​Friend
ສາດ​ສະ​ດາ​ເອ​ຊາ​ຢາ
ເດືອນ​ທັນ​ວາ 2026


“Isaiah the Prophet,” Friend, Dec. 2026, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ທັນ​ວາ 2026

ສາດ​ສະ​ດາ​ເອ​ຊາ​ຢາ

ຮູບ​ພາບ​ປະ​ກອບ​ຂອງ​ເອ​ຊາ​ຢາ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ນິ​ມິດ

ມື້​ໜຶ່ງ​ຢູ່​ໃນ​ພຣະ​ວິ​ຫານ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເອ​ຊາ​ຢາ​ໃຫ້​ເປັນ​ສາດ​ສະ​ດາ. ເອ​ຊາ​ຢາ​ຮັກ​ຜູ້​ຄົນ ແລະ ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ​ຂອງ​ເອ​ຊາ​ຢາ​ທີ່​ທຳ​ນາຍ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເອ​ຊາ​ຢາ​ໄດ້​ຮຽນ​ຮູ້​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໃນ​ມື້​ໜຶ່ງ ເພື່ອ​ຊ່ວຍ​ຜູ້​ຄົນ​ຂອງ​ເພິ່ນ​ຈາກ​ບາບ. ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ຮັບ​ຮູ້​ພຣະ​ອົງ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຂົາ. ເອ​ຊາ​ຢາ​ໂສກ​ເສົ້າ​ຍ້ອນ​ເພິ່ນ​ຮູ້​ວ່າ ຫລາຍ​ຄົນ​ຈະ​ບໍ່​ເຊື່ອ​ໃນ​ພຣະ​ເຢ​ຊູ.

ຮູບ​ພາບ​ປະ​ກອບ​ຂອງ​ເອ​ຊາ​ຢາ​ກຳ​ລັງ​ຂຽນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເອ​ຊາ​ຢາ​ໄດ້​ທຳ​ນາຍ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ມື້​ໜຶ່ງ​ພຣະ​ອົງ​ຈະ​ສະ​ເດັດ​ກັບ​ຄືນ​ມາ ແລະ ເປັນ​ຈອມ​ກະ​ສັດ​ຂອງ​ທັງ​ແຜ່ນ​ດິນ​ໂລກ. ພຣະ​ອົງ​ຈະ​ສຳ​ເລັດ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ໂດຍ​ການ​ນຳ​ຄວາມ​ເມດ​ຕາ ແລະ ສັນ​ຕິ​ສຸກ​ມາ​ໃຫ້​ຕະ​ຫລອດ​ໄປ. ເອ​ຊາ​ຢາ​ໄດ້​ກ່າວ​ວ່າ ທຸກ​ຄົນ​ຈະ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຂົາ.

ໜ້າ​ລະ​ບາຍ​ສີ

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ​ໃນ​ເມືອງ​ເບັດ​ເລ​ເຮັມ.

ໜ້າ​ລະ​ບາຍ​ສີ PDF ຂອງ​ໂຢ​ເຊັບ​ກຳ​ລັງ​ຈູງ​ໂຕ​ລາ​ທີ່​ມີ​ນາງ​ມາ​ຣີ​ຂີ່​ຢູ່​ເທິງ​ຫລັງ

ພາບ​ປະ​ກອບ​ໂດຍ ອໍ​ດຣີ ເດ ອະ​ນຸ​ຍາດ​ໃຫ້​ອັດ​ສຳ​ເນົາ​ສຳ​ລັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ.

ເຈົ້າ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ?