“ຢາໂຄບ ແລະ ເອຊາວ,” ເລື່ອງພຣະຄຳພີເດີມ (2022)
“ຢາໂຄບ ແລະ ເອຊາວ,” ເລື່ອງພຣະຄຳພີເດີມ
ປະຖົມມະການ 25–27
ຢາໂຄບ ແລະ ເອຊາວ
ສອງອ້າຍນ້ອງກັບສິດທິອ້າຍກົກອັນດຽວ
ອີຊາກກັບນາງເຣເບກາມີລູກຝາແຝດ, ຢາໂຄບ ແລະ ເອຊາວ. ເອຊາວເປັນນາຍພານທີ່ເກັ່ງກ້າ. ຢາໂຄບເປັນຄົນສຸກຂຸມ ແລະ ເຊື່ອຟັງພຣະຜູ້ເປັນເຈົ້າ.
ປະຖົມມະການ 25:20–28
ເອຊາວໄດ້ເກີດກ່ອນ. ຕາມປົກກະຕິແລ້ວ ລູກກົກຈະໄດ້ຮັບພອນຂອງສິດທິອ້າຍກົກຈາກພໍ່ຂອງລາວ. ສິດທິອ້າຍກົກ ໝາຍຄວາມວ່າລາວຕ້ອງນຳພາຄອບຄົວ ແລະ ມີທີ່ດິນ ແລະ ສັດລ້ຽງຫລາຍກວ່າໝູ່ ເພື່ອຊ່ວຍດູແລຄອບຄົວ. ແຕ່ເອຊາວສົນໃຈກັບຕົວເອງຫລາຍກວ່າຄອບຄົວຂອງລາວ, ແລະ ລາວບໍ່ເຊື່ອຟັງພໍ່ແມ່ ແລະ ພຣະຜູ້ເປັນເຈົ້າ.
ປະຖົມມະການ 25:25, 32; 26:34–35
ມື້ໜຶ່ງເອຊາວໄດ້ກັບມາຈາກການໄປລ່າສັດ. ລາວຫິວເຂົ້າຫລາຍ ແລະ ໄດ້ຂໍກິນເຂົ້ານຳຢາໂຄບ. ພຣະຜູ້ເປັນເຈົ້າຢາກໃຫ້ຢາໂຄບໄດ້ຮັບພອນຂອງສິດທິອ້າຍກົກ ຍ້ອນວ່າເອຊາວບໍ່ມີຄ່າຄວນສຳລັບມັນ. ຢາໂຄບເວົ້າວ່າ ລາວຈະເອົາອາຫານໃຫ້ເອຊາວກິນ ຖ້າຫາກເອຊາວມອບສິດທິອ້າຍກົກໃຫ້ລາວ. ເອຊາວຕົກລົງ ແລະ ໄດ້ແລກສິດທິອ້າຍກົກກັບອາຫານຂອງຢາໂຄບ.
ປະຖົມມະການ 25:23, 29–34; ເຮັບເຣີ 11:20
ນາງເຣເບກາ ແລະ ອີຊາກຢາກໃຫ້ລູກຂອງພວກເພິ່ນໄດ້ຮັບສິ່ງທີ່ດີທີ່ສຸດ. ພວກເພິ່ນໂສກເສົ້າທີ່ເອຊາວໄດ້ສືບຕໍ່ເຮັດຕາມໃຈຕົນ ແລະ ບໍ່ໄດ້ເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ.
ປະຖົມມະການ 26:34–35
ອີຊາກໄດ້ເຖົ້າແກ່ຫລາຍ ແລະ ສາຍຕາກໍມືດມົວລົງ. ກ່ອນເພິ່ນຕາຍ, ເພິ່ນໄດ້ຂໍໃຫ້ເອຊາວໄປລ່າສັດ ແລະ ເຮັດອາຫານແຊບໆໃຫ້ເພິ່ນກິນ ແລະ ມີຄວາມສຸກ.
ປະຖົມມະການ 27:1–4
ນາງເຣເບກາຮູ້ວ່າ ມັນເຖິງເວລາທີ່ອີຊາກຈະມອບສິດທິອ້າຍກົກ.
ປະຖົມມະການ 27:5
ນາງເຣເບກາໄດ້ຂໍໃຫ້ຢາໂຄບໄປເອົາສັດສອງໂຕ ເພື່ອວ່ານາງຈະໄດ້ເຮັດອາຫານ ກ່ອນເອຊາວກັບຄືນມາ. ແລ້ວຢາໂຄບຈະໄດ້ຮັບພອນ.
ປະຖົມມະການ 27:6–17
ຢາໂຄບໄດ້ແຕ່ງກາຍຄືກັນກັບເອຊາວ ແລະ ໄດ້ເອົາອາຫານໄປໃຫ້ພໍ່ກິນ. ອີຊາກໄດ້ມອບພອນຂອງສິດທິອ້າຍກົກໃຫ້ຢາໂຄບ. ເມື່ອເອຊາວກັບຄືນມາ, ລາວໄດ້ໃຈຮ້າຍໃຫ້ຢາໂຄບ. ແຕ່ສິດທິອ້າຍກົກໄດ້ຖືກມອບໃຫ້ແກ່ຢາໂຄບແລ້ວ ເພາະລາວໄດ້ຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແຕ່ເອຊາວບໍ່ໄດ້ຮັກສາ.
ປະຖົມມະການ 27:18–29