ຄຳຂອງມໍມອນ
ບົດທີ 1
ມໍມອນຫຍໍ້ແຜ່ນຈາລຶກໃຫຍ່ຂອງນີໄຟ—ເພິ່ນເອົາແຜ່ນຈາລຶກນ້ອຍໄວ້ກັບແຜ່ນຈາລຶກອື່ນໆ—ກະສັດເບັນຢາມິນສະຖາປະນາສັນຕິສຸກໃນແຜ່ນດິນ. ປະມານ ຄ.ສ. 385.
1 ແລະ ບັດນີ້ຂ້າພະເຈົ້າ ມໍມອນໂດຍທີ່ກຳລັງຈະມອບບັນທຶກທີ່ຂ້າພະເຈົ້າເຮັດໄວ້ໃຫ້ຢູ່ໃນມືຂອງໂມໂຣໄນຜູ້ເປັນລູກຊາຍຂອງຂ້າພະເຈົ້າ, ຈົ່ງເບິ່ງ, ຂ້າພະເຈົ້າໄດ້ເຫັນຄວາມພິນາດເກືອບທັງໝົດຂອງຊາວນີໄຟຜູ້ຄົນຂອງຂ້າພະເຈົ້າ.
2 ແລະ ເປັນເວລາ ຫລາຍຮ້ອຍປີຫລັງຈາກການສະເດັດມາຂອງພຣະຄຣິດ ຂ້າພະເຈົ້າໄດ້ມອບບັນທຶກເຫລົ່ານີ້ໃຫ້ຢູ່ໃນມືຂອງລູກຊາຍຂອງຂ້າພະເຈົ້າ; ແລະ ຂ້າພະເຈົ້າຄິດວ່າ ລາວຈະເຫັນຄວາມພິນາດທັງໝົດຂອງປະຊາຊົນຂອງຂ້າພະເຈົ້າ. ແຕ່ຂໍພຣະເຈົ້າຈົ່ງໂຜດໃຫ້ລາວລອດຊີວິດດ້ວຍເຖີດ, ເພື່ອວ່າລາວຈະໄດ້ບັນທຶກບາງຢ່າງກ່ຽວກັບພວກນັ້ນໄວ້, ແລະ ກ່ຽວກັບພຣະຄຣິດ, ເພື່ອມື້ໜຶ່ງມັນອາດຈະເປັນ ປະໂຫຍດແກ່ພວກເຂົາ.
3 ແລະ ບັດນີ້ຂ້າພະເຈົ້າຈະເວົ້າກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ບັນທຶກໄວ້ບາງຢ່າງ; ເພາະຫລັງຈາກຂ້າພະເຈົ້າ ຫຍໍ້ຂໍ້ຄວາມຈາກ ແຜ່ນຈາລຶກຂອງນີໄຟລົງມາຈົນເຖິງການປົກຄອງຂອງກະສັດເບັນຢາມິນ ຊຶ່ງເປັນຜູ້ທີ່ອາມາລະໄຄໄດ້ເວົ້າເຖິງ, ຂ້າພະເຈົ້າໄດ້ຄົ້ນຄວ້າຈາກ ບັນທຶກຊຶ່ງໄດ້ມອບໃຫ້ຢູ່ໃນມືຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ເຫັນແຜ່ນຈາລຶກເຫລົ່ານີ້ຊຶ່ງມີເລື່ອງລາວສັ້ນໆຂອງສາດສະດານັບຕັ້ງແຕ່ຢາໂຄບລົງມາຈົນເຖິງການປົກຄອງຂອງກະສັດ ເບັນຢາມິນຜູ້ນີ້, ແລະ ມີຄຳເວົ້າຂອງນີໄຟຢູ່ໃນນັ້ນ.
