“ໝວດທີ 4: ສະຫລຸບ—ບັນຍາຍວຽກງານ ແລະ ອາຫານ,” EnglishConnect 1 ສຳລັບຜູ້ຮຽນ (2022)
“ໝວດທີ 4: ສະຫລຸບ,” EnglishConnect 1 ສຳລັບຜູ້ຮຽນ
Unit 4: Conclusion
Describing Jobs and Food
ຂໍສະແດງຄວາມຍິນດີດ້ວຍ! ທ່ານໄດ້ຈົບໝວດທີ 4 ແລ້ວ. ບັດນີ້ທ່ານສາມາດເວົ້າລົມກ່ຽວກັບວຽກງານຂອງທ່ານ ແລະ ຖາມຄຳຖາມເພື່ອຮຽນຮູ້ກ່ຽວກັບວຽກງານຂອງຄົນທີ່ທ່ານພົບ. ທ່ານຍັງສາມາດເວົ້າລົມກ່ຽວກັບອາຫານ ແລະ ອະທິບາຍຄວາມຄິດເຫັນຂອງທ່ານກ່ຽວກັບອາຫານ. ນັ້ນແມ່ນທັກສະທີ່ມີຄຸນຄ່າ. ສືບຕໍ່ສຶກສາ ແລະ ພາກພຽນພະຍາຍາມຕໍ່ໄປ. ພຣະຜູ້ເປັນເຈົ້າຈະອວຍພອນທ່ານ.
Evaluate
Evaluate Your Progress
ຈົ່ງໃຊ້ເວລາບຶດໜຶ່ງເພື່ອສະທ້ອນຄິດ ແລະ ສະຫລອງທຸກສິ່ງທີ່ທ່ານໄດ້ເຮັດສຳເລັດ.
I can:
-
Talk about my job.
ເວົ້າກ່ຽວກັບວຽກງານຂອງຂ້ອຍ.
-
Describe foods I like and dislike.
ບັນຍາຍອາຫານທີ່ຂ້ອຍມັກ ແລະ ບໍ່ມັກ.
-
Explain why I like or dislike foods.
ອະທິບາຍເຫດຜົນທີ່ຂ້ອຍມັກ ຫລື ບໍ່ມັກອາຫານ.
-
Order food and take someone’s order.
ສັ່ງອາຫານ ແລະ ຮັບການສັ່ງອາຫານຂອງຄົນໃດຄົນໜຶ່ງ.
-
Apply principles of learning by study and by faith.
ນຳໃຊ້ຫລັກທຳຂອງການຮຽນຮູ້ໂດຍການສຶກສາ ແລະ ໂດຍສັດທາ.
ເພື່ອຕິດຕາມຄວາມກ້າວໜ້າຂອງທ່ານເພີ່ມເຕີມ, ໃຫ້ໄປທີ່ englishconnect.org/assessments ແລະ ເຮັດການປະເມີນຜົນທີ່ສາມາດເລືອກເຮັດໄດ້ໃຫ້ສຳເລັດສຳລັບໝວດນີ້.
Evaluate Your Efforts
ທົບທວນຄວາມພະຍາຍາມຂອງທ່ານສຳລັບໝວດນີ້ໃນ “ລະບົບການຕິດຕາມການສຶກສາສ່ວນຕົວ.” ທ່ານກຳລັງກ້າວໜ້າໄປສູ່ຈຸດປະສົງຂອງທ່ານຫລືບໍ່? ທ່ານສາມາດເຮັດຫຍັງທີ່ແຕກຕ່າງ ເພື່ອບັນລຸເປົ້າໝາຍຂອງທ່ານ?
ສືບຕໍ່ຝຶກພາສາອັງກິດທຸກວັນຕໍ່ໄປ ຂະນະທີ່ທ່ານກຽມຕົວສຳລັບ EnglishConnect 2.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ EnglishConnect ສາມາດຂະຫຍາຍໂອກາດຂອງທ່ານ, ໃຫ້ເຂົ້າໄປທີ່ englishconnect.org.