“ບົດຮຽນທີ 8: ສິ່ງຂອງທົ່ວໄປປະຈຳວັນ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 8,” EnglishConnect 1 ສຳລັບຜູ້ຮຽນ
Lesson 8
Everyday Common Items
ຈຸດປະສົງ: ຂ້ອຍຈະຮຽນໃຊ້ ນີ້, ນັ້ນ, ເຫລົ່ານີ້, ແລະ ເຫລົ່ານັ້ນ ເພື່ອຖາມກ່ຽວກັບວ່າ ອັນໃດເປັນຂອງໃຜ.
Personal Study
ກຽມຕົວສຳລັບກຸ່ມສົນທະນາຂອງທ່ານ ໂດຍການເຮັດກິດຈະກຳ A ເຖິງ E.
Study the Principle of Learning: Press Forward
ມຸ້ງໜ້າ
With God’s help, I can press forward even when I face obstacles.
ດ້ວຍຄວາມຊ່ວຍເຫລືອຈາກພຣະເຈົ້າ, ເຮົາສາມາດມຸ້ງໜ້າ ເຖິງແມ່ນຕ້ອງປະເຊີນກັບອຸປະສັກກໍຕາມ.
ເຮົາທຸກຄົນລ້ວນແຕ່ປະເຊີນກັບຄວາມທ້າທາຍໃນຊີວິດ. ບາງເທື່ອຄວາມທ້າທາຍຂອງເຮົາກໍເຮັດໃຫ້ຍາກທີ່ຈະບັນລຸເປົ້າໝາຍຂອງເຮົາ. ນີໄຟ, ຜູ້ເປັນ ສາດສະດາ ແລະ ຜູ້ນຳໃນ ພຣະຄຳພີມໍມອນ, ໄດ້ປະສົບກັບຄວາມທ້າທາຍຫລາຍຢ່າງ. ເພິ່ນໄດ້ໃຊ້ເວລາທັງຊີວິດຂອງເພິ່ນສິດສອນ ແລະ ຮັບໃຊ້ຜູ້ຄົນຂອງເພິ່ນ. ເພິ່ນຮູ້ວ່າ ພວກເຂົາຈະປະເຊີນກັບຄວາມທ້າທາຍທີ່ຍາກລຳບາກ, ແລະ ເພິ່ນຢາກຊ່ວຍໃຫ້ພວກເຂົາຮູ້ຈັກວິທີຕັ້ງໝັ້ນ. ນີໄຟໄດ້ສິດສອນວ່າ:
“ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນ ພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງ ພຣະເຈົ້າ ແລະ ຂອງມະນຸດທັງປວງ” (2 ນີໄຟ 31:20).
ທ່ານກໍສາມາດມຸ້ງໜ້າໄດ້ເຊັ່ນກັນ. ການ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ” ໝາຍຄວາມວ່າ ທ່ານສາມາດພະຍາຍາມຕໍ່ໄປ, ໂດຍໄວ້ວາງໃຈໃນພຣະເຢຊູຄຣິດ, ແມ່ນແຕ່ເມື່ອສິ່ງຕ່າງໆຍາກລຳບາກ. ທ່ານໄວ້ວາງໃຈວ່າ ພຣະອົງຈະອວຍພອນຄວາມພະຍາຍາມຂອງທ່ານ ແມ່ນແຕ່ເມື່ອສິ່ງຕ່າງໆຍາກລຳບາກ ຫລື ເມື່ອທ່ານເຮັດຜິດພາດ. ຍົກຕົວຢ່າງ, ບາງເທື່ອທ່ານອາດສັງເກດເຫັນວ່າ ທ່ານກຳລັງເຮັດຜິດພາດ ເມື່ອທ່ານພະຍາຍາມທີ່ຈະເວົ້າພາສາອັງກິດ. ບາງເທື່ອມັນອາດເປັນການຍາກສຳລັບທ່ານທີ່ຈະຈື່ຄຳສັບໃໝ່. ທ່ານສາມາດມຸ້ງໜ້າ ແລະ ສືບຕໍ່ຝຶກທຸກມື້, ໂດຍໄວ້ວາງໃຈວ່າ ພຣະອົງຈະຊ່ວຍທ່ານຮຽນຮູ້. ບໍ່ວ່າທ່ານຈະປະເຊີນກັບຄວາມທ້າທາຍໃດກໍຕາມ, ທ່ານສາມາດມຸ້ງໜ້າດ້ວຍ ສັດທາ.
Ponder
-
ມີວິທີໃດແດ່ທີ່ທ່ານສາມາດ “ມຸ້ງໜ້າ” ໃນການຮຽນພາສາອັງກິດ?
-
ແມ່ນຫຍັງທີ່ຊ່ວຍໃຫ້ທ່ານພະຍາຍາມຕໍ່ໄປເມື່ອສິ່ງຕ່າງໆຍາກລຳບາກ?
Memorize Vocabulary
ຮຽນຮູ້ຄວາມໝາຍ ແລະ ການອອກສຽງຂອງແຕ່ລະຄຳສັບ ກ່ອນກຸ່ມສົນທະນາຂອງທ່ານ. ພະຍາຍາມເຮັດບັດທ່ອງຈຳເພື່ອຊ່ວຍທ່ານທ່ອງຈຳຄຳສັບໃໝ່. ທ່ານສາມາດໃຊ້ເຈ້ຍ ຫລື ແອັບກໍໄດ້.
|
not |
ບໍ່ແມ່ນ |
|
this/these |
ນີ້/ເຫລົ່ານີ້ |
|
that/those |
ນັ້ນ/ເຫລົ່ານັ້ນ |
Nouns
|
book/books |
ປຶ້ມ |
|
chair/chairs |
ຕັ່ງ |
|
clock/clocks |
ໂມງຕັ້ງ (ໂມງແຂວນ) |
|
computer/computers |
ຄອມພິວເຕີ |
|
key/keys |
ກະແຈ |
|
notebook/notebooks |
ປຶ້ມຂຽນ |
|
pen/pens |
ບິກ |
|
pencil/pencils |
ສໍດຳ |
|
phone/phones |
ໂທລະສັບ |
|
table/tables |
ໂຕະ |
|
wallet/wallets |
ກະເປົາເງິນ (ກະແຕັບໃສ່ເງິນ) |
|
watch/watches |
ໂມງໃສ່ແຂນ |
Practice Pattern 1
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ທ່ານສາມາດແທນຄຳສັບທີ່ຂີດກ້ອງ ດ້ວຍຄຳສັບຢູ່ໃນພາກ “Memorize Vocabulary”.
Q: What is this?A: This is a (noun).
Questions
Answers
Examples
Q: What is this?A: This is a watch.
Q: What are these?A: These are pencils.
Q: What is that?A: That is a key.
Practice Pattern 2
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ພະຍາຍາມເຂົ້າໃຈກົດໃນແບບແຜນ. ໃຫ້ຄິດກ່ຽວກັບວ່າ ພາສາອັງກິດຄ້າຍຄືກັນກັບ ຫລື ແຕກຕ່າງຈາກພາສາຂອງທ່ານແນວໃດ.
Q: Is this my (noun)?A: Yes, it is.
Questions
Answers
Examples
Q: Is this your book?A: No, it is not.
Q: Are those her keys?A: Yes, they are.
Use the Patterns
ຂຽນຄຳຖາມສີ່ຂໍ້ທີ່ທ່ານສາມາດຖາມຄົນໃດຄົນໜຶ່ງ. ຂຽນຄຳຕອບສຳລັບຄຳຖາມແຕ່ລະຂໍ້. ອ່ານມັນອອກສຽງ.
Additional Activities
ເຮັດກິດຈະກຳບົດຮຽນ ແລະ ການປະເມີນທາງອອນລາຍໃຫ້ສຳເລັດທີ່ englishconnect.org/learner/resources ຫລື ໃນ ປຶ້ມບົດຝຶກຫັດ EnglishConnect 1.
Act in Faith to Practice English Daily
ສືບຕໍ່ຝຶກພາສາອັງກິດທຸກວັນ. ໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ຂອງທ່ານ. ທົບທວນເປົ້າໝາຍການສຶກສາຂອງທ່ານ ແລະ ປະເມີນຄວາມພະຍາຍາມຂອງທ່ານ.
Conversation Group
Discuss the Principle of Learning: Press Forward
(20–30 minutes)
-
ອ່ານ ຫລັກທຳຂອງການຮຽນຮູ້ ສຳລັບບົດຮຽນບົດນີ້ອອກສຽງ.
-
ສົນທະນາຄຳຖາມ.
Activity 1: Practice the Patterns
(10–15 minutes)
ທົບທວນລາຍການຄຳສັບກັບຄູ່.
ຝຶກແບບແຜນທີ 1 ກັບຄູ່:
-
ຝຶກຖາມຄຳຖາມ.
-
ຝຶກຕອບຄຳຖາມ.
-
ຝຶກການສົນທະນາໂດຍໃຊ້ແບບແຜນ.
ເຮັດຊ້ຳຄືນສຳລັບແບບແຜນທີ 2.
Activity 2: Create Your Own Sentences
(10–15 minutes)
ເບິ່ງຮູບພາບ. ຖາມ ແລະ ຕອບຄຳຖາມກ່ຽວກັບສິ່ງຂອງໃນແຕ່ລະຮູບ. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Example
-
A: What are those?
-
B: Those are books.
-
A: Are those your books?
-
B: No, they are not my books.
Image 1
Image 2
Image 3
Image 4
Image 5
Image 6
Image 7
Activity 3: Create Your Own Conversations
(15–20 minutes)
ເລືອກວັດຖຸ 5 ຢ່າງຢູ່ໃນຫ້ອງ. ເອົາມັນໃຫ້ຄູ່ຂອງທ່ານເບິ່ງ. ຖາມ ແລະ ຕອບຄຳຖາມກ່ຽວກັບວັດຖຸແຕ່ລະຢ່າງ. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Example
-
A: What is that?
-
B: That is a phone.
-
A: Is it your phone?
-
B: Yes, it is.
Evaluate
(5–10 minutes)
ປະເມີນຄວາມກ້າວໜ້າຂອງທ່ານຕາມຈຸດປະສົງ ແລະ ຄວາມພະຍາຍາມຂອງທ່ານທີ່ຈະຝຶກພາສາອັງກິດທຸກວັນ.
Evaluate Your Progress
I can:
-
Say what something is.
ເວົ້າວ່າ ສິ່ງໃດສິ່ງໜຶ່ງແມ່ນຫຍັງ.
-
Use this, that, these, and those.
ໃຊ້ ນີ້, ນັ້ນ, ເຫລົ່ານີ້, ແລະ ເຫລົ່ານັ້ນ.
-
Ask if something belongs to someone.
ຖາມວ່າ ສິ່ງໃດສິ່ງໜຶ່ງເປັນຂອງໃຜບໍ່.
Evaluate Your Efforts
ປະເມີນຄວາມພະຍາຍາມຂອງທ່ານໃນການ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
-
ຝຶກທຸກວັນ.
ຕັ້ງເປົ້າໝາຍ. ພິຈາລະນາ ຄຳແນະນຳສຳລັບການສຶກສາ ຢູ່ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.”
ແບ່ງປັນເປົ້າໝາຍຂອງທ່ານກັັບຄູ່.
Act in Faith to Practice English Daily
“ເຈົ້າຢ່າເຊົາ. ເຈົ້າເດີນຕໍ່ໄປ. ເຈົ້າພະຍາຍາມຕໍ່ໄປ. ມີຄວາມຊ່ວຍເຫລືອ ແລະ ຄວາມສຸກຢູ່ຂ້າງໜ້າ … ທຸກຢ່າງຈະຮຽບຮ້ອຍດີໃນທີ່ສຸດ. ຈົ່ງໄວ້ວາງໃຈພຣະເຈົ້າ ແລະ ເຊື່ອໃນສິ່ງທີ່ດີທີ່ຈະມາເຖິງ” (Jeffrey R. Holland, “‘An High Priest of Good Things to Come,’” Ensign, November 1999, 38).