“ສາດສະດາໂຢນາ,” ເລື່ອງພຣະຄໍາພີເດີມ (2021)
“ສາດສະດາໂຢນາ,” ເລື່ອງພຣະຄໍາພີເດີມ
ໂຢນາ 1–4
ສາດສະດາໂຢນາ
ການຮຽນຮູ້ທີ່ຈະໄວ້ວາງໃຈໃນຄວາມເມດຕາຂອງພຣະຜູ້ເປັນເຈົ້າ
ໂຢນາເປັນສາດສະດາ. ພຣະຜູ້ເປັນເຈົ້າໄດ້ບອກເພິ່ນໃຫ້ເຕືອນປະຊາຊົນໃນເມືອງນີເນເວວ່າ ເມືອງຂອງພວກເຂົາຈະຖືກທໍາລາຍ ຖ້າຫາກພວກເຂົາບໍ່ກັບໃຈ.
ໂຢນາ 1:1–2
ແຕ່ປະຊາຊົນໃນເມືອງນີເນເວເປັນສັດຕູກັບຊາວອິດສະຣາເອນ. ໂຢນາບໍ່ຢາກສັ່ງສອນພວກເຂົາ. ເພິ່ນຈຶ່ງຂຶ້ນເຮືອເພື່ອຈະໄດ້ໄປໄກໆຈາກເມືອງນີເນເວ.
ໂຢນາ 1:3
ຂະນະທີ່ໂຢນາຢູ່ໃນເຮືອ, ກໍເກີດພະຍຸໃຫຍ່. ພວກຜູ້ຊາຍທີ່ຢູ່ໃນເຮືອພາກັນຢ້ານຕາຍ. ພວກເຂົາໄດ້ຂໍໃຫ້ໂຢນາອະທິຖານຫາພຣະຜູ້ເປັນເຈົ້າເພື່ອຊ່ວຍຊີວິດພວກເຂົາ.
ໂຢນາ 1:4–6
ໂຢນາຮູ້ຢູ່ແລ້ວວ່າ ພຣະຜູ້ເປັນເຈົ້າໄດ້ສົ່ງພະຍຸມາ ເພາະເພິ່ນກຳລັງໜີຈາກສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເພິ່ນເຮັດ. ໂຢນາຢາກຊ່ວຍຊີວິດຜູ້ຄົນຢູ່ໃນເຮືອ. ເພິ່ນເວົ້າວ່າ ຖ້າພວກເຂົາໂຍນເພິ່ນລົງໄປໃນທະເລ, ພະຍຸກໍຈະຢຸດ.
ໂຢນາ 1:12
ພວກຜູ້ຊາຍບໍ່ຢາກໂຍນໂຢນາລົງນໍ້າ. ພວກເຂົາພະຍາຍາມທີ່ຈະພາຍເຮືອເຂົ້າຝັ່ງ, ແຕ່ພະຍຸນັ້ນແຮງເກີນໄປ. ໃນທີ່ສຸດ, ພວກເຂົາກໍໂຍນໂຢນາລົງໄປໃນທະເລ.
ໂຢນາ 1:13–15
ພະຍຸໄດ້ຢຸດລົງ. ແຕ່ໂຢນາໄດ້ຖືກປາໃຫຍ່ກືນກິນ.
ໂຢນາ 1:15, 17
ໂຢນາໄດ້ຢູ່ໃນທ້ອງປາເປັນເວລາສາມມື້ສາມຄືນ. ໃນຊ່ວງເວລານັ້ນ, ໂຢນາໄດ້ອະທິຖານ ແລະ ກັບໃຈ. ເພິ່ນຢາກເຮັດສິ່ງທີ່ຖືກຕ້ອງ ແລະ ເຊື່ອຟັງພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າໄດ້ຍິນຄໍາອະທິຖານຂອງໂຢນາ ແລະ ເຮັດໃຫ້ປາຄາຍໂຢນາລົງດິນແຫ້ງ.
ໂຢນາ 1:17; 2:1–10
ພຣະຜູ້ເປັນເຈົ້າໄດ້ບອກໂຢນາອີກຄັ້ງ ໃຫ້ສັ່ງສອນປະຊາຊົນຊາວນີເນເວ. ເທື່ອນີ້ ໂຢນາໄດ້ເຊື່ອຟັງ. ເພິ່ນໄດ້ໄປຍັງເມືອງນີເນເວ ແລະ ບອກປະຊາຊົນໃຫ້ກັບໃຈ ຖ້າບໍ່ດັ່ງນັ້ນ ພຣະຜູ້ເປັນເຈົ້າຈະທໍາລາຍເມືອງຂອງພວກເຂົາ. ກະສັດ ແລະ ປະຊາຊົນຂອງເພິ່ນໄດ້ກັບໃຈ. ພຣະຜູ້ເປັນເຈົ້າໄດ້ໃຫ້ອະໄພແກ່ພວກເຂົາ ແລະ ບໍ່ໄດ້ທໍາລາຍເມືອງນີເນເວ.
ໂຢນາ 3
ແຕ່ໂຢນາຜິດຫວັງທີ່ປະຊາຊົນບໍ່ໄດ້ຖືກທໍາລາຍ. ເພິ່ນຄິດວ່າ ພວກເຂົາບໍ່ສົມຄວນໄດ້ຮັບການໃຫ້ອະໄພ.
ໂຢນາ 4:1–2
ເພື່ອສິດສອນບົດຮຽນໃຫ້ແກ່ໂຢນາ, ພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ຕົ້ນໄມ້ຕົ້ນໜຶ່ງເກີດຂຶ້ນເປັນຮົ່ມໃຫ້ໂຢນາ. ແລ້ວຕົ້ນໄມ້ກໍຕາຍ, ແລະ ໂຢນາຮູ້ສຶກເສຍໃຈກັບຕົ້ນໄມ້ນັ້ນ.
ໂຢນາ 4:5–9
ພຣະຜູ້ເປັນເຈົ້າກຳລັງສິດສອນບົດຮຽນໃຫ້ໂຢນາກ່ຽວກັບລູກໆຂອງພຣະອົງ. ໂຢນາໄດ້ຮຽນຮູ້ວ່າ ເພິ່ນຄວນເສຍໃຈເມື່ອຜູ້ຄົນບໍ່ກັບໃຈ ແລະ ເພິ່ນຄວນດີໃຈເມື່ອພວກເຂົາກັບໃຈ.
ໂຢນາ 4:10–11