ຄູ່​ມື ແລະ ການ​ເອີ້ນ
38. ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ


“38. ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“38. ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

38.

ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ

38.1

ການ​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ຮັກ​ລູກໆ​ຂອງ​ພຣະ​ອົງ. “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ,” ແລະ ພຣະ​ອົງ​ເຊື້ອ​ເຊີນ​ທຸກ​ຄົນ “ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ” (2 ນີ​ໄຟ 26:33).

38.1.1

ການ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ

ທຸກ​ຄົນ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ການ​ປະ​ຊຸມ​ວັນ​ອາ​ທິດ, ແລະ ກິດ​ຈະ​ກຳ​ການ​ພົບ​ປະ​ສັງ​ສັນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ເຄົາ​ລົບ​ສະ​ພາບ​ແວດ​ລ້ອມ​ທີ່​ສັກ​ສິດ​ນັ້ນ.

ຜູ້​ເຂົ້າ​ຮ່ວມ​ຄວນ​ຫລີກ​ລ້ຽງ​ການ​ລົບ​ກວນ ຫລື ສິ່ງ​ລົບ​ກວນ​ໃດໆ​ກໍ​ຕາມ​ທີ່​ຂັດ​ກັບ​ການ​ນະ​ມັດ​ສະ​ການ ຫລື ຈຸດ​ປະ​ສົງ​ຂອງ​ການ​ປະ​ຊຸມ. ຄວນ​ເຄົາ​ລົບ​ຂໍ້​ກຳ​ນົດ​ເລື່ອງ​ອາ​ຍຸ ແລະ ການ​ປະ​ພຶດ​ທຸກ​ຂໍ້​ຂອງ​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ. ຄວນ​ຫລີກ​ເວັ້ນ​ຈາກ​ການ​ປະ​ພຶດ​ໂລ​ແມນ​ຕິກ​ຫລາຍ​ເກີນ​ໄປ ແລະ ຈາກ​ການ​ນຸ່ງ​ຖື ແລະ ການ​ແຕ່ງ​ກາຍ​ທີ່​ກາຍ​ເປັນ​ການ​ລົບ​ກວນ. ກໍ​ຍັງ​ຫ້າມ​ຕື່ມ​ອີກ​ເລື່ອງ​ການ​ກ່າວ​ຖະ​ແຫລງ​ທາງ​ການ​ເມືອງ ຫລື ກ່າວ​ເຖິງ​ລົດ​ນິ​ຍົມ​ທາງ​ເພດ ຫລື ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ບຸກ​ຄົນ​ອື່ນ ໃນ​ລັກ​ສະ​ນະ​ທີ່​ຫັນ​ຄວາມ​ສົນ​ໃຈ​ຈາກ​ການ​ປະ​ຊຸມ​ທີ່​ສຸມ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຖ້າ​ຫາກ​ມີ​ການ​ປະ​ພຶດ​ທີ່​ບໍ່​ເໝາະ​ສົມ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ໃຫ້​ຄຳ​ແນະ​ນຳ​ເປັນ​ສ່ວນ​ຕົວ ດ້ວຍ​ວິນ​ຍານ​ແຫ່ງ​ຄວາມ​ຮັກ. ເພິ່ນ​ຈະ​ຊຸກ​ຍູ້​ໃຫ້​ຜູ້​ທີ່​ປະ​ພຶດ​ທີ່ບໍ່​ເໝາະ​ສົມ​ໃນ​ເວ​ລານັ້ນ​ໃຫ້​ສຸມ​ໃຈ​ໃສ່​ການ​ຊ່ວຍ​ຮັກ​ສາ​ບັນ​ຍາ​ກາດ​ອັນ​ສັກ​ສິດ ເພື່ອ​ທຸກ​ຄົນ​ຢູ່​ທີ່​ນັ້ນ ໂດຍ​ເນັ້ນ​ເຖິງ​ການ​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ຍັງ​ຄົງ​ເປັນ​ຊັບ​ສິນ​ສ່ວນ​ຕົວ​ພາຍ​ໃຕ້​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ. ບຸກ​ຄົນ​ທີ່​ບໍ່​ເຕັມ​ໃຈ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ​ເຫລົ່າ​ນີ້ ຈະ​ຖືກ​ຂໍ​ຮ້ອງ​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ.

38.2

ນະ​ໂຍ​ບາຍ​ສຳ​ລັບ​ພິ​ທີ​ການ ແລະ ການ​ໃຫ້​ພອນ

ຂໍ້​ມູນ​ທົ່ວ​ໄປ​ກ່ຽວ​ກັບ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ມີ​ໃຫ້​ໄວ້​ໃນ ບົດ​ທີ 18. ຂໍ້​ມູນ​ກ່ຽວ​ກັບ​ພິ​ທີ​ການ​ພຣະ​ວິ​ຫານ​ມີ​ໃຫ້​ໄວ້​ໃນ ບົດ​ທີ 27 ແລະ 28. ອະ​ທິ​ການ​ອາດ​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຖ້າ​ຫາກ​ພວກ​ເພິ່ນ​ມີ​ຄຳ​ຖາມ. ປະ​ທານ​ສະ​ເຕກ​ອາດ​ຕິດ​ຕໍ່​ຫາ​ຝ່າຍ​ປະ​ທານ​ເຂດ​ຖ້າ​ຫາກ​ພວກ​ເພິ່ນ​ມີ​ຄຳ​ຖາມ.

38.3

ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ມີ​ຄວາມ​ເໝາະ​ສົມ​ສຳ​ລັບ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ ແລ້ວ​ແຕ່ງ​ງານ ແລະ ຜະ​ນຶກ​ໃນ​ພຣະ​ວິ​ຫານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ກົດ​ໝາຍ​ບ້ານ​ເມືອງ​ອະ​ນຸ​ຍາດ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ອາດ​ປະ​ຕິ​ບັດ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ.

ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ​ຄວນ​ຖືກ​ປະ​ຕິ​ບັດ​ອີງ​ຕາມ​ກົດ​ໝາຍ​ໃນ​ບ່ອນ​ທີ່​ການ​ແຕ່ງ​ງານ​ຖືກ​ປະ​ຕິ​ບັດ.

38.3.1

ຜູ້​ປະ​ຕິ​ບັດ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ

ເມື່ອ​ກົດ​ໝາຍ​ບ້ານ​ເມືອງ​ອະ​ນຸ​ຍາດ, ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຮັບ​ໃຊ້​ໃນ​ປະ​ຈຸ​ບັນ​ຈະ​ກະ​ທຳ​ໃນ​ການ​ເອີ້ນ​ຂອງ​ພວກ​ເພິ່ນ ເພື່ອ​ປະ​ຕິ​ບັດ​ພິ​ທີ​ແຕ່ງ​ງານ​ຕາມ​ກົດ​ໝາຍ:

  • ປະ​ທານ​ເຜີຍ​ແຜ່

  • ປະ​ທານ​ສະ​ເຕກ

  • ປະ​ທານ​ທ້ອງ​ຖິ່ນ

  • ອະ​ທິ​ການ

  • ປະ​ທານ​ສາ​ຂາ

ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ເຫລົ່າ​ນີ້​ສາ​ມາດ​ດຳ​ເນີນ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ​ລະ​ຫວ່າງ​ຊາຍ ແລະ ຍິງ. ຕ້ອງ​ເປັນ​ຕາມ​ເງື່ອນ​ໄຂ​ດັ່ງ​ຕໍ່​ໄປ​ນີ້​ທັງ​ໝົດ​ເຊັ່ນ​ກັນ:

  • ເຈົ້າ​ສາວ ຫລື ເຈົ້າ​ບ່າວ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຫລື ມີ​ວັນ​ບັບ​ຕິ​ສະ​ມາ.

  • ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຈົ້າ​ສາວ ຫລື ເຈົ້າ​ບ່າວ​ຢູ່, ຫລື ຈະ​ຢູ່​ຫລັງ​ຈາກ​ບັບ​ຕິ​ສະ​ມາ, ໃນ​ໜ່ວຍ​ສາດ​ສະ​ໜາ​ຈັກ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ຄວບ​ຄຸມ.

  • ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ປະ​ຕິ​ບັດ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ​ຂອບ​ເຂດ​ອຳ​ນາດ​ໃນ​ບ່ອນ​ທີ່​ຈັດ​ພິ​ທີ​ແຕ່ງ​ງານ.

38.3.4

ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ​ທີ່​ຈັດ​ໃນ​ອາ​ຄານ​ຂອງ​ສາດ​ສະ​ໜາ​ຈັກ

ພິ​ທີ​ແຕ່ງ​ງານ​ອາດ​ຈັດ​ໃນ​ອາ​ຄານ​ຂອງ​ສາດ​ສະ​ໜາ​ຈັກ ຖ້າ​ຫາກ​ບໍ່​ຂັດ​ກັບ​ຕາ​ຕະ​ລາງ​ການ​ດຳ​ເນີນ​ການ​ປົກ​ກະ​ຕິ​ຂອງ​ສາດ​ສະ​ໜາ​ຈັກ. ພິ​ທີ​ແຕ່ງ​ງານ​ບໍ່​ຄວນ​ຈັດ​ຂຶ້ນ​ໃນ​ວັນ​ຊະ​ບາ​ໂຕ ຫລື ໃນ​ແລງ​ວັນ​ຈັນ. ພິ​ທີ​ແຕ່ງ​ງານ​ທີ່​ຈັດ​ຂຶ້ນ​ໃນ​ອາ​ຄານ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ລຽບ​ງ່າຍ ແລະ ສະ​ຫງ່າ​ງາມ. ເພງ​ຄວນ​ສັກ​ສິດ, ຄາ​ລະ​ວະ, ແລະ ເບີກ​ບານ​ໃຈ.

ການ​ແຕ່ງ​ງານ​ສາ​ມາດ​ປະ​ຕິ​ບັດ​ຢູ່​ໃນ​ຫ້ອງ​ນະ​ມັດ​ສະ​ການ, ຫ້ອງ​ວັດ​ທະ​ນະ​ທຳ, ຫລື ຫ້ອງ​ອື່ນໆ​ທີ່​ເໝາະ​ສົມ. ການ​ແຕ່ງ​ງານ​ຄວນ​ເປັນ​ຕາມ​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ໃຊ້​ອາ​ຄານ​ປະ​ຊຸມ​ຢ່າງ​ຖືກ​ຕ້ອງ.

38.3.6

ພິ​ທີ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ

ເພື່ອ​ປະ​ຕິ​ບັດ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ, ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ເອີ່ຍ​ຊື່​ຄູ່​ບ່າວ​ສາວ ແລະ ກ່າວ​ວ່າ, “ກະ​ລຸ​ນາ​ຈັບ​ມື​ຂວາ​ກັນ.” ແລ້ວ​ເພິ່ນ​ກ່າວ, “[ຊື່​ເຕັມ​ຂອງ​ເຈົ້າ​ບ່າວ] ແລະ [ຊື່​ເຕັມ​ຂອງ​ເຈົ້າ​ສາວ], ທ່ານ​ທັງ​ສອງ​ຈັບ​ມື​ຂວາ​ກັນ​ເປັນ​ເຄື່ອງ​ໝາຍ​ແຫ່ງ​ຄຳ​ປະ​ຕິ​ຍານ​ວ່າ ບັດ​ນີ້​ພວກ​ທ່ານ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ພະ​ຍານ​ເຫລົ່າ​ນີ້.” (ຄູ່​ບ່າວ​ສາວ​ອາດ​ເລືອກ ຫລື ສະ​ເໜີ​ຊື່​ພະ​ຍານ​ເຫລົ່າ​ນີ້​ລ່ວງ​ໜ້າ.)

ແລ້ວ​ເຈົ້າ​ໜ້າ​ທີ່​ເອີ່ຍ​ຊື່​ເຈົ້າ​ບ່າວ ແລະ ຖາມ, “[ຊື່​ເຕັມ​ຂອງ​ເຈົ້າ​ບ່າວ], ທ່ານ​ຍອມ​ຮັບ [ຊື່​ເຕັມ​ຂອງ​ເຈົ້າ​ສາວ] ເປັນ​ພັນ​ລະ​ຍາ​ທີ່​ແຕ່ງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ທ່ານ​ເຮັດ​ຄຳ​ສັນ​ຍາ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ການ​ເລືອກ​ຂອງ​ທ່ານ​ເອງ ໃນ​ຖາ​ນະ​ຄູ່​ຊີ​ວິດ ແລະ ສາ​ມີ​ທີ່​ແຕ່ງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ວ່າ ທ່ານ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ລາວ ແລະ ບໍ່​ມີ​ໃຜ​ອີກ; ວ່າ​ທ່ານ​ຈະ​ຮັກ​ສາ​ກົດ, ໜ້າ​ທີ່​ຮັບ​ຜິດ​ຊອບ, ແລະ ພັນ​ທະ​ທັງ​ໝົດ ທີ່​ກ່ຽວ​ກັບ​ສະ​ຖາ​ນະ​ອັນ​ສັກ​ສິດ​ຂອງ​ການ​ສົມ​ຣົດ; ແລະ ວ່າ​ທ່ານ​ຈະ​ຮັກ, ໃຫ້​ກຽດ, ແລະ ທະ​ນຸ​ຖະ​ໜອມ​ລາວ ຕາບ​ໃດ​ທີ່​ທ່ານ​ທັງ​ສອງ​ຍັງ​ມີ​ຊີ​ວິດ​ຢູ່​ຫລື​ບໍ່?”

ເຈົ້າ​ບ່າວ​ຕອບ​ວ່າ, “ໂດຍ” ຫລື “ຍອມ​ຮັບ.”

ແລ້ວ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ເອີ່ຍ​ຊື່​ຂອງ​ເຈົ້າ​ສາວ ແລະ ຖາມ, “[ຊື່​ເຕັມ​ຂອງ​ເຈົ້າ​ສາວ], ທ່ານ​ຍອມ​ຮັບ [ຊື່​ເຕັມ​ຂອງ​ເຈົ້າ​ບ່າວ] ເປັນ​ສາ​ມີ​ທີ່​ແຕ່ງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ທ່ານ​ເຮັດ​ຄຳ​ສັນ​ຍາ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ການ​ເລືອກ​ຂອງ​ທ່ານ​ເອງ ໃນ​ຖາ​ນະ​ຄູ່​ຊີ​ວິດ ແລະ ພັນ​ລະ​ຍາ​ທີ່​ແຕ່ງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ວ່າ ທ່ານ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ລາວ ແລະ ບໍ່​ມີ​ໃຜ​ອີກ; ວ່າ​ທ່ານ​ຈະ​ຮັກ​ສາ​ກົດ, ໜ້າ​ທີ່​ຮັບ​ຜິດ​ຊອບ, ແລະ ພັນ​ທະ​ທັງ​ໝົດ ທີ່​ກ່ຽວ​ກັບ​ສະ​ຖາ​ນະ​ອັນ​ສັກ​ສິດ​ຂອງ​ການ​ສົມ​ຣົດ; ແລະ ວ່າ​ທ່ານ​ຈະ​ຮັກ, ໃຫ້​ກຽດ, ແລະ ທະ​ນຸ​ຖະ​ໜອມ​ລາວ ຕາບ​ໃດ​ທີ່​ທ່ານ​ທັງ​ສອງ​ຍັງ​ມີ​ຊີ​ວິດ​ຢູ່​ຫລື​ບໍ່?”

ເຈົ້າ​ສາວ​ຕອບ​ວ່າ, “ໂດຍ” ຫລື “ຍອມ​ຮັບ.”

ແລ້ວ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ເອີ່ຍ​ຊື່​ຂອງ​ຄູ່​ບ່າວ​ສາວ ແລະ ກ່າວ​ວ່າ, “ໂດຍ​ສິດ​ອຳ​ນາດ​ດ້ານ​ກົດ​ໝາຍ​ທີ່​ຂ້າ​ພະ​ເຈົ້າ​ມີ​ຢູ່ ໃນ​ຖາ​ນະ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຂ້າ​ພະ​ເຈົ້າ​ປະ​ກາດ​ວ່າ ທ່ານ​ທັງ​ສອງ, [ຊື່​ເຈົ້າ​ບ່າວ] ແລະ [ຊື່​ເຈົ້າ​ສາວ], ເປັນ​ສາ​ມີ ແລະ ພັນ​ລະ​ຍາ, ຢ່າງ​ຖືກ​ຕ້ອງ ແລະ ຕາມ​ກົດ​ໝາຍ​ໃນ​ຊ່ວງ​ໄລ​ຍະ​ຊີ​ວິດ​ມະ​ຕະ​ຂອງ​ພວກ​ທ່ານ.”

