“ໝວດທີ 3: ສະຫລຸບ—ເວົ້າກ່ຽວກັບມື້ຂອງຂ້ອຍ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ໝວດທີ 3: ສະຫລຸບ,” EnglishConnect 1 ສຳລັບຜູ້ຮຽນ
Unit 3: Conclusion
Talking about My Day
ບັດນີ້ທ່ານມາເຖິງເຄິ່ງທາງແລ້ວ ຜ່ານທາງ EnglishConnect 1! ຄິດກ່ຽວກັບວ່າທ່ານໄດ້ຮຽນຮູ້ຫລາຍເທົ່າໃດແລ້ວ. ທ່ານສາມາດເວົ້າກ່ຽວກັບຕົວເອງ, ຖາມຄົນອື່ນກ່ຽວກັບຕົວເຂົາເຈົ້າ, ແລະ ບັນຍາຍສິ່ງຕ່າງໆໃນຊີວິດປະຈຳວັນຂອງທ່ານໄດ້. ສືບຕໍ່ເຮັດໃຫ້ດີທີ່ສຸດຕໍ່ໄປ ແລະ ອະທິຖານຫາພຣະບິດາເທິງສະຫວັນ ເພື່ອຂໍຄວາມຊ່ວຍເຫລືອ ເມື່ອທ່ານຈົບ EnglishConnect 1 ສ່ວນເຄິ່ງທ້າຍ.
Evaluate
Evaluate Your Progress
ໃຊ້ເວລາຈັກບຶດໜຶ່ງເພື່ອສະທ້ອນຄິດ ແລະ ສະຫລອງທຸກສິ່ງທີ່ທ່ານໄດ້ເຮັດສຳເລັດ.
I can:
-
Describe my daily routine.
ບັນຍາຍກິດຈະວັດປະຈຳວັນຂອງຂ້ອຍ.
-
Describe what I am doing.
ບັນຍາຍສິ່ງທີ່ຂ້ອຍກຳລັງເຮັດ.
-
Use days and times to talk about my day.
ໃຊ້ວັນ ແລະ ເວລາເພື່ອເວົ້າກ່ຽວກັບວັນຂອງຂ້ອຍ.
-
Describe the weather.
ບັນຍາຍອາກາດ.
ເພື່ອຕິດຕາມຄວາມກ້າວໜ້າຂອງທ່ານເພີ່ມເຕີມ, ໃຫ້ໄປທີ່ englishconnect.org/assessments ແລະ ເຮັດການປະເມີນຜົນທີ່ສາມາດເລືອກເຮັດໄດ້ໃຫ້ສຳເລັດສຳລັບໝວດນີ້.
Evaluate Your Efforts
ທົບທວນຄວາມພະຍາຍາມຂອງທ່ານສຳລັບໝວດນີ້ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.” ທ່ານກຳລັງກ້າວໜ້າໄປສູ່ຈຸດປະສົງຂອງທ່ານຫລືບໍ່? ທ່ານສາມາດເຮັດຫຍັງທີ່ແຕກຕ່າງ ເພື່ອບັນລຸເປົ້າໝາຍຂອງທ່ານ?
ສືບຕໍ່ຝຶກພາສາອັງກິດທຸກວັນຕໍ່ໄປ ຂະນະທີ່ທ່ານກຽມຕົວສຳລັບ EnglishConnect 2.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ EnglishConnect ສາມາດຂະຫຍາຍໂອກາດຂອງທ່ານ, ໃຫ້ເຂົ້າໄປທີ່ englishconnect.org.