“ບົດຮຽນທີ 10: ກິດຈະວັດປະຈຳວັນ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 10,” EnglishConnect 1 ສຳລັບຜູ້ຮຽນ
Lesson 10
Daily Routines
ຈຸດປະສົງ: ຂ້ອຍຈະຮຽນເວົ້າກ່ຽວກັບກິດຈະວັດປະຈຳວັນຂອງຄົນໃດຄົນໜຶ່ງ.
Personal Study
ກຽມຕົວສຳລັບກຸ່ມສົນທະນາຂອງທ່ານ ໂດຍການເຮັດກິດຈະກຳ A ເຖິງ E.
Study the Principle of Learning: You Are a Child of God
ທ່ານເປັນລູກຂອງພຣະເຈົ້າ
I am a child of God with eternal potential and purpose.
ເຮົາເປັນລູກຂອງພຣະເຈົ້າ ພ້ອມດ້ວຍສັກກະຍະພາບ ແລະ ຈຸດປະສົງນິລັນດອນ.
ທ່ານເປັນທິດາ ຫລື ບຸດຂອງ ພຣະເຈົ້າ. ພຣະອົງມີຢ່າງຫລວງຫລາຍທີ່ພຣະອົງຢາກຊ່ວຍໃຫ້ທ່ານຮຽນຮູ້. ພຣະອົງຢາກຊ່ວຍໃຫ້ທ່ານເອື້ອມເຖິງສັກກະຍະພາບນິລັນດອນຂອງທ່ານ. ບາງຄັ້ງສິ່ງນີ້ອາດເບິ່ງຄືວ່າເປັນໄປບໍ່ໄດ້. ໃນ ພຣະຄຣິສຕະທຳຄຳພີ, ເຮົາອ່ານກ່ຽວກັບຍິງໜຸ່ມຄົນໜຶ່ງຊື່ ມາຣີ. ທູດໄດ້ມາປະກົດຕົວຕໍ່ນາງ ແລະ ໄດ້ບອກນາງວ່າ ນາງຈະເປັນມານດາຂອງ ພຣະເຢຊູ, ພຣະຜູ້ຊ່ວຍໃຫ້ລອດ ຂອງທຸກຄົນ. ນາງຈະລ້ຽງດູພຣະບຸດຂອງພຣະເຈົ້າຢູ່ເທິງໂລກ ໃຫ້ເປັນບຸດຂອງນາງເອງ. ບາງທີນາງມາຣີອາດຮູ້ສຶກໜັກໃຈກັບສິ່ງທີ່ ພຣະບິດາເທິງສະຫວັນ ປະສົງໃຫ້ນາງເຮັດ ແລະ ກາຍເປັນ, ແຕ່ທູດໄດ້ບອກນາງວ່າ:
“ດ້ວຍວ່າ, ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້” (ລູກາ 1:37).
ສຳລັບພຣະເຈົ້າ, ສິ່ງທີ່ເປັນໄປບໍ່ໄດ້ກໍເປັນໄປໄດ້. ນາງມາຣີໄດ້ກາຍເປັນມານດາຂອງພຣະບຸດຂອງພຣະເຈົ້າ. ເຊັ່ນດຽວກັບນາງມາຣີ, ພຣະເຈົ້າຢາກຊ່ວຍໃຫ້ທ່ານເອື້ອມເຖິງສັກກະຍະພາບຂອງທ່ານ ແລະ ບັນລຸຈຸດປະສົງໃນຊີວິດຂອງທ່ານ. ອະທິຖານ ຫາພຣະອົງ ແລະ ທູນຖາມພຣະອົງວ່າ ພຣະອົງປະສົງໃຫ້ທ່ານເຮັດຫຍັງ. ເຮັດຕາມຄວາມຄິດ ແລະ ຄວາມຮູ້ສຶກທີ່ທ່ານໄດ້ຮັບຈາກ ພຣະວິນຍານ ຂອງພຣະອົງ. ພຣະອົງຈະນຳພາທ່ານ. ບາງທີທ່ານອາດຕ້ອງຮຽນພາສາອັງກິດ ເພື່ອໃຫ້ສາມາດໄດ້ຮັບການສຶກສາ ຫລື ຫາລ້ຽງຄອບຄົວຂອງທ່ານ. ຈື່ຈຳໄວ້ວ່າ “ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.” ສຳລັບພຣະເຈົ້າ, ທ່ານສາມາດຮຽນພາສາອັງກິດ. ສຳລັບພຣະເຈົ້າ, ທ່ານສາມາດເອື້ອມເຖິງສັກກະຍະພາບນິລັນດອນຂອງທ່ານໄດ້.
