ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ຮັກ​ສາ​ສຽງ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ຄົນ​ລຸ້ນ​ໃໝ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ການ​ຮັກ​ສາ​ສຽງ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ຄົນ​ລຸ້ນ​ໃໝ່

ໜ້າ​ທີ່​ອັນ​ສັກ​ສິດ​ທີ່​ສຸດ​ປະ​ການ​ໜຶ່ງ​ຂອງ​ເຮົາ​ຄື​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ເຮົາ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ແລະ ໂດຍ​ສະ​ເພາະ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ.

ໜຶ່ງ​ໃນ​ຊ່ວງ​ເວ​ລາ​ທີ່​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຄື​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ຢູ່​ທີ່​ພຣະ​ວິ​ຫານ​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ. ຫລັງ​ຈາກ​ມື້​ແຫ່ງ​ການ​ສິດ​ສອນ, ການ​ປິ່ນ​ປົວ, ແລະ ການ​ສ້າງ​ສັດ​ທາ, ພຣະ​ເຢ​ຊູ​ໄດ້​ຫັນ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ໄປ​ຫາ​ຄົນ​ລຸ້ນ​ໃໝ່​ໂດຍ​ທີ່: “ພຣະ​ອົງ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ເດັກ​ນ້ອຍໆ​ຂອງ​ພວກ​ເຂົາ​ມາ.”1 ພຣະ​ອົງ​ໄດ້​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ ແລະ ພຣະ​ອົງ​ໄດ້​ອວຍ​ພອນ​ພວກ​ເຂົາ​ເທື່ອ​ລະ​ຄົນ. ປະ​ສົບ​ການ​ດັ່ງ​ກ່າວ​ເປັນ​ທີ່​ສະ​ເທືອນ​ໃຈ​ຫລາຍ​ຈົນ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ​ໄດ້​ກັນ​ແສງ​ຢູ່​ຫລາຍ​ຄັ້ງ.

ຈາກ​ນັ້ນ, ພຣະ​ເຢ​ຊູ​ກໍ​ໄດ້​ກ່າວ​ກັບ​ຝູງ​ຊົນ​ວ່າ:

“ຈົ່ງ​ເບິ່ງ​ເດັກ​ນ້ອຍໆ​ຂອງ​ພວກ​ເຈົ້າ.

“ແລະ ເວ​ລາ​ພວກ​ເຂົາ​ຫລຽວ​ໄປ … ພວກ​ເຂົາ​ເຫັນ​ຟ້າ​ສະ​ຫວັນ​ເປີດ, ແລະ ພວກ​ເຂົາ​ໄດ້​ເຫັນ​ເຫລົ່າ​ທູດ​ພາ​ກັນ​ລົງ​ມາ​ຈາກ​ສະ​ຫວັນ,” ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພວກ​ເຂົາ.2

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ນີ້​ເລື້ອຍໆ. ມັນ​ຄົງ​ເຮັດ​ໃຫ້​ໃຈ​ຂອງ​ທຸກ​ຄົນ​ອ່ອນ​ລົງ! ພວກ​ເຂົາ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ເຂົາ​ໄດ້​ສຳ​ຜັດ​ພຣະ​ອົງ. ພວກ​ເຂົາ​ໄດ້​ຮູ້​ຈັກ​ພຣະ​ອົງ. ພຣະ​ອົງ​ໄດ້​ສິດ​ສອນ​ພວກ​ເຂົາ. ພຣະ​ອົງ​ໄດ້​ໃຫ້​ພອນ​ແກ່​ພວກ​ເຂົາ. ແລະ ພຣະ​ອົງ​ຮັກ​ພວກ​ເຂົາ. ຈຶ່ງ​ບໍ່​ເປັນ​ທີ່​ໜ້າ​ສົງ​ໄສ​ເລີຍ​ວ່າ​ຫລັງ​ຈາກ​ເຫດ​ການ​ອັນ​ສັກ​ສິດ​ນີ້, ເດັກ​ນ້ອຍ​ເຫລົ່າ​ນີ້​ໄດ້​ເຕີບ​ໃຫຍ່​ຂຶ້ນ​ມາ​ເພື່ອ​ຊ່ວຍ​ສະ​ຖາ​ປະ​ນາ​ສັງ​ຄົມ​ແຫ່ງ​ສັນ​ຕິ​ສຸກ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ແລະ ຄວາມ​ຮັກ​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ທີ່​ຍັງ​ຄົງ​ຢູ່​ຫລາຍ​ລຸ້ນ​ຄົນ.3

