ໜັງສືອອມໄນ
ບົດທີ 1
ອອມໄນ, ອາມາຣອນ, ເຄມິດ, ອະບີນາໂດມ, ແລະ ອາມາລະໄຄ, ແຕ່ລະຄົນປ່ຽນຜຽນກັນຮັກສາແຜ່ນຈາລຶກ—ໂມໄຊຢາຄົ້ນພົບຜູ້ຄົນຂອງເຊຣາເຮັມລາ, ຜູ້ຊຶ່ງໄດ້ອອກມາຈາກເຢຣູຊາເລັມໃນເວລາທີ່ເຊເດກີຢາເປັນກະສັດ—ໂມໄຊຢາຖືກແຕ່ງຕັ້ງໃຫ້ເປັນກະສັດຂອງພວກເຂົາ—ລູກຫລານຂອງມິວເລັກທີ່ເຊຣາເຮັມລາໄດ້ພົບເຫັນໂຄຣິອານທະເມີຄົນສຸດທ້າຍຂອງຊາວຢາເຣັດ—ກະສັດເບັນຢາມິນໄດ້ສືບບັນລັງແທນໂມໄຊຢາ—ມະນຸດຄວນຖວາຍຈິດວິນຍານຂອງຕົນເປັນເຄື່ອງບູຊາແດ່ພຣະຄຣິດ. ປະມານ 323–130 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄືຂ້າພະເຈົ້າອອມໄນ ໂດຍໄດ້ຮັບຄຳສັ່ງຈາກເຈຣອມບິດາຂອງຂ້າພະເຈົ້າ ໃຫ້ບັນທຶກໄວ້ເລັກໜ້ອຍໃນແຜ່ນຈາລຶກເຫລົ່ານີ້, ເພື່ອຮັກສາລຳດັບການສືບເຊື້ອສາຍຂອງພວກເຮົາ—
2 ດັ່ງນັ້ນ, ໃນວັນເວລາຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ຈັກວ່າ ຂ້າພະເຈົ້າໄດ້ຕໍ່ສູ້ມາຫລາຍດ້ວຍດາບເພື່ອປົກປ້ອງຊາວນີໄຟຜູ້ຄົນຂອງຂ້າພະເຈົ້າ, ເພື່ອບໍ່ໃຫ້ຕົກຢູ່ໃນກຳມືຂອງຊາວເລມັນສັດຕູຂອງພວກເຂົາ. ແຕ່ຈົ່ງເບິ່ງ, ຕົວຂອງຂ້າພະເຈົ້າເປັນຄົນຊົ່ວ, ແລະ ຂ້າພະເຈົ້າບໍ່ໄດ້ຮັກສາຂໍ້ກຳນົດ ແລະ ພຣະບັນຍັດຂອງພຣະຜູ້ເປັນເຈົ້າຕາມທີ່ຂ້າພະເຈົ້າຄວນຮັກສາ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາສອງຮ້ອຍເຈັດສິບຫົກປີຜ່ານໄປ ແລະ ພວກເຮົາມີຊ່ວງເວລາແຫ່ງສັນຕິສຸກຫລາຍເທື່ອ; ແລະ ມີຊ່ວງເວລາແຫ່ງສົງຄາມ ແລະ ການນອງເລືອດຫລາຍເທື່ອ. ແທ້ຈິງແລ້ວ, ແລະ ໂດຍສະຫລຸບ, ເວລາສອງຮ້ອຍແປດສິບສອງປີຜ່ານໄປ, ແລະ ຂ້າພະເຈົ້າຍັງໄດ້ຮັກສາແຜ່ນຈາລຶກເຫລົ່ານີ້ໄວ້ຕາມ ຄຳສັ່ງຂອງບັນພະບຸລຸດຂອງຂ້າພະເຈົ້າ; ແລະ ຂ້າພະເຈົ້າໄດ້ມອບມັນຕໍ່ໃຫ້ອາມາຣອນລູກຊາຍຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າຂໍຈົບພຽງເທົ່ານີ້.
4 ແລະ ບັດນີ້ຂ້າພະເຈົ້າອາມາຣອນບັນທຶກເລື່ອງຫຍັງກໍຕາມທີ່ຂ້າພະເຈົ້າຈະບັນທຶກໄວ້ໜ້ອຍໜຶ່ງໄວ້ໃນໜັງສືຂອງບິດາຂອງຂ້າພະເຈົ້າ.
5 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ເວລາສາມຮ້ອຍຊາວປີຜ່ານໄປ, ແລະ ຊາວນີໄຟພວກທີ່ຊົ່ວຫລາຍກວ່າໄດ້ຖືກ ທຳລາຍໄປ.
6 ເພາະພຣະຜູ້ເປັນເຈົ້າຈະບໍ່ຍອມ, ຫລັງຈາກທີ່ພຣະອົງໄດ້ນຳພວກເຂົາອອກຈາກແຜ່ນດິນເຢຣູຊາເລັມ ແລະ ໄດ້ປົກປັກຮັກສາພວກເຂົາບໍ່ໃຫ້ຕົກຢູ່ໃນກຳມືຂອງສັດຕູ, ແທ້ຈິງແລ້ວ, ພຣະອົງຈະບໍ່ຍອມໃຫ້ພຣະຄຳຊຶ່ງພຣະອົງໄດ້ກ່າວກັບບັນພະບຸລຸດຂອງພວກເຮົາບໍ່ປະກົດເປັນຈິງ, ມີຄວາມວ່າ: ຕາບໃດທີ່ເຈົ້າຈະບໍ່ຮັກສາບັນຍັດຂອງເຮົາ, ເຈົ້າຈະບໍ່ຮຸ່ງເຮືອງຢູ່ໃນແຜ່ນດິນ.
7 ດັ່ງນັ້ນ, ພຣະຜູ້ເປັນເຈົ້າໄດ້ສະເດັດມາຢ້ຽມຢາມພວກເຂົາດ້ວຍການພິພາກສາອັນໃຫຍ່ຫລວງ; ເຖິງຢ່າງໃດກໍຕາມ, ພຣະອົງໄດ້ໄວ້ຊີວິດຄົນຊອບທຳ ເພື່ອພວກເຂົາຈະບໍ່ຕາຍ, ແຕ່ຈະປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ມອບແຜ່ນຈາລຶກໃຫ້ເຄມິດນ້ອງຊາຍຂອງຂ້າພະເຈົ້າ.
9 ບັດນີ້ຂ້າພະເຈົ້າເຄມິດຈະບັນທຶກໄວ້ຈັກສອງສາມເລື່ອງ ໄວ້ໃນໜັງສືເຫລັ້ມດຽວກັນກັບທີ່ອ້າຍຂອງຂ້າພະເຈົ້າໄດ້ບັນທຶກໄວ້; ເພາະຈົ່ງເບິ່ງ, ຂ້າພະເຈົ້າໄດ້ເຫັນເລື່ອງສຸດທ້າຍທີ່ລາວໄດ້ຂຽນໄວ້ດ້ວຍມືຂອງລາວເອງ; ແລະ ລາວຂຽນໄວ້ໃນມື້ທີ່ລາວມອບມັນໃຫ້ຂ້າພະເຈົ້າ. ແລະ ພວກເຮົາຮັກສາແຜ່ນຈາລຶກຕາມວິທີນີ້ເພາະມັນເປັນຄຳສັ່ງຂອງບັນພະບຸລຸດຂອງພວກເຮົາ. ແລະ ຂ້າພະເຈົ້າຂໍຈົບພຽງເທົ່ານີ້.
10 ຈົ່ງເບິ່ງ, ຂ້າພະເຈົ້າອະບີນາໂດມຜູ້ເປັນລູກຊາຍຂອງເຄມິດ. ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນສົງຄາມ ແລະ ການຂັດແຍ້ງມາຫລາຍລະຫວ່າງຊາວນີໄຟຜູ້ຄົນຂອງຂ້າພະເຈົ້າກັບຊາວເລມັນ; ແລະ ດ້ວຍດາບຂອງຂ້າພະເຈົ້າເອງ, ຂ້າພະເຈົ້າໄດ້ເອົາຊີວິດຂອງຊາວເລມັນມາເປັນຈຳນວນຫລວງຫລາຍແລ້ວໃນການປ້ອງກັນພີ່ນ້ອງຂອງຂ້າພະເຈົ້າ.
11 ແລະ ຈົ່ງເບິ່ງ, ບັນທຶກຂອງຜູ້ຄົນພວກນີ້ມີຂຽນໄວ້ໃນແຜ່ນຈາລຶກ ຊຶ່ງເປັນຂອງກະສັດຕາມຊົ່ວອາຍຸຄົນ, ແລະ ຂ້າພະເຈົ້າບໍ່ຮູ້ເລື່ອງການເປີດເຜີຍ ຫລື ເລື່ອງການທຳນາຍນອກຈາກທີ່ມີບັນທຶກໄວ້; ດັ່ງນັ້ນ, ເລື່ອງທີ່ບັນທຶກໄວ້ກໍພຽງພໍແລ້ວ. ແລະ ຂ້າພະເຈົ້າຂໍຈົບພຽງເທົ່ານີ້.
12 ຈົ່ງເບິ່ງ, ຂ້າພະເຈົ້າອາມາລະໄຄຜູ້ເປັນລູກຊາຍຂອງອະບີນາໂດມ. ຈົ່ງເບິ່ງ, ຂ້າພະເຈົ້າຈະເວົ້າກັບພວກທ່ານບາງຢ່າງກ່ຽວກັບໂມໄຊຢາຜູ້ໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດປົກຄອງແຜ່ນດິນເຊຣາເຮັມລາ; ເພາະຈົ່ງເບິ່ງ, ໂດຍທີ່ພຣະຜູ້ເປັນເຈົ້າໄດ້ເຕືອນເພິ່ນໃຫ້ໜີໄປຈາກແຜ່ນດິນ ນີໄຟ, ແລະ ຜູ້ໃດທີ່ເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າກໍໄດ້ ອອກຈາກແຜ່ນດິນພ້ອມກັບເພິ່ນໄປໃນຖິ່ນແຫ້ງແລ້ງກັນດານ—
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເຮັດຕາມທີ່ພຣະຜູ້ເປັນເຈົ້າບັນຊາ. ແລະ ຫລາຍຕໍ່ຫລາຍຄົນທີ່ເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າຈຶ່ງອອກຈາກແຜ່ນດິນໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ພວກເຂົາຖືກນຳພາໄປໂດຍການສັ່ງສອນ ແລະ ການທຳນາຍຫລາຍຢ່າງ. ແລະ ພວກເຂົາໄດ້ຮັບການຕັກເຕືອນຢູ່ຕະຫລອດເວລາໂດຍພຣະຄຳຂອງພຣະເຈົ້າ; ແລະ ພວກເຂົາຖືກນຳໄປໂດຍອຳນາດຂອງພຣະຫັດຂອງພຣະອົງຕະຫລອດເວລາໃນຖິ່ນແຫ້ງແລ້ງກັນດານ ຈົນລົງມາຮອດແຜ່ນດິນທີ່ເອີ້ນວ່າ ແຜ່ນດິນເຊຣາເຮັມລາ.
14 ແລະ ພວກເຂົາໄດ້ພົບເຫັນຄົນພວກໜຶ່ງທີ່ມີຊື່ວ່າ ຜູ້ຄົນຂອງ ເຊຣາເຮັມລາ. ບັດນີ້, ມັນມີຄວາມປິຕິຍິນດີຢ່າງຍິ່ງໃນບັນດາຜູ້ຄົນຂອງເຊຣາເຮັມລາ; ແລະ ຊາວເຊຣາເຮັມລາຊື່ນຊົມຢ່າງຍິ່ງເພາະວ່າພຣະຜູ້ເປັນເຈົ້າໄດ້ສົ່ງຜູ້ຄົນຂອງໂມໄຊຢາມາພ້ອມກັບ ແຜ່ນຈາລຶກທອງເຫລືອງຊຶ່ງມີບັນທຶກຂອງຊາວຢິວ.
15 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ໂມໄຊຢາໄດ້ຄົ້ນພົບວ່າ ຜູ້ຄົນຂອງເຊຣາເຮັມລາໄດ້ອອກມາຈາກເຢຣູຊາເລັມໃນເວລາທີ່ ເຊເດກີຢາເປັນກະສັດຂອງຢູດາ ຊຶ່ງຖືກຈັບໄປເປັນຊະເລີຍໃນບາບີໂລນ.
16 ແລະ ພວກນີ້ໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ແລະ ຖືກພາໄປໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ ຂ້າມຜືນນ້ຳອັນກວ້າງໃຫຍ່ໄປຫາແຜ່ນດິນທີ່ໂມໄຊຢາພົບເຫັນພວກເຂົາ; ແລະ ພວກເຂົາໄດ້ຕັ້ງຖິ່ນຖານຢູ່ບ່ອນນັ້ນນັບຕັ້ງແຕ່ເວລານັ້ນມາ.
17 ແລະ ເວລາທີ່ໂມໄຊຢາຄົ້ນພົບພວກນີ້, ພວກເຂົາມີຜູ້ຄົນເປັນຈຳນວນຫລວງຫລາຍ. ເຖິງຢ່າງໃດກໍຕາມ, ພວກເຂົາຍັງມີສົງຄາມ ແລະ ການຂັດແຍ້ງຢ່າງຮຸນແຮງຫລາຍເທື່ອ, ແລະ ມີການລົ້ມຕາຍດ້ວຍດາບເປັນບາງຄັ້ງ; ແລະ ພາສາຂອງພວກເຂົາໄດ້ປ່ຽນແປງໄປ; ທັງພວກເຂົາບໍ່ໄດ້ເອົາ ບັນທຶກມານຳ, ແລະ ພວກເຂົາປະຕິເສດການເປັນຢູ່ຂອງພຣະຜູ້ສ້າງຂອງພວກເຂົາ; ແລະ ໂມໄຊຢາ, ທັງຜູ້ຄົນຂອງໂມໄຊຢາຈຶ່ງບໍ່ສາມາດເຂົ້າໃຈພວກນີ້ໄດ້.
18 ແຕ່ເຫດການໄດ້ບັງເກີດຂຶ້ນຄື ໂມໄຊຢາໃຫ້ພວກນີ້ໄດ້ຮັບການສິດສອນໃນພາສາຂອງເພິ່ນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ພວກເຂົາໄດ້ຮັບການສິດສອນໃນພາສາຂອງໂມໄຊຢາແລ້ວ, ຊາວເຊຣາເຮັມລາ ຈຶ່ງໃຫ້ລຳດັບການສືບເຊື້ອສາຍຂອງບັນພະບຸລຸດຂອງພວກເຂົາຕາມຄວາມຊົງຈຳຂອງພວກເຂົາ; ແລະ ເລື່ອງເຫລົ່ານີ້ມີບັນທຶກໄວ້, ແຕ່ບໍ່ໄດ້ຢູ່ໃນແຜ່ນຈາລຶກເຫລົ່ານີ້.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງເຊຣາເຮັມລາກັບຜູ້ຄົນຂອງໂມໄຊຢາໄດ້ມາ ເຕົ້າໂຮມກັນ, ແລະ ໂມໄຊຢາໄດ້ຖືກແຕ່ງຕັ້ງໃຫ້ເປັນກະສັດຂອງພວກເຂົາ.
20 ແລະ ເຫດການໄດ້ບັງເກີດຂຶ້ນໃນວັນເວລາຂອງໂມໄຊຢາມີຫີນໃຫຍ່ກ້ອນໜຶ່ງຊຶ່ງມີອັກຂະລະໃນນັ້ນຖືກນຳມາໃຫ້ເພິ່ນ; ແລະ ເພິ່ນໄດ້ ແປຄວາມໝາຍຂອງອັກຂະລະດ້ວຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ.
21 ແລະ ມັນເປັນເລື່ອງລາວຂອງຄົນຜູ້ໜຶ່ງຊື່ວ່າ ໂຄຣິອານທະເມີກັບຜູ້ຄົນຂອງລາວທີ່ໄດ້ຖືກຂ້າຕາຍ. ແລະ ຜູ້ຄົນຂອງເຊຣາເຮັມລາໄດ້ພົບໂຄຣິອານທະເມີ; ແລະ ລາວໄດ້ຢູ່ກັບຄົນພວກນີ້ເປັນເວລາເກົ້າເດືອນ.
22 ມັນໄດ້ກ່າວຂໍ້ຄວາມກ່ຽວກັບບັນພະບຸລຸດຂອງລາວບາງເລັກໜ້ອຍ. ແລະ ບິດາມານດາຜູ້ທຳອິດຂອງລາວທີ່ໄດ້ອອກມາຈາກ ຫໍສູງໃນເວລາທີ່ພຣະຜູ້ເປັນເຈົ້າເຮັດໃຫ້ພາສາຂອງຄົນ ສັບສົນ; ແລະ ຄວາມຮຸນແຮງຂອງພຣະຜູ້ເປັນເຈົ້າມາຫາພວກເຂົາຕາມການພິພາກສາຂອງພຣະອົງຊຶ່ງທ່ຽງທຳ; ແລະ ກະດູກຂອງພວກເຂົາວາງກະຈັດກະຈາຍຢູ່ໃນແຜ່ນດິນທາງເໜືອ.
23 ຈົ່ງເບິ່ງ, ຂ້າພະເຈົ້າອາມາລະໄຄໄດ້ເກີດໃນວັນເວລາຂອງໂມໄຊຢາ; ແລະ ຂ້າພະເຈົ້າມີຊີວິດຢູ່ຈົນເຫັນການສິ້ນຊີວິດຂອງເພິ່ນ; ແລະ ເບັນຢາມິນລູກຊາຍຂອງເພິ່ນໄດ້ຂຶ້ນປົກຄອງລາຊາບັນລັງແທນເພິ່ນ.
24 ແລະ ຈົ່ງເບິ່ງ, ໃນວັນເວລາຂອງກະສັດເບັນຢາມິນ, ຂ້າພະເຈົ້າໄດ້ເຫັນສົງຄາມອັນຮ້າຍແຮງ ແລະ ການນອງເລືອດລະຫວ່າງຊາວນີໄຟກັບຊາວເລມັນ. ແຕ່ຈົ່ງເບິ່ງ, ຊາວນີໄຟໄດ້ປຽບພວກນັ້ນຫລາຍ; ແທ້ຈິງແລ້ວ, ເຖິງຂະໜາດທີ່ກະສັດເບັນຢາມິນໄດ້ຂັບໄລ່ພວກເຂົາອອກຈາກແຜ່ນດິນເຊຣາເຮັມລາ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າກໍເລີ່ມເຖົ້າແກ່ລົງ; ແລະ ໂດຍທີ່ບໍ່ມີລູກຈັກຄົນ, ແລະ ໂດຍທີ່ຮູ້ວ່າກະສັດ ເບັນຢາມິນເປັນກະສັດທີ່ທ່ຽງທຳຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ດັ່ງນັ້ນ, ຂ້າພະເຈົ້າຈຶ່ງ ມອບແຜ່ນຈາລຶກເຫລົ່ານີ້ໃຫ້ເພິ່ນ, ເພື່ອຈະໄດ້ຊັກຊວນມະນຸດທັງປວງໃຫ້ມາຫາພຣະເຈົ້າ, ແລະ ພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ເຊື່ອໃນການທຳນາຍ, ແລະ ການເປີດເຜີຍ, ແລະ ການປະຕິບັດສາດສະໜາກິດຂອງເຫລົ່າທູດ, ແລະ ໃນຂອງປະທານແຫ່ງການເວົ້າພາສາ, ແລະ ໃນຂອງປະທານແຫ່ງການແປພາສາ, ແລະ ໃນທຸກສິ່ງທີ່ ດີ; ເພາະບໍ່ມີສິ່ງໃດເລີຍທີ່ດີນອກຈາກມັນມາຈາກພຣະຜູ້ເປັນເຈົ້າ: ແລະ ສິ່ງທີ່ບໍ່ດີມາຈາກມານ.
26 ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານ ມາຫາພຣະຄຣິດ, ຜູ້ເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ຮັບສ່ວນຄວາມລອດຈາກພຣະອົງ, ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ. ແທ້ຈິງແລ້ວ, ຈົ່ງມາຫາພຣະອົງເຖີດ, ແລະ ຖວາຍທັງຈິດວິນຍານຂອງພວກທ່ານເປັນ ເຄື່ອງບູຊາແດ່ພຣະອົງ, ແລະ ຖືສິນອົດເຂົ້າ ແລະ ອະທິຖານຕໍ່ໄປ, ແລະ ອົດທົນຈົນເຖິງທີ່ສຸດ; ແລະ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ພວກທ່ານຈະລອດ.
27 ແລະ ບັດນີ້ຂ້າພະເຈົ້າຈະເວົ້າບາງຢ່າງກ່ຽວກັບຄົນກຸ່ມໜຶ່ງທີ່ຂຶ້ນໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອກັບໄປຫາແຜ່ນດິນນີໄຟ; ເພາະມີຄົນເປັນຈຳນວນຫລວງຫລາຍທີ່ປາດຖະໜາຈະເປັນເຈົ້າຂອງແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ.
28 ດັ່ງນັ້ນ, ພວກເຂົາຈຶ່ງຂຶ້ນໄປໃນຖິ່ນແຫ້ງແລ້ງກັນດານ. ແລະ ໂດຍທີ່ຜູ້ນຳພວກເຂົາເປັນຄົນແຂງແຮງ ແລະ ມີພະລັງ, ແລະ ເປັນຄົນແຂງຄໍ, ດັ່ງນັ້ນ, ລາວຈຶ່ງເຮັດໃຫ້ເກີດການຂັດແຍ້ງກັນໃນບັນດາພວກເຂົາເອງ; ແລະ ພວກເຂົາຖືກ ຂ້າຕາຍໝົດໃນຖິ່ນແຫ້ງແລ້ງກັນດານ ນອກຈາກຄົນຫ້າສິບຄົນເທົ່ານັ້ນ, ແລະ ຄົນເຫລົ່ານັ້ນໄດ້ກັບຄືນມາຫາແຜ່ນດິນເຊຣາເຮັມລາ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ພາຄົນພວກອື່ນໆໄປອີກເປັນຈຳນວນຫລວງຫລາຍ, ແລະ ອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ.
30 ແລະ ຂ້າພະເຈົ້າອາມາລະໄຄມີນ້ອງຊາຍຢູ່ຄົນໜຶ່ງທີ່ໄປນຳຄົນເຫລົ່ານັ້ນຄືກັນ; ແລະ ຕັ້ງແຕ່ນັ້ນມາ ຂ້າພະເຈົ້າບໍ່ໄດ້ຍິນກ່ຽວກັບຄົນເຫລົ່ານັ້ນເລີຍ. ແລະ ຂ້າພະເຈົ້າກຳລັງຈະລົງໄປນອນໃນຫລຸມສົບຂອງຂ້າພະເຈົ້າ; ແລະ ແຜ່ນຈາລຶກເຫລົ່ານີ້ກໍເຕັມແລ້ວ. ແລະ ຂ້າພະເຈົ້າຂໍຈົບຄຳເວົ້າຂອງຂ້າພະເຈົ້າໄວ້ພຽງເທົ່ານີ້.