ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂໍ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ຂໍ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະ

ທ່ານເຕັມ​ໃຈທີ່​ຈະ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະໃນຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານເຕັມ​ໃຈທີ່​ຈະ​ໃຫ້ພຣະ​ເຈົ້າ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານບໍ່?

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າຮູ້​ບຸນ​ຄຸນ​ຫລາຍ​ສຳ​ລັບ​ຂ່າວ​ສານ​ທີ່​ດີ​ເລີດ​ຂອງ​ກອງ​ປະ​ຊຸມ​ໃຫຍ່ນີ້ ແລະ ສຳ​ລັບ​ສິດ​ທິ​ພິ​ເສດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ກ່າວ​ກັບ​ທ່ານ​ໃນ​ເວ​ລານີ້.

ເປັນ​ເວ​ລາ​ຫລາຍກວ່າ 36 ປີ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ອັກ​ຄະ​ສາ​ວົກ, ຄຳ​ສອນ​ຂອງການ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ​ເປັນ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ສົນ​ໃຈຫລາຍ.1 ທຸກ​ສິ່ງ ກ່ຽວ​ກັບ​ມັນແມ່ນ​ໜ້າ​ຕື່ນ​ເຕັ້ນ​ສຳ​ລັບ​ຂ້າ​ພະ​ເຈົ້າ, ລວມ​ທັງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຊື່2 ຂອງອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ; ຊີ​ວິດ ແລະ ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ; ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກ​ເພິ່ນ ແລະ ຄວາມ​ຂະ​ຫຍາຍ​ຕົວ​ຜ່ານ​ທາງ​ເຊື້ອ​ສາຍ​ຂອງ​ພວກ​ເພິ່ນ;3 ຄົນ​ສິບ​ສອງ​ເຜົ່າ​ທີ່​ກະ​ຈັດ​ກະ​ຈາຍ​ຢູ່; ແລະ ການ​ທຳ​ນາຍຫລາຍໆ​ຢ່າງ​ກ່ຽວ​ກັບ​ການເຕົ້າ​ໂຮມໃນວັນ​ເວ​ລາ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ, ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ມັນ, ໄດ້​ຊື່ນ​ຊົນ​ກັບ​ຂໍ້​ພຣະ​ຄຳ​ພີ​ທຸກ​ຂໍ້​ກ່ຽວ​ກັບ​ມັນ, ແລະ ໄດ້​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ.

ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ປິ​ຕິ​ຍິນ​ດີ​ຫລາຍ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ໃໝ່​ເມື່ອບໍ່​ດົນ​ມານີ້. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງນັກ​ປາດ​ອາ​ຈານ​ຝ່າຍ​ພາ​ສາ​ເຮັບ​ເຣີ​ສອງ​ທ່ານ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຄວາມ​ໝາຍ​ໜຶ່ງ​ຂອງ​ຄຳ​ວ່າ ອິດ​ສະ​ຣາ​ເອນ ໃນ​ພາ​ສາ​ເຮັບ​ເຣີແມ່ນ “ຂໍ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະ.”4 ດັ່ງ​ນັ້ນ ຊື່ ອິດ​ສະ​ຣາ​ເອນ ອ້າງ​ເຖິງ​ບຸກ​ຄົນ ຜູ້​ທີ່ ເຕັມ​ໃຈ ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ຕົນ. ແນວ​ຄິດນີ້​ໄດ້​ດົນ​ໃຈ​ຂ້າ​ພະ​ເຈົ້າຫລາຍ​ທີ່​ສຸດ!

ຄຳ​ວ່າ ເຕັມ​ໃຈ ແມ່ນ​ສຳ​ຄັນ​ຕໍ່​ການ​ແປ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ອິດ​ສະ​ຣາ​ເອນ.5 ເຮົາທຸກ​ຄົນ​​ໄດ້​ຮັບອຳ​ເພີ​ໃຈ. ເຮົາສາ​ມາດ​ເລືອກ​ທີ່​ຈະເຂົ້າ ຫລື ບໍ່​ເຂົ້າ​ຮ່ວມ​ອິດ​ສະ​ຣາ​ເອນ. ເຮົາສາ​ມາດ​ເລືອກ​ທີ່​ຈະຂໍ ຫລື ບໍ່ຂໍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ເຮົາ. ເຮົາສາ​ມາດ​ເລືອກ​ທີ່​ຈະປ່ອຍ ຫລື ບໍ່​ປ່ອຍ​ໃຫ້​ພຣະ​ເຈົ້າ​ມີ​ອິດ​ທິ​ພົນ​ອັນແຮງ​ກ້າ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ.

ໃຫ້​ເຮົາ​ໃຊ້​ເວ​ລາ​ຈັກ​ບຶດ​ໜຶ່ງ, ເພື່ອຄິດ​ກ່ຽວ​ກັບ​ຈຸດ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ຢາ​ໂຄບ, ຫລານ​ຊາຍ​ຂອງ​ອັບ​ຣາ​ຮາມ. ໃນ​ບ່ອນ​ທີ່​ຢາ​ໂຄບ​ເອີ້ນ​ວ່າ Peniel [ເປນີ​ເອນ] (ຊຶ່ງ​ໝາຍ​ຄວາມ​ວ່າ “ພຣະ​ພັກ​ຂອງພຣະ​ເຈົ້າ”),6 ຢາ​ໂຄບໄດ້​ຕໍ່​ສູ້​ກັບ​ການ​ທ້າ​ທາຍ​ທີ່​ໜັກ​ໜ່ວງ. ອຳ​ເພີ​ໃຈ​ຂອງ​ເພິ່ນ​ໄດ້​ຖືກ​ທົດ​ສອບ. ຜ່ານ​ການ​ຕໍ່​ສູ້ນີ້, ຢາ​ໂຄບ​ໄດ້​ພິ​ສູດ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ເພິ່ນ. ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເພິ່ນ​ເຕັມ​ໃຈ​ທີ່​ຈະປ່ອຍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ເພິ່ນ. ໃນ​ການ​ຕອບ​ຮັບ, ພຣະ​ເຈົ້າ​ໄດ້​ປ່ຽນ​ຊື່​ຂອງ​ຢາ​ໂຄບເປັນ ອິດ​ສະ​ຣາ​ເອນ,7 ໝາຍຄວາມ​ວ່າ “ຂໍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.” ແລ້ວ​ພຣະ​ເຈົ້າໄດ້​ສັນ​ຍາ​ກັບ​ອິດ​ສະ​ຣາ​ເອນ​ວ່າ​ພອນ ທັງ​ໝົດ ທີ່​ໄດ້​ຖືກ​ປະ​ກາດໃສ່ເທິງຫົວ​ຂອງອັບ​ຣາ​ຮາມ ຈະ​ເປັນ​ຂອງ​ເພິ່ນ.8

ໜ້າ​ເສຍ​ໃຈ​ທີ່​ລູກ​ຫລານ​ຂອງ​ອິດສະ​ຣາ​ເອນ​ບໍ່​ໄດ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ​ນຳພຣະ​ເຈົ້າ. ພວກ​ເຂົາ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ບັນ​ດາ​ສາດ​ສະ​ດາ ແລະ ບໍ່ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນຊີ​ວິດ​ຂອງພວກ​ເຂົາ. ຜົນທີ່​ຕາມ​ມາ​ກໍ​ຄື, ພຣະ​ເຈົ້າ​ໄດ້​ກະ​ຈັດ​ກະ​ຈາຍ​ພວກ​ເຂົາ​ໄປ​ທຸກ​ຊອກ​ທຸກ​ມຸມ​ຂອງ​ແຜ່ນ​ດິນ​ໂລກ.9 ດ້ວຍ​ຄວາມ​ເມດ​ຕາ, ຕໍ່​ມາ​ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ຈະ​ເຕົ້າ​ໂຮມ​ພວກ​ເຂົາ, ດັ່ງ​ທີ່​ໄດ້​ລາຍ​ງານ​ໂດຍ​ເອ​ຊາ​ຢາ ທີ່​ວ່າ: “ເຮົາ​ໄດ້​ປະ [ອິດ​ສະ​ຣາ​ເອນ] ພຽງ​ແຕ່​ຊົ່ວ​ຄາວ; ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມ​ຮັກ​ອັນ​ສຸດ​ຫົວ​ໃຈ.”10

ເມື່ອ​ເຮົາ​ເກັບ​ຄວາມ​ໝາຍຂອງ​ຄຳ​ວ່າ ອິດ​ສະ​ຣາ​ເອນ ໃນ​ພາ​ສາ​ເຮັບ​ເຣີ ໄວ້​ຢູ່​ໃນ​ໃຈ, ເຮົາ​ຈະ​ພົບ​ເຫັນ​ວ່າ ການ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ. ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຕົ້າ​ໂຮມ​ຜູ້​ທີ່​ເຕັມ​ໃຈ​ຈະໃຫ້​ພຣະ​ເຈົ້າ​ໄຊຊະ​ນະໃນ​ຊີ​ວິດ​ຂອງຕົນ. ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຕົ້າ​ໂຮມ​ຜູ້​ທີ່ເຕັມ​ໃຈ​ຈະ​ເລືອກ​ໃຫ້​ພຣະ​ເຈົ້າເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.

ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ, ບັນ​ດາ​ສາດ​ສະ​ດາ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ເຕົ້າ​ໂຮມນີ້,11 ແລະ ມັນ​ກໍ​ກຳ​ລັງ​ເກີດ​ຂຶ້ນ​ໃນ​ເວ​ລານີ້! ເພາະ​ມັນ​ເປັນ​ສິ່ງ​ທີ່ຈຳ​ເປັນ​ຕໍ່​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງພຣະ​ຜູ້​ເປັນ​ເຈົ້າ, ມັນ​ຈຶ່ງ​ເປັນ​ວຽກ​ງານ​ທີ່​ສຳ​ຄັນ ທີ່​ສຸດ ຢູ່​ໃນ​ໂລກນີ້!

ການ​ເຕົ້າ​ໂຮມນີ້ ກ່ອນ​ໄລ​ຍະ​ໜຶ່ງ​ພັນ​ປີ ເປັນ​ການ​ຂະ​ຫຍາຍ​ສັດ​ທາ ແລະ ຄວາມ​ກ້າ​ຫານ​ຢ່າງວິ​ລະ​ຊົນ​ທາງວິນ​ຍານ​ສ່ວນ​ຕົວ​ສຳ​ລັບ​ຫລາຍ​ລ້ານ​ຄົນ. ໃນ​ຖາ​ນະສະ​ມາ​ຊິກ​ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຫລື “ອິດ​ສະ​ຣາ​ເອນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ຍຸກ​ສຸດ​ທ້າຍ,”12 ເຮົາ​ໄດ້​ຖືກມອບ​ໝາຍ​ໃຫ້​ຊ່ວຍ​ເຫລືອ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ວຽກ​ງານ​ທີ່​ສຳ​ຄັນ​ນີ້.13

ເມື່ອ​ເຮົາ​ກ່າວ​ເຖິງ​ການ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ, ແນ່ນອນ​ເຮົາ​ໝາຍ​ເຖິງວຽກ​ງານ​ເຜີຍ​ແຜ່, ວຽກ​ງານພຣະ​ວິ​ຫານ, ແລະ ວຽກ​ງານ​ປະ​ຫວັດ​ຄອບ​ຄົວ. ເຮົາກໍ​ໝາຍ​ເຖິງ​ການ​ສ້າງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ໃນ​ໃຈ​ຂອງ​ຜູ້​ທີ່​ເຮົາ​ຮັກ, ແລະ ຮັບ​ໃຊ້​ນຳ​ອີກ. ທຸກ​ເທື່ອ​ທີ່​ເຮົາ​ເຮັດ​ບາງ​ສິ່ງ​ທີ່​ຊ່ວຍ​ບາງ​ຄົນ—ຢູ່​ທັງ​ສອງ​ຟາກ​ມ່ານ—ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ໄດ້​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ເມື່ອບໍ່​ດົນ​ມານີ້, ພັນ​ລະ​ຍາ​ຂອງ​ຫລານ​ຊາຍ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ ໄດ້​ດີ້ນ​ລົນ​ທາງວິນ​ຍານ. ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ນາງວ່າ “ຈຽວ.” ເຖິງ​ແມ່ນ​ໄດ້​ຖື​ສິນ​ອົດເຂົ້າ, ໄດ້ອະ​ທິ​ຖານ, ແລະ ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແລ້ວ, ແຕ່​ອາ​ການ​ຂອງພໍ່​ນາງຈຽວ ກໍ​ບໍ່​ດີ​ຂຶ້ນ​ເລີຍ. ນາງ​ຢ້ານ​ວ່າ​ນາງ​ຈະ​ສູນ​ເສຍ​ພໍ່ ແລະ ປະ​ຈັກ​ພະ​ຍານ​ຂອງ​ນາງໄປ.