Ponder
-
ທ່ານຮູ້ສຶກວ່າພຣະເຈົ້າຕ້ອງການໃຫ້ທ່ານເຮັດຫຍັງ?
-
ເມື່ອພຣະເຈົ້າເຊື້ອເຊີນໃຫ້ທ່ານເຮັດສິ່ງທີ່ທ່ານຄິດວ່າເປັນໄປບໍ່ໄດ້, ທ່ານຈະສາມາດເລືອກກະທຳດ້ວຍສັດທາໄດ້ແນວໃດ?
Memorize Vocabulary
ຮຽນຮູ້ຄວາມໝາຍ ແລະ ການອອກສຽງຂອງແຕ່ລະຄຳສັບ ກ່ອນກຸ່ມສົນທະນາຂອງທ່ານ. ພະຍາຍາມໃຊ້ຄຳສັບຈາກພາກ “Memorize Vocabulary” ໃນການຝຶກປະຈຳວັນຂອງທ່ານ.
|
daily routine |
ກິດຈະວັດປະຈຳວັນ |
Nouns
|
morning |
ຕອນເຊົ້າ |
|
afternoon |
ຕອນສວຍ |
|
evening |
ຕອນແລງ |
Verbs
|
brush my teeth/brushes his teeth |
ຖູແຂ້ວ ຂອງຂ້ອຍ/ຖູແຂ້ວ ຂອງລາວ |
|
clean the house/cleans the house |
ທຳຄວາມສະອາດ ບ້ານ |
|
do my hair/does her hair |
ທຳຜົມ ຂອງຂ້ອຍ/ທຳຜົມ ຂອງລາວ |
|
exercise/exercises |
ອອກກຳລັງກາຍ |
|
get dressed/gets dressed |
ແຕ່ງຕົວ |
|
get ready/gets ready |
ກຽມພ້ອມ |
|
go to bed/goes to bed |
ໄປນອນ |
|
go to school/goes to school |
ໄປໂຮງຮຽນ |
|
go to the store/goes to the store |
ໄປ ຮ້ານຄ້າ |
|
go to work/goes to work |
ໄປເຮັດວຽກ |
|
make breakfast/makes breakfast |
ເຮັດ ອາຫານເຊົ້າ |
|
make the bed/makes the bed |
ມ້ຽນບ່ອນນອນ |
|
shave/shaves |
ແຖໜວດ |
|
take a shower/takes a shower |
ອາບນ້ຳ |
|
wake up/wakes up |
ຕື່ນນອນ |
Practice Pattern 1
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ທ່ານສາມາດແທນຄຳສັບທີ່ຂີດກ້ອງ ດ້ວຍຄຳສັບຢູ່ໃນພາກ “Memorize Vocabulary”.
Q: Do you (verb) in the (noun)?A: Yes, I (verb) in the (noun).
Questions
Answers
Examples
Q: Do you exercise in the morning?A: Yes, I exercise in the morning.
Q: Does he make breakfast in the morning?A: No, he makes the bed in the morning.
Q: Does she brush her teeth in the evening?A: Yes, she brushes her teeth in the evening.
Q: Do you go to the store in the morning?A: No, I go to the store in the afternoon.
