ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ

ທ່ານ​ຜູ້​ທີ່​ກຳ​ລັງ​ມຸ້ງ​ໜ້າ​ຕໍ່​ໄປ​ໃນ​ມື້​ນີ້ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ທ່ານ ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ສະ​ແດງ​ຄວາມ​ຮັກ, ຄວາມ​ຊົມ​ເຊີຍ, ແລະ ຄວາມ​ກະ​ຕັນ​ຍູ ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທັງ​ໝົດ​ຕະ​ຫລອດ​ທົ່ວ​ໂລກ.

ຜູ້​ທີ່​ຢູ່​ໃນ​ຂະ​ບວນ​ກວຽນ​ສຸດ​ທ້າຍ

ປີ 1947 ເປັນ​ວັນ​ຄົບ​ຮອບ 100 ປີ ທີ່​ຜູ້​ບຸກ​ເບີກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກຸ່ມ​ທຳ​ອິດ​ໄດ້​ມາ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ. ການ​ສະ​ເຫລີມ​ສະ​ຫລອງ​ຫລາຍ​ຄັ້ງ​ທີ່​ໜ້າ​ຊົງ​ຈຳ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ປີ​ນັ້ນ, ແລະ ມີ​ການ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຈົນ​ນັບ​ບໍ່​ຖ້ວນ ຕໍ່​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ໄດ້​ບຸກ​ເບີກ​ເສັ້ນ​ທາງ, ໄດ້​ສ້າງ​ບ້ານ, ໄດ້​ປູກ​ພືດ​ພັນ ໃນ​ທະ​ເລ​ຊາຍ​ທີ່​ແຫ້ງ​ແລ້ງ ແລະ ໄດ້​ຕັ້ງ​ຖິ່ນ​ຖານ​ໃນ​ຊຸມ​ຊົນ.

ປະ​ທານ​ເຈ ຣູ​ເບັນ ຄະ​ລາກ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ກ່າວ​ຄຳ​ສັນ​ລະ​ເສີນ​ທີ່​ໜ້າ​ຈົດ​ຈຳ ແລະ ຊາບ​ຊຶ້ງ​ທີ່​ສຸດ​ເຖິງ​ຜູ້​ບຸກ​ເບີກ​ທີ່​ຊື່​ສັດ​ເຫລົ່າ​ນີ້ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ ປີ 1947.

ໃນ​ຂ່າວ​ສານ​ຂອງ​ເພິ່ນ, ປະ​ທານ​ຄະ​ລາກ​ໄດ້​ກ່າວ​ຮັບ​ຮູ້​ບຶດ​ໜຶ່ງ​ເຖິງ​ບັນ​ດາ​ຜູ້​ນຳ​ທີ່​ມີ​ຊື່​ສຽງ ທີ່​ໄດ້​ນຳ​ພາ​ການ​ອົບ​ພະ​ຍົບ​ມາ​ທາງ​ທິດ​ຕາ​ເວັນ​ຕົກ, ດັ່ງ​ເຊັ່ນ ບຣິ​ກຳ ຢັງ, ຮີ​ເບີ ຊີ ຄິມ​ໂບ, ວິວ​ເຝີດ ວູດ​ຣັບ, ພາ​ລີ ພີ ພະ​ແຣັດ, ແລະ ຫລາຍໆ​ທ່ານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ເພິ່ນບໍ່​ແມ່ນ​ການ​ເລົ່າ​ທົບ​ທວນ​ຜົນ​ສຳ​ເລັດ​ຂອງ​ບຸກ​ຄົນ​ສຳ​ຄັນ​ເຫລົ່າ​ນີ້. ແຕ່, ເພິ່ນ​ໄດ້​ເນັ້ນ​ຄຳ​ເວົ້າ​ຂອງ​ເພິ່ນ​ໄປ​ທີ່​ຈິດ​ວິນ​ຍານ​ທີ່​ເດັດ​ດ່ຽວ ຜູ້​ຊຶ່ງ​ບໍ່​ມີ​ໃຜ​ຮູ້​ຈັກ​ຊື່ ຫລື ຖືກ​ບັນ​ທຶກ​ໄວ້​ຢ່າງ​ເປັນ​ທາງ​ການ ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ. ຫົວ​ຂໍ້​ທີ່​ເປັນ​ປະ​ໂຫຍດ​ຂອງ​ຂ່າວ​ສານ​ຂອງ​ເພິ່ນ​ແມ່ນ “ຜູ້​ທີ່​ຢູ່​ໃນ​ຂະ​ບວນ​ກວຽນ​ສຸດ​ທ້າຍ.”1

