ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ; ສະ​ນັ້ນ​ຈົ່ງ​ເດີນ​ໄປ​ກັບ​ເຮົາ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


“ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ; ສະ​ນັ້ນ​ຈົ່ງ​ເດີນ​ໄປ​ກັບ​ເຮົາ”

ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ​ນັ້ນ​ເປັນ​ຄວາມ​ຈິງ ແລະ ມີ​ໃຫ້​ສຳ​ລັບ​ສະ​ມາ​ຊິກ​ທຸກ​ຄົນ ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ.

ສາດ​ສະ​ດາ​ເອ​ນົກ​ໃນ​ສະ​ໄໝ​ບູ​ຮານ, ທີ່​ບັນ​ຍາຍ​ໄວ້​ໃນ​ພຣະ​ຄຳ​ພີ​ເດີມ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ,1 ເປັນ​ເຄື່ອງ​ມື​ສຳ​ຄັນ​ໃນ​ການ​ສ້າງ​ຕັ້ງ​ເມືອງ​ຊີ​ໂອນ.

ເລື່ອງ​ລາວ​ກ່ຽວ​ກັບ​ການ​ເອີ້ນ​ເອ​ນົກ​ໃຫ້​ຮັບ​ໃຊ້​ບອກວ່າ “ລາວ​ໄດ້​ຍິນ​ສຸ​ລະ​ສຽງ​ຈາກ​ສະ​ຫວັນ, ກ່າວ​ວ່າ: ເອ​ນົກ, ບຸດ​ຂອງ​ເຮົາ, ຈົ່ງ​ທຳ​ນາຍ​ແກ່​ຜູ້​ຄົນ​ພວກ​ນີ້, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ—ຈົ່ງ​ກັບ​ໃຈ, … ເພາະ​ວ່າ​ໃຈ​ຂອງ​ພວກ​ເຂົາ​ແຂງ​ກະ​ດ້າງ, ແລະ ຫູ​ຂອງ​ພວກ​ເຂົາ​ດັບ​ຕໍ່​ການ​ໄດ້​ຍິນ, ແລະ ຕາ​ຂອງ​ພວກ​ເຂົາ​ຫລຽວ​ເຫັນ​ໄດ້​ບໍ່​ໄກ.”2

“ແລະ ເມື່ອ​ເອ​ນົກ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ, ລາວ​ໄດ້​ກົ້ມ​ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ … ແລະ ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ເປັນ​ດ້ວຍ​ເຫດ​ໃດ​ຂ້າ​ພຣະ​ອົງ​ຈຶ່ງ​ໄດ້​ຮັບ​ຄວາມ​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ, ແລະ ຂ້າ​ພຣະ​ອົງ​ເປັນ​ພຽງ​ຄົນ​ໜຸ່ມ, ແລະ ທຸກ​ຄົນ​ກຽດ​ຊັງ​ຂ້າ​ພຣະ​ອົງ; ເພາະ​ວ່າ​ຂ້າ​ພຣະ​ອົງ ເວົ້າ​ຜ່ຳ; ດັ່ງ​ນັ້ນ​ເປັນ​ໄດ້​ຈັ່ງ​ໃດ​ທີ່​ຂ້າ​ພຣະ​ອົງ​ໄດ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ?”3

ໃຫ້​ສັງ​ເກດ​ເບິ່ງວ່າ ໃນ​ເວ​ລາ​ທີ່​ເອ​ນົກ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້, ເພິ່ນ​ຮູ້​ຈັກ​ເປັນ​ຢ່າງ​ດີ​ກ່ຽວ​ກັບ​ຄວາມ​ບໍ່​ພຽບ​ພ້ອມ ແລະ ຄວາມ​ຈຳ​ກັດ​ຂອງ​ເພິ່ນ. ແລະ ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ ເຮົາ​ທຸກ​ຄົນ ໃນ​ເວ​ລາ​ໃດ​ເວ​ລາ​ໜຶ່ງ ໃນ​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ ກໍ​ຮູ້​ສຶກ​ຄື​ກັນ​ກັບ​ເອ​ນົກ. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຄຳ​ຖາມ​ທີ່​ອ້ອນ​ວອນ​ຂອງ​ເອ​ນົກ ເປັນ​ຄຳ​ແນະ​ນຳ ແລະ ໃຊ້​ໄດ້​ກັບ​ເຮົາ​ແຕ່​ລະ​ຄົນ​ໃນ​ທຸກ​ວັນ​ນີ້.

“ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈົ່ງ​ອອກ​ໄປ ແລະ ເຮັດ​ດັ່ງ​ທີ່​ເຮົາ​ບັນ​ຊາ​ເຈົ້າ, ແລະ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ສຽບ​ແທງ​ເຈົ້າ. ຈົ່ງ​ເປີດ​ປາກ​ຂອງ​ເຈົ້າ, ແລະ ມັນ​ຈະ​ຖືກ​ເຮັດ​ໃຫ້​ເຕັມ, ແລະ ເຮົາ​ຈະ​ໃຫ້​ເຈົ້າ​ເອີ່ຍ​ປາກ. …

“ຈົ່ງ​ເບິ່ງ ພຣະ​ວິນ​ຍານ​ຂອງ​ເຮົາ​ຢູ່​ກັບ​ເຈົ້າ, ດັ່ງ​ນັ້ນ ຖ້ອຍ​ຄຳ​ຂອງ​ເຈົ້າ​ທັງ​ໝົດ​ເຮົາ​ຈະ​ຮັບ​ຮອງ; ແລະ ພູ​ເຂົາ​ຈະ​ຫລົບ​ໜີ​ໄປ​ຕໍ່ໜ້າ​ເຈົ້າ, ແລະ ແມ່​ນ້ຳ​ຈະ​ໄຫລ​ຫັນ​ໜີ​ຈາກ​ເສັ້ນ​ທາງ​ຂອງ​ມັນ; ແລະ ເຈົ້າ​ຈະ ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ; ສະ​ນັ້ນ​ຈົ່ງ​ເດີນ​ໄປ​ກັບ​ເຮົາ.4

ໃນ​ທີ່​ສຸດ​ເອ​ນົກ​ກໍ​ໄດ້​ກາຍ​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່ ແລະ ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ເພື່ອ​ເຮັດ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃຫ້​ສຳ​ເລັດ, ແຕ່​ເພິ່ນບໍ່​ໄດ້​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ດ້ວຍ​ວິ​ທີ​ນັ້ນ! ກົງ​ກັນ​ຂ້າມ, ຄວາມ​ສາ​ມາດ​ຂອງ​ເພິ່ນ​ໄດ້​ຂະ​ຫຍາຍ​ຂຶ້ນ​ເມື່ອ​ເວ​ລາ​ຜ່ານ​ໄປ ເມື່ອ​ເພິ່ນ​ຮຽນ​ຮູ້​ທີ່​ຈະ​ສະ​ໜິດ​ຢູ່​ໃນ ແລະ ເດີນ​ໄປ​ກັບ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ຈິງ​ຈັງ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ນຳ​ກັນ​ເຖິງ​ຄຳ​ແນະ​ນຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ເອ​ນົກ ແລະ ສິ່ງ​ນີ້​ມີ​ຄວາມ​ໝາຍ​ຕໍ່​ທ່ານ ແລະ ຂ້າ​ພະ​ເຈົ້າ​ໃນ​ປະ​ຈຸ​ບັນ​ແນວ​ໃດ.

ເຈົ້າ​ຈະ​ສະ​ໜິດ​ຢູ່​ໃນ​ເຮົາ

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ສະ​ໜິດ​ຢູ່​ໃນ​ພຣະ​ອົງ.5 ແຕ່​ເຮົາ​ຈະ​ຮຽນ​ຮູ້ ແລະ ເຂົ້າ​ມາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ​ໄດ້​ແນວ​ໃດ?

ຄຳ​ວ່າ ສະ​ໜິດ ໝາຍ​ເຖິງ​ຄົງ​ທີ່ ຫລື ອົດ​ທົນ​ໂດຍ​ບໍ່​ຍອມ​ແພ້. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ອະ​ທິ​ບາຍ​ວ່າ “ການ​ສະ​ໜິດ” ເປັນ​ການ​ກະ​ທຳ ໝາຍ​ເຖິງ “‘[ຈະ] ຢູ່—ແຕ່ [ຈະ] ຢູ່ ຕະ​ຫລອດ​ໄປ.’ ນັ້ນ​ຄື​ການ​ຮຽກ​ຮ້ອງ​ຂອງ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ເຖິງ … ທຸກ​ຄົນ … ໃນ​ໂລກ. ມາ, ແຕ່​ມາ​ຄົງ​ຢູ່. ມາ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ອົດ​ທົນ. ມາ​ຢ່າງ​ຖາ​ວອນ, ເພາະ​ເຫັນ​ແກ່​ທ່ານ ແລະ ເຫັນ​ແກ່​ຄົນ​ທຸກ​ລຸ້ນ​ທີ່​ຕ້ອງ​ຕິດ​ຕາມ​ທ່ານ.”6 ດັ່ງ​ນັ້ນ, ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ຄຣິດ​ເມື່ອ​ເຮົາ​ຍຶດ​ໝັ້ນ ແລະ ບໍ່​ຫວັ່ນ​ໄຫວ​ໃນ​ການ​ອຸ​ທິດ​ຕົນ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ໄຖ່ ແລະ ຈຸດ​ປະ​ສົງ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ໃນ​ບາງ​ຄັ້ງ​ທັງ​ດີ ແລະ ບໍ່​ດີ.7

ເຮົາ​ເລີ່ມ​ຕົ້ນ​ສະ​ໜິດ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ຂອງ​ເຮົາ ເພື່ອ​ຮັບ​ເອົາ​ແອກ​ຂອງ​ພຣະ​ອົງ8 ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ການ​ເຊື່ອມ​ໂຍງ​ໃນ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ມີ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ກັບ​ພຣະ​ບຸດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ແລະ ຊົງ​ພຣະ​ຊົນ​ຢູ່ ເປັນ​ແຫລ່ງ​ທີ່​ມາ​ຂອງ​ມຸມ​ມອງ, ຄວາມ​ຫວັງ, ພະ​ລັງ, ສັນ​ຕິ​ສຸກ, ແລະ ຄວາມ​ຊື່ນ​ຊົມ​ອັນ​ຍືນ​ຍົງ; ມັນ​ຍັງ​ເປັນ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ນຳ​ອີກ9 ຊຶ່ງ​ເຮົາ​ຄວນ​ສ້າງ​ຊີ​ວິດ​ຂອງ​ເຮົາ​ເທິງ​ນັ້ນ.

ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ ໂດຍ​ການ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ ເພື່ອ​ເສີມ​ສ້າງ​ພັນ​ທະ​ສັນ​ຍາ​ສ່ວນ​ຕົວ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ. ຍົກ​ຕົວ​ຢ່າງ, ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ​ເຖິງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ເຮັດ​ໃຫ້​ການ​ເຊື່ອມ​ໂຍງ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ​ແໜ້ນ​ແຟ້ນ​ຫລາຍ​ຂຶ້ນ.

ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ ໂດຍ​ການ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ. ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດຶງ​ເຮົາ, ໃນ​ຖາ​ນະ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ, ໃຫ້​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ10 ແລະ ຈະ​ບອກ​ເຮົາ​ທຸກ​ຢ່າງ​ທີ່​ເຮົາ​ຄວນ​ເຮັດ.11

ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ ໂດຍ​ການ​ກະ​ກຽມ​ຢ່າງ​ຈິງ​ຈັງ ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ສິນ​ລະ​ລຶກ, ທົບ​ທວນ ແລະ ສະ​ທ້ອນ​ຄິດ​ກ່ຽວ​ກັບ​ຄຳ​ສັນ​ຍາ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ກັບ​ໃຈ​ຢ່າງ​ຈິງ​ໃຈ. ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ ເປັນ​ພະ​ຍານ​ຕໍ່​ພຣະ​ເຈົ້າ ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ພະ​ຍາ​ຍາມ​ທີ່​ຈະ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ”12 ຫລັງ​ຈາກ​ຊ່ວງ​ເວ​ລາ​ສັ້ນໆ ທີ່​ຮຽກ​ຮ້ອງ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ​ນັ້ນ.

ແລະ ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ ໂດຍ​ການ​ຮັບ​ໃຊ້​ພຣະ​ເຈົ້າ ເມື່ອ​ເຮົາ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ.13

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ.”14

ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ຫລາຍ​ວິ​ທີ​ທີ່​ເຮົາ​ສາ​ມາດ​ແນບ​ສະ​ໜິດ​ຢູ່​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ເຮົາ​ແຕ່​ລະ​ຄົນ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ໃຫ້​ທູນ​ຂໍ, ສະ​ແຫວງ​ຫາ, ແລະ ຮຽນ​ຮູ້​ດ້ວຍ​ຕົວ​ເອງ ໂດຍ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ກ່ຽວ​ກັບ​ວິ​ທີ​ອື່ນໆ​ທີ່​ມີ​ຄວາມ​ໝາຍ ຊຶ່ງ​ຈະ​ເຮັດ​ໃຫ້​ພຣະ​ຄຣິດ​ເປັນ​ສູນ​ກາງ​ຂອງ​ຊີ​ວິດ​ເຮົາ ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ.

ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ

ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ມີ​ສອງ​ເທົ່າ: ຖ້າ​ຫາກ​ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ, ພຣະ​ອົງ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ. ແຕ່​ເປັນ​ໄປ​ໄດ້​ແທ້ໆ​ບໍ ທີ່​ພຣະ​ຄຣິດ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ທ່ານ ແລະ ຂ້າ​ພະ​ເຈົ້າ—ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ສ່ວນ​ຕົວ? ຄຳ​ຕອບ​ຕໍ່​ຄຳ​ຖາມ​ນີ້​ຄື ເປັນ​ໄປ​ໄດ້​ແນ່​ນອນ!

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ ແລະ ການ​ເປັນ​ພະ​ຍານ​ຂອງ​ແອວ​ມາ​ຕໍ່​ຄົນ​ຍາກ​ຈົນ ທີ່​ຄວາມ​ທຸກ​ຍາກ​ບີບ​ບັງ​ຄັບ​ໃຫ້​ພວກ​ເຂົາ​ຖ່ອມ​ຕົວ. ໃນ​ຄຳ​ແນະ​ນຳ​ຂອງ​ເພິ່ນ, ເພິ່ນ​ໄດ້​ປຽບ​ທຽບ​ພຣະ​ຄຳ​ໃສ່​ກັບ​ເມັດ​ພືດ​ທີ່​ຕ້ອງ​ປູກ ແລະ ບຳ​ລຸງ​ລ້ຽງ, ແລະ ເພິ່ນ​ໄດ້​ບັນ​ຍາຍ “ພຣະ​ຄຳ” ວ່າ​ເປັນ​ພຣະ​ຊົນ​ຊີບ, ພາ​ລະ​ກິດ, ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ​ໄດ້​ກ່າວ​ວ່າ, “ເລີ່ມ​ເຊື່ອ​ຖື​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ພວກເຂົາ, ແລະ ວ່າ​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ, ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ການ​ພິ​ພາກ​ສາ​ໃນ​ມື້​ສຸດ​ທ້າຍ ແລະ ເປັນ​ມື້​ພິ​ພາກ​ສາ, ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.”15

ຈາກ​ຄຳ​ອະ​ທິ​ບາຍ​ນີ້​ກ່ຽວ​ກັບ “ພຣະ​ຄຳ” ໂດຍ​ແອວ​ມາ, ກະ​ລຸ​ນາ​ພິ​ຈາ​ລະ​ນາ​ຄວາມ​ເຊື່ອມ​ໂຍງ​ທີ່​ດົນ​ໃຈ ທີ່​ເພິ່ນ​ໄດ້​ລະ​ບຸ​ຈາກ​ນັ້ນ.

“ແລະ ບັດ​ນີ້ … ​ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພວກ​ທ່ານ ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ, ເພື່ອ​ມັນ​ຈະ​ໄດ້​ງອກ​ງາມ​ຂຶ້ນ​ມາ ແລະ ຈົ່ງ​ບຳ​ລຸງ​ມັນ​ດ້ວຍ​ສັດ​ທາ​ຂອງ​ພວກ​ທ່ານ. ແລະ ຈົ່ງ​ເບິ່ງ ມັນ​ຈະ​ກັບ​ກາຍ​ເປັນ​ຕົ້ນ, ທີ່​ງອກ​ງາມ​ຂຶ້ນ ໃນ​ພວກ​ທ່ານ ຈົນ​ເຖິງ​ຊີ​ວິດ​ອັນ​ເປັນ​ນິດ. ແລະ ເມື່ອ​ນັ້ນ ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ໂປດ​ປະ​ທານ​ໃຫ້​ພາ​ລະ​ຂອງ​ທ່ານ​ເບົາ​ບາງ​ລົງ, ໂດຍ​ທາງ​ຄວາມ​ສຸກ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ. ແລະ ພວກ​ທ່ານ​ຈະ​ສາ​ມາດ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ໄດ້​ຖ້າ​ຫາກ​ພວກ​ທ່ານ​ຕັ້ງ​ໃຈ​ຈະ​ເຮັດ​ມັນ.”16

ເມັດ​ພືດ​ທີ່​ເຮົາ​ຄວນ​ພະ​ຍາ​ຍາມ​ປູກ​ໃນ​ໃຈ​ຂອງ​ເຮົາ​ແມ່ນ​ພຣະ​ຄຳ—ແມ່ນ​ແຕ່​ພຣະ​ຊົນ​ຊີບ, ພາ​ລະ​ກິດ, ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລະ ເມື່ອ​ພຣະ​ຄຳ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ດ້ວຍ​ສັດ​ທາ, ມັນ​ສາ​ມາດ​ກາຍ​ເປັນ​ຕົ້ນ​ທີ່​ງອກ​ງາມ​ຂຶ້ນ ໃນ​ພວກ​ເຮົາ ຈົນ​ເຖິງ​ຊີ​ວິດ​ນິ​ລັນ​ດອນ.17

ແມ່ນ​ຫຍັງ​ຄື​ສັນ​ຍາ​ລັກ​ຂອງ​ຕົ້ນ​ໄມ້​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ? ຕົ້ນ​ໄມ້​ສາ​ມາດ​ຖື​ໄດ້​ວ່າ​ເປັນ​ຕົວ​ແທນ​ຂອງ​ພຣະ​ເຢ​ຊູ​ຄຣິດ.18

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ຄຳ​ຢູ່​ໃນ​ເຮົາ​ຫລື​ບໍ່? ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖືກ​ຂຽນ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ​ເນື້ອ​ໜັງ​ຂອງ​ໃຈ​ເຮົາ​ຫລື​ບໍ່?19 ເຮົາ​ມາ​ຫາ ແລະ ຄ່ອຍໆ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລື​ບໍ່? ຕົ້ນ​ໄມ້​ຂອງ​ພຣະ​ຄຣິດ​ກຳ​ລັງ​ເຕີບ​ໂຕ​ຢູ່​ໃນ​ເຮົາ​ຫລື​ບໍ່? ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ “[ຄົນ] ໃໝ່”20 ຢູ່​ໃນ​ພຣະ​ອົງ​ຫລື​ບໍ່?21

ບາງ​ທີ​ສັກ​ກະ​ຍະ​ພາບ​ອັນ​ໜ້າ​ອັດ​ສະ​ຈັນ​ນີ້​ອາດ​ດົນ​ໃຈ​ໃຫ້​ແອວ​ມາ​ຖາມ​ວ່າ: “ພວກ​ທ່ານ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ​ທາງ​ວິນ​ຍານ​ແລ້ວ​ບໍ? ທ່ານ​ໄດ້​ຮັບ​ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ທ່ານ​ແລ້ວ​ບໍ? ພວກ​ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?”22

ເຮົາ​ຄວນ​ຈື່​ຈຳ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ເອ​ນົກ​ຕະ​ຫລອດ​ເວ​ລາ ທີ່​ວ່າ: “ເຈົ້າ​ຈະ​ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ.”23 ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ​ວ່າ​ເປັນ​ຄວາມ​ຈິງ ແລະ ມີ​ໃຫ້​ສຳ​ລັບ​ສະ​ມາ​ຊິກ​ທຸກ​ຄົນ ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ.

ສະ​ນັ້ນ​ຈົ່ງ​ເດີນ​ໄປ​ກັບ​ເຮົາ

ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ຕັກ​ເຕືອນ​ຜູ້​ທີ່​ເຊື່ອ ທີ່​ໄດ້​ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ຈົ່ງ​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ.”24

ການ​ເດີນ​ໄປ​ໃນ ແລະ ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເນັ້ນ​ສອງ​ດ້ານ​ທີ່​ສຳ​ຄັນ​ຂອງ​ການ​ເປັນ​ສາ​​ນຸ​ສິດ: (1) ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ (2) ການ​ຈື່​ຈຳ ແລະ ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ສັກ​ສິດ ທີ່​ເຊື່ອມ​ໂຍງ​ເຮົາ​ເຂົ້າ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ.

ໂຢ​ຮັນ​ໄດ້​ປະ​ກາດ​ວ່າ:

“ໃນ​ຂໍ້​ເຫລົ່າ​ນີ້​ແຫລະ ເຮົາ​ທັງ​ຫລາຍ​ຄົງ​ສັງ​ເກດ​ໄດ້​ວ່າ ພວກ​ເຮົາ​ຮູ້​ຈັກ​ກັບ​ພຣະ​ອົງ, ຄື​ວ່າ​ຖ້າ​ພວກ​ເຮົາ​ຖື​ຮັກ​ສາ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ພຣະ​ອົງ.

“ຖ້າ​ຄົນ​ໃດ​ເວົ້າ​ວ່າ, ຕົນ​ຮູ້​ຈັກ​ພຣະ​ອົງ, ແຕ່ບໍ່​ຖື​ຮັກ​ສາ​ກົດ​ບັນ​ຍັດ​ຂອງ​ພຣະ​ອົງ, ຄົນ​ນັ້ນ​ກໍ​ເວົ້າ​ຕົວະ ແລະ ຄວາມ​ຈິງ​ກໍ​ບໍ່​ມີ​ຢູ່​ໃນ​ຜູ້​ນັ້ນ.

“ແຕ່​ຜູ້​ໃດ​ກໍ​ຕາມ ທີ່​ຖື​ຮັກ​ສາ​ພຣະ​ທຳ​ຂອງ​ພຣະ​ອົງ, ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ແຫລະ​ທີ່​ຮັກ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ​ບໍ​ລິ​ບູນ​ໂດຍ​ແທ້: ດ້ວຍ​ເຫດ​ນີ້ ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ຈັກ​ວ່າ​ພວກ​ເຮົາ ຢູ່​ໃນ​ພຣະ​ອົງ.

“ຜູ້​ໃດ​ທີ່​ເວົ້າ​ວ່າ ຕົນ​ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ກໍ​ຄວນ ດຳ​ເນີນ​ຊີ​ວິດ​ຕາມ​ທາງ​ທີ່​ພຣະ​ອົງ​ຊົງ​ດຳ​ເນີນ​ນັ້ນ​ເໝືອນ​ກັນ.”25

ພ​ຣະ​ເຢ​ຊູ​ໄດ້​ກວັກ​ເອີ້ນ​ເຮົາ​ແຕ່​ລະ​ຄົນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ”26 ແລະ “ເດີນ​ໄປ​ກັບ​ເຮົາ.”27

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ມຸ້ງ​ໜ້າ​ດ້ວຍ​ສັດ​ທາ ແລະ ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,28 ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ, ການ​ນຳ​ພາ, ການ​ປົກ​ປ້ອງ, ແລະ ສັນ​ຕິ​ສຸກ.

ປະ​ຈັກ​ພະ​ຍານ ແລະ ຄຳ​ສັນ​ຍາ

ແອວ​ມາ​ບັນ​ຍາຍ​ເຖິງ​ຄຳ​ວິງ​ວອນ​ດ້ວຍ​ຄວາມ​ຮັກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ທຸກ​ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ​ຢູ່:

“ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສົ່ງ​ຄຳ​ເຊີນ​ມາ​ຫາ ມະ​ນຸດ​ທັງ​ປວງ, ເພາະ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ກັບ​ໃຈ​ເຖີດ, ແລະ ເຮົາ​ຈະ​ຮັບ​ເຈົ້າ​ໄວ້.

“… ຈົ່ງ​ມາ​ຫາ​ເຮົາ ແລະ ເຈົ້າ​ຈະ​ຮັບ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ; ແທ້​ຈິງ​ແລ້ວ, ເຈົ້າ​ຈະ​ກິນ​ເຂົ້າ ແລະ ດື່ມ​ນ້ຳ​ແຫ່ງ​ຊີ​ວິດ​ຢ່າງ​ມີ​ອິດ​ສະ​ລະ.”29

ຂ້າ​ພະ​ເຈົ້າ​ເນັ້ນ​ຄວາມ​ຄົບ​ຖ້ວນ​ສົມ​ບູນ​ຂອງ​ຄຳ​ວິງ​ວອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ອົງ​ປະ​ສົງ​ທີ່​ຈະ​ອວຍ​ພອນ​ດ້ວຍ​ພຣະ​ຄຸນ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ແກ່​ທຸກ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ນີ້, ທີ່​ເຄີຍ​ມີ​ຊີ​ວິດ​ຢູ່, ແລະ ທີ່​ຍັງ​ບໍ່​ໄດ້​ມາ​ສູ່​ໂລກ​ເທື່ອ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ຍອມ​ຮັບ​ວ່າ ຄຳ​ສອນ, ຫລັກ​ທຳ, ແລະ ປະ​ຈັກ​ພະ​ຍານ ທີ່​ປະ​ກາດ​ຊ້ຳ​ແລ້ວ​ຊ້ຳ​ອີກ ຈາກ​ແທ່ນ​ປາ​ໄສ​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່ ແລະ ໃນ​ບ່ອນ​ຊຸມ​ນຸມ​ໃນ​ທ້ອງ​ຖິ່ນ​ທົ່ວ​ໂລກ​ເປັນ​ຄວາມ​ຈິງ—ແຕ່​ອາດ​ຍັງ​ມີ​ບັນ​ຫາ​ກັບ​ການ​ເຊື່ອ​ວ່າ ຄວາມ​ຈິງ​ນິ​ລັນ​ດອນ​ເຫລົ່າ​ນີ້​ໃຊ້​ໄດ້​ກັບ​ຊີ​ວິດ​ສ່ວນ​ຕົວ ແລະ ກັບ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ເອງ​ໂດຍ​ສະ​ເພາະ. ເຂົາ​ເຈົ້າ​ເຊື່ອ​ຢ່າງ​ຈິງ​ໃຈ ແລະ ຮັບ​ໃຊ້​ຢ່າງ​ພາກ​ພຽນ, ແຕ່​ພັນ​ທະ​ສັນ​ຍາ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ໄຖ່​ຂອງ​ພຣະ​ອົງ ຍັງ​ບໍ່​ກາຍ​ເປັນ​ຄວາມ​ເປັນ​ຈິງ​ທີ່​ມີ​ຊີ​ວິດ ແລະ ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເທື່ອ.

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ໂດຍ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ຈະ​ສາ​ມາດ​ຮູ້​ຈັກ ແລະ ຮູ້​ສຶກ​ວ່າ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ບັນ​ຍາຍ​ນັ້ນ ມີ​ໄວ້​ໃຫ້​ທ່ານ—ໃຫ້​ທ່ານ​ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ສ່ວນ​ຕົວ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຊື່ນ​ຊົມ​ວ່າ ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ທີ່​ຊົງ​ຮັກ ແລະ ຊົງ​ພຣະ​ຊົນ​ຢູ່​ຂອງ​ເຮົາ. ຖ້າ​ເຮົາ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ, ພຣະ​ອົງ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ.30 ແລະ ເມື່ອ​ເຮົາ​ເດີນ​ໄປ​ໃນ ແລະ ກັບ​ພຣະ​ອົງ, ເຮົາ​ຈະ​ໄດ້​ຮັບ​ພອນ​ເພື່ອ​ນຳ​ໝາກ​ຜົນ​ຢ່າງ​ຫລວງ​ຫລາຍ​ອອກ​ມາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ປະ​ຖົມ​ມະ​ການ 5:18–24; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:48–57; ໂມ​ເຊ 6–7.

  2. ໂມ​ເຊ 6:27.

  3. ໂມ​ເຊ 6:31.

  4. ໂມ​ເຊ 6:32, 34; ເນັ້ນ​ຄຳ​ເນີ້ງ.

  5. ເບິ່ງ ໂຢ​ຮັນ 15:4–9.

  6. Jeffrey R. Holland, “Abide in Me,” Liahona, May 2004, 32.

  7. ເບິ່ງ ໂຢ​ຮັນ 15:10.

  8. ເບິ່ງ ມັດ​ທາຍ 11:29–30.

  9. ເບິ່ງ ຮີ​ລາ​ມັນ 5:12.

  10. ເບິ່ງ 3 ນີ​ໄຟ 27:14–15.

  11. ເບິ່ງ 2 ນີ​ໄຟ 32:3.

  12. ໂມ​ໂຣ​ໄນ 4:3; 5:2.

  13. ເບິ່ງ ໂມ​ໄຊ​ຢາ 2:17.

  14. ໂຢ​ຮັນ 15:10.

  15. ແອວ​ມາ 33:22.

  16. ແອວ​ມາ 33:23; ເນັ້ນ​ຄຳ​ເນີ້ງ.

  17. ເບິ່ງ ແອວ​ມາ 26:13.

  18. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ຫລັກ​ທຳ​ຂໍ້​ນີ້​ໃນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ໃນ​ປີ 2017:

    “ແອວ​ມາ ‘ເລີ່ມ​ຕົ້ນ​ສັ່ງ​ສອນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃຫ້​ແກ່​ຜູ້​ຄົນ, ໂດຍ​ເຂົ້າ​ໄປ​ໃນ​ທຳ​ມະ​ສາ​ລາ ແລະ ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເພິ່ນ​ໄດ້​ສັ່ງ​ສອນ ພຣະ​ຄຳ ເຖິງ​ແມ່ນ​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ພວກ​ເຂົາ​ນຳ​ອີກ’ [ແອວ​ມາ 32:1; ເນັ້ນ​ຄຳ​ເນີ້ງ]. ເພິ່ນ​ຍັງ​ໄດ້​ປຽບ​ທຽບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃສ່​ກັບ​ເມັດ​ພືດ​ນຳ​ອີກ.

    “‘ບັດ​ນີ້​ຖ້າ​ຫາກ​ພວກ​ທ່ານ​ໃຫ້​ບ່ອນ​ເພື່ອ​ຈະ​ປູກ​ເມັດ​ພືດ​ໃນ​ໃຈ​ຂອງ​ພວກ​ທ່ານ, ຈົ່ງ​ເບິ່ງ, ຖ້າ​ຫາກ​ເປັນ​ເມັດ​ພືດ​ທີ່​ແທ້​ຈິງ ຫລື ເມັດ​ທີ່​ດີ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ໂຍນ​ມັນ​ຖິ້ມ​ໂດຍ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ທ່ານ, ວ່າ​ພວກ​ທ່ານ​ຈະ​ຕໍ່​ຕ້ານ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ຈົ່ງ​ເບິ່ງ, ມັນ​ຈະ​ເລີ່ມ​ພອງ​ຢູ່​ໃນ​ເອິກ​ຂອງ​ພວກ​ທ່ານ, ແລະ ເມື່ອ​ພວກ​ທ່ານ​ຮູ້​ສຶກ​ເຖິງ​ການ​ພອງ​ນີ້, ພວກ​ທ່ານ​ຈະ​ເລີ່ມ​ກ່າວ​ຢູ່​ພາຍ​ໃນ​ຕົວ​ເອງ​ວ່າ—ມັນ​ຕ້ອງ​ເປັນ​ເມັດ​ດີ ຫລື ວ່າ ພຣະ​ຄຳ ນີ້​ດີ ເພາະ​ມັນ​ເລີ່ມ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ຂະ​ຫຍາຍ​ອອກ; ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແຈ້ງ​ອອກ, ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ມີ​ລົດ​ແຊບ​ສຳ​ລັບ​ເຮົາ’ [ແອວ​ມາ 32:28; ເນັ້ນ​ຄຳ​ເນີ້ງ].

    “ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື, ເມັດ​ພືດ​ທີ່​ດີ​ຈະ​ກາຍ​ເປັນ​ຕົ້ນ​ໄມ້ ເມື່ອ​ປູກ​ລົງ​ໃນ​ຫົວ​ໃຈ ແລະ ເລີ່ມ​ພອງ, ແຕກ​ໜໍ່, ແລະ ເຕີບ​ໂຕ.

    “‘ແລະ ຈົ່ງ​ເບິ່ງ, ເມື່ອ ຕົ້ນ ເລີ່ມ​ເຕີບ​ໂຕ​ຂຶ້ນ, ພວກ​ທ່ານ​ຈະ​ເວົ້າ​ວ່າ: ຈົ່ງ​ໃຫ້​ພວກ​ເຮົາ​ບຳ​ລຸງ​ລ້ຽງ​ມັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ເພື່ອ​ມັນ​ຈະ​ແຕກ​ຮາກ, ເພື່ອ​ມັນ​ຈະ​ເຕີບ​ໂຕ​ຂຶ້ນ, ແລະ ອອກ​ຜົນ ໃຫ້​ແກ່​ພວກ​ເຮົາ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ບຳ​ລຸງ​ລ້ຽງ​ມັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ມັນ​ຈະ​ແຕກ​ຮາກ, ເພື່ອ​ມັນ​ຈະ​ເຕີບ​ໂຕ​ຂຶ້ນ, ແລະ ອອກ​ຜົນ​ໃຫ້​ແກ່​ພວກ​ເຮົາ.

    “‘ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ​ລະ​ເລີຍ​ຕົ້ນ​ນັ້ນ, ແລະ ບໍ່​ຄິດ​ເຖິງ​ການ​ບຳ​ລຸງ​ລ້ຽງ​ມັນ, ຈົ່ງ​ເບິ່ງ ມັນ​ກໍ​ຈະ​ບໍ່​ແຕກ​ຮາກ​ເລີຍ; ແລະ ເມື່ອ​ຄວາມ​ຮ້ອນ​ຂອງ​ດວງ​ຕາ​ເວັນ​ມາ​ເຖິງ ແລະ ເຜົາ​ມັນ, ເມື່ອ​ມັນ​ບໍ່​ມີ​ຮາກ ມັນ​ຍ່ອມ​ຫ່ຽວ​ແຫ້ງ​ໄປ, ແລະ ພວກ​ທ່ານ​ກໍ​ຈະ​ຖອນ​ມັນ​ຂຶ້ນ ແລະ ໂຍນ​ມັນ​ຖິ້ມ​ໄປ.

    “‘ບັດ​ນີ້, ມັນ​ບໍ່​ແມ່ນ​ວ່າ ເພາະ​ເມັດ​ບໍ່​ດີ, ທັງ​ບໍ່​ແມ່ນ​ວ່າ​ຜົນ​ຂອງ​ມັນ​ບໍ່​ເປັນ​ທີ່​ປາດ​ຖະ​ໜາ; ແຕ່​ເປັນ​ເພາະ ດິນ​ຂອງ​ພວກ​ທ່ານ​ແຫ້ງ​ແລ້ງ, ແລະ ພວກ​ທ່ານ​ບໍ່​ຍອມ​ບຳ​ລຸງ​ລ້ຽງ​ຕົ້ນ​ນັ້ນ, ສະ​ນັ້ນ ພວກ​ທ່ານ​ຈຶ່ງ​ບໍ່​ໄດ້​ຮັບ​ຜົນ​ຈາກ​ມັນ.

    “‘ແລະ ດ້ວຍ​ເຫດ​ນີ້, ຖ້າ​ຫາກ​ພວກ​ທ່ານ​ບໍ່ ບຳ​ລຸງ​ລ້ຽງ​ພຣະ​ຄຳ, ໂດຍ​ຄອງ​ຄອຍ​ໝາກ​ຂອງ​ຕົ້ນ​ດ້ວຍ​ຕາ​ແຫ່ງ​ສັດ​ທາ, ແລ້ວ​ພວກ​ທ່ານ​ຈະ​ເກັບ​ໝາກ​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ບໍ່​ໄດ້​ເລີຍ.

    “‘ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ ບຳ​ລຸງ​ລ້ຽງ​ພຣະ​ຄຳ, ແທ້​ຈິງ​ແລ້ວ, ບຳ​ລຸງ​ລ້ຽງ​ຕົ້ນ ເມື່ອ​ມັນ​ເລີ່ມ​ເຕີບ​ໂຕ​ໂດຍ​ສັດ​ທາ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ພາກ​ພຽນ, ແລະ ດ້ວຍ​ຄວາມ​ອົດ​ທົນ, ໂດຍ​ຄອງ​ຄອຍ ຜົນ​ຈາກ​ຕົ້ນ​ນັ້ນ, ແລ້ວ​ມັນ​ຈະ​ແຕກ​ຮາກ; ແລະ ຈົ່ງ​ເບິ່ງ ມັນ​ຈະ​ເປັນ ຕົ້ນ​ທີ່​ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ’ [ແອວ​ມາ 32:37–41; ເນັ້ນ​ຄຳ​ເນີ້ງ].

    “… ລັກ​ສະ​ນະ​ສຳ​ຄັນ​ໃນ​ຄວາມ​ຝັນ​ຂອງ​ລີ​ໄຮ​ແມ່ນ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ—ເປັນ​ຕົວ​ແທນ​ຂອງ ‘ຄວາມ​ຮັກ​ຂອງ​ພຣະ​ເຈົ້າ’ [1 ນີ​ໄຟ 11:21–22].

    “‘ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ, ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ’ [ໂຢ​ຮັນ 3:16].

    “ການ​ກຳ​ເນີດ, ພຣະ​ຊົນ​ຊີບ, ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ. ດັ່ງ​ທີ່​ນີ​ໄຟ​ໄດ້​ເປັນ​ພະ​ຍານ, ຄວາມ​ຮັກ​ນີ້ ‘ເປັນ​ທີ່​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ​ເໜືອ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທັງ​ສິ້ນ’ ແລະ ‘ເປັນ​ທີ່​ປິ​ຕິ​ຍິນ​ດີ​ທີ່​ສຸດ​ແກ່​ຈິດ​ວິນ​ຍານ’ [1 ນີ​ໄຟ 11:22–23; ເບິ່ງ 1 ນີ​ໄຟ 8:12, 15 ນຳ​ອີກ]. ບົດ​ທີ 11 ຂອງ 1 ນີ​ໄຟ ນຳ​ສະ​ເໜີ​ຄຳ​ອະ​ທິ​ບາຍ​ໂດຍ​ລະ​ອຽດ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ທີ່​ເປັນ​ສັນ​ຍາ​ລັກ​ແທນ​ພຣະ​ຊົນ​ຊີບ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—‘ພຣະ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ເຈົ້າ’ [1 ນີ​ໄຟ 11:16]. ຕົ້ນ​ໄມ້​ສາ​ມາດ​ຖື​ວ່າ​ເປັນ​ຕົວ​ແທນ​ຂອງ​ພຣະ​ຄຣິດ.

    “ວິ​ທີ​ຄິດ​ຢ່າງ​ໜຶ່ງ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ຕົ້ນ​ໄມ້​ຄື ມັນ​ເປັນ​ສັນ​ຍາ​ລັກ​ແທນ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໝາກ​ຜົນ​ນີ້​ຖືກ​ບັນ​ຍາຍ​ວ່າ ‘ເພິ່ງ​ປາດ​ຖະ​ໜາ​ຈະ​ເຮັດ​ໃຫ້​ຄົນ​ເປັນ​ສຸກ’ [1 ນີ​ໄຟ 8:10] ແລະ ກໍ່​ໃຫ້​ເກີດ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຊື່ນ​ຊົມ​ນັ້ນ​ໃຫ້​ກັບ​ຄົນ​ອື່ນ.

    “ທີ່​ສຳ​ຄັນ, ຫົວ​ຂໍ້​ຫລັກ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ [ເບິ່ງ ໂມ​ໂຣ​ໄນ 10:32], ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ [ເບິ່ງ 1 ນີ​ໄຟ 8:19]” (“The Power of His Word Which Is in Us” [ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ຜູ້​ນຳ​ເຜີຍ​ແຜ່​ໃໝ່, ວັນ​ທີ 27 ເດືອນ​ມິ​ຖຸ​ນາ, 2017], 4–5).

  19. ເບິ່ງ 2 ໂກ​ຣິນ​ໂທ 3:3.

  20. 2 ໂກ​ຣິນ​ໂທ 5:17.

  21. ການ​ປຽບ​ທຽບ​ຂອງ​ແອວ​ມາ​ສິດ​ສອນ​ເຮົາ​ວ່າ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ​ໄດ້​ປູກ​ເມັດ​ພືດ​ໃນ​ໃຈ​ຂອງ​ເຮົາ, ການ​ບຳ​ລຸງ​ລ້ຽງ​ເມັດ​ພືດ​ໂດຍ​ສັດ​ທາ​ຂອງ​ເຮົາ​ທີ່​ເຮັດ​ໃຫ້​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ແຕກ​ໜໍ່, ແລະ ການ​ບຳ​ລຸງ​ລ້ຽງ​ຕົ້ນ​ໄມ້​ເຮັດ​ໃຫ້​ເກີດ​ໝາກ​ຜົນ, ທີ່ “ຫວານ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ຫວານ” (ແອວ​ມາ 32:42) ແລະ “ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ” (1 ນີ​ໄຟ 15:36).

  22. ແອວ​ມາ 5:14.

  23. ໂມ​ເຊ 6:34; ເນັ້ນ​ຄຳ​ເນີ້ງ.

  24. ໂກ​ໂລ​ຊາຍ 2:6.

  25. 1 ໂຢ​ຮັນ 2:3–6; ເນັ້ນ​ຄຳ​ເນີ້ງ.

  26. ລູ​ກາ 18:22.

  27. ໂມ​ເຊ 6:34.

  28. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23.

  29. ແອວ​ມາ 5:33–34; ເນັ້ນ​ຄຳ​ເນີ້ງ.

  30. ເບິ່ງ ໂຢ​ຮັນ 15:5.