ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 19


ປຈສ, ປະຖົມ​ມະການ 19:9–15. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 19:8–10

ໂລດ​ຕໍ່​ຕ້ານ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເມືອງ​ໂຊໂດມ, ແລະ ທູດ​ປົກ​ປ້ອງ​ລາວ.

9 ແລະ ພວກ​ເຂົາ​ໄດ້​ກ່າວກັບ​ລາວວ່າ ຖອຍ​ໄປ. ແລະ ພວກ​ເຂົາ​ໄດ້​ໃຈ​ຮ້າຍ​ໃຫ້​ລາວ.

10 ແລະ ພວກ​ເຂົາ​ໄດ້​ເວົ້າໃນ​ບັນ​ດາ​ພວກ​ເຂົາ​ເອງວ່າ ຊາຍຄົນ​ນີ້​ໄດ້​ມາ​ພັກຢູ່​ນຳ​ພວກ​ເຮົາ, ແລະ ບັດ​ນີ້ ເຂົາ​ຈະຕັ້ງ​ຕົນ​ເອງ​ໃຫ້​ເປັນ​ຜູ້​ຕັດ​ສິນ; ບັດ​ນີ້​ພວກ​ເຮົາ​ຈະ​ຈັດ​ການ​ກັບລາວໃຫ້​ໜັກ​ກວ່າ​ພວກ​ເຂົາ.

11 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ກ່າວ​ກັບ​ຊາຍ​ຄົນ​ນັ້ນ​ວ່າ ພວກ​ເຮົາ​ຈະ​ພາ​ພວກ​ຜູ້​ຊາຍ​ໄປ, ແລະ ພວກ​ລູກ​ສາວ​ຂອງ​ເຈົ້າ​ນຳ​ອີກ; ແລະ ພວກ​ເຮົາ​ຈະ​ຈັດ​ການ​ກັບ​ພວກ​ເຂົາ ຕາມ​ແຕ່​ພວກ​ເຮົາ​ເຫັນ​ວ່າ​ສົມ​ຄວນ.

12 ບັດ​ນີ້ ນີ້​ເປັນ​ໄປ​ຕາມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເມືອງ​ໂຊໂດມ.

13 ແລະ ໂລດ​ໄດ້​ກ່າວ​ວ່າ ຈົ່ງ​ເບິ່ງ, ຂ້ອຍ​ມີ​ລູກ​ສາວ​ຢູ່​ສອງ​ຄົນ ທີ່​ຍັງ​ບໍ່​ເຄີຍ​ຜ່ານ​ຜູ້​ຊາຍ​ຈັກ​ເທື່ອ; ຂ້ອຍ​ຂໍ​ຮ້ອງ​ນຳ​ພວກ​ເຈົ້າ, ຂ້ອຍຂໍ​ວິງ​ວອນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຂ້ອຍ​ວ່າ ຂໍ​ບໍ່​ໃຫ້ຂ້ອຍ​ເອົາ​ເຂົາ​ເຈົ້າ​ອອກ​ມາ​ໃຫ້​ພວກ​ເຈົ້າ; ແລະ ພວກ​ເຈົ້າຈະ​ບໍ່ຈັດ​ການ​ກັບ​ພວກ​ເຂົາ ຕາມ​ທີ່​ພວກ​ເຈົ້າ​ເຫັນ​ວ່າ​ສົມ​ຄວນ ໃນ​ສາຍ​ຕາ​ຂອງ​ພວກ​ເຈົ້າ;

14 ເພາະ​ພຣະ​ເຈົ້າ​ຈະ​ບໍ່​ຮັບ​ຮອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃນ​ສິ່ງ​ນີ້; ດັ່ງ​ນັ້ນ, ຂ້ອຍ​ຂໍ​ວິງ​ວອນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຂ້ອຍ, ເທື່ອ​ດຽວ​ນີ້​ເທົ່າ​ນັ້ນ, ວ່າ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຫຍັງ​ກັບ​ຜູ້​ຊາຍ​ເຫລົ່າ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ບ້ານ​ຂອງ​ຂ້ອຍ​ດ້ວຍ​ຄວາມ​ສະຫງົບ; ເພາະ​ສະນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ມາ​ຢູ່​ໃຕ້​ຮົ່ມ​ເງົາ​ຫລັງ​ຄາ​ບ້ານ​ຂອງ​ຂ້ອຍ.

15 ແລະ ພວກ​ເຂົາ​ໄດ້​ໃຈ​ຮ້າຍ​ໃຫ້​ໂລດ ແລະ ເຂົ້າ​ມາ​ໃກ້​ເພື່ອ​ຈະ​ພັງ​ປະຕູ​ເຂົ້າ​ໄປ, ແຕ່ທູດ​ຂອງ​ພຣະ​ເຈົ້າ ຜູ້​ຊຶ່ງ​ເປັນ​ຊາຍ​ທີ່​ບໍ​ລິ​ສຸດໄດ້​ເດ່​ມື​ອອກ​ໄປ ແລະ ໄດ້​ດຶງ​ໂລດ​ເຂົ້າ​ມາ​ໃນ​ເຮືອນ ມາ​ຫາ​ພວກ​ເພິ່ນ, ແລະ ໄດ້​ປິດ​ປະຕູ.