ປະ​ທານ​ຄະ​ລາກ​ໄດ້​ບັນ​ຍາຍ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ລັກ​ສະ​ນະ ແລະ ການ​ທ້າ​ທາຍ​ທີ່​ປະ​ເຊີນ​ໜ້າ​ໂດຍ​ຜູ້​ອົບ​ພະ​ຍົບ ທີ່​ເດີນ​ທາງ​ດ້ວຍ​ກວຽນ​ທີ່​ມີ​ຜ້າ​ມຸງ ຊຶ່ງ​ເປັນ​ຂະ​ບວນ​ກວຽນ​ຍາວ​ສຸດ​ທ້າຍ ທີ່​ຂ້າມ​ທົ່ງ​ພຽງ. ເພິ່ນ​ໄດ້​ສັນ​ລະ​ເສີນ​ວິ​ລະ​ຊົນ​ທີ່​ບໍ່​ເປີດ​ເຜີຍ​ຊື່ ແລະ ບໍ່​ໄດ້​ສະ​ເຫລີມ​ສະ​ຫລອງ​ເຫລົ່າ​ນີ້, ຊຶ່ງ​ມື້​ແລ້ວ​ມື້​ເລົ່າ, ອາ​ທິດ​ແລ້ວ​ອາ​ທິດ​ເລົ່າ, ເດືອນ​ແລ້ວ​ເດືອນ​ເລົ່າ, ໄດ້​ອົດ​ຫາຍ​ໃຈ​ສືບ​ຂີ້​ຝຸ່ນ​ຈາກ​ລໍ້​ກວຽນ​ທີ່​ໝຸນ​ຢູ່​ຂ້າງ​ໜ້າ​ຂອງ​ເຂົາ​ເຈົ້າ—ແລະ ຜູ້​ໄດ້​ເອົາ​ຊະ​ນະ​ອຸ​ປະ​ສັກ​ທີ່​ບໍ່​ຢຸດ​ຢ່ອນ ທີ່​ເຂົາ​ເຈົ້າ​ພົບ​ໃນ​ເສັ້ນ​ທາງ.

ປະ​ທານ​ຄະ​ລາກ​ໄດ້​ປະ​ກາດ​ວ່າ, “ຜູ້​ທີ່​ຢູ່​ໃນ​ຂະ​ບວນ​ກວຽນ​ສຸດ​ທ້າຍ ໄດ້​ມຸ້ງ​ໜ້າ​ຕໍ່​ໄປ, ອ່ອນ​ແຮງ ແລະ ເມື່ອຍ​ລ້າ, ເຈັບ​ປວດ​ຕີນ, ບາງ​ຄັ້ງ​ເກືອບ​ໝົດ​ກຳ​ລັງ​ໃຈ, ຖືກ​ດົນ​ໃຈ​ໂດຍ​ສັດ​ທາ​ຂອງ​ເຂົາ​ເຈົ້າ ວ່າ​ພຣະ​ເຈົ້າ​ຮັກ​ເຂົາ​ເຈົ້າ, ວ່າ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ເປັນ​ຄວາມ​ຈິງ, ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ ແລະ ຊີ້​ນຳ​ບັນ​ດາ​ອ້າຍ​ນ້ອງ​ໃນ​ແຖວ​ໜ້າ.”2

ເພິ່ນ​ໄດ້​ສະ​ຫລຸບ​ຂ່າວ​ສານ​ຂອງ​ເພິ່ນ​ດ້ວຍ​ຄຳ​ຍົກ​ຍ້ອງ​ທີ່​ປະ​ທັບ​ໃຈ​ນີ້: “ສຳ​ລັບ​ຈິດ​ວິນ​ຍານ​ທີ່​ຖ່ອມ​ຕົນ​ເຫລົ່າ​ນີ້, ຍິ່ງ​ໃຫຍ່​ໃນ​ສັດ​ທາ, ຍິ່ງ​ໃຫຍ່​ໃນ​ວຽກ​ງານ, ຍິ່ງ​ໃຫຍ່​ໃນ​ຄວາມ​ຊອບ​ທຳ, ຍິ່ງ​ໃຫຍ່​ໃນ​ການ​ສ້າງ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ເຄົາ​ລົບ​ຂອງ​ຂ້າ​ພະ​ເຈົ້າ, ແລະ ການ​ໃຫ້​ກຽດ​ດ້ວຍ​ຄວາມ​ຄາ​ລະ​ວະ​ທີ່​ຖ່ອມ​ຕົວ​ຂອງ​ຂ້າ​ພະ​ເຈົ້າ.”3

ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ດີ​ບໍ່​ນ້ອຍ

ໃນ​ປີ 1990, ປະ​ທານ​ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ, ເວ​ລາ​ນັ້ນ​ເປັນ​ປະ​ທານ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ກ່າວ​ປາ​ໄສ​ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຈົນ​ນັບ​ບໍ່​ຖ້ວນ ຜູ້​ຮັບ​ໃຊ້​ຢ່າງ​ພາກ​ພຽນ ແລະ ຊື່​ສັດ ແລະ ຜູ້​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ທາ​ລະ​ນະ​ຊົນ​ພຽງ​ເລັກ​ນ້ອຍ ຫລື ບໍ່​ມີ​ເລີຍ.

ປະ​ທານ​ຮັນ​ເທີ​ໄດ້​ອະ​ທິ​ບາຍ​ວ່າ:

“ມີ​ຄົນ​ກ່າວ [ກ່ຽວ​ກັບ​ນາຍ​ທັບ​ໂມ​ໂຣ​ໄນ​ທີ່​ໜຸ່ມ​ນ້ອຍ ແລະ ກ້າ​ຫານ] ວ່າ:

“‘ຖ້າ​ຫາກ​ຄົນ​ທັງ​ປວງ​ໄດ້​ເປັນ​ມາ​ແລ້ວ ແລະ ເປັນ​ຢູ່, ແລະ ຈະ​ເປັນ​ຢູ່, ຄື​ກັນ​ກັບ​ໂມ​ໂຣ​ໄນ, ຈົ່ງ​ເບິ່ງ, ອຳ​ນາດ​ຂອງ​ນະ​ລົກ​ນັ້ນ​ຈະ​ສັ່ນ​ສະ​ເທືອນ​ຕະ​ຫລອດ​ການ; ແທ້​ຈິງ​ແລ້ວ, ມານ​ຈະ​ບໍ່​ມີ​ອຳ​ນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ​ເລີຍ’ (ແອວ​ມາ 48:17).

“ຖື​ວ່າ​ເປັນ​ຄຳ​ຍ້ອງ​ຍໍ​ຊາຍ​ຜູ້​ມີ​ຊື່​ສຽງ ແລະ ມີ​ພະ​ລັງ​ແທ້ໆ. … ສອງ​ຂໍ້​ຕໍ່​ຈາກ​ນັ້ນ​ໄດ້​ກ່າວ​ກ່ຽວ​ກັບ​ຮີ​ລາ​ມັນ ແລະ ອ້າຍ​ນ້ອງ​ຂອງ​ລາວ, ຜູ້​ມີ​ບົດ​ບາດ​ຊັດ​ເຈນ​ນ້ອຍ​ກວ່າ​ບົດ​ບາດ​ຂອງ​ໂມ​ໂຣ​ໄນ, ທີ່​ອ່ານ​ວ່າ:

“‘ບັດ​ນີ້​ຈົ່ງ​ເບິ່ງ, ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ກໍ​ບໍ່​ໄດ້​ຮັບ​ໃຊ້​ຜູ້​ຄົນ​ໜ້ອຍ​ໄປ​ກວ່າ​ໂມ​ໂຣ​ໄນ​ເລີຍ’ (ແອວ​ມາ 48:19).”

ປະ​ທານ​ຮັນ​ເທີ​ໄດ້​ກ່າວ​ຕື່ມ​ວ່າ, “ໃນ​ອີກ​ຄຳ​ໜຶ່ງ, ເຖິງ​ແມ່ນ​ຮີ​ລາ​ມັນ​ບໍ່​ເປັນ​ທີ່​ໜ້າ​ສັງ​ເກດ ຫລື ເຫັນ​ໄດ້​ຊັດ​ເຈນ​ຄື​ກັນ​ກັບ​ໂມ​ໂຣ​ໄນ, ແຕ່​ລາວ​ກໍ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ດີ​ບໍ່​ນ້ອຍ; ນັ້ນ​ຄື, ລາວ​ຊ່ວຍ​ໄດ້​ຫລາຍ ແລະ ເປັນ​ປະ​ໂຫຍດ​ຄື​ກັນ​ກັບ​ໂມ​ໂຣ​ໄນ.”4

ແລ້ວ​ປະ​ທານ​ຮັນ​ເທີ​ໄດ້​ແນະ​ນຳ​ເຮົາ​ທຸກ​ຄົນ​ໃຫ້​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ດີ​ບໍ່​ນ້ອຍ. ເພິ່ນ​ໄດ້​ກ່າວ​ວ່າ: “ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ ສິ່ງ​ທີ່​ທ່ານ​ເຮັດ​ໃນ​ປີ​ນີ້ ຫລື ໃນ​ຫລາຍ​ປີ​ຈາກ​ນີ້ ບໍ່​ໄດ້​ເຮັດ​ໃຫ້​ທ່ານ​ມີ​ຊື່​ສຽງ, ຈົ່ງ​ໝັ້ນ​ໃຈ. ຄົນ​ດີ​ເລີດ​ສ່ວນ​ໃຫຍ່​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່ ກໍ​ບໍ່​ໄດ້​ມີ​ຊື່​ສຽງ​ຫລາຍ​ເຊັ່ນ​ກັນ. ຮັບ​ໃຊ້ ແລະ ເຕີບ​ໂຕ, ຢ່າງ​ຊື່​ສັດ ແລະ ຢ່າງ​ງຽບໆ.”5

ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ລ້ານ​ຄົນ ທີ່​ທຸກວັນ​ນີ້​ກຳ​ລັງ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ6 ແລະ ມຸ້ງ​ໜ້າ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ໃນ​ເຫລັ້ມ​ກວຽນ​ສຸດ​ທ້າຍ ໃນ​ຂະ​ບວນ​ກວຽນ​ຍາວ​ປະ​ຈຸ​ບັນ​ຂອງ​ເຮົາ—ແລະ ເປັນ​ຜູ້​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ດີ​ບໍ່​ນ້ອຍ. ສັດ​ທາ​ອັນ​ແຮງ​ກ້າ​ຂອງ​ທ່ານ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ຊີ​ວິດ​ທີ່​ບໍ່​ໂອ້​ອວດ ແລະ ອຸ​ທິດ​ຕົນ​ຂອງ​ທ່ານ ເປັນ​ແຮງ​ບັນ​ດານ​ໃຈ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ຄົນ​ດີ​ກວ່າ​ເກົ່າ ແລະ ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ. ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ທ່ານ. ຂ້າ​ພະ​ເຈົ້າ​ຂອບ​ໃຈ​ທ່ານ. ແລະ ຂ້າ​ພະ​ເຈົ້າ​ຍົກ​ຍ້ອງ​ທ່ານ.

ຂໍ້​ຄວາມ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ຊາ​ມູ​ເອນ​ຊາວ​ເລ​ມັນ ສະ​ຫລຸບ​ຄວາມ​ຮູ້​ສຶກ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ທ່ານ​ໄດ້​ດີ​ທີ່​ສຸດ.

“ເຫັນ​ວ່າ​ພວກ​ເຂົາ​ສ່ວນ​ຫລາຍ ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ, ແລະ ພວກ​ເຂົາ​ເດີນ​ໄປ​ຢ່າງ​ຮອບ​ຄອບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ຮັກ​ສາ​ຂໍ້​ກຳ​ນົດ … ຂອງ​ພຣະ​ອົງ.

“ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ເຂົາ​ສ່ວນ​ຫລາຍ​ກຳ​ລັງ​ກະ​ທຳ​ຢ່າງ​ນີ້, ແລະ ພວກ​ເຂົາ​ກຳ​ລັງ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ພາກ​ພຽນ​ອັນ​ບໍ່​ຮູ້​ອິດ​ເມື່ອຍ​ທີ່​ຈະ​ນຳ​ພາ​ພີ່​ນ້ອງ​ທີ່​ເຫລືອ​ຢູ່​ຂອງ​ພວກ​ເຂົາ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ.”7

ຂ້າ​ພະ​ເຈົ້າ​ເຊື່ອ​ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ອ້າຍ​ເອື້ອຍ​ນ້ອງ​ທີ່​ສາ​ມາດ​ຫລິງ​ເຫັນ ຜູ້​ຫລຽວ​ຫາ ແລະ ນັ່ງ​ຢູ່​ທາງ​ຂ້າງ​ຂອງ​ຄົນ​ທີ່​ນັ່ງ​ຢູ່​ຄົນ​ດຽວ ໃນ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໃນ​ສະ​ພາບ​ແວດ​ລ້ອມ​ອື່ນໆ​ທີ່​ຫລາກ​ຫລາຍ. ເຂົາ​ເຈົ້າ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ​ເພື່ອ “ປອບ​ໂຍນ​ຜູ້​ທີ່​ຕ້ອງ​ການ​ຄວາມ​ປອບ​ໂຍນ,”8 ໂດຍ​ບໍ່​ຫວັງ​ການ​ຮັບ​ຮູ້ ຫລື ຄຳ​ຊົມ.

