“ໝວດທີ 6: ສະຫລຸບ—ເວົ້າກ່ຽວກັບສຸຂະພາບ ແລະ ຊຸມຊົນຂອງຂ້ອຍ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ໝວດທີ 6,” EnglishConnect 1 ສຳລັບຜູ້ຮຽນ
Unit 6: Conclusion
Talking about My Health and Community
ທ່ານໄດ້ສຳເລັດໝວດທີ 6, ຊຶ່ງໝາຍຄວາມວ່າ ທ່ານໄດ້ສຳເລັດ EnglishConnect 1 ແລ້ວ! ເຮັດໄດ້ດີຫລາຍ! ທ່ານສາມາດເວົ້າກ່ຽວກັບຫລາຍໆຢ່າງໃນຊີວິດປະຈຳວັນ ແລະ ຊຸມຊົນຂອງທ່ານ. ຄວາມຮູ້ທີ່ທ່ານໄດ້ຮັບ ແລະ ຫລັກທຳຂອງການຮຽນຮູ້ທີ່ທ່ານໄດ້ສຶກສາ ຈະມີອິດທິພົນໃນທາງບວກຕໍ່ທ່ານຕະຫລອດຊົ່ວຊີວິດຂອງທ່ານ.
Evaluate
Evaluate Your Progress
ຈົ່ງໃຊ້ເວລາບຶດໜຶ່ງເພື່ອສະທ້ອນຄິດ ແລະ ສະຫລອງທຸກສິ່ງທີ່ທ່ານໄດ້ເຮັດສຳເລັດ.
I can:
-
Ask for and give directions.
ຂໍ ແລະ ໃຫ້ຄຳຊີ້ນຳ.
-
Describe how I feel.
ບັນຍາຍສິ່ງທີ່ຂ້ອຍຮູ້ສຶກ.
-
Talk about illnesses.
ເວົ້າກ່ຽວກັບຄວາມເຈັບປ່ວຍ.
ເພື່ອຕິດຕາມຄວາມກ້າວໜ້າຂອງທ່ານເພີ່ມເຕີມ, ໃຫ້ໄປທີ່ englishconnect.org/assessments ແລະ ເຮັດການປະເມີນຜົນທີ່ສາມາດເລືອກເຮັດໄດ້ໃຫ້ສຳເລັດສຳລັບໝວດນີ້.
Evaluate Your Efforts
ທົບທວນຄວາມພະຍາຍາມຂອງທ່ານສຳລັບໝວດນີ້ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.” ທ່ານກຳລັງກ້າວໜ້າໄປສູ່ຈຸດປະສົງຂອງທ່ານຫລືບໍ່? ທ່ານສາມາດເຮັດຫຍັງທີ່ແຕກຕ່າງ ເພື່ອບັນລຸເປົ້າໝາຍຂອງທ່ານ?
ສືບຕໍ່ຝຶກພາສາອັງກິດທຸກວັນຕໍ່ໄປ ຂະນະທີ່ທ່ານກຽມຕົວສຳລັບ EnglishConnect 2.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ EnglishConnect ສາມາດຂະຫຍາຍໂອກາດຂອງທ່ານ, ໃຫ້ເຂົ້າໄປທີ່ englishconnect.org.