​2010–2019
ເປີດ​ແສງ​ຂອງ​ທ່ານ
ເດືອນ​ຕຸລາ 2017


ເປີດ​ແສງ​ຂອງ​ທ່ານ

ສາດ​ສະ​ດາ​ກຳ​ລັງ​ເອີ້ນ​ເຮົາ, ເອື້ອຍ​ນ້ອງ​ທັງ​ຫລາຍ. ທ່ານ​ຈະ​ເປັນ​ຄົນ​ຊອບ​ທຳ​ບໍ? ທ່ານ​ຈະ​ກ່າວ​ຢ່າງ​ຊັດ​ເຈນ​ ເຖິງເລື່ອງ​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ບໍ? ທ່ານ​ຈະ​ເປີດ​ແສງ​ຂອງ​ທ່ານ​ໄດ້​ບໍ?

ທ່ານ​ອາດ​ບໍ່​ຮູ້​ສິ່ງ​ນີ້, ແຕ່​ປະທານ​ມອນສັນ ກັບ ຂ້າ​ພະ​ເຈົ້າ​ເປັນ​ແຝດ. ໃນ​ມື້​ທີ່​ຂ້າ​ພະ​ເຈົ້າເກີດ—ໃນ​ຊົ່ວ​ໂມງນັ້ນ​ເອງ—ຢູ່​ລັດ​ແຄລິໂຟເນຍ ພາກ​ເໜືອ, ທອມມັສ ແອັສ ມອນສັນ ຕອນນັ້ນ​ອາ​ຍຸ 36 ປີ ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ໃໝ່. ຂ້າ​ພະ​ເຈົ້າ​ມັກ​ຄວາມ​ຜູກ​ພັນ​ພິ​ເສດ, ສ່ວນ​ຕົວ​ກັບ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ປະທານ​ມອນສັນ.

ສາດ​ສະ​ດາ​ກ່າວ​ເຖິງ​ສະ​ຕີ.1 ທ່ານ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ ຢູ່​ໃນ​ກອງ​ປະ​ຊຸມ​ນີ້. ສຳ​ລັບ​ຄຳ​ໄປ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ຫວນ​ກັບ​ຄືນ​ໄປ​ຫາ 40 ປີ ກ່ອນ ຕອນ​ຄຳ​ທຳ​ນາຍ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ໄດ້​ຖືກ​ຂຽນ​ໂດຍ ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ. ເດືອນ​ກັນຍາ ປີ 1979 ເປັນ​ຄັ້ງ​ທີ​ສອງ ທີ່​ສະ​ຕີ​ທົ່ວ​ໂລກ​ໄດ້​ມາ​ເຕົ້າ​ໂຮມ​ກັນ ໃນ​ກອງ​ປະ​ຊຸມ​ສາ​ມັນ​ຂອງ​ເຂົາ​ເຈົ້າ​ເອງ. ປະ​ທານ ຄິມ​ໂບ ໄດ້​ຕຽມ​ບົດ​ປາ​ໄສ​ຂອງ​ເພິ່ນ, ແຕ່​ເມື່ອ​ກອງ​ປະ​ຊຸມ​ໃຫຍ່​ມາ​ເຖິງ, ເພິ່ນ​ໄດ້​ເຂົ້າ​ໂຮງໝໍ. ສະ​ນັ້ນ, ເພິ່ນ​ຈຶ່ງ​ໄດ້​ຂໍ​ໃຫ້ ​ຄາມຽວລາ ໄອຣິງ ຄິມໂບ, ພັນ​ລະ​ຍາ​ຂອງ​ເພິ່ນ ອ່ານ​ບົດ​ປາ​ໄສ​ແທນ​ເພິ່ນ.2

ຮູບ​ພາບ
ຊິດສະເຕີ ຄາມຽວລາ ຄິມໂບ ກຳ​ລັງ​ກ່າວ​ຢູ່​ທີ່​ແທ່ນ​ປາ​ໄສ

ຊິດ​ສະ​ເຕີ ຄິມ​ໂບ ໄດ້​ອ່ານ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ຊຶ່ງ​ເນັ້ນ​ເຖິງ​ອິດ​ທິ​ພົນ​ຂອງ​ສະ​ຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ມີ​ຕໍ່​ເອື້ອຍ​ນ້ອງ​ທີ່​ດີ​ຢູ່​ໃນ​ໂລກ ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃນ​ທ້າຍ​ບົດ​ປາ​ໄສ, ມີ​ຄຳ​ສັ່ງ​ທີ່​ເຮັດ​ໃຫ້​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ຕື່ນ​ເຕັ້ນ​ຫລາຍ ຊຶ່ງ​ເຮົາ​ໄດ້​ຖືກ​ກ່າວ​ເຖິງ​ນັບ​ແຕ່​ນັ້ນ​ມາ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ໜ້ອຍ​ໜຶ່ງ ເຖິງ​ສິ່ງ​ທີ່​ປະ​ທານ​ຄິມ​ໂບ ໄດ້​ກ່າວ:

“ໃນ​ທີ່​ສຸດ, ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ ບາງ​ສິ່ງ​ທີ່ບໍ່​ໄດ້​ກ່າວ​ມາ​ກ່ອນ ຫລື ຢ່າງ​ໜ້ອຍ​ໃນ​ທາງນີ້. ຄວາມ​ເຕີບ​ໂຕ​ອັນ​ໃຫຍ່​ຫລວງ ທີ່​ຈະ​ມາ​ສູ່​ສາດ​ສະ​ໜາ​ຈັກ ໃນ​ຍຸກ​ສຸດ​ທ້າຍ ຈະ​ເກີດ​ຂຶ້ນ ເພາະ​​ສະ​ຕີທີ່​ດີ​ທັງ​ຫລາຍ ຢູ່​ໃນ​ໂລກ … ຈະ​ຖືກ​ດຶງ​ດູດ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ ເປັນ​ຈຳ​ນວນ​ຫລາຍ. ມັນ​ຈະ​ເກີດ​ຂຶ້ນ​ເຖິງ​ລະ​ດັບ​ທີ່ ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ສະ​ທ້ອນ​ຄວາມ​ຊອບ​ທຳ ແລະ ການ​ກ່າວ​ຢ່າງ​ຊັດ​ເຈນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ເຖິງ​ລະ​ດັບ​ທີ່​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ຖືກ​ພົບ​ເຫັນ​ວ່າ ໂດດ​ເດັ່ນ ແລະ ແຕກ​ຕ່າງ—ໃນ​ແງ່​ດີ—​ຈາກ​ສະ​ຕີ​ຂອງ​ໂລກ.

“ໃນ​ບັນ​ດາ​ວິ​ລະ​ຊົນ​ຢູ່​ໃນ​ໂລກ ຜູ້​ຈະ​ມາ​ສູ່​ສາດ​ສະ​ໜາ​ຈັກ ຈະ​ເປັນ​ສະ​ຕີ​ຜູ້​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ການ​ເປັນ​ຄົນ​ຊອບ​ທຳ ຫລາຍ​ກວ່າ​ການ​ເປັນ​ຄົນ​ເຫັນ​ແກ່​ຕົວ. ວິ​ລະ​ຊົນ​ທີ່​ແທ້​ຈິງ​ເຫລົ່າ​ນີ້ ຖ່ອມ​ຕົວ​ແທ້ໆ, ຊຶ່ງ​ໃຫ້​ຄຸນ​ຄ່າ​ແກ່​ຄຸນ​ນະ​ທຳ ຫລາຍ​ກວ່າ ສິ່ງ​ທີ່​ຫລຽວ​ເຫັນ​ໄດ້. …

“… ​ມັນ​ຈະ​ແມ່ນ … ຕົວ​ຢ່າງ​ຂອງ​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ [ຜູ້] ຈະ​ເປັນ ພະ​ລັງ​ອັນ​ມະ​ຫາ​ສານ ໃນ​ຄວາມ​ເຕີບ​ໂຕ ທີ່​ເປັນ​ຈຳ​ນວນ ແລະ ທາງ​ວິນ​ຍານ ຂອງ​ສາດ​ສະ​ໜາ​ຈັກ ໃນ​ຍຸກ​ສຸດ​ທ້າຍ.”3

ຊ່າງ​ເປັນ​ຄຳ​ທຳ​ນາຍ​ທີ່​ປະ​ເສີດ​ແທ້ໆ. ສະ​ຫລຸບ​ແລ້ວ:

  • ມັນ​ຈະເປັນ​ເພາະ​ຄວາມ​ສຳ​ພັນ​ທີ່​ດີ​ຂອງ​ສະ​ຕີ ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເຕີບ​ໂຕ​ອັນ​ໃຫຍ່​ຫລວງ ໃນ​ສາດ​ສະ​ໜາ​ຈັກ ໃນ​ຫລາຍ​ປີ​ຂ້າງ​ໜ້າ.

  • ມິດ​ຕະ​ພາບ​ທີ່​ສະ​ມາ​ຄົມ​ສະ​ຕີ, ກຸ່ມ​​ຍິງໜຸ່ມ, ແລະ ເດັກ​ຜູ້​ຍິງ​ໃນ​ຊັ້ນ​ປະ​ຖົມ​ໄວ​ໄດ້​ສ້າງ​ສັນ​ດ້ວຍ​ຄວາມ​ຈິງ​ໃຈ, ດ້ວຍ​ສັດ​ທາ, ພ້ອມດ້ວຍ​ຄວາມ​ດີ​ງາມ​ຂອງ​ສະ​ຕີ ແລະ ເດັກ​ນ້ອຍ​ຜູ້​ຍິງ​ຂອງ​ສາດ​ສະ​ໜາ​ອື່ນໆ ຈະ ເປັນ​ພະ​ລັງ​ອັນ​ມະ​ຫາ​ສານ ໃຫ້​ແກ່​ຄວາມ​ເຕີບ​ໂຕ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ຍຸກ​ສຸດ​ທ້າຍ.

  • ປະ​ທານ​ຄິມ​ໂບ ໄດ້​ເອີ້ນ​ສະ​ຕີ​ເຫລົ່າ​ນີ້ ທີ່​ມາ​ຈາກ​ພື້ນ​ຖານ​ອື່ນໆ​ວ່າ “ວິ​ລະ​ຊົນ” ຜູ້​ຈະ​ມີ​ຄວາມ​ຫ່ວງ​​ໃຍ​ນຳ​ຄວາມ​ຊອບ​ທຳ ຫລາຍ​ກວ່າ ຄວາມ​ເຫັນ​ແກ່​ຕົວ, ຜູ້​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ຄຸນ​ນະ​ທຳ ສຳ​ຄັນ​ກວ່າ ຄຸນ​ຄ່າ​ຂອງ​ສິ່ງ​ທີ່​ຫລຽວ​ເຫັນ​ໄດ້.

ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ສະ​ຕີ​ທີ່​ດີ​ເດັ່ນ​ເຊັ່ນ​ນີ້​ມາ​ແລ້ວ ເມື່ອ​ຂ້າ​ພະ​ເຈົ້າ​ອອກ​ໄປ​ເຮັດ​ທຸ​ລະ​ກິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ທົ່ວ​ໂລກ. ຄວາມ​ເປັນ​ມິດ​ຂອງ​ເຂົາ​ເຈົ້າ ແມ່ນ​ມີ​ຄ່າ​ຫລາຍ​ຕໍ່​ຂ້າ​ພະ​ເຈົ້າ. ທ່ານ​ກໍ​ຮູ້​ເຂົາ​ເຈົ້າ​ຄື​ກັນ ຜູ້​ທີ່​ເປັນ​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ຂອງ​ທ່ານ. ເຂົາ​ເຈົ້າ​ອາດ​ເປັນ ຫລື ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເວ​ລານີ້, ແຕ່​ເຮົາ​ກໍ​ມີ​ສຳ​ພັນ​ທະ​ໄມ​ຕີ ທີ່​ສຳ​ຄັນ​ຫລາຍ. ເຮົາ​ຈະ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ​ແນວ​ໃດ? ເຮົາ​ຄວນ​ເຮັດ​ສິ່ງ​ໃດ? ປະ​ທານ​ຄິມ​ໂບ ອ້າງ​ເຖິງ​ຫ້າ​ຢ່າງ:

ທຳ​ອິດ​ແມ່ນ​ຄວາມ​ຊອບ​ທຳ. ການ​ເປັນ​ຄົນ​ຊອບ​ທຳ ບໍ່​ໄດ້​ໝາຍ​ເຖິງ​ການ​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ ຫລື ບໍ່​ເຄີຍ​ເຮັດ​ຄວາມ​ຜິດ​ພາດ. ມັນ​ໝາຍ​ເຖິງ​ການ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ພາຍ​ໃນ​ກັບ​ພຣະ​ເຈົ້າ, ການ​ກັບ​ໃຈ​ຈາກ​ບາບ ແລະ ຄວາມ​ຜິດ​ພາດ​ຂອງ​ເຮົາ, ແລະ ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ຢ່າງ​ເຕັມ​ໃຈ.

ສະ​ຕີ​ທີ່​ໄດ້​ກັບ​ໃຈ ຈະ​ປ່ຽນ​ເສັ້ນ​ທາງ​ປະ​ຫວັດ​ສາດ. ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ຄົນ​ໜຶ່ງ ຜູ້​ຖືກ​ອຸ​ບັດ​ເຫດ​ລົດ​ຊົນ ຕອນ​ນາງ​ຍັງ​ນ້ອຍ, ແລະ ຈາກ​ເວລານັ້ນ, ນາງ​ກາຍ​ເປັນ​ຄົນ​ຕິດ​ຢາ​ແກ້​ປວດ. ຕໍ່​ມາ, ພໍ່​ແມ່​ຂອງ​ນາງ​ໄດ້​ຢ່າ​ຮ້າງ. ນາງ​ໄດ້​ຖື​ພາ​ກັບ​ແຟນ​ທີ່​ບໍ່​ດົນ​ກໍ​ປະ​ກັນ​ໄປ, ແລະ ນາງ​ກໍ​ຕິດ​ຢາ​ຢູ່​ຕໍ່​ໄປ. ​ແຕ່​ຄືນ​ໜຶ່ງ, ນາງ​ໄດ້​ເຫັນ​ຄວາມ​ຫຍຸ້ງ​ເຫຍີງ ແລະ ສະ​ພາບ​ອັບ​ຈົນ​ໃນ​ຊີ​ວິດ​ຂອງ​ນາງ ແລະ ໄດ້​ຄິດ​ວ່າ, “ພໍ​ແລ້ວ.” ນາງ​ໄດ້​ອ້ອນ​ວອນ ຂໍ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ຊ່ວຍ​ເຫລືອ​ນາງ. ນາງ​ບອກວ່າ ນາງ​ໄດ້​ຮຽນ​ຮູ້​ວ່າ ພຣະ​ເຢຊູ​ຄຣິດ​ເຂັ້ມ​ແຂງກວ່າ​ສະ​ພາບ​ການ​ທີ່​ຮ້າຍ​ແຮງ​ຂອງ​ນາງ ແລະ ວ່າ​ນາງ​ສາ​ມາດ​ເພິ່ງ​ອາ​ໄສ​ພະ​ລັງ​ຂອງ​ພຣະ​ອົງ​ໄດ້ ເມື່ອ​ນາງ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ກັບ​ໃຈ.

