ຄູ່​ມື ແລະ ການ​ເອີ້ນ
26. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ


“26. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“26. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ອະ​ທິ​ການ​ກຳ​ລັງ​ສຳ​ພາດ​ຊາຍ​ຄົນ​ໜຶ່ງ

26.

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

26.0

ຄຳ​ນຳ

ການ​ເຂົ້າ​ໄປ​ພຣະ​ວິ​ຫານ​ແມ່ນ​ສິດ​ທິ​ພິ​ເສດ​ອັນ​ສັກ​ສິດ. ຜູ້​ນຳ​ຫວອດ ແລະ ສະ​ເຕກ​ຊຸກ​ຍູ້​ສະ​ມາ​ຊິກ​ທຸກ​ຄົນ​ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ ແລະ ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເຖິງ​ແມ່ນ​ເຂົາ​ເຈົ້າ​ບໍ່​ໄດ້​ອາ​ໄສ​ຢູ່​ໃກ້​ພຣະ​ວິ​ຫານ​ກໍ​ຕາມ.

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຄວນ​ໃຊ້​ຄວາມ​ພະ​ຍາ​ຍາມ​ໃນ​ທຸກ​ວິ​ທີ​ທາງ ເພື່ອ​ເບິ່ງ​ວ່າ ສະ​ມາ​ຊິກ​ທີ່​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ທຸກ​ຄົນ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ເຂົ້າ​ໄປ​ຫລື​ບໍ່ (ເບິ່ງ ເພງ​ສັນ​ລະ​ເສີນ 24:3–5).

ສະ​ມາ​ຊິກ​ຕ້ອງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ກ່ອນ​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ໄດ້.

ອະ​ທິ​ການ​ຈະ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ​ຂອງ​ເພິ່ນ ຖ້າ​ຫາກ​ເພິ່ນ​ມີ​ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ທີ່​ບໍ່​ໄດ້​ຕອບ​ຢູ່​ໃນ​ບົດ​ນີ້. ປະ​ທານ​ສະ​ເຕກ​ສາ​ມາດ​ຕິດ​ຕໍ່​ຫາ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ​ຖ້າ​ມີ​ຄຳ​ຖາມ.

26.1

ຊະ​ນິດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

ໃບ​ຮັບ​ຮອງ​ມີ​ສາມ​ຊະ​ນິດ​ດ້ວຍ​ກັນ:

  1. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ເທື່ອ. ໃບ​ຮັບ​ຮອງ​ເຫລົ່າ​ນີ້​ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ເທື່ອ ຜູ້​ທີ່​ຈະ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ ຫລື ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ. ໃບ​ຮັບ​ຮອງ​ຖືກ​ອອກ​ໃຫ້​ຜ່ານ​ທາງ ແຫລ່ງ​ຊ່ວຍ​ຜູ້​ນຳ ແລະ ສະ​ໝຽນ (LCR). ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 26.4.

  2. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ພິ​ທີ​ການ​ຂອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່. ໃບ​ຮັບ​ຮອງ​ເຫລົ່າ​ນີ້​ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຈະ​ໄປ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ ຫລື ຈະ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ. ໃບ​ຮັບ​ຮອງ​ພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ຈະ​ຕິດ​ແນບ​ຢູ່​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ປົກ​ກະ​ຕິ​ສຳ​ລັບ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ (ມີ​ອະ​ທິ​ບາຍ​ໄວ້​ຢູ່​ຂ້າງ​ລຸ່ມ).

  3. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ. ໃບ​ຮັບ​ຮອງ​ເຫລົ່າ​ນີ້​ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ກ່ອນ​ແລ້ວ. ໃບ​ຮັບ​ຮອງ​ຖືກ​ອອກ​ໃຫ້​ຜ່ານ​ທາງ LCR. ໃບ​ຮັບ​ຮອງ​ອະ​ນຸ​ຍາດ​ໃຫ້​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ພິ​ທີ​ການ​ພຣະ​ວິ​ຫານ​ທັງ​ໝົດ​ສຳ​ລັບ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ. ໃບ​ຮັບ​ຮອງ​ກໍ​ຍັງ​ຖືກ​ໃຊ້​ເມື່ອ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່ ຫລື ລູກ​ທີ່​ມີ​ຊີ​ວິດ​ຢູ່ ຫລື ເສຍ​ຊີ​ວິດ​ແລ້ວ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 26.3.