ໃນ​ຄ່ຳ​ຄືນ​ໜຶ່ງ, ເວັນ​ດີ ແນວ​ສັນ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ເລົ່າ​ສະ​ຖາ​ນະ​ການ​ຂອງ​ນາງ​ຈຽວ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ. ເຊົ້າ​ມື້​ຕໍ່​ມາ ເວັນ​ດີ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ໃຫ້​ບອກນາງ​ຈຽວ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າກ່ຽວ​ກັບ​ການ​ຕໍ່​ສູ້​ທາງວິນ​ຍານ​ຂອງ​ນາງ ໃນ​ຄຳ​ດຽວ​! ຄຳ​ນັ້ນ​ຄື ສາຍ​ຕາ​ສັ້ນ.

ຕໍ່​ມານາງຈຽວ​ໄດ້​ບອກ​ເວັນ​ດີ​ວ່າ ໃນ​ຕອນ​ຕົ້ນ​ນາງກໍບໍ່​ສະ​ບາຍ​ໃຈ​ກັບ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ. ນາງ​ເວົ້າ​ວ່າ, “ຂ້າ​ນ້ອຍ​ຫວັງ​ວ່າ​ພໍ່​ຕູ້​ປູ່​ຊິ​ສັນ​ຍາວ່າ ການ​ມະ​ຫັດ​ສະ​ຈັນ​ຈະ​ເກີດ​ຂຶ້ນ​ກັບ​ພໍ່​ຂອງ​ຂ້າ​ນ້ອຍ. ຂ້ານ້ອຍບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເວົ້າອອກ​ມາ​ວ່າ ສາຍ​ຕາ​ສັ້ນ.”

ຫລັງ​ຈາກ​ພໍ່​ຂອງ​ນາງ​ຈຽວ​ໄດ້​ເສຍ​ຊີ​ວິດ, ຄຳ​ວ່າ ສາຍ​ຕາ​ສັ້ນ ໄດ້​ວົນ​ວຽນ​ຢູ່​ໃນ​ຈິດ​ໃຈ​ຂອງ​ນາງ. ນາງ​ໄດ້​ເປີດຫົວ​ໃຈ ເພື່ອ​ໃຫ້​ຕົວ​ເອງ​ເຂົ້າ​ໃຈຫລາຍ​ຕື່ມ​ອີກ ແລະ ຮູ້​ວ່າ ສາຍ​ຕາ​ສັ້ນ ໝາຍ​ຄວາມ​ວ່າ “ຫລຽວບໍ່​ເຫັນ​ໄກ.” ແລ້ວ​ຄວາມ​ຄິດຂອງ​ນາງ​ໄດ້​ປ່ຽນ​ໄປ. ແລ້ວ​ນາງ​ຈຽວ​ໄດ້​ເວົ້າ​ວ່າ, “ສາຍ​ຕາ​ສັ້ນ ເຮັດ​ໃຫ້​ຂ້າ​ນ້ອຍ​ຢຸດ, ເຮັດ​ໃຫ້ຄິດ, ແລະ ຫາຍ​ດີ. ບັດ​ນີ້​ຄຳ​ນັ້ນ​ເຮັດ​ໃຫ້​ຂ້ານ້ອຍ​ສະ​ຫງົບ. ມັນ​ເຕືອນ​ຂ້ານ້ອຍ​ໃຫ້ຂະ​ຫຍາຍ​ທັດ​ສະ​ນະ ແລະ ສະ​ແຫວງ​ຫາ​ນິ​ລັນ​ດອນ. ມັນ​ເຕືອນ​ຂ້າ​ນ້ອຍວ່າ ມັນເປັນ​ແຜນ​ແຫ່ງ​ສະ​ຫວັນ ແລະ ວ່າ​ພໍ່​ຂອງ​ຂ້າ​ນ້ອຍ​ຍັງ​ມີ​ຊີ​ວິດ​ຢູ່ ແລະ ຮັກ ແລະ ຄອຍ​ດູ​ແລ​ຂ້າ​ນ້ອຍ. ສາຍ​ຕາ​ສັ້ນ ໄດ້​ພາ​ຂ້າ​ນ້ອຍ​ມາ​ຫາ​ພຣະ​ເຈົ້າ.”

ຂ້າ​ພະ​ເຈົ້າພູມ​ໃຈ​ໃນ​ຕົວ​ຂອງ​ຫລານ​ສະ​ໄພ້​ທີ່​ດີ​ເລີດ​ຂອງ​ພວກ​ເຮົາ. ໃນ​ຊ່ວງ​ເວ​ລາ​ທີ່​ເຈັບ​ປວດ​ໃຈ ໃນ​ຊີ​ວິດ​ຂອງ​ນາງ, ນາງຈຽວທີ່​ໜ້າ​ຮັກ​ໄດ້ຮັບ​ເອົາ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ພໍ່​ຂອງ​ນາງ, ດ້ວຍທັດ​ສະ​ນະ​ນິ​ລັນ​ດອນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ນາງ​ເອງ. ໂດຍ ການ​ເລືອກ ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ, ນາງ​ໄດ້​ພົບ​ຄວາມ​ສະ​ຫງົບ.

ຖ້າ​ຫາກ​ເຮົາຈະ​ເຮັດ, ມັນ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຄຳເຮັບ​ເຣີ ອິດ​ສະ​ຣາ​ເອນ ສາ​ມາດ​ຊ່ວຍ​ເຮົາ​ໄດ້. ດັ່ງ​ເຊັ່ນການ​ອະ​ທິ​ຖານ​ເພື່ອ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​​ພວກເຮົາ—ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ—ສາ​ມາດ​ປ່ຽນ​ແນວ​ຄິດນີ້​ໃນ​ຈິດ​ໃຈ​ຂອງ​ເຮົາ​ໄດ້. ເຮົາ​ມັກ​ອະ​ທິ​ຖານ​ເລື້ອຍໆ ຂໍ​ໃຫ້​ເຮົາ ແລະ ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ພົບເຫັນ​ຜູ້​ຄົນ​ທີ່​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ຄວາມ​ຈິງ​ຂອງພຣະ​ກິດ​ຕິ​ຄຸນ ຂອງພຣະ​ເຢ​ຊູ​ຄຣິດ​ທີ່ຟື້ນ​ຟູ. ຂ້າ​ພະ​ເຈົ້າ​ຢາກ​ຮູ້ວ່າ ເຮົາ​ຈະ​ຖືກ​ນຳ​ໄປ​ຫາ​ຜູ້​ໃດ ເມື່ອ​ເຮົາ​ອ້ອນວອນ​ຂໍ​ໃຫ້​ພົບ​ເຫັນ​ຜູ້​ທີ່ເຕັມ​ໃຈທີ່​ຈະ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ?

ເຮົາ​ອາດ​ຖືກ​ພາ​ໄປ​ຫາ​ບາງ​ຄົນ​ທີ່ບໍ່​ເຄີຍ​ເຊື່ອ​ໃນພຣະ​ເຈົ້າ ຫລື ພຣະ​ເຢ​ຊູ​ຄຣິດ ແຕ່​ເວ​ລານີ້ ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ພວກ​ພຣະ​ອົງ ແລະ ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພວກ​ພຣະ​ອົງ. ບາງ​ຄົນ​ອາດ​ໄດ້ “ເກີດ​ໃນພັນ​ທະ​ສັນ​ຍາ”14 ແຕ່ ນັບ​ແຕ່ນັ້ນ​ມາ ໄດ້​ໜີ​ໄປ​ຈາກ​ເສັ້ນ​ທາງ​ແຫ່ງພັນ​ທະ​ສັນ​ຍາແລ້ວ. ບັດ​ນີ້ ເຂົາ​ເຈົ້າ​ອາດ​ພ້ອມ​ແລ້ວ​ທີ່​ຈະ​ກັບ​ໃຈ, ກັບ​ຄືນ​ມາ, ແລະ ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ. ເຮົາ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້ ໂດຍ​ການ​ຕ້ອນ​ຮັບ​ເຂົາ​ເຈົ້າ​ດ້ວຍ​ອ້ອມ​ແຂນ ແລະ ດ້ວຍ​ໃຈ​ທີ່​ເປີດກວ້າງ. ແລະ ບາງ​ຄົນ​ທີ່ເຮົາ​ອາດ​ຖືກ​ພາ​ໄປ​ຫາ ເຂົາ​ເຈົ້າ​ອາດຮູ້​ສຶກ​ຕະ​ຫລອດມາ​ວ່າ​ມີ​ບາງສິ່ງ​ທີ່​ຂາດ​ເຫລືອ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າຄື​ກັນ ຢາກ​ຮູ້​ສຶກ​ສົມ​ບູນ ແລະ ຢາກ​ຊື່ນ​ຊົມຄື​ກັນ​ກັບ​ຜູ້​ທີ່​ເຕັມ​ໃຈທີ່​ຈະ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ຕົນ.

ຕາ​ໜ່າງ​ແຫ່ງພຣະ​ກິດ​ຕິ​ຄຸນ​ທີ່​ຈະ​ເອົາ​ໄປ​ຕູ້ມ​ເອົາ​ຊາວອິດ​ສະ​ຣາ​ເອນນັ້ນ ເປັນ​ຜືນ​ໃຫຍ່. ມັນ​ມີ​ບ່ອນ​ສຳ​ລັບ​ແຕ່​ລະ​ຄົນ​ຜູ້​ທີ່ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ແຕ່​ລະ​ຄົນ​ກາຍ​ເປັນ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ​ຄົນ​ໜຶ່ງ​ຂອງ​ພຣະ​ເຈົ້າ,15 ບໍ່​ວ່າ​ໂດຍ​ກຳ​ເນີດ ຫລື ໂດຍ​ການ​ຖືກ​ຮັບ​ເຂົ້າ​ເປັນ​ລູກ​ບຸນ​ທຳ​ກໍ​ຕາມ. ແຕ່​ລະ​ຄົນ​ກາຍ​ເປັນ​ຜູ້​ຮັບ​ມູນ​ມໍ​ລະ​ດົກ​ຢ່າງ​ເຕັມ​ສ່ວນ ໃນ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້ກັບ​ລູກ​ຫລານ​ທີ່​ຊື່​ສັດ​ຂອງ​ອິດ​ສະ​ຣາ​ເອນ​!16

ເຮົາ​ແຕ່​ລະ​ຄົນ​ມີ​ສັກ​ກະ​ຍະ​ພາບ​ທີ່​ສູງ​ສົ່ງ ເພາະ​ເຮົາ​ແຕ່​ລະ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ທຸກ​ຄົນ​ເທົ່າ​ທຽມ​ກັນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ. ຄວາມ​ໝາຍ​ຂອງ​ຄວາມ​ຈິງນີ້​ແມ່ນ​ເລິກ​ເຊິ່ງ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງຟັງ​ຢ່າງ​ລະ​ມັດ​ລະ​ວັງ ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ກ່າວ. ພຣະ​ເຈົ້າບໍ່​ໄດ້​ຮັກ​ເຊື້ອ​ຊາດ​ໃດ​ຫລາຍກວ່າ​ໝູ່. ຄຳ​ສອນ​ຂອງ​ພຣະ​ອົງ​ໃນ​ເລື່ອງນີ້​ແມ່ນ​ແຈ່ມ​ແຈ້ງ. ພຣະ​ອົງ​ເຊື້ອ​ເຊີນ ທຸກ​ຄົນ ໃຫ້​ມາ​ຫາ​ພຣະ​ອົງ, “ດຳ ແລະ ຂາວ, ຂ້າ​ທາດ ແລະ ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ.”17

ຂໍ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ຖາ​ນະ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ​ບໍ່ໄດ້​ຂຶ້ນ​ກັບ​ຜິວ​ພັນ​ຂອງ​ທ່ານ. ຄວາມ​ໂປດ​ປານ ຫລື ບໍ່​ໂປດ​ປານ​ຕໍ່​ພຣະ​ເຈົ້າ​ແມ່ນຂຶ້ນ​ກັບ​ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ ແລະ ຕໍ່ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ບໍ່​ແມ່ນ​ຂຶ້ນ​ກັບ​ຜິວ​ພັນຂອງ​ທ່ານ.

