“ບົດຮຽນທີ 1: ບົດຮຽນແນະນຳ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 1,” EnglishConnect 1 ສຳລັບຜູ້ຮຽນ
Lesson 1
Introductory Lesson
ຍິນດີຕ້ອນຮັບສູ່ EnglishConnect! ພວກເຮົາດີໃຈທີ່ພວກທ່ານຢູ່ທີ່ນີ້. ເຮົາເປັນຊຸມຊົນຂອງຜູ້ຄົນທີ່ສະແຫວງຫາເພື່ອຂະຫຍາຍໂອກາດຂອງເຮົາ ໂດຍການຮຽນພາສາອັງກິດ. ເຮົາອາດມາຈາກພື້ນຖານທີ່ແຕກຕ່າງກັນ, ເວົ້າພາສາທີ່ແຕກຕ່າງກັນ, ແລະ ມີລະດັບຄວາມສາມາດດ້ານພາສາອັງກິດທີ່ແຕກຕ່າງກັນ, ແຕ່ເມື່ອຮ່ວມກັນແລ້ວ ເຮົາສາມາດບັນລຸເປົ້າໝາຍຂອງເຮົາໄດ້.
EnglishConnect ແມ່ນແຕກຕ່າງຈາກໂຄງການພາສາອັງກິດສ່ວນຫລາຍ. ຈຸດປະສົງຂອງ EnglishConnect ແມ່ນເພື່ອຊ່ວຍໃຫ້ທ່ານພັດທະນາທັກສະພາສາອັງກິດໃນສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ. ນັ້ນກໍໝາຍຄວາມວ່າ ທ່ານຈະບໍ່ເຮັດສິ່ງນີ້ໂດຍລຳພັງ. ແຕ່ລະຄົນໃນກຸ່ມ EnglishConnect ຂອງທ່ານຈະສົ່ງເສີມ ແລະ ຊຸກຍູ້ຊຶ່ງກັນແລະກັນ. ມັນຍັງໝາຍຄວາມວ່າ ທ່ານຈະນຳໃຊ້ຫລັກທຳຂອງການຮຽນຮູ້ທາງຝ່າຍວິນຍານນຳອີກ ຂະນະທີ່ທ່ານສຶກສາ ແລະ ຮຽນຮູ້.
ໃນບົດຮຽນນີ້, ພວກເຮົາຈະແນະນຳຂັ້ນຕອນທີ່ທ່ານຈະໃຊ້ສຳລັບແຕ່ລະບົດຮຽນ ໃນການສຶກສາສ່ວນຕົວ ແລະ ໃນກຸ່ມສົນທະນາຂອງທ່ານ.
ມາເລີ່ມກັນເລີຍ!
Conversation Group
ຈຸດປະສົງ: ຂ້ອຍຈະຮຽນແນະນຳຕົວຂ້ອຍເອງ ແລະ ຄົນອື່ນ.
Discuss the Principle of Learning: You Are a Child of God
(10–20 minutes)
ແຕ່ລະບົດຮຽນໃນປຶ້ມຄູ່ມືນີ້ ເລີ່ມຕົ້ນດ້ວຍຫລັກທຳຂອງການຮຽນຮູ້. ນີ້ແມ່ນຫລັກທຳທາງຝ່າຍວິນຍານ ທີ່ສາມາດຊ່ວຍທ່ານປັບປຸງການຮຽນຮູ້ຂອງທ່ານຜ່ານທາງການສຶກສາ ແລະ ສັດທາ. ໃນແຕ່ລະບົດຮຽນ, ພວກເຮົາຈະ:
-
ອ່ານຫລັກທຳຂອງການຮຽນຮູ້ອອກສຽງ.
-
ສົນທະນາຄຳຖາມ.
