“ໝວດທີ 5: ສະຫລຸບ—ບັນຍາຍບ້ານຂອງຂ້ອຍ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ໝວດທີ 5: ສະຫລຸບ,” EnglishConnect 1 ສຳລັບຜູ້ຮຽນ
Unit 5: Conclusion
Describing My Home
ການຮຽນພາສາກໍຄືກັນກັບການປຸກເຮືອນ: ມັນເກີດຂຶ້ນເທື່ອລະກ້ອນດິນຈີ່, ເທື່ອລະຄຳສັບ. ຈົ່ງພູມໃຈໃນຕົວທ່ານເອງທີ່ຈົບໝວດທີ 5. ຈົ່ງສືບຕໍ່ສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າ. ຄວາມສາມາດຂອງທ່ານຈະເຕີບໂຕຂຶ້ນ ເມື່ອທ່ານອະທິຖານ ແລະ ຝຶກ. ຢ່າຍອມແພ້!
Evaluate
Evaluate Your Progress
ຈົ່ງໃຊ້ເວລາບຶດໜຶ່ງເພື່ອສະທ້ອນຄິດ ແລະ ສະຫລອງທຸກສິ່ງທີ່ທ່ານໄດ້ເຮັດສຳເລັດ.
I can:
-
Explain how to make different foods.
ອະທິບາຍວິທີເຮັດອາຫານທີ່ແຕກຕ່າງກັນ.
-
Talk about buying or selling something.
ເວົ້າກ່ຽວກັບການຊື້ ຫລື ຂາຍສິ່ງໃດສິ່ງໜຶ່ງ.
-
Describe where I live.
ບັນຍາຍບ່ອນທີ່ຂ້ອຍອາໄສຢູ່.
ເພື່ອຕິດຕາມຄວາມກ້າວໜ້າຂອງທ່ານເພີ່ມເຕີມ, ໃຫ້ໄປທີ່ englishconnect.org/assessments ແລະ ເຮັດການປະເມີນຜົນທີ່ສາມາດເລືອກເຮັດໄດ້ໃຫ້ສຳເລັດສຳລັບໝວດນີ້.
Evaluate Your Efforts
ທົບທວນຄວາມພະຍາຍາມຂອງທ່ານສຳລັບໝວດນີ້ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.” ທ່ານກຳລັງກ້າວໜ້າໄປສູ່ຈຸດປະສົງຂອງທ່ານ ຫລື ບໍ່? ທ່ານສາມາດເຮັດຫຍັງທີ່ແຕກຕ່າງ ເພື່ອບັນລຸເປົ້າໝາຍຂອງທ່ານ?
ສືບຕໍ່ຝຶກພາສາອັງກິດທຸກວັນຕໍ່ໄປ ຂະນະທີ່ທ່ານກຽມຕົວສຳລັບ EnglishConnect 2.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ EnglishConnect ສາມາດຂະຫຍາຍໂອກາດຂອງທ່ານ, ໃຫ້ເຂົ້າໄປທີ່ englishconnect.org.