Practice Pattern 2
ຝຶກໃຊ້ແບບແຜນຈົນກວ່າທ່ານຈະສາມາດຖາມ ແລະ ຕອບຄຳຖາມໄດ້ຢ່າງໝັ້ນໃຈ. ພະຍາຍາມສັງເກດແບບແຜນເຫລົ່ານີ້ໃນລະຫວ່າງການຝຶກປະຈຳວັນຂອງທ່ານ.
Q: What do you do before you (verb)?A: Before I (verb), I (verb).
Questions
Answers
Examples
Q: What do you do before you make breakfast?A: Before I make breakfast, I exercise.
Q: What does he do after he gets ready?A: After he gets ready, he goes to the store.
Q: What does she do after she makes breakfast?A: She goes to work.
Use the Patterns
ຂຽນຄຳຖາມສີ່ຂໍ້ທີ່ທ່ານສາມາດຖາມຄົນໃດຄົນໜຶ່ງ. ຂຽນຄຳຕອບສຳລັບຄຳຖາມແຕ່ລະຂໍ້. ອ່ານມັນອອກສຽງ.
Additional Activities
ເຮັດກິດຈະກຳບົດຮຽນ ແລະ ການປະເມີນທາງອອນລາຍໃຫ້ສຳເລັດທີ່ englishconnect.org/learner/resources ຫລື ໃນ ປຶ້ມບົດຝຶກຫັດ EnglishConnect 1.
Act in Faith to Practice English Daily
ສືບຕໍ່ຝຶກພາສາອັງກິດທຸກວັນ. ໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ຂອງທ່ານ. ທົບທວນເປົ້າໝາຍການສຶກສາຂອງທ່ານ ແລະ ປະເມີນຄວາມພະຍາຍາມຂອງທ່ານ.
Conversation Group
Discuss the Principle of Learning: You Are a Child of God
(20–30 minutes)
-
ອ່ານ ຫລັກທຳຂອງການຮຽນຮູ້ ສຳລັບບົດຮຽນນີ້ອອກສຽງ.
-
ສົນທະນາຄຳຖາມ.
Activity 1: Practice the Patterns
(10–15 minutes)
ທົບທວນລາຍການຄຳສັບກັບຄູ່.
ຝຶກແບບແຜນທີ 1 ກັບຄູ່:
-
ຝຶກຖາມຄຳຖາມ.
-
ຝຶກຕອບຄຳຖາມ.
-
ຝຶກການສົນທະນາໂດຍໃຊ້ແບບແຜນ.
ເຮັດຊ້ຳຄືນສຳລັບແບບແຜນທີ 2.
Activity 2: Create Your Own Sentences
(10–15 minutes)
ເບິ່ງຮູບພາບ. ຖາມ ແລະ ຕອບຄຳຖາມກ່ຽວກັບກິດຈະກຳຢູ່ໃນແຕ່ລະຮູບພາບ. ປ່ຽນຜຽນກັນ.
Example
-
A: Do you brush your teeth in the morning?
-
B: Yes, I brush my teeth in the morning.
-
A: What do you do after you brush your teeth?
-
B: After I brush my teeth, I get dressed.
Image 1
Image 2
Image 3
Image 4
Image 5
Image 6
Activity 3: Create Your Own Conversations
(15–20 minutes)
Part 1
ຄູ່ ກ ເປັນຄົນດັງ. ຄູ່ ຂ ກຳລັງສຳພາດຄົນດັງກ່ຽວກັບກິດຈະວັດປະຈຳວັນຂອງເພິ່ນ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ປ່ຽນບົດບາດ.
Example
-
A: Do you make your bed in the morning?
-
B: No, I don’t make my bed in the morning.
