ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ຂໍ​ໃຫ້​ເຮົາ​ເອື້ອມ​ອອກ​ໄປ ແລະ ດູ​ແລ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ຊົງ​ກະ​ທຳ, ໂດຍ​ສະ​ເພາະ​ຕໍ່​ຜູ້​ທີ່​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ຮັກ ແລະ ຮັບ​ການ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທັງ​ຫລາຍ​ທີ່​ຮັກ​ແພງ, ຂໍ​ຕ້ອນ​ຮັບ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ!

ຫລັງ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ, ຊິດ​ສະ​ເຕີ​ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ຜ່ານ​ສູນ​ກາງ​ປະ​ຊຸມ​ໃຫຍ່​ເພື່ອ​ທັກ​ທາຍ ແລະ ເພື່ອ​ຮັບ​ຟັງ​ປະ​ສົບ​ການ​ພຣະ​ກິດ​ຕິ​ຄຸນ​ຂອງ​ພວກ​ທ່ານ.

ສະ​ມາ​ຊິກ​ຂອງ​ເຮົາ​ຈາກ​ແມັກ​ຊິ​ໂກ​ໄດ້​ເວົ້າ​ວ່າ, “Hoy es el tiempo de Mexico [ມື້​ນີ້​ແມ່ນ​ເວ​ລາ​ຂອງ​ແມັກ​ຊິ​ໂກ].”

ຮູບ​ພາບ
ກຽວ​ລີ ແລະ ແມ​ຣີ ກັບ ແອວ​ເດີ ແລະ ຊິດ​ສະ​ເຕີ ກອງ

ພວກ​ເຮົາ​ໄດ້​ຮູ້​ວ່າ ກຽວ​ລີ ແລະ ແມ​ຣີ ແມ່ນ​ເພື່ອນ​ຈາກ​ປະ​ເທດ​ອັງ​ກິດ. ເມື່ອ​ແມ​ຣີ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ລາວ​ໄດ້​ສູນ​ເສຍ​ບ່ອນ​ຢູ່​ຂອງ​ລາວ. ກຽວ​ລີ​ໄດ້​ຊວນ​ແມ​ຣີ​ໃຫ້​ມາ​ຢູ່​ກັບ​ລາວ​ຢ່າງ​ໃຈ​ກວ້າງ​ຂວາງ. ເຕັມ​ໄປ​ດ້ວຍ​ສັດ​ທາ, ກຽວ​ລີ​ເວົ້າ​ວ່າ, “​ຂ້ອຍ​ບໍ່​ເຄີຍ​ສົງ​ໄສ​ເລີຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ກັບ​ຂ້ອຍ.” ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່, ກຽວ​ລີ​ຍັງ​ໄດ້​ພົບ​ກັບ​ຊິດ​ສະ​ເຕີ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ສອນ​ລາວ 47 ປີ​ກ່ອນ​ຢ່າງ​ຊົມ​ຊື່ນ​ຍິນ​ດີ​ອີກ​ຄັ້ງ.

ຮູບ​ພາບ
ແຈັຟ ແລະ ເມ​ລິ​ສາ ກັບ ແອວ​ເດີ ແລະ ຊິດ​ສະ​ເຕີ ກອງ

ແຈັຟ ແລະ ພັນ​ລະ​ຍາ​ຂອງ​ລາວ, ເມ​ລິ​ສາ, ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເປັນ​ເທື່ອ​ທຳ​ອິດ. ແຈັຟ​ເຄີຍ​ເປັນ​ນັກ​ຫລິ້ນ​ເບສ​ບໍ​ມື​ອາ​ຊີບ (ລາວ​ເປັນ​ຜູ້​ຮັບ​ບານ) ແລະ ຕອນ​ນີ້ ລາວ​ເປັນ​ແພດ​ຢາ​ສະ​ຫລົບ. ລາວ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຂ້ອຍ​ປະ​ຫລາດ​ໃຈ​ຫລາຍ, ທີ່​ຂ້ອຍ​ກຳ​ລັງ​ເດີນ​ໜ້າ​ສູ່​ການ​ບັບ​ຕິ​ສະ​ມາ ເພາະ​ມັນ​ຮູ້​ສຶກ​ວ່າ ມັນ​ເປັນ​ວິ​ຖີ​ຊີ​ວິດ​ທີ່​ແທ້​ຈິງ ແລະ ສັດ​ຊື່.”

ກ່ອນ​ໜ້າ​ນີ້, ເມ​ລິ​ສາ​ໄດ້​ຂໍ​ໂທດ​ກັບ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ແຈັຟ, “ແຈັຟ​ບໍ່​ຢາກ​ໃຫ້​ໃສ່ ‘ເສື້ອ​ຂາວ’ ໃນ​ເຮືອນ​ຂອງ​ພວກ​ເຮົາ.” ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ຫາ​ວິ​ທີ.” ດຽວ​ນີ້ ລາວ ແລະ ແຈັຟ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ. ຢູ່​ທີ່​ພິ​ທີ​ບັບ​ຕິ​ສະ​ມາ​ຂອງ​ແຈັຟ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ສາ​ນຸ​ຊົນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ທີ່​ແຈັຟ, ເມ​ລິ​ສາ, ແລະ ລູກ​ສາວ​ຂອງ​ເຂົາ​ເຈົ້າ, ຊາ​ລ໊ອດ, ຮັກ.

ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ດັ່ງ​ທີ່​ພຣະ​ອົງ​ຈະ​ຊົງ​ກະ​ທຳ ເພາະ​ຊີ​ວິດ​ກຳ​ລັງ​ລໍ​ຖ້າ​ທີ່​ຈະ​ຮັບ​ການ​ປ່ຽນ​ແປງ.

ເມື່ອ​ເພັກ​ກີ​ບອກ​ຂ້າ​ພະ​ເຈົ້າ​ວ່າ ສາ​ມີ​ຂອງ​ລາວ, ຈອນ, ຈະ​ຮັບ​ບັບ​ຕິ​ສະ​ມາ ຫລັງ​ຈາກ 31 ປີ​ຂອງ​ການ​ແຕ່ງ​ງານ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ ແມ່ນ​ຫຍັງ​ທີ່​ໄດ້​ປ່ຽນ​ແປງ​ໄປ.

ເພັກ​ກີ​ເວົ້າ​ວ່າ, “ຈອນ ແລະ ຂ້າ​ນ້ອຍ​ໄດ້​ສຶກ​ສາ ພ​ຣະ​ຄຳ​ພີ​ໃໝ່ ຈົ່ງ​ຕາມ​ເຮົາ​ມາ, ແລະ ຈອນ​ໄດ້​ຖາມ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ.”

ເພັກ​ກີ​ໄດ້​ເວົ້າ​ວ່າ, “ໃຫ້​ພວກ​ເຮົາ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ກັນ​ເທາະ.”

ຈອນ​ໄດ້​ເວົ້າ​ວ່າ, “ບໍ່​ໃຫ້​ມີ​ຜູ້​ສອນ​ສາດ​ສະ​ໜາ—ນອກ​ເສຍ​ຈາກ​ວ່າ ໝູ່​ຂ້ອຍ​ຈະ​ສາ​ມາດ​ມາ​ໄດ້.” ເປັນ​ເວ​ລາ 10 ກວ່າ​ປີ, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຈອນ ໄດ້​ກາຍ​ເປັນ​ໝູ່​ທີ່​ລາວ​ໄວ້​ວາງ​ໃຈ. (ຂ້າ​ພະ​ເຈົ້າ​ຄິດ​ວ່າ, ຖ້າ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຈອນ​ໄດ້​ເຊົາ​ມາ​ຫາ​ລາວ​ຫລັງ​ຈາກ​ໜຶ່ງ, ສອງ, ຫລື ເກົ້າ​ປີ​ເດ?)

ຈອນ​ໄດ້​ຟັງ. ລາວ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ. ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເຊື້ອ​ເຊີນ​ຈອນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ, ລາວ​ໄດ້​ຕອບ​ຕົກ​ລົງ. ເພັກ​ກີເ​ວົ້າ​ວ່າ “ຂ້ອຍ​ຕົກ​ຕະ​ລຶງ ແລະ ເລີ່ມ​ຮ້ອງ​ໄຫ້.”

ຈອນ​ໄດ້​ເວົ້າ​ວ່າ, “ຂ້ອຍ​ປ່ຽນ ຂະ​ນະ​ທີ່​ຂ້ອຍ​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ.” ຕໍ່​ມາ, ຈອນ ແລະ ເພັກ​ກີ​ໄດ້​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ສັກ​ສິດ. ເດືອນ​ທັນ​ວາ​ທີ່​ຜ່ານ​ມາ, ຈອນ​ໄດ້​ເສຍ​ຊີ​ວິດ​ໃນ​ໄວ 92 ປີ. ເພັກ​ກີ​ເວົ້າ​ວ່າ, “ຈອນ​ເປັນ​ຄົນ​ດີ​ມາ​ຕະ​ຫລອດ, ແຕ່​ລາວ​ໄດ້​ປ່ຽນ​ໄປ​ໃນ​ທາງ​ທີ່​ງົດ​ງາມ ຫລັງ​ຈາກ​ທີ່​ລາວ​ຮັບ​ບັບ​ຕິ​ສະ​ມາ.”

ຮູບ​ພາບ
ເຈັນ​ນີ ແລະ ເມັບ

ຊິດ​ສະ​ເຕີ​ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ເມັບ ແລະ ເຈັນ​ນີ​ທາງ​ວິ​ດີ​ໂອ ໃນ​ຊ່ວງ​ທີ່​ໂຄ​ວິດ​ລະ​ບາດ. (ພວກ​ເຮົາ​ໄດ້​ພົບ​ກັບ​ຄູ່​ສາ​ມີ​ພັນ​ລະ​ຍາ ແລະ ບຸກ​ຄົນ​ທີ່​ດີ​ເລີດ​ຫລາຍ​ຄົນ​ທາງ​ວິ​ດີ​ໂອ​ໃນ​ຊ່ວງ​ໂຄ​ວິດ, ແຕ່​ລະ​ຄົນ​ໄດ້​ຮັບ​ການ​ແນະ​ນຳ​ດ້ວຍ​ການ​ອະ​ທິ​ຖານ​ໂດຍ​ປະ​ທານ​ສະ​ເຕກ​ຂອງ​ເຂົາ​ເຈົ້າ.)

ເມັບ ແລະ ເຈັນ​ນີ​ໄດ້​ກ່າວ​ຢ່າງ​ຖ່ອມ​ຕົວ​ວ່າ ຄວາມ​ກັງ​ວົນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຂົາ​ເຈົ້າ​ສົງ​ໄສ​ວ່າ ຈະ​ສາ​ມາດ​ຮັກ​ສາ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ​ໄວ້​ໄດ້​ຫລື​ບໍ່, ແລະ ຖ້າ​ໄດ້, ຕ້ອງ​ເຮັດ​ແນວ​ໃດ. ເຂົາ​ເຈົ້າ​ເຊື່ອ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຂໍ້​ຜູກ​ມັດ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

ລອງ​ຈິນ​ຕະ​ນາ​ການ​ເບິ່ງ​ຄວາມ​ຊື່ນ​ຊົມ​ຂອງ​ຂ້າ​ພະ​ເຈົ້າ ເມື່ອ​ເມັບ ແລະ ເຈັນ​ນີ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃໝ່ ແລະ ກັບ​ຄືນ​ສູ່​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ກັນ. ຕໍ່​ມາ ເມັບ​ເກືອບ​ເສຍ​ຊີ​ວິດ. ຊ່າງ​ເປັນ​ພອນ​ແທ້ໆ ທີ່​ເມັບ ແລະ ເຈັນ​ນີ​ໄດ້​ຟື້ນ​ຟູ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ນຳ​ກັນ, ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຫລາຍ​ຄົນ​ທີ່​ຢູ່​ອ້ອມ​ຕົວ​ເຂົາ​ເຈົ້າ.

ທຸກ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄປ, ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ຢ່າງ​ກະ​ຕັນ​ຍູ​ຈາກ​ຜູ້​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຫ່ວງ​ໃຍ ເຊັ່ນ​ດຽວ​ກັບ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ກະ​ທຳ.

ຮູບ​ພາບ
ຊາລ​ວາ​ດໍ ກັບ ແອວ​ເດີ ແລະ ຊິດ​ສະ​ເຕີ ກອງ

ໃນ​ເປ​ຣູ, ຊິດ​ສະ​ເຕີ​ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຊາລ​ວາ​ດໍ ແລະ ອ້າຍ​ເອື້ອຍ​ຂອງ​ລາວ.1 ຊາລ​ວາ​ດໍ ແລະ ອ້າຍ​ເອື້ອຍ​ຂອງ​ລາວ​ເປັນ​ເດັກ​ກຳ​ພ້າ. ມັນ​ແມ່ນ​ວັນ​ເກີດ​ຂອງ​ຊາລ​ວາ​ດໍ. ຜູ້​ນຳ ແລະ ສະ​ມາ​ຊິກ​ສາດ​ສະ​ໜາ​ຈັກ​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ຊື່​ສັດ​ຕໍ່​ຄອບ​ຄົວ​ນີ້ ດົນ​ໃຈ​ຂ້າ​ພະ​ເຈົ້າ. “ທຳ​ມະ​ທີ່​ບໍ​ລິ​ສຸດ ແລະ ບໍ່​ມີ​ການ​ຊົ່ວ​ມົວ​ໝອງ … ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມ​ຢາມ​ລູກ​ກຳ​ພ້າ ແລະ ຍິງ​ໝ້າຍ,”2 “ຊ່ວຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ.”3

ໃນ​ຮົງ​ກົງ, ປະ​ທານ​ກຸ່ມ​ແອວ​ເດີ​ໄດ້​ແບ່ງ​ປັນ​ຢ່າງ​ສຸ​ພາບ​ອ່ອນ​ໂຍນ​ເຖິງ​ວິ​ທີ​ທີ່​ກຸ່ມ​ຂອງ​ເຂົາ​ເຈົ້າ​ດຳ​ເນີນ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ສະ​ໝໍ່າ​ສະ​ເໝີ 100 ເປີ​ເຊັນ. “ພວກ​ເຮົາ​ຈັດ​ຄູ່​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ວ່າ​ທຸກ​ຄົນ​ຈະ​ສາ​ມາດ​ໃຫ້​ການ​ດູ​ແລ ແລະ ຮັບ​ການ​ດູ​ແລ,” ລາວ​ກ່າວ. “ພວກ​ເຮົາ​ຖາມ​ແຕ່​ລະ​ຄູ່​ກ່ຽວ​ກັບ​ຜູ້​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່. ພວກ​ເຮົາ​ບໍ່​ໄດ້​ເຮັດ​ພໍ​ໃຫ້​ແລ້ວໆ​ໄປ; ແຕ່​ພວກ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ດູ​ແລ​ຜູ້​ຄົນ​ຂອງ​ພວກ​ເຮົາ.”

ຮູບ​ພາບ
ຄອບ​ຄົວ​ໂບ​ໂກ​ໂລ

ໃນ​ຄິນ​ຊາ​ຊາ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ, ປະ​ທານ​ໂບ​ໂກ​ໂລ ໄດ້​ແບ່ງ​ປັນ​ວ່າ ເພິ່ນ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຢູ່​ທີ່​ປະ​ເທດ​ຝຣັ່ງ​ແນວ​ໃດ. ມື້​ໜຶ່ງ, ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ອ່ານ​ປິ​ຕຸ​ພອນ​ຂອງ​ເພິ່ນ​ຢູ່​ນັ້ນ, ພຣະ​ວິນ​ຍານ​ໄດ້​ດົນ​ໃຈ ບຣາ​ເດີ ໂບ​ໂກ​ໂລ ໃຫ້​ກັບ​ຄືນ​ເມືອ ສ​ປ ຄອງ​ໂກ ກັບ​ຄອບ​ຄົວ​ຂອງ​ເພິ່ນ. ບຣາ​ເດີ ໂບ​ໂກ​ໂລ ຮູ້​ຢູ່​ແລ້ວ​ວ່າ ເພິ່ນ​ອາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຫລາຍ​ຢ່າງ ຖ້າ​ພວກ​ເພິ່ນ​ກັບ​ຄືນ​ເມືອ. ແລະ ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເພິ່ນ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຍັງ​ບໍ່​ທັນ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ເທື່ອ​ໃນ​ຄິນ​ຊາ​ຊາ.

ແຕ່, ດ້ວຍ​ສັດ​ທາ, ເຊັ່ນ​ດຽວ​ກັບ​ຄົນ​ອື່ນໆ​ຫລາຍ​ຄົນ, ຄອບ​ຄົວ​ໂບ​ໂກ​ໂລ​ໄດ້​ເຮັດ​ຕາມ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ຄິນ​ຊາ​ຊາ, ພວກ​ເພິ່ນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ເປັນ​ພອນ​ແກ່​ຄົນ​ທີ່​ຢູ່​ອ້ອມ​ຕົວ​ພວກ​ເພິ່ນ, ໄດ້​ເອົາ​ຊະ​ນະ​ການ​ທ້າ​ທາຍ, ໄດ້​ຮັບ​ພອນ​ຝ່າຍ​ວິນ​ຍານ ແລະ ຝ່າຍ​ໂລກ. ທຸກ​ມື້​ນີ້, ພວກ​ເພິ່ນ​ປິ​ຕິ​ຍິນ​ດີ​ກັບ​ການ​ມີ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ປະ​ເທດ​ຂອງ​ພວກ​ເພິ່ນ.4

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄົນ​ໜຶ່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ໂດຍ​ຕົວ​ຢ່າງ​ສ່ວນ​ຕົວ. ເມື່ອ​ຕອນ​ເປັນ​ຊາຍ​ໜຸ່ມ, ລາວ​ເວົ້າ​ວ່າ ລາວ​ໄດ້​ໃຊ້​ເວ​ລາ​ໃນ​ແຕ່​ລະ​ມື້​ຂອງ​ລາວ ນັ່ງ​ພັກ​ຜ່ອນ​ຢູ່​ຊາຍ​ຫາດ. ມື້​ໜຶ່ງ, ລາວ​ເວົ້າ​ວ່າ, “ຂ້າ​ນ້ອຍ​ໄດ້​ເຫັນ​ຜູ້​ຍິງ​ໜ້າ​ຕາ​ດີ​ຄົນ​ໜຶ່ງ​ໃນ​ຊຸດ​ລອຍ​ນໍ້າ​ທີ່​ສຸ​ພາບ​ຮຽບ​ຮ້ອຍ.” ດ້ວຍ​ຄວາມ​ປະ​ຫລາດ​ໃຈ, ລາວ​ໄດ້​ຍ່າງ​ໄປ​ຖາມ​ວ່າ ເປັນ​ຫຍັງ​ຜູ້​ຍິງ​ໜ້າ​ຕາ​ດີ​ເຊັ່ນ​ນີ້​ຈຶ່ງ​ໃສ່​ຊຸດ​ລອຍ​ນໍ້າ​ທີ່​ສຸ​ພາບ​ຮຽບ​ຮ້ອຍ​ແທ້. ນາງ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ໄດ້​ຖາມ​ພ້ອມ​ຮອຍ​ຍິ້ມ​ວ່າ, “ເຈົ້າ​ຢາກ​ໄປ​ໂບດ​ວັນ​ອາ​ທິດ​ນີ້​ບໍ່?” ລາວ​ເວົ້າ​ວ່າ ໄປ.

ຫລາຍ​ປີ​ກ່ອນ, ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ມອບ​ໝາຍ​ນຳ​ກັນ​ຢູ່​ນັ້ນ, ແອວ​ເດີ ແອວ ທອມ ແພ​ຣີ ໄດ້​ແບ່ງ​ປັນ​ວ່າ ເພິ່ນ ແລະ ຄູ່​ຂອງ​ເພິ່ນ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ປະ​ຈຳ​ຕໍ່​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ທີ່​ຢູ່​ຄົນ​ດຽວ​ໃນ​ຄຸ້ມ​ທີ່​ອັນ​ຕະ​ລາຍ​ໃນ​ເມືອງ​ບອສ​ຕັນ​ແນວ​ໃດ. ເມື່ອ​ແອວ​ເດີ ແພ​ຣີ ແລະ ຄູ່​ຂອງ​ເພິ່ນ​ໄປ​ຮອດ, ເອື້ອຍ​ນ້ອງ​ຜູ້​ນັ້ນ​ໄດ້​ກຳ​ຊັບ​ຢ່າງ​ລະ​ມັດ​ລະ​ວັງ​ວ່າ, “ປ່ອນ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຂອງ​ພວກ​ເຈົ້າ​ມາ​ທາງ​ລຸ່ມ​ປະ​ຕູ.” ພຽງ​ແຕ່​ຫລັງ​ຈາກ​ທີ່​ເຫັນ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ເທົ່າ​ນັ້ນ ລາວ​ຈຶ່ງ​ປົດ​ລ໊ອກ​ຫລາຍໆ​ອັນ ແລະ ເປີດ​ປະ​ຕູ.5 ແນ່​ນອນ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ວ່າ ຄູ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈຳ​ເປັນ​ຕ້ອງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ແຕ່​ຂ້າ​ພະ​ເຈົ້າ​ມັກ​ຄວາມ​ຄິດ​ທີ່​ວ່າ, ເມື່ອ​ຜູ້​ທີ່​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ບ້ານ​ກໍ​ປົດ​ລ໊ອກ ແລະ ໃຈ​ກໍ​ເປີດ​ອອກ.

ແອວ​ເດີ ແພ​ຣີ ຍັງ​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ໃຊ້​ໄດ້​ແທ້. ເພິ່ນ​ໄດ້​ກ່າວ​ວ່າ, “ມອບ​ໝາຍ​ວຽກ​ງານ​ໃນ​ຈຳ​ນວນ​ທີ່​ສົມ​ເຫດ​ສົມ​ຜົນ​ໃຫ້​ຄູ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເລືອກ​ດ້ວຍ​ການ​ອະ​ທິ​ຖານ, ຈັດ​ກຸ່ມ​ພື້ນ​ທີ່​ທາງ​ພູມ​ສາດ​ຢ່າງ​ເໝາະ​ສົມ ເພື່ອ​ວ່າ​ເວ​ລາ​ການ​ເດີນ​ທາງ​ຈະ​ຖືກ​ນຳ​ໃຊ້​ເປັນ​ຢ່າງ​ດີ.” ເພິ່ນ​ໄດ້​ແນະ​ນຳ​ວ່າ, “ເລີ່ມ​ຕົ້ນ​ຈາກ​ຜູ້​ທີ່​ຕ້ອງ​ການ​ການ​ຢ້ຽມ​ຢາມ​ຫລາຍ​ທີ່​ສຸດ. ສ້າງ​ຈາກ​ຜູ້​ທີ່​ມີ​ແນວ​ໂນ້ມ​ທີ່​ຈະ​ຕ້ອນ​ຮັບ ແລະ ຕອບ​ສະ​ໜອງ​ຕໍ່​ການ​ຢ້ຽມ​ຢາມ​ເປັນ​ຢ່າງ​ດີ.” ເພິ່ນ​ໄດ້​ສະ​ຫລຸບ​ວ່າ, “ຄວາມ​ສະ​ໝໍ່າ​ສະ​ເໝີ​ທີ່​ມີ​ສັດ​ທາ ນຳ​ການ​ອັດ​ສະ​ຈັນ​ມາ​ໃຫ້.”

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ6 ມີ​ມາ ເມື່ອ​ເຮົາ​ອະ​ທິ​ຖານ​ເພື່ອ “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ”7 ແລະ ເຮັດ​ຕາມ​ພຣະ​ວິນ​ຍານ. ນອກ​ຈາກ​ນີ້ ມັນ​ຍັງ​ມີ​ມາ ເມື່ອ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ດູ​ແລ​ຄວາມ​ພະ​ຍາ​ຍາມ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ລວມ​ທັງ​ການ​ມອບ​ໝາຍ​ຄູ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ກະ​ລຸ​ນາ​ໃຫ້​ໂອ​ກາດ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ເພື່ອ​ເປັນ​ຄູ່ ແລະ ຮັບ​ການ​ອົບ​ຮົມ​ໂດຍ​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ມີ​ປະ​ສົບ​ການ. ແລະ ກະ​ລຸ​ນາ​ໃຫ້​ຄົນ​ໜຸ່ມ​ລຸ້ນ​ໃໝ່​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ຄູ່​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ໃນ​ບາງ​ບ່ອນ​ໃນ​ສາດ​ສະ​ໜາ​ຈັກ, ພວກ​ເຮົາ​ມີ​ຊ່ອງ​ວ່າງ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ມີ​ຫລາຍ​ຄົນ​ເວົ້າ​ວ່າ ເຂົາ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແຕ່​ມີ​ໜ້ອຍ​ຄົນ​ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່. ເຮົາ​ບໍ່​ຕ້ອງ​ການ​ບັນ​ຊີ​ລາຍ​ການ​ຄວາມ​ຫ່ວງ​ໃຍ. ແຕ່​ຫລາຍ​ເທື່ອ​ທີ່​ເຮົາ​ຕ້ອງ​ການ​ຫລາຍ​ກວ່າ​ການ​ຖາມ​ສະ​ບາຍ​ດີ​ທີ່​ຈິງ​ໃຈ​ຢູ່​ໃນ​ຫ້ອງ​ໂຖງ ຫລື ຄຳ​ວ່າ “ມີ​ຫຍັງ​ໃຫ້​ຊ່ວຍ​ບໍ່?” ແບບ​ທຳ​ມະ​ດາ​ຢູ່​ບ່ອນ​ຈອດ​ລົດ. ຢູ່​ຫລາຍໆ​ບ່ອນ, ເຮົາ​ສາ​ມາດ​ເອື້ອມ​ອອກ​ໄປ, ເຂົ້າ​ໃຈ​ຄົນ​ອື່ນ ແລະ ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ, ແລະ ສ້າງ​ຄວາມ​ສຳ​ພັນ​ເມື່ອ​ເຮົາ​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ຢູ່​ທີ່​ບ້ານ​ຂອງ​ເຂົາ​ເຈົ້າ​ເປັນ​ປະ​ຈຳ. ຄຳ​ເຊີນ​ທີ່​ດົນ​ໃຈ​ປ່ຽນ​ຊີ​ວິດ. ເມື່ອ​ຄຳ​ເຊີນ​ຊ່ວຍ​ໃຫ້​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ, ເຮົາ​ກໍ​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຂົ້າ​ໃກ້​ຊຶ່ງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ.

ມີ​ກ່າວ​ໄວ້​ວ່າ ຜູ້​ທີ່​ເຂົ້າ​ໃຈ​ວິນ​ຍານ​ທີ່​ແທ້​ຈິງ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈະ​ເຮັດ​ຫລາຍ​ກວ່າ​ແຕ່​ກ່ອນ, ຂະ​ນະ​ທີ່​ຜູ້​ທີ່​ບໍ່​ເຂົ້າ​ໃຈ​ຈະ​ເຮັດ​ໜ້ອຍ​ລົງ. ຂໍ​ໃຫ້​ເຮົາ​ເຮັດ​ຫລາຍ​ຂຶ້ນ​ກວ່າ​ເກົ່າ, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊົງ​ກະ​ທຳ. ດັ່ງ​ທີ່​ເພງ​ສວດ​ຂອງ​ເຮົາ​ເວົ້າ​ວ່າ, “ເປັນ​ພອນ​ແຫ່ງ​ງານ​ໜ້າ​ທີ່ ແລະ ຮັກ.”8

ສະ​ພາ​ຫວອດ, ກຸ່ມ​ແອວ​ເດີ, ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ກະ​ລຸ​ນາ​ຟັງ​ຜູ້​ລ້ຽງ​ແກະ​ທີ່​ດີ ແລະ ຊ່ວຍ​ພຣະ​ອົງ “ຊອກ​ຫາ​ແກະ​ໂຕ​ທີ່​ຫລົງ​ເສຍ​ໄປ, … ນຳ​ແກະ​ໂຕ​ທີ່​ຊັດ​ເຊ​ພະ​ເນ​ຈອນ​ໄປ​ນັ້ນ​ກັບ​ຄືນ​ມາ, … ພັນ​ບາດ​ແຜ​ໂຕ​ທີ່​ໄດ້​ຖືກ​ທຳ​ຮ້າຍ, … ປິ່ນ​ປົວ​ໂຕ​ທີ່​ເຈັບ​ໂຊ.”9 ເຮົາ​ອາດ​ຕ້ອນ​ຮັບ “[ທູດ​ສະ​ຫວັນ] ຢ່າງ​ບໍ່​ຮູ້​ຕົວ”10 ຂະ​ນະ​ທີ່​ເຮົາ​ກຽມ​ຫ້ອງ​ໃນ​ໂຮງ​ແຮມ​ຂອງ​ພຣະ​ອົງ​ສຳ​ລັບ​ທຸກ​ຄົນ.11

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ເປັນ​ພອນ​ໃຫ້​ຄອບ​ຄົວ ແລະ ບຸກ​ຄົນ; ມັນ​ຍັງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຫວອດ ແລະ ສາ​ຂາ​ນຳ​ອີກ. ໃຫ້​ຄິດ​ວ່າ ຫວອດ ຫລື ສາ​ຂາ​ຂອງ​ທ່ານ​ເປັນ​ລະ​ບົບ​ນິ​ເວດ​ທາງ​ວິນ​ຍານ. ໃນ​ວິນ​ຍານ​ຂອງ​ຄຳ​ປຽບ​ທຽບ​ເລື່ອງ​ຕົ້ນ​ໝາກ​ກອກ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເຈົ້າ​ຂອງ​ສວນ​ອະ​ງຸ່ນ ແລະ ຄົນ​ໃຊ້​ຂອງ​ເພິ່ນ ນຳ​ໝາກ​ທີ່​ລໍ້າ​ຄ່າ​ມາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕົ້ນ​ໄມ້​ແຕ່​ລະ​ຕົ້ນ ໂດຍ​ການ​ຕໍ່​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ອ່ອນ​ແອ​ຂອງ​ຕົ້ນ​ໄມ້​ທັງ​ໝົດ​ໃສ່​ກັນ.12 ເຈົ້າ​ຂອງ​ສວນ​ອະ​ງຸ່ນ ແລະ ຄົນ​ໃຊ້​ຂອງ​ເພິ່ນ​ຖາມ​ຢ່າງ​ຊໍ້າໆ​ວ່າ, “ເຮົາ​ຈະ​ເຮັດ​ແນວ​ໃດ​ຕື່ມ​ອີກ?”13 ຮ່ວມ​ກັນ, ພວກ​ເພິ່ນ​ເປັນ​ພອນ​ໃຫ້​ໃຈ ແລະ ບ້ານ, ຫວອດ ແລະ ສາ​ຂາ, ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ແລະ ສະ​ໝໍ່າ​ສະ​ເໝີ.14

ຮູບ​ພາບ
ຮາກ​ເຫງົ້າ ແລະ ກິ່ງ​ງ່າ​ທີ່​ກ້ຽວ​ພັນ​ກັນ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ—ການ​ລ້ຽງ​ແກະ—ເຮັດ​ໃຫ້​ສວນ​ອະ​ງຸ່ນ​ຂອງ​ເຮົາ​ເປັນ “ກາຍ​ດຽວ”15—ຄື​ປ່າ​ສັກ​ສິດ. ຕົ້ນ​ໄມ້​ແຕ່​ລະ​ຕົ້ນ​ໃນ​ປ່າ​ຂອງ​ເຮົາ​ແມ່ນ​ຕົ້ນ​ຕະ​ກຸນ​ທີ່​ມີ​ຊີ​ວິດ. ຮາກ​ເຫງົ້າ ແລະ ກິ່ງ​ງ່າ​ກໍ​ສານ​ກັນ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ພອນ​ໃຫ້​ແກ່​ຫລາຍໆ​ລຸ້ນ​ຄົນ. ເມື່ອ​ການ​ຮັບ​ໃຊ້​ເປັນ​ທີ່​ຕ້ອງ​ການ, ອະ​ທິ​ການ​ທີ່​ສະ​ຫລາດ, ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຈະ​ຖາມ​ວ່າ, “ແມ່ນ​ໃຜ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ?” ສະ​ພາ​ຫວອດ ແລະ ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ບໍ່​ພຽງ​ແຕ່​ຖາມ​ກ່ຽວ​ກັບ​ການ​ທ້າ​ທາຍ ຫລື ບັນ​ຫາ​ເທົ່າ​ນັ້ນ ແຕ່​ຍັງ​ເບິ່ງ​ດ້ວຍ​ຕາ ເພື່ອ​ເຫັນ​ນຳ​ອີກ ແລະ ປິ​ຕິ​ຍິນ​ດີ​ໃນ​ຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດັ່ງ​ທີ່​ພຣະ​ອົງ​ຈະ​ຊົງ​ກະ​ທຳ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ.16 ເພາະ​ພຣະ​ອົງ​ເປັນ​ຄົນ​ດີ, ພຣະ​ອົງ​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ.17 ພຣະ​ອົງ​ອວຍ​ພອນ​ທັງ​ແກະ​ໂຕ​ໜຶ່ງ ແລະ 99 ໂຕ. ພຣະ​ອົງ​ເປັນ​ຕົວ​ຢ່າງ​ທີ່​ດີ​ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຮົາ​ເຮັດ “ແກ່​ຜູ້​ທີ່​ຕໍ່າ​ຕ້ອຍ​ທີ່​ສຸດ” ດັ່ງ​ທີ່​ເຮົາ​ຈະ​ເຮັດ​ແກ່​ພຣະ​ອົງ,18 ເມື່ອ​ເຮົາ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ,19 ເມື່ອ​ເຮົາ “ຮັກ​ຊຶ່ງ​ກັນ​ແລະ​ກັນ [ເໝືອນ​ດັ່ງ​ທີ່​ພຣະ​ອົງ] ຮັກ​ເຮົາ,”20 ແລະ ເມື່ອ “ຜູ້​ໃດ​ໃນ​ພວກ​ເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພວກ​ເຈົ້າ.”21

ພຣະ​ເຢ​ຊູ​ຄຣິດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ທູດ​ສະ​ຫວັນ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.22 ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ “ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ກັນ​ແລະ​ກັນ,”23 “ຊົມ​ຊື່ນ​ຍິນ​ດີ​ກັບ​ຜູ້​ທີ່​ຊົມ​ຊື່ນ​ຍິນ​ດີ ຮ້ອງ​ໄຫ້​ກັບ​ຜູ້​ທີ່​ຮ້ອງ​ໄຫ້,”24 “ດູ​ແລ … ແລະ ບຳ​ລຸງ​ລ້ຽງ​ຜູ້​ຄົນ … ໃນ​ສິ່ງ​ທີ່​ຊອບ​ທຳ,”25 “ຈື່​ຈຳ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ ແລະ ຄົນ​ທີ່​ເປັນ​ທຸກ,”26 ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ.27 ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດັ່ງ​ທີ່​ພຣະ​ອົງ​ຈະ​ຊົງ​ກະ​ທຳ, ເຮົາ​ກໍ​ເປັນ​ພະ​ຍານ​ຕໍ່​ການ​ອັດ​ສະ​ຈັນ​ຕ່າງໆ​ຂອງ​ພຣະ​ອົງ ແລະ ພອນ​ຂອງ​ພຣະ​ອົງ.28 ເຮົາ​ຮັບ “ພາ​ລະ​ກິດ ຊຶ່ງ​ປະ​ເສີດ​ກວ່າ.”29

ເຮົາ​ອາດ​ອິດ​ເມື່ອຍ​ຝ່າຍ​ຮ່າງ​ກາຍ. ແຕ່​ໃນ​ການ​ຮັບ​ໃຊ້​ພຣະ​ອົງ ເຮົາ “ຢ່າ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ.”30 ເຮົາ​ເຮັດ​ໃຫ້​ດີ​ທີ່​ສຸດ​ຢ່າງ​ພາກ​ພຽນ, ໂດຍ​ບໍ່​ແລ່ນ​ໄວ​ກວ່າ​ກຳ​ລັງ​ຂອງ​ຕົນ,31 ແຕ່​ໄວ້​ວາງ​ໃຈ, ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສິດ​ສອນ​ວ່າ “ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ.”32 ເພາະ​ພຣະ​ເຈົ້າ​ຜູ້​ຊົງ “ປະ​ທານ​ແນວ​ປູກ​ໃຫ້​ແກ່​ຜູ້​ຫວ່ານ ກັບ​ທັງ​ອາ​ຫານ​ສຳ​ລັບ​ກິນ ຈະ​ຊົງ​ປະ​ທານ​ແນວ​ປູກ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ທັງ​ຈະ​ຊົງ​ບັນ​ດານ​ໃຫ້​ແນວ​ປູກ​ນັ້ນ​ທະ​ວີ​ຫລາຍ​ຂຶ້ນ.”33 ໃນ​ອີກ​ຄຳ​ໜຶ່ງ, ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້ “ເຈົ້າ​ທັງ​ຫລາຍ​ຮັ່ງ​ມີ ດ້ວຍ​ສິ່ງ​ຂອງ​ຢ່າງ​ບໍ​ລິ​ບູນ.”34 ພວກ​ເຂົາ​ຜູ້​ທີ່ “ຫວ່ານ​ຫລາຍ​ກໍ​ເກັບ​ກ່ຽວ​ໄດ້​ຫລາຍ.”35

ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ​ໃນ​ຊ່ວງ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ຂໍ​ໃຫ້​ເຮົາ​ເອື້ອມ​ອອກ​ໄປ ແລະ ດູ​ແລ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ຊົງ​ກະ​ທຳ, ໂດຍ​ສະ​ເພາະ​ຕໍ່​ຜູ້​ທີ່​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ຮັກ ແລະ ຮັບ​ການ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ຂໍ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ ແລະ ເຂົ້າ​ໃກ້​ກັນ​ແລະ​ກັນ​ຫລາຍ​ຂຶ້ນ, ໂດຍ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ ແລະ ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ພຣະ​ອົງ​ຢາກ​ໃຫ້​ເຮົາ​ເປັນ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຊິດ​ສະ​ເຕີ​ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮ່ວມ​ກັບ ແອວ​ເດີ ເອນ​ຣິ​ເກ ແລະ ຊິດ​ສະ​ເຕີ ຣຸດ ຟາ​ລາ​ເບ​ຢາ ສຳ​ລັບ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້. ຊາລ​ວາ​ດໍ ແລະ ອ້າຍ​ເອື້ອຍ​ຂອງ​ລາວ ຕອນ​ນີ້​ໄດ້​ເຕີບ​ໃຫຍ່​ຂຶ້ນ​ກວ່າ​ຮູບ​ກ່ອນ​ໜ້າ​ນີ້ ແຕ່​ເຂົາ​ເຈົ້າ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊຸມ​ຊົນ​ທີ່​ຫ່ວງ​ໃຍ​ຂອງ​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ມີ​ນໍ້າ​ໃຈ​ທີ່​ຊື່​ສັດ.

  2. ຢາ​ໂກ​ໂບ 1:27.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5.

  4. ຮູບ​ຖ່າຍ​ຂອງ ປະ​ທານ ໂບ​ໂກ​ໂລ ແລະ ຄອບ​ຄົວ​ຂອງ​ເພິ່ນ ຢ້ອນ​ໄປ​ເຖິງ​ຕອນ​ທີ່ ຊິດ​ສະ​ເຕີ ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ພວກ​ເພິ່ນ.

  5. ເບິ່ງ L. Tom Perry, “Strive to Be Temple Worthy” (Ricks College devotional, Sept. 19, 1989), byui.edu/devotionalsandspeeches.

  6. ເບິ່ງ Russell M. Nelson, “Ministering,” Liahona, May 2018, 100.

  7. ເບິ່ງ ໂມ​ໂຣ​ໄນ 7:47–48; ເບິ່ງ ຂໍ້​ທີ 4–8 ນຳ​ອີກ.

  8. “Have I Done Any Good?,” Hymns, no. 223.

  9. ເອ​ເຊ​ກຽນ 34:16. ໃນ ເອ​ເຊ​ກຽນ 34, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເຕືອນ​ຜູ້​ລ້ຽງ​ແກະ​ຂອງ​ອິດ​ສະ​ຣະ​ເອນ​ຢ່າງ​ເດັດ​ຂາດ​ເຖິງ​ຜົນ​ສະ​ທ້ອນ​ເມື່ອ​ແກະ​ບໍ່​ໄດ້​ຮັບ​ການ​ດູ​ແລ ຫລື ລ້ຽງ​ເກືອ.

  10. ເຮັບ​ເຣີ 13:2.

  11. ເບິ່ງ ລູ​ກາ 2:7; 10:33–34.

  12. ຫົວ​ຂໍ້​ນີ້​ໄດ້​ປະ​ກົດ​ຢູ່​ຕະ​ຫລອດ​ທັງ ຢາ​ໂຄບ 5, ລວມ​ທັງ​ໃນ ຂໍ້​ທີ 17–18, 20, 24, 75. ຂໍ້​ທີ 28 ເຕືອນ​ເຮົາ​ວ່າ, “ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ກັບ​ຄົນ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ ໄດ້​ບຳ​ລຸງ​ໝາກ​ໄມ້ ທັງ​ໝົດ ຂອງ​ສວນ​ອະ​ງຸ່ນ​ນັ້ນ” (ເນັ້ນ​ຄຳ​ເນີ້ງ).

  13. ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ຖາມ​ສອງ​ເທື່ອ​ວ່າ, “ເຮົາ​ຈະ​ເຮັດ​ແນວ​ໃດ​ອີກ ກັບ ສວນ​ອະ​ງຸ່ນ​ຂອງ​ເຮົາ​ໄດ້?” (ຢາ​ໂຄບ 5:41, 49; ເນັ້ນ​ຄຳ​ເນີ້ງ) ແລະ ອີກ​ເທື່ອ​ໜຶ່ງ, “ເຮົາ​ຈະ​ເຮັດ​ແນວ​ໃດ​ຕື່ມ​ອີກ ໃນ ສວນ​ອະ​ງຸ່ນ​ຂອງ​ເຮົາ?” (ຢາ​ໂຄບ 5:47; ເນັ້ນ​ຄຳ​ເນີ້ງ).

  14. ໃນ​ວິນ​ຍານ​ຂອງ ໂມ​ໄຊ​ຢາ 18:21 ແລະ ມັດ​ທາຍ 25:40.

  15. ເບິ່ງ ຢາ​ໂຄບ 5:74: “ແລະ ມັນ​ກັບ​ເປັນ​ເໝືອນ​ຕົ້ນ​ດຽວ​ກັນ ແລະ ມີ​ໝາກ​ເທົ່າ​ກັນ”; ເບິ່ງ​ເຊັ່ນ​ກັນ, ຍົກ​ຕົວ​ຢ່າງ, 1 ໂກ​ຣິນ​ໂທ 12:12: “ເຖິງ​ວ່າ​ຮ່າງ​ກາຍ​ເປັນ​ອັນ​ດຽວ ກໍ​ຍັງ​ມີ​ອະ​ໄວ​ຍະ​ວະ​ຫລາຍ​ສ່ວນ, ແລະ ອະ​ໄວ​ຍະ​ວະ​ເຫລົ່າ​ນັ້ນ, ແມ່ນ​ຈະ​ມີ​ຫລາຍ​ສ່ວນ, ກໍ​ຍັງ​ເປັນ​ກາຍ​ດຽວ​ສັນ​ໃດ: ພຣະ​ຄຣິດ​ກໍ​ເປັນ​ສັນ​ນັ້ນ.”

  16. ພຣະ​ຄຳ​ພີ​ເຕັມ​ໄປ​ດ້ວຍ​ຕົວ​ຢ່າງ​ຂອງ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ຍົກ​ຕົວ​ຢ່າງ, ທ່າມ​ກາງ​ຝູງ​ຊົນ​ທີ່​ກຳ​ລັງ​ບຸ​ບຽດ​ກັນ​ນັ້ນ, ພຣະ​ອົງ​ໄດ້​ປະ​ທັບ​ໃນ​ຊ່ວງ​ເວ​ລາ​ຕອນ​ທີ່​ຍິງ​ຜູ້​ນັ້ນ​ບາຍ​ເຄື່ອງ​ນຸ່ງ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຮູ້​ສຶກ​ເຖິງ​ການ​ປິ່ນ​ປົວ​ທີ່​ຫລັ່ງ​ໄຫລ​ໄປ​ຫາ​ນາງ (ເບິ່ງ ມາ​ຣະ​ໂກ 5:24–34). ຫລື, ໂດຍ​ທີ່ “ບໍ່​ມີ​ເວ​ລາ​ກິນ​ເຂົ້າ” (ມາ​ຣະ​ໂກ 6:31), ພຣະ​ເຢ​ຊູ ແລະ ບັນ​ດາ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ອິດ​ເມື່ອຍ​ຝ່າຍ​ຮ່າງ​ກາຍ ແລະ ກຳ​ລັງ​ຊອກ​ຫາ​ບ່ອນ​ພັກ​ຜ່ອນ. ແຕ່​ການ​ທີ່​ໄດ້​ເຫັນ​ຝູງ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ບໍ່​ມີ​ຜູ້​ລ້ຽງ​ແກະ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຊົງ​ປິ່ນ​ປົວ, ສິດ​ສອນ, ໃຫ້​ອາ​ຫານ​ພວກ​ເຂົາ. ຫລັງ​ຈາກ​ນັ້ນ ພຣະ​ອົງ​ໄດ້​ທ້ອນ​ໂຮມ​ເຂົ້າ​ຈີ່ ແລະ ປາ​ເຕັມ​ກະ​ບຸງ (ເບິ່ງ ມາ​ຣະ​ໂກ 6:31–44).

  17. ເບິ່ງ ກິດ​ຈະ​ການ 10:38.

  18. ເບິ່ງ ມັດ​ທາຍ 25:35–40.

  19. ເບິ່ງ ມາ​ຣະ​ໂກ 12:31.

  20. ໂຢ​ຮັນ 13:34.

  21. ມັດ​ທາຍ 20:26; ເບິ່ງ ລູ​ກາ 22:26–27 ນຳ​ອີກ.

  22. ເບິ່ງ, ຍົກ​ຕົວ​ຢ່າງ, ມັດ​ທາຍ 4:11; ລູ​ກາ 22:42–44; ກິດ​ຈະ​ການ 10:1–7; 12:5–11; 2 ນີ​ໄຟ 32:3; ໂມ​ໂຣ​ໄນ 7:22, 29–30.

  23. 3 ນີ​ໄຟ 26:19.

  24. ໂຣມ 12:15; ເບິ່ງ ໂມ​ໄຊ​ຢາ 18:9 ນຳ​ອີກ.

  25. ໂມ​ໄຊ​ຢາ 23:18.

  26. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:40.

  27. ເບິ່ງ ອັບ​ຣາ​ຮາມ 1:19.

  28. ກິດ​ຈະ​ການ 26:16 ເວົ້າ​ເຖິງ​ການ​ກາຍ​ເປັນ “ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ພະ​ຍານ” ຂອງ​ສິ່ງ​ຕ່າງໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  29. ເຮັບ​ເຣີ 8:6.

  30. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33; ເບິ່ງ ແອວ​ມາ 37:34 ນຳ​ອີກ.

  31. ເບິ່ງ ໂມ​ໄຊ​ຢາ 4:27.

  32. 2 ໂກ​ຣິນ​ໂທ 9:7.

  33. 2 ໂກ​ຣິນ​ໂທ 9:10.

  34. 2 ໂກ​ຣິນ​ໂທ 9:11.

  35. 2 ໂກ​ຣິນ​ໂທ 9:6.