“ບົດຮຽນທີ 4: ວຽກອະດິເລກ ແລະ ຄວາມສົນໃຈ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 4,” EnglishConnect 1 ສຳລັບຜູ້ຮຽນ
Lesson 4
Hobbies and Interests
ຈຸດປະສົງ: ຂ້ອຍຈະຮຽນເວົ້າກ່ຽວກັບສິ່ງທີ່ມັກ ແລະ ບໍ່ມັກ.
Personal Study
ກຽມຕົວສຳລັບກຸ່ມສົນທະນາ ໂດຍການເຮັດກິດຈະກຳ A ເຖິງ E.
Study the Principle of Learning: Love and Teach One Another
ຮັກ ແລະ ສິດສອນຊຶ່ງກັນແລະກັນ
I can learn from the Spirit as I love, teach, and learn with others.
ເຮົາສາມາດຮຽນຮູ້ຈາກພຣະວິນຍານ ຂະນະທີ່ເຮົາຮັກ, ສິດສອນ, ແລະ ຮຽນຮູ້ກັບຄົນອື່ນ.
ໃນ EnglishConnect, ເຮົາຮູ້ວ່າ ພຣະເຈົ້າ ເປັນຄູສອນທີ່ແທ້ຈິງ, ແລະ ພຣະອົງສິດສອນເຮົາຜ່ານທາງ ພຣະວິນຍານ ຂອງພຣະອົງ. ພຣະວິນຍານນຳຄວາມຮູ້ສຶກທີ່ຊື່ນຊົມ, ສະຫງົບ, ແລະ ຄວາມຮັກມາໃຫ້. ພຣະວິນຍານຊ່ວຍໃຫ້ເຮົາເຂົ້າໃຈຄວາມຈິງ ແລະ ສາມາດເພີ່ມພູນຄວາມສາມາດຂອງເຮົາໃນການຮຽນຮູ້. ວິທີໜຶ່ງທີ່ເຮົາເຊື້ອເຊີນພຣະວິນຍານໃຫ້ມາສະຖິດຢູ່ກັບເຮົາ ແມ່ນໂດຍການຮັກ, ການສິດສອນ, ແລະ ການຮຽນຮູ້ນຳກັນ. ສາດສະດາ ແອວມາຈາກ ພຣະຄຳພີມໍມອນ ມີໜ້າທີ່ຮັບຜິດຊອບໃນການສິດສອນຜູ້ຄົນ. ເພິ່ນໄດ້ແບ່ງຜູ້ຄົນອອກເປັນກຸ່ມໆ ແລະ ເລືອກຜູ້ນຳໃຫ້ແຕ່ລະກຸ່ມ. ແອວມາໄດ້ສິດສອນພວກເຂົາວ່າ:
“ຜູ້ສອນບໍ່ໄດ້ດີກວ່າຜູ້ຟັງ, ທັງຜູ້ສອນບໍ່ໄດ້ດີກວ່າຜູ້ຮຽນເລີຍ; ແລະ ດັ່ງນັ້ນ ຄົນທັງຫລາຍຈຶ່ງເທົ່າທຽມກັນ” (ແອວມາ 1:26).
ໃນ EnglishConnect, ເຮົາເຊື່ອວ່າຄູສອນ ແລະ ຜູ້ຮຽນມີຄວາມສຳຄັນເທົ່າໆກັນ. ເຮົາທຸກຄົນເປັນຄູສອນ ແລະ ຜູ້ຮຽນ. ເຮົາເຄົາລົບ ແລະ ຮັບຟັງຊຶ່ງກັນແລະກັນ. ເຮົາສິດສອນກັນແລະກັນ. ເຮົາຮັກ ແລະ ເຫັນຄຸນຄ່າຂອງກັນແລະກັນ. ເຮົາສະແດງຄວາມຍິນດີກັບຄົນອື່ນ ເມື່ອພວກເຂົາປະສົບຄວາມສຳເລັດ ແລະ ໃຫ້ກຳລັງໃຈພວກເຂົາ ເມື່ອພວກເຂົາເຮັດຜິດພາດ. ເຮົາກໍຍັງສາມາດຫາວິທີສະໜັບສະໜູນກັນແລະກັນ ວາງແຜນເວລາຝຶກຊ້ອມນຳກັນ ໃນລະຫວ່າງອາທິດນຳອີກ. ພຣະເຈົ້າຈະອວຍພອນເຮົາດ້ວຍພຣະວິນຍານຂອງພຣະອົງ ຂະນະທີ່ເຮົາຮຽນຮູ້ທີ່ຈະຮັກ ແລະ ສິດສອນຊຶ່ງກັນແລະກັນ.
