“ບົດຮຽນທີ 6: ຄອບຄົວ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 6,” EnglishConnect 1 ສຳລັບຜູ້ຮຽນ
Lesson 6
Family
ຈຸດປະສົງ: ຂ້ອຍຈະຮຽນເວົ້າກ່ຽວກັບວ່າໃນຄອບຄົວຂອງຂ້ອຍມີຈັກຄົນ.
Personal Study
ກຽມຕົວສຳລັບກຸ່ມສົນທະນາຂອງທ່ານ ໂດຍການເຮັດກິດຈະກຳ A ເຖິງ E.
Study the Principle of Learning: You Are a Child of God
ທ່ານເປັນລູກຂອງພຣະເຈົ້າ
I am a child of God with eternal potential and purpose.
ເຮົາເປັນລູກຂອງພຣະເຈົ້າ ພ້ອມດ້ວຍສັກກະຍະພາບ ແລະ ຈຸດປະສົງນິລັນດອນ.
ພຣະເຈົ້າເປັນພຣະບິດາຂອງວິນຍານຂອງເຮົາ, ສະນັ້ນເຮົາຈຶ່ງເອີ້ນພຣະອົງວ່າ ພຣະບິດາເທິງສະຫວັນ. ພຣະບິດາເທິງສະຫວັນຂອງທ່ານຮັກທ່ານ. ພຣະອົງຕ້ອງການໃຫ້ທ່ານເຂົ້າໃຈເອກະລັກທີ່ແທ້ຈິງຂອງທ່ານ ແລະ ຄວາມສຳພັນຂອງທ່ານກັບພຣະອົງ. ຜ່ານທາງ ສາດສະດາ ຂອງພຣະອົງ, ພຣະເຈົ້າສິດສອນເຮົາເຖິງທຳມະຊາດທີ່ແທ້ຈິງຂອງເຮົາ. ໂປໂລ, ສາດສະດາໃນ ພຣະຄຣິສຕະທຳຄຳພີ, ໄດ້ສິດສອນວ່າ:
“ພຣະວິນຍານ ຂອງພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງພວກເຮົາ, ປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ” (ໂຣມ 8:16).
ຄຳສອນຂອງໂປໂລກໍເປັນຄວາມຈິງໄດ້ສຳລັບທ່ານ. ທ່ານເປັນທິດາ ຫລື ບຸດຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ທ່ານມີສັກກະຍະພາບນິລັນດອນ. ພຣະເຈົ້າມີຈຸດປະສົງສຳລັບຊີວິດຂອງທ່ານ. ເມື່ອທ່ານທູນຖາມພຣະເຈົ້າ, ພຣະອົງສາມາດຊ່ວຍທ່ານໃຫ້ເຫັນວ່າທ່ານເປັນໃຜ ແລະ ບຸກຄົນທີ່ທ່ານສາມາດກາຍເປັນ. ເມື່ອໃດກໍຕາມທີ່ທ່ານສົງໄສຄວາມສາມາດຂອງທ່ານທີ່ຈະຮຽນພາສາອັງກິດ, ໃຫ້ຈຳໄວ້ວ່າ ທ່ານເປັນລູກຂອງພຣະເຈົ້າ. ພຣະອົງຮັກທ່ານ ແລະ ຢາກຊ່ວຍທ່ານເຕີບໂຕ ແລະ ກ້າວໜ້າ. ເມື່ອທ່ານ ອະທິຖານ ແລະ ທູນຂໍຄວາມຊ່ວຍເຫລືອຈາກພຣະອົງ, ພຣະອົງຈະຊ່ວຍທ່ານຮຽນຮູ້.
Ponder
-
ທ່ານຈະບັນຍາຍຄວາມສຳພັນລະຫວ່າງພໍ່ທີ່ຮັກຫອມ ແລະ ລູກຂອງລາວແນວໃດ?
-
ການທີ່ຮູ້ຈັກວ່າ ທ່ານມີພຣະບິດາເທິງສະຫວັນທີ່ຊົງຮັກ ມີອິດທິພົນຕໍ່ຄວາມຮູ້ສຶກຂອງທ່ານກ່ຽວກັບຕົວທ່ານເອງແນວໃດ?
-
ທ່ານຈະສາມາດພັດທະນາຄວາມສຳພັນຂອງທ່ານກັບພຣະບິດາເທິງສະຫວັນໄດ້ແນວໃດ?
Memorize Vocabulary
ຮຽນຮູ້ຄວາມໝາຍ ແລະ ການອອກສຽງຂອງແຕ່ລະຄຳສັບ ກ່ອນກຸ່ມສົນທະນາຂອງທ່ານ. ໃຫ້ຄິດເຖິງສະພາບການເມື່ອທ່ານຈະໃຊ້ຄຳສັບໃນການຝຶກທຸກວັນຂອງທ່ານ.
|
family |
ຄອບຄົວ |
|
have/has |
ມີ |
|
How many … ? |
… ມີຈັກຄົນ? |
|
There are …/There is … |
ມີ … ຄົນ |
Numbers
|
1 – one |
1 – ໜຶ່ງ |
|
2 – two |
2 – ສອງ |
|
3 – three |
3 – ສາມ |
Nouns
|
husband |
ສາມີ (ຜົວ) |
|
wife |
ພັນລະຍາ (ເມຍ) |
|
father (dad) |
ພໍ່ |
|
mother (mom) |
ແມ່ |
|
brother/brothers |
ອ້າຍ, ນ້ອງຊາຍ |
|
sister/sisters |
ເອື້ອຍ, ນ້ອງສາວ |
|
child/children |
ລູກ/ລູກໆ |
|
daughter/daughters |
ລູກສາວ |
|
son/sons |
ລູກຊາຍ |
|
boy/boys |
ເດັກຊາຍ |
|
girl/girls |
ເດັກຍິງ |
|
person/people |
ບຸກຄົນ/ຜູ້ຄົນ |
Practice Pattern 1
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ທ່ານສາມາດແທນຄຳສັບທີ່ຂີດກ້ອງ ດ້ວຍຄຳສັບຢູ່ໃນພາກ “Memorize Vocabulary”.
Q: How many (noun) are in your family?A: There are (number) (noun) in my family.
Questions
Answers
Examples
Q: How many people are in Sam’s family?A: There are four people in his family.
Q: How many sisters are in your family?A: There are two sisters in my family.
Q: How many sons are in your family?A: There is one son in my family.
Practice Pattern 2
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ພະຍາຍາມໃຊ້ແບບແຜນໃນການສົນທະນາກັບເພື່ອນ. ທ່ານສາມາດເວົ້າລົມ ຫລື ສົ່ງຂໍ້ຄວາມ.
Q: How many (noun) do you have?A: I have (number) (noun).
Questions
Answers
Examples
Q: How many children do you have?A: I have six children.
Q: How many brothers does she have?A: She has three brothers.
Use the Patterns
ຂຽນຄຳຖາມສີ່ຂໍ້ທີ່ທ່ານສາມາດຖາມຄົນໃດຄົນໜຶ່ງ. ຂຽນຄຳຕອບສຳລັບຄຳຖາມແຕ່ລະຂໍ້. ອ່ານມັນອອກສຽງ.
Additional Activities
ເຮັດກິດຈະກຳບົດຮຽນ ແລະ ການປະເມີນທາງອອນລາຍໃຫ້ສຳເລັດທີ່ englishconnect.org/learner/resources ຫລື ໃນ ປຶ້ມບົດຝຶກຫັດ EnglishConnect 1.
Act in Faith to Practice English Daily
ສືບຕໍ່ຝຶກພາສາອັງກິດທຸກວັນ. ໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ຂອງທ່ານ. ທົບທວນເປົ້າໝາຍການສຶກສາຂອງທ່ານ ແລະ ປະເມີນຄວາມພະຍາຍາມຂອງທ່ານ.
Conversation Group
Discuss the Principle of Learning: You Are a Child of God
(20–30 minutes)
-
ອ່ານ ຫລັກທຳຂອງການຮຽນຮູ້ ສຳລັບບົດຮຽນນີ້ອອກສຽງ.
-
ສົນທະນາຄຳຖາມ.
Activity 1: Practice the Patterns
(10–15 minutes)
ທົບທວນລາຍການຄຳສັບກັບຄູ່.
ຝຶກແບບແຜນທີ 1 ກັບຄູ່:
-
ຝຶກຖາມຄຳຖາມ.
-
ຝຶກຕອບຄຳຖາມ.
-
ຝຶກການສົນທະນາໂດຍໃຊ້ແບບແຜນ.
ເຮັດຊ້ຳຄືນສຳລັບແບບແຜນທີ 2.
Activity 2: Create Your Own Sentences
(10–15 minutes)
ເບິ່ງຮູບພາບ. ຖາມ ແລະ ຕອບຄຳຖາມກ່ຽວກັບແຕ່ລະຄອບຄົວ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
New Vocabulary
|
who is |
ແມ່ນໃຜ |
Example: Yuka
-
A: Who is Yuka?
-
B: Yuka is the mother.
-
A: How many people are in Yuka’s family?
-
B: There are six people in her family.
-
A: How many children does Yuka have?
-
B: She has three children.
-
A: How many daughters does Yuka have?
-
B: She has two daughters.
-
A: How many sons are in her family?
-
B: She has one son.
Image 1: Kalani
Image 2: Akin
Image 3: Betty
Activity 3: Create Your Own Conversations
(15–20 minutes)
ຖາມ ແລະ ຕອບຄຳຖາມກ່ຽວກັບຜູ້ຄົນໃນຄອບຄົວຂອງທ່ານ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Example
-
A: How many people are in your family?
-
B: There are six people in my family.
-
A: How many sisters do you have?
-
B: I have three sisters.
-
A: How many children does your sister have?
-
B: She has six children.
Evaluate
(5–10 minutes)
ປະເມີນຄວາມກ້າວໜ້າຂອງທ່ານຕາມຈຸດປະສົງ ແລະ ຄວາມພະຍາຍາມຂອງທ່ານທີ່ຈະຝຶກພາສາອັງກິດທຸກວັນ.
Evaluate Your Progress
I can:
-
Use family words.
ໃຊ້ຄຳສັບຄອບຄົວ.
-
Say how many people are in my family.
ເວົ້າວ່າ ມີຈັກຄົນຢູ່ໃນຄອບຄົວຂອງຂ້ອຍ.
Evaluate Your Efforts
ປະເມີນຄວາມພະຍາຍາມຂອງທ່ານທີ່ຈະ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
-
ຝຶກທຸກວັນ.
ຕັ້ງເປົ້າໝາຍ. ພິຈາລະນາ ຄຳແນະນຳສຳລັບການສຶກສາ ຢູ່ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.”
ແບ່ງປັນເປົ້າໝາຍຂອງທ່ານກັບຄູ່.
Act in Faith to Practice English Daily
“ພຣະເຈົ້າເປັນພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຊົງຮັກຂອງເຮົາ, ແລະ ພຣະອົງຮັກລູກໆຂອງພຣະອົງທຸກຄົນຢ່າງສົມບູນແບບ, ລວມທັງທ່ານ. ພຣະອົງຮັກເຮົາກ່ອນທີ່ເຮົາໄດ້ຮັກພຣະອົງ, ແລະ ຫລັກຖານເຖິງຄວາມຮັກຂອງພຣະອົງສຳລັບທ່ານກໍເຫັນໄດ້ໃນທຸກແຫ່ງຫົນ” (God’s Love, ComeUntoChrist.org).