(ປັບ​ຄຳ​ໃໝ່​ສຳ​ລັບ​ອະ​ນຸ​ສາດ​ສະ​ໜາ​ຈານ​ທີ່​ບໍ່​ໄດ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຂອງ​ສາດ​ສະ​ໜາ​ຈັກ: “ໂດຍ​ສິດ​ອຳ​ນາດ​ດ້ານ​ກົດ​ໝາຍ​ທີ່​ຂ້າ​ພະ​ເຈົ້າ​ມີ​ຢູ່ ໃນ​ຖາ​ນະ​ອະ​ນຸ​ສາດ​ສະ​ໜາ​ຈານ​ໃນ [ສາ​ຂາ​ອົງ​ການ​ທະ​ຫານ ຫລື ພົນ​ລະ​ເຮືອນ], ຂ້າ​ພະ​ເຈົ້າ​ປະ​ກາດ​ວ່າ ທ່ານ​ທັງ​ສອງ, [ຊື່​ເຈົ້າ​ບ່າວ] ແລະ [ຊື່​ເຈົ້າ​ສາວ], ເປັນ​ສາ​ມີ ແລະ ພັນ​ລະ​ຍາ, ຢ່າງ​ຖືກ​ຕ້ອງ ແລະ ຕາມ​ກົດ​ໝາຍ​ໃນ​ຊ່ວງ​ໄລ​ຍະ​ຊີ​ວິດ​ມະ​ຕະ​ຂອງ​ພວກ​ທ່ານ.”)

“ຂໍ​ໃຫ້​ພຣະ​ເຈົ້າ​ອວຍ​ພອນ​ຊີ​ວິດ​ສົມ​ຣົດ​ຂອງ​ພວກ​ທ່ານ​ໃຫ້​ມີ​ຄວາມ​ຊື່ນ​ຊົມ​ໃນ​ລູກ​ຫລານ​ຂອງ​ພວກ​ທ່ານ ແລະ ມີ​ຊີ​ວິດ​ທີ່​ຍາວ​ນານ​ຂອງ​ຄວາມ​ສຸກ​ຮ່ວມ​ກັນ, ແລະ ຂໍ​ໃຫ້​ພຣະ​ອົງ​ອວຍ​ພອນ​ພວກ​ທ່ານ​ເພື່ອ​ຮັກ​ສາ​ຄຳ​ປະ​ຕິ​ຍານ​ທີ່​ພວກ​ທ່ານ​ໄດ້​ເຮັດ​ໄວ້. ຂ້າ​ພະ​ເຈົ້າ​ຂໍ​ມອບ​ພອນ​ເຫລົ່າ​ນີ້​ໃຫ້​ແກ່​ພວກ​ທ່ານ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.”

ການ​ເຊື້ອ​ເຊີນ​ໃຫ້​ຈູບ​ກັນ​ໃນ​ຖາ​ນະ​ສາ​ມີ ແລະ ພັນ​ລະ​ຍາ​ສາ​ມາດ​ເລືອກ​ເຮັດ​ໄດ້, ອີງ​ຕາມ​ແບບ​ສະ​ບັບ​ວັດ​ທະ​ນະ​ທຳ.

38.4

ນະ​ໂຍ​ບາຍ​ການ​ຜະ​ນຶກ

ພິ​ທີ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ລວມ​ຄອບ​ຄົວ​ໄວ້​ຊົ່ວ​ນິ​ລັນ​ດອນ ເມື່ອ​ສະ​ມາ​ຊິກ​ພະ​ຍາ​ຍາມ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ເມື່ອ​ເຂົາ​ເຈົ້າ​ຮັບ​ພິ​ທີ​ການ. ພິ​ທີ​ການ​ຜະ​ນຶກ​ແມ່ນ​ລວມ​ທັງ:

  • ການ​ຜະ​ນຶກ​ສາ​ມີ ແລະ ພັນ​ລະ​ຍາ.

  • ການ​ຜະ​ນຶກ​ລູກ​ເຂົ້າ​ກັບ​ພໍ່​ແມ່.

ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຈະ​ຮັກ​ສາ​ພອນ​ສ່ວນ​ຕົວ​ທີ່​ໄດ້​ຮັບ​ຈາກ​ການ​ຜະ​ນຶກ. ສິ່ງ​ນີ້​ເປັນ​ຄວາມ​ຈິງ ເຖິງ​ແມ່ນ​ຖ້າ​ຫາກ​ຄູ່​ຄອງ​ຂອງ​ບຸກ​ຄົນ​ໄດ້​ລະ​ເມີດ​ພັນ​ທະ​ສັນ​ຍາ ຫລື ຖອນ​ຕົວ​ຈາກ​ການ​ແຕ່ງ​ງານ​ກໍ​ຕາມ.

ລູກໆ​ທີ່​ຊື່​ສັດ​ທີ່​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່ ຫລື ເກີດ​ໃນ​ພັນ​ທະ​ສັນ​ຍາ​ຈະ​ຮັກ​ສາ​ພອນ​ຂອງ​ການ​ມີ​ພໍ່​ແມ່​ນິ​ລັນ​ດອນ. ສິ່ງ​ນີ້​ເປັນ​ຄວາມ​ຈິງ ເຖິງ​ແມ່ນ​ຖ້າ​ຫາກ​ພໍ່​ແມ່​ຂອງ​ພວກ​ເຂົາ​ຍົກ​ເລີກ​ການ​ຜະ​ນຶກ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ, ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ເຈົ້າ​ຖືກ​ຖອນ, ຫລື ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ເຈົ້າ​ກໍ​ຕາມ.

ສະ​ມາ​ຊິກ​ຄວນ​ປຶກ​ສາ​ກັບ​ອະ​ທິ​ການ​ຂອງ​ຕົນ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ຄຳ​ຖາມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຜະ​ນຶກ. ອະ​ທິ​ການ​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຖ້າ​ຫາກ​ເພິ່ນ​ມີ​ຄຳ​ຖາມ. ປະ​ທານ​ສະ​ເຕກ​ອາດ​ຕິດ​ຕໍ່​ຫາ​ຝ່າຍ​ປະ​ທານ​ພຣະ​ວິ​ຫານ​ໃນ​ເຂດ​ພຣະ​ວິ​ຫານ​ຂອງ​ພວກ​ເພິ່ນ, ຝ່າຍ​ປະ​ທານ​ເຂດ, ຫລື ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ຖ້າ​ຫາກ​ພວກ​ເພິ່ນ​ມີ​ຄຳ​ຖາມ.

38.5

ເຄື່ອງ​ນຸ່ງ​ພຣະ​ວິ​ຫານ ແລະ ເສື້ອ​ຜ້າ​ສັກ​ສິດ

38.5.1

ເຄື່ອງ​ນຸ່ງ​ພຣະ​ວິ​ຫານ

ລະ​ຫວ່າງ​ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ ແລະ ພິ​ທີ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃສ່​ເຄື່ອງ​ນຸ່ງ​ສີ​ຂາວ. ຜູ້​ຍິງ​ໃສ່​ເຄື່ອງ​ນຸ່ງ​ສີ​ຂາວ​ດັ່ງ​ຕໍ່​ໄປ​ນີ້: ຊຸດ​ກະ​ໂປງ​ແຂນ​ຍາວ ຫລື ແຂນ​ສາມ​ສ່ວນ (ຫລື ກະ​ໂປງ ແລະ ເສື້ອ​ແຂນ​ຍາວ ຫລື ແຂນ​ສາມ​ສ່ວນ), ຖົງ​ຕີນ ຫລື ຖົງ​ຂາ, ແລະ ເກີບ ຫລື ເກີບ​ນວມ.

ຜູ້​ຊາຍ​ໃສ່​ເຄື່ອງ​ນຸ່ງ​ສີ​ຂາວ​ດັ່ງ​ຕໍ່​ໄປ​ນີ້: ເສື້ອ​ແຂນ​ຍາວ, ກາ​ລະ​ວັດ ຫລື ໂບ, ໂສ້ງ, ຖົງ​ຕີນ, ແລະ ເກີບ ຫລື ເກີບ​ນວມ.

ລະ​ຫວ່າງ​ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ ແລະ ພິ​ທີ​ການ​ຜະ​ນຶກ, ສະ​ມາ​ຊິກ​ໃສ່​ເຄື່ອງ​ນຸ່ງ​ພິ​ທີ ກວມ​ເຄື່ອງ​ນຸ່ງ​ສີ​ຂາວ.

38.5.2

ການ​ຫາ​ຊື້​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ ແລະ ເສື້ອ​ຜ້າ​ສັກ​ສິດ

ຜູ້​ນຳ​ຫວອດ ແລະ ສະ​ເຕກ​ຊຸກ​ຍູ້​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ໃຫ້​ຫາ​ຊື້​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ​ເປັນ​ຂອງ​ຕົວ​ເອງ. ສາ​ມາດ​ຫາ​ຊື້​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ ແລະ ເສື້ອ​ຜ້າ​ສັກ​ສິດ​ໄດ້​ຈາກ​ສູນ​ຈຳ​ໜ່າຍ​ຂອງ​ສາດ​ສະ​ໜາ​ຈັກ ຫລື ທີ່ store.ChurchofJesusChrist.org. ສະ​ໝຽນ​ສະ​ເຕກ ແລະ ສະ​ໝຽນ​ຫວອດ​ອາດ​ຊ່ວຍ​ສະ​ມາ​ຊິກ​ສັ່ງ​ຈອງ​ເຄື່ອງ​ນຸ່ງ.

38.5.5

ການ​ໃສ່ ແລະ ການ​ດູ​ແລ​ເສື້ອ​ຜ້າ​ສັກ​ສິດ

ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ໃສ່​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ມັນ​ເປັນ​ສິດ​ທິ​ພິ​ເສດ​ອັນ​ສັກ​ສິດ​ທີ່​ໄດ້​ໃສ່​ເສື້ອ​ຜ້າ​ສັກ​ສິດ​ຂອງ​ພຣະ​ວິ​ຫານ. ການ​ເຮັດ​ແນວ​ນັ້ນ ເປັນ​ການ​ສະ​ແດງ​ອອກ​ພາຍ​ນອກ ເຖິງ​ຄຳ​ໝັ້ນ​ສັນ​ຍາ​ພາຍ​ໃນ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ເສື້ອ​ຜ້າ​ສັກ​ສິດ​ເຕືອນ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ. ເມື່ອ​ໃສ່​ຢ່າງ​ຖືກ​ຕ້ອງ​ຕະ​ຫລອດ​ຊີ​ວິດ, ມັນ​ຈະ​ຊ່ວຍ​ເປັນ​ສິ່ງ​ປົກ​ປ້ອງ.

ເສື້ອ​ຜ້າ​ສັກ​ສິດ​ຄວນ​ຖືກ​ນຸ່ງ​ຊ້ອນ​ໃນ​ເຄື່ອງ​ນຸ່ງ. ມັນ​ເປັນ​ເລື່ອງ​ຂອງ​ຄວາມ​ມັກ​ຊອບ​ສ່ວນ​ບຸກ​ຄົນ​ວ່າ​ຈະ​ໃສ່​ເຄື່ອງ​ຊ້ອນ​ໃນ​ອື່ນໆ​ກວມ​ເທິງ​ເສື້ອ​ຜ້າ​ສັກ​ສິດ ຫລື ຊ້ອນ​ໃນ​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ.

ບໍ່​ຄວນ​ແກ້​ເສື້ອ​ຜ້າ​ສັກ​ສິດ​ອອກ​ເວ​ລາ​ເຮັດ​ກິດ​ຈະ​ກຳ​ທີ່​ຍັງ​ສາ​ມາດ​ໃສ່​ເສື້ອ​ຜ້າ​ສັກ​ສິດ​ໄດ້​ຢູ່. ບໍ່​ຄວນ​ດັດ​ແປງ​ມັນ​ໃຫ້​ເຂົ້າ​ກັບ​ການ​ນຸ່ງ​ຖື​ໃນ​ແບບ​ຕ່າງໆ.

ເສື້ອ​ຜ້າ​ສັກ​ສິດ​ເປັນ​ສິ່ງ​ສັກ​ສິດ ແລະ ຄວນ​ປະ​ຕິ​ບັດ​ຕໍ່​ດ້ວຍ​ຄວາມ​ເຄົາ​ລົບ. ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ຄວນ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ສັກ​ສິດ ເພື່ອ​ຕອບ​ຄຳ​ຖາມ​ສ່ວນ​ຕົວ​ກ່ຽວ​ກັບ​ການ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ.

38.5.7

ການ​ກຳ​ຈັດ​ເສື້ອ​ຜ້າ​ສັກ​ສິດ ແລະ ເຄື່ອງ​ນຸ່ງ​ພິ​ທີ​ພຣະ​ວິ​ຫານ

ເພື່ອ​ກຳ​ຈັດ​ເສື້ອ​ຜ້າ​ສັກ​ສິດ​ທີ່​ຂາດ​ແລ້ວ, ສະ​ມາ​ຊິກ​ຄວນ​ຕັດ​ເຄື່ອງ​ໝາຍ​ອອກ ແລະ ທຳ​ລາຍ​ມັນ​ຖິ້ມ. ແລ້ວ​ສະ​ມາ​ຊິກ​ຄວນ​ຕັດ​ເສື້ອ​ຜ້າ​ສ່ວນ​ທີ່​ເຫລືອ​ຢູ່​ເປັນ​ຕ່ອນໆ ເພື່ອ​ບໍ່​ໃຫ້​ເຫັນ​ໄດ້​ວ່າ​ມັນ​ເປັນ​ເສື້ອ​ຜ້າ​ສັກ​ສິດ. ເສື້ອ​ຜ້າ​ສ່ວນ​ທີ່​ເຫລືອ​ເຫລົ່າ​ນັ້ນ​ສາ​ມາດ​ຖິ້ມ​ໄດ້.

ສະ​ມາ​ຊິກ​ສາ​ມາດ​ມອບ​ເສື້ອ​ຜ້າ​ສັກ​ສິດ ແລະ ເຄື່ອງ​ນຸ່ງ​ພຣະ​ວິ​ຫານ​ທີ່​ຍັງ​ຢູ່​ໃນ​ສະ​ພາບ​ດີ​ໃຫ້​ສະ​ມາ​ຊິກ​ຄົນ​ອື່ນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ.

38.5.8

ການ​ຝັງ​ໃນ​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ

ຖ້າ​ເປັນ​ໄປ​ໄດ້, ສະ​ມາ​ຊິກ​ຜູ້​ເສຍ​ຊີ​ວິດ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ຄວນ​ຖືກ​ຝັງ ຫລື ຖືກ​ເຜົາ​ໃນ​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ. ຖ້າ​ຫາກ​ຮີດ​ຄອງ​ປະ​ເພ​ນີ ຫລື ການ​ຝັງ​ຖື​ວ່າ​ເປັນ​ສິ່ງ​ທີ່​ບໍ່​ເໝາະ​ສົມ ຫລື ຫຍຸ້ງ​ຍາກ, ໃຫ້​ວາງ​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ​ພັບ​ຮຽບ​ຮ້ອຍ​ໄວ້​ຂ້າງ​ຕົວ.

ສົບ​ຂອງ​ຜູ້​ຊາຍ​ໃສ່​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ ແລະ ຕິດ​ຕາມ​ດ້ວຍ​ເຄື່ອງ​ນຸ່ງ​ສີ​ຂາວ​ດັ່ງ​ຕໍ່​ໄປ​ນີ້: ເສື້ອ​ແຂນ​ຍາວ, ກາ​ລະ​ວັດ ຫລື ໂບ, ໂສ້ງ, ຖົງ​ຕີນ, ແລະ ເກີບ ຫລື ເກີບ​ນວມ. ສົບ​ຂອງ​ຜູ້​ຍິງ​ໃສ່​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ ແລະ ຕິດ​ຕາມ​ດ້ວຍ​ເຄື່ອງ​ນຸ່ງ​ສີ​ຂາວ​ດັ່ງ​ຕໍ່​ໄປ​ນີ້: ຊຸດ​ກະ​ໂປງ​ແຂນ​ຍາວ ຫລື ແຂນ​ສາມ​ສ່ວນ (ຫລື ກະ​ໂປງ ແລະ ເສື້ອ​ແຂນ​ຍາວ ຫລື ແຂນ​ສາມ​ສ່ວນ), ຖົງ​ຕີນ ຫລື ຖົງ​ຂາ, ແລະ ເກີບ ຫລື ເກີບ​ນວມ.

ເຄື່ອງ​ນຸ່ງ​ພິ​ທີ​ພຣະ​ວິ​ຫານ​ຖືກ​ສວມ​ໃສ່​ຮ່າງ​ກາຍ​ຕາມ​ທີ່​ແນະ​ນຳ​ໃນ​ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ. ຜ້າ​ບ່ຽງ​ຖືກ​ໃສ່​ທາງ​ບ່າ​ໄຫລ່​ຂວາ ແລະ ຜູກ​ສາຍ​ຜ້າ​ທີ່​ແອວ​ຊ້າຍ. ຜ້າ​ກັນ​ເປື້ອນ​ຜູກ​ໄວ້​ອ້ອມ​ແອວ. ຜ້າ​ຄາດ​ແອວ​ສວມ​ອ້ອມ​ແອວ ແລະ ຜູກ​ເປັນ​ໂບ​ໄວ້​ເໜືອ​ສະ​ໂພກ​ຊ້າຍ. ຕາມ​ປົກ​ກະ​ຕິ​ແລ້ວ ໝວກ​ຂອງ​ຜູ້​ຊາຍ​ຖືກ​ວາງ​ໄວ້​ຢູ່​ຂ້າງ​ຕົວ ຈົນ​ເຖິງ​ເວ​ລາ​ປິດ​ໂລງ​ສົບ ຫລື ພາ​ຊະ​ນະ. ແລ້ວ​ໝວກ​ຈະ​ຖືກ​ສວມ​ໃສ່​ໂດຍ​ໃຫ້​ໂບ​ຢູ່​ເໜືອ​ຫູ​ຊ້າຍ. ຜ້າ​ປົກ​ໜ້າ​ຂອງ​ຜູ້​ຍິງ​ວາງ​ເປັນ​ຍອຍ​ໄວ້​ເທິງ​ໝອນ​ຫລັງ​ຫົວ​ຂອງ​ລາວ. ການ​ປົກ​ໜ້າ​ກ່ອນ​ຝັງ ຫລື ກ່ອນ​ເຜົາ​ແມ່ນ​ເລືອກ​ເຮັດ​ໄດ້, ຕາມ​ການ​ຕັດ​ສິນ​ໃຈ​ຂອງ​ຄອບ​ຄົວ.