Ponder
-
ທ່ານສາມາດເຮັດຫຍັງໄດ້ແດ່ ເພື່ອທີ່ຈະຮັກ ແລະ ສະໜັບສະໜູນຜູ້ທີ່ມີຄວາມສາມາດແຕກຕ່າງດ້ານພາສາອັງກິດ?
-
ປະສົບການການຮຽນຮູ້ໃນ EnglishConnect ສາມາດແຕກຕ່າງຈາກປະສົບການອື່ນໆ ທີ່ທ່ານເຄີຍມີມາກ່ອນໄດ້ແນວໃດ?
Memorize Vocabulary
ຮຽນຮູ້ຄວາມໝາຍ ແລະ ການອອກສຽງຂອງແຕ່ລະຄຳສັບ ກ່ອນກຸ່ມສົນທະນາຂອງທ່ານ. ຄິດເຖິງສະຖານະການທີ່ທ່ານຈະໃຊ້ຄຳສັບນີ້ໃນການຝຶກປະຈຳວັນຂອງທ່ານ.
Verbs
|
bike |
ຂີ່ລົດຖີບ |
|
cook |
ເຮັດກິນ |
|
dance |
ເຕັ້ນລຳ |
|
garden |
ເຮັດສວນ |
|
go to the beach |
ໄປ ຊາຍຫາດ |
|
listen to music |
ຟັງເພງ |
|
paint |
ທາສີ |
|
play sports |
ຫລິ້ນ ກິລາ |
|
play the piano |
ຫລິ້ນ ປີອາໂນ |
|
read |
ອ່ານ |
|
run |
ແລ່ນ |
|
shop |
ຊື້ຂອງ |
|
sing |
ຮ້ອງ |
|
sleep |
ນອນ |
|
study |
ສຶກສາ |
|
swim |
ລອຍ |
|
travel |
ເດີນທາງ |
|
watch movies |
ເບິ່ງ ໜັງ |
Practice Pattern 1
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ທ່ານສາມາດແທນຄຳສັບທີ່ຂີດກ້ອງ ດ້ວຍຄຳສັບຢູ່ໃນພາກ “Memorize Vocabulary”.
Q: What do you like to do?A: I like to (verb).
Questions
Answers
Examples
Q: What do you like to do?A: I like to cook.
Q: What does he like to do?A: He likes to dance.
Q: What don’t they like to do?A: They don’t like to shop.
Practice Pattern 2
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ພະຍາຍາມເຂົ້າໃຈກົດໃນແບບແຜນ. ຄິດກ່ຽວກັບວິທີທີ່ພາສາອັງກິດເໝືອນກັບ ຫລື ແຕກຕ່າງຈາກພາສາຂອງທ່ານແນວໃດ.
Q: Do you like to (verb)?A: Yes, I like to (verb).
Questions
Answers
Examples
Q: Do you like to travel?A: Yes, I like to travel.
Q: Do you like to shop?A: No, I don’t like to shop.
Q: Does she like to paint?A: Yes, she likes to paint.
Use the Patterns
ຂຽນຄຳຖາມສີ່ຂໍ້ທີ່ທ່ານສາມາດຖາມຄົນໃດຄົນໜຶ່ງ. ຂຽນຄຳຕອບສຳລັບຄຳຖາມແຕ່ລະຂໍ້. ອ່ານມັນອອກສຽງ.
Additional Activities
ເຮັດກິດຈະກຳບົດຮຽນ ແລະ ການປະເມີນທາງອອນລາຍໃຫ້ສຳເລັດທີ່ englishconnect.org/learner/resources ຫລື ໃນ ປຶ້ມບົດຝຶກຫັດ EnglishConnect 1.
Act in Faith to Practice English Daily
ສືບຕໍ່ຝຶກພາສາອັງກິດທຸກວັນ. ໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ຂອງທ່ານ. ທົບທວນເປົ້າໝາຍການສຶກສາຂອງທ່ານ ແລະ ປະເມີນຄວາມພະຍາຍາມຂອງທ່ານ.
