2023
ສາດ​ສະ​ດາ ເປ​ໂຕ
ເດືອນ​ກໍ​ລະ​ກົດ 2023


“The Prophet Peter,” Friend, July 2023, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກໍ​ລະ​ກົດ 2023

ສາດ​ສະ​ດາ ເປ​ໂຕ

ຮູບ​ພາບ
Alt text

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ຫລັງ​ຈາກ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ ແລະ ສະ​ເດັດ​ຂຶ້ນ​ສູ່​ສະ​ຫວັນ​ແລ້ວ, ເປ​ໂຕ​ກໍ​ໄດ້​ກາຍ​ເປັນ​ສາດ​ສະ​ດາ.

ຮູບ​ພາບ
Alt text

ເປ​ໂຕ​ໄດ້​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຫລາຍ​ພັນ​ຄົນ​ໄດ້​ເລືອກ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ!

ຮູບ​ພາບ
Alt text

ມື້​ໜຶ່ງ ເປ​ໂຕ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຢູ່​ນອກ​ພຣະ​ວິ​ຫານ. ຊາຍ​ຄົນ​ນັ້ນ​ຍ່າງ​ບໍ່​ໄດ້. ເປ​ໂຕ​ໄດ້​ກ່າວ​ວ່າ, “ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ, ຈົ່ງ​ຍ່າງ​ໄປ.”

ຮູບ​ພາບ
Alt text

ຊາຍ​ຄົນ​ນັ້ນ​ຫາຍ​ດີ​ຍ້ອນ​ສັດ​ທາ​ຂອງ​ລາວ! ເປ​ໂຕ​ໄດ້​ສິດ​ສອນ​ຜູ້​ຄົນ​ທີ່​ພຣະ​ວິ​ຫານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ໄດ້

ຮູບ​ພາບ
Alt text

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະຕ໋ອດ