ທ່ານເປັນລູກຂອງພຣະເຈົ້າ
ທ່ານຮູ້ບໍວ່າໜຶ່ງໃນສິ່ງທີ່ສຳຄັນທີ່ສຸດທີ່ທ່ານສາມາດເຮັດໄດ້ ເພື່ອຈະບັນລຸເປົ້າໝາຍແມ່ນທີ່ຈະສຸມໃຈໃສ່ຄວາມເຊື່ອຂອງທ່ານກ່ຽວກັບຕົວທ່ານເອງ? ຄວາມເຊື່ອຂອງທ່ານກ່ຽວກັບຄວາມສາມາດຂອງທ່ານຈະມີຜົນກະທົບທີ່ສຳຄັນຕໍ່ຄວາມພະຍາຍາມ ແລະ ຜົນຮັບຂອງທ່ານ. ທ່ານອາດສົງໄສຄວາມສາມາດຂອງທ່ານເພາະຄວາມລົ້ມເຫລວທີ່ຜ່ານມາ. ຂ່າວດີກໍຄື ທ່ານສາມາດປ່ຽນແປງຄວາມເຊື່ອຂອງທ່ານໄດ້! ເມື່ອທ່ານປ່ຽນຄວາມເຊື່ອຂອງທ່ານກ່ຽວກັບຕົວທ່ານເອງ, ທ່ານສາມາດປ່ຽນແປງຜົນຮັບຂອງທ່ານໄດ້. ອຳນາດທີ່ຈະປ່ຽນແປງຄວາມເຊື່ອຂອງທ່ານ ກ່ຽວກັບຕົວທ່ານເອງມາຈາກຄວາມເຂົ້າໃຈທຳມະຊາດທີ່ແທ້ຈິງຂອງທ່ານ.
ທ່ານເປັນລູກຂອງ ພຣະເຈົ້າ. ພຣະອົງຮັກທ່ານ. ໃນຖານະລູກຂອງພຣະອົງ, ທ່ານມີສັກກະຍະພາບ ແລະ ຈຸດປະສົງນິລັນດອນ. ທ່ານມີຄວາມສາມາດທີ່ຈະຮຽນຮູ້ ແລະ ປ່ຽນແປງ. ທ່ານມີຄວາມສາມາດທີ່ຈະເຕີບໂຕ ແລະ ປັບປຸງ. ພຣະເຈົ້າຕ້ອງການທີ່ຈະຊ່ວຍໃຫ້ທ່ານກ້າວໜ້າ. ພຣະອົງຢາກເປັນຮຸ້ນສ່ວນກັບທ່ານ ເພື່ອຊ່ວຍທ່ານບັນລຸສັກກະຍະພາບຂອງທ່ານ. ການເປັນຮຸ້ນສ່ວນກັບພຣະເຈົ້າໃນການຮຽນພາສາອັງກິດຈະຊ່ວຍໃຫ້ທ່ານຮູ້ຈັກພຣະອົງດີຂຶ້ນ. ພຣະອົງຍັງຊ່ວຍໃຫ້ທ່ານຮູ້ຈັກຕົວເອງດີຂຶ້ນນຳອີກ.
ທ່ານສາມາດ ອະທິຖານ ຫາພຣະເຈົ້າ. ພຣະອົງຈະຮັບຟັງທ່ານ. ທ່ານສາມາດທູນຂໍໃຫ້ພຣະອົງຊ່ວຍທ່ານຮຽນພາສາອັງກິດ. ທ່ານສາມາດຂອບພຣະໄທພຣະອົງສຳລັບພອນຂອງທ່ານ. ຂະນະທີ່ທ່ານອະທິຖານ, ໃຫ້ເອົາໃຈໃສ່ຕໍ່ຄວາມຄິດ ແລະ ຄວາມຮູ້ສຶກຂອງທ່ານ. ທ່ານສາມາດຮູ້ໄດ້ວ່າ ພຣະເຈົ້າຢູ່ທີ່ນັ້ນ, ວ່າພຣະອົງຮັກທ່ານ, ແລະ ວ່າພຣະອົງຢາກຊ່ວຍທ່ານ. ທ່ານສາມາດເລືອກໄດ້ທີ່ຈະເຊື່ອວ່າ ທ່ານເປັນລູກຂອງພຣະເຈົ້າ ພ້ອມດ້ວຍສັກກະຍະພາບນິລັນດອນ, ແລະ ທ່ານສາມາດສະແຫວງຫາຄວາມຊ່ວຍເຫລືອຈາກພຣະອົງໃນການຮຽນພາສາອັງກິດ.
Ponder
-
ການທີ່ຮູ້ຈັກວ່າ ທ່ານເປັນລູກຂອງພຣະເຈົ້າ ມີອິດທິພົນຕໍ່ຄວາມເຊື່ອຂອງທ່ານກ່ຽວກັບຕົວທ່ານເອງແນວໃດ?
-
ການທີ່ຮູ້ຈັກວ່າ ທ່ານເປັນລູກຂອງພຣະເຈົ້າ ສາມາດຊ່ວຍໃຫ້ທ່ານຮຽນພາສາອັງກິດໄດ້ແນວໃດ?
Activity 1: Practice the Pattern
(10–15 minutes)
Part 1: ທົບທວນລາຍການຄຳສັບກັບຄູ່.
ເມື່ອທ່ານຮຽນຄຳສັບ, ໃຫ້ສຸມໃສ່ຄວາມໝາຍ ແລະ ການອອກສຽງແຕ່ລະຄຳ.
|
I/my |
ຂ້ອຍ/ຂອງຂ້ອຍ |
|
you/your |
ເຈົ້າ/ຂອງເຈົ້າ |
|
he/his |
ລາວ/ຂອງລາວ |
|
she/her |
ລາວ/ຂອງລາວ |
|
no |
ບໍ່ |
|
yes |
ແມ່ນ |
|
name |
ຊື່ |
|
please |
ກະລຸນາ |
|
thank you/thanks |
ຂອບໃຈ/ຂອບໃຈເດີ |
|
What is … ? |
… ແມ່ນຫຍັງ? |
|
Nice to meet you. |
ຍົນດີທີ່ໄດ້ຮູ້ຈັກເຈົ້າ. |
Part 2: ຝຶກແບບແຜນທີ 1 ກັບຄູ່.
ຝຶກແບບແຜນກັບຄູ່. ເປົ້າໝາຍຂອງທ່ານແມ່ນທີ່ຈະຖາມ ແລະ ຕອບຄຳຖາມຢ່າງໝັ້ນໃຈ ແລະ ເຂົ້າໃຈສິ່ງທີ່ກຳລັງຖືກກ່າວອອກມາ.
ຝຶກການຖາມຄຳຖາມ.
ແຕ່ງຫລາຍໆຄຳຖາມເທົ່າທີ່ທ່ານຈະສາມາດເຮັດໄດ້.
Example 1
What is your name?
Example 2
What’s his name?
ຝຶກການຕອບຄຳຖາມ.
ແຕ່ງຫລາຍໆຄຳຕອບເທົ່າທີ່ທ່ານຈະສາມາດເຮັດໄດ້. ທ່ານສາມາດແທນຄຳສັບທີ່ຂີດກ້ອງດ້ວຍຄຳສັບຂອງທ່ານເອງ.
Example 1
My name is Rosa.
Example 2
His name is Niko.
ຝຶກການສົນທະນາໂດຍໃຊ້ແບບແຜນ.
ຖາມ ແລະ ຕອບຄຳຖາມໂດຍໃຊ້ແບບແຜນ.
Questions
Answers
Example
-
A: Hi! What is your name?
-
B: Hello! My name is .
-
A: Nice to meet you.
-
B: What’s your name?
-
A: My name is .
-
B: Nice to meet you.
-
A: What’s her name?
-
B: Her name is Rosa.
Activity 2: Create Your Own Sentences
(5–10 minutes)
ຈຸດປະສົງຂອງກິດຈະກຳນີ້ ແມ່ນເພື່ອໃຫ້ທ່ານໃຊ້ແບບແຜນ ແລະ ຄຳສັບ ເພື່ອແຕ່ງປະໂຫຍກຂອງທ່ານເອງ.
ເບິ່ງຮູບພາບ. ຖາມ ແລະ ຕອບຄຳຖາມກ່ຽວກັບຊື່ຂອງແຕ່ລະຄົນ. ປ່ຽນຜຽນກັນ.
Example: Talia
-
A: What’s her name?
-
B: Her name is Talia.
Marco
Nat
Mari
Jean
Sam
Activity 3: Create Your Own Conversations
(10–15 minutes)
ຈຸດປະສົງຂອງກິດຈະກຳນີ້ແມ່ນເພື່ອໃຫ້ມີການສົນທະນາເປັນພາສາອັງກິດ.
Part 1
ພົບກັບກຸ່ມຂອງທ່ານ. ຖາມຊື່ຂອງຜູ້ຮຽນແຕ່ລະຄົນໃນກຸ່ມຂອງທ່ານ. ມີຄວາມຄິດສ້າງສັນ. ໃຊ້ຫລາຍໆຄຳສັບເທົ່າທີ່ທ່ານຮູ້.
Example
-
A: Hi, what’s your name?
-
B: My name is Mei. What is your name?
-
A: My name is Sione. Nice to meet you.
-
B: Nice to meet you. Goodbye.
-
A: Bye!
Part 2
ຊອກຫາຄູ່ ແລະ ແນະນຳຄູ່ຂອງທ່ານຕໍ່ກຸ່ມຂອງທ່ານ.
Example
-
A: Hi, what’s her name?
-
B: Her name is Luna. What is his name?
-
A: His name is Seth.