ໂດຍ​ການ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ທາງ​ຂອງ​ພຣະ​ອົງ, ນາງ​ໄດ້​ປ່ຽນ​ເສັ້ນທາງປະ​ຫວັດ​ຂອງ​ນາງ ແລະ ຂອງ​ລູກ​ຊາຍ​ນ້ອຍ​ຂອງ​ນາງ ແລະ ຂອງ​ສາ​ມີ​ໃໝ່​ຂອງ​ນາງ. ນາງ​ເປັນ​ຄົນ​ຊອບ​ທຳ; ນາງ​ເປີດ​ໃຈ​ກວ້າງ​ຕໍ່​ຄົນ​ທີ່​ໄດ້​ເຮັດ​ຄວາມ​ຜິດ ແລະ ຢາກ​ປ່ຽນ​ແປງ. ແລະ ເຊັ່ນ​ດຽວ​ກັບ​ເຮົາ​ທຸກ​ຄົນ, ນາງບໍ່​ໄດ້​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ນາງ​ຮູ້​ຈັກ​ວິ​ທີ​ກັບ​ໃຈ ແລະ ກໍພະ​ຍາ​ຍາມ​ຕໍ່​ໄປ.

ທີ​ສອງ​ແມ່ນ​ການ​ກ່າວ​ຢ່າງ​ຊັດ​ເຈນ. ການ​ກ່າວ​ຢ່າງ​ຊັດ​ເຈນ ຄື​ການ​ກ່າວ​ອອກ​ມາ​ຢ່າງ​ແຈ່ມ​ແຈ້ງ ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ເຖິງ​ບາງ​ສິ່ງ​ບາງ​ຢ່າງ ແລະ ເຫດ​ຜົນ. ໃນ​ຕົ້ນ​ປີ​ນີ້, ມີ​ຄົນ​ຂຽນ​ໃສ່​ໜ້າ ເຟດ​ບຸກ​ຂອງ​ຂ້າ​ພະ​ເຈົ້າ ທີ່​ດູ​ຖູກ​ຊາວ​ຄຣິດ. ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຂໍ້​ຄວາມ ແລະ ຂ້າ​ພະ​ເຈົ້າຮູ້​ສຶກ ລຳ​ຄານ​ໜ້ອຍ​ໜຶ່ງ, ແຕ່​ຂ້າ​ພະ​ເຈົ້າກໍ​ບໍ່​ເອົາ​ໃສ່​ໃຈ​ກັບ​ມັນ. ແຕ່​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ຜູ້​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຮົາ ໄດ້​ອອກ​ຄວາມ​ຄິດ​ຄວາມ​ເຫັນ. ນາງ​ໄດ້​ຂຽນ​ວ່າ: “[ສິ່ງນີ້] ເປັນ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ພຣະ​ເຢຊູ​ຄຣິດ​ເປັນ—ພ​ຣະ​ອົງ … ເຄີຍ​ຖືກ​ເຍາະ​ເຍີ້ຍ [ໃນ] ວັນ​ເວ​ລາ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ … ຢູ່​ໃນ​ລະ​ດັບ​ດຽວ​ກັບ​ໂລກ. … ພຣະ​ອົງ [ໄດ້​ກ່າວ​ກັບ] ຍິງ​ໂສ​ເພ​ນີ, [ໄດ້​ກິນ​ເຂົ້າ] ກັບ​ຄົນ​ເກັບ​ພາ​ສີ… , ໄດ້​ເປັນ​ເພື່ອນ​ກັບ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ ທີ່​ບໍ່​ມີ​ຖາ​ນະ … , [ແລະ] ໄດ້​ມອບ​ເລື່ອງ​ລາວ​ກ່ຽວ​ກັບ​ໄທ​ຊາ​ມາ​ເລຍ​ຜູ້​ໃຈ​ດີ​ໃຫ້​ເຮົາ. … ສິ່ງ​ທີ່​ຕາມ​ມາ​ຄື … ຊາວ​ຄຣິດ​ທີ່​ແທ້​ຈິງ ຈະ​ພະ​ຍາ​ຍາມ​ເປັນ​ຄົນ​ທີ່​ໜ້າ​ຮັກ​ທີ່​ສຸດ ຢູ່​ໃນ​ໂລກ.” ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ, ຂ້າ​ພະ​ເຈົ້າ​ຄິດ​ວ່າ, “ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຂຽນ​ແບບ​ນັ້ນ?”

ເຮົາ​ແຕ່​ລະ​ຄົນ​ຄວນ​ເຮັດ​ໃຫ້​ດີກວ່າ​ເກົ່າ ໃນ​ເລື່ອງ​ການ​ກ່າວ​ຢ່າງ​ຊັດ​ເຈນ ​ເຖິງເລື່ອງຄວາມ​ເຊື່ອ​ຖື​ຂອງ​ເຮົາ. ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ? ເປັນ​ຫຍັງ​ທ່ານ​ຈຶ່ງ​ຢູ່​ໃນ​ສາດ​ສະ​ໜາ​ຈັກ? ເປັນ​ຫຍັງ​ທ່ານ​ຈຶ່ງ​ເຊື່ອ​ວ່າ ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພຣະ​ຄຳ​ພີ? ທ່ານ​ໄດ້​ຮັບ​ສັນ​ຕິ​ສຸກ​ຈາກ​ໃສ? ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ ທີ່​ສາດ​ສະ​ດາ​ມີ​ສິ່ງ​ຈະ​ກ່າວ ໃນ​ປີ 2017? ທ່ານ​ຮູ້​ໄດ້​ແນວ​ໃດ ວ່າ​ເພິ່ນ​ເປັນ​ສາດ​ສະ​ດາ​ແທ້ໆ? ຈົ່ງ​ໃຊ້​ສຽງ ແລະ ພະ​ລັງ​ຂອງ​ທ່ານ ໃນ​ການ​ກ່າວ​ຢ່າງ​ຊັດ​ເຈນ ເຖິງ​ສິ່ງ​ທີ່​ທ່ານ​ຮູ້ຈັກ ແລະ ຮູ້​​ສຶກ—ເລື່ອງ​ການ​ສື່​ສານ​ໃນ​ສັງ​ຄົມ, ໃນ​ການ​ສົນ​ທະ​ນາ​ແບບ​ງຽບໆ ກັບໝູ່​ເພື່ອນ, ໃນ​ການ​ເວົ້າ​ລົມ​ກັບ​ຫລານ​ຂອງ​ທ່ານ. ບອກ​ເຂົາ​ເຈົ້າ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ເຊື່ອ, ທ່ານ​ຮູ້​ສຶກ​ແນວ​ໃດ, ວ່າ​ທ່ານ​ເຄີຍ​ສົງ​ໄສ​ຫລືບໍ່, ວິ​ທີ​ທີ່​ທ່ານ​ຜ່ານ​ຜ່າ​ມັນ​ມາ​ໄດ້, ແລະ ພຣະ​ເຢຊູ​ຄຣິດ​ມີ​ຄວາມໝາຍ​ແນວ​ໃດ​ຕໍ່​ທ່ານ. ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ເປ​ໂຕ ໄດ້​ກ່າວວ່າ, “ຢ່າ​ຢ້ານ​ກົວ … ; ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ ຈົ່ງ​ເຄົາ​ລົບ​ນັບ​ຖື​ພຣະ​ຄຣິດ​ວ່າ ເປັນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະ​ເໝີ ເພື່ອ​ພວກ​ເຈົ້າ​ຈະ​ສາ​ມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກ​ຄົນ​ທີ່​ຖາມ​ພວກ​ເຈົ້າ​ວ່າ ເຈົ້າ​ມີ​ເຫດ​ຜົນ​ປະ​ການ​ໃດ​ຈຶ່ງ​ມີ​ຄວາມ​ຫວັງ​ຢ່າງນີ້.”4

