ຄູ່​ມື ແລະ ການ​ເອີ້ນ
8. ກຸ່ມ​ແອວ​ເດີ


“8. ກຸ່ມ​ແອວ​ເດີ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“8. ກຸ່ມ​ແອວ​ເດີ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ເວົ້າ​ລົມ​ກັນ

8.

ກຸ່ມ​ແອວ​ເດີ

8.1

ຈຸດ​ປະ​ສົງ ແລະ ອົງ​ການ

8.1.1

ຈຸດ​ປະ​ສົງ

ຜູ້​ຊາຍ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ທີ່​ມີ​ຄ່າ​ຄວນ ສາ​ມາດ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ແອວ​ເດີ. ຜູ້​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ນັ້ນ​ໄດ້​ເຂົ້າ​ໃນ​ພັນ​ທະ​ສັນ​ຍາ​ສັກ​ສິດ ເພື່ອ​ຊ່ວຍ​ພຣະ​ເຈົ້າ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ (ເບິ່ງ ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:33–44).

8.1.2

ສະ​ມາ​ຊິກ​ກະ​ພາບ​ໃນ​ກຸ່ມ​ແອວ​ເດີ

ແຕ່​ລະ​ຫວອດ​ມີ​ກຸ່ມ​ແອວ​ເດີ. ມັນ​ຮ່ວມ​ດ້ວຍ​ອ້າຍ​ນ້ອງ​ດັ່ງ​ຕໍ່​ໄປ​ນີ້:

  • ແອວ​ເດີ​ທຸກ​ຄົນ​ໃນ​ຫວອດ.

  • ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ​ໃນ​ຫວອດ (ເບິ່ງ 8.4).

  • ມະ​ຫາ​ປະ​ໂລ​ຫິດ​ໃນ​ຫວອດ​ທຸກ​ຄົນ, ຍົກ​ເວັ້ນ​ຜູ້​ທີ່​ກຳ​ລັງ​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສະ​ເຕກ, ໃນ​ຝ່າຍ​ອະ​ທິ​ການ, ໃນ​ສະ​ພາ​ສູງ, ຫລື ເປັນ​ປິ​ຕຸ.

ຊາຍ​ໜຸ່ມ​ສາ​ມາດ​ເລີ່ມ​ຕົ້ນ​ໄປ​ຮ່ວມ​ການ​ປະ​ຊຸມ​ກຸ່ມ​ແອວ​ເດີ ເມື່ອ​ເຂົາ​ມີ​ອາ​ຍຸ​ຄົບ 18 ປີ, ເຖິງ​ແມ່ນ​ເຂົາ​ຍັງ​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ​ເທື່ອ​ກໍ​ຕາມ. ເມື່ອ​ມີ​ອາ​ຍຸ 19 ​ປີ​ ຫລື ເມື່ອ​ໄດ້​ຍ້າຍ​ອອກ​ຈາກ​ເຮືອນ, ດັ່ງ​ເຊັ່ນ​ການ​ໄປ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ຫລື ການ​ຮັບ​ໃຊ້​ເຜີຍ​ແຜ່, ເຂົາ​ຄວນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ ຖ້າ​ຫາກ​ເຂົາ​ມີ​ຄ່າ​ຄວນ.

ຜູ້​ຊາຍ​ອາ​ຍຸ​ນ້ອຍ​ກວ່າ 18 ປີ​ທີ່​ແຕ່ງ​ງານ​ແລ້ວ ຄື​ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ ແລະ ເປັນ​ສະ​ມາ​ຊິກ​ກຸ່ມ​ແອວ​ເດີ​ເຊັ່ນ​ກັນ.

8.2

ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

8.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

8.2.1.2

ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ໃນ​ການ​ປະ​ຊຸມ​ກຸ່ມ

ການ​ປະ​ຊຸມ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່​ຂອງ​ເດືອນ. ມັນ​ໃຊ້​ເວ​ລາ 50 ນາ​ທີ. ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ວາງ​ແຜນ​ການ​ປະ​ຊຸມ​ເຫລົ່າ​ນີ້. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ດຳ​ເນີນ​ການ​ປະ​ຊຸມ.

ການ​ປະ​ຊຸມ​ກຸ່ມ​ສຸມ​ໃສ່​ຫົວ​ຂໍ້​ໃນ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ລ່າ​ສຸດ ໜຶ່ງ​ເລື່ອງ ຫລື ຫລາຍ​ກວ່າ​ນັ້ນ.

8.2.1.3

ກິດ​ຈະ​ກຳ

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ອາດ​ວາງ​ແຜນ​ກິດ​ຈະ​ກຳ. ກິດ​ຈະ​ກຳ​ສ່ວນ​ຫລາຍ​ຖືກ​ຈັດ​ຂຶ້ນ​ໃນ​ເວ​ລາ​ທີ່​ນອກ​ເໜືອ​ໄປ​ຈາກ​ແລງ​ວັນ​ອາ​ທິດ ຫລື ແລງວັນ​ຈັນ.

8.2.2

ການ​ດູ​ແລ​ຄົນ​ຂັດ​ສົນ

8.2.2.1

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ສະ​ມາ​ຊິ​ກ​ກຸ່ມ​ແອວ​ເດີ​ຮັບ​ວຽກ​ງານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ຝ່າຍ​ປະ​ທານ​ກຸ່ມ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ບົດ​ທີ 21.

8.2.2.2

ຄວາມ​ຕ້ອງ​ການ​ໄລ​ຍະ​ສັ້ນ

ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ ແລະ ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້. ສະ​ມາ​ຊິກ​ອາດ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໄລ​ຍະ​ສັ້ນ​ໃນ​ເວ​ລາ​ມີ​ຄວາມ​ເຈັບ​ປ່ວຍ, ການ​ເກີດ, ການ​ຕາຍ, ຕົກ​ງານ, ແລະ ໃນ​ສະ​ຖາ​ນະ​ການ​ອື່ນໆ.

ເມື່ອ​ຈຳ​ເປັນ, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈະ​ຂໍ​ໃຫ້​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ຊ່ວຍ​ເຫລືອ.

8.2.2.3

ຄວາມ​ຕ້ອງ​ການ​ໄລ​ຍະ​ຍາວ ແລະ ການ​ກຸ້ມ​ຕົນ​ເອງ

ຕາມທີ່​ປະ​ສານ​ງານ​ໂດຍ​ອະ​ທິ​ການ, ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຈະ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ເລື່ອງ​ຄວາມ​ຕ້ອງ​ການ​ໄລ​ຍະ​ຍາວ ແລະ ການ​ກຸ້ມ​ຕົນ​ເອງ.

ປະ​ທານ​ກຸ່ມ​ແອວ​ເດີ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຫລື ຜູ້​ນຳ​ຄົນ​ອື່ນ​ຈະ​ຊ່ວຍ​ບຸກ​ຄົນ ຫລື ຄອບ​ຄົວ​ພັດ​ທະ​ນາ ແຜນ​ການ​ກຸ້ມ​ຕົນ​ເອງ. ອ້າຍ​ນ້ອງ ຫລື ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສາ​ມາດ​ຊ່ວຍ​ເຫລືອ​ໃນ​ແຜນ​ນີ້.

8.2.2.4

ເມື່ອ​ສະ​ມາ​ຊິກ​ຫວອດ​ເສຍ​ຊີ​ວິດ

ເມື່ອ​ສະ​ມາ​ຊິກ​ຫວອດ​ເສຍ​ຊີ​ວິດ, ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໃຫ້​ການ​ປອບ​ໂຍນ ແລະ ຊ່ວຍ​ເຫລືອ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ທິ​ການ, ເຂົາ​ເຈົ້າ​ສາ​ມາດ​ຊ່ວຍ​ໃນ​ພິ​ທີ​ສົ່ງ​ສະ​ການ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 38.5.8.

8.2.3

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

ປະ​ທານ​ກຸ່ມ​ແອວ​ເດີ​ມອບ​ໝາຍ​ໃຫ້​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ຊ່ວຍ​ນຳ​ພາ​ວຽກ​ງານ​ເຜີຍ​ແຜ່​ຂອງ​ສະ​ມາ​ຊິກ​ໃນ​ຫວອດ. ລາວ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ ເພື່ອ​ປະ​ສານ​ວຽກ​ງານ​ເຫລົ່າ​ນີ້.

ເບິ່ງ 23.5.1 ​ແລະ 23.5.3.

8.2.4

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ

ປະ​ທານ​ກຸ່ມ​ແອວ​ເດີ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ຊ່ວຍ​ນຳ​ພາ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຢູ່​ໃນ​ຫວອດ. ລາວ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ ເພື່ອ​ປະ​ສານ​ວຽກ​ງານ​ເຫລົ່າ​ນີ້.

ເບິ່ງ 25.2.2.

8.3

ຜູ້​ນຳ​ກຸ່ມ​ແອວ​ເດີ

8.3.1

ຝ່າຍ​ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ

ປະ​ທານ​ກຸ່ມ​ແອວ​ເດີ​ຮັບ​ຜິດ​ຊອບ​ໂດຍ​ກົງ​ຕໍ່​ຝ່າຍ​ປະ​ທານ​ສະ​ເຕກ. ລາວ​ພົບ​ກັບ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ເປັນ​ປະ​ຈຳ ເພື່ອ​ຮັບ​ການ​ຊີ້​ນຳ ແລະ ລາຍ​ງານ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລາວ.

ປະ​ທານ​ກຸ່ມ​ແອວ​ເດີ​ກໍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ອະ​ທິ​ການ​ເຊັ່ນ​ກັນ, ຜູ້​ເປັນ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ໃນ​ຫວອດ. ພວກ​ເພິ່ນ​ພົບ​ກັນ​ເປັນ​ປະ​ຈຳ.

8.3.2

ສະ​ມາ​ຊິກ​ສະ​ພາ​ສູງ

ຝ່າຍ​ປະ​ທານ​ສະ​ເຕກ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ໜຶ່ງ​ເປັນ​ຕົວ​ແທນ​ພວກ​ເພິ່ນ​ໃນ​ກຸ່ມ​ແອວ​ເດີ​ແຕ່​ລະ​ກຸ່ມ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ​ມີ​ລະ​ບຸ​ໄວ້​ໃນ 6.5.

8.3.3

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

8.3.3.1

ການ​ເອີ້ນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

ຫລັງ​ຈາກ​ໄດ້​ປຶກ​ສາ​ກັບ​ອະ​ທິ​ການ​ແລ້ວ, ປະ​ທານ​ສະ​ເຕກ​ຈະ​ເອີ້ນ​ແອວ​ເດີ ຫລື ມະ​ຫາ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ກຸ່ມ​ແອວ​ເດີ.

ຖ້າ​ຫາກ​ໜ່ວຍ​ສາດ​ສະ​ໜາ​ຈັກ​ໃຫຍ່​ພໍ, ປະ​ທານ​ກຸ່ມ​ແອວ​ເດີ​ຈະ​ແນະ​ນຳ​ຊື່​ແອວ​ເດີ ຫລື ມະ​ຫາ​ປະ​ໂລ​ຫິດ​ຄົນ​ໜຶ່ງ ຫລື ສອງ​ຄົນ​ຕໍ່​ປະ​ທານ​ສະ​ເຕກ ເພື່ອ​ຊ່ວຍ​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ຂອງ​ລາວ.

8.3.3.2

ໜ້າ​ທີ່​ຮັບ​ຜິດ​ຊອບ

ປະ​ທານ​ກຸ່ມ​ແອວ​ເດີ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້. ທີ່​ປຶກ​ສາ​ຂອງ​ລາວ​ຊ່ວຍ​ເຫລືອ​ລາວ

  • ຮັບ​ໃຊ້​ໃນ​ສະ​ພາ​ຫວອດ.

  • ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ກຸ່ມ​ເພື່ອ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (​ເບິ່ງ ບົດ​ທີ 1).

  • ຈັດ​ລະ​ບຽບ ແລະ ດູ​ແລ​ການ​ຮັບ​ໃຊ້​ຂອງ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

  • ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ທິ​ການ, ຈະ​ປຶກ​ສາ​ກັບ​ສະ​ມາ​ຊິກ​ຜູ້​ໃຫຍ່​ໃນ​ຫວອດ.

  • ປະ​ສານ​ຄວາມ​ພະ​ຍາ​ຍາມ​ຂອງ​ກຸ່ມ​ແອວ​ເດີ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອ້າຍ​ນ້ອງ​ຜູ້​ໃຫຍ່​ໜຸ່ມ, ທັງ​ເປັນ​ໂສດ ແລະ ແຕ່ງ​ງານ​ແລ້ວ.

  • ພົບ​ກັບ​ສະ​ມາ​ຊິກ​ກຸ່ມ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ ຢ່າງ​ໜ້ອຍ​ປີ​ລະ​ເທື່ອ.

  • ສິດ​ສອນ​ສະ​ມາ​ຊິກ​ກຸ່ມ​ໃຫ້​ຮູ້​ໜ້າ​ທີ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຕົນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:89). ສິ່ງນີ້​ລວມ​ທັງ​ການ​ສິດ​ສອນ​ເຂົາ​ເຈົ້າ​ໃຫ້​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຕົນ ໃນ​ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ການ​ໃຫ້​ພອນ.

  • ດູ​ແລ​ບັນ​ທຶກ​ກຸ່ມ, ລາຍ​ງານ, ແລະ ການ​ເງິນ (ເບິ່ງ LCR.ChurchofJesusChrist.org).

8.3.3.3

ການ​ປະ​ຊຸມ​ຝ່າຍ​ປະ​ທານ

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ເລ​ຂາ​ນຸ​ການ​ພົບ​ກັນ​ເປັນ​ປະ​ຈຳ. ປະ​ທານ​ດຳ​ເນີນ​ການ​ປະ​ຊຸມ​ເຫລົ່າ​ນີ້. ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ຖືກມອບ​ໝາຍ​ໃຫ້​ກຸ່ມ​ຈະ​ເຂົ້າ​ຮ່ວມ​ເປັນ​ບາງ​ຄັ້ງ.

ວາ​ລະ​ສາ​ມາດ​ລວມ​ທັງ​ລາຍ​ການ​ດັ່ງ​ຕໍ່​ໄປ​ນີ້:

  • ວາງ​ແຜນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ກຸ່ມ (ລວມ​ທັງ​ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ) ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

  • ປະ​ສານ​ວຽກ​ງານ​ເຜີຍ​ແຜ່ ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

  • ຕອບ​ຮັບ​ວຽກ​ງານ​ມອບ​ໝາຍ​ຈາກ​ການ​ປະ​ຊຸມ​ສະ​ພາ​ຫວອດ.

  • ທົບ​ທວນ​ຂໍ້​ມູນ​ຈາກ​ການ​ສຳ​ພາດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

  • ພິ​ຈາ​ລະ​ນາ​ບັນ​ດາ​ອ້າຍ​ນ້ອງ​ເພື່ອ​ຮັບ​ໃຊ້​ໃນ​ການ​ເອີ້ນ ແລະ ວຽກ​ງານ​ມອບ​ໝາຍ.

  • ວາງ​ແຜນ​ການ​ປະ​ຊຸມ​ກຸ່ມ ແລະ ກິດ​ຈະ​ກຳ.

8.3.4

ເລ​ຂາ​ນຸ​ການ

ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ອະ​ທິ​ການ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ອາດ​ເອີ້ນ​ສະ​ມາ​ຊິກ​ກຸ່ມ​ຄົນ​ໜຶ່ງ​ໃຫ້​ເປັນ​ເລ​ຂາ​ນຸ​ການ​ກຸ່ມ.

8.4

ການ​ຊ່ວຍ​ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ​ຄື ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເພດ​ຊາຍ​ທີ່​ຍັງ​ບໍ່​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ເທື່ອ ແລະ (1) ມີ​ອາ​ຍຸ 19 ປີ​ຂຶ້ນ​ໄປ ຫລື (2) ອາ​ຍຸ​ນ້ອຍກວ່າ 19 ປີ ແລະ ແຕ່ງ​ງານ​ແລ້ວ.

ການ​ຊ່ວຍ​ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ເປັນ​ເລື່ອງ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ​ສຸດ​ຢ່າງ​ໜຶ່ງ​ຂອງ​ຝ່າຍ​ປະ​ທານ​ກຸ່ມ.