ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 9


ປຈສ, ປະຖົມ​ມະການ 9:4–6. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 8:20–22

ຫລັງ​ຈາກ​ນ້ຳ​ຖ້ວມ, ໂນອາ​ໄດ້​ທູນ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໃຫ້​ສາບ​ແຊ່ງ​ແຜ່ນ​ດິນ​ໂລກ​ອີກ.

4 ແລະ ໂນອາ​ໄດ້​ສ້າງ​ແທ່ນ​ບູຊາ​ແທ່ນ​ໜຶ່ງ​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ເອົາ​ສັດ ແລະ ນົກ ທີ່​ບໍ່​ມີ​ມົນ​ທິນ ແນວ​ລະໂຕ, ແລະ ໄດ້​ເຜົາ​ຖວາຍ​ເທິງ​ແທ່ນ​ບູຊາ; ແລະ ໄດ້​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເພິ່ນ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢູ່​ໃນ​ໃຈ.

5 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂນອາ, ແລະ ພຣະ​ອົງ​ໄດ້​ອວຍ​ພອນ​ໂນອາ. ແລະ ໂນອາໄດ້​ກິ່ນ​ຫອມ​ຫວນ, ແລະ ເພິ່ນ​ໄດ້​ກ່າວ​ຢູ່​ໃນ​ໃຈ;

6 ຂ້າ​ພະ​ເຈົ້າ​ຈະ​ອ້ອນ​ວອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ວ່າ​ພຣະ​ອົງ ຈະ​ບໍ່​ສາບ​ແຊ່ງ​ແຜ່ນ​ດິນ​ໂລກ​ອີກ​ຕໍ່​ໄປ ເພື່ອ​ເຫັນ​ແກ່​ມະນຸດ, ເພາະ​ການ​ມະ​ໂນ​ພາບ​ຢູ່​ໃນ​ໃຈ​ຂອງ​ມະນຸດ ເປັນ​ຄວາມ​ຊົ່ວ​ຮ້າຍ ນັບ​ແຕ່​ເວລາ​ເຂົາ​ຍັງ​ນ້ອຍ; ແລະ ວ່າ​ພຣະ​ອົງ​ຈະ​ບໍ່ ທຳ​ລາຍ​ທຸກ​ສິ່ງ​ທີ່​ມີ​ຊີ​ວິດ​ອີກ, ດັ່ງ​ທີ່ ພຣະ​ອົງ ໄດ້​ກະ​ທຳ, ຕາບ​ໃດ​ທີ່​ແຜ່ນ​ດິນ​ໂລກ​ຍັງ​ຄົງ​ດຳ​ລົງ​ຢູ່;

ປຈສ, ປະຖົມ​ມະການ 9:10–15. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 9:4–9

ມະນຸດ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຫລັ່ງ​ເລືອດ​ຂອງ​ສັດ​ສາ​ວາ​ສິ່ງ ແລະ ມະນຸດ. ພຣະ​ເຈົ້າ​ໄດ້​ສະຖາ​ປະນາ​ພັນທະ​ສັນ​ຍາ​ກັບ​ໂນອາ ແລະ ລູກໆ​ຂອງ​ເພິ່ນ ອັນ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເອນົກ.

10 ແຕ່ ເລືອດ​ຂອງ​ທຸກເນື້ອ​ໜັງ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ​ເພື່ອ​ເປັນ​ອາຫານ, ຈະ​ຕ້ອງ​ຫລັ່ງ​ລົງ​ເທິງ​ດິນ​ຈາກ​ສັດ​ທີ່​ຖືກ​ຂ້າ, ແລະ ພວກ​ເຈົ້າ​ບໍ່​ຄວນ​ກິນເລືອດ​ຂອງ​ມັນ.

11 ແລະ ແນ່​ນອນ, ຈະ​ບໍ່​ຕ້ອງ​ຫລັ່ງ​ເລືອດ, ນອກ​ຈາກ​ຈະ​ເປັນ​ເພື່ອ​ອາຫານ, ເພື່ອ​ຄ້ຳ​ຈູນ​ຊີ​ວິດ​ຂອງ​ພວກ​ເຈົ້າ​ເທົ່າ​ນັ້ນ; ແລະ ເລືອດຂອງ​ສັດ​ທຸກ​ໂຕ ເຮົາ​ຈະ​ຮຽກ​ຮ້ອງຈາກ​ມື​ຂອງ​ພວກ​ເຈົ້າ.

12 ແລະ ຄົນ​ໃດ​ກໍ​ຕາມ​ທີ່​ຫລັ່ງ​ເລືອດ​ຂອງ​ມະນຸດ, ມະນຸດ​ກໍ​ຈະ​ຫລັ່ງ​ເລືອດ​ຄົນ​ນັ້ນ​ຄື​ກັນ; ເພາະມະນຸດ​ບໍ່​ຄວນ​ຫລັ່ງ​ເລືອດ​ຂອງ​ມະນຸດ.

13 ເພາະ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ເຮົາ​ໃຫ້​ໄວ້, ວ່າ​ອ້າຍ​ນ້ອງ​ຂອງ​ມະນຸດ​ຄົນ​ໜຶ່ງຈະ​ປົກ​ປັກ​ຮັກ​ສາຊີ​ວິດ​ຂອງ​ມະນຸດ, ເພາະໃນ​ຮູບ​ລັກ​ສະນະ​ຂອງ​ເຮົາ​ເອງ ທີ່​ເຮົາ​ໄດ້ສ້າງ​ມະນຸດ​ຂຶ້ນ.