ຂ້າ​ພະ​ເຈົ້າໂສກ​ເສົ້າ​ທີ່​ອ້າຍ​ເອື້ອຍ​ນ້ອງ​ຄົນ​ດຳພວກ​ເຮົາ​ຕ້ອງ​ໄດ້ຮັບ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ເຈັບ​ປວດ​ກັບ​ການ​ຖືກ​ຈຳ​ແນກ ແລະ ຄວາມ​ອະ​ຄະ​ຕິ. ມື້ນີ້ ຂ້າ​ພະ​ເຈົ້າຂໍໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃນ​ທຸກ​ແຫ່ງ​ຫົນ ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຖິ້ມຄວາມ​ອະ​ຄະ​ຕິ. ຂ້າ​ພະ​ເຈົ້າ​ອ້ອນວອນ​ທ່ານ​ໃຫ້​ສົ່ງ​ເສີມ​ການ​ມີຄວາມ​ນັບ​ຖືຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ຄຳ​ຖາມ​ສຳ​ລັບ​ເຮົາແຕ່​ລະ​ຄົນ, ໂດຍບໍ່​ຄຳ​ນຶງ​ເຖິງ​ເຊື້ອ​ຊາດ, ແມ່ນ​ເໝືອນ​ກັນ. ທ່ານ ເຕັມ​ໃຈທີ່​ຈະ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະໃນຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈທີ່​ຈະ​ໃຫ້ພຣະ​ເຈົ້າ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງທ່ານ​ບໍ່? ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ, ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງມີ​ອິດ​ທິ​ພົນ​ໃນ​ສິ່ງ​ທີ່​ທ່ານ​ເຮັດ​ແຕ່​ລະ​ວັນ​ບໍ່? ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ມີ​ຄວາມ​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ເຮັດສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ເຮັດ ມີ​ຄວາມ​ສຳ​ຄັນ​ກວ່າຄວາມ​ທະ​ເຍີ​ທະ​ຍານ​ທຸກ​ຢ່າງ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ໃຫ້​ຄວາມ​ປະ​ສົງ​ຂອງທ່ານ​ຖືກ​ກືນລົງ​ໄປ​ໃນພຣະ​ປະ​ສົງ​ຂອງ​ພຣະ​ອົງບໍ່?18

ໃຫ້​ພິ​ຈະ​ນາ​ວ່າ ​ຄວາມ​ເຕັມ​ໃຈ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ທ່ານຫລາຍ​ຂະ​ໜາດ​ໃດ. ຖ້າ​ຫາກ​ທ່ານຍັງ​ບໍ່ໄດ້​ແຕ່ງ​ງານ ແລະ ພວມ​ຊອກ​ຫາ​ຄູ່​ຊີ​ວິດ​ນິ​ລັນ​ດອນ​ຢູ່, ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ເປັນ “ອິດ​ສະ​ຣາ​ເອນ” ຈະ​ຊ່ວຍ​ທ່ານ​ຕັດ​ສິນ​ໃຈ​ວ່າ ທ່ານ​ຄວນຄົບ​ຫາ​ຜູ້​ໃດ ແລະ ດ້ວຍ​ວິ​ທີ​ໃດ.

ຖ້າ​ຫາກ​ທ່ານ​ໄດ້​ແຕ່ງ​ງານ​ກັບ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ພັນ​ທະ​ສັນ​ຍາ, ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ທີ່​ຈະ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ ຈະ​ອະ​ນຸ​ຍາດ​ໃຫ້ພັນ​ທະ​ສັນ​ຍາຂອງ​ທ່ານ​ທີ່​ເຮັດ​ໄວ້ກັບພຣະ​ເຈົ້າ​ມີຜົນ​ສັກ​ສິດ​ຢູ່​ຄື​ເກົ່າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ​ຂອງ​ທ່ານ. ຟ້າ​ສະ​ຫວັນ​ຈະ​ເປີດ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ວິ​ທີ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ. ທ່ານບໍ່ຈຳ​ເປັນ​ຕ້ອງ​ລະ​ຫົກ​ລະ​ເຫີນ ຫລື ສົງ​ໄສ.

ຖ້າ​ຫາກ​ທ່ານ​ມີ​ຄຳ​ຖາມ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ຫລື ສາດ​ສະ​ໜາ​ຈັກ, ຂະ​ນະ​ທີ່​ທ່ານ​ເລືອກໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ, ທ່ານ​ຈະ​ຖືກ​ນຳ​ພາ​ໄປ​ພົບ ແລະ ເຂົ້າ​ໃຈ​ຄວາມ​ຈິງ​​ທີ່​ແນ່ນອນ ແລະ ນິ​ລັນ​ດອນ ທີ່​ຈະ​ນຳ​ພາ​ຊີ​ວິດ ແລະ ຊ່ວຍ​ທ່ານ​ໃຫ້​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ເມື່ອ​ທ່ານ​ປະ​ເຊີນ​ກັບ​ການ​ລໍ້​ລວງ—ເຖິງ​ແມ່ນ​ວ່າ​ການ​ລໍ້​ລວງ​ມີ​ມາ​ຕອນ​ທ່ານ​ອ່ອນ​ແຮງ ຫລື ຮູ້​ສຶກ​ໂດດ​ດ່ຽວ ຫລື ເຂົ້າ​ໃຈ​ຜິດ—ໃຫ້​ຄິດ​ວ່າ ທ່ານຈະ​ສາ​ມາດ​ຮວບ​ຮວມ​ຄວາມ​ກ້າ​ຫານໄດ້​ຫລາຍ​ພຽງ​ໃດ ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ທ່ານ ແລະ ຂະ​ນະ​ທີ່​ທ່ານ​ອ້ອນວອນ​ຂໍ​ໃຫ້​ພຣະ​ອົງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​​ແກ່ທ່ານ.

ເມື່ອ​ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ທ່ານ ແມ່ນ​ການ​ຢາກ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ, ແມ່ນ​ການ​ຢາກ​ເປັນ​ພາກ​ສ່ວນ​ຂອງອິດ​ສະ​ຣາ​ເອນ, ການ​ຕັດ​ສິນ​ໃຈ​ຫລາຍໆ​ຢ່າງ​ຈະ​ງ່າຍ​ຂຶ້ນ. ບັນ​ຫາ​ຫລາຍ​ຢ່າງ​ຈະໝົດ​ໄປ! ທ່ານ​ຈະ​ຮູ້​ຈັກ​ວິ​ທີ​ແຕ່ງ​ຕົວ​ທີ່​ຮຽບ​ຮ້ອຍ. ທ່ານ​ຈະ​ຮູ້​ຈັກ​ວ່າ​ຄວນ​ເບິ່ງ​ຫຍັງ ແລະ ອ່ານ​ຫຍັງ, ວ່າ​ຄວນ​ໃຊ້​ເວ​ລາ​ກັບ​ສິ່ງ​ໃດ, ແລະ ຄວນ​ພົບ​ປະ​​ສັງ​ສັນກັບ​ຄົນ​ໃດ. ທ່ານ​ຈະ​ຮູ້​ວ່າ ຢາກບັນ​ລຸ​ສິ່ງ​ໃດ. ທ່ານ​ຈະ​ຮູ້​ວ່າ ທ່ານ​ຢາກ​ເປັນ​ຄົນ​ແບບ​ໃດແທ້ໆ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານຕ້ອງ​ໃຊ້​ທັງ​ສັດ​ທາ ແລະ ຄວາມ​ກ້າ​ຫານ ເພື່ອ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ. ທ່ານ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ທີ່ບໍ່​ລົດ​ລະ ແລະ ເຂັ້ມ​ງວດ ໃນ​ການ​ກັບ​ໃຈ ແລະ ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ຜ່ານ​ທາງການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ.19 ທ່ານ​ຕ້ອງໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ທຸກວັນ ເພື່ອ​ພັດ​ທະ​ນາ​ນິ​ໄສ​ຕົວ​ເອງ​ໃຫ້​ສຶກ​ສາພຣະ​ກິດ​ຕິ​ຄຸນ, ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ແລະ ສະ​ແຫວງ​ຫາ ແລະ ຕອບ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຫລາຍກວ່າ​ເກົ່າ.

ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເຫລົ່າ​ນີ້ ຊຶ່ງ​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ທຳ​ນາຍ,20 ຊາ​ຕານ​ໄດ້​ເຊົາ ພະ​ຍາ​ຍາມ ປິດ​ບັງ​ການ​ໂຈມ​ຕີ​ແຜນ​ຂອງ​ພຣະ​ເຈົ້າ. ຄວາມ​ຊົ່ວ​ຮ້າຍ​ທີ່​ກ້າ​ຫານ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ. ສະ​ນັ້ນ, ວິ​ທີ​ດຽວ​ທີ່​ຈະ​ເອົາ​ຕົວ​ລອດ​ທາງວິນ​ຍານ ຄື​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ທ່ານ, ຮຽນ​ວິ​ທີ​ທີ່​ຈະໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ໃຊ້​ກຳ​ລັງ​ຂອງ​ເຮົາ​ເພື່ອ​ຊ່ວຍ​​ເຕົ້າ​ໂຮມອິດ​ສະ​ຣາ​ເອນ.

ບັດ​ນີ້, ພຣະ​ຜູ້​ເປັນ​ເຈົ້າ ຮູ້​ສຶກ ແນວ​ໃດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ເຕັມ​ໃຈ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ? ນີ​ໄຟສະ​ຫລຸບ​ມັນ​ໄດ້​ດີ ທີ່​ວ່າ: “[ພຣະ​ຜູ້​ເປັນ​ເຈົ້າ] ຮັກ ຜູ້​ທີ່​ຮັບ​ຮູ້​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງພວກ​ເຂົາ. ຈົ່ງ​ເບິ່ງ, ພຣະ​ອົງ​ຮັກ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ພຣະ​ອົງ​ເຮັດ​ພັນ​ທະ​ສັນ​ຍາ​ໄວ້​ກັບ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ; ແລະ ພຣະ​ອົງ​ຈື່​ຈຳ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ກະ​ທຳ​ໄວ້.”21

ແລະ ພຣະ​ຜູ້​ເປັນ​ເຈົ້າເຕັມ​ພຣະ​ໄທ ທີ່ຈະ ເຮັດ ຫຍັງ​ເພື່ອອິດ​ສະ​ຣາ​ເອນ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ “ສູ້​ຮົບ​ໃຫ້ [ພວກ​ເຮົາ], ແລະ ໃຫ້​ລູກ [ຂອງ​ພວກ​ເຮົາ], ແລະ ໃຫ້​ລູກ​ຂອງ​ລູກ​ຂອງ​ພວກ​ເຮົາ … ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່”!22

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ​ລະ​ຫວ່າງ​ຫົກ​ເດືອນ​ໜ້ານີ້, ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ຂຽນ​ຄຳ​ສັນ​ຍາ​ທັງ​ໝົດ​ຂອງພຣະ​ຜູ້​ເປັນ​ເຈົ້າ​ລົງ​ໄວ້ ອັນ​ທີ່​ພຣະ​ອົງ​ຈະ​ກະ​ທຳ​ເພື່ອອິດ​ສະ​ຣາ​ເອນແຫ່ງ​ພັນ​ທະ​ສັນ​ຍາ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ທ່ານ​ຈະ​ປະ​ຫລາດ​ໃຈ! ຈົ່ງ​ໄຕ່​ຕອງ​ຄຳ​ສັນ​ຍາ​ເຫລົ່າ​ນີ້. ຈົ່ງ​ເວົ້າ​ລົມ​ກ່ຽວ​ກັບ​ມັນ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ທ່ານ. ແລ້ວ​ໃຫ້​ດຳ​ລົງ​ຊີ​ວິດ ແລະ ເບິ່ງ​ຄຳ​ສັນ​ຍາ​ເຫລົ່າ​ນີ້​ບັນ​ລຸ​ຄວາມ​ສຳ​ເລັດ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ທ່ານ​ເລືອກ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນຊີ​ວິດ​ຂອງ​ທ່ານ, ທ່ານ​ຈະ​ເຫັນ​ດ້ວຍ​ຕົວ​ເອງວ່າພຣະ​ເຈົ້າ​ຂອງ​ເຮົາ ເປັນ “ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ.”23 ໃນ​ສ່ວນ​ລວມ, ເຮົາ​ເປັນລູກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ແລະ ເຮົາ​ຈະ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ. ຂ້າພະເຈົ້າເປັນພະຍານ​ເຖິງ​ສິ່ງນີ້ ໃນພຣະນາມ​ອັນ​ສັກ​ສິດຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ຂ້າ​ພະ​ເຈົ້າໄດ້​ກ່າວຄຳ​ວ່າ ອິດ​ສະ​ຣາ​ເອນ ຢ່າງ​ໜ້ອຍ 378 ເທື່ອ ໃນ​ຂ່າວ​ສານ 800 ເທື່ອ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວລະ​ຫວ່າງ 36 ປີ ຂອງ​ການ​ເປັນ​ອັກ​ຄະ​ສາ​ວົກ.

  2. ໃນພາ​ສາ ເຮັບ​ເຣີ, ອັບ​ຣາມ ເປັນ​ຊື່​ທີ່​ມີ​ກຽດ ໝາຍ​ຄວາມ​ວ່າ “ບິ​ດາ​ທີ່​ສູງ​ສົ່ງ.” ແຕ່​ເມື່ອ​ພຣະ​ເຈົ້າ​ໄດ້​ປ່ຽນ​ຊື່​ເພິ່ນ​ເປັນ ອັບ​ຣາ​ຮາມ, ມັນຍິ່ງ​ມີ​ຄວາມ​ໝາຍສຳ​ຄັນ​ຫລາຍກວ່ານັ້ນ, ໝາຍ​ຄວາມ​ວ່າ “ບິ​ດາ​ຂອງ​ຫລາຍໆ​ຊົນ​ຊາດ.” ແນ່ນອນ, ອັບ​ຣາ​ຮາມຈະ​ເປັນ “ບິ​ດາ​ຂອງ​ຫລາຍໆ​ຊົນ​ຊາດ.” (ເບິ່ງ ປະ​ຖົມ​ມະ​ການ 17:5; ເນ​ເຫມີ​ຢາ 9:7.)

  3. ອົງພຣະ​ຜູ້​ເປັນ​ເຈົ້າ ເຢ​ໂຮ​ວາ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໄວ້ກັບອັບ​ຣາ​ຮາມ ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ ຈະ​ເກີດ​ມາ​ຜ່ານ​ທາງເຊື້ອ​ສາຍ​ຂອງອັບ​ຣາ​ຮາມ, ຈະ​ໄດ້​ຮັບ​ແຜ່ນ​ດິນ​ບາງ​ບ່ອນ​ເປັນ​ມູນ​ມໍ​ລະ​ດົກ, ແລະ ທຸກ​ປະ​ຊາ​ຊາດ​ຈະ​ໄດ້​ຮັບ​ພອນ ຜ່ານ​ທາງ​ເຜົ່າ​ພົງ​ຂອງອັບ​ຣາ​ຮາມ (ເບິ່ງ Bible Dictionary, “Abraham, covenant of”).

  4. ເບິ່ງ Bible Dictionary, “Israel.”

  5. ຄຳ​ວ່າ ອິດ​ສະ​ຣາ​ເອນ ປະ​ກົດ​ຫລາຍກວ່າ​ໜຶ່ງ​ພັນ​ເທື່ອ ຢູ່​ໃນ​ພຣະ​ຄຳ​ພີ. ສາ​ມາດ​ໃຊ້​ກ່າວ​ເຖິງ​ຄອບ​ຄົວ​ຂອງ ຢາ​ໂຄບ (ອິດ​ສະ​ຣາ​ເອນ) ລູກ​ຊາຍ 12 ຄົນ, ຕະ​ຫລອດ​ທັງ​ພວກ​ລູກ​ສາວ (ເບິ່ງ ປະ​ຖົມ​ມະ​ການ 35:23–26; 46:7). ທຸກວັນ​ນີ້ ສາ​ມາດ​ໃຊ້​ກ່າວ​ເຖິງ​ພູ​ມີ​ສາດ ເປັນ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ຢູ່​ໃນ​ດວງ​ໂລກ. ແຕ່​ຄຳ​ສອນ​ຂອງ​ມັນ​ຖືກ​ໃຊ້​ເພື່ອ​ກ່າວ​ເຖິງ​ຜູ້​ຄົນ​ທີ່​ເຕັມ​ໃຈ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນຊີ​ວິດ​ຂອງ​ຕົນ.

  6. ເບິ່ງ ປະ​ຖົມ​ມະ​ການ 32:30; ຍັງ​ສະ​ກົດ Penuel [ເປ​ນູເອນ] ນຳ​ອີກ ໃນ ປະ​ຖົມ​ມະ​ການ 32:31.

  7. ເບິ່ງ ປະ​ຖົມ​ມະ​ການ 32:28.

  8. ເບິ່ງ ປະ​ຖົມ​ມະ​ການ 35:11–12.

  9. ສຳ​ລັບ​ການ​ສຶກ​ສາ​ເພີ່ມ​ເຕີມ, ໃຫ້ເບິ່ງ Topical Guide, “Israel, Scattering of.”

  10. ເອ​ຊາ​ຢາ 54:7.

  11. ເບິ່ງ ເອ​ຊາ​ຢາ 11:11–12; 2 ນີ​ໄຟ 21:11–12; ໂມ​ໄຊ​ຢາ 15:11.

  12. ເບິ່ງ Encyclopedia of Mormonism (1992), “Covenant Israel, Latter-Day,” 1:330–31.

  13. ຂະ​ນະ​ທີ່​ເຮົາ​ມີ​ພາກ​ສ່ວນ​ໃນ​ການ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຍາຍ​ເຖິງຜູ້​ທີ່​ກຳ​ລັງ​ຖືກ​ເຕົ້າ​ໂຮມ​ໃນ​ພຣະ​ຄຳ​ທີ່ດີ​ເລີດ. ພຣະ​ອົງ​ກ່າວ​ເຖິງ​ເຮົາ​ທຸກໆ​ຄົນເປັນ​ສ່ວນ​ລວມ ວ່າ​ເຮົາເປັນ “ກຳ​ມະ​ສິດ​ຂອງ​ພຣະ​ອົງ” (ອົບ​ພະ​ຍົບ 19:5; ເພງ​ສັນ​ລະ​ເສີນ 135:4), “ເພັດ​ພອຍ” ຂອງ​ພຣະ​ອົງ (ມາ​ລາ​ກີ 3:17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:3), ແລະ ເປັນ “ຊົນ​ຊາດ​ບໍ​ລິ​ສຸດ” (ອົບ​ພະ​ຍົບ 19:6; ເບິ່ງ ພຣະ​ບັນ​ຍັດ​ສອງ 14:2; 26:18 ນຳ​ອີກ).

  14. ວະ​ລີ​ຂໍ້​ນີ້​ອ້າງ​ເຖິງ​ພັນ​ທະ​ສັນ​ຍານັ້ນ ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບອັບ​ຣາ​ຮາມ, ໂດຍກ່າວ​ວ່າ, “ໃນ​ລູກ​ຫລານ​ຂອງ​ເຈົ້າ ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ” (3 ນີ​ໄຟ 20:27). “ເກີດ​ໃນພັນ​ທະ​ສັນ​ຍາ” ໝາຍ​ຄວາມ​ວ່າ ກ່ອນຄົນຄົນ​ນັ້ນ​ໄດ້​ເກີດ​ມາ, ພໍ່​ແມ່​ຂອງ​ຄົນຄົນ​ນັ້ນ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຢູ່ໃນພຣະ​ວິ​ຫານ​ຮຽບ​ຮ້ອຍແລ້ວ.

  15. ຄຳ​ສັນ​ຍານັ້ນ​ໄດ້​ຖືກ​ສິດ​ສອນ​ໂດຍ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ: “ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັບ​ເອົາ ພຣະ​ກິດ​ຕິ​ຄຸນ​ນີ້​ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຈົ້າ, ແລະ ຈະ​ນັບ​ໄວ້​ເປັນລູກ​ຫລານ​ຂອງ​ເຈົ້າ, ແລະ ຈະ​ລຸກ​ຂຶ້ນ ແລະ ອວຍ​ພອນ​ເຈົ້າ, ເປັນບິດາ​ຂອງ​ພວກ​ເຂົາ” (ອັບ​ຣາ​ຮາມ 2:10; ເບິ່ງ ໂຣມ 8:14–17; ຄາ​ລາ​ເຕຍ 3:26–29 ນຳ​ອີກ).

  16. ສະ​ມາ​ຊິກ​ທີ່​ຊື່​ສັດ​ແຕ່​ລະ​ຄົນ​ສາ​ມາດ​ຂໍ​ເອົາ​ປິ​ຕຸ​ພອນ. ຜ່ານ​ທາງ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ປິ​ຕຸ​ຈະ​ປະ​ກາດ​ເຜົ່າພົງ​ຂອງ​ບຸກ​ຄົນ​ຢູ່​ໃນ​ເຊື້ອ​ສາຍອິດ​ສະ​ຣາ​ເອນ. ການ​ປະ​ກາດນັ້ນ​ບໍ່​ໝາຍ​ເຖິງ​ການ​ປະ​ກາດ​ແຈ້ງບອກ​ເຊື້ອ​ຊາດ, ສັນ​ຊາດ, ຫລື ສາຍ​ພັນ​ຂອງ​ບຸກ​ຄົນ. ແຕ່​ການ​ປະ​ກາດ​ເຜົ່າ​ພົງ ບອກ​ໃຫ້​ຮູ້ ເຜົ່າຂອງອິດ​ສະ​ຣາ​ເອນ ຫລື ພອນ ຊຶ່ງ​ບຸກ​ຄົນ​ນັ້ນຈະ​ໄດ້​ຮັບ.

  17. 2 ນີ​ໄຟ 26:33.

  18. ເບິ່ງ ໂມ​ໄຊ​ຢາ 15:7. ການ​ເປັນອິດ​ສະ​ຣາ​ເອນ ບໍ່​ແມ່ນ​ສຳ​ລັບ​ຜູ້​ທີ່ບໍ່​ຈິງ​ໃຈ. ເພື່ອ​ຈະ​ໄດ້​ຮັບ​ພອນ​ທັງ​ໝົດ​ທີ່​ພຣະເຈົ້າ​ມີ​ໃຫ້​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ຄາດ​ໝາຍ​ທີ່​ຈະ​ໄດ້​ຮັບ “ການ​ທົດ​ສອບ​ຂອງ​ອັບ​ຣາ​ຮາມ” ສຳ​ລັບ​ຕົວເຮົາ​ໂດຍ​ສະ​ເພາະ. ພຣະ​ເຈົ້າຈະ​ທົດ​ສອບ​ເຮົາ, ດັ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, ໂດຍ​ການ​ທົດ​ສອບ​ທີ່ຍາກຈົນ​ໃຈ​ແທບຈະ​ຂາດ. (ເບິ່ງ recollection of John Taylor ໃນ Teachings of Presidents of the Church: Joseph Smith [2007], 231.)

  19. ເບິ່ງ ໂມໄຊຢາ 3:19.

  20. ເບິ່ງ 2 ຕີ​ໂມ​ທຽວ 3:1–13.

  21. 1 ນີ​ໄຟ 17:40; ເນັ້ນ​ຄຳ​ເນີ້ງ.

  22. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:37; ເບິ່ງ ເພງ​ສັນ​ລະ​ເສີນ 31:23; ເອ​ຊາ​ຢາ 49:25; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 105:14 ນຳ​ອີກ.

  23. ມໍ​ມອນ 9:11.