26.2

ການ​ເກັບ​ຮັກ​ສາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

26.2.1

ການ​ເກັບ​ຮັກ​ສາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໂດຍ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຜູ້​ທີ່​ຖືກ​ອະ​ນຸ​ຍາດ​ໃຫ້​ມີ​ປຶ້ມ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ຄວນ​ເກັບ​ຮັກ​ສາ​ມັນ​ໄວ້​ໃຫ້​ດີ.

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ກໍ​ຍັງ​ຕ້ອງ​ແນ່​ໃຈ​ວ່າ ບຸກ​ຄົນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຈະ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ LCR.

26.2.3

ໃບ​ຮັບ​ຮອງ​ທີ່​ເສຍ ຫລື ຖືກ​ລັກ​ໄປ

ອະ​ທິ​ການ​ຂໍ​ໃຫ້​ສະ​ມາ​ຊິກ​ແຈ້ງ​ໃຫ້​ເພິ່ນ​ຊາບ​ໃຫ້​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ຖ້າ​ຫາກ​ເຂົາ​ເຈົ້າ​ເຮັດ​ໃບ​ຮັບ​ຮອງ​ເສຍ ຫລື ຖືກ​ລັກ​ໄປ. ເພິ່ນ ຫລື ທີ່​ປຶກ​ສາ ຫລື ສະ​ໝຽນ​ທີ່​ຖືກ​ມອບ​ໝາຍ​ຈະ​ໃຊ້ LCR ເພື່ອ​ຍົກ​ເລີກ​ໃບ​ຮັບ​ຮອງ​ໃຫ້​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ຖ້າ​ຫາກ​ລະ​ບົບ​ນີ້​ບໍ່​ມີ​ໃຫ້​ໃຊ້, ອະ​ທິ​ການ​ຈະ​ຕິດ​ຕໍ່​ຫາ​ຫ້ອງ​ການ​ພຣະ​ວິ​ຫານ ເພື່ອ​ຍົກ​ເລີກ​ໃບ​ຮັບ​ຮອງ.

26.2.4

ຜູ້​ຖື​ໃບ​ຮັບ​ຮອງ​ທີ່​ບໍ່​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ

ຖ້າ​ຫາກ​ອະ​ທິ​ການ​ພິ​ຈາ​ລະ​ນາ​ວ່າ​ສະ​ມາ​ຊິກ​ຜູ້​ມີ​ໃບ​ຮັບ​ຮອງ ບໍ່​ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ (ເບິ່ງ 26.3), ເພິ່ນ​ຈະ​ຂໍ​ເອົາ​ໃບ​ຮັບ​ຮອງ​ຈາກ​ສະ​ມາ​ຊິກ. ເພິ່ນ​ໃຊ້ LCR ເພື່ອ​ຍົກ​ເລີກ​ໃບ​ຮັບ​ຮອງ. ຖ້າ​ຫາກ​ລະ​ບົບ​ນີ້​ບໍ່​ມີ​ໃຫ້​ໃຊ້, ອະ​ທິ​ການ​ຈະ​ຕິດ​ຕໍ່​ຫາ​ຫ້ອງ​ການ​ພຣະ​ວິ​ຫານ ເພື່ອ​ຍົກ​ເລີກ​ໃບ​ຮັບ​ຮອງ.

26.3

ແນວ​ທາງ​ຊີ້​ນຳ​ທົ່ວ​ໄປ​ສຳ​ລັບ​ການ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຄວນ​ອອກ​ໃບ​ຮັບ​ຮອງ​ໃຫ້ ພຽງ​ແຕ່​ເມື່ອ​ຖ້າ​ຫາກ​ສະ​ມາ​ຊິກ​ຕອບ​ຄຳ​ຖາມ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຢ່າງ​ເໝາະ​ສົມ​ເທົ່າ​ນັ້ນ.

ການ​ສຳ​ພາດ​ເອົາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ບໍ່​ຄວນ​ກະ​ທັດ​ລັດ. ການ​ສຳ​ພາດ​ຄວນ​ເປັນ​ສ່ວນ​ຕົວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບຸກ​ຄົນ​ທີ່​ຖືກ​ສຳ​ພາດ​ອາດ​ເຊື້ອ​ເຊີນ​ໃຫ້​ຜູ້​ໃຫຍ່​ມີ​ໜ້າ​ຢູ່​ນຳ.

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ຄວນ​ຕື່ມ​ຂໍ້​ກຳ​ນົດ​ໃດໆ​ໃສ່​ກັບ​ຄຳ​ຖາມ​ທີ່​ລະ​ບຸ​ໄວ້​ຢູ່​ໃນ​ປຶ້ມ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ທັງ​ບໍ່​ຄວນ​ຕັດ​ຂໍ້​ກຳ​ນົດ​ໃດ​ອອກ.

ໃນ​ສະ​ເຕກ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ສະ​ໝຽນ​ສະ​ເຕກ​ຈະ​ເປີດ​ໃຊ້​ງານ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ LCR ຫລັງ​ຈາກ​ມັນ​ຖືກ​ອອກ​ໃຫ້​ແລ້ວ. ໃນ​ທ້ອງ​ຖິ່ນ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ເຜີຍ​ແຜ່ ຫລື ສະ​ໝຽນ​ເຂດ​ເຜີຍ​ແຜ່​ຈະ​ເປີດ​ໃຊ້​ງານ​ໃບ​ຮັບ​ຮອງ. ໃບ​ຮັບ​ຮອງ​ສຳ​ລັບ​ການ​ກະ​ທຳ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ ຈະ​ຖືກ​ເປີດ​ໃຊ້​ງານ​ເມື່ອ​ໃບ​ຮັບ​ຮອງ​ຖືກ​ພິມ​ໂດຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ຫລື ໂດຍ​ປະ​ທານ​ສາ​ຂາ.

26.3.1

ການ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ສະ​ມາ​ຊິກ​ຫວອດ ແລະ ສາ​ຂາ

ໃນ​ຫວອດ, ອະ​ທິ​ການ ຫລື ທີ່​ປຶກ​ສາ​ທີ່​ຖືກ​ມອບ​ໝາຍ ຈະ​ດຳ​ເນີນ​ການ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ແລະ ອອກ​ໃບ​ຮັບ​ຮອງ​ໃຫ້​ຜູ້​ທີ່​ມີ​ຄ່າ​ຄວນ. ໃນ​ສາ​ຂາ, ພຽງ​ແຕ່​ປະ​ທານ​ສາ​ຂາ​ເທົ່າ​ນັ້ນ​ທີ່​ດຳ​ເນີນ​ການ​ສຳ​ພາດ ແລະ ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້.

ໃນ​ຫວອດ, ອະ​ທິ​ການ​ຈະ​ສຳ​ພາດ​ສະ​ມາ​ຊິກ​ດ້ວຍ​ຕົວ​ເອງ ຜູ້​ທີ່:

  • ຈະ​ໄປ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ (ເບິ່ງ 27.1 ແລະ 27.2).

  • ຈະ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ (ເບິ່ງ 27.3).

ໃນ​ກໍ​ລະ​ນີ​ສຸກ​ເສີນ ເມື່ອ​ອະ​ທິ​ການ​ບໍ່​ສະ​ດວກ, ເພິ່ນ​ອາດ​ອະ​ນຸ​ຍາດ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ເປັນ​ຜູ້​ດຳ​ເນີນ​ການ​ສຳ​ພາດ​ເຫລົ່າ​ນີ້.

