​2010–2019
ສິນ​ລະ​ລຶກ-ການ​ຕໍ່ອາຍຸ​​ໃຫ້​ຈິດ​ວິນ​ຍານ
ຕຸລາ 2014


ສິນ​ລະ​ລຶກ-ການ​ຕໍ່ອາຍຸ​​ໃຫ້​ຈິດ​ວິນ​ຍານ

ພຣະວິນ​ຍານ​ຈະ​ປິ່ນປົວ ​ແລະ ຕໍ່​ອາຍຸ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ. ພອນ​ທີ່​ສັນຍາ​ໄວ້​ກ່ຽວ​ກັບ​ສິນ​ລະ​ລຶກຄື ​ເຮົາຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ສະຖິດ​ຢູ່​ນຳ​ [​​ເຮົາ] ​ຕະຫລອດ​ເວລາ.

ເທື່ອ​ໜຶ່ງ ກຸ່ມ​ຍິງ​ໜຸ່ມ​ໄດ້​ຖາມ​ຂ້າພະ​ເຈົ້າວ່າ, “ທ່ານ​ເສຍດາຍ​ທີ່​ທ່ານ​ບໍ່​ຮູ້​ສິ່ງ​ໃດ ຕອນ​ທ່ານ​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວ​ກັບ​ພວກ​ຂ້ານ້ອຍ?” ຖ້າ​ຂ້າພະ​ເຈົ້າຈະ​ຕອບ​ຄຳ​ຖາມ​ນັ້ນ​ໃນ​ຕອນ​ນີ້, ຄົງ​ຈະ​ເປັນ​ຄຳ​ນີ້: “ຂ້າພະ​ເຈົ້າ​ເສຍດາຍ​ທີ່​ບໍ່​ໄດ້​ຮູ້ຈັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສິນ​ລະ​ລຶກຫລາຍ​ກວ່າ​ນັ້ນ. ຂ້າພະ​ເຈົ້າ​ເສຍດາຍທີ່​ບໍ່​​ໄດ້​ເຂົ້າ​ໃຈ​ສິນ​ລະ​ລຶກ​ໃນ​ທາງ​ທີ່​ແອວ​ເດີ ​ແຈັບ​ຟຣີ ອາ ຮໍ​​ແລນ ໄດ້ບັນຍາຍ​ໄວ້. ​ເພິ່ນ​ໄດ້​ກ່າວ​ວ່າ, ‘ການ​ເຊື້ອ​ເຊີນ​ຢ່າງ​ໜຶ່ງ​ໃນ​ຕົວ ​​ໃນ​ພິທີ​ສິນລະ​ລຶກ​ແມ່ນ​ວ່າ ມັນ​ເປັນ​ປະສົບ​ການ​ທາງ​ວິນ​ຍານ​ແທ້ໆ, ​ເປັນພິທີ​ທາງ​ສາດສະໜາ​ທີ່​ສັກສິດ, ​ແລະ ​ເປັນ​ການ​ຕໍ່​ອາຍຸ​​​ໃຫ້ຈິດ​ວິນ​ຍານ.’1

ສິນ​ລະ​ລຶກສາມາດ “ເປັນ​ປະສົບ​ການ​ທາງ​ວິນ​ຍານ​ແທ້ໆ, ​ເປັນພິທີ​ທາງ​ສາດສະໜາ​ທີ່​ສັກສິດ, ​ແລະ ​ເປັນ​ການ​ຕໍ່​ອາຍຸ​​​ໃຫ້ຈິດ​ວິນ​ຍານ​ໄດ້​ແນວ​ໃດ?

ສິນ​ລະ​ລຶກກາຍ​ເປັນ​ປະສົບ​ການ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຝ່າຍ​ວິນ​ຍານ​ຂອງ​ເຮົາ ​ເມື່ອ​ເຮົາ​ຮັບ​ຟັງ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ ​ແລະ ຕໍ່​ພັນ​ທະ​ສັນຍາ​ຂອງ​ເຮົາ. ​ໃນ​ການ​ເຮັດ​ສິ່ງ​ນີ້, ​ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ​​ໄວ້​ກັບ​ເຮົາ.2 ເມື່ອ​ກ່າວ​ເຖິງ​ຄຳ​ສັນຍາ​ນີ້, ປະທານ​ເຮັນຣີ ບີ ​ໄອຣິງ ໄດ້​ສອນ​ວ່າ: “ນັ້ນໝາຍ​ຄວາມ​ວ່າ ​ເຮົາ​ຕ້ອງ​ຄິດ​ວ່າ​ເຮົາ​ເອງ​ເປັນ​ກຳ​ມະສິດ​ຂອງ​ພຣະອົງ. ​ເຮົາ​ຕ້ອງ​ຖື​ວ່າ ພຣະອົງ​ສຳຄັນ​ກວ່າ​ທຸກ​ສິ່ງ​ຢ່າງ​ໃນ​ຊີວິດ​ຂອງ​ເຮົາ. ​ເຮົາ​ຕ້ອງປະສົງສິ່ງ​ດຽວ​ກັນ​ກັບ​ທີ່​ພຣະອົງ​ປະສົງ ​ແທນ​ທີ່​ຈະ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ ຫລື ຕາມ​ສິ່ງ​ທີ່​ໂລກ​ສອນ​ວ່າ ​ເຮົາ​ຄວນ​ປະສົງ​ສິ່ງ​ໃດ.”3

ເມື່ອ​ເຮົາ​ຮັບ​ສິນ​ລະ​ລຶກ, ​ເຮົາ​ກໍ​ໄດ້​ເຮັດ​ພັນທະ​ສັນຍາ​ວ່າ​ຈະ “ລະນຶກ​ເຖິງ​”4 ພຣະ​ເຢຊູ​ຄຣິດຕະຫລອດ​ເວລາ. ​ໃນ​ຄ່ຳຄືນ​ກ່ອນ​ພຣະອົງ​ຖືກ​ຄຶງ, ພຣະຄຣິດ​ໄດ້​ຢູ່​ນຳ​ພວກ​ອັກຄະ​ສາວົກ​ຂອງ​ພຣະອົງ ​​ແລະ ​ໄດ້​ເລີ່ມຕົ້ນພິທີ​ສິນ​ລະ​ລຶກ. ພຣະອົງ​ໄດ້​ຫັກ​ເຂົ້າຈີ່, ອວຍພອນ​, ​ແລະ ກ່າວ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ; ນີ້​ແຫລະ​ແມ່ນ​ກາຍ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ຈ່າຍ​ຄ່າ​ສຳລັບ​ພວກ​ເຈົ້າ.”5 ແລ້ວ ພຣະອົ​ງ​ໄດ້​ຍົກ​ຈອກ​ເຫລົ້າອະ​ງຸ່ນຂຶ້ນມາ, ​ໄດ້​ຂອບ​ພຣະຄຸນ, ​ແລ້ວ​ຍື່ນ​ໃຫ້​ພວກ​ອັກຄະ​ສາວົກ​ຂອງ​ພຣະອົງ, ​ແລະ ​ເວົ້າວ່າ, “ນີ້​ແຫລະ​ແມ່ນ​ເລືອດ​ຂອງ​ເຮົາ … , ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍທີ່ເຊື່ອ​ໃນ​ນາມ​ຂອງ​ເຮົາ.”6

ໃນ​ບັນດາ​ຊາວ​ນີ​ໄຟ ​ແລະ ຕອນ​ຟື້ນ​ຟູ​ສາດສະໜາ​ຈັກ​ໃນ​ຍຸກ​ສຸດ​ທ້າ​ຍນຳ​ອີກ, ພຣະອົງ​ໄດ້​ກ່າວ​ຍ້ຳວ່າ ​ເຮົາ​ຄວນ​ຮັບ​ສິນ​ລະ​ລຶກ ​ເພື່ອ​ລະນຶກ​ເຖິງ​ພຣະອົງ.7

ເມື່ອ​ເຮົາຮັບ​ສິນ​ລະ​ລຶກ, ​ເຮົາ​ເປັນ​ພະຍານ​​ຕໍ່​ພຣະ​ເຈົ້າ ວ່າ​ເຮົາ​ຈະລະນຶກ​ເຖິງ​ພຣະບຸດ​ຂອງ​ພຣະອົງ​ຕະຫລອດ​ເວລາ, ບໍ່​ພຽງ​ແຕ່​ໃນ​ລະຫວ່າງ​ພິທີ​ສິນ​ລະ​ລຶກ​ເທົ່າ​ນັ້ນ. ນີ້​ໝາຍ​ຄວາມ​ວ່າ ​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຄຳ​ສອນ​ຂອງ​ພຣະອົງ ​ເພື່ອ​ນຳພາ​ຄວາມ​ຄິດ, ການ​ເລືອກ, ​ແລະ ການ​ກະທຳ​ຂອງ​ເຮົາ.8

ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ ​ເຕືອນ​ເຮົາ​ສະ​ເໝີ​ວ່າ ​ເຮົາ​ຕ້ອງ “ຮັກສາ​ພຣະບັນຍັດ.”9

ພຣະ​ເຢຊູ​ ​ໄດ້​ກ່າວ​ວ່າ, “ຖ້າ​​ພວກ​ເຈົ້າຮັກ​ເຮົາ, ພວກ​ເຈົ້າກໍ​ຈະ​ເຊື່ອ​ຟັງ​ກົດບັນຍັດ​ຂອງ​ເຮົາ.”10 ສິນ​ລະ​ລຶກ​ໄດ້​ໃຫ້​ໂອກາດ​ເຮົາ​ສຳ​ຫລວດ​ກວດກາ​ຕົນ​ເອງ ​ແລະ ​ໃຫ້​​ໂອກາດ​ເຮົາ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ. ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ ນຳ​ອຳນາດ​ຂອງ​ພຣະກິດ​ຕິ​ຄຸນ ແລະ ນຳ​ຄວາມ​ສະຫງົບຢ່າງ​ຫລວງຫລາຍ​ ​ແລະ ຄວາມ​ຮູ້ສຶກຝ່າຍ​ວິນ​ຍານມາ​ສູ່​ຊີວິດ​ຂອງເຮົາ.

ສິນ​ລະ​ລຶກ​ໃຫ້​ເວລາ​ສຳລັບ​ປະສົບ​ການ​ທາງ​ວິນ​ຍານ​ແທ້ໆ ​ເມື່ອ​ເຮົາ​ໄຕ່ຕອງ​ການ​ໄຖ່​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ອຳນາດ​ທີ່​​​​ເຮັດ​ໃຫ້​ສາມາດ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະອົງ. ​ເມື່ອ​ບໍ່​ດົນ​ມາ​ນີ້ ຜູ້ນຳ​ກຸ່ມ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ໄດ້​ຮັບ ​ເມື່ອ​ເຮົາ​ພະຍາຍາມ​ຮັບ​ເອົາ​ສິນ​ລະ​ລຶກ​ແບບ​ທີ່​ໃຊ້​ຄວາມ​ຄິດ. ​​ໃນ​ຄວາມ​ພະຍາຍາມ​ບັນລຸ​ຄວາມ​ກ້າວໜ້າ​ສ່ວນ​ຕົວ​ຂອງ​ນາງ, ນາງ​ໄດ້​ຕັ້ງ​ເປົ້າໝາຍ​ທີ່​ຈະ​ເອົາ​ໃຈ​ໃສ່​ກັບ​ຖ້ອຍ​ຄຳ​​ໃນ​ເພງ ​ແລະ ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ.

​ແຕ່​ລະອາ​ທິດ, ນາງ​ໄດ້​ສຳຫລວດ​ກວດກາ​ຕົນ​ເອງ​ລະຫວ່າງ​ພິທີ​ສິນ​ລະ​ລຶກ. ນາງ​ໄດ້​ເຫັນ​ຄວາມ​ຜິດພາດ​ທີ່​ນາງ​ໄດ້​ເຮັດ​, ​ແລະ ນາງ​ຕັ້ງ​ໃຈ​ທີ່​ຈະ​ປັບ​ປຸງ​ຕົນ​ເອງ​ໃຫ້​ດີ​ຂຶ້ນກວ່າ​​ເກົ່າ​ໃນ​ອາທິດ​ຕໍ່​ໄປ. ນາງ​ມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ສາມາດ​​ເຮັດ​ສິ່ງ​ທີ່​ຖືກຕ້ອງ ​ແລະ ​ຖືກ​ສຳ​ລະ​ລ້າງ​ໃຫ້​ສະອາດ. ​ເມື່ອ​ຫວນ​ຄືນ​ຫລັງ​ເຖິງ​ປະສົບ​ການ​ນັ້ນ, ນາງ​ໄດ້​ເວົ້າວ່າ, “ຂ້ານ້ອຍ​ໄດ້​ເຮັດ​ພາກສ່ວນ​ເລື່ອງ​ການ​ກັບ​ໃຈ ຂອງ​ການ​ຊົດ​ໃຊ້.”

ວັນ​ອາທິດ​ມື້ໜຶ່ງ ຫລັງ​ຈາກ​ໄດ້​ສຳ​ຫລວດ​ກວດກາ​ຕົນ​ເອງ​ແລ້ວ, ນາງ​ຮູ້ສຶກ​ໂສກ​ເສົ້າ ​ແລະ ນ້ອຍ​ໃຈ. ນາງ​ເຫັນ​ໄດ້​ວ່າ ນາງ​​ເຮັດ​ຄວາມ​ຜິດ​ອັນ​ດຽວ​ກັນນັ້ນ, ​ເທື່ອ​ແລ້ວ​ເທື່ອ​ເລົ່າ, ອາທິດ​ແລ້ວ​ອາທິດ​ເລົ່າ. ​​ແລ້ວ​ນາງ​ຮູ້ສຶກ​ວ່າ ນາງ​ບໍ່​ໄດ້​ເຮັດ​ຕາມ​ສ່ວນ​ສຳຄັນຂອງ​ການ​ຊົດ​ໃຊ້—ນັ້ນຄື ອຳນາດທີ່​ເຮັດ​ໃຫ້​ສາມາດ ຂອງ​ພຣະຄຣິດ. ນາງ​ລືມ​ຕະຫລອດ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຊ່ອຍ​ເຫລືອ​ນາງ​ໃຫ້​ເປັນ​ຄົນ​ທີ່​ນາງ​ຄວນ​ເປັນ ​ແລະ ຮັບ​ໃຊ້​​​ເກີນ​ຄວາມ​ສາມາດ​ຂອງ​ນາງ​.

​​ໃນ​ການພິຈາລະນາ​​ເລື່ອງ​ນີ້, ນາງ​ໄດ້​ຄິດ​ກ່ຽວ​ກັບ​ອາທິດ​ຜ່ານ​ມາ. ນາງ​ໄດ້​ເວົ້າວ່າ: “ຄວາມ​ຊື່ນ​ຊົມ​ໄດ້​ເຂົ້າມາ​ແທນ​ຄວາມ​​ເປັນ​ທຸກ ​ເມື່ອ​ຂ້ານ້ອຍ​ໄດ້​ເຫັນວ່າ ພຣະອົງ​ໄດ້​ໃຫ້​ໂອກາດ​ຂ້ານ້ອຍ ​ແລະ ຄວາມ​ສາມາດ​ທີ່​ຈະ​ເຮັດ​ຫລາຍ​ເທື່ອ. ຂ້ານ້ອຍ​ຮັບ​ຮູ້​ຄວາມ​ສາມາດດ້ວຍ​ຄວາມ​ກະຕັນຍູ ວ່າ​ຂ້ານ້ອຍ​ຕ້ອງ​ເອົາ​ໃຈ​ໃສ່​ກັບ​ຄວາມ​ຕ້ອງການ​ຂອງ​ລູກ​ຂອງ​ຂ້ານ້ອຍ ​ຊຶ່ງ​ມັນ​ເປັນ​ໄດ້​ຍາກ. ຂ້ານ້ອຍ​​ໄດ້​ເຫັນ​ວ່າ ​ໃນ​ມື້​ທີ່​ຂ້ານ້ອຍ​ຮູ້ສຶກ​ວ່າ ບໍ່​ສາມາດ​ເຮັດ​ຫຍັງ​ໄດ້​ຕື່ມ​ອີກ, ຂ້ານ້ອຍ​ສາມາດ​ກ່າວ​ຄຳ​ທີ່​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ໝູ່​ຄົນ​ໜຶ່ງ​ໄດ້. ຂ້ານ້ອຍ​ໄດ້​ສະ​ແດງ​ຄວາມ​ອົດທົນ ​ໃນ​ສະພາບການທີ່​​ໂດຍປົກກະຕິ​ແລ້ວ ຂ້ານ້ອຍຈະ​ບໍ່​ສົນ​ໃຈ​ເລີຍ.”

ນາງ​ໄດ້​ສະຫລຸບ​ວ່າ, “​ເມື່ອ​ຂ້ານ້ອຍ​ຂອບ​ພຣະ​ໄທ​ພຣະ​ເຈົ້າສຳລັບ​ອຳນາ​ດທີ່​ໃຫ້​ສາມາດ​​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ຊີວິດ​ຂອງ​ຂ້ານ້ອຍ, ​ແລ້ວ​ຂ້ານ້ອຍ​ມີ​ຄວາມ​ຮູ້ສຶກມີ​ຫວັງ ​ໃນ​ຂັ້ນຕອນ​ຂອງ​ການ​ກັບ​ໃຈ ທີ່​ຂ້ານ້ອຍ​ພວມ​ເຮັດ​ຢູ່. ​ແລະ ຂ້ານ້ອຍ​ຄອຍ​ຖ້າ​ອາທິດ​ໜ້າ​ທີ່​ຈະ​ຕໍ່​ຄວາມ​ຫວັງ.

​ແອວ​ເດີ ມາ​ວິນ ​ເຈ ບາ​ເລີດ ​ໄດ້​ສອນ​ເຖິງ​ວິທີ​ທີ່​ສິນ​ລະ​ລຶກສາມາດ​ເປັນ​ປະສົບ​ການ​ທີ່​ປິ່ນປົວ ​ແລະ ຊຳ​ລະ​ລ້າງ​ໄດ້. ​ເພິ່ນ​ໄດ້​ກ່າວ​ວ່າ:

“ມີ​​ໃຜ​ແດ່​ໃນ​ບັນດາ​ພວກ​ເຮົາ​ທີ່​ບໍ່​ເຄີຍ​ເຮັດ​ໃຫ້​ວິນ​ຍານ​ຂອງ​ຕົນ​ເຈັບ​ປວດ ດ້ວຍ​ຖ້ອຍ​ຄຳ, ຄວາມ​ຄິດ, ​ແລະ ການ​ກະທຳ ​ແຕ່ລະ​ອາທິດ? ​ເຮົາ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເສຍ​ໃຈ ​ແລະ ຢາກ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. … ​ແບບ​ແຜນ​ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຄື … ການ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ​ໄປ​ຫາ​ຄົນ​ທີ່​ເຮົາ​ໄດ້​ເຮັດ​ຄວາມ​ຜິດ​ຕໍ່ ຫລື ລ່ວງ​ລະ​ເມີດ ​ແລະ ຂໍ​ໃຫ້​ເຂົາ​ເຈົ້າອະ​ໄພ​ໃຫ້​ເຮົາ ​ແລ້ວ​ກັບ​ມາ​ຫາ​ສິນ​ລະ​ລຶກ ຖ້າ​​ເຮົາ​ໄດ້​ກັບ​ໃຈ​ແທ້ໆ ​ແລະ ປະພຶດ​ຕົນ​ໃຫ້​ຖືກຕ້ອງ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ​ແລະ ການ​ປິ່ນປົວ​ທາງ​ວິນ​ຍານ​ຈະ​ມາສູ່​ຈິດ​ວິນ​ຍານ​ຂອງ​ເຮົາ. …

“​ຂ້າພະ​ເຈົ້າ​ເປັນ​ພະຍານ​ໄດ້,” ​ແອວ​ເດີ ບາ​ເລີດ ​ໄດ້​ກ່າວວ່າ, “ພຣະວິນ​ຍານ​ໄດ້​ມາສະ​ຖິດ​ຢູ່​ໃນ​ພິທີ​ສິນ​ລະ​ລຶກ ທີ່​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ຜູ້​ຄົນ​ ຈາກ​ຫົວ​ເຖິງ​ຕີນ; ທ່ານ​ຈະ​ຮູ້ສຶກ​ວ່າ​ບາດ​ແຜ​ຂອງ​ວິນ​ຍານ​ໄດ້​ຮັບ​ການ​ປິ່ນປົວ, ​ແລະ ຄວາມ​ໜັກໜ່ວງ​ໄດ້​ຖືກ​ຍົກ​ອອກ​ໄປ. ຄວາມ​ປອບ​ໂຍນ ​ແລະ ຄວາມສຸກ​ໄດ້​ມາສູ່​ຈິດ​ວິນ​ຍານ ຊຶ່ງ​ມີຄຸນຄ່າ​ ​ແລະ ໜ້າ​ເພິ່ງ​ປາດ​ຖະໜາ​ຫລາຍ​ທີ່​ສຸດ ທີ່​ຈະ​ຮັບ​ເອົາ​ອາຫານ​ທິບ​ທາງ​ວິນ​ຍານ​ນີ້.”11

ຈິດ​ວິນ​ຍານ​ທີ່​ໄດ້​ຮັບ​ບາດ​ເຈັບ​ຂອງ​ເຮົາ​ສາມາດ​​ໄດ້​ຮັບ​ການ​ປິ່ນປົວ​ ​ແລະ ຕໍ່​ອາຍຸ​ໄດ້ ບໍ່​ພຽງ​​ແຕ່​ເພາະວ່າ ​ເຂົ້າຈີ່ ​ແລະ ນ້ຳ​ເຕືອນ​ເຮົາ​ເຖິງ​ການ​ເສຍ​ສະລະພຣະກາຍ ​ແລະ ​ໂລຫິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເທົ່າ​ນັ້ນ, ​ແຕ່​ເພາະວ່າ ສິນ​ລະ​ລຶກ​ເຕືອນ​ເຮົາ​ຕື່ມ​ອີກ​ວ່າ ພຣະອົງ​ຈະ​ເປັນ “ອາຫານ​ທິບ​ແຫ່ງ​ຊີວິດ”12 ແລະ ​ເປັນ “ນ້ຳທີ່​ປະກອບ​ດ້ວຍ​ຊີວິດ.”13

ຫລັງ​ຈາກ​ໄດ້​ປະຕິບັດ​ພິທີ​ສິນ​ລະ​ລຶກ​ແກ່​ຊາວ​ນີ​ໄຟ​ແລ້ວ, ພຣະ​ເຢຊູ​ໄດ້​ກ່າວ​ວ່າ:

“ຄົນ​ໃດ​ທີ່​ໄດ້​ກິນ​ເຂົ້າຈີ່​ຈາກ​ປ່ຽງ​ນີ້​ກໍ​ເທົ່າ​ກັບ​ວ່າ ເຂົາ​ໄດ້​ກິນ​ຮ່າງກາຍ​ຂອງ​ເຮົາ​ເຂົ້າ​ໄປ​ສູ່​ຈິດ​ວິນ​ຍານ​ຂອງ​ເຂົາ; ແລະ ຄົນ​ໃດ​ທີ່​ໄດ້​ດື່ມ​ເຫລົ້າ​ແວງ​ຈາກ​ຈອກ​ນີ້ ກໍ​ເທົ່າ​ກັບ​ວ່າ​ເຂົາ​ໄດ້​ດື່ມ​ໂລຫິດ​ຂອງ​ເຮົາ​ເຂົ້າ​ໄປ​ສູ່ຈິດ​ວິນ​ຍານ​ຂອງ​ເຂົາ; ແລະ ຈິດ​ວິນ​ຍານ​ຂອງ​ເຂົາ​ຈະ​ບໍ່​ຫິວ ຫລື ກະຫາຍ, ແຕ່​ຈະ​ອີ່ມ.

“ບັດ​ນີ້, ເມື່ອ​ຝູງ​ຊົນ​ໄດ້​ກິນ ແລະ ດື່ມ​ກັນ​ໝົດ​ທຸກ​ຄົນ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຂົາ​ເຕັມ​ປ່ຽມ​ໄປ​ດ້ວຍ​ພຣະ​ວິນ​ຍານ.”14

ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້, ພຣະຄຣິດ​​ໄດ້​ສອນ​ເຮົາ​ວ່າ ພຣະວິນ​ຍານ​ຈະ​ປິ່ນປົວ ​ແລະ ຕໍ່​ອາຍຸ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ. ພອນ​ທີ່​ສັນຍາ​ໄວ້​ກ່ຽວ​ກັບ​ສິນ​ລະ​ລຶກຄື ​ເຮົາຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ສະຖິດ​ຢູ່​ນຳ​ [​​ເຮົາ] ຕະຫລອດ​ເວລາ.15

ເມື່ອ​ຂ້າພະ​ເຈົ້າຮັບ​ສິນ​ລະ​ລຶກ, ບາງ​ເທື່ອ​ຂ້າພະ​ເຈົ້າ​ຈະວາດ​ພາບ​ຢູ່​ໃນ​​ໃຈ ​ເຫັນຮູບ​ພາບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ທີ່​ຟື້ນ​ຄືນ​ຊີວິດ ​ເດ່​​ແຂນອອກ​ມາ, ​ຄື​ກັບ​ວ່າ ພຣະອົງ​ພ້ອມ​ແລ້ວ​ທີ່ຈະຕ້ອນຮັບ​ເຮົາ​ດ້ວຍ​ອ້ອມ​ແຂນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະອົງ. ຂ້າພະ​ເຈົ້າມັກ​ຮູບ​ແຜ່ນ​ນັ້ນ. ​ເມື່ອ​ຂ້າພະ​ເຈົ້າຄິດກ່ຽວ​ກັບ​ມັນ​ລະຫວ່າງ​ພິທີ​ສິນ​ລະ​ລຶກ, ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​​ໄດ້​ຖືກ​ຍົກ​ຂຶ້ນ ​ແລະ ຂ້າພະ​ເຈົ້າ​​ໄດ້​ຍິນ​ພຣະຄຳ​ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ​ ທີ່​ວ່າ: “ຈົ່ງ​ເບິ່ງ, ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງສານ​ຂອງ​ເຮົາ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າມາ​ຫາ​ເຮົາ, ເຮົາ​ຈະ​ຮັບ​ເອົາ​ໄວ້; ແລະ ຄົນ​ທີ່ມາ​ຫາ​ເຮົາ​ຈະ​ເປັນ​ສຸກ.”16

ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ຕອນ​ເຂົາ​ເຈົ້າຈັດ​ຕຽມ, ​ໃຫ້​ພອນ, ​ແລະ ​ຢາຍ​ສິນ​ລະ​ລຶກ. ​ໃນ​ຂະນະ​ທີ່​​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ​​ເດ່​ສິນ​ລະ​ລຶກທີ່​ສັກສິດ​ໃຫ້​ເຮົາ, ມັນ​ຄື​ກັບ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ພຣະອົງ​ເອງ​ໄດ້​ເດ່​ແຂນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະອົງ​ອອກ​ມາ, ​ເຊື້ອ​ເຊີນ​ເຮົາ​ແຕ່ລະຄົນ​ໃຫ້​ຮັບ​ເອົາ​ຂອງ​ປະທານ​ທີ່​ລ້ຳຄ່າ ​ແຫ່ງ​ຄວາມ​ຮັກ ຊຶ່ງ​ມີ​​ໃຫ້​ສຳລັບ​ທຸກ​ຄົນ ຜ່ານ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ—​ເປັນ​ຂອງ​ປະທານ​​ແຫ່ງ​ການ​ກັບ​ໃຈ, ການ​ໃຫ້​ອ​ະ​ໄພ, ​ຄວາມປອບ​ໂຍນ, ​ແລະ ຄວາມ​ຫວັງ.17

​ເມື່ອ​ເຮົາ​ໄຕ່ຕອງ​ເຖິງ​ຄວາມ​ສຳຄັນ​ຂອງ​ສິນ​ລະ​ລຶກຫລາຍ​ຂຶ້ນ​ເທົ່າ​ໃດ, ມັນ​ຈະມີ​ຄວາມ​ສັກສິດ ​ແລະ ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ເທົ່າ​ນັ້ນຕໍ່​ເຮົາ. ນີ້​ຄື​ຄຳ​ຕອບ​ຂອງ​ພໍ່​ຜູ້​ມີ​ອາຍຸ 96 ປີ ​ເມື່ອ​ລູກ​ຂອງ​ລາວ​ຖາມ​ວ່າ, “ພໍ່​ເອີຍ, ​ເປັນ​ຫຍັງ​ພໍ່​ຈຶ່ງ​ໄປ​ໂບດ? ຕາ​ບໍ່​ເຫັນ​ຫຸ່ງ, ຫູ​ບໍ່​ໄດ້​ຍິນ, ​ແລະ ການ​ເດີນ​​ໄປ​ມາ​ກໍ​ລຳບາກ. ​ເປັນ​ຫຍັງ​ພໍ່​ຍັງ​ໄປ​ໂບດ​ຢູ່?” ພໍ່​ຕອບ​ວ່າ, “​ໄປ​ເພື່ອ​ສິນ​ລະ​ລຶກ. ພໍ່​ໄປ​ຮັບ​ສິນ​ລະ​ລຶກ.”

ເມື່ອເຮົາ​​ໄປ​ຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກ ຂໍ​ໃຫ້​ເຮົາ​ແຕ່ລະຄົນຕຽມ​ພ້ອມ​​ທີ່​ຈະ “ຮັບ​​ເອົາ​ປະສົບ​ການ​ທາງ​ວິນ​ຍານ​ແທ້ໆ, ​ຊຶ່ງ​ເປັນພິທີ​ທາງ​ສາດສະໜາ​ທີ່​ສັກສິດ, ​ແລະ ​ເປັນ​ການ​ຕໍ່​ອາຍຸ​​​ໃຫ້ຈິດ​ວິນ​ຍານຂອງ​ເຮົາ.”18

ຂ້າພະ​ເຈົ້າຮູ້​ວ່າ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ຊົງ​ພຣະຊົນ​ຢູ່. ​ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ສຳລັບ​ໂອກາດ​ທີ່​ສິນ​ລະ​ລຶກ​ໄດ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະອົງ ​ແລະ ​ຮັບ​ເອົາ​ພຣະວິນ​ຍານ​. ​ໃນພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.