ກໍ​ຈະ​ເປັນ​ການ​ດີ​ຫລາຍ​ຖ້າ​ວ່າ​ລູກ​ຫລານ​ຂອງ​ເຮົາ​ສາ​ມາດ​ມີ​ປະ​ສົບ​ການ​ແບບ​ນັ້ນ​ກັບ​ພຣະ​ເຢ​ຊູ​ຄຣິດ—ທີ່​ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຜູກ​ມັດ​ໃຈ​ຂອງ​ພວກ​ເຂົາ​ໄວ້​ກັບ​ພຣະ​ອົງ! ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ເຮົາ, ເຊັ່ນ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ພໍ່​ແມ່​ເຫລົ່າ​ນັ້ນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ນຳ​ເອົາ​ເດັກ​ນ້ອຍ​ຂອງ​ເຮົາ​ມາ​ຫາ​ພຣະ​ອົງ. ເຮົາ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ເດັກ​ນ້ອຍ​ເຫລົ່າ​ນີ້​ໄດ້​ຮູ້. ເຮົາ​ສາ​ມາດ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ວິ​ທີ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ພຣະ​ຄຳ​ພີ ແລະ ສ້າງ​ຮາກ​ຖານ​ຂອງ​ພວກ​ເຂົາ​ໄວ້​ເທິງ​ພຣະ​ອົງ.4

ເມື່ອ​ບໍ່​ດົນ​ມາ​ນີ້, ເພື່ອນ​ທີ່​ດີ​ຄົນ​ໜຶ່ງ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ບາງ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສັງ​ເກດ​ມາ​ກ່ອນ​ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ເລື່ອງ​ຄົນ​ສະ​ຫລາດ​ຜູ້​ປຸກ​ເຮືອນ​ຂອງ​ຕົນ​ໃສ່​ເທິງ​ດານ​ຫີນ. ອີງ​ຕາມ​ເລື່ອງ​ທີ່​ບັນ​ທຶກ​ໃນ​ລູ​ກາ, ຕອນ​ທີ່​ຄົນ​ສະ​ຫລາດ​ໄດ້​ຕັ້ງ​ຮາກ​ຖານ​ເຮືອນ​ຂອງ​ລາວ, ລາວ​ໄດ້ “ຂຸດ​ດິນ​ລົງ​ເລິກ.”5 ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ເຮັດ​ແບບ​ທຳ​ມະ​ດາ ຫລື ງ່າຍ​ດາຍ—ມັນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ!

ໃນ​ການ​ສ້າງ​ຊີ​ວິດ​ຂອງ​ເຮົາ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່, ພຣະ​ເຢ​ຊູ​ຄຣິດ, ເຮົາ​ຕ້ອງ​ຂຸດ​ລົງ​ເລິກ. ເຮົາ​ກຳ​ຈັດ​ທຸກ​ສິ່ງ​ທີ່​ເປັນ​ດິນ​ຊາຍ ຫລື ບໍ່​ເປັນ​ປະ​ໂຫຍດ​ໃນ​ຊີ​ວິດ​ຂອງ​ເຮົາ​ອອກ​ໄປ. ເຮົາ​ສືບ​ຕໍ່​ການ​ຂຸດ​ຈົນ​ກວ່າ​ເຮົາ​ຈະ​ພົບ​ພຣະ​ອົງ. ແລະ ເຮົາ​ສິດ​ສອນ​ລູກໆ​ຂອງ​ເຮົາ​ໃຫ້​ຜູກ​ມັດ​ພວກ​ເຂົາ​ເອງ​ໄວ້​ກັບ​ພຣະ​ອົງ​ໂດຍ​ຜ່ານ​ທາງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ ເພື່ອ​ວ່າ​ເມື່ອ​ພະ​ຍຸ ແລະ ຟ້າ​ຝົນ​ສິ່ງ​ກົງ​ກັນ​ຂ້າມ​ເຂົ້າ​ມາ, ດັ່ງ​ທີ່​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ, ມັນ​ຈະ​ສົ່ງ​ຜົນ​ກະ​ທົບ​ພຽງ​ເລັກ​ນ້ອຍ​ຕໍ່​ຊີ​ວິດ​ຂອງ​ພວກ​ເຂົາ “ເພາະ​ດານ​ຫີນ​ທີ່ [ພວກ​ເຂົາ] ຖືກ​ສ້າງ​ຂຶ້ນ​ເທິງ​ມັນ.”6

