“ບົດຮຽນທີ 7: ຄອບຄົວ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 7,” EnglishConnect 1 ສຳລັບຜູ້ຮຽນ
Lesson 7
Family
ຈຸດປະສົງ: ຂ້ອຍຈະຮຽນຖາມ ແລະ ຕອນຄຳຖາມກ່ຽວກັບສະມາຊິກໃນຄອບຄົວ.
Personal Study
ກຽມຕົວສຳລັບກຸ່ມສົນທະນາຂອງທ່ານ ໂດຍການເຮັດກິດຈະກຳ A ເຖິງ E.
Study the Principle of Learning: Exercise Faith in Jesus Christ
ໃຊ້ສັດທາໃນພຣະເຢຊູຄຣິດ
Jesus Christ can help me do all things when I exercise faith in Him.
ພຣະເຢຊູຄຣິດສາມາດຊ່ວຍໃຫ້ເຮົາເຮັດທຸກສິ່ງ ເມື່ອເຮົາໃຊ້ສັດທາໃນພຣະອົງ.
ພຣະເຢຊູຄຣິດ ເປັນພຣະບຸດຂອງ ພຣະເຈົ້າ. ພຣະອົງມີອຳນາດທັງໝົດ. ໃນ ພຣະຄຳພີ, ເຮົາອ່ານກ່ຽວກັບຜູ້ຊາຍຄົນໜຶ່ງທີ່ໃຊ້ ສັດທາ ຂອງລາວໃນພຣະເຢຊູຄຣິດ. ລູກຂອງຊາຍຄົນນັ້ນປ່ວຍໜັກ ແລະ ບໍ່ມີໃຜສາມາດຊ່ວຍລາວໄດ້. ຜູ້ເປັນພໍ່ໄດ້ຂໍໃຫ້ພຣະເຢຊູປິ່ນປົວລູກຂອງລາວ. ພຣະເຢຊູໄດ້ບອກລາວວ່າ:
“ທຸກສິ່ງເປັນໄປໄດ້. … ແລະ ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງໄຫ້ທັງນ້ຳຕາໄຫລ ກ່າວວ່າ, ໂຜດຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ. … ພຣະເຢຊູໄດ້ຈັບມືເດັກນ້ອຍ ແລະ ດຶງໃຫ້ລຸກຂຶ້ນ; ແລ້ວເດັກນັ້ນກໍລຸກຢືນຂຶ້ນ” (ມາຣະໂກ 9:23–24, 27).
ເຊັ່ນດຽວກັບຊາຍຄົນນີ້, ທ່ານສາມາດເລີ່ມຕົ້ນດ້ວຍຄວາມຫວັງ ແລະ ສັດທາທີ່ທ່ານມີຢູ່ແລ້ວ. ແລ້ວທ່ານສາມາດເພີ່ມພູນ ສັດທາ ຂອງທ່ານ ຜ່ານທາງ ການອະທິຖານ ແລະ ການສຶກສາພຣະຄຳພີ. ທ່ານຍັງສາມາດເພີ່ມພູນສັດທາຂອງທ່ານ ຂະນະທີ່ທ່ານພະຍາຍາມຮຽນພາສາອັງກິດນຳອີກ. ທ່ານສາມາດເລີ່ມຕົ້ນດ້ວຍສິ່ງທີ່ທ່ານຮູ້ຈັກໃນເວລານີ້. ສຸມໃສ່ສິ່ງທີ່ທ່ານສາມາດເຮັດໃນພາສາອັງກິດ, ແລະ ໃຊ້ມັນໃຫ້ຫລາຍເທົ່າທີ່ທ່ານຈະສາມາດເຮັດໄດ້. ພະຍາຍາມຟັງ, ເວົ້າ, ແລະ ຂຽນພາສາອັງກິດທຸກໆວັນ. ເມື່ອທ່ານກະທຳດ້ວຍສັດທາເພື່ອມອບຄວາມພະຍາຍາມຢ່າງດີທີ່ສຸດຂອງທ່ານ, ແລ້ວພຣະອົງຈະສາມາດຊ່ວຍໃຫ້ສັດທາຂອງທ່ານເຕີບໂຕ.
