“ຊັດຣາກ, ເມຊາກ, ແລະ ອາເບັດເນໂກ,” ເລື່ອງພຣະຄໍາພີເດີມ (2022)
“ຊັດຣາກ, ເມຊາກ, ແລະ ອາເບັດເນໂກ,” ເລື່ອງພຣະຄໍາພີເດີມ
ດານີເອນ 1; 3
ຊັດຣາກ, ເມຊາກ, ແລະ ອາເບັດເນໂກ
ການທົດລອງສັດທາທີ່ອັນຕະລາຍ
ກະສັດເນບູກາດເນັດຊາໄດ້ສ້າງຮູບປັ້ນໃຫຍ່ທີ່ເປັນທອງຄໍາ ແລະ ບັງຄັບໃຫ້ປະຊາຊົນຂອງເພິ່ນຂາບໄຫວ້ມັນ. ຖ້າພວກເຂົາປະຕິເສດ, ພວກເຂົາກໍຈະຖືກໂຍນເຂົ້າໄປໃນເຕົາໄຟ.
ດານີເອນ 1:6–7; 3:1–6
ໝູ່ຂອງດານີເອນ ຊື່ຊັດຣາກ, ເມຊາກ, ແລະ ອາເບັດເນໂກ ຮັກພຣະເຈົ້າ ແລະ ບໍ່ຍອມຂາບໄຫວ້ພຣະເຈົ້າປອມຂອງກະສັດ. ກະສັດໃຈຮ້າຍໃຫ້ພວກເຂົາ.
ດານີເອນ 3:6–15
ໝູ່ທັງສາມຄົນໄດ້ບອກກະສັດວ່າ ພວກເຂົາຈະນະມັດສະການແຕ່ພຣະເຈົ້າເທົ່ານັ້ນ. ພວກເຂົາເຊື່ອວ່າ ພຣະເຈົ້າສາມາດປົກປ້ອງພວກເຂົາໄດ້. ແຕ່ເຖິງແມ່ນຖ້າຫາກວ່າ ພຣະອົງບໍ່ຊ່ວຍຊີວິດພວກເຂົາ, ແຕ່ພວກເຂົາຈະຍຶດໝັ້ນກັບສິ່ງທີ່ພວກເຂົາເຊື່ອ.
ດານີເອນ 3:15–18
ກະສັດໄດ້ໂມໂຫຮ້າຍໃຫ້ຊັດຣາກ, ເມຊາກ, ແລະ ອາເບັດເນໂກ. ເພິ່ນໄດ້ສັ່ງໃຫ້ໂຍນພວກເຂົາເຂົ້າໄປໃນເຕົາໄຟ. ແຕ່ເມື່ອກະສັດເບິ່ງເຂົ້າໄປໃນເຕົາໄຟ, ເພິ່ນກໍຕົກໃຈທີ່ເຫັນທູດສະຫວັນຢູ່ໃນໄຟກັບຜູ້ຊາຍສາມຄົນນັ້ນ. ພວກເຂົາບໍ່ໄດ້ຮັບບາດເຈັບຈາກໄຟເລີຍ.
ດານີເອນ 3:19–25
ກະສັດໄດ້ເອີ້ນຊັດຣາກ, ເມຊາກ, ແລະ ອາເບັດເນໂກ, ແລະ ພວກເຂົາກໍຍ່າງອອກມາຈາກເຕົາໄຟ. ໄຟບໍ່ໄດ້ທໍາຮ້າຍພວກເຂົາ ຫລື ແມ່ນແຕ່ເສື້ອຜ້າຂອງພວກເຂົາກໍບໍ່ໄໝ້.
ດານີເອນ 3:26–27
ຊັດຣາກ, ເມຊາກ, ແລະ ອາເບັດເນໂກ ໄດ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ແມ່ນແຕ່ໃນເວລາທີ່ຊີວິດຂອງພວກເຂົາຢູ່ໃນຂັ້ນອັນຕະລາຍກໍຕາມ. ຕົວຢ່າງຂອງພວກເຂົາໄດ້ຊ່ວຍໃຫ້ກະສັດເຊື່ອໃນພຣະເຈົ້າ.
ດານີເອນ 3:28–29