ຄວາມ​ເຂັ້ມ​ແຂງ​ແບບ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ມາ​ເອງ. ມັນ​ບໍ່​ໄດ້​ຖືກ​ຖ່າຍ​ທອດ​ໃຫ້​ກັບ​ລຸ້ນ​ຄົນ​ຕໍ່​ໄປ​ຄື​ກັບ​ການ​ສືບ​ທອດ​ທາງ​ວິນ​ຍານ. ແຕ່​ລະ​ຄົນ​ຈະ​ຕ້ອງ​ໄດ້​ຂຸດ​ເລິກ​ລົງ​ໄປ​ເພື່ອ​ໃຫ້​ເຫັນ​ດານ​ຫີນ​ນັ້ນ.

ເຮົາ​ຮຽນ​ຮູ້​ບົດ​ຮຽນ​ນີ້​ໄດ້​ຈາກ​ອີກ​ເລື່ອງ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ໃນ​ຕອນ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ປາ​ໄສ​ຄັ້ງ​ສຸດ​ທ້າຍ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ, ພວກ​ເຂົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ຄອບ​ຄົວ ເພື່ອ​ຟັງ​ຄຳ​ຂອງ​ເພິ່ນ.7 ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສະ​ແດງ​ການ​ເປັນ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ແລະ ຜູ້​ຄົນ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ. ພວກ​ເຂົາ​ໄດ້​ປະ​ກາດ​ວ່າ:

“ພຣະ​ວິນ​ຍານ … ໄດ້​ກະ​ທຳ​ໃຫ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, ຫລື ໃນ​ໃຈ​ຂອງ​ພວກ​ເຮົາ. …

“ແລະ ພວກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ເພື່ອ​ຈະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ … ຕະ​ຫລອດ​ວັນ​ເວ​ລາ​ຂອງ​ພວກ​ເຮົາ.”8

ບາງ​ຄົນ​ອາດ​ຄາດ​ຫວັງ​ວ່າ ເດັກ​ນ້ອຍໆ​ທີ່​ພໍ່​ແມ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ເລິກ​ເຊິ່ງ​ໃນ​ຕອນ​ນັ້ນ ໃນ​ທີ່​ສຸດ​ກໍ​ຈະ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ເຮັດ​ພັນ​ທະ​ສັນ​ຍາ​ດ້ວຍ​ຕົວ​ພວກ​ເຂົາ​ເອງ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ເຫດ​ຜົນ​ບາງ​ຢ່າງ​ບໍ່​ໄດ້​ກ່າວ​ໃນ​ບັນ​ທຶກ, ພັນ​ທະ​ສັນ​ຍາ​ທີ່​ພໍ່​ແມ່​ໄດ້​ເຮັດ​ໄວ້​ນັ້ນ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ລູກໆ​ບາງ​ຄົນ​ຂອງ​ພວກ​ເຂົາ. ຫລາຍ​ປີ​ຕໍ່​ມາ “ມີ​ຄົນ​ລຸ້ນ​ໃໝ່​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ກະ​ສັດ​ເບັນ​ຢາ​ມິນ, ໂດຍ​ທີ່​ຍັງ​ເປັນ​ເດັກ​ນ້ອຍໆ​ຢູ່​ໃນ​ເວ​ລາ​ທີ່​ເພິ່ນ​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ; ແລະ ພວກ​ເຂົາ​ບໍ່​ເຊື່ອ​ຖື​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

“ພວກ​ເຂົາ​ບໍ່​ເຊື່ອ​ເລື່ອງ​ທີ່​ມີ​ກ່າວ​ໄວ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ທັງ​ບໍ່​ເຊື່ອ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ. …

