ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄຳ​ຕອບ​ຈະ​ແມ່ນ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ຄຳ​ຕອບ​ຈະ​ແມ່ນ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ

ບໍ່​ວ່າ​ທ່ານ​ຈະ​ມີ​ຄຳ​ຖາມ ຫລື ບັນ​ຫາ​ໃດ​ກໍ​ຕາມ, ທ່ານ​ຈະ​ພົບ​ຄຳ​ຕອບ​ຢູ່​ໃນ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຮັບ​ການ​ລ້ຽງ​ດູ​ທາງ​ຝ່າຍ​ວິນ​ຍານ​ໃນ​ຊ່ວງ​ໄລ​ຍະ​ສອງ​ວັນ​ນີ້. ກຸ່ມ​ນັກ​ຮ້ອງ​ກໍ​ສຸດ​ຍອດ. ຜູ້​ທີ່​ກ່າວ​ປາ​ໄສ​ໄດ້​ເປັນ​ເຄື່ອງ​ມື​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ສະ​ແຫວງ​ຫາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ນຳ​ພາ​ທ່ານ​ໃນ​ການ​ສຶກ​ສາ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄວາມ​ຈິງ​ທີ່​ຖືກ​ສິດ​ສອນ​ຈາກ​ແທ່ນ​ປາ​ໄສ​ບ່ອນ​ນີ້. ພວກ​ເພິ່ນ​ຖືກ​ສົ່ງ​ມາ​ຈາກ​ສະ​ຫວັນ​ຢ່າງ​ແທ້​ຈິງ.

ໜຶ່ງ​ອາ​ທິດ​ຈາກ​ມື້​ນີ້ ຈະ​ເປັນ​ວັນ​ອາ​ທິດ​ອີດ​ສະ​ເຕີ. ມັນ​ເປັນ​ການ​ສະ​ເຫລີມ​ສະ​ຫລອງ​ທາງ​ສາດ​ສະ​ໜາ ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຫດ​ຜົນ​ຕົ້ນ​ຕໍ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ຄຣິດ​ສະ​ມາດ ກໍ​ຍ້ອນ​ອີດ​ສະ​ເຕີ. ບົດ​ຮຽນ​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ອາ​ທິດ​ນີ້ ກະ​ຕຸ້ນ​ໃຫ້​ທ່ານ​ສຶກ​ສາ​ການ​ສະ​ເດັດ​ເຂົ້າ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ຜູ້​ມີ​ໄຊ, ການ​ຊຳ​ລະ​ລ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ, ການ​ຮັບ​ທຸກ​ທໍ​ລະ​ມານ​ທີ່​ເຄັດ​ເຊ​ມາ​ເນ​ຂອງ​ພຣະ​ອົງ, ການ​ຄຶງ​ຂອງ​ພຣະ​ອົງ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຢ່າງ​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ, ແລະ ການ​ປະ​ກົດ​ຕົວ​ຕໍ່​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ຫລັງ​ຈາກ​ນັ້ນ.1

ຈົ່ງ​ຊື່ນ​ຊົມ​ກັບ​ຂໍ້​ພຣະຄຳ​ພີ​ທີ່​ສັກ​ສິດ​ເຫລົ່າ​ນີ້ ແລະ ຊອກ​ຫາ​ໃນ​ທຸກ​ວິ​ທີ​ທາງ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຂອບ​ພຣະ​ໄທ​ພຣະ​​ບິ​ດາ​ເທິງ​ສະ​ຫວັນ ທີ່​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ມາ​ໃຫ້​ເຮົາ.2 ຍ້ອນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ. ຍ້ອນ​ພຣະ​ອົງ, ເຮົາ​ແຕ່​ລະ​ຄົນ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ທ່ານ​ສຶກ​ສາ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປະ​ກົດ​ຕົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຊາວ​ນີ​ໄຟ​ໃນ​ອາ​ເມ​ຣິ​ກາ​ຄືນ​ອີກ, ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ 3 ນີ​ໄຟ ນຳ​ອີກ. ບໍ່​ດົນ​ກ່ອນ​ການ​ປະ​ກົດ​ຕົວ, ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ກໍ​ໄດ້​ຍິນ​ທ່າມ​ກາງ​ຜູ້​ຄົນ ລວມ​ທັງ​ຄຳ​ອ້ອນ​ວອນ​ຕໍ່​ໄປ​ນີ້:

“ບັດ​ນີ້​ພວກ​ເຈົ້າ​ຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ເພື່ອ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວກ​ເຈົ້າ?

“… ຈົ່ງ​ເບິ່ງ, ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ເຮົາ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ​ຫາ​ເຮົາ, ເຮົາ​ຈະ​ຮັບ​ເອົາ​ໄວ້.”3

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເຊື້ອ​ເຊີນ​ເຮົາ​ແບບ​ດຽວ​ກັນ​ນັ້ນ ໃນ​ມື້​ນີ້. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ມາ​ຫາ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ສາ​ມາດ​ປິ່ນ​ປົວ ທ່ານ! ພຣະ​ອົງ​ຈະ​ປິ່ນ​ປົວ​ທ່ານ​ຈາກ​ບາບ ເມື່ອ​ທ່ານ​ກັບ​ໃຈ. ພຣະ​ອົງ​ຈະ​ປິ່ນ​ປົວ​ທ່ານ​ຈາກ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ຢ້ານ​ກົວ. ພຣະ​ອົງ​ຈະ​ປິ່ນ​ປົວ​ທ່ານ​ຈາກ​ບາດ​ແຜ​ຂອງ​ໂລກ​ນີ້.

ບໍ່​ວ່າ​ທ່ານ​ຈະ​ມີ​ຄຳ​ຖາມ ຫລື ບັນ​ຫາ​ໃດ​ກໍ​ຕາມ, ທ່ານ​ຈະ​ພົບ​ຄຳ​ຕອບ​ຢູ່​ໃນ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ. ຈົ່ງ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຄວາມ​ຮັກ​ຂອງ​ພຣະ​ອົງ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ປິ່ນ​ປົວ ແລະ ຄວາມ​ກ້າວ​ໜ້າ ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຈົ່ງ​ຫັນ​ມາ​ຫາ​ພຣະ​ອົງ! ຈົ່ງ​ຕິດ​ຕາມ​ພຣະ​ອົງ!

ພຣະ​ເຢ​ຊູ​ຄຣິດ​ຄື​ເຫດ​ຜົນ​ທີ່​ພວກ​ເຮົາ​ສ້າງ​ພຣະ​ວິ​ຫານ. ແຕ່​ລະ​ແຫ່ງ​ເປັນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ການ​ເຮັດ​ພັນ​ທະ​ສັນ​ຍາ ແລະ ການ​ຮັບ​ເອົາ​ພິ​ທີ​ການ​ທີ່​ສຳ​ຄັນ​ຢູ່​ໃນ​ພຣະ​ວິ​ຫານ, ຕະ​ຫລອດ​ທັງ​ການ​ສະ​ແຫວງ​ຫາ​ທີ່​ຈະ​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ​ໃນ​ທີ່​ນັ້ນ, ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ໃນ​ວິ​ທີ​ທີ່​ການ​ນະ​ມັດ​ສະ​ການ​ແບບ​ອື່ນ​ບໍ່​ສາ​ມາດ​ເຮັດ​ໄດ້. ດ້ວຍ​ເຫດ​ນີ້, ພວກ​ເຮົາ​ຈຶ່ງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ອຳ​ນາດ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ທົ່ວ​ໂລກ​ສາ​ມາດ​ເຂົ້າ​ເຖິງ​ພອນ​ຂອງ​ພຣະ​ວິ​ຫານ​ໄດ້​ຫລາຍ​ຂຶ້ນ. ມື້​ນີ້, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ທີ່​ຈະ​ປະ​ກາດ​ແຜນ​ຂອງ​ພວກ​ເຮົາ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ໃໝ່ ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້:

  • ເມືອງ​ເຣ​ຕາ​ລູ​ເລວ, ປະ​ເທດ​ກວາ​ເຕ​ມາ​ລາ

  • ເມືອງ​ອີ​ກີ​ໂຕສ໌, ປະ​ເທດ​ເປ​ຣູ

  • ເມືອງ​ເຕ​ເຣ​ຊີ​ນາ, ປະ​ເທດ​ບຣາ​ຊິນ

  • ເມືອງ​ນາ​ຕານ, ປະ​ເທດ​ບຣາ​ຊິນ

  • ເມືອງ​ທູ​ເກ​ກາ​ຣາວ, ປະ​ເທດ​ຟີ​ລິບ​ປິນ

  • ເມືອງ​ອິ​ລູ​ໂລ, ປະ​ເທດ​ຟີ​ລິບ​ປິນ

  • ເມືອງ​ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ

  • ເມືອງ​ແຮມ​ເບີກ, ປະ​ເທດ​ເຢຍ​ລະ​ມັນ

  • ເມືອງ​ເລດ​ບຣິຈ, ແຂວງ​ອາ​ເບີ​ຕາ, ປະ​ເທດ​ກາ​ນາ​ດາ

  • ເມືອງ​ແຊນ​ໂຮ​ເຊ, ລັດ​ຄາ​ລິ​ຟໍ​ເນຍ

  • ເມືອງ​ເບກ​ເກີ​ຊະ​ຟຽວ, ລັດ​ຄາ​ລິ​ຟໍ​ເນຍ

  • ເມືອງ​ສະ​ປຣິງ​ຟຽວ, ລັດ​ມີ​ເຊີ​ຣີ

  • ເມືອງ​ຊາ​ລ໊ອດ, ລັດ​ນອດ​ຄາ​ໂຣ​ລາຍ​ນາ

  • ເມືອງ​ວິນ​ເຈດ​ສະ​ເຕີ, ລັດ​ເວີ​ຈີ​ເນຍ

  • ເມືອງ​ແຮ​ຣິ​ສະ​ເບີກ, ລັດ​ເພັນ​ໂຊ​ເວ​ເນຍ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊີ້​ນຳ​ວຽກ​ງານ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ຕິດ​ຕາມ​ພຣະ​ອົງ​ເປັນ​ພຽງ​ຫົນ​ທາງ​ດຽວ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສຸກ​ອັນ​ຍືນ​ຍົງ​ໄດ້. ຂ້າ​ພະ​ເຈົ້າ​ຮູ້​ວ່າ ອຳ​ນາດ​ຂອງ​ພຣະ​ອົງ​ກຳ​ລັງ​ລົງ​ມາ​ສູ່​ຜູ້​ຄົນ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ຜູ້ “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”4 ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ, ດ້ວຍ​ຄວາມ​ຮັກ ແລະ ພອນ​ສຳ​ລັບ​ທ່ານ​ແຕ່​ລະ​ຄົນ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.