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ຄູ່​ຄອງ ແລະ ລູກໆ​ທີ່​ສະ​ໜັບ​ສະ​ໜູນ​ຄູ່​ຂອງ​ຕົນ, ພໍ່​ແມ່, ຫລື ລູກ​ທີ່​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ອິດ​ທິ​ພົນ​ຄ້ຳ​ຈູນ​ທີ່​ຍືນ​ຍົງ, ງຽບ​ສະ​ຫງົບ, ແລະ ໂດຍ​ທົ່ວ​ໄປ ທີ່​ບໍ່​ເປັນ​ທີ່​ຮູ້​ຈັກ​ຂອງ​ເຂົາ​ເຈົ້າ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ພອນ​ທີ່​ຈະ​ມາ​ເຖິງ​ຫລາຍ​ຄົນ ແລະ ຫລາຍ​ຄອບ​ຄົວ ໃນ​ທາງ​ທີ່​ຈະ​ຮູ້​ໄດ້​ໂດຍ​ສົມ​ບູນ​ພຽງ​ແຕ່​ໃນ​ນິ​ລັນ​ດອນ​ເທົ່າ​ນັ້ນ.

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ບຸກ​ຄົນ​ທີ່, ຫັນ​ໜີ​ຈາກ​ພຣະ​ເຈົ້າ, ແລ້ວ​ໄດ້​ກັບ​ມາ​ຫາ​ພຣະ​ອົງ ອີກ​ຄັ້ງ ດ້ວຍ​ຄວາມ​ຖ່ອມ​ຕົວ,9 ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ, ແລະ ສະ​ແຫວງ​ຫາ​ການ​ຊຳ​ລະ​ໃຫ້​ສະ​ອາດ ແລະ ອຳ​ນາດ​ປິ່ນ​ປົວ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ການ​ມາ​ຫາ​ພຣະ​ຄຣິດ10 ໂດຍ​ການ​ກັບ​ຄືນ​ມາ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ຈາກ​ທາງ​ອ້ອມ​ທີ່​ເປັນ​ບາບ ທີ່​ນຳ​ໄປ​ສູ່ “ເສັ້ນ​ທາງ​ຕ້ອງ​ຫ້າມ”11 ເປັນ​ສິ່ງ​ຈຳ​ເປັນ​ທາງ​ວິນ​ຍານ ແລະ ເຂັ້ມ​ງວດ​ໂດຍ​ຄວາມ​ຊອບ​ທຳ. ຂະ​ນະ​ທີ່​ເຂົາ​ເຈົ້າ​ມຸ້ງ​ໜ້າ​ຕໍ່​ໄປ​ດ້ວຍ​ສັດ​ທາ ແລະ ບໍ່​ອິດ​ເມື່ອຍ​ໃນ​ການ​ເຮັດ​ຄວາມ​ດີ, ເຂົາ​ເຈົ້າ​ກໍ​ກຳ​ລັງ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ,12 “ທຸກ​ຊົ່ວ​ລຸ້ນ​ຄົນ ແລະ ຊົ່ວ​ນິ​ລັນ​ດອນ.”13

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ບຸກ​ຄົນ​ທີ່​ຊອບ​ທຳ ຜູ້​ປາດ​ຖະ​ໜາ​ທີ່​ຈະ​ທຽມ​ແອກ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ພຣະ​ອົງ—ແຕ່​ອາດ​ຖືກ​ຫ້າມ​ບໍ່​ໃຫ້​ເຮັດ​ເຊັ່ນ​ນັ້ນ​ໂດຍ​ປັດ​ໃຈ ເໜືອ​ການ​ຄວບ​ຄຸມ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຄວາມ​ເຈັບ​ປວດ​ສ່ວນ​ຕົວ​ຂອງ​ທ່ານ ຈະ​ໄດ້​ຮັບ​ການ​ບັນ​ເທົາ​ລົງ ແລະ ການ​ເຊື່ອ​ຟັງ ແລະ ຄວາມ​ຊື່​ສັດ​ຂອງ​ທ່ານ ໃນ​ການ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ອົດ​ທົນ ຈະ​ໄດ້​ຮັບ​ລາງ​ວັນ​ໃນ “ເວ​ລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”14 “ນ້ຳ​ຕາ​ອາດ​ໄຫລ​ຫລັ່ງ​ໃນ​ເວ​ລາ​ກາງ​ຄືນ, ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ກໍ​ມີ​ມາ​ໃນ​ຕອນ​ເຊົ້າ.”15

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ຜູ້​ແປ​ພາ​ສາ ແລະ ນາຍ​ພາ​ສາ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຕະ​ຫລອດ​ທົ່ວ​ໂລກ ຜູ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ຊ່ວຍ​ໝູ່​ເພື່ອນ ແລະ ສະ​ມາ​ຊິກ ໃຫ້ “ໄດ້​ຍິນ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຄຳ​ວາ​ຈາ [ຂອງ​ເຂົາ​ເຈົ້າ] ເອງ, ໃນ​ພາ​ສາ​ຂອງ [ຂອງ​ເຂົາ​ເຈົ້າ] ເອງ.”16 ສຽງ​ຂອງ​ເຂົາ​ເຈົ້າ, ການ​ບອກ​ໃບ້, ເອ​ກະ​ສານ​ການ​ແປ ຖ່າຍ​ທອດ​ຄວາມ​ຈິງ​ນິ​ລັນ​ດອນ, ແຕ່​ພວກ​ເຮົາ​ໜ້ອຍ​ຄົນ​ຮູ້​ຈັກ​ຊື່​ຂອງ​ເຂົາ​ເຈົ້າ ຫລື ແມ່ນ​ແຕ່​ສະ​ແດງ​ຄວາມ​ຂອບ​ໃຈ. ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ ຊຶ່ງ​ເຂົາ​ເຈົ້າ​ໄດ້​ຮັບ​ພອນ, ຜູ້​ແປ​ພາ​ສາ ແລະ ນາຍ​ພາ​ສາ ໄດ້​ຮັບ​ໃຊ້​ຢ່າງ​ພາກ​ພຽນ, ຢ່າງ​ບໍ່​ເຫັນ​ແກ່​ຕົວ, ແລະ, ສ່ວນ​ຫລາຍ, ບໍ່​ເປີດ​ເຜີຍ​ຕົວ​ຕົນ ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ໄດ້​ຮັບ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ແຫ່ງ​ສັດ​ທາ ຜ່ານ​ທາງ​ການ​ອ່ານ ແລະ ການ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.17

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ຊາຍ ແລະ ຍິງ​ຜູ້​ແຕ່ງ​ງານ​ທີ່​ຊື່​ສັດ ທີ່​ໃຫ້​ກຽດ​ແກ່​ຄວາມ​ຮັບ​ຜິດ​ຊອບ ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ເພີ່ມ​ທະ​ວີ​ຄູນ ແລະ ຂະ​ຫຍາຍ​ເຜົ່າ​ພັນ​ໃຫ້​ເຕັມ​ແຜ່ນ​ດິນ​ໂລກ ແລະ ຜູ້​ທີ່​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ທົນ​ທານ​ທີ່​ຈະ​ຕໍ່​ສູ້​ກັບ​ລູກໆ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ໃນ​ໂລກ​ທີ່​ສັບ​ສົນ​ວຸ້ນ​ວາຍ​ຂຶ້ນ​ເລື້ອຍໆ​ດ້ວຍ​ໄພ​ພິ​ບັດ ແລະ ການ​ຈັດ​ອັນ​ດັບ​ຄວາມ​ສຳ​ຄັນ​ຜິດ, ຈິດ​ວິນ​ຍານ​ທີ່​ກ້າ​ຫານ​ເຫລົ່າ​ນີ້ບໍ່​ສົນ​ໃຈ​ກັບ​ສຽງ​ທາງ​ໂລກ ທີ່​ຍົກ​ຍ້ອງ​ການ​ເອົາ​ແຕ່​ໃຈ​ຕົນ​ເອງ; ເຂົາ​ເຈົ້າ​ເຄົາ​ລົບ​ຄວາມ​ສັກ​ສິດ ແລະ ຄວາມ​ສຳ​ຄັນ​ຂອງ​ຊີ​ວິດ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.

ຄູ່​ແຕ່ງ​ງານ​ຫລາຍ​ຄູ່​ກໍ​ຍັງ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ເມື່ອ​ຄວາມ​ປາດ​ຖະ​ໜາ​ອັນ​ຊອບ​ທຳ​ແຫ່ງ​ໃຈ​ຂອງ​ເຂົາ​ເຈົ້າ​ບໍ່​ເກີດ​ເປັນ​ຈິງ ທີ່​ເຂົາ​ເຈົ້າ​ໄດ້​ຫວັງ ແລະ ຝັນ​ແນວ​ໃດ ແລະ ເມື່ອ​ໃດ. ເຂົາ​ເຈົ້າ “ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ”18 ແລະ ບໍ່​ໄດ້​ສັ່ງ​ໃຫ້​ພຣະ​ອົງ​ສະ​ໜອງ​ຕາມ​ການ​ກຳ​ນົດ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຂົາ​ເຈົ້າ. “ເພາະ​ວ່າ​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ເປັນ​ຕົ້ນ​ມາ ບໍ່​ມີ​ມະນຸດ​ຄົນ​ໃດ​ໄດ້​ຍິນ ຫລື ໄດ້​ຮູ້​ຈັກ​ດ້ວຍ​ຫູ, ທັງ​ບໍ່​ເຄີຍ​ໄດ້​ເຫັນ​ດ້ວຍ​ຕາ, ໂອ້ ພຣະ​ອົງ​ເຈົ້າ, ນອກ​ຈາກ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ຕຽມ​ສິ່ງ​ຍິ່ງ​ໃຫຍ່​ພຽງ​ໃດ​ສຳ​ລັບ [ພວກ​ເຂົາ] ທີ່​ລໍ​ຖ້າ​ພຣະ​ອົງ.”19

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ຜູ້​ນຳ​ຫ້ອງ​ອະ​ນຸ​ບານ ແລະ ຄູ​ສອນ​ປະ​ຖົມ​ໄວ​ຫລາຍ​ພັນ​ຄົນ ທີ່​ຮັກ ແລະ ໃຫ້​ຄຳ​ແນະ​ນຳ​ແກ່​ເດັກ​ນ້ອຍ​ຂອງ​ສາດ​ສະ​ໜາ​ຈັກ ທຸກ​ວັນ​ຊະ​ບາ​ໂຕ.

ໃຫ້​ພິ​ຈາ​ລະ​ນາ​ຜົນ​ກະ​ທົບ​ນິ​ລັນ​ດອນ​ຂອງ​ການ​ຮັບ​ໃຊ້​ທີ່​ປະ​ຕິ​ບັດ​ໂດຍ​ສາ​ນຸ​ສິດ​ທີ່​ອຸ​ທິ​ຕົນ​ເຫລົ່າ​ນີ້—ແລະ ພອນ​ແຫ່ງ​ຄຳ​ສັນ​ຍາ​ທີ່​ມະ​ຫັດ​ສະ​ຈັນ ຕໍ່​ຜູ້​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເດັກ​ນ້ອຍ.

“ແລ້ວ [ພຣະ​ເຢ​ຊູ] ກໍ​ເອົາ​ເດັກ​ນ້ອຍ​ຜູ້​ໜຶ່ງ​ມາ ຢືນ​ຢູ່​ຕໍ່​ໜ້າ​ພວກ​ເພິ່ນ: ແລ້ວ​ກໍ​ອູ້ມ​ເອົາ​ເດັກ​ນ້ອຍ​ນັ້ນ, ແລະ ກ່າວ​ແກ່​ພວກ​ສາ​ວົກ​ວ່າ,

“ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ຕ້ອນ​ຮັບ​ເດັກ​ນ້ອຍ​ຄົນ​ໜຶ່ງ​ຢ່າງ​ນີ້ ໄວ້​ໃນ​ນາມ​ຂອງ​ເຮົາ, ຜູ້ນັ້ນ​ກໍ​ຕ້ອນ​ຮັບ​ເຮົາ: ແລະ ຜູ້​ໃດ​ທີ່​ຕ້ອນ​ຮັບ​ເຮົາ, ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນ​ຮັບ​ເຮົາ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອນ​ຮັບ​ພຣະ​ອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນ​ກັນ.”20