“ແລະ ພວກ​ເຂົາ​ບໍ່​ຍອມ​ຮັບ​ບັບ​ຕິ​ສະ​ມາ, ທັງ​ບໍ່​ຍອມ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ແລະ ພວກ​ເຂົາ​ເປັນ​ພວກ​ໜຶ່ງ​ທີ່​ຢູ່​ຕາມ​ສັດ​ທາ​ຂອງ​ຕົນ.”9

ມັນ​ເປັນ​ຄວາມ​ຄິດ​ທີ່​ໜ້າ​ເປັນ​ຫ່ວງ​ແທ້ໆ! ສຳ​ລັບ​ຄົນ​ລຸ້ນ​ໃໝ່, ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ທີ່​ເປັນ “ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ນັ້ນ” ຍັງ​ບໍ່​ພຽງ​ພໍ. ພວກ​ເຂົາ​ຈຳ​ເປັນ​ຕ້ອງ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ​ເພື່ອ​ຕົວ​ຂອງ​ພວກ​ເຂົາ​ເອງ. ໃນ​ຖາ​ນະ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ປູກ​ຝັງ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ​ໄວ້​ໃນ​ຫົວ​ໃຈ​ລູກ​ຫລານ​ຂອງ​ເຮົາ​ໄດ້​ແນວ​ໃດ?

ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນີ​ໄຟ ທີ່​ວ່າ: “ພວກ​ເຮົາ ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ, ພວກ​ເຮົາ​ທຳ​ນາຍ​ເຖິງ​ພຣະ​ຄຣິດ, ແລະ ພວກ​ເຮົາ​ບັນ​ທຶກ​ຕາມ​ຄຳ​ທຳ​ນາຍ​ຂອງ​ພວກ​ເຮົາ ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ.”10 ຖ້ອຍ​ຄຳ​ຂອງ​ນີ​ໄຟ​ໝາຍ​ເຖິງ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ໃນ​ການ​ສິດ​ສອນ​ລູກ​ຫລານ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ຄຣິດ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ເຮົາ​ສາ​ມາດ​ຮັບ​ປະ​ກັນ​ວ່າ​ສຽງ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຈະ​ບໍ່​ງຽບ​ໃນ​ຫູ​ຂອງ​ຄົນ​ລຸ້ນ​ໃໝ່ ແລະ ພຣະ​ເຢ​ຊູ​ຈະ​ບໍ່​ແມ່ນ​ຫົວ​ຂໍ້​ສະ​ເພາະ​ແຕ່​ມື້​ວັນ​ອາ​ທິດ​ເທົ່າ​ນັ້ນ.11

ສຽງ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ພົບ​ໄດ້​ໃນ​ຄຳ​ເວົ້າ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ. ມັນ​ສາ​ມາດ​ພົບ​ໄດ້​ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ແລະ ໄດ້​ຖືກ​ເກັບ​ຮັກ​ສາ​ໄວ້​ຢ່າງ​ມີ​ພະ​ລັງ​ໃນ​ພຣະ​ຄຳ​ພີ. ບ່ອນ​ທີ່​ລູກ​ຫລານ​ຂອງ​ເຮົາ​ຈະ​ມາ​ຮູ້​ຈັກ​ກັບ​ພຣະ​ເຢ​ຊູ ແລະ ຄົ້ນ​ພົບ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ຕ່າງໆ​ຂອງ​ພວກ​ເຂົາ. ບ່ອນ​ທີ່​ພວກ​ເຂົາ​ຈະ​ໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ພວກ​ເຂົາ​ເອງ​ເຖິງ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ບ່ອນ​ທີ່​ພວກ​ເຂົາ​ຈະ​ຄົ້ນ​ພົບ​ຄວາມ​ຫວັງ. ສິ່ງ​ນີ້​ຈະ​ກຽມ​ພວກ​ເຂົາ​ໃຫ້​ພ້ອມ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ​ໃນ​ການ​ສະ​ແຫວງ​ຫາ​ຄວາມ​ຈິງ ແລະ ດຳ​ລົງ​ຊີ​ວິດ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຂ້າ​ພະ​ເຈົ້າ​ມັກ​ຄຳ​ແນະ​ນຳ​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ:

“ເຮົາ ສາ​ມາດ ໄປ​ຊອກ​ຮັບ​ຟັງ​ພຣະ​ອົງ​ໄດ້​ຢູ່​ບ່ອນ​ໃດ?