38.6

ນະ​ໂຍ​ບາຍ​ເລື່ອງ​ປະ​ເດັນ​ສິນ​ທຳ

38.6.1

ການ​ແທ້ງ​ລູກ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ, “ຢ່າ​ຂ້າ​ຄົນ, ຫລື ເຮັດ​ສິ່ງ​ໃດໆ​ທີ່​ຄ້າຍ​ຄື​ກັນ​ນັ້ນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:6). ສາດ​ສະ​ໜາ​ຈັກ​ຄັດ​ຄ້ານ​ການ​ເລືອກ​ແທ້ງ​ລູກ ເພື່ອ​ຄວາມ​ສະ​ດວກ​ສະ​ບາຍ​ສ່ວນ​ຕົວ ຫລື ທາງ​ສັງ​ຄົມ. ສະ​ມາ​ຊິກ​ຕ້ອງ​ບໍ່​ຍອມ​ເຮັດ, ດຳ​ເນີນ​ການ, ຕຽມ​ການ, ອອກ​ຄ່າ​ໃຊ້​ຈ່າຍ, ເຫັນ​ຊອບ, ຫລື ສະ​ໜັບ​ສະ​ໜູນ​ການ​ແທ້ງ​ລູກ. ມີ​ຂໍ້​ຍົກ​ເວັ້ນ​ພຽງ​ແຕ່​ເມື່ອ:

  • ການ​ຕັ້ງ​ທ້ອງ​ນັ້ນ​ເປັນ​ຜົນ​ຈາກ​ການ​ບັງ​ຄັບ​ຂົ່ມ​ຂືນ ຫລື ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ.

  • ແພດ​ທີ່​ມີ​ຄວາມ​ສາ​ມາດ​ກຳ​ນົດ​ວ່າ​ຊີ​ວິດ ຫລື ສຸ​ຂະ​ພາບ​ຂອງ​ຜູ້​ເປັນ​ແມ່​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ.

  • ແພດ​ທີ່​ມີ​ຄວາມ​ສາ​ມາດ​ກຳ​ນົດ​ວ່າ​ເດັກ​ທີ່​ຢູ່​ໃນ​ທ້ອງ​ນັ້ນ​ມີ​ສະ​ພາບ​ທີ່​ສາ​ຫັດ​ຫລາຍ ຈົນ​ເດັກ​ຈະ​ບໍ່​ລອດ​ຫລັງ​ການ​ຄອດ.

ເຖິງ​ແມ່ນ​ມີ​ຂໍ້​ຍົກ​ເວັ້ນ​ເຫລົ່າ​ນີ້ ແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ການ​ແທ້ງ​ລູກ​ຖືກ​ຕ້ອງ​ຢ່າງ​ອັດ​ຕະ​ໂນ​ມັດ. ການ​ແທ້ງ​ລູກ​ເປັນ​ເລື່ອງ​ຮ້າຍ​ແຮງ​ທີ່​ສຸດ. ຄວນ​ເຮັດ​ພຽງ​ແຕ່​ເມື່ອ​ຫລັງ​ຈາກ​ບຸກ​ຄົນ​ທີ່​ຮັບ​ຜິດ​ຊອບ​ໄດ້​ຮັບ​ການ​ຢືນ​ຢັນ​ຜ່ານ​ທາງ​ການ​ອະ​ທິ​ຖານ​ແລ້ວ​ເທົ່າ​ນັ້ນ. ສະ​ມາ​ຊິກ​ອາດ​ປຶກ​ສາ​ກັບ​ອະ​ທິ​ການ​ຂອງ​ຕົນ ເປັນ​ສ່ວນ​ໜຶ່ງ​ຂອງ​ຂັ້ນ​ຕອນ​ນີ້.

38.6.2

ການ​ຂົ່ມ​ເຫັງ

ການ​ຂົ່ມ​ເຫັງ​ຄື​ການ​ປະ​ພຶດ​ບໍ່​ດີ ຫລື ການ​ລະ​ເລີຍ​ຂອງ​ຄົນ​ອື່ນ ໃນ​ແບບ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ທາງ​ຮ່າງ​ກາຍ, ທາງ​ເພດ, ທາງ​ອາ​ລົມ, ຫລື ທາງ​ການ​ເງິນ. ຈຸດ​ຢືນ​ຂອງ​ສາດ​ສະ​ໜາ​ຈັກ​ຄື​ບໍ່​ຍອມ​ຮັບ​ການ​ຂົ່ມ​ເຫັງ​ໃນ​ຮູບ​ແບບ​ໃດໆ. ຜູ້​ທີ່​ຂົ່ມ​ເຫັງ​ຄູ່​ຄອງ, ລູກໆ, ຫລື ສະ​ມາ​ຊິກ​ຄົນ​ອື່ນ​ໃນ​ຄອບ​ຄົວ, ຫລື ໃຜ​ກໍ​ຕາມ ຖື​ວ່າ​ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າ ແລະ ມະ​ນຸດ.

ສະ​ມາ​ຊິກ​ທຸກ​ຄົນ, ໂດຍ​ສະ​ເພາະ​ພໍ່​ແມ່ ແລະ ຜູ້​ນຳ, ຖືກ​ຊຸກ​ຍູ້​ໃຫ້​ລະ​ມັດ​ລະ​ວັງ ແລະ ພາກ​ພຽນ ແລະ ເຮັດ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້ ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍ ແລະ ຄົນ​ອື່ນ​ຈາກ​ການ​ຖືກ​ຂົ່ມ​ເຫັງ. ຖ້າ​ຫາກ​ສະ​ມາ​ຊິກ​ຮູ້​ເຖິງ​ກໍ​ລະ​ນີ​ຂົ່ມ​ເຫັງ, ເຂົາ​ເຈົ້າ​ລາຍ​ງານ​ມັນ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ແລະ ປຶກ​ສາ​ກັບ​ອະ​ທິ​ການ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ຮັບ​ເອົາ​ການ​ແຈ້ງ​ເລື່ອງ​ການ​ຂົ່ມ​ເຫັງ​ຢ່າງ​ຈິງ​ຈັງ ແລະ ບໍ່​ເມີນ​ເສີຍ.

ຜູ້​ໃຫຍ່​ທຸກ​ຄົນ​ທີ່​ເຮັດ​ວຽກ​ກັບ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ຄວນ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ ພາຍ​ໃນ​ໜຶ່ງ​ເດືອນ​ຫລັງ​ຈາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ (ເບິ່ງ ProtectingChildren.ChurchofJesusChrist.org). ເຂົາ​ເຈົ້າ​ຕ້ອງ​ຮັບ​ການ​ຝຶກ​ອົບ​ຮົມ​ຊ້ຳ​ທຸກໆ​ສາມ​ປີ.

ເມື່ອ​ມີ​ການ​ຂົ່ມ​ເຫັງ​ເກີດ​ຂຶ້ນ, ໜ້າ​ທີ່​ຮັບ​ຜິດ​ຊອບ​ທຳ​ອິດ ແລະ ທັນ​ທີ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄື​ຊ່ວຍ​ຜູ້​ທີ່​ໄດ້​ຖືກ​ຂົ່ມ​ເຫັງ ແລະ ປົກ​ປ້ອງ​ບຸກ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຂົ່ມ​ເຫັງ​ໃນ​ອະ​ນາ​ຄົດ. ຜູ້​ນຳ​ບໍ່​ຄວນ​ຊຸກ​ຍູ້​ໃຫ້​ບຸກ​ຄົນ​ຢູ່​ເຮືອນ ຫລື ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ຖືກ​ຂົ່ມ​ເຫັງ ຫລື ບໍ່​ປອດ​ໄພ.

38.6.2.1

ສາຍ​ດ່ວນ​ຮັບ​ເລື່ອງ​ການ​ຂົ່ມ​ເຫັງ

ໃນ​ບາງ​ປະ​ເທດ, ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ຕັ້ງ​ສາຍ​ດ່ວນ​ລັບ​ຊ່ວຍ​ເລື່ອງ​ການ​ຂົ່ມ​ເຫັງ​ເພື່ອ​ຊ່ວຍ​ເຫລືອ​ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ. ຜູ້​ນຳ​ເຫລົ່າ​ນີ້​ຄວນ​ໂທ​ຫາ​ສາຍ​ດ່ວນ​ໂດຍ​ທັນ​ທີ​ກ່ຽວ​ກັບ​ທຸກ​ສະ​ຖາ​ນະ​ການ ຊຶ່ງ​ບຸກ​ຄົນ​ອາດ​ຖືກ​ຂົ່ມ​ເຫັງ—ຫລື ອາດ​ຕົກ​ຢູ່​ໃນ​ການ​ສ່ຽງ​ທີ່​ຈະ​ຖືກ​ຂົ່ມ​ເຫັງ. ພວກ​ເພິ່ນ​ກໍ​ຄວນ​ໂທ​ຫາ​ສາຍ​ດ່ວນ ຖ້າ​ຫາກ​ພວກ​ເພິ່ນ​ຮູ້​ຈັກ​ວ່າ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ເບິ່ງ, ຊື້, ຫລື ຈຳ​ໜ່າຍ​ຮູບ​ພາບ​ລາ​ມົກ​ເດັກ​ເຊັ່ນ​ກັນ.

ໃນ​ປະ​ເທດ​ທີ່​ບໍ່​ມີ​ສາຍ​ດ່ວນ​ຊ່ວຍ​ເຫລືອ, ອະ​ທິ​ການ​ຜູ້​ຮູ້​ຈັກ​ເຖິງ​ການ​ຂົ່ມ​ເຫັງ ຈະ​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຂອງ​ເພິ່ນ. ປະ​ທານ​ສະ​ເຕກ​ຄວນ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ.

38.6.2.2

ການ​ປຶກ​ສາ​ໃນ​ກໍ​ລະ​ນີ​ຂອງ​ການ​ຂົ່ມ​ເຫັງ

ຜູ້​ເສຍ​ຫາຍ​ເນື່ອງ​ຈາກ​ການ​ຂົ່ມ​ເຫັງ​ມັກ​ຈະ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ທີ່​ຮ້າຍ​ແຮງ. ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ​ຕອບ​ຮັບ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ຢ່າງ​ຈິງ​ໃຈ. ພວກ​ເພິ່ນ​ໃຫ້​ຄຳ​ປຶກ​ສາ ແລະ ການ​ສະ​ໜັບ​ສະ​ໜູນ​ທາງ​ວິນ​ຍານ ເພື່ອ​ຊ່ວຍ​ຜູ້​ເສຍ​ຫາຍ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ທີ່​ທຳ​ລາຍ​ຂອງ​ການ​ຂົ່ມ​ເຫັງ​ນັ້ນ.

ບາງ​ຄັ້ງ​ຜູ້​ເສຍ​ຫາຍ​ຮູ້​ສຶກ​ອັບ​ອາຍ ຫລື ຮູ້​ສຶກ​ຜິດ. ຜູ້​ເສຍ​ຫາຍ​ບໍ່​ມີ​ຄວາມ​ຜິດ​ບາບ. ຜູ້​ນຳ​ຊ່ວຍ​ໃຫ້​ເຂົາ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ໃຈ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ການ​ປິ່ນ​ປົວ​ທີ່​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ແອວ​ມາ 15:8; 3 ນີ​ໄຟ 17:9).

ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ​ຄວນ​ຊ່ວຍ​ໃຫ້​ຜູ້​ທີ່​ໄດ້​ຂົ່ມ​ເຫັງ​ກັບ​ໃຈ ແລະ ຢຸດ​ຕິ​ພຶດ​ຕິ​ກຳ​ຂົ່ມ​ເຫັງ​ຂອງ​ເຂົາ​ເຈົ້າ. ຖ້າ​ຫາກ​ຜູ້​ໃຫຍ່​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ເຮັດ​ບາບ​ທາງ​ເພດ​ຕໍ່​ເດັກ, ພຶດ​ຕິ​ກຳ​ອາດ​ປ່ຽນ​ຍາກ​ຫລາຍ. ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ​ອາດ​ຍາວ​ນານ​ຫລາຍ. ເບິ່ງ 38.6.2.3.

ນອກ​ເໜືອ​ໄປ​ຈາກ​ການ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ທີ່​ດົນ​ໃຈ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ແລ້ວ, ຜູ້​ເສຍ​ຫາຍ, ຜູ້​ກະ​ທຳ​ຜິດ, ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ອາດ​ຕ້ອງ​ຮັບ​ຄຳ​ປຶກ​ສາ​ກັບ​ມື​ອາ​ຊີບ​ນຳ​ອີກ. ສຳ​ລັບ​ຂໍ້​ມູນ, ໃຫ້​ເບິ່ງ 31.3.6.

38.6.2.3

ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ

ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ​ເປັນ​ບາບ​ຮ້າຍ​ແຮງ​ໜັກ (ເບິ່ງ ລູ​ກາ 17:2). ຕາມ​ທີ່​ໃຊ້​ໃນ​ນີ້, ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ ແມ່ນ​ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ຂົ່ມ​ເຫັງ​ທາງ​ຮ່າງ​ກາຍ: ການ​ກໍ່​ໃຫ້​ເກີດ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຕໍ່​ຮ່າງ​ກາຍ​ໂດຍ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ຮ່າງ​ກາຍ. ອັນ​ຕະ​ລາຍ​ບາງ​ຢ່າງ​ອາດ​ບໍ່​ສາ​ມາດ​ຫລຽວ​ເຫັນ.

  • ການ​ລະ​ເມີດ​ທາງ​ເພດ ຫລື ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ: ການ​ມີ​ກິດ​ຈະ​ກຳ​ທາງ​ເພດ​ແບບ​ໃດ​ກໍ​ຕາມ​ກັບ​ເດັກ ຫລື ຊາວ​ໜຸ່ມ ຫລື ຈົງ​ໃຈ​ຍິນ​ຍອມ ຫລື ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ກິດ​ຈະ​ກຳ​ດັ່ງ​ກ່າວ. ຕາມ​ທີ່​ໃຊ້​ໃນ​ນີ້, ການ​ລະ​ເມີດ​ທາງ​ເພດ​ບໍ່​ໄດ້​ລວມ​ທັງ​ການ​ຍິນ​ຍອມ​ມີ​ເພດ​ສຳ​ພັນ​ລະ​ຫວ່າງ​ໄວ​ລຸ້ນ​ສອງ​ຄົນ​ທີ່​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ.

  • ການ​ຂົ່ມ​ເຫັງ​ທາງ​ອາ​ລົມ: ການ​ໃຊ້​ການ​ກະ​ທຳ ແລະ ຄຳ​ເວົ້າ​ທີ່​ທຳ​ລາຍ​ຄວາມ​ຮູ້​ສຶກ​ເຄົາ​ລົບ​ຕົນ​ເອງ ຫລື ຄຸນ​ຄ່າ​ໃນ​ຕົນ​ເອງ​ຂອງ​ເດັກ ຫລື ຊາວ​ໜຸ່ມ​ຢ່າງ​ຮຸນ​ແຮງ. ຕາມ​ປົກ​ກະ​ຕິ​ແລ້ວ ສິ່ງ​ນີ້​ກ່ຽວ​ຂ້ອງ​ກັບ​ການ​ດູ​ໝິ່ນ, ຫລອກ​ໃຊ້, ແລະ ການ​ວິ​ພາກ​ວິ​ຈານ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ ຕໍ່​ເນື່ອງ ທີ່​ເຮັດ​ໃຫ້​ອັບ​ອາຍ ແລະ ດູ​ຖູກ. ມັນ​ອາດ​ລວມ​ທັງ​ການ​ລະ​ເລີຍ​ຢ່າງ​ໃຫຍ່​ນຳ​ອີກ.

  • ຮູບ​ພາບ​ລາ​ມົກ​ເດັກ: ເບິ່ງ 38.6.6.

ຖ້າ​ຫາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຮູ້​ຈັກ ຫລື ສົງ​ໄສ​ວ່າ​ມີ​ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ, ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ໃນ 38.6.2.1 ທັນ​ທີ. ເພິ່ນ​ກໍ​ຍັງ​ດຳ​ເນີນ​ການ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຂົ່ມ​ເຫັງ​ໃນ​ອະ​ນາ​ຄົດ​ນຳ​ອີກ.