ກ່ອນ​ອອກ​ໃບ​ຮັບ​ຮອງ ບໍ່​ວ່າ​ຈະ​ເປັນ​ໃນ​ສະ​ຖາ​ນະ​ການ​ໃດ​ກໍ​ຕາມ​ທີ່​ລະ​ບຸ​ໄວ້​ຂ້າງ​ເທິງ, ອະ​ທິ​ການ​ຈະ​ກວດ​ກາ​ເບິ່ງ​ບັນ​ທຶກ​ຂອງ​ສະ​ມາ​ຊິກ​ເພື່ອ​ຢືນ​ຢັນ​ວ່າ ມັນ​ບໍ່​ມີ​ໝາຍ​ເຫດ​ປະ​ກອບ​ກ່ຽວ​ກັບ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ສະ​ເພາະ​ສະ​ມາ​ຊິກ​ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ ຫລື ຈະ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ, ເພິ່ນ​ກໍ​ຕ້ອງ​ແນ່​ໃຈ​ວ່າ:

  • ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຂອງ​ບຸກ​ຄົນ​ຖືກ​ບັນ​ທຶກ​ໄວ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

  • ອ້າຍ​ນ້ອງ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ແລ້ວ.

ຫລັງ​ຈາກ​ໄດ້​ຮັບ​ການ​ສຳ​ພາດ​ຈາກ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ຫລື ຈາກ​ປະ​ທານ​ສາ​ຂາ​ແລ້ວ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ​ຈະ​ສຳ​ພາດ​ສະ​ມາ​ຊິກ​ຜູ້​ອາ​ໄສ​ຢູ່​ໃນ​ສະ​ເຕກ. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ເຜີຍ​ແຜ່​ດຳ​ເນີນ​ການ​ສຳ​ພາດ​ເທື່ອ​ທີ​ສອງ​ສຳ​ລັບ​ສະ​ມາ​ຊິກ​ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ. ປະ​ທານ​ທ້ອງ​ຖິ່ນ​ບໍ່​ດຳ​ເນີນ​ການ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ຍົກ​ເວັ້ນ​ແຕ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ກ່ອນ.

26.3.2

ການ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ສະ​ມາ​ຊິກ​ໃນ​ພື້ນ​ທີ່​ຫ່າງ​ໄກ

ສະ​ມາ​ຊິກ​ບາງ​ຄົນ​ອາ​ໄສ​ຢູ່​ໃນ​ພື້ນ​ທີ່​ຫ່າງ​ໄກ ຊຶ່ງ​ຕ້ອງ​ເສຍ​ຄ່າ​ເດີນ​ທາງ​ແພງ ຫລື ຫຍຸ້ງ​ຍາກ ເພື່ອ​ມາ​ພົບ​ກັບ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່. ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້, ປະ​ທານ​ພຣະ​ວິ​ຫານ​ອາດ​ສຳ​ພາດ​ບຸກ​ຄົນ​ດັ່ງ​ກ່າວ ແລະ ເຊັນ​ໃບ​ຮັບ​ຮອງ. ກ່ອນ​ດຳ​ເນີນ​ການ​ສຳ​ພາດ, ເພິ່ນ​ຈະ​ລົມ​ກັບ​ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່. ອະ​ທິ​ການ, ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ, ຫລື ປະ​ທານ​ສາ​ຂາ ຄວນ​ໄດ້​ສຳ​ພາດ​ສະ​ມາ​ຊິກ ແລະ ໄດ້​ເຊັນ​ໃບ​ຮັບ​ຮອງ​ແລ້ວ.

26.4

ການ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ສະ​ມາ​ຊິກ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

26.4.1

ແນວ​ທາງ​ຊີ້​ນຳ​ທົ່ວ​ໄປ

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຖືກ​ອອກ​ໃຫ້​ສະ​ມາ​ຊິກ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ດັ່ງ​ຕໍ່​ໄປ​ນີ້:

  • ສຳ​ລັບ​ສະ​ມາ​ຊິກ​ອາ​ຍຸ 11 ປີ​ຂຶ້ນ​ໄປ ທີ່​ຈະ​ຮັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ. (ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແລ້ວ ສາ​ມາດ​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ.)

  • ສຳ​ລັບ​ສະ​ມາ​ຊິກ​ອາ​ຍຸ 8 ປີ​ຫາ 20 ປີ ທີ່​ຈະ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ. ເດັກ​ນ້ອຍ​ທີ່​ອາ​ຍຸ​ນ້ອຍ​ກວ່າ 8 ປີ ບໍ່​ຕ້ອງ​ມີ​ໃບ​ຮັບ​ຮອງ​ເພື່ອ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ພວກ​ເຂົາ (ເບິ່ງ 26.4.4).