“ເຮົາ​ສາ​ມາດ​ໄປ​ຫາ​ພຣະ​ຄຳ​ພີ. ມັນ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ການ​ຊົດ​ໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ແລະ ແຜນ​ແຫ່ງ​ຄວາມ​ສຸກ ແລະ ການ​ໄຖ່​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ. ການ​ເຂົ້າ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກ​ວັນ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ​ເລື້ອຍໆ​ເຫລົ່າ​ນີ້. ເມື່ອ​ເຮົາ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ທຸກ​ວັນ, ແລ້ວ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ເຮົາ​ໃຫ້​ຮູ້​ວິ​ທີ​ຕອບ​ຮັບ​ຄວາມ​ຫຍຸ້ງ​ຍາກ ທີ່​ເຮົາ​ບໍ່​ເຄີຍ​ຄິດ​ວ່າ ມັນ​ຈະ​ເກີດ​ກັບ​ເຮົາ.”12

ດັ່ງ​ນັ້ນ​ການ​ທີ່​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ຟັງ​ພຣະ​ອົງ​ນັ້ນ​ເປັນ​ຄື​ແນວ​ໃດ? ມັນ​ກໍ​ຄື, ອັນ​ໃດ​ກໍ​ໄດ້​ທີ່​ມີ​ຜົນ​ສຳ​ລັບ​ທ່ານ​ຫລາຍ​ທີ່​ສຸດ! ອາດ​ຈະ​ເປັນ​ການ​ເຕົ້າ​ໂຮມ​ກັບ​ຄອບ​ຄົວ​ຂອງ​ທ່ານ​ເພື່ອ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ຕ່າງໆ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສິດ​ສອນ​ທ່ານ ຈາກ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ​ໂດຍ​ການ​ນຳ​ໃຊ້​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ. ອາດ​ຈະ​ເປັນ​ການ​ເຕົ້າ​ໂຮມ​ກັນ​ໃນ​ແຕ່​ລະ​ມື້​ກັບ​ລູກໆ​ຂອງ​ທ່ານ ເພື່ອ​ອ່ານ​ພຣະ​ຄຳ​ພີ​ສອງ​ສາມ​ຂໍ້ ແລະ ແລ້ວ​ຊອກ​ຫາ​ໂອ​ກາດ​ໃນ​ການ​ສົນ​ທະ​ນາ ເຖິງ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ຮຽນ​ຮູ້​ຂະ​ນະ​ທີ່​ພວກ​ທ່ານ​ໃຊ້​ເວ​ລາ​ນຳ​ກັນ. ຂໍ​ພຽງ​ແຕ່​ໃຫ້​ທ່ານ​ຊອກ​ຫາ​ວິ​ທີ​ໃດ​ທີ່​ໄດ້​ຜົນ​ກັບ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ; ຈາກ​ນັ້ນ​ກໍ​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ຂຶ້ນ​ໃນ​ແຕ່​ລະ​ມື້.

ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຮູ້​ແຈ້ງ​ນີ້​ຈາກ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: “ການ​ສັງ​ສັນ​ໃນ​ຕອນ​ແລງ​ຄົນ​ດຽວ, ຊ່ວງ​ການ​ສຶກ​ສາ​ພຣະ​ຄຳ​ພີ, ຫລື ການ​ສົນ​ທະ​ນາ​ພຣະ​ກິດ​ຕິ​ຄຸນ​ອາດ​ເບິ່ງ​ຄື​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຫລາຍ. ແຕ່​ຄວາມ​ພະ​ຍາ​ຍາມ​ເລັກໆ​ນ້ອຍໆ ແລະ ລຽບ​ງ່າຍ​ທີ່​ສະ​ສົມ​ໄວ້, ຊຶ່ງ​ເກີດ​ຂຶ້ນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ເປັນ​ເວ​ລາ​ດົນ​ນານ, ສາ​ມາດ​ມີ​ພະ​ລັງ ແລະ ເຂັ້ມ​ແຂງ​ຫລາຍ​ກວ່າ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ ຫລື ບົດ​ຮຽນ​ທີ່​ສຳ​ຄັນ. … ສະ​ນັ້ນ​ຢ່າ​ທໍ້​ຖອຍ, ແລະ ຢ່າ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເຮັດ​ສຳ​ເລັດ​ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທຸກ​ເທື່ອ. ພຽງ​ແຕ່​ມີ​ຄວາມ​ສະ​ໝ່ຳ​ສະ​ເໝີ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເທົ່າ​ນັ້ນ​ກໍ​ພໍ.”13

ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດ​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ເຮົາ​ຄື​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ເຮົາ​ມາ​ຮູ້​ຈັກ​ຢ່າງ​ເລິກ​ເຊິ່ງ ແລະ ໂດຍ​ສະ​ເພາະ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ສ່ວນ​ຕົວ​ຂອງ​ພວກ​ເຂົາ, ຜູ້​ທີ່​ຊົງ​ຢືນ​ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ! ເຮົາ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ສຽງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຕ້ອງ​ຖືກ​ປິດ​ໄວ້ ຫລື ມິດ​ງຽບ ເມື່ອ​ເວົ້າ​ເຖິງ​ພຣະ​ອົງ.

ທ່ານ​ອາດ​ຮູ້​ສຶກ​ບໍ່​ພຽບ​ພ້ອມ​ເລັກ​ນ້ອຍ​ໃນ​ບົດ​ບາດ​ນີ້, ແຕ່​ທ່ານ​ບໍ່​ຄວນ​ຮູ້​ສຶກ​ໂດດ​ດ່ຽວ. ຍົກ​ຕົວ​ຢ່າງ, ສະ​ພາ​ຫວອດ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ຈັດ​ຕັ້ງ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່. ໃນ​ການ​ປະ​ຊຸມ​ປະ​ຈຳ​ໄຕ​ມາດ​ເຫລົ່າ​ນີ້, ພໍ່​ແມ່​ສາ​ມາດ​ເຕົ້າ​ໂຮມ​ກັນ​ເພື່ອ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ກັນ​ແລະ​ກັນ, ສົນ​ທະ​ນາ​ວ່າ​ເຂົາ​ເຈົ້າ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ແນວ​ໃດ, ແລະ ຮຽນ​ຮູ້​ຫລັກ​ທຳ​ສຳ​ຄັນ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ​ແນວ​ໃດ. ການ​ປະ​ຊຸມ​ນີ້​ຄວນ​ຖືກ​ຈັດ​ຂຶ້ນ​ໃນ​ຊົ່ວ​ໂມງ​ທີ​ສອງ​ຂອງ​ໂບດ.14 ນຳ​ພາ​ໂດຍ​ສະ​ມາ​ຊິກ​ຫວອດ​ທີ່​ຖືກ​ເລືອກ​ຈາກ​ອະ​ທິ​ການ ແລະ ປະ​ຕິ​ບັດ​ຕາມ​ຮູບ​ແບບ​ທົ່ວ​ໄປ​ຂອງ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ, ໂດຍ​ການ​ນຳ​ໃຊ້​ຄູ່​ມື ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ແຫລ່ງ​ຂໍ້​ມູນ​ພື້ນ​ຖານ.15 ອະ​ທິ​ການ, ຖ້າ​ວ່າ​ຫວອດ​ຂອງ​ທ່ານ​ບໍ່​ໄດ້​ຈັດ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່​ໃນ​ປະ​ຈຸ​ບັນ​ນີ້, ຈົ່ງ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ ແລະ ສະ​ພາ​ຫວອດ​ເພື່ອ​ຈັດ​ຕັ້ງ​ດ້ວຍ​ຕົວ​ທ່ານ​ເອງ.16