Evaluate
(5–10 minutes)
ທ່ານເປັນລູກຂອງພຣະເຈົ້າ ແລະ ມີສັກກະຍະພາບທີ່ບໍ່ຈຳກັດ ເພື່ອຈະຮຽນຮູ້ ແລະ ເຕີບໂຕ. ທ່ານສາມາດຮຽນວິທີປັບປຸງ ໂດຍການປະເມີນການປະຕິບັດ ແລະ ຄວາມພະຍາຍາມຂອງທ່ານດ້ວຍການອະທິຖານ. ຫລັງຈາກແຕ່ລະບົດຮຽນ, ປະເມີນຄວາມກ້າວໜ້າຂອງທ່ານໃນການສຳເລັດແຕ່ລະຈຸດປະສົງ. ແລ້ວ, ປະເມີນຄວາມພະຍາຍາມຂອງທ່ານໂດຍໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ແລະ ເລືອກໜຶ່ງວິທີທີ່ຈະປັບປຸງກ່ອນບົດຮຽນຕໍ່ໄປ.
ປະເມີນຄວາມກ້າວໜ້າຂອງທ່ານຕາມຈຸດປະສົງ ແລະ ຄວາມພະຍາຍາມຂອງທ່ານທີ່ຈະຝຶກພາສາອັງກິດທຸກວັນ.
Evaluate Your Progress
I can:
-
Say my name and others’ names.
ເວົ້າຊື່ຂອງຂ້ອຍ ແລະ ຊື່ຂອງຄົນອື່ນ.
-
Say hello and goodbye.
ເວົ້າວ່າ ສະບາຍດີ ແລະ ລາກ່ອນ.
-
Understand how EnglishConnect can help me learn English.
ເຂົ້າໃຈວິທີທີ່ EnglishConnect ສາມາດຊ່ວຍຂ້ອຍຮຽນພາສາອັງກິດ.
Evaluate Your Efforts
ປະເມີນຄວາມພະຍາຍາມຂອງທ່ານທີ່ຈະ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
-
ຝຶກທຸກວັນ.
ຕັ້ງເປົ້າໝາຍ. ພິຈາລະນາ ຄຳແນະນຳສຳລັບການສຶກສາ ຢູ່ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.”
ແບ່ງປັນເປົ້າໝາຍຂອງທ່ານກັບຄູ່.
ກະກຽມສຳລັບບົດຮຽນຕໍ່ໄປ
(5 minutes)
ພຣະເຈົ້າປະທັບຢູ່ທີ່ນັ້ນສະເໝີເພື່ອສະໜັບສະໜູນເຮົາ. ພຣະອົງຍັງຄາດຫວັງໃຫ້ເຮົາເຮັດໃຫ້ດີທີ່ສຸດ. ທ່ານຈະໄດ້ຮັບຜົນປະໂຫຍດຈາກທຸກຄວາມພະຍາຍາມທີ່ຈະກະກຽມສຳລັບບົດຮຽນ. ຕໍ່ໄປນີ້ແມ່ນສາມຢ່າງທີ່ຕ້ອງເຮັດສຳລັບແຕ່ລະບົດຮຽນກ່ອນເຂົ້າໄປຮ່ວມກຸ່ມສົນທະນາຂອງທ່ານ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
ທ່ານສາມາດພົບເຫັນສາມຢ່າງເຫລົ່ານີ້ໃນພາກ “ການສຶກສາສ່ວນຕົວ” ໃນຕອນເລີ່ມຕົ້ນຂອງແຕ່ລະບົດຮຽນ. ຈົ່ງຈື່ຈຳທີ່ຈະສຶກສາ ແລະ ຝຶກທຸກວັນ.
Act in Faith to Practice English Daily
ໃນຕອນທ້າຍຂອງແຕ່ລະບົດຮຽນ, ຈະມີພາກ “ກະທຳດ້ວຍສັດທາເພື່ອຝຶກພາສາອັງກິດທຸກວັນ.” ໃຊ້ໜຶ່ງນາທີເພື່ອອ່ານຄຳອ້າງອີງອອກສຽງກັບກຸ່ມຂອງທ່ານ.
“ເຮົາແຕ່ລະຄົນມີສັກກະຍະພາບທີ່ສູງສົ່ງ ເພາະເຮົາແຕ່ລະຄົນເປັນລູກຂອງພຣະເຈົ້າ. ທຸກຄົນເທົ່າທຽມກັນໃນສາຍພຣະເນດຂອງພຣະອົງ. ຄວາມໝາຍຂອງຄວາມຈິງນີ້ແມ່ນເລິກເຊິ່ງ” (Russell M. Nelson, “Let God Prevail,” Liahona, Nov. 2020, 94).