ຄູ່​ມື ແລະ ການ​ເອີ້ນ
5. ການ​ເປັນ​ຜູ້​ນຳ​ລະ​ດັບ​ສາ​ມັນ ແລະ ລະ​ດັບ​ເຂດ


“5. ການ​ເປັນ​ຜູ້​ນຳ​ລະ​ດັບ​ສາ​ມັນ ແລະ ລະ​ດັບ​ເຂດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“5. ການ​ເປັນ​ຜູ້​ນຳ​ລະ​ດັບ​ສາ​ມັນ ແລະ ລະ​ດັບ​ເຂດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ.

ຮູບ​ພາບ
ຝ່າຍ​ປະ​ທານ​ສູງ​ສຸດ

5.

ການ​ເປັນ​ຜູ້​ນຳ​ລະ​ດັບ​ສາ​ມັນ ແລະ ລະ​ດັບ​ເຂດ

5.0

ຄຳ​ນຳ

ພຣະ​ເຢ​ຊູ​ຄຣິດ​ເປັນ “ຫີນ​ເສົາ​ເອກ” ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ (ເອ​ເຟ​ໂຊ 2:20). ພຣະ​ອົງ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ. ພຣະ​ອົງ​ເອີ້ນ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ໃຫ້​ຊ່ວຍ​ພຣະ​ອົງ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ພຣະ​ອົງ​ໄດ້​ມອບ​ຂໍ​ກະ​ແຈ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ທີ່​ຖືກ​ເລືອກ​ເຫລົ່າ​ນີ້. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:12–13; ເບິ່ງ 3.4.1 ໃນ​ຄູ່​ມື​ນີ້ ນຳ​ອີກ.)

ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຊາຍ​ສູ່​ຕຳ​ແໜ່ງ​ສາ​ວົກ​ເຈັດ​ສິບ ເພື່ອ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ​ທົ່ວ​ໂລກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:38). ນອກ​ເໜືອ​ຈາກ​ນີ້, ຝ່າຍ​ອະ​ທິ​ການ​ຄວບ​ຄຸມ, ເຈົ້າ​ໜ້າ​ທີ່​ສາ​ມັນ, ແລະ ຜູ້​ນຳ​ຊາຍ ແລະ ຍິງ​ຄົນ​ອື່ນ ກໍ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ຄັນ​ເພື່ອ​ຮັບ​ໃຊ້​ໃນ​ວຽກ​ງານ​ເຊັ່ນ​ກັນ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ບົດ​ທີ 5 ໃນ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ (ChurchofJesusChrist.org).