  • ສຳ​ລັບ​ສະ​ມາ​ຊິກ​ອາ​ຍຸ 8 ປີ​ຫາ 20 ປີ ທີ່​ຈະ​ໄປ​ເບິ່ງ​ການ​ຜະ​ນຶກ​ອ້າຍ​ເອື້ອຍ​ນ້ອງ​ຄີງ, ອ້າຍ​ເອື້ອຍ​ນ້ອງ​ລູກ​ນ້າ, ຫລື ອ້າຍ​ເອື້ອຍ​ນ້ອງ​ຕ່າງ​ພໍ່ ຫລື ຕ່າງ​ແມ່​ຂອງ​ເຂົາ​ເຈົ້າ.

ສະ​ມາ​ຊິກ​ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ບໍ່​ຈຳ​ເປັນ​ຕ້ອງ​ອອກ​ໃບ​ຮັບ​ຮອງ​ໃດໆ​ໃຫ້ ທີ່​ອະ​ທິ​ບາຍ​ໄວ້​ໃນ​ພາກ​ສ່ວນ​ນີ້.

ສະ​ມາ​ຊິກ​ຜູ້​ຊາຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ອາ​ຍຸ​ສູງ​ພໍ ທີ່​ຈະ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຕ້ອງ​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ ກ່ອນ​ລາວ​ຈະ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

26.4.2

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ

ອະ​ທິ​ການ​ສຳ​ພາດ​ສະ​ມາ​ຊິກ​ໃໝ່​ຜູ້​ມີ​ອາ​ຍຸ​ເໝາະ​ສົມ ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເພື່ອ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ. ເພິ່ນ​ດຳ​ເນີນ​ການ​ສຳ​ພາດ​ນີ້​ບໍ່​ດົນ​ຫລັງ​ຈາກ​ສະ​ມາ​ຊິກ​ໄດ້​ຮັບ​ການ​ຢືນ​ຢັນ, ຕາມ​ປົກ​ກະ​ຕິ​ແລ້ວ ພາຍ​ໃນ​ອາ​ທິດ (ເບິ່ງ 26.4.1). ສຳ​ລັບ​ອ້າຍ​ນ້ອງ, ການ​ສຳ​ພາດ​ອາດ​ຖືກ​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສຳ​ພາດ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

26.4.3

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ອອກ​ໃຫ້​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ ສາ​ມາດ​ຖືກ​ໃຊ້​ພຽງ​ແຕ່​ກັບ​ຈຸດ​ປະ​ສົງ​ນັ້ນ​ເທົ່າ​ນັ້ນ.

26.4.4

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ການ​ຜະ​ນຶກ​ລູກ​ທີ່​ມີ​ຊີ​ວິດ​ຢູ່​ເຂົ້າ​ກັບ​ພໍ່​ແມ່

ສະ​ມາ​ຊິກ​ອາ​ຍຸ 21 ປີ​ຂຶ້ນ​ໄປ ສາ​ມາດ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ຕົນ ຫລື ເບິ່ງ​ການ​ຜະ​ນຶກ​ພຽງ​ແຕ່​ຖ້າ​ຫາກ​ເຂົາ​ເຈົ້າ (1) ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ແລະ (2) ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ.

26.5

ການ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ກໍ​ລະ​ນີ​ພິ​ເສດ

26.5.1

ສະ​ມາ​ຊິກ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ

ສະ​ມາ​ຊິກ​ທີ່​ມີ​ຄ່າ​ຄວນ ຜູ້​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ​ສາ​ມາດ​ເຮັດ​ໄດ້ ເມື່ອ​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ທັງ​ໝົດ​ດັ່ງ​ຕໍ່​ໄປ​ນີ້:

  • ເຂົາ​ເຈົ້າ​ມີ​ອາ​ຍຸ​ຢ່າງ​ໜ້ອຍ 18 ປີ​ຂຶ້ນ​ໄປ.

  • ເຂົາ​ເຈົ້າ​ໄດ້​ຮຽນ​ຈົບ ຫລື ບໍ່​ໄດ້​ຮຽນ​ຢູ່​ມັດ​ທະ​ຍົມ​ປາຍ, ມັດ​ທະ​ຍົມ​ຕົ້ນ, ຫລື ລະ​ດັບ​ເທົ່າ​ທຽມ​ກັນ​ນັ້ນ ອີກ​ແລ້ວ.