Conversation Group
Discuss the Principle of Learning: Love and Teach One Another
(20–30 minutes)
-
ອ່ານ ຫລັກທຳຂອງການຮຽນຮູ້ ສຳລັບບົດຮຽນນີ້ອອກສຽງ.
-
ສົນທະນາຄຳຖາມ.
Activity 1: Practice the Patterns
(10–15 minutes)
ທົບທວນລາຍການຄຳສັບກັບຄູ່.
ຝຶກແບບແຜນທີ 1 ກັບຄູ່:
-
ຝຶກຖາມຄຳຖາມ.
-
ຝຶກຕອບຄຳຖາມ.
-
ຝຶກການສົນທະນາໂດຍໃຊ້ແບບແຜນ.
ເຮັດຊ້ຳຄືນສຳລັບແບບແຜນທີ 2.
Activity 2: Create Your Own Sentences
(10–15 minutes)
ເບິ່ງຮູບພາບ. ຖາມ ແລະ ຕອບຄຳຖາມກ່ຽວກັບແຕ່ລະຄົນ. ປ່ຽນຜຽນກັນ.
Example: Malia
Likes
Doesn’t Like
-
A: What does Malia like to do?
-
B: She likes to paint.
-
A: Does Malia like to study?
-
B: No, she doesn’t like to study.
Image Group 1: Thomas
Likes
Doesn’t Like
Image Group 2: Raoul
Likes
Doesn’t Like
Image Group 3: Mei
Likes
Doesn’t Like
Image Group 4: Pamela
Likes
Doesn’t Like
Image Group 5: Nadia
Likes
Doesn’t Like
Activity 3: Create Your Own Conversations
(15–20 minutes)
ຖາມ ແລະ ຕອບຄຳຖາມກ່ຽວກັບສິ່ງທີ່ທ່ານມັກ ແລະ ບໍ່ມັກເຮັດ. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Example
-
A: What do you like to do?
-
B: I like to dance.
-
A: What don’t you like to do?
-
B: I don’t like to read.
-
A: Do you like to listen to music?
-
B: Yes, I like to listen to music.
Evaluate
(5–10 minutes)
ປະເມີນຄວາມກ້າວໜ້າຂອງທ່ານຕາມຈຸດປະສົງ ແລະ ຄວາມພະຍາຍາມຂອງທ່ານທີ່ຈະຝຶກພາສາອັງກິດທຸກວັນ.
Evaluate Your Progress
I can:
-
Say what I like to do.
ເວົ້າສິ່ງທີ່ທ່ານມັກເຮັດ.
-
Say what I don’t like to do.
ເວົ້າສິ່ງທີ່ທ່ານບໍ່ມັກເຮັດ.
-
Ask what someone likes to do.
ຖາມສິ່ງທີ່ຄົນໃດຄົນໜຶ່ງມັກເຮັດ.
Evaluate Your Efforts
ປະເມີນຄວາມພະຍາຍາມຂອງທ່ານທີ່ຈະ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
-
ຝຶກທຸກວັນ.
ຕັ້ງເປົ້າໝາຍ. ພິຈາລະນາ ຄຳແນະນຳສຳລັບການສຶກສາ ຢູ່ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.”
ແບ່ງປັນເປົ້າໝາຍຂອງທ່ານກັບຄູ່.
Act in Faith to Practice English Daily
“ພຣະວິນຍານບໍລິສຸດເປັນຄູສອນທີ່ແທ້ຈິງ. ບໍ່ມີຄູສອນທີ່ເປັນມະນຸດຄົນໃດ, ບໍ່ວ່າຈະມີທັກສະ ຫລື ປະສົບການຫລາຍເທົ່າໃດ, ສາມາດມາແທນທີ່ບົດບາດຂອງພຣະອົງໄດ້ ໃນການເປັນພະຍານເຖິງຄວາມຈິງ, ເປັນພະຍານເຖິງພຣະຄຣິດ, ແລະ ການປ່ຽນແປງຫົວໃຈ. ແຕ່ຄູສອນທຸກຄົນສາມາດເປັນເຄື່ອງມືໃນການຊ່ວຍໃຫ້ລູກໆຂອງພຣະເຈົ້າຮຽນຮູ້ໂດຍພຣະວິນຍານໄດ້” (“ສິດສອນໂດຍພຣະວິນຍານ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: ສຳລັບທຸກຄົນທີ່ສິດສອນຢູ່ໃນບ້ານ ແລະ ໃນສາດສະໜາຈັກ [2022], 16).