4 ແລະ ເລື່ອງທີ່ມີຢູ່ໃນແຜ່ນຈາລຶກເຫລົ່ານີ້ເປັນທີ່ ພໍໃຈຂອງຂ້າພະເຈົ້າ, ເພາະຄຳທຳນາຍເຖິງການສະເດັດມາຂອງພຣະຄຣິດ; ແລະ ບັນພະບຸລຸດຂອງຂ້າພະເຈົ້າກໍຮູ້ວ່າຄຳທຳນາຍຫລາຍຢ່າງສຳເລັດແລ້ວ; ແທ້ຈິງແລ້ວ, ແລະ ຂ້າພະເຈົ້າຮູ້ອີກວ່າ ຫລາຍເລື່ອງທີ່ໄດ້ທຳນາຍໄວ້ກ່ຽວກັບພວກເຮົາຈົນເຖິງທຸກມື້ນີ້ສຳເລັດແລ້ວ, ແລະ ຫລາຍເລື່ອງນັບແຕ່ ຕໍ່ຈາກມື້ນີ້ເປັນຕົ້ນໄປຈະຕ້ອງເກີດຂຶ້ນຢ່າງແນ່ນອນ—
5 ດັ່ງນັ້ນ, ຂ້າພະເຈົ້າຈຶ່ງເລືອກ ສິ່ງເຫລົ່ານີ້ໄວ້ເພື່ອຈົບການບັນທຶກຂອງຂ້າພະເຈົ້າໄວ້ໃນນັ້ນ, ຊຶ່ງຕອນທີ່ເຫລືອນັ້ນຂ້າພະເຈົ້າຈະເອົາມາຈາກ ແຜ່ນຈາລຶກຂອງນີໄຟ; ແລະ ຂ້າພະເຈົ້າບັນທຶກໄວ້ບໍ່ໄດ້ພໍ ໜຶ່ງສ່ວນຮ້ອຍຂອງເລື່ອງຜູ້ຄົນຂອງຂ້າພະເຈົ້າເລີຍ.
6 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າຈະເອົາແຜ່ນຈາລຶກເຫລົ່ານີ້, ຊຶ່ງມີຄຳທຳນາຍ ແລະ ການເປີດເຜີຍ, ແລະ ເອົາໃສ່ໄວ້ກັບສ່ວນທີ່ເຫລືອຢູ່ຂອງບັນທຶກຂອງຂ້າພະເຈົ້າ, ເພາະວ່າເລື່ອງເຫລົ່ານີ້ປະເສີດສຳລັບຂ້າພະເຈົ້າ; ແລະ ຂ້າພະເຈົ້າຮູ້ວ່າ ມັນຈະປະເສີດສຳລັບພີ່ນ້ອງຂອງຂ້າພະເຈົ້າອີກ.
7 ແລະ ຂ້າພະເຈົ້າກະທຳການນີ້ເພື່ອຈຸດປະສົງ ອັນສະຫລາດ; ເພາະພຣະອົງໄດ້ສື່ມໃສ່ຫູຂອງຂ້າພະເຈົ້າແບບນີ້, ອັນເປັນໄປຕາມການເຮັດວຽກຂອງພຣະວິນຍານຂອງພຣະຜູ້ເປັນເຈົ້າຊຶ່ງຢູ່ໃນຕົວຂອງຂ້າພະເຈົ້າ. ແລະ ບັດນີ້, ຂ້າພະເຈົ້າບໍ່ຮູ້ຈັກໝົດທຸກເລື່ອງ; ແຕ່ວ່າພຣະຜູ້ເປັນເຈົ້າ ຮູ້ທຸກເລື່ອງທີ່ຈະມາເຖິງ; ດັ່ງນັ້ນ, ພຣະອົງຈຶ່ງທຳງານໃນຂ້າພະເຈົ້າເພື່ອໃຫ້ມັນເປັນໄປຕາມພຣະປະສົງຂອງພຣະອົງ.
