“ດາວິດ ແລະ ໂກລີອາດ,” ເລື່ອງພຣະຄຳພີເດີມ (2022)
“ດາວິດ ແລະ ໂກລີອາດ,” ເລື່ອງພຣະຄຳພີເດີມ
1 ຊາມູເອນ 17
ດາວິດ ແລະ ໂກລີອາດ
ປະເຊີນໜ້າກັບການທ້າທາຍອັນໃຫຍ່ຫລວງ
ພວກຟີລິດສະຕິນກຳລັງໂຈມຕີຊາວອິດສະຣາເອນ. ທຸກໆເຊົ້າ ຄົນຟີລິດສະຕິນທີ່ສູງໃຫຍ່ຄົນໜຶ່ງ ຊື່ໂກລີອາດ ກໍໄດ້ອອກມາທ້າທາຍໃຫ້ຊາວອິດສະຣາເອນສົ່ງຄົນໃດຄົນໜຶ່ງອອກມາສູ້ຮົບກັບລາວ. ໂກລີອາດໃຫຍ່ກວ່າ ແລະ ສູງກວ່າທຸກໆຄົນ, ແລະ ລາວກໍໂຫດຮ້າຍ. ລາວໄດ້ສວມເຄື່ອງປ້ອງກັນ ແລະ ພາຍດາບ, ຫອກ, ແລະ ຖືໂລ້ແຜ່ນໃຫຍ່. ບໍ່ມີໃຜກ້າອອກໄປສູ້ຮົບກັບລາວ.
1 ຊາມູເອນ 17:1–11
ດາວິດເປັນເດັກລ້ຽງແກະ ຜູ້ທີ່ມີສັດທາໃນພຣະຜູ້ເປັນເຈົ້າ. ພວກອ້າຍຂອງລາວເປັນທະຫານໃນກອງທັບຊາວອິດສະຣາເອນ. ມື້ໜຶ່ງ, ດາວິດໄດ້ນຳເອົາອາຫານໄປສົ່ງພວກອ້າຍຂອງລາວ. ເມື່ອລາວໄດ້ໄປເຖິງຄ້າຍທະຫານ, ລາວກໍໄດ້ຍິນຄຳທ້າທາຍຂອງໂກລີອາດ.
1 ຊາມູເອນ 17:20–23
ດາວິດໄດ້ຖາມພວກທະຫານວ່າ ເປັນຫຍັງຈຶ່ງບໍ່ມີຄົນໃດປ້ອງກັນອິດສະຣາເອນ. ພວກອ້າຍຂອງລາວກໍໄດ້ໃຈຮ້າຍ ແລະ ໄດ້ບອກໃຫ້ລາວກັບໄປດູແລຝູງແກະ. ແຕ່ດາວິດຮູ້ວ່າ ພຣະຜູ້ເປັນເຈົ້າຈະປ້ອງກັນອິດສະຣາເອນ.
1 ຊາມູເອນ 17:24–30
ກະສັດໂຊນຮູ້ເຖິງສັດທາຂອງດາວິດ, ສະນັ້ນເພິ່ນຈຶ່ງໃຫ້ຄົນພາດາວິດມາຫາເພິ່ນ. ດາວິດໄດ້ບອກກະສັດໂຊນວ່າ ລາວບໍ່ຢ້ານທີ່ຈະສູ້ຮົບກັບໂກລີອາດ. ດາວິດໄດ້ອະທິບາຍວ່າ ຄັ້ງໜຶ່ງຕອນລາວໄດ້ດູແລຝູງແກະຂອງລາວຢູ່, ລາວໄດ້ຂ້າໂຕສິງ ແລະ ໂຕໝີ. ພຣະຜູ້ເປັນເຈົ້າໄດ້ປົກປ້ອງລາວໃນຕອນນັ້ນ, ແລະ ດາວິດກໍຮູ້ວ່າ ພຣະຜູ້ເປັນເຈົ້າຈະປົກປ້ອງລາວໃນຕອນນີ້.
1 ຊາມູເອນ 17:31–37
ໂຊນໄດ້ເອົາເຄື່ອງປ້ອງກັນຂອງເພິ່ນໃຫ້ດາວິດ. ແຕ່ມັນບໍ່ພໍດີ, ສະນັ້ນດາວິດຈຶ່ງແກ້ມັນອອກ. ລາວໄດ້ຕັດສິນໃຈອອກໄປສູ້ຮົບໂດຍບໍ່ສວມເຄື່ອງປ້ອງກັນໃດໆ.
1 ຊາມູເອນ 17:38–39
ດາວິດໄດ້ເກັບເອົາກ້ອນຫີນກ້ຽງຫ້າກ້ອນ ແລະ ເອົາໃສ່ຖົງ. ລາວໄດ້ເອົາກະຖຸນ ແລະ ໄມ້ຄ້ອນສຳລັບລ້ຽງແກະຂອງລາວໄປນຳ ແລະ ໄດ້ອອກໄປຕໍ່ສູ້ກັບໂກລີອາດ.
1 ຊາມູເອນ 17:40
ເມື່ອໂກລີອາດໄດ້ເຫັນດາວິດ, ລາວກໍໄດ້ຮ້ອງຂຶ້ນດັງໆ ແລະ ໄດ້ເຍາະເຍີ້ຍລາວ. ລາວໄດ້ເວົ້າວ່າ ເດັກລ້ຽງແກະຈະບໍ່ສາມາດຊະນະລາວໄດ້ດອກ. ດາວິດກໍໄດ້ຮ້ອງຕອບວ່າ ລາວໄວ້ວາງໃຈວ່າ ພຣະຜູ້ເປັນເຈົ້າຈະປົກປ້ອງລາວ! ດາວິດໄດ້ເວົ້າວ່າ ລາວຈະຊະນະໂກລີອາດ ເພື່ອສະແດງໃຫ້ເຫັນຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ.
1 ຊາມູເອນ 17:42–47
ດາວິດແລ່ນໄປຫາໂກລີອາດ ລາວໄດ້ຍິງກ້ອນຫີນດ້ວຍກະຖຸນຂອງລາວຢ່າງໄວ. ກ້ອນຫີນນັ້ນໄດ້ໄປຖືກໜ້າຜາກໂກລີອາດ, ແລະ ຜູ້ຊາຍໃຫຍ່ສູງຄົນນັ້ນກໍໄດ້ລົ້ມລົງພື້ນດິນ. ພຣະຜູ້ເປັນເຈົ້າໄດ້ຊ່ວຍດາວິດໃຫ້ເອົາຊະນະໂກລີອາດ ໂດຍບໍ່ຕ້ອງໃຊ້ດາບ ຫລື ເຄື່ອງປ້ອງກັນ.
1 ຊາມູເອນ 17:48–50
ເມື່ອພວກຟີລິດສະຕິນໄດ້ເຫັນວ່າໂກລີອາດໄດ້ຕາຍໄປແລ້ວ, ພວກເຂົາກໍພາກັນແລ່ນປົບໜີໄປດ້ວຍຄວາມຢ້ານກົວ. ຊາວອິດສະຣາເອນກໍໄດ້ໄຊຊະນະ. ດາວິດໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ເປັນເຈົ້າກໍໄດ້ປົກປ້ອງອິດສະຣາເອນ.
1 ຊາມູເອນ 17:51–53