ຕ້ອງ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ ແລະ ບັນ​ທຶກ​ໝາຍ​ເຫດ​ປະ​ກອບ ຖ້າ​ຫາກ​ສະ​ມາ​ຊິກ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໃດ​ຄົນ​ໜຶ່ງ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ​ພາກ​ສ່ວນ​ນີ້. ເບິ່ງ 38.6.2.5 ນຳ​ອີກ.

ຖ້າ​ໄວ​ລຸ້ນ​ຂົ່ມ​ເຫັງ​ເດັກ, ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ​ເພື່ອ​ການ​ຊີ້​ນຳ.

38.6.2.4

ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ

ສ່ວນ​ຫລາຍ​ບໍ່​ສາ​ມາດ​ໃຫ້​ຄຳ​ນິ​ຍາມ​ດຽວ​ຂອງ​ການ​ຂົ່ມ​ເຫັງ​ທີ່​ສາ​ມາດ​ໃຊ້​ໄດ້​ກັບ​ທຸກ​ສະ​ຖາ​ນະ​ການ. ກົງ​ກັນ​ຂ້າມ, ມັນ​ມີ​ລະ​ດັບ​ຂອງ​ຄວາມ​ຮຸນ​ແຮງ​ໃນ​ພຶດ​ຕິ​ກຳ​ການ​ຂົ່ມ​ເຫັງ. ລະ​ດັບ​ດັ່ງ​ກ່າວ​ເລີ່ມ​ຕົ້ນ​ຈາກ​ການ​ໃຊ້​ຄຳ​ເວົ້າ​ຮຸນ​ແຮງ​ເປັນ​ບາງ​ຄັ້ງ​ບາງ​ຄາວ ໄປ​ຈົນ​ເຖິງ​ການ​ເຮັດ​ໃຫ້​ເກີດ​ອັນ​ຕະ​ລາຍ​ຮ້າຍ​ແຮງ.

ຖ້າ​ຫາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຮູ້​ເຖິງ​ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ, ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ໃນ 38.6.2.1 ທັນ​ທີ. ເພິ່ນ​ກໍ​ຍັງ​ດຳ​ເນີນ​ການ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຂົ່ມ​ເຫັງ​ໃນ​ອະ​ນາ​ຄົດ​ນຳ​ອີກ.

ຜູ້​ນຳ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ ເພື່ອ​ຕັດ​ສິນ​ໃຈ​ວ່າ​ການ​ໃຫ້​ຄຳ​ແນະ​ນຳ​ສ່ວນ​ຕົວ ຫລື ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ຫລື​ບໍ່​ໃນ​ການ​ແກ້​ໄຂ​ເລື່ອງ​ການ​ຂົ່ມ​ເຫັງ. ພວກ​ເພິ່ນ​ອາດ​ປຶກ​ສາ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຕົນ​ໂດຍ​ກົງ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ນຳ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ​ໃດໆ​ຂຶ້ນ​ເຖິງ​ລະ​ດັບ​ດັ່ງ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ ຮຽກ​ຮ້ອງ​ໃຫ້​ມີ​ການ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ.

  • ການ​ຂົ່ມ​ເຫັງ​ທາງ​ຮ່າງ​ກາຍ: ການ​ກໍ່​ໃຫ້​ເກີດ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຕໍ່​ຮ່າງ​ກາຍໂດຍ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ຮ່າງ​ກາຍ. ອັນ​ຕະ​ລາຍ​ບາງ​ຢ່າງ​ອາດ​ບໍ່​ສາ​ມາດ​ຫລຽວ​ເຫັນ.

  • ການ​ລະ​ເມີດ​ທາງ​ເພດ: ເບິ່ງ​ສະ​ຖາ​ນະ​ການ​ທີ່​ລະ​ບຸ​ໄວ້​ໃນ 38.6.18.3.

  • ການ​ຂົ່ມ​ເຫັງ​ທາງ​ອາ​ລົມ: ການ​ໃຊ້​ການ​ກະ​ທຳ ແລະ ຄຳ​ເວົ້າ​ທີ່​ທຳ​ລາຍ​ຄວາມ​ຮູ້​ສຶກ​ເຄົາ​ລົບ​ຕົນ​ເອງ ຫລື ຄຸນ​ຄ່າ​ໃນ​ຕົນ​ເອງ​ຂອງ​ບຸກ​ຄົນ​ຢ່າງ​ຮຸນ​ແຮງ. ຕາມ​ປົກ​ກະ​ຕິ​ແລ້ວ ສິ່ງ​ນີ້​ກ່ຽວ​ຂ້ອງ​ກັບ​ການ​ດູ​ໝິ່ນ, ຫລອກ​ໃຊ້, ແລະ ການ​ວິ​ພາກ​ວິ​ຈານ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ ຕໍ່​ເນື່ອງ ທີ່​ເຮັດ​ໃຫ້​ອັບ​ອາຍ ແລະ ດູ​ຖູກ.

  • ການ​ຂົ່ມ​ເຫັງ​ທາງ​ການ​ເງິນ: ການ​ເອົາ​ປຽບ​ບາງ​ຄົນ​ທາງ​ການ​ເງິນ. ສິ່ງ​ນີ້​ອາດ​ລວມ​ທັງ​ການ​ໃຊ້​ຊັບ​ສິນ, ເງິນ​ຄຳ, ຫລື ຂອງ​ມີ​ຄ່າ​ອື່ນໆ​ຂອງ​ບຸກ​ຄົນ​ຢ່າງ​ຜິດ​ກົດ​ໝາຍ ຫລື ບໍ່​ໄດ້​ຮັບ​ອະ​ນຸ​ຍາດ. ມັນ​ອາດ​ລວມ​ທັງ​ການ​ສໍ້​ໂກງ ເພື່ອ​ໃຫ້​ມີ​ອຳ​ນາດ​ເງິນ​ເໜືອ​ຄົນ​ໃດ​ຄົນ​ໜຶ່ງ. ມັນ​ອາດ​ລວມ​ທັງ​ການ​ໃຊ້​ອຳ​ນາດ​ເງິນ​ເພື່ອ​ບີບ​ບັງ​ຄັບ​ໃຫ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ນຳ​ອີກ.

38.6.2.5

ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ໃບ​ຮັບ​ຮ້ອງ​ເຂົ້າ​ພຣະ​ວິ​ຫານ, ແລະ ໝາຍ​ເຫດ​ປະ​ກອບ​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ

ສະ​ມາ​ຊິກ​ທີ່​ໄດ້​ຂົ່ມ​ເຫັງ​ຄົນ​ອື່ນ​ຈະ​ບໍ່​ໄດ້​ຮັບ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ ແລະ ຈະ​ບໍ່​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ຈົນ​ກວ່າ​ລາວ​ໄດ້​ກັບ​ໃຈ ແລະ ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຖືກ​ຖອນ.

ຖ້າ​ຫາກ​ບຸກ​ຄົນ​ໃດ​ບຸກ​ຄົນ​ໜຶ່ງ​ໄດ້​ລ່ວງ​ລະ​ເມີດ​ເດັກ ຫລື ຊາວ​ໜຸ່ມ​ທາງ​ເພດ ຫລື ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ​ທາງ​ຮ່າງ​ກາຍ ຫລື ທາງ​ອາ​ລົມ​ຢ່າງ​ຮ້າຍ​ແຮງ, ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ລາວ​ຈະ​ຖືກ​ໝາຍ​ເຫດ​ປະ​ກອບ. ລາວ​ຕ້ອງ​ບໍ່​ໄດ້​ຮັບ​ການ​ເອີ້ນ ຫລື ການ​ມອບ​ໝາຍ​ໃດໆ​ທີ່​ກ່ຽວ​ຂ້ອງ​ກັບ​ເດັກ ແລະ ຊາວ​ໜຸ່ມ. ນີ້​ແມ່ນ​ລວມ​ທັງ​ການ​ບໍ່​ມອບ​ໝາຍ​ໃຫ້​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄອບ​ຄົວ ທີ່​ມີ​ຊາວ​ໜຸ່ມ ຫລື ເດັກ​ນ້ອຍ​ໃນ​ບ້ານ. ນີ້​ກໍ​ລວມ​ທັງ​ບໍ່​ມອບ​ໝາຍ​ຊາວ​ໜຸ່ມ​ໃຫ້​ເປັນ​ຄູ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນຳ​ອີກ. ຂໍ້​ຈຳ​ກັດ​ເຫລົ່າ​ນີ້​ຈະ​ຄົງ​ຢູ່​ຈົນ​ກວ່າ​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ຍາດ​ໃຫ້​ຖອນ​ໝາຍ​ເຫດ​ປະ​ກອບ.

38.6.2.6

ສະ​ພາ​ສະ​ເຕກ ແລະ ສະ​ພາ​ຫວອດ

ໃນ​ການ​ປະ​ຊຸມ​ສະ​ພາ​ສະ​ເຕກ ແລະ ສະ​ພາ​ຫວອດ, ຝ່າຍ​ປະ​ທານ​ສະ​ເຕກ ແລະ ຝ່າຍ​ອະ​ທິ​ການ​ຈະ​ທົບ​ທວນ​ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ປະ​ຈຳ ເລື່ອງ​ການ​ປ້ອງ​ກັນ ແລະ ການ​ຕອບ​ໂຕ້​ຕໍ່​ການ​ຂົ່ມ​ເຫັງ. ຜູ້​ນຳ ແລະ ສະ​ມາ​ຊິກ​ສະ​ພາ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສິດ​ສອນ ແລະ ສົນ​ທະ​ນາ​ເລື່ອງ​ທີ່​ລະ​ອຽດ​ອ່ອນ​ນີ້.

ສະ​ມາ​ຊິກ​ສະ​ພາ​ກໍ​ຕ້ອງ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ​ນຳ​ອີກ (ເບິ່ງ 38.6.2).

38.6.2.7

ປະ​ເດັນ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂົ່ມ​ເຫັງ

ຖ້າ​ຫາກ​ກິດ​ຈະ​ກຳ​ຂົ່ມ​ເຫັງ​ຂອງ​ສະ​ມາ​ຊິກ​ໄດ້​ລະ​ເມີດ​ກົດ​ໝາຍ​ທີ່​ນຳ​ໃຊ້, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຄວນ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ລາຍ​ງານ​ກິດ​ຈະ​ກຳ​ເຫລົ່າ​ນັ້ນ​ຕໍ່​ຕຳ​ຫລວດ ຫລື ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ​ທີ່​ເໝາະ​ສົມ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ຄວນ​ປະ​ຕິ​ບັດ​ຕາມ​ພັນ​ທະ​ທາງ​ກົດ​ໝາຍ​ທັງ​ໝົດ​ເພື່ອ​ລາຍ​ງານ​ເລື່ອງ​ການ​ຂົ່ມ​ເຫັງ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ.

38.6.4

ການ​ຄຸມ​ກຳ​ເນີດ

ມັນ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ຄູ່​ແຕ່ງ​ງານ​ຜູ້​ສາ​ມາດ​ໃຫ້​ກຳ​ເນີດ​ລູກ ເພື່ອ​ໃຫ້​ຮ່າງ​ກາຍ​ມະ​ຕະ​ສຳ​ລັບ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ຜູ້​ຊຶ່ງ​ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ບຳ​ລຸ້ງ​ລ້ຽງ ແລະ ລ້ຽງ​ດູ (ເບິ່ງ 2.1.3). ການ​ຕັດ​ສິນ​ໃຈ​ວ່າ​ຈະ​ມີ​ລູກ​ຈັກ​ຄົນ ແລະ ຈະ​ມີ​ເມື່ອ​ໃດ ເປັນ​ເລື່ອງ​ສ່ວນ​ຕົວ ແລະ ລະ​ອຽດ​ອ່ອນ​ແທ້ໆ. ຄວນ​ປ່ອຍ​ໃຫ້​ເປັນ​ເລື່ອງ​ລະ​ຫວ່າງ​ສາ​ມີ​ພັນ​ລະ​ຍາ ແລະ ພຣະ​ຜູ້​ເປັນ​ເຈົ້າ.

38.6.5

ພົມ​ມະ​ຈັນ ແລະ ຄວາມ​ຊື່​ສັດ

ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລື່ອງ​ພົມ​ມະ​ຈັນ​ຄື:

  • ການ​ລະ​ເວັ້ນ​ຄວາມ​ສຳ​ພັນ​ທາງ​ເພດ​ນອກ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ.

  • ຄວາມ​ຊື່​ສັດ​ພາຍ​ໃນ​ການ​ແຕ່ງ​ງານ.

ການ​ໃກ້​ຊິດ​ທາງ​ກາຍ​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ​ແມ່ນ​ມຸ່ງ​ໝາຍ​ໃຫ້​ເປັນ​ເລື່ອງ​ສວຍ​ງາມ ແລະ ສັກ​ສິດ. ມັນ​ຖືກ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ​ເພື່ອ​ໃຫ້​ກຳ​ເນີດ​ລູກ ແລະ ເພື່ອ​ສະ​ແດງ​ຄວາມ​ຮັກ​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ.

38.6.6

ຮູບ​ພາບ​ລາ​ມົກ​ເດັກ

ສາດ​ສະ​ໜາ​ຈັກ​ປະ​ນາມ​ຮູບ​ພາບ​ລາ​ມົກ​ເດັກ​ໃນ​ທຸກ​ຮູບ​ແບບ. ຖ້າ​ຫາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຮູ້​ຈັກ​ວ່າ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຮູບ​ພາບ​ລາ​ມົກ​ເດັກ, ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ໃນ 38.6.2.1 ທັນ​ທີ.

38.6.8

ການ​ຕັດ​ຫຍິບ​ອະ​ໄວ​ຍະ​ວະ​ເພດ​ຍິງ

ສາດ​ສະ​ໜາ​ຈັກ​ປະ​ນາມ​ການ​ຕັດ​ຫຍິບ​ອະ​ໄວ​ຍະ​ວະ​ເພດ​ຍິງ.

38.6.10

ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ

ສາດ​ສະ​ໜາ​ຈັກ​ປະ​ນາມ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ​ໃດໆ. ຕາມ​ທີ່​ໃຊ້​ໃນ​ນີ້, ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ ຄື​ການ​ຮ່ວມ​ເພດ​ສຳ​ພັນ​ລະ​ຫວ່າງ:

  • ພໍ່​ແມ່​ກັບ​ລູກ.

  • ປູ່​ຍ່າ​ຕາ​ຍາຍ​ກັບ​ຫລານ.

  • ອ້າຍ​ເອື້ອຍ​ນ້ອງ​ກັນ.

  • ລຸງ​ປ້າ ຫລື ນ້າ​ອາວ​ອາ​ກັບ​ຫລານ​ສາວ ຫລື ຫລານ​ຊາຍ.

ຕາມ​ທີ່​ໃຊ້​ໃນ​ນີ້, ລູກ, ຫລານ, ອ້າຍ​ເອື້ອຍ​ນ້ອງ, ຫລານ​ສາວ, ແລະ ຫລານ​ຊາຍ ລວມ​ທັງ​ຄວາມ​ສຳ​ພັນ​ກັບ​ສາຍ​ເລືອດ​ແທ້, ກັບ​ລູກ​ບຸນ​ທຳ, ກັບ​ລູກ​ນ້າ, ຫລື ຜູ້​ຖືກ​ຮັບ​ມາ​ອຸ​ປະ​ຖຳ.

ເມື່ອ​ໄວ​ລຸ້ນ​ເປັນ​ຜູ້​ເສຍ​ຫາຍ​ເນື່ອງ​ຈາກ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ໂທ​ຫາ​ສາຍ​ດ່ວນ​ຮັບ​ເລື່ອງ​ການ​ຂົ່ມ​ເຫັງ ຂອງ​ສາດ​ສະ​ໜາ​ຈັກ ໃນ​ປະ​ເທດ​ທີ່​ມີ​ໃຫ້​ບໍ​ລິ​ການ (ເບິ່ງ 38.6.2.1). ໃນ​ປະ​ເທດ​ອື່ນໆ, ປະ​ທານ​ສະ​ເຕກ​ຄວນ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ. ເພິ່ນ​ກໍ​ຍັງ​ຊຸກ​ຍູ້​ໃຫ້​ປຶກ​ສາ​ກັບ​ພະ​ນັກ​ງານ​ບໍ​ລິ​ການ​ຄອບ​ຄົວ ຫລື ຜູ້​ຈັດ​ການ​ຝ່າຍ​ສະ​ຫວັດ​ດີ​ການ ແລະ ການ​ກຸ້ມ​ຕົນ​ເອງ ທີ່​ຫ້ອງ​ການ​ເຂດ​ນຳ​ອີກ.

ຈຳ​ເປັນ​ຕ້ອງ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ ແລະ ບັນ​ທຶກ​ໝາຍ​ເຫດ​ປະ​ກອບ ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ກະ​ທຳ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ. ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ​ເກືອບ​ທຸກ​ກໍ​ລະ​ນີ ຮຽກ​ຮ້ອງ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ.

ຖ້າ​ຫາກ​ໄວ​ລຸ້ນ​ໄດ້​ກະ​ທຳ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ, ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ​ເພື່ອ​ການ​ຊີ້​ນຳ.