ທີ​ສາມ​ຄື​ການ​ເປັນ​ຄົນ​ແຕກ​ຕ່າງ. ຂ້າ​ພະ​ເຈົ້າ​ຈະ​ເລົ່າ​ເລື່ອງ​ໜຶ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ຊາຍ​ຫາດ ໃນ​ເດືອນ​ກໍ​ລະ​ກົດ ທີ່​ຜ່ານ​ມານີ້ ໃນເມືອງ​ພານາມາ ຢູ່ລັດ​ຟໍຣິດາ.5 ໃນ​ຕອນ​ບ່າຍ, ຣໍເບີດຕາ ເອີສະຣີ ໄດ້​ເຫັນ​ລູກ​ຊາຍ​ໜຸ່ມ​ສອງ​ຄົນ​ຂອງ​ນາງ ຮ້ອງ​ຂຶ້ນ​ຢ່າງ​ແຮງ ໃຫ້​ຊ່ວຍ​ເຫລືອ ທີ່​ໄກ​ຈາກ​ຝັ່ງ​ປະ​ມານ 100 ວາ (90 ແມັດ). ເຂົາ​ເຈົ້າ​ຄາ​ຢູ່​ໃນ​ກະ​ແສ​ນ້ຳ ແລະ ກຳ​ລັງ​ຖືກ​ຍູ້​ອອກ​ໄປ​ທະ​ເລ. ສອງ​ຜົວ​ເມຍ​ທີ່​ຢູ່​ໃກ້​ໄດ້​ພະ​ຍາ​ຍາມ​ຊ່ວຍ​ເຫລືອ, ແຕ່​ເຂົາ​ເຈົ້າ​ກໍ​ຄາ​ຢູ່​ໃນ​ກະ​ແສ​ຄື​ກັນ. ສະ​ນັ້ນ ຄົນ​ໃນ​ຄອບ​ຄົວ​ເອີສະຣີ ໄດ້​ໂດດ​ລົງ​ໄປ ເພື່ອ​ຊ່ວຍ​ຜູ້​ຄົນ​ເຫລົ່າ​ນັ້ນ, ແລະ ທັງ​ເກົ້າ​ຄົນ​ກໍ​ຄາ​ຢູ່​ໃນ​ກະ​ແສນຳ​ກັນ.

ບໍ່​ມີ​ເຊືອກ​ຢູ່​ແຖວ​ນັ້ນ. ບໍ່​ມີ​ຄົນ​ຍາມ​ຊ່ວຍ​ຊີ​ວິດ​ຢູ່​ແຖວ​ນັ້ນ. ຕຳ​ຫລວດ​ໄດ້​ສົ່ງ​ຄົນ​ໄປ​ເອົາ​ເຮືອ, ແຕ່​ຄົນ​ຢູ່​ໃນ​ນ້ຳ ໄດ້​ດີ້ນ​ລົນ​ຢູ່​ເປັນ​ເວ​ລາ 20 ນາ​ທີ​ແລ້ວ ແລະ ເຂົາ​ເຈົ້າ​ກໍ​ເມື່ອຍ​ຫລາຍ ແລະ ເລີ່ມ​ຈົມ​ລົງ​ໃນ​ນ້ຳ. ໃນ​ບັນ​ດາ​ຜູ້​ຄົນ​ທີ່​ຫລຽວ​ເບິ່ງ​ຢູ່​ຊາຍ​ຫາດ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່ ຈາຊິກາ ເມ ຊິມມອນສ໌. ສາ​ມີ​ຂອງ​ນາງ ມີ​ແນວ​ຄິດ ທີ່​ຈະ​ເອົາ​ຄົນ​ມາ​ຕໍ່​ເຂົ້າ​ກັນ​ເປັນ​ບ້ວງ​ໂສ້. ເຂົາ​ເຈົ້າ​ໄດ້​ຮ້ອງ​ໃຫ້​ຜູ້​ຄົນ​ຢູ່​ຊາຍ​ຫາດ​ມາ​ຊ່ວຍ​ເຫລືອ, ແລະ ຫລາຍ​ສິບ​ຄົນ​ໄດ້​ເກາະ​ແຂນ​ກັນ​ຍ່າງ​ລົງ​ໄປ​ໃນ​ນ້ຳ. ນາງ​ຈາຊິກາ ໄດ້​ຂຽນວ່າ, “ການ​ເຫັນ​ຜູ້​ຄົນ​ຈາກ​ຫລາຍ​ເຊື້ອ​ຊາດ ແລະ ທັງ​ຍິງ​ ແລະ ​ຊາຍ ມາ​ຊ່ວຍ​ເຫລືອ​ຄົນ​ແປກ​ໜ້າ [ເປັນ] ​ພາບ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ແທ້ໆ!!”6 ຜູ້​ຄົນ​ຈຳ​ນວນ 80 ຄົນ ທີ່​ເປັນ​ບ້ວງ​ໂສ້ ໄດ້​ຍາວ​ຢືດ​ອອກ​ໄປ​ຫາ​ຄົນ​ລອຍ​ນ້ຳ. ໃຫ້​ເບິ່ງ​ຮູບ​ນີ້​ແມ ຕອນ​ໜ້າ​ງຶດ​ງໍ້​ແທ້ໆ.

ຮູບ​ພາບ
ນັກ​ລອຍ​ນ້ຳ​ກຳ​ລັງ​ສ້າງ​ບ້ວງ​ໂສ້​ມະ​ນຸດ

ທຸກ​ຄົນ​ຢູ່​ຊາຍ​ຫາດ ໄດ້​ຄິດ​ຫາ​ແຕ່​ວິ​ທີ​ຊ່ວຍ​ເຫລືອ​ແບບ​ທີ່​ເຄີຍ​ເຮັດ​ມາ ແລະ ເຂົາ​ເຈົ້າຢືນ​ສະ​ຫງັກ​ຢູ່. ແຕ່​ສອງ​ຜົວ​ເມຍ​ຄູ່​ນີ້, ໃນ​ທັນ​ທີ​ທັນ​ໃດ, ໄດ້​ຄິດ​ຫາ​ວິ​ທີ​ທີ່​ແຕກ​ຕ່າງ. ການ​ພັດ​ທະ​ນາ ແລະ ການ​ປະ​ດິດ​ຄິດ​ສ້າງ ເປັນ​ຂອງ​ປະ​ທານ​ທາງວິນ​ຍານ. ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ມັນ​ອາດ​ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ​ໃນ​ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ຂອງ​ເຮົາ, ແຕ່​ມັນ​ເຮັດ​ໃຫ້​ເຮົາ​ສາ​ມາດ​ເຂົ້າ​​ເຖິງ​ການ​ດົນ​ໃຈ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຄິດ​ຫາ​ຄຳ​ຕອບ, ເຂົ້າ​ຫາ, ແລະ ຮູ້​ບຸນ​ຄຸນ ໃນ​ທາງ​ທີ່​ແຕກ​ຕ່າງ. ເຮົາ​ຈະ​ບໍ່​ເຂົ້າ​ກັບ​ໂລກ​ໄດ້​ຕະ​ຫລອດ, ແຕ່​ການ​ເປັນ​ຄົນ​ທີ່​ແຕກ​ຕ່າງ​ໃນ​ທາງ​ບວກ ສາ​ມາດ​ຊ່ວຍ​ຊີ​ວິດ​ຂອງ​ຄົນ​ທີ່​ກຳ​ລັງ​ດີ້ນ​ລົນ​ຢູ່​ໄດ້.