Ponder
-
ທ່ານຈະສາມາດໃຊ້ສັດທາໃນພຣະເຢຊູຄຣິດໄດ້ແນວໃດ?
-
ທ່ານຈະສາມາດເພີ່ມພູນສັດທາຂອງທ່ານຂະນະທີ່ທ່ານຮຽນພາສາອັງກິດໄດ້ແນວໃດ?
Memorize Vocabulary
ຮຽນຮູ້ຄວາມໝາຍ ແລະ ການອອກສຽງຂອງແຕ່ລະຄຳສັບ ກ່ອນກຸ່ມສົນທະນາຂອງທ່ານ.
|
Tell me about … |
ບອກຂ້ອຍແດ່ກ່ຽວກັບ … |
|
yourself |
ຕົວເຈົ້າເອງ |
Nouns
|
cousin/cousins* |
ພີ່ນ້ອງ |
|
eyes |
ຕາ |
|
glasses |
ແວ່ນຕາ |
|
hair |
ຜົມ |
|
mustache |
ໜວດ |
Adjectives
|
blue |
ສີຟ້າ |
|
brown |
ສີນ້ຳຕານ |
|
green |
ສີຂຽວ |
|
hazel |
ສີນ້ຳຕານແດງ |
|
blonde |
ສີທອງ |
|
black |
ສີດຳ |
|
gray |
ສີຂີ້ເທົ່າ |
|
red |
ສີແດງ |
|
white |
ສີຂາວ |
|
long |
ຍາວ |
|
short** |
ສັ້ນ |
|
tall |
ສູງ |
|
short* |
ເຕ້ຍ |
|
married |
ແຕ່ງງານ |
|
single |
ໂສດ |
**ໃນພາສາອັງກິດ, ຄຳວ່າ “short” ສາມາດໝາຍເຖິງຄວາມເຕ້ຍ ຫລື ຄວາມສັ້ນ.
Practice Pattern 1
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ທ່ານສາມາດແທນຄຳທີ່ຂີດກ້ອງ ດ້ວຍຄຳສັບຢູ່ໃນພາກ “Memorize Vocabulary”.
A: Tell me about your (noun).B: They have (adjective) (noun).
Requests
Answers
Examples
A: Tell me about your brother.B: He has a mustache.
A: Tell me about your sisters.B: They have black hair.
A: Tell me about your aunt.B: She has blue eyes.
Practice Pattern 2
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ພະຍາຍາມສັງເກດແບບແຜນເຫລົ່ານີ້ໃນລະຫວ່າງການຝຶກປະຈຳວັນຂອງທ່ານ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Q: Is your (noun) (adjective)?A: Yes, he is (adjective).
Questions
Answers
Examples
Q: Is your sister married?A: Yes, she is married.
Q: Are you married?A: No, I am single.
Q: Are your sisters tall?A: No, they are short.
Use the Patterns
ຂຽນຄຳຖາມສີ່ຂໍ້ທີ່ທ່ານສາມາດຖາມຄົນໃດຄົນໜຶ່ງ. ຂຽນຄຳຕອບສຳລັບຄຳຖາມແຕ່ລະຂໍ້. ອ່ານມັນອອກສຽງ.
Additional Activities
ເຮັດກິດຈະກຳບົດຮຽນ ແລະ ການປະເມີນທາງອອນລາຍໃຫ້ສຳເລັດທີ່ englishconnect.org/learner/resources ຫລື ໃນ ປຶ້ມບົດຝຶກຫັດ EnglishConnect 1.
Act in Faith to Practice English Daily
ສືບຕໍ່ຝຶກພາສາອັງກິດທຸກວັນ. ໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ຂອງທ່ານ. ທົບທວນເປົ້າໝາຍການສຶກສາຂອງທ່ານ ແລະ ປະເມີນຄວາມພະຍາຍາມຂອງທ່ານ.
Conversation Group
Discuss the Principle of Learning: Exercise Faith in Jesus Christ
(20–30 minutes)
-
ອ່ານ ຫລັກທຳຂອງການຮຽນຮູ້ ສຳລັບບົດຮຽນນີ້ອອກສຽງ.
-
ສົນທະນາຄຳຖາມ.