Part 2
ເລືອກສະມາຊິກໃນຄອບຄົວສາມຄົນ. ຖາມ ແລະ ຕອບຄຳຖາມກ່ຽວກັບສິ່ງຂອງຢູ່ໃນແຕ່ລະຮູບພາບ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ປ່ຽນຜຽນກັນ. ປ່ຽນຄູ່ ແລະ ຝຶກອີກຄັ້ງ.
Example
-
A: What does your sister do before she goes to work?
-
B: Before she goes to work, she does her hair.
Evaluate
(5–10 minutes)
ປະເມີນຄວາມກ້າວໜ້າຂອງທ່ານຕາມຈຸດປະສົງ ແລະ ຄວາມພະຍາຍາມຂອງທ່ານທີ່ຈະຝຶກພາສາອັງກິດທຸກວັນ.
Evaluate Your Progress
I can:
-
Say what I do in my daily routine.
ເວົ້າສິ່ງທີ່ທ່ານເຮັດໃນກິດຈະວັດປະຈຳວັນຂອງທ່ານ.
-
Say what someone does in their routine.
ເວົ້າສິ່ງທີ່ຄົນໃດຄົນໜຶ່ງເຮັດໃນກິດຈະວັດປະຈຳວັນຂອງເຂົາ.
-
Ask what someone does in their routine.
ຖາມຄົນໃດຄົນໜຶ່ງວ່າ ເຂົາເຮັດຫຍັງໃນກິດຈະວັດປະຈຳວັນຂອງເຂົາ.
Evaluate Your Efforts
ປະເມີນຄວາມພະຍາຍາມຂອງທ່ານທີ່ຈະ:
-
ສຶກສາຫລັກທຳຂອງການຮຽນຮູ້.
-
ທ່ອງຈຳຄຳສັບ.
-
ຝຶກແບບແຜນ.
-
ຝຶກທຸກວັນ.
ຕັ້ງເປົ້າໝາຍ. ພິຈາລະນາ ຄຳແນະນຳສຳລັບການສຶກສາ ຢູ່ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.”
ແບ່ງປັນເປົ້າໝາຍຂອງທ່ານກັບຄູ່.
Act in Faith to Practice English Daily
“ຮຽນຮູ້ດ້ວຍຕົນເອງວ່າພວກເຈົ້າເປັນໃຜແທ້ໆ. ໃຫ້ທູນຖາມພຣະບິດາເທິງສະຫວັນຂອງພວກເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ວ່າພຣະອົງຮູ້ສຶກຈັ່ງໃດກ່ຽວກັບພວກເຈົ້າ ແລະ ກ່ຽວກັບພາລະກິດຂອງພວກເຈົ້າຢູ່ໃນໂລກນີ້. ຖ້າຫາກພວກເຈົ້າທູນຖາມດ້ວຍເຈດຕະນາອັນແທ້ຈິງ, ເມື່ອເວລາຜ່ານໄປ ພຣະວິນຍານຈະບອກຄວາມຈິງທີ່ປ່ຽນແປງຊີວິດແກ່ພວກເຈົ້າ. ບັນທຶກຄວາມປະທັບໃຈເຫລົ່ານັ້ນ ແລະ ທົບທວນມັນເລື້ອຍໆ, ແລະ ປະຕິບັດຕາມຢ່າງແມ້ນຍຳ.
“ຂ້າພະເຈົ້າສັນຍາວ່າ ເມື່ອພວກເຈົ້າເລີ່ມຕົ້ນເຫັນແວບໜຶ່ງ ວ່າພຣະບິດາເທິງສະຫວັນເຫັນພວກເຈົ້າວ່າເປັນແນວໃດ ແລະ ເຖິງສິ່ງທີ່ພຣະອົງຄາດໝາຍໃຫ້ພວກເຈົ້າເຮັດເພື່ອພຣະອົງ, ແລ້ວຊີວິດຂອງພວກເຈົ້າຈະບໍ່ຄືເກົ່າອີກ!” (Russell M. Nelson, Facebook, Sept. 10, 2019, facebook.com/russell.m.nelson).