ທີ​ສີ່​ແມ່ນ​ເປັນ​ຄົນ​ໂດດ​ເດັ່ນ. ໂດດ​ເດັ່ນ​ໝາຍ​ເຖິງ​ການ​ຖືກ​ຄົນ​ອື່ນ​ຮັບ​ຮູ້​ວ່າ ດີເລີດ. ຂ້າ​ພະ​ເຈົ້າ​ຂໍ​ກັບ​ຄືນ​ໄປ​ຫາ​ເລື່ອງ​ລາວ​ກ່ຽວ​ກັບ​ນາງ​ຈາຊິກາ ເມ ຊິມມອນສ໌ ຢູ່​ທີ່​ຊາຍ​ຫາດ. ເມື່ອ​ສາຍ​ໂສ້​ມະ​ນຸດ​ໄດ້ ຍາວ​ຢຽດ​ອອກ​ໄປ​ຫາ​ຄົນ​ລອຍ​ນ້ຳ​ແລ້ວ, ນາງ​ຮູ້​ວ່າ​ນາງ​ສາ​ມາດ​ຊ່ວຍ​ເຫລືອ. ນາງ​ຈາຊິກາ ເມ ໄດ້​ກ່າວ​ວ່າ, “ຂ້ອຍ​ສາ​ມາດ​ກັ້ນ​ໃຈ … ແລະ ລອຍ​ໄປ​ຕາມ​ສະ ໂອລິມປິກ ໄດ້​ຢ່າງ​ງ່າຍ​ດາຍ! [ຂ້ອຍ​ຮູ້​ຈັກ​ວິ​ທີ​ລອຍ​ອອກ​ຈາກ​ກະ​ແສ.] ຂ້ອຍ​ຮູ້​ວ່າ ຂ້ອຍ​ສາ​ມາດ​ຊ່ວຍ [ຜູ້​ລອຍ​ນ້ຳ​ແຕ່​ລະ​ຄົນ] ໃຫ້​ໄປ​ຫາ​ສາຍ​ໂສ້​ມະ​ນຸດ​ໄດ້.”7 ນາງ ແລະ ສາ​ມີ​ຂອງ​ນາງ ໄດ້​ຈັບ​ເອົາ​ກະ​ດານ​ລອຍ​ນ້ຳ ແລະ ໄດ້​ລອຍ​ລົງ​ໄປ​ຕາມ​ສາຍ​ໂສ້ ຈົນ​ວ່າ​ເຂົາ​ເຈົ້າ ແລະ ຜູ້​ໄປ​ຊ່ວຍ​ຄົນ​ອື່ນໆ ໄປ​ເຖິງ​ຄົນ​ລອຍ​ນ້ຳ ແລະ ເຂົາ​ເຈົ້າກໍ​ຟ້າວ​ດຶງ​ເອົາ​ແຕ່​ລະ​ຄົນ​ໃຫ້​ມາ​ຫາ​ສາຍ​ໂສ້, ຜູ້​ທີ່​ສົ່ງ​ເຂົາ​ເຈົ້າ​ຕໍ່​ໄປ​ຫາ​ບ່ອນ​ປອດ​ໄພ ຢູ່​ຊາຍ​ຫາດ. ນາງ​ຈາຊິກາ ໄດ້​ມີ​ຄວາມ​ຊຳ​ນານ​ທີ່​ໂດດ​ເດັ່ນ: ນາງ​ຮູ້​ວິ​ທີ​ລອຍ​ນ້ຳ​ທວນ​ກະ​ແສ.

ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ ຖືກ​ຮັບ​ຮູ້​ວ່າ​ເປັນ​ສິ່ງ​ດີ​ເລີດ. ແຕ່​ເຮົາ​ຕ້ອງ​ເປັນ​ຄົນ​ໂດດ​ເດັ່ນ ໃນ​ວິ​ທີ​ທີ່​ເຮົາ​ຕິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ເຊັ່ນ​ດຽວ​ກັບ​ນາງ​ຈາຊິກາ​ໄດ້​ເຝິກ​ລອຍ​ນ້ຳ, ເຮົາ​ຈຳ​ເປັນ​ຕ້ອງ​ເຝິກ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ກ່ອນ ພາ​ວະ​ສຸກ​ເສີນ​ເກີດ​ຂຶ້ນ ເພື່ອ​ວ່າ, ດ້ວຍ​ຄວາມບໍ່​ຢ້ານ​ກົວ, ເຮົາ​ຈະ​ເຂັ້ມ​ແຂງ​ພໍ ທີ່​ຈະ​ຊ່ວຍ​ເຫລືອ​ຄົນ​ອື່ນ ທີ່​ກຳ​ລັງ​ຖືກ​ພັດ​ໜີ​ໄປ ດ້ວຍ​ກະ​ແສ.

ແລະ ສຸດ​ທ້າຍ, ທີ​ຫ້າ​ແມ່ນ​ທີ່​ຈະ​ເຮັດ​ໜຶ່ງ ຫາ​ສີ່​ຢ່າງ​ຂ້າງ​ເທິງ​ນີ້ ໃນ​ທາງ​ທີ່​ມີ​ຄວາມ​ສຸກ. ການ​ມີ​ຄວາມ​ສຸກ ບໍ່​ແມ່ນ​ໝາຍ​ເຖິງ ການ​ທຳ​ທ່າ​ຍິ້ມ ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ. ແຕ່​​ມັນໝາຍ​ເຖິງ​ການ​ຮັກ​ສາ​ກົດ​ຂອງ​ພຣະ​ເຈົ້າ ແລະ ການ​ສ້າງສັນ ແລະ ​ເຊີດ​ຊູຄົນ​ອື່ນ.8 ເມື່ອ​ເຮົາ​ເສີມ​ສ້າງ, ເມື່ອ​ເຮົາ​ຍົກ​ຂໍ​ພາ​ລະ​ໜັກ​ໜ່ວງ​ຂອງ​ຄົນ​ອື່ນ, ມັນ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ ໃນ​ວິ​ທີ​ທີ່​ການ​ທົດ​ລອງ​ຂອງ​ເຮົາ ບໍ່​ສາ​ມາດ​ຍົກ​ໜີ​ໄປ. ຂ້າ​ພະ​ເຈົ້າ​ມີ​ຖ້ອຍ​ຄຳ​ຂອງ​ປະທານ​ກໍດອນ ບີ ຮິງລີ ວາງ​ໄວ້​ໃນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ຫລຽວ​ເຫັນ​ໄດ້​ທຸກ​ວັນ: ເພິ່ນ​ກ່າວ​ວ່າ: “ທ່ານ​ບໍ່ … ເສີມ​ສ້າງ​ໂດຍ​ການ​ເບິ່ງ​ໃນ​ແງ່​ຮ້າຍ ຫລື ການ​ເຍາະ​ເຍີ້ຍ​ຖາກ​ຖາງ. ທ່ານ​ເບິ່ງ​ໃນ​ແງ່​ດີ, ທຳ​ງານ​ດ້ວຍ​ສັດ​ທາ, ແລະ ທຸກ​ສິ່ງ​ຈະ​ເກີດ​ຂຶ້ນ.”9