8 ແລະ ຄຳອະທິຖານຂອງຂ້າພະເຈົ້າທີ່ມີຕໍ່ພຣະເຈົ້າກ່ຽວກັບພີ່ນ້ອງຂອງຂ້າພະເຈົ້າ ກໍເພື່ອພວກເຂົາຈະມາຫາຄວາມຮູ້ເລື່ອງພຣະເຈົ້າອີກເທື່ອໜຶ່ງ, ແທ້ຈິງແລ້ວ, ເລື່ອງການໄຖ່ຂອງພຣະຄຣິດ; ເພື່ອພວກເຂົາຈະເປັນຜູ້ຄົນ ທີ່ໜ້າຊົມອີກເທື່ອໜຶ່ງ.
9 ແລະ ບັດນີ້ຂ້າພະເຈົ້າມໍມອນເລີ່ມເຮັດບັນທຶກຂອງຂ້າພະເຈົ້າໃຫ້ຈົບ, ຊຶ່ງໄດ້ເອົາມາຈາກແຜ່ນຈາລຶກຂອງນີໄຟ; ແລະ ຂ້າພະເຈົ້າເຮັດບັນທຶກຕາມຄວາມຮູ້ ແລະ ຄວາມເຂົ້າໃຈຊຶ່ງພຣະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ.
10 ດັ່ງນັ້ນ, ເຫດການໄດ້ບັງເກີດຂຶ້ນ ຫລັງຈາກອາມາລະໄຄໄດ້ ມອບແຜ່ນຈາລຶກເຫລົ່ານີ້ໃຫ້ຢູ່ໃນມືຂອງກະສັດເບັນຢາມິນແລ້ວ, ເພິ່ນຈຶ່ງໄດ້ເອົາມັນໄປຮວມໄວ້ກັບ ແຜ່ນຈາລຶກອື່ນໆ, ຊຶ່ງມີບັນທຶກທີ່ ກະສັດມອບໃຫ້ຕໍ່ໆກັນລົງມາຈາກລຸ້ນສູ່ລຸ້ນ ຈົນເຖິງວັນຂອງກະສັດເບັນຢາມິນ.
11 ແລະ ມັນໄດ້ຖືກສົ່ງຕໍ່ລົງມາຈາກກະສັດເບັນຢາມິນ, ຈາກລຸ້ນສູ່ລຸ້ນ ຈົນມາຕົກຢູ່ໃນ ມືຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າມໍມອນອະທິຖານຕໍ່ພຣະເຈົ້າຂໍໃຫ້ແຜ່ນຈາລຶກໄດ້ຮັບການປົກປັກຮັກສານັບແຕ່ເວລານີ້ໄປ, ແລະ ຂ້າພະເຈົ້າຮູ້ວ່າ ມັນຈະໄດ້ຮັບການປົກປັກຮັກສາເພາະວ່າເລື່ອງສຳຄັນໄດ້ບັນທຶກໄວ້ຢູ່ໃນນັ້ນ ຊຶ່ງຈາກນັ້ນຜູ້ຄົນຂອງຂ້າພະເຈົ້າພ້ອມດ້ວຍພີ່ນ້ອງຂອງພວກເຂົາຈະຖືກ ຕັດສິນໃນວັນອັນຍິ່ງໃຫຍ່ ແລະ ສຸດທ້າຍ, ຕາມພຣະຄຳຂອງພຣະເຈົ້າຊຶ່ງມີຂຽນໄວ້.
12 ແລະ ບັດນີ້, ກ່ຽວກັບກະສັດເບັນຢາມິນຜູ້ນີ້—ເພິ່ນມີບັນຫາບາງຢ່າງເຊັ່ນ ມັນມີການຂັດແຍ້ງເລັກໜ້ອຍ ລະຫວ່າງຜູ້ຄົນຂອງເພິ່ນເອງ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທະຫານຂອງຊາວເລມັນໄດ້ຍົກທັບລົງມາຈາກ ແຜ່ນດິນນີໄຟ ເພື່ອມາສູ້ຮົບກັບຜູ້ຄົນຂອງເພິ່ນ. ແຕ່ຈົ່ງເບິ່ງ, ກະສັດເບັນຢາມິນໄດ້ເຕົ້າໂຮມກອງທັບຂອງເພິ່ນ, ແລະ ເພິ່ນໄດ້ຕ້ານພວກນັ້ນໄວ້ໄດ້; ແລະ ເພິ່ນໄດ້ຕໍ່ສູ້ດ້ວຍກຳລັງແຂນຂອງເພິ່ນເອງດ້ວຍ ດາບຂອງລາບານ.