ເພື່ອນ​ທີ່​ຮັກ​ໃນ​ພຣະ​ຄຣິດ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ກຳ​ລັງ​ເຮັດ​ໄດ້​ດີ​ກວ່າ​ທີ່​ທ່ານ​ຄິດ. ຂໍ​ພຽງ​ແຕ່​ເຮັດ​ວຽກ​ງານ​ນີ້​ສືບ​ຕໍ່​ໄປ. ລູກໆ​ຂອງ​ທ່ານ​ກຳ​ລັງ​ເບິ່ງ, ຟັງ, ແລະ ຮຽນ​ຮູ້. ຂະ​ນະ​ທີ່​ທ່ານ​ສິດ​ສອນ​ພວກ​ເຂົາ ທ່ານ​ຈະ​ມາ​ຮູ້​ຈັກ​ກັບ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ພວກ​ເຂົາ ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ອາດ​ຈະ​ລືມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ບາງ​ຄັ້ງ​ບາງ​ຄາວ, ແຕ່​ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ, ພຣະ​ອົງ​ຈະ​ບໍ່​ມີ​ວັນ​ລືມ​ພວກ​ເຂົາ! ຊ່ວງ​ເວ​ລາ​ເຫລົ່າ​ນັ້ນ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ​ພວກ​ເຂົາ​ຈະ​ຄົງ​ຢູ່​ໃນ​ຫົວ​ໃຈ ແລະ ​ໃນ​ຈິດ​ໃຈ​ຂອງ​ພວກ​ເຂົາ. ແລະ ໃນ​ມື້​ໜຶ່ງ ລູກໆ​ຂອງ​ທ່ານ​ຈະ​ສະ​ທ້ອນ​ຄິດ​ເຖິງ​ປະ​ຈັກ​ພະ​ຍານ​ຂອງ​ເອ​ໂນດ​ທີ່​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ຈັກ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ເປັນ​ຄົນ​ທ່ຽງ​ທຳ, “ເພາະ [ເພິ່ນ] ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ … ໃນ​ການ​ລ້ຽງ​ດູ ແລະ ການ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ແລະ ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເພາະ​ການ​ນີ້​ເຖີດ.”17

ຂໍ​ໃຫ້​ເຮົາ​ຍອມ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ນຳ​ລູກໆ​ຂອງ​ເຮົາ​ມາ​ຫາ​ພຣະ​ອົງ. ຖ້າ​ເຮົາ​ເຮັດ​ຕາມ, ພວກ​ເຂົາ​ຈະ​ໄດ້​ເຫັນ​ພຣະ​ອົງ. ພວກ​ເຂົາ​ຈະ​ສຳ​ຜັດ​ພຣະ​ອົງ. ພວກ​ເຂົາ​ຈະ​ຮູ້​ຈັກ​ພຣະ​ອົງ. ພຣະ​ອົງ​ຈະ​ສິດ​ສອນ​ພວກ​ເຂົາ. ພຣະ​ອົງ​ຈະ​ໃຫ້​ພອນ​ແກ່​ພວກ​ເຂົາ. ແລະ, ໂອ, ພຣະ​ອົງ​ຈະ​ຮັກ​ພວກ​ເຂົາ​ຫລາຍ​ພຽງ​ໃດ. ແລະ, ໂອ, ຂ້າ​ພະ​ເຈົ້າ​ຮັກ​ພຣະ​ອົງ​ຫລາຍ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. 3 ນີ​ໄຟ 17:11.

  2. 3 ນີ​ໄຟ 17:23–24; ເບິ່ງ 3 ນີ​ໄຟ 17:11–22 ນຳ​ອີກ.

  3. ເບິ່ງ 4 ນີ​ໄຟ 1:1–22.

  4. ເບິ່ງ ລູ​ກາ 6:47–49; ຮີ​ລາ​ມັນ 5:12.

  5. ລູ​ກາ 6:48.

  6. ຮີ​ລາ​ມັນ 5:12.

  7. ເບິ່ງ ໂມ​ໄຊ​ຢາ 2:5.

  8. ໂມ​ໄຊ​ຢາ 5:2, 5. ຈົ່ງ​ຮັບ​ຮູ້​ວ່າ “ບໍ່​ມີ​ຈັກ​ຄົນ, ເວັ້ນ​ເສຍ​ແຕ່​ເດັກ​ນ້ອຍໆ, ທີ່​ບໍ່​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ ແລະ ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ” (ໂມ​ໄຊ​ຢາ 6:2).

  9. ໂມ​ໄຊ​ຢາ 26:1–2, 4.

  10. 2 ນີ​ໄຟ 25:26.