ຕົວ​ຢ່າງ​ໜຶ່ງ​ກ່ຽວ​ກັບ​ຄວາມ​ສຸກ ແລະ​ ເບິ່ງ​ໃນ​ແງ່​ດີ ແມ່ນຍິງ​ໜຸ່ມ​ຄົນ​ໜຶ່ງ ອາ​ຍຸ 13 ປີ ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ຊື່ ແອວສາ ຜູ້​ຊຶ່ງ​ຄອບ​ຄົວ​ກຳ​ລັງຈະ​ຍ້າຍ​ໄປ​ຢູ່​ເມືອງ ບາຕອນຣູ, ລັດຫລຸຍຊິ​ອານາ, 1,800 ໄມ (2,900 ກິ​ໂລ​ແມັດ) ຫ່າງ​ຈາກ​ໝູ່​ເພື່ອນ​ຂອງ​ນາງ. ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ສຳ​ລັບ​ຄົນ​ອາ​ຍຸ 13 ປີ ທີ່​ຈະ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່. ນາງ​ແອວສາ ເຂົ້າ​ໃຈ​ເຖິງ​ຄວາມ​ບໍ່​ແນ່​ນອນ​ກ່ຽວ​ກັບ​ການ​ຍ້າຍ ສະ​ນັ້ນ​ນາງ​ຈຶ່ງ​ໄດ້​ຂໍ​ພອນ​ຈາກ​ພໍ່​ຂອງ​ນາງ. ທັນ​ທີ​ທີ່​ນາງ​ໄດ້​ຮັບ​ພອນ, ແມ່​ຂອງ​ນາງ​​ກໍ​ໄດ້​ຮັບ​ຂໍ້​ຄວາມ​ໃນ​ມື​ຖື. ກຸ່ມ​ຍິງ​ໜຸ່ມ​ທີ່​ອາ​ໄສ​ຢູ່​ຫວອດ ໃນ​ລັດ​ຫລຸຍຊິ​ອານາ ໄດ້​ສົ່ງ​ຮູບນີ້ ດ້ວຍ​ຂໍ້​ຄວາມ​ວ່າ “ໃຫ້​ມາ​ຢູ່​ຫວອດ​ພວກ​ເຮົາ​ເດີ້!”10

ຮູບ​ພາບ
ກຸ່ມ​ຍິງ​ໜຸ່ມ​ຢືນເຍິງ​ປ້າຍຍິນ​ດີ​ຕ້ອນ​ຮັບ

ຍິງ​ໜຸ່ມ​ເຫລົ່າ​ນັ້ນ ໄດ້​ເບິ່ງ​ໃນ​ແງ່​ດີ​ວ່າ​ເຂົາ​ເຈົ້າ​ຈະ​ມັກ​ນາງ​ແອວສີ ເຖິງ​ແມ່ນ​ຍັງ​ບໍ່​ເຄີຍ​ພົບ​ນາງ​ເທື່ອ. ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ເຂົາ​ເຈົ້າ ໄດ້​ເຮັດ​ໃຫ້​ນາງ​ແອວສີ​ເບິ່ງ​ໃນ​ແງ່​ດີ ກ່ຽວ​ກັບ​ການ​ຍ້າຍ​ບ້ານ ແລະ ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ນາງ ວ່າທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.

ມັນ​ມີ​ພະ​ລັງ​ທີ່​ມາ​ຈາກ​ຄວາມ​ສຸກ ແລະ ການ​ເບິ່ງ​ໃນ​ແງ່​ດີ ຊຶ່ງບໍ່​ພຽງ​ແຕ່​ເປັນ​ພອນ​ໃຫ້​ເຮົາ​ເທົ່າ​ນັ້ນ—ມັນ​ຍັງ​ໄດ້​ສ້າງ​ສັນ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ນຳ​ອີກ. ສິ່ງ​ເລັກນ້ອຍ​ທີ່​ທ່ານ​ໄດ້​ເຮັດ ເພື່ອ​ນຳ​ແສງ​ແຫ່ງ​ຄວາມ​ສຸກ​ມາ​ໃຫ້​ຄົນ​ອື່ນ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ກຳ​ລັງ​ຍົກ​ທວນ​ໄຟ​ທີ່​ປະທານ​ຄິມໂບ ໄດ້​ຈຸດ​ຂຶ້ນ.

ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 15 ປີ ຕອນ​ບົດ​ປາ​ໄສ​ຂອງ​ປະທານ​ຄິມໂບ ໄດ້​ຖືກ​ອ່ານ. ພວກ​ເຮົາ​ຜູ້​ມີ​ອາ​ຍຸ​ສູງກວ່າ 40 ປີ ກໍ​ເຄີຍ​ເຮັດ​ຕາມ​ຄຳ​ສັ່ງ​ຂໍ້​ນີ້ ຈາກ​ປະທານ​ຄິມໂບ ນັບ​ແຕ່​ມື້​ນັ້ນ​ມາ. ບັດ​ນີ້, ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ ຜູ້​ມີ​ອາ​ຍຸ 8 ປີ, 15 ປີ, 20 ປີ, ແລະ 35 ປີ, ແລະ ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ສົ່ງ​ທວນ​ໄຟ​ອັນ​ນີ້ ໄປ​ໃຫ້​ທ່ານ. ພວກ​ທ່ານ​ເປັນ​ຜູ້​ນຳ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ໃນ​ອາ​ນາ​ຄົດ, ແລະ ມັນ​ກໍ​ຂຶ້ນ​ກັບ​ພວກທ່ານ​ທີ່​ຈະ​ນຳ​ແສງ​ນີ້​ໄປ​ໜ້າ ແລະ ເຮັດ​ໃຫ້​ການ​ທຳ​ນາຍ​ດັ່ງ​ກ່າວ​ສຳ​ເລັດ​ຄົບ​ຖ້ວນ. ພວກ​ເຮົາ​ຜູ້​ມີ​ອາ​ຍຸ​ສູງ​ກວ່າ 40 ປີ ​ຈະ​ເກາະແຂນ​ກັນ​ກັບ​ພວກ​ທ່ານ ແລະ ຮູ້​ສຶກ​ເຖິງ​ຄວາມ​ເຂັ້ມ​ແຂງ ແລະ ພະ​ລັງ​ຂອງ​ພວກ​ທ່ານ. ພວກ​ເຮົາ​ຕ້ອງ​ການ​​ພວກທ່ານ.

ຂໍ​ໃຫ້​ເຮົາ​ມາ​ຟັງ​ພຣະ​ຄຳ​ພີ​ຂໍ້​ນີ້ ໃນ Doctrine and Covenants 49:26–28. ມັນ​ອາດ​ຖືກ​ຂຽນ​ໃນ​ສະ​ພາບ​ທີ່​ແຕກ​ຕ່າງ, ແຕ່​ໃນ​ຄ່ຳ​ຄືນ​ນີ້ ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະ​ຮັບ​ເອົາ​ມັນ​ເປັນ​ການ​ເອີ້ນ​ສ່ວນ​ຕົວ​ຂອງ​ທ່ານ ຕໍ່​ວຽກ​ງານ​ທີ່​ສັກ​ສິດ​ນີ້.