Activity 1: Practice the Patterns
(10–15 minutes)
ທົບທວນລາຍການຄຳສັບກັບຄູ່.
ຝຶກແບບແຜນທີ 1 ກັບຄູ່:
-
ຝຶກຖາມຄຳຖາມ.
-
ຝຶກຕອບຄຳຖາມ.
-
ຝຶກການສົນທະນາໂດຍໃຊ້ແບບແຜນ.
ເຮັດຊ້ຳຄືນສຳລັບແບບແຜນທີ 2.
Activity 2: Create Your Own Sentences
(10–15 minutes)
ເລືອກບຸກຄົນໜຶ່ງຈາກກຸ່ມໃດກຸ່ມໜຶ່ງຂ້າງລຸ່ມ. ຢ່າບອກຄູ່ຂອງທ່ານວ່າທ່ານເລືອກຄົນໃດ. ເວົ້າສາມປະໂຫຍກກ່ຽວກັບບຸກຄົນນັ້ນ. ຄູ່ຂອງທ່ານເດົາວ່າເປັນໃຜ. ປ່ຽນຜຽນກັນ.
New Vocabulary
|
bald |
ຫົວລ້ານ |
|
beard |
ໜວດ |
|
curly |
ຜົມກູດ |
|
straight |
ຜົມຊື່ |
|
old |
ເຖົ້າ |
|
young |
ໜຸ່ມ |
Example: Maria
-
A: She has blue eyes. She has gray hair. She has glasses.
-
B: Is it Maria?
-
A: Yes!
Image Group 1
Agnes
Maria
Harriet
Victoria
Image Group 2
Mikhail
Banoy
David
Carlos
Image Group 3
Gabriela
Abeni
Mei
Clara
Image Group 4
Kumar
James
Dev
Paolo
Activity 3: Create Your Own Conversations
(15–20 minutes)
ເລືອກສະມາຊິກໃນຄອບຄົວສາມຄົນ. ຖາມ ແລະ ຕອບຄຳຖາມກ່ຽວກັບແຕ່ລະຄົນ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Example
-
A: Tell me about your cousin.
-
B: My cousin has curly hair. She has blue eyes.
-
A: Is your cousin tall?
-
B: Yes, she is tall.
-
A: Is your cousin married?
-
B: No, she is single.
Evaluate
(5–10 minutes)
ປະເມີນຄວາມກ້າວໜ້າຂອງທ່ານຕາມຈຸດປະສົງ ແລະ ຄວາມພະຍາຍາມຂອງທ່ານທີ່ຈະຝຶກພາສາອັງກິດທຸກວັນ.
Evaluate Your Progress
I can:
-
Describe myself and my family.
ບັນຍາຍຕົວຂ້ອຍເອງ ແລະ ຄອບຄົວຂອງຂ້ອຍ.
-
Ask about someone’s family.
ຖາມກ່ຽວກັບຄອບຄົວຂອງຄົນໃດຄົນໜຶ່ງ.
-
Describe someone’s family.
ບັນຍາຍຄອບຄົວຂອງຄົນໃດຄົນໜຶ່ງ.
Evaluate Your Efforts
ປະເມີນຄວາມພະຍາຍາມຂອງທ່ານທີ່ຈະ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
-
ຝຶກທຸກວັນ.
ຕັ້ງເປົ້າໝາຍ. ພິຈາລະນາ ຄຳແນະນຳສຳລັບການສຶກສາ ຢູ່ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.”
ແບ່ງປັນເປົ້າໝາຍຂອງທ່ານກັບຄູ່.
Act in Faith to Practice English Daily
“ພຣະຜູ້ເປັນເຈົ້າບໍ່ໄດ້ຮຽກຮ້ອງສັດທາ ທີ່ສົມບູນ ກ່ອນເຮົາຈະເຂົ້າເຖິງອຳນາດ ທີ່ສົມບູນ ຂອງພຣະອົງໄດ້. ແຕ່ພຣະອົງໄດ້ຂໍໃຫ້ເຮົາມີຄວາມເຊື່ອ. … ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ” (Russell M. Nelson, “Christ is Risen; Faith in Him Will Move Mountains,” Liahona, May 2021, 101).