ຜູ້​ເສຍ​ຫາຍ​ເນື່ອງ​ຈາກ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ ມັກ​ຈະ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ທີ່​ຮ້າຍ​ແຮງ. ຜູ້​ນຳ​ຈະ​ຕອບ​ຮັບ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ຢ່າງ​ຈິງ​ໃຈ. ພວກ​ເພິ່ນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ວິນ​ຍານ ແລະ ໃຫ້​ຄຳ​ແນະ​ນຳ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະ​ນະ​ຜົນ​ກະ​ທົບ​ທີ່​ທຳ​ລາຍ​ຂອງ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ.

ບາງ​ຄັ້ງ​ຜູ້​ເສຍ​ຫາຍ​ຮູ້​ສຶກ​ອັບ​ອາຍ ຫລື ຮູ້​ສຶກ​ຜິດ. ຜູ້​ເສຍ​ຫາຍ​ບໍ່​ມີ​ຄວາມ​ຜິດ​ບາບ. ຜູ້​ນຳ​ຊ່ວຍ​ໃຫ້​ເຂົາ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ໃຈ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ການ​ປິ່ນ​ປົວ​ທີ່​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ແອວ​ມາ 15:8; 3 ນີ​ໄຟ 17:9).

ນອກ​ເໜືອ​ໄປ​ຈາກ​ການ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ທີ່​ດົນ​ໃຈ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ແລ້ວ, ຜູ້​ເສຍ​ຫາຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ອາດ​ຕ້ອງ​ຮັບ​ຄຳ​ປຶກ​ສາ​ກັບ​ມື​ອາ​ຊີບ​ນຳ​ອີກ. ສຳ​ລັບ​ຂໍ້​ມູນ, ໃຫ້​ເບິ່ງ 38.6.18.2.

38.6.12

ໄຊ​ຍະ​ສາດ

ໄຊ​ຍະ​ສາດ​ເນັ້ນ​ໃສ່​ຄວາມ​ມືດ ແລະ ພາ​ໄປ​ສູ່​ການ​ຫລອກ​ລວງ. ມັນ​ທຳ​ລາຍ​ສັດ​ທາ​ໃນ​ພຣະ​ຄຣິດ.

ໄຊ​ຍະ​ສາດ​ລວມ​ທັງ​ການ​ນະ​ມັດ​ສະ​ການ​ຊາ​ຕານ. ມັນ​ຍັງ​ລວມ​ທັງ​ກິດ​ຈະ​ກຳ​ລຶກ​ລັບ​ທີ່​ບໍ່​ສອດ​ຄ່ອງ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ກິດ​ຈະ​ກຳ​ເຊັ່ນ​ນັ້ນ​ແມ່ນ​ລວມ​ທັງ (ແຕ່​ບໍ່​ຈຳ​ກັດ​ສະ​ເພາະ) ການ​ດູ​ດວງ, ການ​ສາບ​ແຊ່ງ, ແລະ ການ​ປະ​ຕິ​ບັດ​ການ​ປິ່ນ​ປົວ​ທີ່​ຮຽນ​ແບບ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ (ເບິ່ງ ໂມ​ໂຣ​ໄນ 7:11–17).

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຄວນ​ເຂົ້າ​ຮ່ວມ​ການ​ນະ​ມັດ​ສະ​ການ​ຊາ​ຕານ​ໃນ​ຮູບ​ແບບ​ໃດໆ ຫລື ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ໄຊ​ຍະ​ສາດ​ບໍ່​ວ່າ​ຈະ​ເປັນ​ໃນ​ທາງ​ໃດ​ກໍ​ຕາມ. ເຂົາ​ເຈົ້າ​ບໍ່​ຄວນ​ເນັ້ນ​ໃສ່​ຄວາມ​ມືດ​ເຊັ່ນ​ນັ້ນ​ໃນ​ການ​ສົນ​ທະ​ນາ ຫລື ໃນ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ.

38.6.13

ຮູບ​ພາບ​ລາ​ມົກ

ສາດ​ສະ​ໜາ​ຈັກ​ປະ​ນາມ​ຮູບ​ພາບ​ລາ​ມົກ​ໃນ​ທຸກ​ຮູບ​ແບບ. ການ​ໃຊ້​ຮູບ​ພາບ​ລາ​ມົກ​ທຸກ​ປະ​ເພດ​ຈະ​ທຳ​ລາຍ​ຊີ​ວິດ​ສ່ວນ​ຕົວ, ຄອບ​ຄົວ, ແລະ ສັງ​ຄົມ. ມັນ​ກໍ​ຍັງ​ຂັບ​ໄລ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໜີ​ໄປ​ນຳ​ອີກ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ຫລີກ​ລ້ຽງ​ຈາກ​ສື່​ລາ​ມົກ​ທຸກ​ຮູບ​ແບບ ແລະ ຕໍ່​ຕ້ານ​ການ​ຜະ​ລິດ, ການ​ເຜີຍ​ແຜ່, ແລະ ການ​ນຳ​ໃຊ້.

ຕາມ​ປົກ​ກະ​ຕິ​ແລ້ວ ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ແລະ ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ ກໍ​ພຽງ​ພໍ​ເມື່ອ​ຊ່ວຍ​ບຸກ​ຄົນ​ໃຫ້​ກັບ​ໃຈ​ຈາກ​ການ​ໃຊ້​ຮູບ​ພາບ​ລາ​ມົກ. ຕາມ​ປົກ​ກະ​ຕິ​ແລ້ວ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ບໍ່​ຖືກ​ຈັດ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ພາ​ອາດ​ຈຳ​ເປັນ​ສຳ​ລັບ​ການ​ໃຊ້​ຮູບ​ພາບ​ລາ​ມົກ​ຢ່າງ​ໝົກ​ໝຸ້ນ ແລະ ຂາດ​ຄວາມ​ຢັບ​ຢັ້ງ ທີ່​ເປັນ​ເຫດ​ໃຫ້​ເກີດ​ໄພ​ໃຫຍ່​ຫລວງ​ຕໍ່​ຊີ​ວິດ​ການ​ແຕ່ງ​ງານ ຫລື ຄອບ​ຄົວ​ຂອງ​ສະ​ມາ​ຊິກ (ເບິ່ງ 38.6.5). ຕ້ອງ​ຈັດ​ສະ​ພາ​ຖ້າ​ຫາກ​ສະ​ມາ​ຊິກ​ຜະ​ລິດ, ແບ່ງ​ປັນ, ຄອບ​ຄອງ, ຫລື ເບິ່ງ​ຮູບ​ພາບ​ລາ​ມົກ​ເດັກ​ຊ້ຳ​ແລ້ວ​ຊ້ຳ​ອີກ (ເບິ່ງ 38.6.6).

38.6.14

ອັກ​ຄະ​ຕິ

ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ທຸກ​ຄົນ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ ຊຶ່ງ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ສະ​ຫວັນ​ຂອງ​ພຣະ​ອົງ (ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”). ພຣະ​ເຈົ້າ “ໄດ້​ສ້າງ​ມະ​ນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະ​ນຸດ​ຄົນ​ດຽວ” (ກິດ​ຈະ​ກຳ 17:26). “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ” ສຳ​ລັບ​ພຣະ​ອົງ (2 ນີ​ໄຟ 26:33). ແຕ່​ລະ​ຄົນ “ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ແລ້ວ ຄົນ​ຜູ້​ໜຶ່ງ​ກໍ​ມີ​ຄຸນ​ຄ່າ​ຊ່ຳ​ກັບ​ຄົນ​ອີກ​ຜູ້​ໜຶ່ງ” (ຢາ​ໂຄບ 2:21).

ອັກ​ຄະ​ຕິ​ບໍ່​ສອດ​ຄ່ອງ​ກັບ​ພຣະ​ຄຳ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ. ຄວາມ​ໂປດ​ປານ ຫລື ບໍ່​ໂປດ​ປານ​ຕໍ່​ພຣະ​ເຈົ້າ​ແມ່ນ​ຂຶ້ນ​ກັບ​ຄວາມ​ອຸ​ທິດ​ຕົນ​ຕໍ່​ພຣະ​ອົງ ແລະ ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ບໍ່​ແມ່ນ​ຂຶ້ນ​ກັບ​ສີ​ຜິວ​ຂອງ​ບຸກ​ຄົນ ຫລື ຄຸນ​ລັກ​ສະ​ນະ​ອື່ນໆ.

ສາດ​ສະ​ໜາ​ຈັກ​ເອີ້ນ​ໃຫ້​ທຸກ​ຄົນ​ປະ​ຖິ້ມ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ກະ​ທຳ​ທີ່​ອັກ​ຄະ​ຕິ​ກັບ​ກຸ່ມ ຫລື ບຸກ​ຄົນ​ໃດ​ກໍ​ຕາມ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ນຳ​ໜ້າ​ໃນ​ການ​ສົ່ງ​ເສີມ​ຄວາມ​ເຄົາ​ລົບ​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ສະ​ມາ​ຊິກ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​​ຍັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ໃຫ້​ຮັກ​ຄົນ​ອື່ນ (ເບິ່ງ ​ມັດ​ທາຍ 22:35–39). ເຂົາ​ເຈົ້າ​ພະ​ຍາ​ຍາມ​ເປັນ​ຜູ້​ມີ​ຄວາມ​ປາດ​ຖະ​ໜາ​ດີ​ຕໍ່​ທຸກ​ຄົນ, ໂດຍ​ປະ​ຕິ​ເສດ​ອັກ​ຄະ​ຕິ​ໃດໆ. ນີ້​ແມ່ນ​ລວມ​ທັງ​ອັກ​ຄະ​ຕິ​ຕໍ່​ເຊື້ອ​ຊາດ, ຊົນ​ເຜົ່າ, ສັນ​ຊາດ, ເຜົ່າ, ເພດ, ອາ​ຍຸ, ຄວາມ​ພິ​ການ, ສະ​ຖາ​ນະ​ພາບ​ທາງ​ເສດ​ຖະ​ກິດ, ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ ຫລື ຄວາມ​ບໍ່​ເຊື່ອ​ຖື, ແລະ ລົດ​ນິ​ຍົມ​ທາງ​ເພດ.

38.6.15

ການ​ມັກ​ເພດ​ດຽວ​ກັນ ແລະ ການ​ປະ​ພຶດ​ທາງ​ເພດ​ດຽວ​ກັນ

ສາດ​ສະ​ໜາ​ຈັກ​ຊຸກ​ຍູ້​ຄອບ​ຄົວ ແລະ ສະ​ມາ​ຊິກ​ໃຫ້​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ໄວ, ດ້ວຍ​ຄວາມ​ຮັກ, ແລະ ດ້ວຍ​ຄວາມ​ນັບ​ຖື ຕໍ່​ບຸກ​ຄົນ​ທີ່​ມັກ​ຄົນ​ອື່ນ​ທີ່​ເປັນ​ເພດ​ດຽວ​ກັນ. ສາດ​ສະ​ໜາ​ຈັກ​ກໍ​ຍັງ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ໃນ​ສັງ​ຄົມ​ສ່ວນ​ໃຫຍ່​ທີ່​ສະ​ທ້ອນ​ຄຳ​ສອນ​ກ່ຽວ​ກັບ​ຄວາມ​ເມດ​ຕາ, ການ​ຍອມ​ຮັບ​ທຸກ​ຄົນ, ຮັກ​ຄົນ​ອື່ນ, ແລະ ເຄົາ​ລົບ​ມະ​ນຸດ​ທຸກ​ຄົນ​ນຳ​ອີກ. ສາດ​ສະ​ໜາ​ຈັກ​ບໍ່​ມີ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສາ​ເຫດ​ຂອງ​ການ​ມັກ​ເພດ​ດຽວ​ກັນ.

ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ສັ່ງ​ຫ້າມ​ການ​ປະ​ພຶດ​ທີ່​ບໍ່​ບໍ​ລິ​ສຸດ​ທັງ​ໝົດ, ບໍ່​ວ່າ​ຈະ​ເປັນ​ກັບ​ເພດ​ກົງ​ກັນ​ຂ້າມ ຫລື ກັບ​ເພດ​ດຽວ​ກັນ​ກໍ​ຕາມ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ຄຳ​ປຶກ​ສາ​ແກ່​ສະ​ມາ​ຊິກ​ຜູ້​ໄດ້​ລະ​ເມີດ​ກົດ​ພົມ​ມະ​ຈັນ. ຜູ້​ນຳ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຊັດ​ເຈນ​ເລື່ອງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ, ແລະ ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ຖ້າ​ຫາກ​ສະ​ມາ​ຊິກ​ຮູ້​ສຶກ​ມັກ​ເພດ​ດຽວ​ກັນ ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ, ຜູ້​​ນຳ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ກຳ​ລັງ​ໃຈ​ໃນ​ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ. ສະ​ມາ​ຊິກ​ເຫລົ່າ​ນີ້​ອາດ​ໄດ້​ຮັບ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ແລະ ຮັບ​ພິ​ທີ​ການ​ພຣະ​ວິ​ຫານ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ຄ່າ​ຄວນ. ສະ​ມາ​ຊິກ​ຜູ້​ຊາຍ​ຂອງ​ສາດ​ສະ​ໜາ​ຈັກ​ອາດ​ໄດ້​ຮັບ ແລະ ໃຊ້​ຖາ​ນະ​ປະ​ໂລ​ຫິດ.

ສະ​ມາ​ຊິກ​ທຸກ​ຄົນ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ທີ່​ສັນ​ຍາ​ໄວ້​ໃນ​ນິ​ລັນ​ດອນ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ພອນ​ຂອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ ແລະ ເປັນ​ພໍ່​ແມ່​ໃນ​ຊີ​ວິດ​ນີ້​ຫລື​ບໍ່​ກໍ​ຕາມ (ເບິ່ງ ໂມ​ໄຊ​ຢາ 2:41).

38.6.16

ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ

ຕາມ​ຫລັກ​ທຳ​ຄຳ​ສອນ, ອີງ​ຕາມ​ພຣະ​ຄຳ​ພີ, ສາດ​ສະ​ໜາ​ຈັກ​ຢືນ​ຢັນ​ວ່າ ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ​ຈຳ​ເປັນ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ ສຳ​ລັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ. ສາດ​ສະ​ໜາ​ຈັກ​ກໍ​ຢືນ​ຢັນ​ອີກ​ວ່າ ກົດ​ຂອງ​ພຣະ​ເຈົ້າ​ນິ​ຍາມ​ການ​ແຕ່ງ​ງານ​ວ່າ​ເປັນ​ການ​ລວມ​ກັນ​ຢ່າງ​ຖືກ​ຕ້ອງ ແລະ ຕາມ​ກົດ​ໝາຍ ລະ​ຫວ່າງ​ຊາຍ ແລະ ຍິງ.

38.6.17

ການ​ສຶກ​ສາ​ເລື່ອງ​ເພດ

ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ທີ່​ຈະ​ໃຫ້​ຄວາມ​ຮູ້​ເລື່ອງ​ເພດ​ແກ່​ລູກໆ​ຂອງ​ຕົນ. ພໍ່​ແມ່​ຄວນ​ມີ​ການ​ສົນ​ທະ​ນາ​ທີ່​ຊື່​ສັດ, ແຈ່ມ​ແຈ້ງ, ແລະ ຕໍ່​ເນື່ອງ​ກັບ​ລູກໆ​ຂອງ​ຕົນ ກ່ຽວ​ກັບ​ເລື່ອງ​ເພດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ ແລະ ຊອບ​ທຳ.

38.6.18

ການ​ລະ​ເມີດ​ທາງ​ເພດ, ການ​ຂົ່ມ​ຂືນ, ແລະ ການ​ຈູ່​ໂຈມ​ທາງ​ເພດ​ແບບ​ອື່ນໆ

ສາດ​ສະ​ໜາ​ຈັກ​ປະ​ນາມ​ການ​ລະ​ເມີດ​ທາງ​ເພດ. ຕາມ​ທີ່​ໃຊ້​ໃນ​ນີ້, ການ​ລະ​ເມີດ​ທາງ​ເພດ ຖືກ​ນິ​ຍາມ​ວ່າ​ເປັນ​ການ​ບັງ​ຄັບ​ເຮັດ​ກິດ​ຈະ​ກຳ​ທາງ​ເພດ​ໃດໆ​ກັບ​ອີກ​ບຸກ​ຄົນ​ໜຶ່ງ​ທີ່​ບໍ່​ຕ້ອງ​ການ. ກິດ​ຈະ​ກຳ​ທາງ​ເພດ​ກັບ​ບຸກ​ຄົນ​ທີ່​ບໍ່​ຍິນ​ຍອມ ຫລື ບໍ່​ສາ​ມາດ​ຍິນ​ຍອມ​ທາງ​ກົດ​ໝາຍ​ໄດ້ ຖື​ວ່າ​ເປັນ​ການ​ລະ​ເມີດ​ທາງ​ເພດ. ການ​ລະ​ເມີດ​ທາງ​ເພດ​ກໍ​ສາ​ມາດ​ເກີດ​ຂຶ້ນ​ກັບ​ຄູ່​ຄອງ ຫລື ໃນ​ຄວາມ​ສຳ​ພັນ​ຊູ້​ສາວ​ເຊັ່ນ​ກັນ. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ລະ​ເມີດ​ທາງ​ເພດ​ຕໍ່​ເດັກ ຫລື ຊາວ​ໜຸ່ມ, ໃຫ້​ເບິ່ງ 38.6.2.3.

ການ​ລະ​ເມີດ​ທາງ​ເພດ​ຄອບ​ກວມ​ການ​ກະ​ທຳ​ຫລາກ​ຫລາຍ, ຈາກ​ການ​ຂູ່​ເຂັນ​ເຖິງ​ການ​ຂົ່ມ​ຂືນ ແລະ ການ​ຈູ່​ໂຈມ​ທາງ​ເພດ​ແບບ​ອື່ນໆ. ມັນ​ສາ​ມາດ​ເກີດ​ຂຶ້ນ​ທາງ​ຮ່າງ​ກາຍ, ທາງ​ວາ​ຈາ, ແລະ ທາງ​ອື່ນໆ. ສຳ​ລັບ​ການ​ນຳ​ພາ​ກ່ຽວ​ກັບ​ການ​ໃຫ້​ຄຳ​ປຶກ​ສາ​ສະ​ມາ​ຊິກ​ຜູ້​ໄດ້​ປະ​ສົບ​ກັບ​ການ​ລະ​ເມີດ​ທາງ​ເພດ, ການ​ຂົ່ມ​ຂືນ, ຫລື ການ​ຈູ່​ໂຈມ​ທາງ​ເພດ​ແບບ​ອື່ນໆ, ໃຫ້​ເບິ່ງ 38.6.18.2.

ຖ້າ​ຫາກ​ສະ​ມາ​ຊິກ​ສົງ​ໄສ ຫລື ຮູ້​ຈັກ​ເຖິງ​ການ​ລະ​ເມີດ​ທາງ​ເພດ, ເຂົາ​ເຈົ້າ​ດຳ​ເນີນ​ການ​ປົກ​ປ້ອງ​ຜູ້​ເສຍ​ຫາຍ ແລະ ຄົນ​ອື່ນ​ທັນ​ທີ ເທົ່າ​ທີ່​ສາ​ມາດ​ເຮັດ​ໄດ້. ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ແລະ ແຈ້ງ​ຕໍ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ. ຖ້າ​ຫາກ​ເດັກ​ຖືກ​ຂົ່ມ​ເຫັງ, ສະ​ມາ​ຊິກ​ຄວນ​ເຮັດ​ຕາມ​ຄຳ​ແນະ​ນຳ​ໃນ 38.6.2.

38.6.18.2

ການ​ໃຫ້​ຄຳ​ປຶກ​ສາ​ຕໍ່​ຜູ້​ເສຍ​ຫາຍ​ເນື່ອງ​ຈາກ​ການ​ລະ​ເມີດ​ທາງ​ເພດ, ການ​ຂົ່ມ​ຂືນ, ແລະ ການ​ຈູ່​ໂຈມ​ທາງ​ເພດ​ແບບ​ອື່ນໆ

ຜູ້​ເສຍ​ຫາຍ​ເນື່ອງ​ຈາກ​ການ​ລະ​ເມີດ​ທາງ​ເພດ, ການ​ຂົ່ມ​ຂືນ, ຫລື ການ​ຈູ່​ໂຈມ​ທາງ​ເພດ​ແບບ​ອື່ນໆ ມັກ​ຈະ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ທີ່​ຮ້າຍ​ແຮງ. ເມື່ອ​ເຂົາ​ເຈົ້າ​ໄວ້​ໃຈ​ໃນ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ, ເພິ່ນ​ຕອບ​ຮັບ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ຢ່າງ​ຈິງ​ໃຈ. ເພິ່ນ​ໃຫ້​ຄຳ​ປຶກ​ສາ ແລະ ການ​ສະ​ໜັບ​ສະ​ໜູນ​ທາງ​ວິນ​ຍານ ເພື່ອ​ຊ່ວຍ​ຜູ້​ເສຍ​ຫາຍ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ທີ່​ທຳ​ລາຍ​ຂອງ​ການ​ຂົ່ມ​ເຫັງ​ນັ້ນ. ເພິ່ນ​ກໍ​ຍັງ​ຈະ​ໂທ​ຫາ​ສາຍ​ດ່ວນ​ຮັບ​ເລື່ອງ​ການ​ຂົ່ມ​ເຫັງ ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ຮັບ​ການ​ນຳ​ພາ ໃນ​ບ່ອນ​ທີ່​ມີ​ໃຫ້​ບໍ​ລິ​ການ.

ບາງ​ຄັ້ງ​ຜູ້​ເສຍ​ຫາຍ​ຮູ້​ສຶກ​ອັບ​ອາຍ ຫລື ຮູ້​ສຶກ​ຜິດ. ຜູ້​ເສຍ​ຫາຍ​ບໍ່​ມີ​ຄວາມ​ຜິດ​ບາບ. ຜູ້​ນຳ​ບໍ່​ກ່າວ​ຫາ​ຜູ້​ເສຍ​ຫາຍ. ພວກ​ເພິ່ນ​ຊ່ວຍ​ເຫລືອ​ຜູ້​ເສຍ​ຫາຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ການ​ປິ່ນ​ປົວ​ທີ່​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ແອວ​ມາ 15:8; 3 ນີ​ໄຟ 17:9).

ຂະ​ນະ​ທີ່​ສະ​ມາ​ຊິກ​ອາດ​ເລືອກ​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ການ​ຂົ່ມ​ເຫັງ ຫລື ການ​ຈູ່​ໂຈມ, ຜູ້​ນຳ​ບໍ່​ຄວນ​ສຸມ​ໃສ່​ກັບ​ລາຍ​ລະ​ອຽດ​ຫລາຍ​ເກີນ​ໄປ. ສິ່ງ​ນີ້​ອາດ​ອັນ​ຕະ​ລາຍ​ຕໍ່​ຜູ້​ເສຍ​ຫາຍ.

ນອກ​ເໜືອ​ໄປ​ຈາກ​ການ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ທີ່​ດົນ​ໃຈ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ແລ້ວ, ຜູ້​ເສຍ​ຫາຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ອາດ​ຕ້ອງ​ຮັບ​ຄຳ​ປຶກ​ສາ​ກັບ​ມື​ອາ​ຊີບ​ນຳ​ອີກ. ສຳ​ລັບ​ຂໍ້​ມູນ, ໃຫ້​ເບິ່ງ 31.3.6.

38.6.18.3

ສະ​ພາ​ສະ​ມາ​ຊິກ​ກະ​ພາບ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ສຳ​ລັບ​ບຸກ​ຄົນ​ທີ່​ໄດ້​ຈູ່​ໂຈມ​ທາງ​ເພດ ຫລື ຂົ່ມ​ເຫັງ​ບາງ​ຄົນ. ຕ້ອງ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ​ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ທຳ​ການ​ຂົ່ມ​ຂືນ ຫລື ໄດ້​ທຳ​ການ​ຈູ່​ໂຈມ​ທາງ​ເພດ​ແບບ​ອື່ນໆ.

38.6.20

ການ​ຂ້າ​ຕົວ​ຕາຍ

ຊີ​ວິດ​ມະ​ຕະ​ເປັນ​ຂອງ​ປະ​ທານ​ອັນ​ລ້ຳ​ຄ່າ​ຈາກ​ພຣະ​ເຈົ້າ—ເປັນ​ຂອງ​ປະ​ທານ​ທີ່​ຄວນ​ເຫັນ​ຄຸນ​ຄ່າ ແລະ ຖືກ​ປົກ​ປ້ອງ. ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ​ການ​ຂ້າ​ຕົວ​ຕາຍ​ຢ່າງ​ແຂງ​ຂັນ.

ຜູ້​ຄົນ​ສ່ວນ​ໃຫຍ່​ທີ່​ຄິດ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ​ຕ້ອງ​ການ​ການ​ບັນ​ເທົາ​ຈາກ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ, ຈິດ​ໃຈ, ອາ​ລົມ, ຫລື ທາງ​ວິນ​ຍານ. ບຸກ​ຄົນ​ເຊັ່ນ​ນັ້ນ​ຕ້ອງ​ການ​ຄວາມ​ຮັກ, ຄວາມ​ຊ່ວຍ​ເຫລືອ, ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ຄອບ​ຄົວ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ແລະ ມື​ອາ​ຊີບ​ທີ່​ມີ​ຄຸນ​ວຸດ​ທິ.

ອະ​ທິ​ການ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຝ່າຍ​ສາດ​ສະ​ໜາ ຖ້າ​ຫາກ​ສະ​ມາ​ຊິກ​ຄິດ​ຢາກ​ຂ້າ​ຕົວ​ຕາຍ ຫລື ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ. ເພິ່ນ​ກໍ​ຍັງ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ມື​ອາ​ຊີບ​ທັນ​ທີ.

ເຖິງ​ແມ່ນ​ຄົນ​ທີ່​ຮັກ, ຜູ້​ນຳ, ແລະ ມື​ອາ​ຊີບ, ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ ແຕ່​ກໍ​ບໍ່​ສາ​ມາດ​ປ້ອງ​ກັນ​ການ​ຂ້າ​ຕົວ​ຕາຍ​ໄດ້​ສະ​ເໝີ​ໄປ. ມັນ​ປະ​ຄວາມ​ເຈັບ​ປວດ​ໃຈ​ຢ່າງ​ຮຸນ​ແຮງ, ຄວາມ​ກະ​ວົນ​ກະ​ວາຍ​ທາງ​ອາ​ລົມ, ແລະ ຄຳ​ຖາມ​ທີ່​ຍັງ​ບໍ່​ມີ​ຄຳ​ຕອບ​ສຳ​ລັບ​ຄົນ​ທີ່​ຮັກ ແລະ ຄົນ​ອື່ນໆ. ຜູ້​ນຳ​ຄວນ​ໃຫ້​ຄຳ​ປຶກ​ສາ ແລະ ປອບ​ໂຍນ​ຄອບ​ຄົວ. ພວກ​ເພິ່ນ​ຄວນ​ໃຫ້​ການ​ບຳ​ລຸງ​ລ້ຽງ ແລະ ການ​ສະ​ໜັບ​ສະ​ໜູນ.

ການ​ປິດ​ຊີ​ວິດ​ຂອງ​ຕົວ​ເອງ​ແມ່ນ​ບໍ່​ຖືກ​ຕ້ອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ຄວາມ​ຄິດ, ການ​ກະ​ທຳ, ແລະ ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບຸກ​ຄົນ (ເບິ່ງ 1 ຊາ​ມູ​ເອນ 16:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:9).

ຜູ້​ທີ່​ໄດ້​ສູນ​ເສຍ​ຄົນ​ຮັກ​ໄປ​ກັບ​ການ​ຂ້າ​ຕົວ​ຕາຍ​ສາ​ມາດ​ພົບ​ຄວາມ​ຫວັງ ແລະ ການ​ປິ່ນ​ປົວ​ໄດ້​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

38.6.23

ຄົນ​ຂ້າມ​ເພດ

ຄົນ​ຂ້າມ​ເພດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ຊັບ​ຊ້ອນ. ສະ​ມາ​ຊິກ ແລະ ຜູ້​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ທີ່​ລະ​ບຸ​ຕົນ​ວ່າ​ເປັນ​ຄົນ​ຂ້າມ​ເພດ—ແລະ ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ—ຄວນ​ຖືກ​ປະ​ຕິ​ບັດ​ຕໍ່​ດ້ວຍ​ຄວາມ​ຮູ້​ສຶກ​ໄວ, ຄວາມ​ເມດ​ຕາ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ຄວາມ​ຮັກ​ຢ່າງ​ຫລວງ​ຫລາຍ​ເໝືອນ​ດັ່ງ​ພຣະ​ຄຣິດ. ທຸກ​ຄົນ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ການ​ປະ​ຊຸມ​ວັນ​ອາ​ທິດ, ແລະ ກິດ​ຈະ​ກຳ​ການ​ພົບ​ປະ​ສັງ​ສັນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 38.1.1).

ເພດ​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ສຳ​ຄັນ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຈຸດ​ປະ​ສົງ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ເພດ ຢູ່​ໃນ ການ​ປະ​ກາດ​ເລື່ອງ​ຄອບ​ຄົວ ແມ່ນ ເພດ​ຊີ​ວະ​ພາບ​ໃນ​ເວ​ລາ​ເກີດ. ບາງ​ຄົນ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ເພດ​ຊີ​ວະ​ພາບ ແລະ ເອ​ກະ​ລັກ​ທາງ​ເພດ​ຂອງ​ຕົນ. ດ້ວຍ​ເຫດ​ນີ້, ເຂົາ​ເຈົ້າ​ຈຶ່ງ​ອາດ​ລະ​ບຸ​ຕົນ​ວ່າ​ເປັນ​ຄົນ​ຂ້າມ​ເພດ. ສາດ​ສະ​ໜາ​ຈັກ​ບໍ່​ມີ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສາ​ເຫດ​ຂອງ​ຜູ້​ລະ​ບຸ​ຕົນ​ວ່າ​ເປັນ​ຄົນ​ຂ້າມ​ເພດ.

ການ​ມີ​ສ່ວນ​ຮ່ວມ​ສ່ວນ​ໃຫຍ່​ໃນ​ສາດ​ສະ​ໜາ​ຈັກ ແລະ ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ບາງ​ພິ​ທີ​ບໍ່​ໄດ້​ລະ​ບຸ​ເພດ. ບຸກ​ຄົນ​ຂ້າມ​ເພດ​ອາດ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 38.2.8.10. ເຂົາ​ເຈົ້າ​ອາດ​ຮັບ​ສ່ວນ​ສິນ​ລະ​ລຶກ ແລະ ຮັບ​ເອົາ​ພອນ​ຖາ​ນະ​ປະ​ໂລ​ຫິດ​ເຊັ່ນ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ ແລະ ພິ​ທີ​ການ​ພຣະ​ວິ​ຫານ​ແມ່ນ​ໄດ້​ຮັບ​ຕາມ​ເພດ​ຊີ​ວະ​ພາບ​ໃນ​ເວ​ລາ​ເກີດ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ແນະ​ນຳ​ບໍ່​ໃຫ້​ໃຊ້​ຢາ ຫລື ເຮັດ​ໄສ​ຍະ​ກຳ ເພື່ອ​ພະ​ຍາ​ຍາມ​ປ່ຽນ​ແປງ​ເພດ​ກົງ​ກັນ​ຂ້າມ​ກັບ​ເພດ​ຊີ​ວະ​ພາບ​ໃນ​ເວ​ລາ​ເກີດ (“ການ​ແປງ​ເພດ”). ຜູ້​ນຳ​ແນະ​ນຳ​ວ່າ​ການ​ດຳ​ເນີນ​ການ​ເຫລົ່າ​ນີ້​ຈະ​ເປັນ​ເຫດ​ໃຫ້​ຖືກ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ.

ຜູ້​ນຳ​ກໍ​ຍັງ​ແນະ​ນຳ​ບໍ່​ໃຫ້​ປ່ຽນ​ສະ​ຖາ​ນະ​ທາງ​ສັງ​ຄົມ​ນຳ​ອີກ. ການ​ປ່ຽນ​ສະ​ຖາ​ນະ​ທາງ​ສັງ​ຄົມ​ແມ່ນ​ລວມ​ທັງ ການ​ປ່ຽນ​ເຄື່ອງ​ແຕ່ງ​ກາຍ ຫລື ແຕ່ງ​ເພດ, ຫລື ປ່ຽນ​ຊື່ ຫລື ສັບ​ພະ​ນາມ, ເພື່ອ​ສະ​ແດງ​ຕົນ​ຕ່າງ​ຈາກ​ເພດ​ຊີ​ວະ​ພາບ​ໃນ​ເວ​ລາ​ເກີດ. ຜູ້​ນຳ​ແນະ​ນຳ​ວ່າ ຄົນ​ທີ່​ປ່ຽນ​ສະ​ຖາ​ນະ​ທາງ​ສັງ​ຄົມ​ຈະ​ຖືກ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ບາງ​ຢ່າງ​ໃນ​ຊ່ວງ​ການ​ປ່ຽນ​ແປງ​ນີ້.

ການ​ຈຳ​ກັດ​ແມ່ນ​ລວມ​ທັງ​ການ​ຮັບ ຫລື ການ​ໃຊ້​ຖາ​ນະ​ປະ​ໂລ​ຫິດ, ການ​ຮັບ ຫລື ການ​ໃຊ້​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ແລະ ການ​ຮັບ​ເອົາ​ການ​ເອີ້ນ​ບາງ​ຢ່າງ​ຂອງ​ສາດ​ສະ​ໜາ​ຈັກ. ເຖິງ​ແມ່ນ​ວ່າ​ສິດ​ທິ​ພິ​ເສດ​ບາງ​ຢ່າງ​ຂອງ​ສາດ​ສະ​ໜາ​ຈັກ​ອາດ​ຖືກ​ຈຳ​ກັດ, ແຕ່​ການ​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ​ດ້ານ​ອື່ນ​ແມ່ນ​ຍິນ​ດີ​ຕ້ອນ​ຮັບ.

ຖ້າ​ຫາກ​ສະ​ມາ​ຊິກ​ຕັດ​ສິນ​ໃຈ​ປ່ຽນ​ຊື່ ຫລື ປ່ຽນ​ສັບ​ພະ​ນາມ​ທີ່​ຕ້ອງ​ການ​ໃຊ້, ຊື່​ທີ່​ຕ້ອງ​ການ​ນັ້ນ​ຈະ​ຖືກ​ລະ​ບຸ​ໄວ້​ໃນ​ຊ່ອງ​ວ່າງ​ຊື່​ທີ່​ຕ້ອງ​ການ​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ. ບຸກ​ຄົນ​ອາດ​ຖືກ​ເອີ້ນ​ຕາມ​ຊື່​ທີ່​ຕ້ອງ​ການ​ໃນ​ຫວອດ.

ສະ​ຖາ​ນະ​ການ​ຈະ​ແຕກ​ຕ່າງ​ກັນ​ໃນ​ແຕ່​ລະ​ໜ່ວຍ ແລະ ແຕ່​ລະ​ບຸກ​ຄົນ. ສະ​ມາ​ຊິກ ແລະ ຜູ້​ນຳ​ປຶກ​ສາ​ນຳ​ກັນ ແລະ ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຝ່າຍ​ປະ​ທານ​ເຂດ​ຈະ​ຊ່ວຍ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ແກ້​ໄຂ​ສະ​ຖາ​ນະ​ການ​ເປັນ​ສ່ວນ​ບຸກ​ຄົນ​ຢ່າງ​ລະ​ອຽດ​ອ່ອນ. ອະ​ທິ​ການ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ. ປະ​ທານ​ສະ​ເຕກ ແລະ ປະ​ທານ​ເຜີຍ​ແຜ່​ຕ້ອງ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຈາກ​ຝ່າຍ​ປະ​ທານ​ເຂດ (ເບິ່ງ 32.6.3).

38.7

ນະ​ໂຍ​ບາຍ​ການ​ແພດ ແລະ ສຸ​ຂະ​ພາບ

38.7.2

ການ​ຝັງ ຫລື ການ​ເຜົາ​ສົບ

ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ​ຕັດ​ສິນ​ໃຈ​ວ່າ ສົບ​ຂອງ​ຜູ້​ກ່ຽວ​ຄວນ​ຖືກ​ຝັງ ຫລື ຖືກ​ເຜົາ. ພວກ​ເພິ່ນ​ເຄົາ​ລົບ​ຄວາມ​ປາດ​ຖະ​ໜາ​ຂອງ​ບຸກ​ຄົນ.

ໃນ​ບາງ​ປະ​ເທດ, ກົດ​ໝາຍ​ກຳ​ນົດ​ໃຫ້​ເຜົາ. ໃນ​ບາງ​ກໍ​ລະ​ນີ, ຄອບ​ຄົວ​ບໍ່​ສາ​ມາດ​ທຳ​ການ​ຝັງ ຫລື ບໍ່​ມີ​ເງິນ​ພໍ​ຄ່າ​ຝັງ. ໃນ​ທຸກ​ກໍ​ລະ​ນີ, ຄວນ​ປະ​ຕິ​ບັດ​ຕໍ່​ສົບ​ຂອງ​ຜູ້​ຕາຍ​ດ້ວຍ​ຄວາມ​ເຄົາ​ລົບ ແລະ ຄາ​ລະ​ວະ. ສະ​ມາ​ຊິກ​ຄວນ​ໝັ້ນ​ໃຈ​ວ່າ ອຳ​ນາດ​ແຫ່ງ​ການ​ຟື້ນ​ຄືນ​ພຣະ​ຊົນ​ມີ​ຜົນ​ສະ​ເໝີ (ເບິ່ງ ແອວ​ມາ 11:42–45).

ເມື່ອ​ເປັນ​ໄປ​ໄດ້, ສົບ​ຂອງ​ສະ​ມາ​ຊິກ​ທີ່​ເສຍ​ຊີ​ວິດ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ຄວນ​ໃສ່​ເຄື່ອງ​ນຸ່ງ​ພິ​ທີ​ພຣະ​ວິ​ຫານ ເມື່ອ​ຖືກ​ຝັງ ຫລື ຖືກ​ເຜົາ (ເບິ່ງ 38.5.8).

38.7.3

ເດັກ​ທີ່​ຕາຍ​ກ່ອນ​ເກີດ (ເດັກ​ທີ່​ຕາຍ​ຕອນ​ຄອດ ແລະ ເດັກ​ທີ່​ຕາຍ​ເນື່ອງ​ຈາກ​ຫລຸ)

ພໍ່​ແມ່​ຕັດ​ສິນ​ໃຈ​ວ່າ​ຈະ​ຈັດ​ພິ​ທີ​ລະ​ນຶກ ຫລື ພິ​ທີ​ຂ້າງ​ຫລຸມ​ສົບ​ຫລື​ບໍ່.

ພິ​ທີ​ການ​ພຣະ​ວິ​ຫານ​ແມ່ນ​ບໍ່​ຈຳ​ເປັນ ຫລື ຕ້ອງ​ປະ​ຕິ​ບັດ​ສຳ​ລັບ​ເດັກ​ທີ່​ຕາຍ​ກ່ອນ​ເກີດ. ນີ້​ບໍ່​ໄດ້​ປະ​ຕິ​ເສດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເດັກ ທີ່​ຈະ​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ໃນ​ນິ​ລັນ​ດອນ. ພໍ່​ແມ່​ຖືກ​ຊຸກ​ຍູ້​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສະ​ແຫວງ​ຫາ​ການ​ປອບ​ໂຍນ​ຈາກ​ພຣະ​ອົງ.

38.7.4

ກາ​ລຸນ​ຍະ​ຄາດ

ຊີ​ວິດ​ມະ​ຕະ​ເປັນ​ຂອງ​ປະ​ທານ​ອັນ​ລ້ຳ​ຄ່າ​ຈາກ​ພຣະ​ເຈົ້າ. ກາ​ລຸນ​ຍະ​ຄາດ​ຄື​ການ​ຈົບ​ຊີ​ວິດ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ໂດຍ​ເຈດ​ຕະ​ນາ ຜູ້​ກຳ​ລັງ​ທຸກ​ທໍ​ລະ​ມານ​ກັບ​ພະ​ຍາດ​ທີ່​ຮັກ​ສາ​ບໍ່​ຫາຍ ຫລື ອາ​ການ​ອື່ນ. ບຸກ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ກາ​ລຸນ​ຍະ​ຄາດ, ລວມ​ທັງ​ການ​ຊ່ວຍ​ຄົນ​ໃດ​ຄົນ​ໜຶ່ງ​ໃຫ້​ຂ້າ​ຕົວ​ຕາຍ, ໄດ້​ລະ​ເມີດ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ອາດ​ລະ​ເມີດ​ກົດ​ໝາຍ​ບ້ານ​ເມືອງ​ນຳ​ອີກ.

ການ​ຢຸດ​ຕິ ຫລື ການ​ບໍ່​ຍອມ​ໃຊ້​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ທີ່​ຮຸນ​ແຮງ​ສຳ​ລັບ​ບຸກ​ຄົນ​ທີ່​ເຖິງ​ບັ້ນ​ທ້າຍ​ຊີ​ວິດ ບໍ່​ໄດ້​ຖື​ວ່າ​ເປັນ​ກາ​ລຸນ​ຍະ​ຄາດ (ເບິ່ງ 38.7.11).

38.7.5

ການ​ຕິດ​ເຊື້ອ HIV ແລະ ໂຣກ​ເອດ

ສະ​ມາ​ຊິກ​ທີ່​ຕິດ​ເຊື້ອ HIV (ໄວ​ລັດ​ພູ​ມີ​ຄຸ້ມ​ກັນ​ບົກ​ພ່ອງ​ໃນ​ຕົວ​ຄົນ) ຫລື ຜູ້​ເປັນ​ໂຣກ​ເອດ (ກຸ່ມ​ອາ​ການ​ໂຣກ​ຄຸ້ມ​ກັນ​ບົກ​ພ່ອງ) ຄວນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ທີ່​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ. ການ​ເຂົ້າ​ຮ່ວມ​ຂອງ​ເຂົາ​ເຈົ້າ​ບໍ່​ເປັນ​ໄພ​ຕໍ່​ສຸ​ຂະ​ພາບ​ຂອງ​ຄົນ​ອື່ນ.

38.7.8

ການ​ແພດ ແລະ ການ​ດູ​ແລ​ສຸ​ຂະ​ພາບ

ການ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ແພດ​ຜູ້​ຊ່ຽວ​ຊານ, ການ​ໃຊ້​ສັດ​ທາ, ແລະ ການ​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທຳ​ງານ​ດ້ວຍ​ກັນ​ໃນ​ການ​ປິ່ນ​ປົວ, ອີງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສະ​ມາ​ຊິກ​ບໍ່​ຄວນ​ໃຊ້ ຫລື ສົ່ງ​ເສີມ​ການ​ປະ​ຕິ​ບັດ​ດ້ານ​ການ​ແພດ ຫລື ດ້ານ​ສຸ​ຂະ​ພາບ​ທີ່​ໜ້າ​ສົງ​ໄສ​ທາງ​ສິນ​ທຳ, ທາງ​ວິນ​ຍານ, ແລະ ທາງ​ກົດ​ໝາຍ. ຜູ້​ທີ່​ມີ​ບັນ​ຫາ​ສຸ​ຂະ​ພາບ​ຄວນ​ປຶກ​ສາ​ກັບ​ແພດ​ມື​ອາ​ຊີບ ທີ່​ມີ​ໃບ​ອະ​ນຸ​ຍາດ​ໃນ​ເຂດ​ບ່ອນ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ງານ.

38.7.9

ກັນ​ຊາ​ທາງ​ການ​ແພດ

ສາດ​ສະ​ໜາ​ຈັກ​ຕໍ່​ຕ້ານ​ການ​ໃຊ້​ກັນ​ຊາ​ທີ່​ບໍ່​ແມ່ນ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ແພດ. ເບິ່ງ 38.7.14.

38.7.11

ການ​ຍືດ​ຊີ​ວິດ (ລວມ​ທັງ​ການ​ໃຊ້​ເຄື່ອງ​ຊ່ວຍ​ຫາຍ​ໃຈ)

ສະ​ມາ​ຊິກ​ບໍ່​ຄວນ​ຮູ້​ສຶກ​ວ່າ​ຕ້ອງ​ຍືດ​ຊີ​ວິດ​ມະ​ຕະ ໂດຍ​ໃຊ້​ວິ​ທີ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ. ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້​ແມ່ນ​ດີ​ທີ່​ສຸດ​ໂດຍ​ຜູ້​ປ່ວຍ​ເອງ, ຖ້າ​ເປັນ​ໄປ​ໄດ້, ຫລື ໂດຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ. ເຂົາ​ເຈົ້າ​ຄວນ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຈາກ​ແພດ​ຜູ້​ຊ່ຽວ​ຊານ ແລະ ການ​ນຳ​ພາ​ຈາກ​ສະ​ຫວັນ​ຜ່ານ​ທາງ​ການ​ອະ​ທິ​ຖານ.

38.7.13

ການ​ສັກ​ວັກ​ຊີນ

ການ​ສັກ​ວັກ​ຊີນ​ໂດຍ​ແພດ​ມື​ອາ​ຊີບ​ຊ່ວຍ​ປ້ອງ​ກັນ​ສຸ​ຂະ​ພາບ ແລະ ຮັກ​ສາ​ຊີ​ວິດ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຊຸກ​ຍູ້​ໃຫ້​ປ້ອງ​ກັນ​ຕົນ​ເອງ, ລູກໆ​ຂອງ​ຕົນ, ແລະ ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ ຜ່ານ​ທາງ​ການ​ຊັກ​ວັກ​ຊີນ.

ສຸດ​ທ້າຍ​ແລ້ວ, ບຸກ​ຄົນ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຕັດ​ສິນ​ໃຈ​ເອງ​ກ່ຽວ​ກັບ​ການ​ສັກ​ວັກ​ຊີນ. ຖ້າ​ຫາກ​ສະ​ມາ​ຊິກ​ມີ​ຄວາມ​ກັງ​ວົນ, ເຂົາ​ເຈົ້າ​ຄວນ​ປຶກ​ສາ​ກັບ​ແພດ​ທີ່​ຊ່ຽວ​ຊານ​ມື​ອາ​ຊີບ ແລະ ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ.

38.7.14

ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ແລະ ການ​ປະ​ຕິ​ບັດ​ທີ່​ດີ​ຕໍ່​ສຸ​ຂະ​ພາບ

ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ຄື​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ສາດ​ສະ​ດາ​ທັງ​ຫລາຍ​ໄດ້​ຊີ້​ແຈງ​ວ່າ ຄຳ​ສອນ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89 ແມ່ນ​ລວມ​ທັງ ການ​ຫລີກ​ເວັ້ນ​ຈາກ​ຢາ​ດູດ, ເຄື່ອງ​ດື່ມ​ຮຸນ​ແຮງ (ເຫລົ້າ), ແລະ ເຄື່ອງ​ດື່ມ​ຮ້ອນ (ນ້ຳ​ຊາ ແລະ ກາ​ເຟ).

ມີ​ສານ ແລະ ການ​ປະ​ຕິ​ບັດ ທີ່​ອັນ​ຕະ​ລາຍ​ອື່ນໆ​ອີກ​ທີ່​ບໍ່​ໄດ້​ລະ​ບຸ​ໄວ້​ໃນ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ຫລື ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ. ສະ​ມາ​ຊິກ​ຄວນ​ໃຊ້​ປັນ​ຍາ ແລະ ການ​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ ໃນ​ການ​ເລືອກ​ສົ່ງ​ເສີມ​ສຸ​ຂະ​ພາບ​ຮ່າງ​ກາຍ, ວິນ​ຍານ, ແລະ ອາ​ລົມ.

38.8

ນະ​ໂຍ​ບາຍ​ການ​ບໍ​ລິ​ຫານ

38.8.1

ການ​ຮັບ​ເປັນ​ລູກ​ບຸນ​ທຳ ແລະ ການ​ດູ​ແລ​ອຸ​ປະ​ຖຳ

ການ​ຮັບ​ເປັນ​ລູກ​ບຸນ​ທຳ ແລະ ການ​ດູ​ແລ​ອຸ​ປະ​ຖຳ​ເດັກ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ເດັກ​ນ້ອຍ ແລະ ຄອບ​ຄົວ​ໄດ້. ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ ແລະ ນິ​ລັນ​ດອນ​ສາ​ມາດ​ຖືກ​ສ້າງ​ຂຶ້ນ​ຜ່ານ​ທາງ​ການ​ຂໍ​ລູກ​ມາ​ລ້ຽງ​ເປັນ​ລູກ​ບຸນ​ທຳ. ບໍ່​ວ່າ​ເດັກ​ນ້ອຍ​ມາ​ຢູ່​ກັບ​ຄອບ​ຄົວ​ຜ່ານ​ທາງ​ການ​ຮັບ​ເປັນ​ລູກ​ບຸນ​ທຳ ຫລື ໃຫ້​ກຳ​ເນີດ​ເອງ, ພວກ​ເຂົາ​ເປັນ​ພອນ​ອັນ​ປະ​ເສີດ​ລ້ຳ​ທີ່​ເທົ່າ​ທຽມ​ກັນ.

ສະ​ມາ​ຊິກ​ຜູ້​ສະ​ແຫວງ​ຫາ​ການ​ຮັບ​ເດັກ​ເປັນ​ລູກ​ບຸນ​ທຳ ຫລື ການ​ດູ​ແລ​ອຸ​ປະ​ຖຳ​ເດັກ​ຄວນ​ເຊື່ອ​ຟັງ​ກົດ​ໝາຍ​ທີ່​ນຳ​ໃຊ້​ທັງ​ໝົດ​ຂອງ​ປະ​ເທດ ແລະ ລັດ​ຖະ​ບານ​ທີ່​ກ່ຽວ​ຂ້ອງ.

38.8.4

ລາຍ​ເຊັນ ແລະ ຮູບ​ຖ່າຍ​ຂອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ເຈົ້າ​ໜ້າ​ທີ່​ສາ​ມັນ, ແລະ ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຄວນ​ຂໍ​ລາຍ​ເຊັນ​ຈາກ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ເຈົ້າ​ໜ້າ​ທີ່​ສາ​ມັນ, ຫລື ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ. ການ​ກະ​ທຳ​ເຊັ່ນ​ນັ້ນ​ຈະ​ລົດ​ຄຸນ​ຄ່າ​ການ​ເອີ້ນ​ທີ່​ສັກ​ສິດ​ຂອງ​ພວກ​ເພິ່ນ ແລະ ວິນ​ຍານ​ຂອງ​ການ​ປະ​ຊຸມ. ມັນ​ທັງ​ເປັນ​ການ​ກີດ​ກັນ​ພວກ​ເພິ່ນ​ຈາກ​ການ​ທັກ​ທາຍ​ສະ​ມາ​ຊິກ​ຄົນ​ອື່ນໆ​ນຳ​ອີກ.

ສະ​ມາ​ຊິກ​ບໍ່​ຄວນ​ຖ່າຍ​ຮູບ​ເອົາ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ເຈົ້າ​ໜ້າ​ທີ່​ສາ​ມັນ, ຫລື ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ.

38.8.7

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ລວມ​ທັງ:

ຝ່າຍ​ປະ​ທານ​ສູງ​ສຸດ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ອ່ານ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ. ວາ​ລະ​ສານ​ສາ​ມາດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ສຶກ​ສາ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ຮູ້​ສຶກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ, ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ດ້ວຍ​ສັດ​ທາ, ແລະ ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຍິ່ງ​ຂຶ້ນ.

38.8.8

ຊື່, ເຄື່ອງ​ໝາຍ​ຕົວ​ອັກ​ສອນ, ແລະ ສັນ​ຍາ​ລັກ​ຂອງ​ສາດ​ສະ​ໜາ​ຈັກ

ຮູບ​ພາບ
ເຄື່ອງ​ໝາຍ​ຕົວ​ອັກ​ສອນ ແລະ ສັນ​ຍາ​ລັກ​ຂອງ​ສາດ​ສະ​ໜາ​ຈັກ

ຊື່​ຂອງ​ສາດ​ສະ​ໜາ​ຈັກ, ເຄື່ອງ​ໝາຍ​ຕົວ​ອັກ​ສອນ, ແລະ ສັນ​ຍາ​ລັກ​ເປັນ​ຕົວ​ລະ​ບຸ​ຫລັກ​ຂອງ​ສາດ​ສະ​ໜາ​ຈັກ.

ເຄື່ອງ​ໝາຍ​ຕົວ​ອັກ​ສອນ ແລະ ສັນ​ຍາ​ລັກ. ເຄື່ອງ​ໝາຍ​ຕົວ​ອັກ​ສອນ ແລະ ສັນ​ຍາ​ລັກ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ​ຮູບ​ພາບ​ປະ​ກອບ​ຂ້າງ​ເທິງ) ແມ່ນ​ໃຫ້​ໃຊ້​ສະ​ເພາະ​ເມື່ອ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເທົ່າ​ນັ້ນ. ມັນ​ບໍ່​ຄວນ​ຖືກ​ໃຊ້​ເປັນ​ສິ່ງ​ປະ​ດັບ. ທັງ​ບໍ່​ຄວນ​ຖືກ​ໃຊ້​ໃນ​ທາງ​ສ່ວນ​ຕົວ, ການ​ຄ້າ, ຫລື ການ​ສົ່ງ​ເສີມ​ໃດໆ.

38.8.10

ຄອມ​ພິວ​ເຕີ

ຄອມ​ພິວ​ເຕີ ແລະ ຊອບ​ແວ​ທີ່​ໃຊ້​ຢູ່​ໃນ​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ຖືກ​ຈັດ​ຫາ​ໃຫ້​ໂດຍ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຫລື ໂດຍ​ຫ້ອງ​ການ​ເຂດ. ຜູ້​ນຳ ແລະ ສະ​ມາ​ຊິກ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນີ້​ເພື່ອ​ສະ​ໜັບ​ສະ​ໜູນ​ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ, ລວມ​ທັງ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ.

ຊອບ​ແວ​ທັງ​ໝົດ​ໃນ​ຄອມ​ພິວ​ເຕີ​ເຫລົ່າ​ນີ້​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຢ່າງ​ຖືກ​ຕ້ອງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ.

38.8.12

ອຸ​ປະ​ກອນ​ຫລັກ​ສູດ

ສາດ​ສະ​ໜາ​ຈັກ​ຈັດ​ຫາ​ອຸ​ປະ​ກອນ​ເພື່ອ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ອຸ​ປະ​ກອນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ພຣະ​ຄຳ​ພີ, ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ວາ​ລະ​ສານ, ຄູ່​ມື, ປຶ້ມ, ແລະ ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ. ຜູ້​ນຳ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ໃຊ້​ພຣະ​ຄຳ​ພີ ແລະ ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ​ຕາມ​ຄວາມ​ຕ້ອງ​ການ ເພື່ອ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ.

38.8.14

ເຄື່ອງ​ແຕ່ງ​ກາຍ ແລະ ລັກ​ສະ​ນະ​ພາຍ​ນອກ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຊຸກ​ຍູ້​ໃຫ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຮ່າງ​ກາຍ ໃນ​ການ​ເລືອກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ເຄື່ອງ​ແຕ່ງ​ກາຍ ແລະ ລັກ​ສະ​ນະ​ພາຍ​ນອກ​ທີ່​ເໝາະ​ສົມ. ສິ່ງ​ທີ່​ເໝາະ​ສົມ​ແມ່ນ​ແຕກ​ຕ່າງ​ກັນ​ໄປ​ຕາມ​ວັດ​ທະ​ນະ​ທຳ ແລະ ໂອ​ກາດ​ຕ່າງໆ.

38.8.16

ວັນ​ຖື​ສິນ​ອົດ​ເຂົ້າ

ສະ​ມາ​ຊິກ​ສາ​ມາດ​ຖື​ສິນ​ອົດ​ເຂົ້າ​ໄດ້​ທຸກ​ເວ​ລາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ປົກ​ກະ​ຕິ​ແລ້ວ ເຂົາ​ເຈົ້າ​ຖື​ປະ​ຕິ​ບັດ​ວັນ​ຊະ​ບາ​ໂຕ​ທຳ​ອິດ​ຂອງ​ເດືອນ​ເປັນ​ວັນ​ຖື​ສິນ​ອົດ​ເຂົ້າ.

ຕາມ​ປົກ​ກະ​ຕິ​ແລ້ວ ວັນ​ຖື​ສິນ​ອົດ​ເຂົ້າ​ແມ່ນ​ລວມ​ທັງ​ການ​ອະ​ທິ​ຖານ, ບໍ່​ກິນ​ອາ​ຫານ ແລະ ເຄື່ອງ​ດື່ມ​ເປັນ​ເວ​ລາ 24 ຊົ່ວ​ໂມງ (ຖ້າ​ຮ່າງ​ກາຍ​ສາ​ມາດ), ແລະ ບໍ​ລິ​ຈາກ​ເງິນ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ຢ່າງ​ເພື່ອ​ແຜ່. ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ເງິນ​ບໍ​ລິ​ຈາກ​ເພື່ອ​ຊ່ວຍ​ຄົນ​ຂັດ​ສົນ (ເບິ່ງ 22.2.2).

ບາງ​ຄັ້ງ​ກອງ​ປະ​ຊຸມ​ທົ່ວ​ໂລກ ຫລື ໃນ​ທ້ອງ​ຖິ່ນ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ຊະ​ບາ​ໂຕ​ທຳ​ອິດ​ຂອງ​ເດືອນ. ເມື່ອ​ສິ່ງ​ນີ້​ເກີດ​ຂຶ້ນ, ຝ່າຍ​ປະ​ທານ​ສະ​ເຕກ​ຈະ​ກຳ​ນົດ​ວັນ​ຊະ​ບາ​ໂຕ​ວັນ​ອື່ນ​ສຳ​ລັບ​ວັນ​ຖື​ສິນ​ອົດ​ເຂົ້າ.

38.8.17

ການ​ພະ​ນັນ ແລະ ຫວຍ

ສາດ​ສະ​ໜາ​ຈັກ​ຕໍ່​ຕ້ານ ແລະ ແນະ​ນຳ​ບໍ່​ໃຫ້​ຫລິ້ນ​ການ​ພະ​ນັນ​ໃນ​ທຸກ​ຮູບ​ແບບ. ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ພະ​ນັນ​ກິ​ລາ ແລະ ຫວຍ​ທີ່​ລັດ​ຖະ​ບານ​ສະ​ໜັບ​ສະ​ໜູນ.

38.8.19

ການ​ຍ້າຍ​ຖິ່ນ​ຖານ

ສະ​ມາ​ຊິກ​ທີ່​ຍັງ​ຢູ່​ໃນ​ປະ​ເທດ​ບ້ານ​ເກີດ​ເມືອງ​ນອນ​ມັກ​ຈະ​ມີ​ໂອ​ກາດ​ເສີມ​ສ້າງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ຢູ່​ທີ່​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຍ້າຍ​ຖິ່ນ​ຖານ​ໄປ​ຢູ່​ປະ​ເທດ​ອື່ນ​ເປັນ​ການ​ເລືອກ​ສ່ວນ​ຕົວ.

ສະ​ມາ​ຊິກ​ທີ່​ຍ້າຍ​ໄປ​ຢູ່​ປະ​ເທດ​ອື່ນ​ຄວນ​ເຄົາ​ລົບ​ກົດ​ໝາຍ​ທີ່​ນຳ​ໃຊ້​ທັງ​ໝົດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:21).

ຜູ້​ສອນ​ສາດ​ສະ​ໜາ​ບໍ່​ຄວນ​ສະ​ເໜີ​ຕົວ​ອຸ​ປະ​ຖຳ​ການ​ຍ້າຍ​ຖິ່ນ​ຖານ​ຂອງ​ຄົນ​ອື່ນ.

38.8.22

ກົດ​ໝາຍ​ບ້ານ​ເມືອງ

ສະ​ມາ​ຊິກ​ຄວນ​ເຊື່ອ​ຟັງ, ໃຫ້​ກຽດ, ແລະ ສະ​ໜັບ​ສະ​ໜູນ​ກົດ​ໝາຍ​ໃນ​ປະ​ເທດ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່ ຫລື ເດີນ​ທາງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:21–22; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:12). ສິ່ງ​ນີ້​ແມ່ນ​ລວມ​ທັງ​ກົດ​ໝາຍ​ສັ່ງ​ຫ້າມ​ການ​ເລາະ​ເຜີຍ​ແຜ່.

38.8.25

ການ​ສື່​ສານ​ຂອງ​ສະ​ມາ​ຊິກ​ກັບ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ໂທ​ລະ​ສັບ, ອີ​ເມວ, ຫລື ຂຽນ​ຈົດ​ໝາຍ​ຫາ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ກ່ຽວ​ກັບ​ຄຳ​ຖາມ​ເລື່ອງ​ຄຳ​ສອນ, ການ​ທ້າ​ທາຍ​ສ່ວນ​ຕົວ, ຫລື ຄຳ​ຮ້ອງ. ສະ​ມາ​ຊິກ​ຖືກ​ຊຸກ​ຍູ້​ໃຫ້​ຕິດ​ຕໍ່​ຫາ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ, ລວມ​ທັງ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ປະ​ທານ​ກຸ່ມ​ແອວ​ເດີ, ເມື່ອ​ສະ​ແຫວງ​ຫາ​ການ​ນຳ​ພາ​ທາງ​ວິນ​ຍານ (ເບິ່ງ 31.3).

38.8.27

ສະ​ມາ​ຊິກ​ທີ່​ພິ​ການ

ຜູ້​ນຳ ແລະ ສະ​ມາ​ຊິກ​ຖືກ​ຊຸກ​ຍູ້​ໃຫ້​ແກ້​ໄຂ​ຄວາມ​ຕ້ອງ​ການ​ຂອງ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ໜ່ວຍ​ຂອງ​ຕົນ. ສະ​ມາ​ຊິກ​ທີ່​ພິ​ການ​ແມ່ນ​ມີ​ຄ່າ ແລະ ສາ​ມາດ​ປະ​ກອບ​ສ່ວນ​ໃນ​ວິ​ທີ​ທາງ​ທີ່​ມີ​ຄວາມ​ໝາຍ​ໄດ້. ຄວາມ​ພິ​ການ​ອາດ​ເປັນ​ທາງ​ສະ​ຕິ​ປັນ​ຍາ, ສັງ​ຄົມ, ອາ​ລົມ, ຫລື ຮ່າງ​ກາຍ.

38.8.29

ສາດ​ສະ​ໜາ​ອື່ນ

ສິ່ງ​ທີ່​ສ້າງ​ແຮງ​ດົນ​ບັນ​ດານ​ໃຈ, ຄວາມ​ສູງ​ສົ່ງ, ແລະ ຄຸນ​ຄ່າ​ກັບ​ການ​ເຄົາ​ລົບ​ສູງ​ສຸດ ມີ​ຢູ່​ໃນ​ຫລາຍ​ສາດ​ສະ​ໜາ​ອື່ນໆ. ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ​ຕ້ອງ​ມີ​ຄວາມ​ຮູ້​ສຶກ​ໄວ ແລະ ເຄົາ​ລົບ​ຄວາມ​ເຊື່ອ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຄົນ​ອື່ນ.

38.8.30

ກິດ​ຈະ​ກຳ​ການ​ເມືອງ ແລະ ພົນ​ລະ​ເຮືອນ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຊຸກ​ຍູ້​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ພາ​ລະ​ກິດ​ການ​ເມືອງ ແລະ ການ​ປົກ​ຄອງ. ໃນ​ຫລາຍ​ປະ​ເທດ, ສິ່ງ​ນີ້​ອາດ​ລວມ​ທັງ:

  • ການ​ລົງ​ຄະ​ແນນ​ສຽງ.

  • ການ​ເຂົ້າ​ຮ່ວມ ຫລື ຮັບ​ໃຊ້​ໃນ​ພັກ​ການ​ເມືອງ.

  • ການ​ໃຫ້​ເງິນ​ສະ​ໜັບ​ສະ​ໜູນ.

  • ການ​ສື່​ສານ​ກັບ​ເຈົ້າ​ໜ້າ​ທີ່​ພັກ ແລະ ຜູ້​ສະ​ໝັກ.

  • ການ​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ທີ່​ຖືກ​ເລືອກ​ຕັ້ງ ຫລື ຖືກ​ແຕ່ງ​ຕັ້ງ​ໃນ​ລັດ​ຖະ​ບານ​ທ້ອງ​ຖິ່ນ ແລະ ແຫ່ງ​ຊາດ.

ສະ​ມາ​ຊິກ​ກໍ​ຍັງ​ຖືກ​ຊຸກ​ຍູ້​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ອຸ​ດົມ​ການ​ທີ່​ມີ​ຄຸນ​ຄ່າ ເພື່ອ​ເຮັດ​ໃຫ້​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ​ເປັນ​ສະ​ຖານ​ທີ່ ທີ່​ດີ​ສຳ​ລັບ​ການ​ອາ​ໄສ​ຢູ່ ແລະ ລ້ຽງ​ດູ​ຄອບ​ຄົວ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ​ບໍ່​ຄວນ​ຈັດ​ກຸ່ມ​ໃຫ້​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ການ​ເມືອງ. ຜູ້​ນຳ​ທັງ​ບໍ່​ຄວນ​ພະ​ຍາ​ຍາມ​ຊັກ​ຈູງ​ວ່າ​ສະ​ມາ​ຊິກ​ຄວນ​ມີ​ສ່ວນ​ຮ່ວມ​ໃນ​ແບບ​ໃດ.

ຜູ້​ນຳ ແລະ ສະ​ມາ​ຊິກ​ກໍ​ຄວນ​ຫລີກ​ເວັ້ນ​ຈາກ​ການ​ຖະ​ແຫລງ ຫລື ການ​ປະ​ພຶດ​ທີ່​ອາດ​ຕີ​ຄວາມ​ໝາຍ​ວ່າ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ພັກ​ການ​ເມືອງ, ເວ​ທີ​ຫາ​ສຽງ, ນະ​ໂຍ​ບາຍ, ຫລື ຜູ້​ສະ​ໝັກ.

38.8.31

ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ສະ​ມາ​ຊິກ

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຈຳ​ເປັນ​ຕ້ອງ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ສະ​ມາ​ຊິກ. ບັນ​ທຶກ, ປຶ້ມ​ລາຍ​ຊື່, ແລະ ຂໍ້​ມູນ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ສຳ​ລັບ​ຈຸດ​ປະ​ສົງ​ສ່ວນ​ຕົວ, ທາງ​ການ​ຄ້າ, ຫລື ທາງ​ການ​ເມືອງ.

38.8.35

ຊາວ​ອົບ​ພະ​ຍົບ

ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ໜຶ່ງ​ຂອງ​ເຂົາ​ເຈົ້າ​ໃນ​ການ​ດູ​ແລ​ຄົນ​ຂັດ​ສົນ (ເບິ່ງ ໂມ​ໄຊ​ຢາ 4:26), ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ມັກ​ໃຫ້​ເວ​ລາ, ພອນ​ສະ​ຫວັນ, ຄວາມ​ເປັນ​ເພື່ອນ ເພື່ອ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

38.8.36

ການ​ຂໍ​ເງິນ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ

ສະ​ມາ​ຊິກ​ທີ່​ຂັດ​ສົນ​ຖືກ​ຊຸກ​ຍູ້​ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ ແທນ​ທີ່​ຈະ​ຕິດ​ຕໍ່​ຫາ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຫລື ຂໍ​ເງິນ​ຈາກ​ຜູ້​ນຳ ຫລື ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ.