແລະ (2) ປະ​ຕິ​ບັດ​ພິ​ທີ​ການ (ເບິ່ງ 18.10.1.3, 18.10.3, ແລະ 18.10.4). ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທານ​ທ້ອງ​ຖິ່ນ​ບໍ່​ສາ​ມາດ​ແຕ່ງ​ຕັ້ງ​ປິ​ຕຸ, ມະ​ຫາ​ປະ​ໂລ​ຫິດ, ຫລື ອະ​ທິ​ການ.

  • ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່, ປະ​ທານ​ທ້ອງ​ຖິ່ນ​ສາ​ມາດ​ແຕ່ງ​ຕັ້ງ​ປະ​ທານ​ສາ​ຂາ​ເປັນ​ທາງ​ການ​ໄດ້ (ເບິ່ງ 18.11).

  • ເພິ່ນ​ບໍ່​ປົດ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

  • ເພິ່ນ​ບໍ່​ທຳ​ການ​ສຳ​ພາດ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ຫລື ເຊັນ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ (ເບິ່ງ 26.3.1).

  • ເພິ່ນ​ບໍ່​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຍົກ​ເວັ້ນ​ແຕ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ປະ​ທານ​ເຜີຍ​ແຜ່​ເທົ່າ​ນັ້ນ.

6.5

ສະ​ພາ​ສູງ

ຝ່າຍ​ປະ​ທານ​ສະ​ເຕກ​ເອີ້ນ​ມະ​ຫາ​ປະ​ໂລ​ຫິດ 12 ຄົນ ເພື່ອ​ປະ​ກອບ​ເປັນ​ສະ​ພາ​ສູງ​ປະ​ຈຳ​ສະ​ເຕກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102:1; 124:131).

6.5.1

ຕົວ​ແທນ​ຝ່າຍ​ປະ​ທານ​ສະ​ເຕກ

ຝ່າຍ​ປະ​ທານ​ສະ​ເຕກ​ມອບ​ໝາຍ​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ໜຶ່ງ​ໃຫ້​ແຕ່​ລະ​ຫວອດ​ໃນ​ສະ​ເຕກ.

ຝ່າຍ​ປະ​ທານ​ສະ​ເຕກ​ກໍ​ຍັງ​ມອບ​ໝາຍ​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ໜຶ່ງ​ໃຫ້​ກຸ່ມ​ແອວ​ເດີ​ແຕ່​ລະ​ກຸ່ມ​ໃນ​ສະ​ເຕກ​ນຳ​ອີກ.

ຝ່າຍ​ປະ​ທານ​ສະ​ເຕກ​ອາດ​ມອບ​ໝາຍ​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ໜຶ່ງ​ເພື່ອ​ໃຫ້​ຄຳ​ແນະ​ນຳ​ແກ່​ຜູ້​ຄົນ​ດັ່ງ​ຕໍ່​ໄປ​ນີ້​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ເຜີຍ​ແຜ່:

  • ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

  • ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ

  • ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຂອງ​ຫວອດ

6.7

ອົງ​ການ​ຕ່າງໆ​ຂອງ​ສະ​ເຕກ

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ອົງ​ການ​ຍິງ​ໜຸ່ມ, ອົງ​ການ​ປະ​ຖົມ​ໄວ, ໂຮງ​ຮຽນ​ວັນ​ອາ​ທິດ, ແລະ ອົງ​ການ​ຊາຍ​ໜຸ່ມ​ສະ​ເຕກ ຈະ​ຖືກ​ນຳ​ພາ​ໂດຍ​ປະ​ທານ​ຄົນ​ໜຶ່ງ​ໃນ​ແຕ່​ລະ​ອົງ​ການ. ປະ​ທານ​ເຫລົ່າ​ນີ້​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສະ​ເຕກ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລັກ​ຂອງ​ຜູ້​ນຳ​ເຫລົ່າ​ນີ້​ແມ່ນ​ເພື່ອ​ຊ່ວຍ​ເຫລືອ​ຝ່າຍ​ປະ​ທານ​ສະ​ເຕກ ແລະ ໃຫ້​ຄຳ​ແນະ​ນຳ ແລະ ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ອົງ​ການ​ຫວອດ.

6.7.1

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ, ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ, ແລະ ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ສະ​ເຕກ

ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ເຫລົ່າ​ນີ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຮັບ​ໃຊ້​ໃນ​ສະ​ພາ​ສະ​ເຕກ (ປະ​ທານ​ເທົ່າ​ນັ້ນ).

  • ປະ​ຖົມ​ນິ​ເທດ​ຝ່າຍ​ປະ​ທານ​ອົງ​ການ​ຫວອດ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ.

  • ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ຄຳ​ແນະ​ນຳ​ຢ່າງ​ຕໍ່​ເນື່ອງ. ສື່​ສານ​ກັບ​ຝ່າຍ​ປະ​ທານ​ອົງ​ການ​ຫວອດ​ເປັນ​ປະ​ຈຳ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ, ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້, ແລະ ສື່​ສານ​ຂໍ້​ມູນ​ຈາກ​ຝ່າຍ​ປະ​ທານ​ສະ​ເຕກ.

  • ແນະ​ນຳ​ຝ່າຍ​ປະ​ທານ​ອົງ​ການ​ຫວອດ​ລະ​ຫວ່າງ​ການ​ປະ​ຊຸມ​ຜູ້​ນຳ​ສະ​ເຕກ (ເບິ່ງ 29.3.4).

6.7.2

ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ​ສະ​ເຕກ

ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ​ສະ​ເຕກ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຮັບ​ໃຊ້​ເປັນ​ແຫລ່ງ​ຊ່ວຍ​ເຫລືອ​ໃຫ້​ຝ່າຍ​ອະ​ທິ​ການ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເພິ່ນ​ຕໍ່​ອ້າຍ​ນ້ອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

  • ຮັບ​ໃຊ້​ໃນ​ຄະ​ນະ​ກຳ​ມະ​ການ​ຜູ້​ນຳ​ຊາວ​ໜຸ່ມ​ສະ​ເຕກ (ເບິ່ງ 29.3.10).

  • ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສະ​ເຕກ, ວາງ​ແຜນ ແລະ ປະ​ສານ​ງານ​ກິດ​ຈະ​ກຳ ແລະ ຄ້າຍ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ສະ​ເຕກ.