  11. “ມັນ​ມີ​ຫລາຍ​ສິ່ງ​ທີ່​ຈະ​ສິດ​ສອນ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ—ຫລັກ​ທຳ, ພຣະ​ບັນ​ຍັດ, ຄຳ​ທຳ​ນາຍ, ແລະ ເລື່ອງ​ລາວ​ພຣະ​ຄຳ​ພີ. ແຕ່​ທັງ​ໝົດ​ນີ້​ແມ່ນ​ກິ່ງ​ງ່າ​ຈາກ​ຕົ້ນ​ດຽວ​ກັນ, ເພາະ​ທັງ​ໝົດ​ມີ​ຈຸດ​ປະ​ສົງ​ດຽວ​ຄື: ເພື່ອ​ຊ່ວຍ​ໃຫ້​ທຸກ​ຄົນ​ມາ​ຫາ​ພຣະ​ຄຣິດ ແລະ ດີ​ພ້ອມ​ໃນ​ພຣະ​ອົງ (ເບິ່ງ ເຈ​ຣອມ 1:11; ໂມ​ໂຣ​ໄນ 10:32). ສະ​ນັ້ນ​ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ, ຈົ່ງ​ຈື່​ຈຳ​ວ່າ ທ່ານ​ກຳ​ລັງ​ສິດ​ສອນ​ແທ້ໆ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ວິ​ທີ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ໃນ​ບ້ານ ແລະ ໃນ​ໂບດ [2022], 6).

  12. Russell M. Nelson, “Hear Him,” Liahona, May 2020, 89.

  13. ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ31.

  14. ສາ​ມາດ​ຈັດ​ເວ​ລາ​ພິ​ເສດ​ໃຫ້​ກັບ​ພໍ່​ແມ່​ຜູ້​ທີ່​ສິດ​ສອນ​ໃນ​ຊັ້ນ​ປະ​ຖົມ​ໄວ, ເຊັ່ນ​ວ່າ​ການ​ປະ​ຊຸມ​ໃນ​ຊ່ວງ​ເວ​ລາ​ຮ້ອງ​ເພງ 20 ນາ​ທີ​ຂອງ​ຊັ້ນ​ປະ​ຖົມ​ໄວ ຫລື ຈັດ​ການ​ປະ​ຊຸມ​ໃນ​ເວ​ລາ​ອື່ນ​ອີກ​ຕ່າງ​ຫາກ (ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 17.4, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  15. ສະ​ມາ​ຊິກ ແລະ ຜູ້​ນຳ​ສາ​ມາດ​ສັ່ງ​ຊື້​ປຶ້ມ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜ່ານ​ທາງ​ການ​ບໍ​ລິ​ການ​ຂອງ​ສູນ​ຈຳ​ໜ່າຍ. ຍັງ​ມີ​ບໍ​ລິ​ການ​ທາງ​ດິ​ຈິ​ຕັນ​ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ.

  16. ເບິ່ງ ຄູ່​ມື​ທົ່ວ​ໄປ13.5.

  17. ເອໂນດ 1:1. ຈື່​ໄວ້​ວ່າ​ໃນ​ບັນ​ດາ​ກຸ່ມ​ຄົນ​ລຸ້ນ​ໃໝ່​ຂອງ​ຜູ້​ທີ່​ບໍ່​ມີ​ຄວາມ​ເຊື່ອ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຄື​ແອວ​ມາ​ຜູ້​ລູກ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ. ໃນ​ທີ່​ສຸດ​ເມື່ອ​ແອວ​ມາ​ຜູ້​ລູກ​ໄດ້​ຮູ້​ເຖິງ​ຄວາມ​ຈຳ​ເປັນ​ທີ່​ເພິ່ນ​ຈະ​ຕ້ອງ​ປ່ຽນ​ແປງ​ຊີ​ວິດ​ຂອງ​ເພິ່ນ, ເພິ່ນ​ຈື່​ຈຳ​ໃນ​ສິ່ງ​ທີ່​ບິ​ດາ​ຂອງ​ເພິ່ນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ—ຄຳ​ສອນ​ທີ່​ແອວ​ມາ​ບໍ່​ເຄີຍ​ໃສ່​ໃຈ​ໃນ​ອະ​ດີດ. ແຕ່​ຄວາມ​ຊົງ​ຈຳ​ນັ້ນ​ຍັງ​ຄົງ​ຢູ່, ແລະ ຄວາມ​ຊົງ​ຈຳ​ນັ້ນ​ໄດ້​ຊ່ວຍ​ແອວ​ມາ​ທາງ​ວິນ​ຍານ (ເບິ່ງ ແອວ​ມາ 36:17–20).