ວະ​ລີ​ທີ່​ວ່າ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ” ບັນ​ຍາຍ​ເຖິງ​ລູກໆ​ທີ່​ອຸ​ທິດ​ຕົນ ທີ່​ດູ​ແລ​ພໍ່​ແມ່​ສູງ​ອາ​ຍຸ​ຢ່າງ​ອ່ອນ​ໂຍນ, ແມ່​ທີ່​ອົດ​ຫລັບ​ອົດ​ນອນ​ເພື່ອ​ປອບ​ໃຈ​ລູກ​ທີ່​ຢ້ານ​ກົວ ຂະ​ນະ​ທີ່​ຢືນ​ເຝົ້າ​ຄື​ກັບ “ໂຕ​ສິງ​ຢູ່​ທີ່​ປະ​ຕູ” ບ້ານ​ຂອງ​ນາງ,21 ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມາ​ເຖິງ​ໄວ ແລະ ກັບ​ຊ້າ ເພື່ອ​ຈັດ​ໂຕະ​ຕັ່ງ, ແລະ ບຸກ​ຄົນ​ທີ່​ຖືກ​ດົນ​ໃຈ​ໃຫ້​ເຊື້ອ​ເຊີນ​ຄອບ​ຄົວ, ໝູ່​ເພື່ອນ ແລະ ເພື່ອນ​ຮ່ວມ​ງານ ໃຫ້​ມາ ແລະ ເບິ່ງ, ມາ ແລະ ຊ່ວຍ​ເຫລືອ, ແລະ ມາ ແລະ ເຂົ້າ​ຮ່ວມ.22

ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ພຽງ​ແຕ່​ບາງ​ຕົວ​ຢ່າງ​ທີ່​ເລືອກ​ມາ ກ່ຽວ​ກັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ກັບ​ທ່ານ ຜູ້​ມຸ້ງ​ໜ້າ​ຕໍ່​ໄປ “ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່ [ຂອງ​ທ່ານ].” ຕົວ​ຢ່າງ​ເພີ່ມ​ເຕີມ​ອີກ​ນັບ​ລ້ານໆ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ມອບ “ທັງ​ຈິດ​ວິນ​ຍານ” ຂອງ​ເຂົາ​ເຈົ້າ23 ແດ່​ພຣະ​ເຈົ້າ ສາ​ມາດ​ພົບ​ເຫັນ​ໄດ້​ຢູ່​ໃນ​ບ້ານ​ທີ່​ເປັນ​ສູນ​ກາງ ແລະ ໃນ​ໜ່ວຍ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ.

ທ່ານ​ຮັກ ແລະ ຮັບ​ໃຊ້, ຟັງ ແລະ ຮຽນ​ຮູ້, ຫ່ວງ​ໃຍ ແລະ ປອບ​ໂຍນ, ແລະ ສິດ​ສອນ ແລະ ເປັນ​ພະ​ຍານ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢູ່​ເລື້ອຍໆ ແລະ ໄດ້​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ​ໃນ​ຄວາມ​ຖ່ອມ​ຕົວ, ແລະ ໝັ້ນ​ຄົງ​ຂຶ້ນ​ໄປ​ເລື້ອຍໆ​ນຳ​ສັດ​ທາ​ໃນ​ພຣະ​ຄຣິດ, ຈົນ​ເຮັດ​ໃຫ້​ຈິດ​ວິນ​ຍານ [ຂອງ​ທ່ານ] ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ແລະ ຄວາມ​ປອບ​ໃຈ, ແທ້​ຈິງ​ແລ້ວ, ຈົນ​ຊຳ​ລະ​ໃຈ [ຂອງ​ທ່ານ] ໃຫ້​ບໍ​ລິ​ສຸດ ແລະ ສັກ​ສິດ ຊຶ່ງ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ນັ້ນ​ມີ​ມາ​ຍ້ອນ … ການ​ຍອມ​ຖວາຍ​ໃຈ [ຂອງ​ທ່ານ] ແດ່​ພຣະ​ເຈົ້າ.”24

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ຜູ້​ທີ່​ຢູ່​ໃນ​ຂະ​ບວນ​ກວຽນ​ສຸດ​ທ້າຍ, ທຸກ​ຄົນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ດີ​ບໍ່​ນ້ອຍ, ແລະ ທ່ານ​ຜູ້​ທີ່​ກຳ​ລັງ​ມຸ້ງ​ໜ້າ​ຕໍ່​ໄປ​ໃນ​ມື້​ນີ້ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ທ່ານ ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລະ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ, “ພຣະ​ບັນ​ລັງ ແລະ ການ​ຄອບ​ຄອງ, ເຂດ​ປົກ​ຄອງ ແລະ ອຳນາດ​ທັງ​ໝົດ, ຈະ​ຖືກ​ເປີດ​ເຜີຍ ແລະ ຖືກ​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ອົດ​ທົນ​ຢ່າງ​ກ້າ​ຫານ​ເພື່ອ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.”25

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຊື່ນ​ຊົມ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ຄຳ​ສັນ​ຍາ​ຂອງ​ພວກ​ພຣະ​ອົງ​ນັ້ນ​ແມ່ນ​ແນ່​ນອນ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.