14 ແລະ ດ້ວຍກຳລັງຂອງພຣະຜູ້ເປັນເຈົ້າ ພວກເຂົາຈຶ່ງໄດ້ຕໍ່ສູ້ສັດຕູຂອງພວກເຂົາ, ຈົນຂ້າຊາວເລມັນຕາຍຫລາຍພັນຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຕໍ່ສູ້ກັບຊາວເລມັນຈົນຂັບໄລ່ພວກເຂົາອອກຈາກແຜ່ນດິນທັງໝົດ ຊຶ່ງເປັນແຜ່ນດິນມູນມໍລະດົກຂອງພວກເຂົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກມີ ພຣະຄຣິດປອມຂຶ້ນມາ, ແລະ ປາກຂອງພວກເຂົາຖືກປິດ, ແລະ ຖືກລົງໂທດຕາມຄວາມຜິດຂອງຕົນ;
16 ແລະ ຫລັງຈາກມີສາດສະດາປອມ, ແລະ ຜູ້ເທດສະໜາ ແລະ ຄູສອນປອມໃນບັນດາຜູ້ຄົນ, ແລະ ທັງໝົດນີ້ໄດ້ຖືກລົງໂທດຕາມຄວາມຜິດຂອງຕົນ; ແລະ ຫລັງຈາກມີການຂັດແຍ້ງມາຫລາຍ ແລະ ມີການແຕກແຍກໄປເຂົ້າຮ່ວມກັບຊາວເລມັນຫລາຍເທື່ອແລ້ວ, ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ກະສັດເບັນຢາມິນ, ດ້ວຍຄວາມຊ່ວຍເຫລືອຈາກ ສາດສະດາຜູ້ບໍລິສຸດທີ່ຢູ່ໃນບັນດາຜູ້ຄົນຂອງເພິ່ນ—
17 ເພາະຈົ່ງເບິ່ງ, ກະສັດເບັນຢາມິນເປັນຄົນ ບໍລິສຸດ, ແລະ ເພິ່ນໄດ້ປົກຄອງດູແລຜູ້ຄົນຂອງເພິ່ນ ດ້ວຍຄວາມຊອບທຳ; ແລະ ມີຄົນບໍລິສຸດຢ່າງຫລວງຫລາຍໃນແຜ່ນດິນ, ແລະ ຄົນເຫລົ່ານີ້ໄດ້ເວົ້າພຣະຄຳຂອງພຣະເຈົ້າດ້ວຍ ອຳນາດ ແລະ ສິດອຳນາດ; ແລະ ເຂົາເຈົ້າໄດ້ໃຊ້ ຄວາມຮຸນແຮງຫລາຍເພາະຄວາມແຂງຄໍຂອງຜູ້ຄົນ—
18 ດັ່ງນັ້ນ, ດ້ວຍຄວາມຊ່ວຍເຫລືອຈາກຄົນເຫລົ່ານີ້, ກະສັດເບັນຢາມິນ, ໂດຍການອອກແຮງງານດ້ວຍສຸດກຳລັງຂອງຮ່າງກາຍຂອງເພິ່ນ ແລະ ດ້ວຍຄວາມສາມາດຂອງຈິດວິນຍານທັງໝົດຂອງເພິ່ນ, ແລະ ພ້ອມດ້ວຍສາດສະດາ, ເພິ່ນຈຶ່ງໄດ້ສະຖາປະນາສັນຕິສຸກຂຶ້ນໃນແຜ່ນດິນອີກເທື່ອໜຶ່ງ.