“ໝວດທີ 1: ສະຫລຸບ—ແນະນຳຕົວຂ້ອຍເອງ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ໝວດທີ 1: ສະຫລຸບ,” EnglishConnect 1 ສຳລັບຜູ້ຮຽນ
Unit 1: Conclusion
Introducing Myself
ເຮັດໄດ້ດີຫລາຍໃນບົດຮຽນສຳລັບໝວດນີ້! ທ່ານໄດ້ຮຽນຮູ້ວິທີເລີ່ມຕົ້ນການສົນທະນາ ແລະ ແບ່ງປັນຄວາມສົນໃຈຂອງທ່ານ. ໃນໝວດນີ້, ທ່ານໄດ້ຮຽນຮູ້ຫລາຍກວ່າ 90 ຄຳສັບ ແລະ 18 ແບບແຜນປະໂຫຍກ. ດ້ວຍຄຳສັບ ແລະ ແບບແຜນເຫລົ່ານີ້, ທ່ານສາມາດຖາມຄຳຖາມໄດ້ 200 ຄຳຖາມ ແລະ ສ້າງປະໂຫຍກໄດ້ 3,000 ປະໂຫຍກ. ເກັ່ງຫລາຍ!
Evaluate
Evaluate Your Progress
ໃຊ້ເວລາຈັກບຶດໜຶ່ງເພື່ອສະທ້ອນຄິດ ແລະ ສະຫລອງທຸກສິ່ງທີ່ທ່ານໄດ້ເຮັດສຳເລັດ.
I can:
-
Introduce myself and others.
ແນະນຳຕົວຂ້ອຍເອງ ແລະ ຄົນອື່ນ.
-
Ask about personal information.
ຖາມກ່ຽວກັບຂໍ້ມູນສ່ວນຕົວ.
-
Describe my hobbies and interests.
ບັນຍາຍວຽກອະດິເລກ ແລະ ຄວາມສົນໃຈຂອງຂ້ອຍ.
ເພື່ອຕິດຕາມຄວາມກ້າວໜ້າຂອງທ່ານເພີ່ມເຕີມ, ໃຫ້ໄປທີ່ englishconnect.org/assessments ແລະ ເຮັດການປະເມີນຜົນທີ່ສາມາດເລືອກເຮັດໄດ້ໃຫ້ສຳເລັດສຳລັບໝວດນີ້.
Evaluate Your Efforts
ທົບທວນຄວາມພະຍາຍາມຂອງທ່ານສຳລັບໝວດນີ້ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.” ທ່ານກຳລັງກ້າວໜ້າໄປສູ່ຈຸດປະສົງຂອງທ່ານຫລືບໍ່? ທ່ານສາມາດເຮັດຫຍັງທີ່ແຕກຕ່າງ ເພື່ອບັນລຸເປົ້າໝາຍຂອງທ່ານ?
ສືບຕໍ່ຝຶກພາສາອັງກິດທຸກວັນຕໍ່ໄປ ຂະນະທີ່ທ່ານກຽມຕົວສຳລັບ EnglishConnect 2.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ EnglishConnect ສາມາດຂະຫຍາຍໂອກາດຂອງທ່ານ, ໃຫ້ເຂົ້າໄປທີ່ englishconnect.org.