ພຣະ​ຜູ້​ເປັນ​ເຈົ້າ ບອກ​ເຮົາ​ໃຫ້​ອອກ​ໄປ ດັ່ງ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ​ເຮົາ; ໃຫ້​ເຮົາ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ເຮົາ; ໃຫ້​ໝັ່ນ​ຂໍ ແລ້ວ​ເຮົາ​ຈະ​ໄດ້​ຮັບ; ໝັ່ນ​ເຄາະ​ ແລ້ວ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້​ເຮົາ.

ພຣະ​ອົງ​ຈະ​ນຳ​ໜ້າ​ເຮົາ ແລະ ຈະ​ຮັກ​ສາ​ທາງ​ຫລັງ​ຂອງ​ເຮົາ; ແລະ ພຣະ​ອົງ​ຈະ​ຢູ່​ທ່າມ​ກາງ​ເຮົາ, ແລະ ເຮົາ​ຈະ​ບໍ່​ສັບ​ສົນ.

ພຣະ​ອົງ​ຄື​ພຣະ​ເຢຊູ​ຄຣິດ, ແລະ ພຣະ​ອົງ​ມາ​ຢ່າງ​ໄວ.11

ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ທ່ານ​ແຕ່​ລະ​ຄົນ​ໃຫ້​ວາງ​ຕົວ​ໃນ​ບ່ອນ​ທີ່​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ຫລວງ​ຫລາຍ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ທ່ານ. ເປັນ​ໄປ​ບໍ່​ໄດ້​ທີ່​ທ່ານ​ຈະ​ຢູ່​ຫ່າງ​ໄກ​ຈົນ​ເອື້ອມ​ບໍ່​ເຖິງ​ຄວາມ​ຮັກ​ນັ້ນ. ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ, ເມື່ອ​ທ່ານ​ຮັກ​ພຣະ​ອົງ, ທ່ານ​ຈະ​ກັບ​ໃຈ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເມື່ອ​ທ່ານ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ພຣະ​ອົງ​ສາ​ມາດ​ໃຊ້​ທ່ານ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ແມ່ນ​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ນິ​ລັນ​ດອນ ຂອງ​ຍິງ ແລະ ຊາຍ.

ສາດ​ສະ​ດາ​ກຳ​ລັງ​ເອີ້ນ​ເຮົາ, ເອື້ອຍ​ນ້ອງ​ທັງ​ຫລາຍ. ທ່ານ​ຈະ​ເປັນ​ຄົນ​ຊອບ​ທຳ​ບໍ? ທ່ານ​ຈະ​ກ່າວ​ຢ່າງ​ຊັດ​ເຈນ​ ເຖິງເລື່ອງ​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ບໍ? ທ່ານ​ສາ​ມາດ​ເປັນ​ຄົນ​ທີ່​ໂດດ​ເດັ່ນ ແລະ ແຕກ​ຕ່າງ​ໄດ້​ບໍ? ເຖິງ​ແມ່ນ​ໃນ​ການ​ທົດ​ລອງ, ຄວາມ​ສຸກ​ຂອງ​ທ່ານ​ຈະ​ສາ​ມາດ​ດຶງ​ດູດ​ຄົນ​ອື່ນ​ທີ່​ດີ ແລະ ສູງ​ສັກ ແລະ ຜູ້​ທີ່​ຕ້ອງ​ການ​ຄວາມ​ເປັນ​ເພື່ອນ​ຈາກ​ທ່ານ ໃຫ້​ມາ​ຫາ​ທ່ານ​ໄດ້​ບໍ? ທ່ານ​ສາ​ມາດ​ເປີດ​ແສງ​ຂອງ​ທ່ານ​ໄດ້​ບໍ? ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ຈະ​ນຳ​ໜ້າ​ເຮົາ ແລະ ສະ​ຖິດ​ຢູ່​ທ່າມ​ກາງ​ເຮົາ.

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງເຮົາ, ທອມມັສ ແອັສ ມອນສັນ ທີ່​ວ່າ: “ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ເປັນ​ວັນ​ຂອງ​ທ່ານ, ນີ້​ເປັນ​ເວ​ລາ​ຂອງ​ທ່ານ.”12 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ປະທານ​ບຣິກຳ ຢັງ: “ຂໍ​ໃຫ້ [ບັນ​ດາ​ເອື້ອຍ​ນ້ອງ] ຈັດ​ຕັ້ງ​ສະ​ມາ​ຄົມ​ສົງ​ເຄາະ​ສຳ​ລັບ​ສະ​ຕີ ຂຶ້ນ ໃນ​ຫວອດ​ຕ່າງໆ. ເຮົາ​ມີ​ສະ​ຕີ​ທີ່​ມີ​ພອນ​ສະ​ຫວັນ​ຢ່າງ​ຫລວງ​ຫລາຍ​ໃນ​ບັນ​ດາ​ພວກ​ເຮົາ, ແລະ ເຮົາ​ຕ້ອງ​ການ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ເຫລືອ​ໃນ​ເລື່ອງ​ນີ້. ບາງ​ຄົນ​ອາດ​ຄິດ​ວ່າ ນີ້​ເປັນ​ສິ່ງ​ທີ່ບໍ່​ສຳ​ຄັນ, ແຕ່ບໍ່​ແມ່ນ​ແນວນັ້ນ, ແລະ ທ່ານ​ຈະ​ເຫັນ​ວ່າ ເອື້ອຍ​ນ້ອງ​ຈະ​ເປັນ​ກະ​ແສ​ໃຫຍ່​ຂອງ​ການ​ເຄື່ອນ​ໄຫວ” (in Daughters in My Kingdom: The History and Work of Relief Society [2011], 41).

    ປະທານ​ໂລເຣັນໂຊ ສະໂນ: “ທ່ານ​ໄດ້​ຖືກ​ພົບ​ເຫັນ​ຢູ່​ຄຽງ​ຂ້າງ​ຖາ​ນະ​ປະ​ໂລ​ຫິດ, ພ້ອມ​ແລ້ວ … ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ​ເຫລືອ ເພື່ອ​ເສີມ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ; ແລະ ດັ່ງ​ທີ່​ທ່ານ​ໄດ້​ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ນີ້, ​ທ່ານ​ກໍ​ສາ​ມາດ​ແນ່​ໃຈ​ໄດ້​ວ່າ ທ່ານ​ຈະ​ມີ​ພາກ​ສ່ວນ​ໃນ​ຄວາມ​ສຳ​ເລັດ​ຜົນ​ຂອງ​ວຽກ​ງານ ແລະ ໄດ້​ຮັບ​ຄວາມ​ສູງ​ສົ່ງ ແລະ ລັດ​ສະ​ໝີ​ພາບ ທີ່​ພຣະ​ຜູ້​ເປັນ​ເຈົ້າ ຈະ​ປະ​ທານ​ໃຫ້​ແກ່​ລູກໆ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ” (ໃນ Daughters in My Kingdom, 7).

    ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ: “ມັນ​ມີ​ພະ​ລັງ​ຢູ່​ໃນ​ອົງ​ການ [ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ] ທີ່​ຍັງ​ບໍ່​ໄດ້​ຖືກ​ໃຊ້​ຢ່າງ​ເຕັມ​ສ່ວນ​ເທື່ອ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນຂອງ​ຊີ​ໂອນ ແລະ ເສີມ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ—ອາດ​ຈະ​ບໍ່​ເຄີຍ​ຖືກ​ໃຊ້ ຈົນ​ກວ່າ​ທັງ​ເອື້ອຍ​ນ້ອງ ແລະ [ອ້າຍ​ນ້ອງ] ໃນ​ຖາ​ນະ​ປະ​ໂລ​ຫິດ ເຫັນ​ວິ​ໄສ​ທັດ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ” (ໃນ Daughters in My Kingdom, 142).

    ປະທານ​ຮາວເວີດ ດັບເບິນຢູ ຮັນເທີ: “ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ເຕົ້າ​ໂຮມ​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້​ຢືນ​ຄຽງ​ຂ້າງ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ອ້າຍ​ນ້ອງ ເພື່ອ​ຢັບຢັ້ງ​ຄວາມ​ຊົ່ວ​ຮ້າຍ ທີ່​ຢູ່​ອ້ອມ​ຮອບ​ເຮົາ ແລະ ນຳ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ດຳ​ເນີນ​ໄປ​ໜ້າ. ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ຂໍ​ອ້ອນ​ວອນ​ທ່ານ ໃຫ້​ຊ່ວຍ​ເຫລືອ​ດ້ວຍ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ຂອງ​ທ່ານ ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ຄອບ​ຄົວ, ສາດ​ສະ​ໜາ​ຈັກ, ແລະ ຊຸມ​ຊົນ​ຂອງ​ເຮົາ” (ໃນ Daughters in My Kingdom, 157).

    ປະທານ​ກໍດອນ ບີ ຮິງລີ: “ມັນ​ມີ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ສາ​ມາດ​ອັນ​ໃຫຍ່​ຫລວງ ຢູ່​ໃນ​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ​ນີ້. ມັນ​ມີ​ການ​ເປັນ​ຜູ້​ນຳ ແລະ ການ​ຊີ້​ນຳ, ມີ​ວິນ​ຍານ​ແຫ່ງ​ການ​ເປັນ​ຕົວ​ເອງ, ແລະ ມີ​ຄວາມ​ເພິ່ງ​ພໍ​ໃຈ​ຫລາຍ​ທີ່​ໄດ້​ເປັນ​ພາກ​ສ່ວນ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ການ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ນຳ​ວຽກ​ງານ​ໄປ​ໜ້າ” (ໃນ Daughters in My Kingdom, 143).

    ປະທານ​ທອມມັສ ແອັສ ມອນສັນ: ອ້າງ​ຖ້ອຍ​ຄຳ​ຂອງ ແບວລີ ສະມິດ ສະແປຝອດ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ຄົນ​ທີ​ເກົ້າ ວ່າ: “‘​ສະ​ຕີ​ບໍ່​ເຄີຍ​ມີ​ອິດ​ທິ​ພົນ​ຍິ່ງ​ໃຫຍ່​ໄປ​ກວ່າ​ເວລາ​ນີ້ ຢູ່​ໃນ​ໂລກ. ບໍ່​ເຄີຍ​ມີ​ໂອ​ກາດ​ເປີດ​ກວ້າງ​ຕໍ່​ເຂົາ​ເຈົ້າ​ຫລາຍ​ກວ່າ​ນີ້. ນີ້​ເປັນ​ເວ​ລາ​ທີ່​ມີ​ການ​ເຊື້ອ​ເຊີນ, ຄວາມ​ຕື່ນ​ເຕັ້ນ, ການ​ທ້າ​ທາຍ, ແລະ ຊ່ວງ​ຂັບ​ຂັນ ສຳ​ລັບ​ສະ​ຕີ. ມັນ​ເປັນ​ເວ​ລາ​ທີ່​ເຕັມ​ໄປ​ດ້ວຍ​ລາງວັນ ຖ້າ​ຫາກ​ເຮົາ​ຮັກ​ສາ​ຄວາມ​ດຸນ​ດ່ຽງ, ຮຽນ​ຮູ້​ຄຸນ​ຄ່າ​ທີ່​ແທ້​ຈິງ​ຂອງ​ຊີ​ວິດ, ແລະ ພິ​ຈາ​ລະ​ນາ​ລຳ​ດັບ​ຄວາມ​ສຳ​ຄັນ​ຢ່າງ​ສະ​ຫລາດ’ [A Woman’s Reach (1974), 21]. ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ແມ່ນ​ວັນ​ຂອງ​ທ່ານ, ນີ້​ແມ່ນ​ເວ​ລາ​ຂອງ​ທ່ານ” (“The Mighty Strength of the Relief Society,” Ensign, Nov. 1997, 95).

    ປະທານ​ຣະໂຊ ເອັມ ແນວສັນ: “ຂ້າ​ພະ​ເຈົ້າ​ຮ້ອງ​ຂໍ ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ວ່າ ຈົ່ງ​ເລີ່ມ​ລົງ​ມື​ສາ! ເລີ່ມ​ລົງ​ມື​ໃນ​ບ່ອນ​ທີ່​ທ່ານ​ສົມ​ຄວນ ໃນ​ບ້ານ​ຂອງ​ທ່ານ, ໃນ​ຊຸມ​ຊົນ​ຂອງ​ທ່ານ, ແລະ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ—ຫລາຍກວ່າ​ທີ່​ທ່ານ​ເຄີຍ​ປະ​ຕິ​ບັດ​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ຮ້ອງ​ຂໍ​ທ່ານ ໃຫ້​ທ່ານ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ນັ້ນ ທີ່​ກ່າວ​ໂດຍ​ປະທານ​ຄິມໂບ ສຳ​ເລັດ​ຄົບ​ຖ້ວນ. ແລະ ຂ້າ​ພະ​ເຈົ້າ​ກໍ​ສັນ​ຍາ​ທ່ານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ​ວ່າ ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ ພຣະ​ວິນ​ຍານ​ຈະ​ເພີ່ມ​ອິດ​ທິ​ພົນ​ໃຫ້​ທ່ານ​ຢ່າງ​ບໍ່​ໜ້າ​ເຊື່ອ!” (“A Plea to My Sisters,” Liahona, Nov. 2015, 97).

  2. ເບິ່ງ ວິ​ດີ​ໂອ​ຂອງ​ຊິດສະເຕີ ຄາມີລາ ຄິມໂບ ອ່ານ​ບົດ​ປາ​ໄສ​ຂອງ​ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ ທີ່ conference.lds.org; see also Spencer W. Kimball, “The Role of Righteous Women,” Ensign, Nov. 1979, 102–4.

  3. Spencer W. Kimball, “The Role of Righteous Women,” 103–4; ເນັ້ນ​ຄຳ​ເນີ້ງ.

  4. 1 ເປໂຕ 3:14–15.

  5. ເບິ່ງ McKinley Corbley, “80 Beachgoers Form Human Chain to Save Family Being Dragged Out to Sea by Riptide,” July 12, 2017, goodnewsnetwork.org.

  6. Jessica Mae Simmons, in Corbley, “80 Beachgoers Form Human Chain.”

  7. Simmons, in Corbley, “80 Beachgoers Form Human Chain.”

  8. ເບິ່ງ ແອວມາ 41:10; 34:28; Doctrine and Covenants 38:27; ລູກາ 16:19–25.

  9. Teachings of Presidents of the Church: Gordon B. Hinckley (2016), 71.

  10. ຂໍ້​ຄວາມ​ຈາກ​ຄອບ​ຄົວ​ຂອງ ເວີຈີເນຍ ເພຍ.

  11. ເບິ່ງ Doctrine and Covenants 49:26–28.

  12. Thomas S. Monson, “The Mighty Strength of the Relief Society,” 95.