  • ໄດ້​ໜຶ່ງ​ປີ​ແລ້ວ​ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ.

  • ເຂົາ​ເຈົ້າ​ຮູ້​ສຶກ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ນອກ​ເໜືອ​ຈາກ​ນັ້ນ, ຜູ້​ຊາຍ​ຄວນ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ກ່ອນ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ສະ​ມາ​ຊິກ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ, ໃຫ້​ເບິ່ງ 25.2.8. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ທີ່​ສາ​ມາດ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ, ໃຫ້​ເບິ່ງ 27.2.1.

26.5.3

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ທີ່​ກັບ​ບ້ານ​ຈາກ​ການ​ຮັບ​ໃຊ້​ໄກ​ບ້ານ

ປະ​ທານ​ເຜີຍ​ແຜ່​ລົງ​ວັນ​ທີ ແລະ ເປີດ​ໃຊ້​ງານ​ໃບ​ຮັບ​ຮອງ ເພື່ອ​ມັນ​ຈະ​ໝົດ​ກຳ​ນົດ​ໃນ​ສາມ​ເດືອນ ຈາກ​ວັນ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ກັບ​ຄືນ​ບ້ານ.

ອະ​ທິ​ການ​ສຳ​ພາດ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ກັບ​ບ້ານ ເພື່ອ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້ ເມື່ອ​ໃກ້​ເຖິງ​ວັນ​ໝົດ​ກຳ​ນົດ​ໃນ​ໄລ​ຍະ​ສາມ​ເດືອນ.

26.5.4

ສະ​ມາ​ຊິກ​ທີ່​ຍັງ​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ຫວອດ​ຢ່າງ​ໜ້ອຍ​ໜຶ່ງ​ປີ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ຈະ​ຕິດ​ຕໍ່​ຫາ​ອະ​ທິ​ການ​ເກົ່າ ກ່ອນ​ດຳ​ເນີນ​ການ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

26.5.7

ສະ​ມາ​ຊິກ​ທີ່​ລະ​ບຸ​ຕົນ​ເປັນ​ຄົນ​ຂ້າມ​ເພດ

ປະ​ທານ​ສະ​ເຕກ​ຄວນ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ເພື່ອ​ແກ້​ໄຂ​ສະ​ຖາ​ນະ​ການ​ຂອງ​ບຸກ​ຄົນ ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ ແລະ ດ້ວຍ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ (ເບິ່ງ 38.6.23).

26.5.8

ສະ​ມາ​ຊິກ​ທີ່​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ

ສະ​ມາ​ຊິກ​ທີ່​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ບໍ່​ຄວນ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ກັບ​ໃຈ​ເສຍ​ກ່ອນ (ເບິ່ງ 32.6).

26.5.9

ສະ​ມາ​ຊິກ​ທີ່​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ຫລັງ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຖືກ​ຖອນ ຫລື ລາ​ອອກ

26.5.9.1

ສະ​ມາ​ຊິກ​ທີ່​ບໍ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

ສະ​ມາ​ຊິກ​ເຫລົ່າ​ນີ້​ຈະ​ບໍ່​ຖືກ​ອອກ​ໃບ​ຮັບ​ຮອງ​ໃຫ້ ເພື່ອ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເຂົາ​ເຈົ້າ​ເອງ ຈົນ​ກວ່າ​ຫລັງ​ຈາກ​ໜຶ່ງ​ປີ​ນັບ​ແຕ່​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ ໂດຍ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

26.5.9.2

ສະ​ມາ​ຊິກ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

ສະ​ມາ​ຊິກ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຈະ​ບໍ່​ຖືກ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຊະ​ນິດ​ໃດ​ໃຫ້ ຈົນ​ກວ່າ​ຫລັງ​ຈາກ​ພອນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃຫ້​ກ່ອນ ຜ່ານ​ທາງ​ພິ​ທີ​ການ​ຂອງ​ການ​ຟື້ນ​ຟູ​ພອນ.