14 ແລະ ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ເຮົາ​ໃຫ້​ໄວ້​ແກ່​ເຈົ້າ, ຈົ່ງ​ມີ​ລູກ​ເຕົ້າ​ໃຫ້​ມາກ​ຫລາຍ; ໃຫ້​ອອກ​ແມ່​ແຜ່​ລູກ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ, ແລະ ແຜ່​ຜາຍ​ຂະ​ຫຍາຍ​ພັນ​ໃນ​ນັ້ນ.

15 ແລະ ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ໂນອາ, ແລະ ກັບ​ພວກ​ລູກ​ຊາຍ​ຂອງ​ເພິ່ນ, ກ່າວ​ວ່າ, ແລະ ເຮົາ, ຈົ່ງ​ເບິ່ງ, ເຮົາ ຈະ ສະຖາ​ປະນາ​ພັນທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພວກ​ເຈົ້າ, ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ເອນົກ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ, ກ່ຽວ​ກັບລູກ​ຫລານ​ຂອງ​ພວກ​ເຈົ້າ ຕໍ່​ຈາກ​ພວກ​ເຈົ້າ.

ປຈສ, ປະຖົມ​ມະການ 9:21–25. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 9:16–17

ພຣະ​ເຈົ້າ​ຕັ້ງ​ຮຸ້ງ​ກິນ​ນ້ຳ​ໄວ້​ໃນ​ທ້ອງ​ຟ້າ ເພື່ອ​ເປັນ​ສິ່ງ​ເຕືອນ​ເຖິງ​ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ​ຕໍ່​ເອນົກ ແລະ ຕໍ່​ໂນອາ. ໃນ​ຍຸກ​ສຸດ​ທ້າຍ ການ​ຊຸມ​ນຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ ຈະ​ຮ່ວມ​ຄົນ​ທີ່​ຊອບ​ທຳ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ເຂົ້າ​ກັນ.

21 ແລະ ຮຸ້ງ​ຈະ​ຢູ່​ໃນ​ເມກ; ແລະ ເຮົາ​ຈະ​ຫລຽວ​ເບິ່ງ​ມັນ, ເພື່ອ​ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ, ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ເອນົກ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ; ເພື່ອ​ວ່າ ເມື່ອ​ມະນຸດ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ​ທັງ​ໝົດ, ຊີໂອນ​ຈະ​ຄືນ​ມາ​ຍັງ​ແຜ່ນ​ດິນ​ໂລກ​ອີກ, ເມືອງ​ຂອງ​ເອນົກ ຊຶ່ງ​ເຮົາ​ໄດ້​ຮັບ​ຂຶ້ນ​ໄປ​ໄວ້​ກັບ​ເຮົາ.

22 ແລະ ນີ້​ຄື​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ, ຄື​ເມື່ອ​ລູກ​ຫລານ​ຂອງ​ພວກ​ເຈົ້າ​ຈະ​ຮັບ​ເອົາ​ຄວາມ​ຈິງ, ແລະ ແຫງນ​ໜ້າ​ເບິ່ງ, ຈາກ​ນັ້ນ​ຊີໂອນ​ຈະ​ຫລຽວ​ລົງ​ມາ, ແລະ ຟ້າ​ສະຫວັນ​ທັງ​ປວງ​ຈະ​ສັ່ນ​ສະ​ເທືອນ ດ້ວຍ​ຄວາມ​ຍິນ​ດີ, ແລະ ແຜ່ນ​ດິນ​ໂລກ​ຈະ​ສັ່ນ​ດ້ວຍ​ຄວາມ​ຊື່ນ​ຊົມ;

23 ແລະ ການ​ຊຸມ​ນຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ ຈະ​ສະ​ເດັດ​ລົງ​ມາ​ຈາກ​ສະຫວັນ, ແລະ ຄອບ​ຄອງ​ແຜ່ນ​ດິນ​ໂລກ, ແລະ ຈະ​ມີ​ສະຖານ​ທີ່​ຢູ່​ຈົນ​ກວ່າ​ທີ່​ສຸດ​ຈະ​ມາ​ເຖິງ. ແລະ ນີ້​ຄື​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ເອນົກ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ.

24 ແລະ ຮຸ້ງ​ຈະ​ຢູ່​ໃນ​ເມກ, ແລະ ເຮົາ​ຈະ​ສະຖາ​ປະນາ​ພັນທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພວກ​ເຈົ້າ, ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້ລະຫວ່າງເຮົາ ແລະ ພວກ​ເຈົ້າ, ເພາະ​ມະນຸດ​ທັງ​ປວງ​ທີ່​ມີ​ຊີ​ວິດ​ໃນ​ເນື້ອ​ໜັງ ຈະໄດ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

25 ແລະ ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ໂນອາ​ວ່າ, ນີ້​ຄື​ເຄື່ອງ​ໝາຍ​ຂອງ​ພັນທະ​ສັນ​ຍາ ຊຶ່ງ​ເຮົາ​ໄດ້​ສະຖາ​ປະນາ​ລະຫວ່າງ​ເຮົາ ແລະ ເຈົ້າ; ເພື່ອເນື້ອ​ໜັງ​ທັງ​ປວງຈະໄດ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ.