ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ສຳ​ລັບ​ຜູ້​ນຳ—ການ​ປະ​ຖົມ​ນິ​ເທດ ແລະ​ການ​ສະ​ໜັບ​ສະ​ໜູນ​ຄູ​ສອນ


“ສຳ​ລັບ​ຜູ້​ນຳ—ການ​ປະ​ຖົມ​ນິ​ເທດ ແລະ​ການ​ສະ​ໜັບ​ສະ​ໜູນ​ຄູ​ສອນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ການ​ປະ​ຖົມ​ນິ​ເທດ ແລະ​ການ​ສະ​ໜັບ​ສະ​ໜູນ​ຄູ​ສອນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຜູ້​ຄົນ​ກຳ​ລັງ​ເວົ້າ

ສຳ​ລັບ​ຜູ້​ນຳ—ການ​ປະ​ຖົມ​ນິ​ເທດ ແລະ​ການ​ສະ​ໜັບ​ສະ​ໜູນ​ຄູ​ສອນ

ໃນ​ຖາ​ນະ​ຜູ້​ນຳ, ທ່ານ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ “ພົບ​ກັບ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃໝ່” ໃນ​ອົງ​ການ​ຂອງ​ທ່ານ ແລະ “ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກະ​ກຽມ​ສຳ​ລັບ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ” (ຄູ່​ມື​ທົ່ວ​ໄປ, 17.3, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ການ​ປະ​ຊຸມ​ເຫລົ່າ​ນີ້​ເປັນ​ໂອ​ກາດ​ແນະ​ນຳ​ຄູ​ສອນ​ຕໍ່​ການ​ເອີ້ນ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ ແລະ ດົນ​ໃຈ​ເຂົາ​ເຈົ້າ​ດ້ວຍ​ວິ​ໄສ​ທັດ​ເຖິງ​ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ໃນ​ຖາ​ນະ​ຜູ້​ນຳ, ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ຄູ​ສອນ​ໃໝ່​ກະ​ກຽມ​ທີ່​ຈະ​ຮັບ​ໃຊ້ ໂດຍ​ການ​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

  • ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:78).

  • ມອບ​ປຶ້ມ​ແຫລ່ງ​ຊ່ວຍ​ນີ້​ໃຫ້​ຄູ​ສອນ​ໃໝ່, ແລະ ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ຊອກ​ຫາ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ຫລັກ​ທຳ​ຂອງ​ມັນ​ໃນ​ການ​ສິດ​ສອນ​ຂອງ​ເຂົາ​ເຈົ້າ.

  • ແບ່ງ​ປັນ​ກັບ​ຄູ​ສອນ​ໃໝ່​ອັນ​ໃດ​ກໍ​ຕາມ​ກ່ຽວ​ກັບ​ອົງ​ການ​ຂອງ​ທ່ານ ທີ່​ຈະ​ເປັນ​ປະ​ໂຫຍດ​ສຳ​ລັບ​ເຂົາ​ເຈົ້າ​ທີ່​ຈະ​ຮູ້​ຈັກ.

  • ຕາມ​ຄວາມ​ຕ້ອງ​ການ, ໃຫ້​ບອກ​ຄູ​ສອນ​ໃໝ່​ວ່າ​ເຂົາ​ເຈົ້າ​ຈະ​ສອນ​ໃນ​ຫ້ອງ​ໃດ ແລະ ຄວນ​ເລີ່ມ​ດ້ວຍ​ບົດ​ຮຽນ​ໃດ. ໃຫ້​ຂໍ້​ມູນ​ໃດໆ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ກ່ຽວ​ກັບ​ຫ້ອງ​ຮຽນ​ຂອງ​ເຂົາ​ເຈົ້າ ແລະ ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ.

  • ອະ​ທິ​ບາຍ​ໃຫ້​ຄູ​ສອນ​ໃໝ່​ຮູ້​ວ່າ ທ່ານ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ. ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ຫ້ອງ​ຮຽນ ແລະ ການ​ເຂົ້າ​ເຖິງ​ແຫລ່ງ​ການ​ສິດ​ສອນ​ຖ້າ​ຈຳ​ເປັນ.

  • ສະ​ເໜີ​ທີ່​ຈະ​ສັງ​ເກດ​ຫ້ອງ​ຮຽນ​ຂອງ​ຄູ​ສອນ​ເປັນ​ບາງ​ຄັ້ງ, ແລະ ໃຫ້​ຄຳ​ຕິ​ຊົມ​ຕາມ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ.

  • ເຊື້ອ​ເຊີນ​ໃຫ້​ຄູ​ສອນ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ໃນ​ແຕ່​ລະ​ໄຕ​ມາດ.

ຕະ​ຫລອດ​ການ​ອົດ​ຮົມ​ຄູ​ສອນ, ໃຫ້​ສືບ​ຕໍ່​ພົບ​ກັບ​ເຂົາ​ເຈົ້າ​ເປັນ​ໄລ​ຍະໆ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕໍ່​ເນື່ອງ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ສົນ​ທະ​ນາ​ຈັກ​ບຶດ​ໜຶ່ງ​ກັບ​ຄູ​ສອນ​ກ່ອນ ຫລື ຫລັງ​ຈາກ​ຫ້ອງ​ຮຽນ ເພື່ອ​ສົນ​ທະ​ນາ​ຫລັກ​ທຳ​ຂອງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຖາມ​ຄູ​ສອນ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ໄດ້​ດີ ແລະ ວິ​ທີ​ທີ່​ເຂົາ​ເຈົ້າ​ຢາກ​ຈະ​ປັບ​ປຸງ. ຊຸກ​ຍູ້​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ການ​ຮັບ​ໃຊ້​ທີ່​ເຂົາ​ເຈົ້າ​ມອບ​ໃຫ້.

ທ່ານ​ຄວນ​ກະ​ກຽມ​ສຳ​ລັບ​ການ​ສົນ​ທະ​ນາ​ເຫລົ່າ​ນີ້​ໂດຍ​ການ​ເບິ່ງ​ຄູ​ສອນ​ສິດ​ສອນ. ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ເຂັ້ມ​ແຂງ​ຂອງ​ຄູ​ສອນ​ໃຫ້​ດີ​ກວ່າ​ເກົ່າ ແລະ ຄົ້ນ​ຫາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ. ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຄູ​ສອນ​ກໍ​ສຳ​ຄັນ​ເທົ່າໆ​ກັບ​ການ​ລະ​ບຸ​ໂອ​ກາດ​ສຳ​ລັບ​ການ​ປັງ​ປຸງ.